ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດຮຽນ 14

ລາຊະອານາຈັກ​ໜຶ່ງ​ທີ່​ຈະ​ປົກຄອງ​ທົ່ວ​ໂລກ

ລາຊະອານາຈັກ​ໜຶ່ງ​ທີ່​ຈະ​ປົກຄອງ​ທົ່ວ​ໂລກ

ລູກ​ເດົາ​ໄດ້​ບໍ​ວ່າ​ເຮົາ​ກຳລັງ​ເວົ້າ​ເຖິງ​ລາຊະອານາຈັກ​ໃດ?— ແມ່ນ​ແລ້ວ ແມ່ນ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ໂລກ​ຂອງ​ເຮົາ​ເປັນ​ອຸທິຍານ. ລູກ​ຢາກ​ຮຽນ​ຮູ້​ເລື່ອງ​ລາຊະອານາຈັກ​ນີ້​ຕື່ມ​ອີກ​ບໍ?—

ທຸກໆ​ລາຊະອານາຈັກ​ຕ້ອງ​ມີ​ກະສັດ​ປົກຄອງ​ເພື່ອ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ຕົນ. ລູກ​ຮູ້​ບໍ​ວ່າ​ໃຜ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ?— ແມ່ນ​ພະ​ເຍຊູ​ຄລິດ ແລະ​ພະອົງ​ຢູ່​ໃນ​ສະຫວັນ. ອີກ​ບໍ່​ດົນ​ພະອົງ​ຈະ​ປົກຄອງ​ທຸກໆ​ຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ! ເມື່ອ​ພະ​ເຍຊູ​ເປັນ​ກະສັດ​ປົກຄອງ​ທົ່ວ​ແຜ່ນດິນ​ໂລກ ລູກ​ຄິດ​ວ່າ​ພວກ​ເຮົາ​ຈະ​ມີ​ຄວາມ​ສຸກ​ບໍ?—

ໃນ​ອຸທິຍານ ລູກ​ຕັ້ງ​ໃຈ​ຄອຍ​ຖ້າ​ສິ່ງ​ໃດ?

ພວກ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ! ໃນ​ອຸທິຍານ ຜູ້​ຄົນ​ຈະ​ບໍ່​ຕໍ່​ສູ້​ກັນ​ຫຼື​ບໍ່​ເຮັດ​ສົງຄາມ​ອີກ​ຕໍ່​ໄປ. ທຸກ​ຄົນ​ຈະ​ຮັກ​ກັນ ແລະ​ຈະ​ບໍ່​ມີ​ໃຜ​ເຈັບ​ປ່ວຍ​ແລະ​ຕາຍ. ຄົນ​ທີ່​ຕາ​ບອດ​ກໍ​ຈະ​ເຫັນ​ຮຸ່ງ ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ແລະ​ຄົນ​ຂາ​ເຢກ​ຈະ​ແລ່ນ​ແລະ​ກະໂດດ​ໄດ້. ທຸກ​ຄົນ​ຈະ​ມີ​ອາຫານ​ການ​ກິນ​ຢ່າງ​ອຸດົມ​ສົມບູນ. ສັດ​ຈະ​ເປັນ​ໝູ່​ກັນ​ແລະ​ເປັນ​ໝູ່​ກັບ​ເຮົາ. ຄົນ​ທີ່​ຕາຍ​ຈະ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ ໃນ​ນັ້ນ​ຈະ​ມີ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ລູກ​ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ເຂົາ​ເຈົ້າ​ໄປ​ແລ້ວ​ໃນ​ປຶ້ມ​ນີ້​ເຊັ່ນ ເລເບກາ ລາຫາບ ດາວິດ ແລະ​ເອລີຢາ! ເມື່ອ​ເຂົາ​ເຈົ້າ​ມີ​ຊີວິດ​ອີກ ລູກ​ຢາກ​ພົບ​ກັບ​ເຂົາ​ເຈົ້າ​ບໍ?—

ພະ​ເຢໂຫວາ​ຮັກ​ລູກ​ແລະ​ຢາກ​ໃຫ້​ລູກ​ມີ​ຄວາມ​ສຸກ ຖ້າ​ລູກ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ​ຕໍ່ໆ​ໄປ ລູກ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ. ລູກ​ຢາກ​ຢູ່​ທີ່​ນັ້ນ​ບໍ?—

ມາ​ອ່ານ​ຄຳພີ​ໄບເບິນ​ນຳ​ກັນ