ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 1

ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່

ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ຮຽນ​ຮູ້​ສິ່ງ​ທີ່​ພະ​ເຍຊູ​ສອນ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ

1, 2. ພະ​ເຢໂຫວາ​ສັ່ງ​ອັກຄະສາວົກ 3 ຄົນ​ຂອງ​ພະ​ເຍຊູ​ໃຫ້​ເຮັດ​ຫຍັງ ແລະ​ເຂົາ​ເຈົ້າ​ຕອບ​ຮັບ​ແນວ​ໃດ?

 ຖ້າ​ພະ​ເຢໂຫວາ​ສັ່ງ​ໃຫ້​ເຈົ້າ​ເຮັດ​ບາງ​ສິ່ງ ເຈົ້າ​ຈະ​ຕອບ​ຮັບ​ແນວ​ໃດ? ບໍ່​ວ່າ​ພະອົງ​ຈະ​ຂໍ​ໃຫ້​ເຈົ້າ​ເຮັດ​ສິ່ງ​ໃດ ເຈົ້າ​ກໍ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ​ແມ່ນ​ບໍ? ແນ່ນອນ​ຢູ່​ແລ້ວ!

2 ບໍ່​ດົນ​ຫຼັງ​ຈາກ​ເທສະການ​ປັດສະຄາ​ໃນ​ປີ ຄ.ສ. 32 ອັກຄະສາວົກ 3 ຄົນ​ຂອງ​ພະ​ເຍຊູ​ຄື: ເປໂຕ ຢາໂກໂບ ແລະ​ໂຢຮັນ ກໍ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ພະ​ເຢໂຫວາ. (ອ່ານ​ມັດທາຍ 17:1-5) ເຂົາ​ເຈົ້າ​ຢູ່​ກັບ​ພະ​ເຍຊູ​ອາຈານ​ຂອງ​ເຂົາ​ເຈົ້າ​ເທິງ ‘ພູເຂົາ​ສູງ’ ແລະ​ເຫັນ​ນິມິດ​ວ່າ​ພະ​ເຍຊູ​ຈະ​ໄດ້​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ຢູ່​ສະຫວັນ​ໃນ​ອະນາຄົດ. ນິມິດ​ນັ້ນ​ຄື​ກັບ​ຄວາມ​ຈິງ​ແທ້ໆຈົນ​ເປໂຕ​ຄິດ​ວ່າ​ຕົວ​ເອງ​ຢູ່​ໃນ​ຫັ້ນ​ນຳ. ໃນ​ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ກໍ​ມີ​ເມກ​ມາ​ປົກ​ຄຸມ​ເຂົາ​ເຈົ້າ ແລ້ວ​ເປໂຕ​ກັບ​ໝູ່​ຂອງ​ລາວ​ກໍ​ໄດ້​ຍິນ​ສຽງ​ທີ່​ເກືອບ​ບໍ່​ມີ​ໃຜ​ເລີຍ​ຈະ​ມີ​ສິດທິ​ພິເສດ​ໄດ້​ຍິນ ສຽງ​ນັ້ນ​ຄື​ສຽງ​ຂອງ​ພະ​ເຢໂຫວາ. ຫຼັງ​ຈາກ​ທີ່​ຢືນຢັນ​ວ່າ​ພະ​ເຍຊູ​ເປັນ​ລູກ​ຊາຍ​ຂອງ​ພະອົງ ພະ​ເຢໂຫວາ​ກໍ​ສັ່ງ​ອັກຄະສາວົກ​ທັງ 3 ຄົນ​ວ່າ: “ຈົ່ງ​ຟັງ​ພະອົງ​ເຖີ້ນ.” ເຂົາ​ເຈົ້າ​ກໍ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໂດຍ​ຟັງ​ສິ່ງ​ທີ່​ພະ​ເຍຊູ​ສອນ​ແລະ​ກະຕຸ້ນ​ຄົນ​ອື່ນໆໃຫ້​ເຊື່ອ​ຟັງ​ເພິ່ນ​ນຳ.— ກິດ. 3:19-23; 4:18-20

ພະ​ເຍຊູ​ເວົ້າ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຫຼາຍ​ກວ່າ​ເລື່ອງ​ອື່ນ

3. ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຟັງ​ລູກ​ຂອງ​ພະອົງ ແລະ​ເຮົາ​ຕ້ອງ​ຮຽນ​ຮູ້​ເລື່ອງ​ຫຍັງ?

3 ຄຳ​ວ່າ: “ຈົ່ງ​ຟັງ​ພະອົງ​ເຖີ້ນ” ມີ​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກ​ເຮົາ. (ໂລມ 15:4) ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຍຊູ​ເປັນ​ໂຄສົກ​ຫຼື​ຜູ້​ເວົ້າ​ແທນ​ພະ​ເຢໂຫວາ ແລະ​ຄຳ​ສອນ​ຕ່າງໆທີ່​ພະ​ເຍຊູ​ສອນ​ເຮົາ​ກໍ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້. (ໂຢ. 1:1, 14) ເນື່ອງ​ຈາກ​ພະ​ເຍຊູ​ມັກ​ເວົ້າ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ເຊິ່ງ​ເປັນ​ລາຊະອານາຈັກ​ເມຊີ​ໃນ​ສະຫວັນ​ທີ່​ມີ​ພະ​ເຍຊູ​ຄລິດ​ເປັນ​ກະສັດ​ແລະ​ມີ​ຊົນ 144.000 ຄົນ​ປົກຄອງ​ຮ່ວມ​ກັບ​ເພິ່ນ ເຮົາ​ຈຶ່ງ​ຕ້ອງ​ຮຽນ​ຮູ້​ເລື່ອງ​ທີ່​ສຳຄັນ​ນີ້​ຢ່າງ​ລະອຽດ. (ຄຳປ. 5:9, 10; 14:1-3; 20:6) ແຕ່​ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ກ່ອນ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ມັກ​ເວົ້າ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຫຼາຍ​ກວ່າ​ເລື່ອງ​ອື່ນ.

