ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 2

ລາຊະອານາຈັກ​ຂອງ​ພະເຈົ້າ​ສ້າງ​ຕັ້ງ​ໃນ​ສະຫວັນ

ລາຊະອານາຈັກ​ຂອງ​ພະເຈົ້າ​ສ້າງ​ຕັ້ງ​ໃນ​ສະຫວັນ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ວິທີ​ທີ່​ພະ​ເຢໂຫວາ​ກຽມ​ປະຊາຊົນ​ຂອງ​ພະອົງ​ໃຫ້​ພ້ອມ​ສຳລັບ​ການ​ສ້າງ​ຕັ້ງ​ລາຊະອານາຈັກ

1, 2. ເຫດການ​ຄັ້ງ​ສຳຄັນ​ທີ່​ສຸດ​ໃນ​ປະຫວັດສາດ​ຄື​ອັນ​ໃດ? ແລະ​ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ແປກ​ໃຈ​ທີ່​ມະນຸດ​ບໍ່​ສາມາດ​ເຫັນ​ເຫດການ​ນີ້?

 ເຈົ້າ​ເຄີຍ​ສົງໄສ​ບໍ​ວ່າ ຖ້າ​ເຈົ້າ​ຢູ່​ໃນ​ໄລຍະ​ຫົວ​ລ້ຽວ​ຫົວ​ຕໍ່​ຂອງ​ປະຫວັດສາດ​ຈະ​ເປັນ​ແນວ​ໃດ? ຫຼາຍ​ຄົນ​ເຄີຍ​ສົງໄສ​ເລື່ອງ​ນີ້. ແຕ່​ເຖິງ​ແມ່ນ​ເຈົ້າ​ຈະ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ​ນັ້ນ​ແທ້ໆ ເຈົ້າ​ຈະ​ໄດ້​ເຫັນ​ເຫດການ​ຕ່າງໆທີ່​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ປ່ຽນ​ແປງ​ດ້ວຍ​ຕາ​ຕົວ​ເອງ​ບໍ? ຄົງ​ບໍ່​ເປັນ​ແບບ​ນັ້ນ! ເຫດການ​ສຳຄັນ​ທີ່​ປ່ຽນ​ແປງ​ປະຫວັດສາດ​ເຊັ່ນ: ການ​ລົບ​ລ້າງ​ການ​ປົກຄອງ​ເຊິ່ງ​ມີ​ການ​ຕົກ​ລົງ​ກັນ​ແບບ​ລັບໆ ເຖິງ​ແມ່ນ​ຄົນ​ສ່ວນ​ໃຫຍ່​ບໍ່​ຮູ້ ແຕ່​ກໍ​ສົ່ງ​ຜົນ​ກະທົບ​ຕໍ່​ຫຼາຍ​ລ້ານ​ຄົນ.

2 ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ເຫດການ​ຄັ້ງ​ສຳຄັນ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ໂລກ? ເຫດການ​ນັ້ນ​ສົ່ງ​ຜົນ​ກະທົບ​ຕໍ່​ມະນຸດ​ຫຼາຍ​ລ້ານ​ຄົນ ແຕ່​ບໍ່​ມີ​ໃຜ​ເຫັນ​ຍ້ອນ​ວ່າ​ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ສະຫວັນ ເຊິ່ງ​ກໍ​ຄື​ການ​ສ້າງ​ຕັ້ງ​ລັດຖະບານ​ເມຊີ​ທີ່​ພະເຈົ້າ​ສັນຍາ​ໄວ້​ດົນ​ແລ້ວ ລາຊະອານາຈັກ​ນີ້​ຈະ​ທຳລາຍ​ລະບົບ​ໂລກ​ທັງ​ໝົດ​ໃນ​ອີກ​ບໍ່​ດົນ. (ອ່ານ​ດານຽນ 2:34, 35, 44, 45) ເນື່ອງ​ຈາກ​ບໍ່​ມີ​ໃຜ​ເຫັນ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ນີ້ ແຕ່​ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ປິດ​ບັງ​ບໍ່​ໃຫ້​ມະນຸດ​ຮູ້​ບໍ? ຫຼື​ພະອົງ​ກຽມ​ປະຊາຊົນ​ທີ່​ສັດ​ຊື່​ໄວ້​ໃຫ້​ພ້ອມ​ກ່ອນ​ທີ່​ເຫດການ​ຈະ​ເກີດ​ຂຶ້ນ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

“ທູດ​ຂອງ​ເຮົາ . . . ຈະ​ກຽມ​ທາງ​ໄວ້​ສຳລັບ​ເຮົາ”

3-5. (ກ) ໃຜ​ຄື “ທູດ​ຕາມ​ສັນຍາ” ໃນ​ມາລາກີ 3:1? (ຂ) ເກີດ​ຫຍັງ​ຂຶ້ນ​ກ່ອນ​ທີ່ “ທູດ​ຕາມ​ສັນຍາ” ຈະ​ມາ​ທີ່​ວິຫານ?

3 ຕັ້ງ​ແຕ່​ສະໄໝ​ບູຮານ​ພະ​ເຢໂຫວາ​ຕັ້ງ​ໃຈ​ກຽມ​ປະຊາຊົນ​ຂອງ​ພະອົງ​ໃຫ້​ພ້ອມ​ສຳລັບ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ເມຊີ ຕົວຢ່າງ​ເຊັ່ນ: ຄຳ​ພະຍາກອນ​ໃນ​ມາລາກີ 3:1 (ລ.ມ.) ບອກ​ວ່າ: “ຈົ່ງ​ເບິ່ງ ເຮົາ​ຈະ​ສົ່ງ​ທູດ​ຂອງ​ເຮົາ​ໄປ​ແລະ​ເຂົາ​ຈະ​ກຽມ​ທາງ​ໄວ້​ສຳລັບ​ເຮົາ ແລ້ວ​ຕອນ​ທີ່​ບໍ່​ມີ​ໃຜ​ຄາດ​ຄິດ ຜູ້​ເປັນ​ນາຍ​ອົງ​ສູງ​ສຸດ​ທີ່​ພວກ​ເຈົ້າ​ຊອກ​ຫາ​ຢູ່​ນັ້ນ​ຈະ​ມາ​ທີ່​ວິຫານ​ຂອງ​ພະອົງ ແລະ​ທູດ​ຕາມ​ສັນຍາ​ທີ່​ເຈົ້າ​ລໍ​ຄອຍ​ດ້ວຍ​ຄວາມ​ຍິນດີ​ຈະ​ມາ​ດ້ວຍ.”

