ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 11

ຄົນ​ເຫຼົ່າ​ນີ້​ຂຽນ​ເລື່ອງ​ຂອງ​ພະ​ເຍຊູ

ຄົນ​ເຫຼົ່າ​ນີ້​ຂຽນ​ເລື່ອງ​ຂອງ​ພະ​ເຍຊູ

ໃນ​ໜ້າ​ນີ້​ລູກ​ເຫັນ​ຮູບ​ໃຜ​ແດ່?— ໃນ​ນີ້​ມີ ມັດທາຍ ມາລະໂກ ລືກາ ໂຢຮັນ ຢາໂກໂບ ຢູດາ ເປໂຕ​ແລະ​ໂປໂລ. ຄົນ​ເຫຼົ່າ​ນີ້​ມີ​ຊີວິດ​ຢູ່​ໃນ​ສະໄໝ​ດຽວ​ກັບ​ພະ​ເຍຊູ​ແລະ​ເຂົາ​ເຈົ້າ​ໄດ້​ຂຽນ​ເລື່ອງ​ຂອງ​ພະ​ເຍຊູ. ໃຫ້​ເຮົາ​ມາ​ຮຽນ​ຮູ້​ເລື່ອງ​ຂອງ​ເຂົາ​ເຈົ້າ​ນຳ​ກັນ​ຕື່ມ​ອີກ​ເນາະ.

ລູກ​ຮູ້ຈັກ​ເລື່ອງ​ຂອງ​ຄົນ​ເຫຼົ່າ​ນີ້​ບໍ?

ມີ​ສາມ​ຄົນ​ໃນ​ພວກ​ເຂົາ​ເຈົ້າ​ເປັນ​ອັກຄະສາວົກ​ທີ່​ໄປ​ປະກາດ​ກັບ​ພະ​ເຍຊູ. ລູກ​ຮູ້​ສາມ​ຄົນ​ນີ້​ບໍ?— ມີ​ມັດທາຍ ໂຢຮັນ ແລະ​ເປໂຕ. ອັກຄະສາວົກ​ມັດທາຍ ແລະ​ໂຢຮັນ​ຮູ້ຈັກ​ພະ​ເຍຊູ​ເປັນ​ຢ່າງ​ດີ ແລະ​ເຂົາ​ເຈົ້າ​ໄດ້​ຂຽນ​ເລື່ອງ​ຊີວິດ​ຂອງ​ພະ​ເຍຊູ. ອັກຄະສາວົກ​ໂຢຮັນ​ຍັງ​ຂຽນ​ອີກ​ພະທຳ​ໜຶ່ງ​ທີ່​ເອີ້ນ​ວ່າ​ຄຳປາກົດ​ແລະ​ຈົດ​ໝາຍ​ອີກ​ສາມ​ສະບັບ​ທີ່​ເອີ້ນ​ວ່າ ໜຶ່ງ​ໂຢຮັນ ສອງ​ໂຢຮັນ ແລະ​ສາມ​ໂຢຮັນ. ອັກຄະສາວົກ​ເປໂຕ​ໄດ້​ຂຽນ​ຈົດ​ໝາຍ​ສອງ​ສະບັບ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເອີ້ນ​ວ່າ ໜຶ່ງ​ເປໂຕ ແລະ​ສອງ​ເປໂຕ. ໃນ​ຈົດ​ໝາຍ​ສະບັບ​ທີ​ສອງ ເປໂຕ​ໄດ້​ຂຽນ ຕອນ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ຈາກ​ສະຫວັນ​ແລະ​ບອກ​ກັບ​ພະ​ເຍຊູ​ວ່າ: ‘ຜູ້​ນີ້​ເປັນ​ລູກ​ຊາຍ​ທີ່​ເຮົາ​ຮັກ ແລະ​ເຮົາ​ພູມ​ໃຈ​ຫຼາຍ​ໃນ​ຕົວ​ລາວ.’