‘ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ໃດ . . . ’

4. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ໃຈ​ເພິ່ນ​ສະເໝີ?

4 ເລື່ອງ​ລາຊະອານາຈັກ​ຢູ່​ໃນ​ໃຈ​ພະ​ເຍຊູ​ສະເໝີ. ເຮົາ​ຮູ້​ໄດ້​ແນວ​ໃດ? ເພາະ​ວ່າ​ຄຳ​ເວົ້າ​ບົ່ງ​ບອກ​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຊິ່ງ​ເຮັດ​ໃຫ້​ຮູ້​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ສຳຄັນ​ແທ້ໆສຳລັບ​ເຮົາ. ພະ​ເຍຊູ​ເວົ້າ​ວ່າ: ‘ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ໃດ ປາກ​ກໍ​ກ່າວ​ອອກ​ຕາມ​ສິ່ງ​ນັ້ນ.’ (ມັດ. 12:34) ທຸກ​ຄັ້ງ​ທີ່​ມີ​ໂອກາດ ພະ​ເຍຊູ​ກໍ​ຈະ​ເວົ້າ​ເລື່ອງ​ລາຊະອານາຈັກ. ພະທຳ​ກິດຕິຄຸນ​ທັງ 4 ເຫຼັ້ມ​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ຫຼາຍ​ກວ່າ 100 ຄັ້ງ ແລະ​ສ່ວນ​ໃຫຍ່​ກໍ​ເປັນ​ຄຳ​ເວົ້າ​ຂອງ​ພະ​ເຍຊູ. ເພິ່ນ​ໃຫ້​ເລື່ອງ​ນີ້​ເປັນ​ຫົວ​ຂໍ້​ຫຼັກ​ໃນ​ວຽກ​ປະກາດ​ໂດຍ​ບອກ​ວ່າ: “ເຮົາ​ຕ້ອງ​ເທສະໜາ​ປ່າວ​ປະກາດ​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະເຈົ້າ​ໃນ​ເມືອງ​ອື່ນ​ທັງ​ຫຼາຍ​ດ້ວຍ ເຫດ​ວ່າ​ເຮົາ​ໄດ້​ຮັບໃຊ້​ສຳລັບ​ການ​ນັ້ນ.” (ລືກາ 4:43) ຫຼັງ​ຈາກ​ທີ່​ພະ​ເຍຊູ​ຟື້ນ​ຄືນ​ຈາກ​ຕາຍ ເພິ່ນ​ກໍ​ຍັງ​ເວົ້າ​ເລື່ອງ​ນີ້​ກັບ​ລູກ​ສິດ. (ກິດ. 1:3) ນີ້​ສະແດງ​ວ່າ​ຫົວໃຈ​ຂອງ​ພະ​ເຍຊູ​ເຕັມ​ໄປ​ດ້ວຍ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ເພິ່ນ​ສົນ​ໃຈ​ເລື່ອງ​ນີ້​ຫຼາຍ​ຈຶ່ງ​ໄດ້​ເວົ້າ​ເຖິງ​ສະເໝີ.

5-7. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເລື່ອງ​ລາຊະອານາຈັກ​ຢູ່​ໃນ​ໃຈ​ພະ​ເຢໂຫວາ​ສະເໝີ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເລື່ອງ​ລາຊະອານາຈັກ​ຢູ່​ໃນ​ໃຈ​ເຮົາ​ຄື​ກັນ?

5 ເລື່ອງ​ລາຊະອານາຈັກ​ກໍ​ຢູ່​ໃນ​ໃຈ​ພະ​ເຢໂຫວາ​ສະເໝີ. ເຮົາ​ຮູ້​ໄດ້​ແນວ​ໃດ? ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ໄດ້​ສົ່ງ​ລູກ​ຊາຍ​ຄົນ​ດຽວ​ຂອງ​ພະອົງ​ມາ​ເທິງ​ໂລກ ທຸກ​ສິ່ງ​ທີ່​ລູກ​ຊາຍ​ຂອງ​ພະອົງ​ເວົ້າ​ແລະ​ສອນ​ກໍ​ມາ​ຈາກ​ພະອົງ. (ໂຢ. 7:16; 12:49, 50) ທຸກ​ເລື່ອງ​ທີ່​ບັນທຶກ​ໃນ​ພະທຳ​ກິດຕິຄຸນ​ທັງ 4 ເຫຼັ້ມ​ກ່ຽວ​ກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ​ກໍ​ມາ​ຈາກ​ພະ​ເຢໂຫວາ​ຄື​ກັນ ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ໃຈ​ຂ້ອຍ​ສະເໝີ​ບໍ?’