4 ຕອນ​ທີ່​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ໃນ​ປັດຈຸບັນ ພະ​ເຢໂຫວາ “ຜູ້​ເປັນ​ນາຍ​ອົງ​ສູງ​ສຸດ” ໄດ້​ມາ​ກວດ​ເບິ່ງ​ວິຫານ​ຂອງ​ພະອົງ​ເມື່ອ​ໃດ? ການ​ກວດ​ເບິ່ງ​ນີ້​ເລີ່ມ​ຕົ້ນ​ໃນ​ປີ ຄ.ສ. 1914 ຄຳ​ພະຍາກອນ​ບອກ​ວ່າ​ຕອນ​ນັ້ນ​ພະ​ເຢໂຫວາ​ກັບ “ທູດ​ຕາມ​ສັນຍາ” ຈະ​ມາ​ທີ່​ວິຫານ. ທູດ​ນັ້ນ​ແມ່ນ​ໃຜ? ກະສັດ​ເມຊີ​ຫຼື​ພະ​ເຍຊູ​ຄລິດ​ນັ້ນ​ເອງ! (ລືກາ 1:68-73) ພະ​ເຍຊູ​ເປັນ​ຜູ້​ປົກຄອງ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ເພິ່ນ​ຈະ​ມາ​ກວດ​ເບິ່ງ​ແລະ​ຫຼໍ່ຫຼອມ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທີ່​ຢູ່​ເທິງ​ໂລກ​ໃຫ້​ບໍລິສຸດ​ເຊິ່ງ​ປຽບ​ຄື​ກັບ​ຢູ່​ໃນ​ລານ​ວິຫານ​ຂອງ​ພະອົງ.—1 ເປ. 4:17

5 ໃຜ​ຄື “ທູດ” ອີກ​ຄົນ​ໜຶ່ງ​ໃນ​ມາລາກີ 3:1? ທູດ​ຄົນ​ນີ້​ຕ້ອງ​ມາ “ກຽມ​ທາງ” ໄວ້​ກ່ອນ​ທີ່​ກະສັດ​ເມຊີ​ຈະ​ກັບ​ມາ. ໃນ​ໄລຍະ​ຫຼາຍ​ສິບ​ປີ​ກ່ອນ​ຈະ​ເຖິງ​ປີ 1914 ມີ​ໃຜ​ມາ “ກຽມ​ທາງ” ໄວ້​ແທ້ໆບໍ?

6. ໃຜ​ຄື “ທູດ” ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ ເຊິ່ງ​ມາ​ເພື່ອ​ກຽມ​ປະຊາຊົນ​ໄວ້​ໃຫ້​ພ້ອມ​ສຳລັບ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ?

6 ເມື່ອ​ອ່ານ​ປຶ້ມ​ເຫຼັ້ມ​ນີ້​ເຮົາ​ຈະ​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ຕ່າງໆກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ. ໂດຍ​ເບິ່ງ​ຈາກ​ປະຫວັດສາດ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ໃນ​ປາຍ​ສະຕະວັດ​ທີ 19 ມີ​ຄົນ​ສັດ​ຊື່​ກຸ່ມ​ນ້ອຍໆທີ່​ເປັນ​ຄລິດສະຕຽນ​ແທ້​ກຸ່ມ​ດຽວ​ເຊິ່ງ​ຢູ່​ທ່າມກາງ​ຄລິດສະຕຽນ​ປອມ ຕໍ່​ມາ​ຄົນ​ກຸ່ມ​ນີ້​ເປັນ​ທີ່​ຮູ້ຈັກ​ໃນ​ຊື່ ນັກ​ສຶກສາ​ຄຳພີ​ໄບເບິນ ເຊິ່ງ​ມີ​ຜູ້​ນຳ​ຄື: ຊາລ ທີ. ຣັດ​ເຊ​ວ ແລະ​ເພື່ອນ​ຮ່ວມ​ງານ​ທີ່​ໃກ້​ຊິດ​ຂອງ​ລາວ. ເຂົາ​ເຈົ້າ​ເຮັດ​ໜ້າ​ທີ່​ເປັນ “ທູດ” ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ ໂດຍ​ຊີ້​ນຳ​ແລະ​ກຽມ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ພ້ອມ​ສຳລັບ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ “ທູດ” ໄດ້​ເຮັດ​ສິ່ງ​ທີ່​ສຳຄັນ 4 ຢ່າງ​ອັນ​ໃດ​ເພື່ອ​ກຽມ​ທາງ​ໄວ້?

ນະມັດສະການ​ດ້ວຍ​ຄວາມ​ຈິງ

7, 8. (ກ) ປະມານ​ປີ 1850 ໃຜ​ເລີ່ມ​ເປີດໂປງ​ຄຳ​ສອນ​ຕົວະ​ເລື່ອງ​ວິນຍານ​ອະມະຕະ? (ຂ) ຊີ. ທີ. ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ໄດ້​ເປີດໂປງ​ຄຳ​ສອນ​ຕົວະ​ຫຍັງ​ອີກ?

7 ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ອະທິດຖານ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເລື່ອງ​ທີ່​ຈະ​ສຶກສາ ມີ​ຄວາມ​ເຫັນ​ກົງ​ກັນ ລວບລວມ ແລະ​ຈັດ​ພິມ​ຫຼັກ​ຄວາມ​ຈິງ​ທີ່​ຊັດເຈນ. ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ທີ່​ຄລິດ​ສາສະໜາ​ຈັກ​ຢູ່​ໃນ​ຄວາມ​ມືດ ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຄວາມ​ຈິງ​ຂອງ​ພະເຈົ້າ ຄຳ​ສອນ​ຫຼາຍ​ຂໍ້​ຂອງ​ຄລິດ​ສາສະໜາ​ຈັກ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ທຳນຽມ​ນອກ​ຮີດ. ຕົວຢ່າງ​ໜຶ່ງ​ທີ່​ເຫັນ​ໄດ້​ແຈ້ງ​ກໍ​ຄື​ຄຳ​ສອນ​ເລື່ອງ​ວິນຍານ​ອະມະຕະ. ປະມານ​ປີ 1850 ຄົນ​ທີ່​ຈິງ​ໃຈ​ເຊັ່ນ: ເຮັນຣີ ກຣິວ​ກັບ​ຈອດ ສະ​ເຕັດ​ສັນ ແລະ​ຈອດ ສະ​ຕໍ​ຣ ໄດ້​ສຶກສາ​ຄຳພີ​ໄບເບິນ​ແລະ​ພົບ​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ເລື່ອງ​ວິນຍານ​ອະມະຕະ ເຂົາ​ເຈົ້າ​ຈຶ່ງ​ຂຽນ​ແລະ​ບັນລະຍາຍ​ເລື່ອງ​ນີ້​ຢ່າງ​ກ້າຫານ ເປີດໂປງ​ຄຳ​ຕົວະ​ທີ່​ມາ​ຈາກ​ຊາຕານ. a ສິ່ງ​ທີ່​ເຂົາ​ເຈົ້າ​ຂຽນ​ໄດ້​ຊ່ວຍ​ໃຫ້ ຊີ. ທີ. ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ເຂົ້າ​ໃຈ​ຂໍ້​ພະ​ຄຳພີ​ຕ່າງໆຫຼາຍ​ຂຶ້ນ.