ໂດຍ​ທາງ​ພະທຳ​ຕ່າງໆ​ທີ່​ເຂົາ​ເຈົ້າ​ໄດ້​ຂຽນ​ໄວ້ ຍັງ​ມີ​ຄົນ​ອື່ນໆ​ອີກ​ໃນ​ຮູບ​ນີ້​ທີ່​ບອກ​ເຮົາ​ໃຫ້​ຮູ້​ເລື່ອງ​ຂອງ​ພະ​ເຍຊູ. ຜູ້​ໜຶ່ງ​ໃນ​ນັ້ນ​ກໍ​ແມ່ນ​ມາລະໂກ ບາງ​ທີ​ລາວ​ອາດ​ເປັນ​ຜູ້​ໜຶ່ງ​ທີ່​ຢູ່​ກັບ​ພະ​ເຍຊູ​ຕອນ​ທີ່​ພະອົງ​ຖືກ​ຈັບ​ແລະ​ລາວ​ໄດ້​ເຫັນ​ສິ່ງ​ຕ່າງໆ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພະອົງ. ອີກ​ຄົນ​ໜຶ່ງ​ກໍ​ແມ່ນ​ລືກາ​ເຊິ່ງ​ເປັນ​ທ່ານ​ໝໍ​ແລະ​ອາດ​ຈະ​ມາ​ເປັນ​ຄລິດສະຕຽນ​ພາຍ​ຫຼັງ​ທີ່​ພະ​ເຍຊູ​ເສຍ​ຊີວິດ.

ອີກ​ສອງ​ຄົນ​ທີ່​ຂຽນ​ຄຳພີ​ໄບເບິນ​ທີ່​ລູກ​ເຫັນ​ໃນ​ຮູບ​ແມ່ນ​ນ້ອງ​ຊາຍ​ຂອງ​ພະ​ເຍຊູ. ລູກ​ຮູ້ຈັກ​ຊື່​ຂອງ​ເຂົາ​ເຈົ້າ​ບໍ?— ຜູ້​ໜຶ່ງ​ຊື່​ຢາໂກໂບ​ແລະ​ອີກ​ຜູ້​ໜຶ່ງ​ຊື່​ຢູດາ. ທຳອິດ​ເຂົາ​ເຈົ້າ​ບໍ່​ເຊື່ອ​ໃນ​ພະ​ເຍຊູ ແລະ​ຄິດ​ວ່າ​ພະອົງ​ເປັນ​ບ້າ ແຕ່​ໃນ​ພາຍ​ຫຼັງ​ເຂົາ​ເຈົ້າ​ໄດ້​ປ່ຽນ​ຄວາມ​ຄິດ​ແລະ​ມີ​ຄວາມ​ເຊື່ອ ແລະ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ.

ຄົນ​ສຸດ​ທ້າຍ​ທີ່​ຂຽນ​ຄຳພີ​ໄບເບິນ​ທີ່​ລູກ​ເຫັນ​ແມ່ນ​ໂປໂລ ກ່ອນ​ທີ່​ຈະ​ມາ​ເປັນ​ຄລິດສະຕຽນ​ລາວ​ມີ​ຊື່​ວ່າ​ໂຊໂລ. ລາວ​ຊັງ​ຄລິດສະຕຽນ​ຫຼາຍ​ຈົນ​ໄດ້​ທຳ​ຮ້າຍ​ຮ່າງກາຍ​ຂອງ​ເຂົາ​ເຈົ້າ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ໂປໂລ​ຈຶ່ງ​ເຂົ້າ​ມາ​ເປັນ​ຄລິດສະຕຽນ?— ມື້​ໜຶ່ງ​ໃນ​ຂະນະ​ທີ່​ໂປໂລ​ກຳລັງ​ເດີນ​ທາງ ທັນທີ​ທັນໃດ​ນັ້ນ​ລາວ​ກໍ​ໄດ້​ຍິນ​ສຽງ​ຄົນ​ໜຶ່ງ​ເວົ້າ​ກັບ​ລາວ​ຈາກ​ສະຫວັນ ຜູ້​ນັ້ນ​ແມ່ນ​ພະ​ເຍຊູ ພະອົງ​ຈຶ່ງ​ຖາມ​ໂປໂລ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ໂຫດ​ຮ້າຍ​ກັບ​ລູກ​ສິດ​ຂອງ​ຂ້ອຍ​ແທ້?’ ຫຼັງ​ຈາກ​ນັ້ນ​ໂປໂລ​ຈຶ່ງ​ໄດ້​ປ່ຽນ​ຄວາມ​ຄິດ​ຂອງ​ໂຕ​ເອງ​ແລະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ. ໂປໂລ​ໄດ້​ຂຽນ 14 ພະທຳ​ໃນ​ຄຳພີ​ໄບເບິນ ຕັ້ງ​ແຕ່​ພະທຳ​ໂລມ​ຈົນ​ຮອດ​ພະທຳ​ເຫບເລີ.

ເຮົາ​ໄດ້​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້​ບໍ?— ໂດຍ​ການ​ອ່ານ​ຄຳພີ​ໄບເບິນ ເຮົາ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ພະ​ເຍຊູ. ລູກ​ຢາກ​ຮູ້​ເລື່ອງ​ຂອງ​ພະ​ເຍຊູ​ຫຼາຍ​ຂຶ້ນ​ບໍ?—

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