6 ລອງ​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຈັດ​ອາ​ລະບຳ​ຮູບ​ຂອງ​ຄອບຄົວ. ເຈົ້າ​ມີ​ຮູບ​ຫຼາຍ​ໃບ​ໃຫ້​ເລືອກ ແຕ່​ຈະ​ເອົາ​ຮູບ​ທັງ​ໝົດ​ໃສ່​ໃນ​ອາ​ລະບຳ​ກໍ​ເປັນ​ໄປ​ບໍ່​ໄດ້ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ຄົງ​ຈະ​ຄັດ​ເອົາ​ແຕ່​ຮູບ​ທີ່​ສຳຄັນໆໃສ່​ໃນ​ອາ​ລະບຳ. ພະທຳ​ກິດຕິຄຸນ 4 ເຫຼັ້ມ​ກໍ​ຄື​ກັບ​ອາ​ລະບຳ​ຮູບ​ທີ່​ໃຫ້​ເຮົາ​ເຫັນ​ຊີວິດ​ພະ​ເຍຊູ​ຢ່າງ​ຊັດເຈນ. ພະ​ເຢໂຫວາ​ບໍ່​ໄດ້​ດົນ​ໃຈ​ຜູ້​ຂຽນ​ພະທຳ​ກິດຕິຄຸນ​ໃຫ້​ຂຽນ​ທຸກ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ເຮັດ​ຕອນ​ທີ່​ເພິ່ນ​ຢູ່​ເທິງ​ໂລກ. (ໂຢ. 20:30; 21:25) ແຕ່​ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ຂຽນ​ເລື່ອງ​ທີ່​ສຳຄັນ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຕ້ອງ​ມາ​ເຮັດ​ວຽກ​ຮັບໃຊ້​ຢູ່​ເທິງ​ໂລກ ແລະ​ຊ່ວຍ​ໃຫ້​ຮູ້​ວ່າ​ອັນ​ໃດ​ສຳຄັນ​ທີ່​ສຸດ​ສຳລັບ​ພະ​ເຢໂຫວາ. (2 ຕີໂມ. 3:16, 17; 2 ເປ. 1:21) ເນື່ອງ​ຈາກ​ພະທຳ​ກິດຕິຄຸນ​ເຕັມ​ໄປ​ດ້ວຍ​ຄຳ​ສອນ​ຂອງ​ພະ​ເຍຊູ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ເລື່ອງ​ນີ້​ຢູ່​ໃນ​ໃຈ​ພະ​ເຢໂຫວາ​ສະເໝີ. ລອງ​ຄິດ​ເບິ່ງ ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຮູ້​ທຸກ​ເລື່ອງ​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ພະອົງ!

7 ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ໃຈ​ຂ້ອຍ​ສະເໝີ​ບໍ?’ ຖ້າ​ແມ່ນ ເຮົາ​ກໍ​ຈະ​ຟັງ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ສອນ​ເລື່ອງ​ນີ້​ເຊັ່ນ: ລາຊະອານາຈັກ​ນີ້​ສຳຄັນ​ແນວ​ໃດ ຈະ​ມາ​ເມື່ອ​ໃດ ແລະ​ໂດຍ​ວິທີ​ໃດ.

“ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່” ໂດຍ​ວິທີ​ໃດ?

8. ໃນ​ຄຳ​ອະທິດຖານ​ຂອງ​ພະ​ເຍຊູ ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ສິ່ງ​ສຳຄັນ​ອັນ​ໃດ?

8 ຂໍ​ໃຫ້​ເບິ່ງ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຍຊູ. ເພິ່ນ​ໃຊ້​ຄຳ​ງ່າຍໆແຕ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ຫຼຸບ​ຄວາມ​ສຳຄັນ​ຂອງ​ລາຊະອານາຈັກ ແລະ​ສິ່ງ​ທີ່​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ສຳເລັດ. ໃນ​ຄຳ​ອະທິດຖານ​ແບບ​ຢ່າງ​ມີ​ຄຳ​ຂໍ 7 ຂໍ້ ເຊິ່ງ 3 ຂໍ້​ທຳອິດ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ຈະ​ເຮັດ​ຄື: ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ປົກຄອງ ແລະ​ເຮັດ​ໃຫ້​ທຸກ​ສິ່ງ​ເທິງ​ໂລກ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ຄື​ກັບ​ສະຫວັນ. (ອ່ານ​ມັດທາຍ 6:9, 10) ຄຳ​ຂໍ​ທັງ 3 ຂໍ້​ນີ້​ກ່ຽວ​ຂ້ອງ​ກັນ​ຫຼາຍ ເພາະ​ລາຊະອານາຈັກ​ເມຊີ​ເປັນ​ເຄື່ອງ​ມື​ທີ່​ພະ​ເຢໂຫວາ​ຈະ​ໃຊ້​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ແລະ​ເຮັດ​ໃຫ້​ທຸກ​ສິ່ງ​ເທິງ​ໂລກ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ.

9, 10. (ກ) ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ໂດຍ​ວິທີ​ໃດ? (ຂ) ເຈົ້າ​ຢາກ​ເຫັນ​ຄຳ​ສັນຍາ​ຂໍ້​ໃດ​ໃນ​ຄຳພີ​ໄບເບິນ​ສຳເລັດ​ເປັນ​ຈິງ?