8 ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນ້ອຍໆພົບ​ວ່າ​ຫຼັກ​ຄຳ​ສອນ​ອື່ນ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ວິນຍານ​ອະມະຕະ​ກໍ​ເປັນ​ຄຳ​ສອນ​ຕົວະ​ແລະ​ເຮັດ​ໃຫ້​ຜູ້​ຄົນ​ສັບສົນ​ນຳ​ອີກ ເຊັ່ນ: ຄຳ​ສອນ​ທີ່​ວ່າ​ຄົນ​ດີ​ທຸກ​ຄົນ​ຈະ​ໄປ​ສະຫວັນ ຫຼື​ຄຳ​ສອນ​ທີ່​ວ່າ​ພະເຈົ້າ​ທໍລະມານ​ວິນຍານ​ຊົ່ວ​ໃນ​ໄຟ​ນະ​ລົກ​ຕະຫຼອດ​ການ. ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ໄດ້​ເປີດໂປງ​ຄຳ​ສອນ​ຕົວະ​ເຫຼົ່າ​ນີ້​ໂດຍ​ຈັດ​ພິມ​ບົດ​ຄວາມ ປຶ້ມ ໃບ​ປິວ ແຜ່ນ​ພັບ ແລະ​ຄຳ​ເທດ​ໃນ​ໜັງສື​ພິມ.

9. ຫໍສັງເກດການ ໄດ້​ເປີດໂປງ​ຄຳ​ສອນ​ຕົວະ​ເລື່ອງ​ຕີເອການຸພາບ​ແນວ​ໃດ?

9 ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ເປີດໂປງ​ຄຳ​ສອນ​ຕົວະ​ເລື່ອງ​ຕີເອການຸພາບ​ທີ່​ແຜ່​ອອກ​ໄປ​ຢ່າງ​ກວ້າງ​ຂວາງ. ວາລະສານ​ຫໍສັງເກດການ​ແຫ່ງ​ຊີໂອນ b ປີ 1887 ບອກ​ວ່າ: “ຂໍ້​ພະ​ຄຳພີ​ຕ່າງໆອະທິບາຍ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ບໍ່​ແມ່ນ​ບຸກ​ຄົນ​ດຽວ​ກັນ ພະ​ເຢໂຫວາ​ເປັນ​ພໍ່ ແລະ​ພະ​ເຍຊູ​ເປັນ​ລູກ.” ຫຼັງ​ຈາກ​ນັ້ນ ບົດ​ຄວາມ​ນີ້​ຍັງ​ຊີ້​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ແປກ​ຫຼາຍ​ທີ່ “ຄົນ​ທົ່ວໄປ​ຍອມ​ຮັບ​ແລະ​ຖື​ວ່າ​ແນວ​ຄິດ​ເລື່ອງ​ພະເຈົ້າ 3 ອົງ​ລວມ​ເປັນ​ອົງ​ດຽວ​ກັນ​ເປັນ​ເລື່ອງ​ສຳຄັນ ທັງໆທີ່​ຄຳ​ສອນ​ເລື່ອງ​ນີ້​ບໍ່​ມີ​ໃນ​ຄຳພີ​ໄບເບິນ​ເລີຍ ແຕ່​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ຄລິດ​ສາສະໜາ​ຈັກ​ຫຼັບ​ຫູ​ຫຼັບ​ຕາ​ເຊື່ອ​ໂດຍ​ບໍ່​ສົນ​ໃຈ​ຄຳ​ຕົວະ​ທີ່​ຊາຕານ​ເຜີຍ​ແຜ່.”

10. ຫໍສັງເກດການ ຊີ້​ໃຫ້​ເຫັນ​ວ່າ​ປີ 1914 ສຳຄັນ​ແນວ​ໃດ?

10 ວາລະສານ​ຫໍສັງເກດການ​ແຫ່ງ​ຊີໂອນ ມີ​ຊື່​ເຕັມ​ວ່າ: ຫໍສັງເກດການ​ແຫ່ງ​ຊີໂອນ​ແລະ​ຜູ້​ປ່າວ​ປະກາດ​ເຖິງ​ສະໄໝ​ທີ່​ພະ​ຄລິດ​ກັບ​ມາ. ວາລະສານ​ນີ້​ເນັ້ນ​ເຖິງ​ຄຳ​ພະຍາກອນ​ທີ່​ກ່ຽວ​ຂ້ອງ​ກັບ​ສະໄໝ​ທີ່​ພະ​ຄລິດ​ຈະ​ກັບ​ມາ ຜູ້​ຂຽນ​ວາລະສານ​ເຊິ່ງ​ເປັນ​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ເຂົ້າ​ໃຈ​ວ່າ​ຄຳ​ສອນ​ຂອງ​ດານຽນ​ເລື່ອງ “ຍາມ​ທັງ​ເຈັດ” ໄດ້​ຊີ້​ເຖິງ​ເວລາ​ທີ່​ພະເຈົ້າ​ຈະ​ຕັ້ງ​ລາຊະອານາຈັກ​ເມຊີ. ເມື່ອ​ເຖິງ​ປີ 1876 ກໍ​ມີ​ການ​ລະບຸ​ວ່າ​ປີ 1914 ຈະ​ເປັນ​ປີ​ທີ່​ຍາມ​ທັງ​ເຈັດ​ສິ້ນ​ສຸດ​ລົງ. (ດາ. 4:25; ລືກາ 21:24) ເຖິງ​ແມ່ນ​ວ່າ​ພີ່​ນ້ອງ​ໃນ​ສະໄໝ​ນັ້ນ​ຍັງ​ບໍ່​ເຂົ້າ​ໃຈ​ແທ້ໆວ່າ​ປີ​ນັ້ນ​ຈະ​ເກີດ​ຫຍັງ​ຂຶ້ນ ແຕ່​ເຂົາ​ເຈົ້າ​ກໍ​ປະກາດ​ສິ່ງ​ທີ່​ໄດ້​ຮູ້​ອອກ​ໄປ​ຢ່າງ​ກວ້າງ​ຂວາງ ແລະ​ຍັງ​ສົ່ງ​ຜົນ​ຈົນ​ເຖິງ​ທຸກ​ມື້​ນີ້.

11, 12. (ກ) ພີ່​ນ້ອງ​ຣັດ​ເຊ​ວ​ໃຫ້​ກຽດ​ໃຜ​ໃນ​ສິ່ງ​ທີ່​ລາວ​ສອນ? (ຂ) ວຽກ​ທີ່​ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ໄດ້​ເຮັດ​ເພື່ອ​ປົກ​ປ້ອງ​ຄວາມ​ຈິງ​ຕະຫຼອດ​ຫຼາຍ​ສິບ​ປີ​ກ່ອນ​ຈະ​ເຖິງ​ປີ 1914 ສຳຄັນ​ຂະໜາດ​ໃດ?

11 ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ທີ່​ສັດ​ຊື່​ບໍ່​ໄດ້​ຍົກຍ້ອງ​ຕົວ​ເອງ​ວ່າ​ເປັນ​ຄົນ​ພົບ​ຄວາມ​ຈິງ​ທີ່​ສຳຄັນ​ໃນ​ຄຳພີ​ໄບເບິນ. ສ່ວນ​ຫຼາຍ​ແລ້ວ​ຣັດ​ເຊ​ວ​ໃຫ້​ກຽດ​ຄົນ​ທີ່​ຄົ້ນ​ຫາ​ຄວາມ​ຈິງ​ກ່ອນ​ໜ້າ​ລາວ. ແຕ່​ສຳຄັນ​ທີ່​ສຸດ​ຄື ລາວ​ໃຫ້​ກຽດ​ພະ​ເຢໂຫວາ​ພະເຈົ້າ​ວ່າ​ເປັນ​ຜູ້​ທີ່​ສອນ​ປະຊາຊົນ​ຂອງ​ພະອົງ​ໃຫ້​ຮູ້​ສິ່ງ​ທີ່​ຄວນ​ຮູ້​ໃນ​ເວລາ​ທີ່​ເໝາະ​ສົມ. ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ​ໃນ​ການ​ແຍກ​ຄຳ​ສອນ​ຈິງ​ອອກ​ຈາກ​ຄຳ​ສອນ​ປອມ ຍິ່ງ​ເວລາ​ຜ່ານ​ໄປ​ເຂົາ​ເຈົ້າ​ກໍ​ຍິ່ງ​ແຕກຕ່າງ​ແລະ​ແຍກ​ຕົວ​ອອກ​ຈາກ​ຄລິດ​ສາສະໜາ​ຈັກ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.

ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ປົກ​ປ້ອງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ

12 ເປັນ​ຕາ​ງຶດ​ທີ່​ຜູ້​ສັດ​ຊື່​ເຫຼົ່າ​ນີ້​ໄດ້​ປົກ​ປ້ອງ​ຄວາມ​ຈິງ​ມາ​ຕະຫຼອດ​ຫຼາຍ​ສິບ​ປີ​ກ່ອນ​ຈະ​ເຖິງ​ປີ 1914! ຫໍສັງເກດການ 1 ພະຈິກ 1917 ບອກ​ວ່າ: “ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຫຼຸດ​ພົ້ນ​ຈາກ​ຄວາມ​ຢ້ານ​ທີ່​ເກີດ​ຈາກ​ຄຳ​ສອນ​ເລື່ອງ​ໄຟ​ນະ​ລົກ​ແລະ​ຄຳ​ສອນ​ຕົວະ​ອື່ນໆ . . . ຄວາມ​ຈິງ​ເປັນ​ຄື​ກັບ​ຄື້ນ​ໃນ​ທະເລ​ທີ່​ເລີ່ມ​ກໍ່​ຕົວ​ຂຶ້ນ​ເມື່ອ 40 ກວ່າ​ປີ​ກ່ອນ ຄື້ນ​ນີ້​ສູງ​ຂຶ້ນ​ເລື້ອຍໆແລະ​ຈະ​ສູງ​ຂຶ້ນ​ຈົນ​ເຕັມ​ໂລກ ສັດຕູ​ຂອງ​ຄວາມ​ຈິງ​ບໍ່​ສາມາດ​ຢຸດ​ຢັ້ງ​ຄື້ນ​ຍັກ​ນີ້​ໄດ້ ຄວາມ​ຈິງ​ຈະ​ຕ້ອງ​ແຜ່​ອອກ​ໄປ​ທົ່ວ​ທຸກ​ບ່ອນ​ຂອງ​ໂລກ.”

13, 14. (ກ) “ທູດ” ໄດ້​ມາ​ກຽມ​ທາງ​ໄວ້​ໃຫ້​ກະສັດ​ເມຊີ​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ອັນ​ໃດ​ໄດ້​ຈາກ​ພີ່​ນ້ອງ​ຂອງ​ເຮົາ​ທີ່​ມີ​ຊີວິດ​ຢູ່​ເມື່ອ 100 ກວ່າ​ປີ​ກ່ອນ?

13 ລອງ​ຄິດ​ເບິ່ງ ຖ້າ​ປະຊາຊົນ​ຂອງ​ພະເຈົ້າ​ແຍກ​ບໍ່​ອອກ​ວ່າ​ພະ​ເຍຊູ​ເປັນ​ລູກ​ແລະ​ພະ​ເຢໂຫວາ​ເປັນ​ພໍ່ ເຂົາ​ເຈົ້າ​ຈະ​ກຽມ​ພ້ອມ​ໃນ​ຕອນ​ທີ່​ພະ​ຄລິດ​ກັບ​ມາ​ໄດ້​ແນວ​ໃດ? ຖ້າ​ເຂົາ​ເຈົ້າ​ຄິດ​ວ່າ​ຊີວິດ​ອະມະຕະ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ຢູ່​ແລ້ວ ບໍ່​ແມ່ນ​ຂອງ​ຂວັນ​ທີ່​ພະເຈົ້າ​ຈະ​ມອບ​ໃຫ້​ສະເພາະ​ຄົນ​ຈຳນວນ​ໜ້ອຍ​ທີ່​ຕິດ​ຕາມ​ພະ​ເຍຊູ ຫຼື​ຖ້າ​ເຂົາ​ເຈົ້າ​ຄິດ​ວ່າ​ພະເຈົ້າ​ທໍລະມານ​ຜູ້​ຄົນ​ຕະຫຼອດ​ການ​ໃນ​ໄຟ​ນະ​ລົກ ເຂົາ​ເຈົ້າ​ຈະ​ກຽມ​ພ້ອມ​ໄດ້​ບໍ? ບໍ່​ໄດ້​ແທ້ໆ! ເຫັນ​ໄດ້​ແຈ້ງ​ວ່າ “ທູດ” ໄດ້​ມາ​ກຽມ​ທາງ​ໄວ້​ສຳລັບ​ກະສັດ​ເມຊີ!

14 ແລ້ວ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ເດ? ເຮົາ​ຈະ​ຮຽນ​ຫຍັງ​ໄດ້​ຈາກ​ພີ່​ນ້ອງ​ຂອງ​ເຮົາ​ທີ່​ມີ​ຊີວິດ​ຢູ່​ເມື່ອ 100 ກວ່າ​ປີ​ທີ່​ຜ່ານ​ມາ? ເຮົາ​ຕ້ອງ​ໝັ່ນ​ອ່ານ​ແລະ​ສຶກສາ​ຄຳ​ສອນ​ຂອງ​ພະເຈົ້າ​ຄື​ກັບ​ເຂົ້າ​ເຈົ້າ. (ໂຢ. 17:3) ໃນ​ຂະນະ​ທີ່​ໂລກ​ນີ້​ມີ​ແຕ່​ຄົນ​ທີ່​ນິຍົມ​ວັດຖຸ​ແລະ​ບໍ່​ສົນ​ໃຈ​ຄວາມ​ຮູ້​ຂອງ​ພະເຈົ້າ ຂໍ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ຫິວ​ກະຫາຍ​ຢາກ​ໄດ້​ຄວາມ​ຮູ້​ຂອງ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆ!—ອ່ານ 1 ຕີໂມເຕ 4:15

“ພວກ​ຂອງ​ເຮົາ​ເອີຍ ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ​ເຖີ້ນ”

15. ນັກ​ສຶກສາ​ຄຳພີ​ໄບເບິນ​ຄ່ອຍໆເຂົ້າ​ໃຈ​ເລື່ອງ​ຫຍັງ? (ເບິ່ງ​ໄຂ​ເງື່ອນ.)

