ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 8

ໂຢເຊຍເຊ​ມີ​ໝູ່​ທີ່​ດີ

ໂຢເຊຍເຊ​ມີ​ໝູ່​ທີ່​ດີ

ລູກ​ຄິດ​ວ່າ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເປັນ​ເລື່ອງ​ທີ່​ຍາກ​ບໍ?— ຫຼາຍ​ຄົນ​ກໍ​ຄິດ​ແບບ​ນັ້ນ. ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ມີ​ສິ່ງ​ທີ່​ຍາກ​ເປັນ​ພິເສດ​ສຳລັບ​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ລາວ​ຊື່​ໂຢເຊຍເຊ. ແຕ່​ລາວ​ມີ​ໝູ່​ທີ່​ດີ​ທີ່​ຈະ​ຊ່ວຍ​ລາວ. ໃຫ້​ເຮົາ​ມາ​ຮຽນ​ເລື່ອງ​ຂອງ​ໂຢເຊຍເຊ​ແລະ​ໝູ່​ຂອງ​ລາວ​ນຳ​ກັນ​ຕື່ມ​ອີກ​ເນາະ.

ພໍ່​ຂອງ​ໂຢເຊຍເຊ​ເປັນ​ກະສັດ​ຂອງ​ພວກ​ຢູດາ​ແລະ​ເປັນ​ຄົນ​ທີ່​ຊົ່ວ​ຫຼາຍ ລາວ​ຊື່​ອາໂມນ. ລາວ​ນະມັດສະການ​ຮູບ​ປັ້ນ. ເມື່ອ​ພໍ່​ຂອງ​ໂຢເຊຍເຊ​ຕາຍ ໂຢເຊຍເຊ​ຈຶ່ງ​ໄດ້​ເປັນ​ກະສັດ​ຂອງ​ຢູດາ ຕອນ​ນັ້ນ​ລາວ​ອາຍຸ​ພຽງ​ແຕ່​ແປດ​ປີ​ເທົ່າ​ນັ້ນ! ລູກ​ຄິດ​ວ່າ​ລາວ​ຈະ​ເຮັດ​ຊົ່ວ​ຄື​ກັບ​ພໍ່​ຂອງ​ລາວ​ບໍ?— ບໍ່ ລາວ​ບໍ່​ເຮັດ​ແບບ​ນັ້ນ!

ໂຊໂຟນີ​ເຕືອນ​ຜູ້​ຄົນ​ວ່າ​ບໍ່​ຄວນ​ນະມັດສະການ​ຮູບ​ປັ້ນ

ເຖິງ​ແມ່ນ​ວ່າ​ລາວ​ຍັງ​ນ້ອຍ​ກໍ​ຕາມ ໂຢເຊຍເຊ​ກໍ​ເຊື່ອ​ຟັງ​ພະ​ເຢໂຫວາ. ລາວ​ເປັນ​ໝູ່​ທີ່​ສະໜິດ​ກັບ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ເທົ່າ​ນັ້ນ ແລະ​ໝູ່​ນັ້ນ​ໄດ້​ຊ່ວຍ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ມີ​ໃຜ​ແດ່​ທີ່​ເປັນ​ໝູ່​ຂອງ​ລາວ?

ໝູ່​ຂອງ​ລາວ​ຄົນ​ໜຶ່ງ​ຊື່​ໂຊໂຟນີ. ໂຊໂຟນີ​ເປັນ​ຜູ້​ພະຍາກອນ​ທີ່​ເຕືອນ​ຊາວ​ຢູດາ​ທີ່​ເຮັດ​ຊົ່ວ​ໃຫ້​ຮູ້​ວ່າ​ຈະ​ມີ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ ຖ້າ​ຫາກ​ວ່າ​ເຂົາ​ຍັງ​ນະມັດສະການ​ຮູບ​ປັ້ນ​ຕໍ່​ໄປ. ໂຢເຊຍເຊ​ເຊື່ອ​ຟັງ​ໂຊໂຟນີ​ແລະ​ໄດ້​ນະມັດສະການ​ພະ​ເຢໂຫວາ ລາວ​ບໍ່​ນະມັດສະການ​ຮູບ​ປັ້ນ.

ໝູ່​ຂອງ​ໂຢເຊຍເຊ​ອີກ​ຄົນ​ໜຶ່ງ​ຊື່​ເຢເຣມີ. ລາວ​ມີ​ອາຍຸ​ສໍ່າ​ກັນ​ກັບ​ໂຢເຊຍເຊ ແລະ​ເຮືອນ​ກໍ​ຢູ່​ໃກ້ໆ​ກັນ​ຕອນ​ທີ່​ເຂົາ​ເຈົ້າ​ພວມ​ເຕີບ​ໃຫຍ່​ຂຶ້ນ. ພວກ​ເຂົາ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ​ອີ​ຫຼີ ເມື່ອ​ໂຢເຊຍເຊ​ຕາຍ ເຢເຣມີ​ໄດ້​ແຕ່ງ​ເພງ​ພິເສດ​ເພື່ອ​ສະແດງ​ວ່າ​ລາວ​ຮັກ​ແລະ​ຄິດ​ຮອດ​ໂຢເຊຍເຊ​ຫຼາຍ​ແທ້ໆ. ເຢເຣມີ​ແລະ​ໂຢເຊຍເຊ​ຊ່ວຍ​ກັນ​ແລະ​ກັນ​ໃນ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ.

ໂຢເຊຍເຊ​ແລະ​ເຢເຣມີ​ຊ່ວຍ​ກັນ​ແລະ​ກັນ​ໃນ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ

ລູກ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊຍເຊ?— ເຖິງ​ວ່າ​ໂຢເຊຍເຊ​ຈະ​ຍັງ​ເປັນ​ເດັກ​ນ້ອຍ ແຕ່​ລາວ​ກໍ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ລາວ​ຮູ້​ວ່າ​ລາວ​ຄວນ​ເປັນ​ໝູ່​ກັບ​ຜູ້​ທີ່​ຮັກ​ພະ​ເຢໂຫວາ. ລູກ​ຕ້ອງ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ເທົ່າ​ນັ້ນ​ເດີ ແລະ​ໝູ່​ຂອງ​ລູກ​ຕ້ອງ​ເປັນ​ຜູ້​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