9 ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ໂດຍ​ວິທີ​ໃດ? ເມື່ອ​ເຮົາ​ອະທິດຖານ​ວ່າ: “ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່” ເຮົາ​ກໍ​ກຳລັງ​ຂໍ​ໃຫ້​ລາຊະອານາຈັກ​ນີ້​ມາ​ປົກຄອງ​ແລະ​ມາ​ຈັດການ​ຂັ້ນ​ເດັດ​ຂາດ. ເມື່ອ​ຮອດ​ຕອນ​ນັ້ນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ທຳລາຍ​ລະບົບ​ປັດຈຸບັນ​ທີ່​ຊົ່ວຊ້າ​ນີ້ ລວມ​ທັງ​ລັດຖະບານ​ທັງ​ໝົດ​ຂອງ​ມະນຸດ ແລະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ໂລກ​ໃໝ່​ທີ່​ຊອບທຳ. (ດາ. 2:44; 2 ເປ. 3:13) ຈາກ​ນັ້ນ ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ກາຍ​ເປັນ​ອຸທິຍານ. (ລືກາ 23:43) ຄົນ​ທີ່​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະເຈົ້າ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ແລະ​ກັບ​ມາ​ຢູ່​ກັບ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ອີກ. (ໂຢ. 5:28, 29) ມະນຸດ​ທີ່​ເຊື່ອ​ຟັງ​ຈະ​ເປັນ​ຄົນ​ສົມບູນ​ແບບ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. (ຄຳປ. 21:3-5) ໃນ​ທີ່​ສຸດ ທຸກ​ສິ່ງ​ທີ່​ຢູ່​ເທິງ​ໂລກ​ຈະ​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ໄວ້​ຄື​ກັບ​ໃນ​ສະຫວັນ! ເຈົ້າ​ຢາກ​ເຫັນ​ຄຳ​ສັນຍາ​ຕ່າງໆໃນ​ຄຳພີ​ໄບເບິນ​ເກີດ​ຂຶ້ນ​ແທ້​ບໍ? ຂໍ​ໃຫ້​ຈື່​ໄວ້​ວ່າ​ທຸກ​ຄັ້ງ​ທີ່​ເຈົ້າ​ອະທິດຖານ​ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ ເຈົ້າ​ກໍ​ກຳລັງ​ຂໍ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແທ້.

10 ເຫັນ​ໄດ້​ແຈ້ງ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຍັງ​ບໍ່ “ມາ” ຄື​ກັບ​ຄຳ​ອະທິດຖານ​ແບບ​ຢ່າງ. ລັດຖະບານ​ຂອງ​ມະນຸດ​ຍັງ​ປົກຄອງ​ຢູ່​ແລະ​ຍັງ​ບໍ່​ມີ​ໂລກ​ໃໝ່​ທີ່​ຊອບທຳ ແຕ່​ຂ່າວ​ດີ​ກໍ​ຄື: ລາຊະອານາຈັກ​ນີ້​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ. ຕອນ​ນີ້​ຂໍ​ໃຫ້​ເຮົາ​ສັງເກດ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ເພື່ອ​ເຮົາ​ຈະ​ຮູ້​ວ່າ​ລາຊະອານາຈັກ​ນີ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ໃດ ແລະ​ຈະ​ມາ​ເມື່ອ​ໃດ.

ລາຊະອານາຈັກ​ຂອງ​ພະເຈົ້າ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ໃດ?

11. ພະ​ເຍຊູ​ບອກ​ແນວ​ໃດ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ຂອງ​ພະເຈົ້າ?

11 ພະ​ເຍຊູ​ບອກ​ວ່າ​ຈະ​ບໍ່​ມີ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ໃນ​ສະຕະວັດ​ທຳອິດ ເຖິງ​ແມ່ນ​ວ່າ​ພວກ​ລູກ​ສິດ​ບາງ​ຄົນ​ຄິດ​ແບບ​ນັ້ນ. (ກິດ. 1:6) ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ປຽບ​ທຽບ 2 ເລື່ອງ​ທີ່​ຕ່າງ​ກັນ ເຊິ່ງ​ພະ​ເຍຊູ​ເລົ່າ​ໃນ​ໄລຍະ​ເວລາ​ທີ່​ຫ່າງ​ກັນ​ບໍ່​ເຖິງ 2 ປີ.

12. ຈາກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ບໍ່​ໄດ້​ສ້າງ​ຕັ້ງ​ໃນ​ສະຕະວັດ​ທຳອິດ?