15 ນັກ​ສຶກສາ​ຄຳພີ​ໄບເບິນ​ສອນ​ວ່າ​ຕ້ອງ​ອອກ​ຈາກ​ຄລິດ​ສາສະໜາ​ຈັກ. ຫໍສັງເກດການ ປີ 1879 ເວົ້າ​ເຖິງ “ສາສະໜາ​ນິກາຍ​ຕ່າງໆຂອງ​ໂລກ” ນີ້​ໝາຍ​ເຖິງ​ອຳນາດ​ຂອງ​ສັນຕະປາປາ​ບໍ? ຫຼື​ຄລິດຕະຈັກ​ກາໂຕລິກ​ບໍ? ຄົນ​ທີ່​ເປັນ​ໂປ​ຣ​ແຕ​ສະ​ຕັງ​ບອກ​ວ່າ: ຄຳ​ວ່າ​ບາບີໂລນ​ມີ​ຄວາມ​ໝາຍ​ແບບ​ນັ້ນ ແຕ່​ນັກ​ສຶກສາ​ຄຳພີ​ໄບເບິນ​ຄ່ອຍໆເຂົ້າ​ໃຈ​ວ່າ: “ບາບີໂລນ” ໃນ​ສະໄໝ​ປັດຈຸບັນ​ກໍ​ຄື​ຄລິດ​ສາສະໜາ​ຈັກ​ທຸກ​ນິກາຍ ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ? ຍ້ອນ​ວ່າ​ເຂົາ​ເຈົ້າ​ສອນ​ເລື່ອງ​ທີ່​ບໍ່​ເປັນ​ຄວາມ​ຈິງ​ເຊິ່ງ​ເຮົາ​ກໍ​ໄດ້​ອ່ານ​ໄປ​ແລ້ວ. c ຕໍ່​ມາ​ປຶ້ມ​ຂອງ​ເຮົາ​ກໍ​ໄດ້​ອະທິບາຍ​ຢ່າງ​ຈະ​ແຈ້ງ​ຂຶ້ນ​ເລື້ອຍໆວ່າ​ຄົນ​ທີ່​ຈິງ​ໃຈ​ຄວນ​ລາ​ອອກ​ຈາກ​ການ​ເປັນ​ສະມາຊິກ​ຂອງ​ສາສະໜາ​ທີ່​ມາ​ຈາກ​ບາບີໂລນ.

16, 17. (ກ) ປຶ້ມ​ຮຸ່ງ​ອະລຸນ​ແຫ່ງ​ລັດ​ສະໄໝ​ພັນ​ປີ ເຫຼັ້ມ 3 ແລະ​ຫໍສັງເກດການ ສະໜັບສະໜູນ​ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ສາສະໜາ​ປອມ​ໃຫ້​ເຮັດ​ຫຍັງ? (ຂ) ອັນ​ໃດ​ເຮັດ​ໃຫ້​ຄຳ​ເຕືອນ​ໃນ​ສະໄໝ​ນັ້ນ​ບໍ່​ຄ່ອຍ​ໄດ້​ຜົນ? (ເບິ່ງ​ໄຂ​ເງື່ອນ)

16 ຕົວຢ່າງ​ເຊັ່ນ: ໃນ​ປີ 1891 ປຶ້ມ​ຮຸ່ງ​ອະລຸນ​ແຫ່ງ​ລັດ​ສະໄໝ​ພັນ​ປີ​ເຫຼັ້ມ 3 (ພາສາ​ອັງກິດ) ບອກ​ວ່າ: ພະເຈົ້າ​ບໍ່​ຍອມ​ຮັບ​ບາບີໂລນ​ໃນ​ສະໄໝ​ປັດຈຸບັນ ແຕ່​ຈະ​ເອີ້ນ​ຄົນ​ທີ່ ‘ບໍ່​ເຫັນ​ດີ​ກັບ​ຄຳ​ສອນ​ປອມ​ແລະ​ພິທີ​ທາງ​ສາສະໜາ​ຂອງ​ບາບີໂລນ​ໃຫ້​ອອກ​ມາ.’

17 ເພື່ອ​ຊ່ວຍ​ຄົນ​ທີ່​ຍັງ​ບໍ່​ໄດ້​ລາ​ອອກ​ຈາກ​ການ​ເປັນ​ສະມາຊິກ​ຂອງ​ຄລິດ​ສາສະໜາ​ຈັກ​ແລະ​ຍັງ​ແກ້​ຕົວ​ໂດຍ​ອ້າງ​ວ່າ: “ຂ້ອຍ​ຮູ້​ວ່າ​ນີ້​ເປັນ​ຄວາມ​ຈິງ ແລະ​ຂ້ອຍ​ກໍ​ເກືອບ​ຈະ​ບໍ່​ໄດ້​ໄປ​ໂບດ​ເລີຍ.” ຫໍສັງເກດການ ມັງກອນ 1900 ຈຶ່ງ​ຕັ້ງ​ຄຳຖາມ​ວ່າ: ‘ຖືກຕ້ອງ​ບໍ​ທີ່​ຈະ​ມົວ​ແຕ່​ຢຽບ​ເຮືອ​ສອງ​ແຄມ​ບໍ່​ຍອມ​ອອກ​ຈາກ​ບາບີໂລນ? ພະເຈົ້າ​ພໍ​ໃຈ ຍອມ​ຮັບ ແລະ​ຮຽກ​ຮ້ອງ​ການ​ເຊື່ອ​ຟັງ​ແບບ​ນັ້ນ​ບໍ? ບໍ່​ເລີຍ! ຄົນ [ທີ່​ເປັນ​ສະມາຊິກ​ຂອງ​ໂບດ] ໄດ້​ເຮັດ​ສັນຍາ​ຢ່າງ​ເປັນ​ທາງ​ການ​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ສະມາຊິກ ແລະ​ຕ້ອງການ​ເຮັດ​ຕາມ​ເງື່ອນ​ໄຂ​ຕ່າງໆໃນ​ສັນຍາ​ນັ້ນ​ຢ່າງ​ສັດ​ຊື່​ຈົນ​ກວ່າ​ຈະ . . . ປະກາດ​ຍົກ​ເລີກ​ການ​ເປັນ​ສະມາຊິກ​ຢ່າງ​ເປັນ​ທາງ​ການ.’ ເມື່ອ​ເວລາ​ຜ່ານ​ໄປ ຄຳ​ແນະນຳ​ກໍ​ຈະ​ແຈ້ງ​ຂຶ້ນ. d ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ລາ​ອອກ​ແລະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ສາສະໜາ​ປອມ​ຢ່າງ​ເດັດ​ຂາດ.

18. ເປັນ​ຫຍັງ​ຜູ້​ຄົນ​ຕ້ອງ​ອອກ​ມາ​ຈາກ​ບາບີໂລນ​ໃຫຍ່?