12 ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ. (ອ່ານ​ມັດທາຍ 13:24-30) ປະມານ​ຕົ້ນ​ລະດູ​ໃບ​ໄມ້​ປົ່ງ​ປີ ຄ.ສ. 31 ພະ​ເຍຊູ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ນີ້​ແລະ​ອະທິບາຍ​ຄວາມ​ໝາຍ​ໃຫ້​ພວກ​ລູກ​ສິດ​ຟັງ. (ມັດ. 13:36-43) ໃຈ​ຄວາມ​ສຳຄັນ​ແລະ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້​ຄື ຫຼັງ​ຈາກ​ພວກ​ອັກຄະສາວົກ​ຕາຍ​ໝົດ​ແລ້ວ ຊາຕານ​ພະຍາມານ​ຈະ​ຫວ່ານ​ເຂົ້າ​ນົກ (ຄລິດສະຕຽນ​ປອມ) ປົນ​ກັບ​ເຂົ້າ​ເມັດ​ດີ (“ລູກ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ຂອງ​ພະເຈົ້າ” ຫຼື​ຄລິດສະຕຽນ​ຜູ້​ຖືກ​ເຈີມ). ທັງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ​ຈະ​ເຕີບໂຕ​ຂຶ້ນ​ພ້ອມໆກັນ​ຈົນ​ເຖິງ​ລະດູ​ເກັບ​ກ່ຽວ​ເຊິ່ງ​ກໍ​ຄື: “ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້, ລ.ມ.” ເມື່ອ​ລະດູ​ເກັບ​ກ່ຽວ​ເລີ່ມ​ຕົ້ນ​ຂຶ້ນ​ເຂົ້າ​ນົກ​ກໍ​ຈະ​ຖືກ​ຫຼົກ​ຖິ້ມ ສ່ວນ​ເຂົ້າ​ເມັດ​ດີ​ກໍ​ຈະ​ຖືກ​ເກັບ​ລວບລວມ​ໄວ້. ດັ່ງ​ນັ້ນ ຕົວຢ່າງ​ປຽບ​ທຽບ​ນີ້​ສະແດງ​ວ່າ​ຈະ​ບໍ່​ມີ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ໃນ​ສະຕະວັດ​ທຳອິດ ແຕ່​ຕ້ອງ​ລໍ​ຖ້າ​ໃຫ້​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ​ໃຫຍ່​ເຕັມທີ​ກ່ອນ​ຈົນ​ກວ່າ​ຈະ​ຮອດ​ລະດູ​ເກັບ​ກ່ຽວ​ເຊິ່ງ​ເລີ່ມ​ຂຶ້ນ​ໃນ​ປີ 1914.

13. ພະ​ເຍຊູ​ໃຊ້​ຕົວຢ່າງ​ອັນ​ໃດ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເພິ່ນ​ບໍ່​ໄດ້​ເປັນ​ກະສັດ​ເມຊີ​ທັນທີ​ທີ່​ກັບ​ໄປ​ສະຫວັນ?

13 ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເງິນ​ຫຼຽນ. (ອ່ານ​ລືກາ 19:11-13) ພະ​ເຍຊູ​ເລົ່າ​ເລື່ອງ​ນີ້​ໃນ​ປີ ຄ.ສ. 33 ຕອນ​ທີ່​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ​ຄັ້ງ​ສຸດ​ທ້າຍ. ຜູ້​ຟັງ​ບາງ​ຄົນ​ຄິດ​ວ່າ​ພະ​ເຍຊູ​ຈະ​ຕັ້ງ​ລາຊະອານາຈັກ​ຂຶ້ນ​ທັນທີ​ເມື່ອ​ໄປ​ຮອດ​ເມືອງ​ເຢຣຶຊາເລມ. ເພື່ອ​ປັບ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ຍັງ​ຢູ່​ອີກ​ໄກ ພະ​ເຍຊູ​ຈຶ່ງ​ປຽບ​ທຽບ​ຕົວ​ເອງ​ເປັນ “ທ່ານ​ຜູ້​ໃຫຍ່​ຜູ້​ໜຶ່ງ​ໄດ້​ໜີ​ໄປ​ໃນ​ປະເທດ​ອັນ​ໄກ​ເພື່ອ​ຈະ​ຮັບ​ເອົາ​ແຜ່ນດິນ​ໜຶ່ງ [“ຕຳແໜ່ງ​ກະສັດ,” ລ.ມ.]” ຄຳ​ວ່າ: “ປະເທດ​ອັນ​ໄກ” ໝາຍ​ເຖິງ​ສະຫວັນ ເຊິ່ງ​ເພິ່ນ​ຈະ​ໄປ​ຮັບ​ອຳນາດ​ຈາກ​ພໍ່. a ແຕ່​ພະ​ເຍຊູ​ຮູ້​ວ່າ​ຈະ​ບໍ່​ໄດ້​ເປັນ​ກະສັດ​ເມຊີ​ທັນທີ​ເມື່ອ​ກັບ​ໄປ​ສະຫວັນ. ເພິ່ນ​ຕ້ອງ​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ​ແລະ​ລໍ​ຖ້າ​ຈົນ​ເຖິງ​ເວລາ​ກຳນົດ​ເຊິ່ງ​ດົນ​ເຖິງ 2.000 ປີ.—ເພງ. 110:1, 2; ມັດ. 22:43, 44; ເຫບ. 10:12, 13

ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ເມື່ອ​ໃດ?

14. (ກ) ພະ​ເຍຊູ​ຕອບ​ຄຳຖາມ​ຂອງ​ອັກຄະສາວົກ 4 ຄົນ​ແນວ​ໃດ? (ຂ) ເຫດການ​ທີ່​ເກີດ​ຂຶ້ນ​ຕາມ​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ບອກ​ຫຍັງ​ເຮົາ​ກ່ຽວ​ກັບ​ການ​ມາ​ຂອງ​ເພິ່ນ​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ?

14 ບໍ່​ເທົ່າ​ໃດ​ມື້​ກ່ອນ​ພະ​ເຍຊູ​ຈະ​ຖືກ​ປະຫານ​ຊີວິດ ອັກຄະສາວົກ 4 ຄົນ​ໄດ້​ຖາມ​ເພິ່ນ​ວ່າ: “ຈະ​ມີ​ອັນ​ໃດ​ເປັນ​ສັນຍານ​ບອກ​ໃຫ້​ຮູ້​ວ່າ​ທ່ານ​ປະທັບ​ຢູ່ ແລະ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້?, ລ.ມ.” (ມັດ. 24:3; ມໂກ. 13:4) ພະ​ເຍຊູ​ຕອບ​ເຂົາ​ເຈົ້າ​ດ້ວຍ​ຄຳ​ພະຍາກອນ​ໃນ​ມັດທາຍ​ບົດ 24 ແລະ 25 ໂດຍ​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ເຫດການ​ຫຼາຍ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ເທິງ​ໂລກ​ເຊິ່ງ​ເປັນ​ສັນຍານ​ຂອງ​ການ “ປະທັບ” ຫຼື​ສະໄຫມ​ທີ່​ເພິ່ນ​ກັບ​ມາ. ໄລຍະ​ນີ້​ເລີ່ມ​ຕົ້ນ​ເມື່ອ​ລາຊະອານາຈັກ​ສ້າງ​ຕັ້ງ ແລະ​ຈະ​ສິ້ນ​ສຸດ​ລົງ​ເມື່ອ​ລາຊະອານາຈັກ​ມາ​ປົກຄອງ. ເຮົາ​ມີ​ຫຼັກ​ຖານ​ຫຼາຍ​ຢ່າງ​ທີ່​ພິສູດ​ວ່າ​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ເກີດ​ຂຶ້ນ​ແທ້​ຕັ້ງ​ແຕ່​ປີ 1914. b ນັ້ນ​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ສະໄໝ​ທີ່​ພະ​ຄລິດ​ກັບ​ມາ​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ​ສ້າງ​ຕັ້ງ​ຂຶ້ນ.

15, 16. ເມື່ອ​ເວົ້າ​ເຖິງ “ຄົນ​ຮຸ່ນ​ນີ້” ພະ​ເຍຊູ​ໝາຍ​ເຖິງ​ໃຜ?

15 ແຕ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ເມື່ອ​ໃດ? ພະ​ເຍຊູ​ບໍ່​ໄດ້​ບອກ​ວັນ​ເວລາ​ທີ່​ແນ່ນອນ. (ມັດ. 24:36) ແຕ່​ເພິ່ນ​ເວົ້າ​ບາງ​ຢ່າງ​ເຊິ່ງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ວັນ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ​ແທ້ໆ. ພະ​ເຍຊູ​ລະບຸ​ວ່າ​ລາຊະອານາຈັກ​ຈະ​ມາ​ຫຼັງ​ຈາກ “ເຊື້ອ​ຊາດ​ນີ້ [“ຄົນ​ຮຸ່ນ​ນີ້,” ລ.ມ.]” ໄດ້​ເຫັນ​ເຫດການ​ຕ່າງໆເກີດ​ຂຶ້ນ​ແທ້​ຕາມ​ຄຳ​ພະຍາກອນ. (ອ່ານ​ມັດທາຍ 24:32-34) ຄຳ​ວ່າ: “ຄົນ​ຮຸ່ນ​ນີ້” ໝາຍ​ເຖິງ​ໃຜ? ໃຫ້​ເຮົາ​ມາ​ພິຈາລະນາ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ຢ່າງ​ລະອຽດ.

16 “ຄົນ​ຮຸ່ນ​ນີ້.” ພະ​ເຍຊູ​ໝາຍ​ເຖິງ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ບໍ? ບໍ່​ແມ່ນ. ພະ​ເຍຊູ​ເວົ້າ​ເລື່ອງ​ນີ້​ກັບ​ອັກຄະສາວົກ​ບໍ່​ເທົ່າ​ໃດ​ຄົນ​ທີ່​ມາ​ຖາມ​ເພິ່ນ “ເປັນ​ສ່ວນ​ຕົວ, ລ.ມ.” ເຊິ່ງ​ອີກ​ບໍ່​ດົນ​ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. (ມັດ. 24:3) ຂໍ​ໃຫ້​ເບິ່ງ​ເນື້ອ​ເລື່ອງ​ກ່ອນ​ທີ່​ຈະ​ເວົ້າ​ເຖິງ “ຄົນ​ຮຸ່ນ​ນີ້” ພະ​ເຍຊູ​ເວົ້າ​ວ່າ: “ຈົ່ງ​ຮຽນ​ຄວາມ​ປຽບ​ອຸປະມາ​ດ້ວຍ​ກົກ​ໝາກ​ເດື່ອ​ເທດ ເມື່ອ​ກິ່ງ​ກົກ​ນັ້ນ​ຍັງ​ອ່ອນ​ແລະ​ໃບ​ເພິ່ງ​ແຕກ ທ່ານ​ທັງ​ຫຼາຍ​ຮູ້ຈັກ​ວ່າ​ລະດູ​ຮ້ອນ​ມາ​ໃກ້​ແລ້ວ. ຢ່າງ​ນັ້ນ​ແລ້ວ​ເມື່ອ​ທ່ານ​ທັງ​ຫຼາຍ​ຈະ​ເຫັນ​ສິ່ງ​ທັງ​ປວງ​ນັ້ນ ຈົ່ງ​ຮູ້ຈັກ​ວ່າ​ພະອົງ​ມາ​ໃກ້​ເຖິງ​ປະຕູ​ແລ້ວ.” ແຕ່​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຈະ​ບໍ່​ເຂົ້າ​ໃຈ​ເລື່ອງ​ນີ້. ດັ່ງ​ນັ້ນ ເມື່ອ​ເວົ້າ​ເຖິງ “ຄົນ​ຮຸ່ນ​ນີ້” ພະ​ເຍຊູ​ກຳລັງ​ໝາຍ​ເຖິງ​ພວກ​ລູກ​ສິດ​ທີ່​ຖືກ​ເຈີມ​ຂອງ​ເພິ່ນ.