18 ຖ້າ​ບໍ່​ໄດ້​ຮັບ​ຄຳ​ເຕືອນ​ເປັນ​ປະຈຳ​ວ່າ​ໃຫ້​ອອກ​ຈາກ​ບາບີໂລນ​ໃຫຍ່ ກຸ່ມ​ຜູ້​ຮັບໃຊ້​ທີ່​ເປັນ​ຜູ້​ຖືກ​ເຈີມ​ທີ່​ຢູ່​ເທິງ​ໂລກ​ຄົງ​ຈະ​ບໍ່​ພ້ອມ​ໃນ​ຕອນ​ທີ່​ພະ​ຄລິດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ. ສະເພາະ​ຄລິດສະຕຽນ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ບາບີໂລນ​ໃຫຍ່​ເທົ່າ​ນັ້ນ​ທີ່​ສາມາດ​ນະມັດສະການ​ພະ​ເຢໂຫວາ​ດ້ວຍ ‘ວິນຍານ​ແລະ​ຄວາມ​ຈິງ.’ (ໂຢ. 4:24) ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ໄດ້​ຕັ້ງ​ໃຈ​ທີ່​ຈະ​ບໍ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ​ຄື​ກັບ​ເຂົາ​ເຈົ້າ​ບໍ? ຂໍ​ໃຫ້​ເຮົາ​ເຊື່ອ​ຟັງ​ຄຳ​ສອນ​ຂອງ​ພະເຈົ້າ​ຕໍ່ໆໄປ​ທີ່​ບອກ​ວ່າ: “ພວກ​ຂອງ​ເຮົາ​ເອີຍ ຈົ່ງ​ອອກ​ມາ​ຈາກ​ເມືອງ​ນັ້ນ​ເຖີ້ນ”!—ອ່ານ​ຄຳປາກົດ 18:4

ນະມັດສະການ​ຮ່ວມ​ກັນ

19, 20. ຫໍສັງເກດການ ໄດ້​ສະໜັບສະໜູນ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ມາ​ນະມັດສະການ​ຮ່ວມ​ກັນ?

19 ນັກ​ສຶກສາ​ຄຳພີ​ໄບເບິນ​ສອນ​ວ່າ​ທຸກ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຄວນ​ນະມັດສະການ​ຮ່ວມ​ກັນ​ໃນ​ທຸກ​ບ່ອນ​ທີ່​ສາມາດ​ເຮັດ​ໄດ້. ສຳລັບ​ຄລິດສະຕຽນ​ແທ້ ພຽງ​ແຕ່​ອອກ​ຈາກ​ສາສະໜາ​ປອມ​ກໍ​ຍັງ​ບໍ່​ພໍ ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ຮ່ວມ​ການ​ນະມັດສະການ​ແທ້. ຕັ້ງ​ແຕ່​ຫໍສັງເກດການ​ສະບັບ​ທຳອິດ​ກໍ​ໄດ້​ສະໜັບສະໜູນ​ຜູ້​ອ່ານ​ໃຫ້​ນະມັດສະການ​ຮ່ວມ​ກັນ ຕົວຢ່າງ​ເຊັ່ນ: ໃນ​ເດືອນ​ກໍລະກົດ ປີ 1880 ພີ່​ນ້ອງ​ຣັດ​ເຊ​ວ ລາຍງານ​ວ່າ: ຕອນ​ທີ່​ເດີນ​ທາງ​ໄປ​ບັນລະຍາຍ​ຢູ່​ສະຖານ​ທີ່​ຕ່າງໆລາວ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ. ລາວ​ໄດ້​ກະຕຸ້ນ​ຜູ້​ອ່ານ​ໃຫ້​ຂຽນ​ຂໍ້​ຄວາມ​ສັ້ນໆເພື່ອ​ເລົ່າ​ວ່າ​ເຂົາ​ເຈົ້າ​ກ້າວ​ໜ້າ​ໄປ​ຮອດ​ຂັ້ນ​ໃດ​ແລ້ວ ພີ່​ນ້ອງ​ຣັດ​ເຊ​ວ​ໄດ້​ເລືອກ​ປະສົບການ​ຂອງ​ບາງ​ຄົນ​ມາ​ລົງ​ໃນ​ວາລະສານ​ເພື່ອ “ເຮົາ​ທຸກ​ຄົນ​ຈະ​ໄດ້​ຮູ້​ວ່າ . . . ພະເຈົ້າ​ອວຍ​ພອນ​ເຈົ້າ​ແນວ​ໃດ ແລະ​ເຈົ້າ​ໄດ້​ໄປ​ປະຊຸມ​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເປັນ​ປະຈຳ​ຫຼື​ບໍ.”

ຊາລ ຣັດ​ເຊ​ວ ແລະ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ສະໄໝ​ທຳອິດ ທີ່​ເມືອງ ໂຄ​ເປ​ນຮາ​ເກນ ປະເທດ​ແດນ​ມາກ​ໃນ​ປີ 1909

20 ໃນ​ຫໍສັງເກດການ ປີ 1882 ໄດ້​ລົງ​ບົດ​ຄວາມ​ເລື່ອງ “ມາ​ປະຊຸມ​ຮ່ວມ​ກັນ” ເຊິ່ງ​ແນະນຳ​ໃຫ້​ຄລິດສະຕຽນ​ມາ​ປະຊຸມ​ກັນ “ເພື່ອ​ໃຫ້​ກຳລັງ​ໃຈ ຊ່ວຍ​ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັນ​ແລະ​ກັນ.” ບົດ​ຄວາມ​ນັ້ນ​ຍັງ​ບອກ​ອີກ​ວ່າ: “ບໍ່​ສຳຄັນ​ວ່າ​ໃຜ​ຈະ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຫຼາຍ​ໜ້ອຍ​ສ່ຳ​ໃດ ຂໍ​ພຽງ​ເຮົາ​ແຕ່​ລະ​ຄົນ​ເອົາ​ຄຳພີ​ໄບເບິນ​ຂອງ​ຕົວ​ເອງ​ມາ ເອົາ​ເຈ້ຍ​ແລະ​ເອົາ​ສໍ​ມາ​ແລ້ວ​ພະຍາຍາມ​ໃຊ້​ປຶ້ມ​ສັບ​ສຳພັນ​ຂອງ​ຄຳພີ​ໄບເບິນ​ໃຫ້​ຫຼາຍ​ທີ່​ສຸດ . . . ເທົ່າ​ທີ່​ຈະ​ເຮັດ​ໄດ້. ເລືອກ​ຫົວ​ຂໍ້​ທີ່​ເຈົ້າ​ສົນ​ໃຈ ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ໃຈ. ຈາກ​ນັ້ນ​ກໍ​ອ່ານ ຄິດ ແລ້ວ​ເອົາ​ຂໍ້​ພະ​ຄຳພີ​ຕ່າງໆມາ​ທຽບ​ກັນ ແລະ​ເຈົ້າ​ກໍ​ຈະ​ໄດ້​ພົບ​ຄວາມ​ຈິງ.”

21. ນັກ​ສຶກສາ​ຄຳພີ​ໄບເບິນ​ຢູ່​ເມືອງ​ແອນ​ເລ​ເກ​ນີ ລັດ​ເພນຊິລເວເນຍ​ໄດ້​ວາງ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ປະຊຸມ​ແລະ​ການ​ບຳລຸງ​ລ້ຽງ​ແນວ​ໃດ?