17. ຄຳ​ວ່າ “ຄົນ​ຮຸ່ນ​ນີ້” ແລະ “ສິ່ງ​ທັງ​ປວງ​ນີ້” ໝາຍ​ເຖິງ​ຫຍັງ?

17 ‘ຈະ​ບໍ່​ຕາຍ​ໄປ​ກ່ອນ​ສິ່ງ​ທັງ​ປວງ​ນີ້​ຈະ​ບັງເກີດ​ມາ.’ ຄຳ​ເວົ້າ​ນີ້​ເປັນ​ຄວາມ​ຈິງ​ແນວ​ໃດ? ກ່ອນ​ຈະ​ໄດ້​ຄຳຕອບ ເຮົາ​ຕ້ອງ​ຮູ້​ຄວາມ​ໝາຍ​ຂອງ 2 ສິ່ງ​ຄື: ຄຳ​ວ່າ “ຄົນ​ຮຸ່ນ​ນີ້” ແລະ “ສິ່ງ​ທັງ​ປວງ​ນີ້.” ຄຳ​ວ່າ: “ຄົນ​ຮຸ່ນ​ນີ້” ມັກ​ຈະ​ໃຊ້​ເພື່ອ​ໝາຍ​ເຖິງ​ຄົນ​ທີ່​ມີ​ອາຍຸ​ຕ່າງ​ກັນ​ເຊິ່ງ​ມີ​ຊີວິດ​ທີ່​ຄາບ​ກ່ຽວ​ກັນ​ຢູ່​ໃນ​ໄລຍະ​ໜຶ່ງ. ຊົ່ວ​ອາຍຸ​ໜຶ່ງ​ບໍ່​ໄດ້​ຍາວ​ນານ​ຈົນ​ເກີນ​ໄປ​ແລະ​ຕ້ອງ​ມີ​ຈຸດ​ສິ້ນ​ສຸດ. (ຕັດສິນ. 2:10) ຄຳ​ວ່າ: “ສິ່ງ​ທັງ​ປວງ​ນີ້” ໝາຍ​ເຖິງ​ເຫດການ​ທີ່​ເລີ່ມ​ຂຶ້ນ​ຕັ້ງ​ແຕ່​ປີ 1914 ຈົນ​ເຖິງ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່, ລ.ມ.” ເຊິ່ງ​ພະ​ເຍຊູ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຕອນ​ທີ່​ເພິ່ນ​ກັບ​ມາ.—ມັດ. 24:21

18, 19. ເຮົາ​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ “ຄົນ​ຮຸ່ນ​ນີ້” ແນວ​ໃດ? ແລະ​ເຮົາ​ໄດ້​ຂໍ້​ສະ​ຫຼຸບ​ຫຍັງ?

18 ຖ້າ​ຢ່າງ​ນັ້ນ ເຮົາ​ຈະ​ເຂົ້າ​ໃຈ​ຄຳ​ວ່າ: “ຄົນ​ຮຸ່ນ​ນີ້” ທີ່​ພະ​ເຍຊູ​ເວົ້າ​ເຖິງ​ແນວ​ໃດ? ຄົນ​ຮຸ່ນ​ນີ້​ໝາຍ​ເຖິງ​ຜູ້​ຖືກ​ເຈີມ 2 ກຸ່ມ​ທີ່​ມີ​ອາຍຸ​ຄາບ​ກ່ຽວ​ກັນ​ໃນ​ໄລຍະ​ໜຶ່ງ. ກຸ່ມ​ທຳອິດ​ຄື​ຜູ້​ຖືກ​ເຈີມ​ທີ່​ໄດ້​ເຫັນ​ການ​ເລີ່ມ​ຕົ້ນ​ຂອງ​ສັນຍານ​ຕ່າງໆທີ່​ເກີດ​ຂຶ້ນ​ໃນ​ປີ 1914 ແລະ​ກຸ່ມ​ທີ 2 ຄື​ຜູ້​ຖືກ​ເຈີມ​ທີ່​ມີ​ຊີວິດ​ຄາບ​ກ່ຽວ​ກັບ​ຄົນ​ກຸ່ມ​ທຳອິດ. ຢ່າງ​ໜ້ອຍ​ຜູ້​ຖືກ​ເຈີມ​ບາງ​ຄົນ​ໃນ​ກຸ່ມ​ທີ 2 ນີ້​ຈະ​ຍັງ​ມີ​ຊີວິດ​ຢູ່​ແລະ​ໄດ້​ເຫັນ​ຕອນ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ກຳລັງ​ຈະ​ມາ​ເຖິງ. ດັ່ງ​ນັ້ນ ທັງ 2 ກຸ່ມ​ນີ້​ຈຶ່ງ​ເປັນ​ຄົນ​ຮຸ່ນ​ດຽວ​ກັນ​ເພາະ​ເຂົາ​ເຈົ້າ​ເປັນ​ຜູ້​ຖືກ​ເຈີມ​ທີ່​ມີ​ຊີວິດ​ຄາບ​ກ່ຽວ​ກັນ​ໃນ​ໄລຍະ​ໜຶ່ງ. c

19 ເຮົາ​ໄດ້​ຂໍ້​ສະ​ຫຼຸບ​ຫຍັງ? ເຮົາ​ເຫັນ​ໄດ້​ວ່າ​ມີ​ເຫດການ​ຫຼາຍ​ຢ່າງ​ທີ່​ເກີດ​ຂຶ້ນ​ທົ່ວ​ໂລກ​ເຊິ່ງ​ເປັນ​ສັນຍານ​ທີ່​ຊັດເຈນ​ວ່າ​ນີ້​ເປັນ​ສະໄໝ​ທີ່​ພະ​ເຍຊູ​ກັບ​ມາ​ເພື່ອ​ເປັນ​ກະສັດ​ໃນ​ສະຫວັນ. ເຮົາ​ຍັງ​ຮູ້​ອີກ​ວ່າ​ຜູ້​ຖືກ​ເຈີມ​ທີ່​ເປັນ “ຄົນ​ຮຸ່ນ​ນີ້” ກໍ​ເຖົ້າ​ຫຼາຍ​ແລ້ວ ແຕ່​ບາງ​ຄົນ​ຈະ​ຍັງ​ບໍ່​ຕາຍ​ໄປ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ຄວາມ​ທຸກ​ລຳບາກ​ໃຫຍ່​ເລີ່ມ​ຕົ້ນ​ຂຶ້ນ. ດັ່ງ​ນັ້ນ ເຮົາ​ໄດ້​ຂໍ້​ສະ​ຫຼຸບ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ມາ​ແລະ​ປົກຄອງ​ທົ່ວ​ໂລກ​ໃນ​ອີກ​ບໍ່​ດົນ! ເປັນ​ຕາ​ຕື່ນ​ເຕັ້ນ​ແທ້ໆທີ່​ເຮົາ​ຈະ​ໄດ້​ເຫັນ​ຄຳ​ອະທິດຖານ​ທີ່​ພະ​ເຍຊູ​ສອນ​ວ່າ: “ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່” ເກີດ​ຂຶ້ນ​ແທ້ໆ!

20. ຫົວ​ຂໍ້​ສຳຄັນ​ຂອງ​ປຶ້ມ​ຫົວ​ນີ້​ຄື​ຫຍັງ ແລະ​ເຮົາ​ຈະ​ພິຈາລະນາ​ອັນ​ໃດ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ຂໍ​ເຮົາ​ຢ່າ​ລືມ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ​ກ່ຽວ​ກັບ​ລູກ​ຊາຍ​ຂອງ​ພະອົງ​ທີ່​ວ່າ: “ຈົ່ງ​ຟັງ​ພະອົງ​ເຖີ້ນ.” ພວກ​ເຮົາ​ທີ່​ເປັນ​ຄລິດສະຕຽນ​ແທ້​ຕ້ອງ​ຕັ້ງ​ໃຈ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ. ເຮົາ​ສົນ​ໃຈ​ແທ້ໆໃນ​ທຸກ​ເລື່ອງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ສອນ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ. ຫົວ​ຂໍ້​ສຳຄັນ​ຂອງ​ປຶ້ມ​ນີ້​ທີ່​ເຮົາ​ຈະ​ຮຽນ​ນຳ​ກັນ​ຄື ສິ່ງ​ທີ່​ລາຊະອານາຈັກ​ນີ້​ໄດ້​ເຮັດ​ສຳເລັດ​ໄປ​ແລ້ວ​ແລະ​ສິ່ງ​ທີ່​ຈະ​ເຮັດ​ໃນ​ອະນາຄົດ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ເຫດການ​ທີ່​ໜ້າ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະຫວັນ.

a ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ອາດ​ເຮັດ​ໃຫ້​ຜູ້​ຟັງ​ຄິດ​ເຖິງ​ອາເກລາອຶດ ລູກ​ຊາຍ​ຂອງ​ກະສັດ​ເຫໂລດ​ຜູ້​ຍິ່ງໃຫຍ່. ກ່ອນ​ເຫໂລດ​ຈະ​ເສຍ​ຊີວິດ ລາວ​ໄດ້​ແຕ່ງ​ຕັ້ງ​ອາເກລາອຶດ​ໃຫ້​ເປັນ​ຜູ້​ປົກຄອງ​ໃນ​ແຂວງ​ຢູເດ​ແລະ​ເຂດ​ອື່ນໆ. ແຕ່​ກ່ອນ​ອາເກລາອຶດ​ຈະ​ເລີ່ມ​ຕົ້ນ​ປົກຄອງ ລາວ​ຕ້ອງ​ເດີນ​ທາງ​ໄກ​ໄປ​ເມືອງ​ໂລມ​ເພື່ອ​ຮັບ​ການ​ອະນຸມັດ​ຈາກ​ກະສັດ​ເຊຊາໂອກຶດ.

b ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ເບິ່ງ​ບົດ​ທີ 9 ຂອງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?

c ຄົນ​ກຸ່ມ​ທຳອິດ​ຄື​ຄົນ​ທີ່​ໄດ້​ເຫັນ “ຕອນ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ” ໃນ​ປີ 1914 ໃຜ​ກໍ​ຕາມ​ທີ່​ຖືກ​ເຈີມ​ຫຼັງ​ຈາກ​ຄົນ​ສຸດ​ທ້າຍ​ຂອງ​ກຸ່ມ​ທຳອິດ​ເສຍ​ຊີວິດ​ໄປ ຈະ​ບໍ່​ຖືກ​ນັບ​ເປັນ “ຄົນ​ຮຸ່ນ​ນີ້.”—ມັດ. 24:8, ລ.ມ.