21 ນັກ​ສຶກສາ​ຄຳພີ​ໄບເບິນ​ມີ​ສຳນັກງານ​ໃຫຍ່​ຢູ່​ທີ່​ເມືອງ​ແອນ​ເລ​ເກ​ນີ ລັດ​ເພນຊິລເວເນຍ ສະຫະລັດ​ອາ​ເມຣິ​ກາ. ເຂົາ​ເຈົ້າ​ໄດ້​ວາງ​ແບບ​ຢ່າງ​ທີ່​ດີ​ໂດຍ​ປະຊຸມ​ຮ່ວມ​ກັນ​ໃນ​ທີ່​ນັ້ນ​ຕາມ​ຄຳ​ແນະນຳ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ບັນທຶກ​ໄວ້​ທີ່​ເຫບເລີ 10:24, 25 (ອ່ານ). ຫຼາຍ​ສິບ​ປີ​ຜ່ານ​ໄປ ພີ່​ນ້ອງ​ສູງ​ອາຍຸ​ຄົນ​ໜຶ່ງ​ທີ່​ຊື່ ຊາລ ເຄ​ເປິ​ນ ໄດ້​ເລົ່າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລາວ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕອນ​ເປັນ​ເດັກ​ນ້ອຍ​ວ່າ: “ຂ້ອຍ​ບໍ່​ລືມ​ພະ​ຄຳພີ​ຂໍ້​ໜຶ່ງ​ທີ່​ຂຽນ​ໄວ້​ເທິງ​ຝາ​ຫໍ​ປະຊຸມ​ໃຫຍ່​ທີ່​ວ່າ: ‘ພະ​ຄລິດ​ແມ່ນ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ອາຈານ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ທ່ານ​ທັງ​ຫຼາຍ​ເປັນ​ພີ່​ນ້ອງ​ກັນ​ທຸກ​ຄົນ.’ ຂ້ອຍ​ມັກ​ຂໍ້​ພະ​ຄຳພີ​ນີ້​ຫຼາຍ ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ມີ​ການ​ແບ່ງ​ຊົນ​ຊັ້ນ​ວັນ​ນະ​ລະຫວ່າງ​ນັກ​ບວດ​ກັບ​ຄົນ​ທຳມະດາ.” (ມັດ. 23:8) ພີ່​ນ້ອງ​ເຄ​ເປິ​ນ​ຍັງ​ເລົ່າ​ອີກ​ວ່າ ການ​ປະຊຸມ​ນັ້ນ​ເຮັດ​ໃຫ້​ສົດ​ຊື່ນ ອົບອຸ່ນ ແລະ​ມີ​ກຳລັງ​ໃຈ ລາວ​ຈື່​ໄດ້​ວ່າ​ພີ່​ນ້ອງ​ຣັດ​ເຊ​ວ​ບຳລຸງ​ລ້ຽງ​ພີ່​ນ້ອງ​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ເປັນ​ຢ່າງ​ດີ.

22. ເມື່ອ​ມີ​ການ​ສະໜັບສະໜູນ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ ຄົນ​ທີ່​ສັດ​ຊື່​ຕອບ​ຮັບ​ແນວ​ໃດ? ແລະ​ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ເຂົາ​ເຈົ້າ?

22 ເມື່ອ​ໄດ້​ເຫັນ​ຕົວຢ່າງ​ທີ່​ດີ ຄົນ​ທີ່​ສັດ​ຊື່​ກໍ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ. ໄດ້​ມີ​ການ​ກໍ່​ຕັ້ງ​ປະຊາຄົມ​ຂຶ້ນ​ໃນ​ເມືອງ​ອື່ນໆເຊັ່ນ: ໂອ​ຮາຍ​ໂອ​ແລະ​ມິ​ຊິ​ແກນ ຕໍ່​ມາ​ກໍ​ທົ່ວ​ອາ​ເມຣິ​ກາ​ເໜືອ​ແລະ​ໃນ​ປະເທດ​ອື່ນໆອີກ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ຄົນ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ຈະ​ພ້ອມ​ບໍ​ເມື່ອ​ພະ​ຄລິດ​ກັບ​ມາ ຖ້າ​ເຂົາ​ເຈົ້າ​ບໍ່​ຖືກ​ຝຶກ​ສອນ​ໃຫ້​ເຊື່ອ​ຟັງ​ຄຳ​ແນະນຳ​ຈາກ​ພະເຈົ້າ​ທີ່​ໃຫ້​ມາ​ປະຊຸມ​ເພື່ອ​ນະມັດສະການ​ຮ່ວມ​ກັນ? ຄົງ​ຈະ​ບໍ່​ພ້ອມ​ແທ້ໆ! ແລ້ວ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ເດ? ເຮົາ​ກໍ​ຕ້ອງ​ຕັ້ງ​ໃຈ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ເປັນ​ປະຈຳ ຫາ​ໂອກາດ​ນະມັດສະການ​ຮ່ວມ​ກັນ​ເປັນ​ປະຈຳ ແລະ​ເວົ້າ​ໃຫ້​ກຳລັງ​ໃຈ​ກັນ​ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ.

ກະຕືລືລົ້ນ​ໃນ​ການ​ປະກາດ

23. ຫໍສັງເກດການ​ບອກ​ວ່າ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ຕ້ອງ​ເຮັດ​ຫຍັງ?

23 ນັກ​ສຶກສາ​ຄຳພີ​ໄບເບິນ​ສອນ​ວ່າ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ຕ້ອງ​ເປັນ​ຜູ້​ປະກາດ​ຄວາມ​ຈິງ. ໃນ​ປີ 1885 ຫໍສັງເກດການ ບອກ​ວ່າ: “ເຮົາ​ບໍ່​ຄວນ​ລືມ​ວ່າ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປະກາດ (ເອຊາ. 61:1) ເຂົາ​ເຈົ້າ​ຖືກ​ເອີ້ນ​ໃຫ້​ມາ​ເຮັດ​ວຽກ​ຮັບໃຊ້.” ໃນ​ສະບັບ​ປີ 1888 ມີ​ຂໍ້​ຄວາມ​ທີ່​ກະຕຸ້ນ​ໃຈ​ວ່າ: “ເຮົາ​ໄດ້​ຮັບ​ຄຳ​ສັ່ງ​ຊັດເຈນ . . . ຖ້າ​ເຮົາ​ບໍ່​ສົນ​ໃຈ​ແລະ​ບໍ່​ຢາກ​ເຮັດ​ວຽກ​ນີ້ ເຮົາ​ກໍ​ເປັນ​ຄົນ​ຮັບໃຊ້​ທີ່​ຂີ້​ຄ້ານ​ແທ້ໆ ແລະ​ເຮົາ​ກໍ​ບໍ່​ຄູ່​ຄວນ​ທີ່​ຈະ​ເປັນ​ຜູ້​ຖືກ​ເຈີມ.”

24, 25. (ກ) ນອກ​ຈາກ​ສະໜັບສະໜູນ​ທຸກ​ຄົນ​ໃຫ້​ປະກາດ​ແລ້ວ ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ຍັງ​ເຮັດ​ຫຍັງ​ອີກ? (ຂ) ເຄາະ​ພໍ​ເທີ​ຄົນ​ໜຶ່ງ​ເລົ່າ​ວ່າ​ການ​ປະກາດ​ໃນ​ສະໄໝ​ຂອງ​ລາວ​ເປັນ​ແນວ​ໃດ?

24 ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ບໍ່​ພຽງ​ແຕ່​ສະໜັບສະໜູນ​ໃຫ້​ທຸກ​ຄົນ​ເຮັດ​ວຽກ​ປະກາດ ແຕ່​ເຂົາ​ເຈົ້າ​ຍັງ​ເລີ່ມ​ພິມ​ແຜ່ນ​ພັບ​ທີ່​ຊື່​ວ່າ: ແຜ່ນ​ພັບ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ (ພາສາ​ອັງກິດ) ຕໍ່​ມາ​ໄດ້​ປ່ຽນ​ຊື່​ເປັນ​ຄຳ​ສອນ​ດັ້ງເດີມ​ທາງ​ສາສະໜາ. ຜູ້​ອ່ານ​ຫໍສັງເກດການ ຈະ​ໄດ້​ຮັບ​ແຜ່ນ​ພັບ​ນີ້​ແລະ​ເຂົາ​ເຈົ້າ​ກໍ​ແຈກ​ຢາຍ​ໃຫ້​ຄົນ​ອື່ນ​ອ່ານ​ຟຣີ.

ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ວຽກ​ປະກາດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ​ບໍ?’

25 ຄົນ​ທີ່​ທຸ່ມ​ເທ​ຕົວ​ເອງ​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ​ເອີ້ນ​ວ່າ: ເຄາະ​ພໍ​ເທີ (Colporteurs) ປັດຈຸບັນ​ເອີ້ນ​ວ່າ​ໄພໂອເນຍ. ຊາລ ເຄ​ເປິ​ນ​ທີ່​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້​ກໍ​ເປັນ​ເຄາະ​ພໍ​ເທີ​ຄື​ກັນ ລາວ​ເລົ່າ​ວ່າ: “ຂ້ອຍ​ໃຊ້​ແຜນທີ່​ຂອງ​ສຳນັກງານ​ທໍລະນີ​ວິທະຍາ​ຂອງ​ປະເທດ​ສະຫະລັດ​ເພື່ອ​ປະກາດ​ໃຫ້​ທົ່ວ​ເຂດ​ໃນ​ເພນຊິລເວເນຍ. ແຜນທີ່​ນີ້​ລະອຽດ​ຫຼາຍ​ຈົນ​ເຮັດ​ໃຫ້​ຂ້ອຍ​ຍ່າງ​ຊອດ​ຫົນ​ທາງ​ທຸກ​ເສັ້ນ​ໃນ​ເຂດ​ນັ້ນ. ບາງ​ເທື່ອ​ຫຼັງ​ຈາກ​ເດີນ​ທາງ​ໄປ​ໃນ​ເຂດ​ຊົນນະບົດ 3 ມື້ ຂ້ອຍ​ຈະ​ໄດ້​ຍອດ​ສັ່ງ​ຈອງ​ປຶ້ມ​ການ​ສຶກສາ​ຄຳພີ​ໄບເບິນ (ພາສາ​ອັງກິດ) ຫຼາຍ​ຊຸດ ແລ້ວ​ຂ້ອຍ​ກໍ​ຈ້າງ​ລົດ​ມ້າ​ຄັນ​ນ້ອຍໆເພື່ອ​ໄປ​ສົ່ງ​ປຶ້ມ ຂ້ອຍ​ມັກ​ຈະ​ພັກ​ຄ້າງ​ຄືນ​ກັບ​ຊາວນາ ເພາະ​ສະໄໝ​ນັ້ນ​ບໍ່​ຄ່ອຍ​ມີ​ລົດ​ໃຫຍ່​ໃຊ້.”

ຮູບ​ຂອງ​ເຄາະ​ພໍ​ເທີ​ຄົນ​ໜຶ່ງ ຂໍ​ສັງເກດ​ເບິ່ງ “ແຜນ​ພູມ​ກ່ຽວ​ກັບ​ຍຸກ​ຕ່າງໆ” ທີ່​ແຕ້ມ​ຢູ່​ຂ້າງ​ລົດ​ມ້າ

26. (ກ) ເປັນ​ຫຍັງ​ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ? (ຂ) ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

26 ຄົນ​ທີ່​ພະຍາຍາມ​ປະກາດ​ໃນ​ໄລຍະ​ທຳອິດ​ນັ້ນ​ຕ້ອງ​ມີ​ຄວາມ​ກ້າຫານ​ແລະ​ດຸ​ໝັ່ນ​ຫຼາຍ. ຖ້າ​ບໍ່​ມີ​ໃຜ​ສອນ​ໃຫ້​ເຂົ້າ​ໃຈ​ເລື່ອງ​ຄວາມ​ສຳຄັນ​ຂອງ​ການ​ປະກາດ ຄລິດສະຕຽນ​ແທ້​ຈະ​ກຽມ​ພ້ອມ​ສຳລັບ​ການ​ປົກຄອງ​ຂອງ​ພະ​ຄລິດ​ໄດ້​ບໍ? ບໍ່​ໄດ້​ແທ້ໆ! ວຽກ​ປະກາດ​ທົ່ວ​ໂລກ​ເປັນ​ສັນຍານ​ວ່າ​ພະ​ຄລິດ​ກັບ​ມາ​ແລ້ວ. (ມັດ. 24:14) ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ກຽມ​ຕົວ​ໃຫ້​ພ້ອມ ເພື່ອ​ເຮັດ​ໃຫ້​ວຽກ​ຊ່ວຍ​ຊີວິດ​ນີ້​ເປັນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ດັ່ງ​ນັ້ນ ພວກ​ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ວຽກ​ປະກາດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ​ບໍ? ເພື່ອ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ຢ່າງ​ເຕັມທີ​ຂ້ອຍ​ຕ້ອງ​ເສຍ​ສະລະ​ຫຍັງ​ແດ່?’

ລາຊະອານາຈັກ​ຂອງ​ພະເຈົ້າ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ!

27, 28. (ກ) ອັກຄະສາວົກ​ໂຢຮັນ​ເຫັນ​ຫຍັງ​ໃນ​ນິມິດ? (ຂ) ເມື່ອ​ລາຊະອານາຈັກ​ຂອງ​ພະເຈົ້າ​ສ້າງ​ຕັ້ງ​ຂຶ້ນ ຊາຕານ​ກັບ​ຜີ​ປີສາດ​ພັກ​ພວກ​ຂອງ​ມັນ​ໄດ້​ເຮັດ​ຫຍັງ?

27 ໃນ​ທີ່​ສຸດ ປີ 1914 ເຊິ່ງ​ເປັນ​ປີ​ທີ່​ສຳຄັນ​ກໍ​ມາ​ເຖິງ. ດັ່ງ​ທີ່​ກ່າວ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້ ບໍ່​ມີ​ມະນຸດ​ຄົນ​ໃດ​ເຫັນ​ເຫດການ​ທີ່​ຍິ່ງໃຫຍ່​ໃນ​ສະຫວັນ. ແຕ່​ອັກຄະສາວົກ​ໂຢຮັນ​ໄດ້​ຮັບ​ນິມິດ​ທີ່​ສະແດງ​ເຖິງ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ສະຫວັນ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ໂຢຮັນ​ໄດ້​ເຫັນ “ເຫດການ​ສຳຄັນ​ຢ່າງ​ໜຶ່ງ, ລ.ມ.” ໃນ​ສະຫວັນ. “ຜູ້​ຍິງ” ຂອງ​ພະເຈົ້າ​ຖື​ພາ​ແລະ​ເກີດ​ລູກ​ຊາຍ. “ຜູ້​ຍິງ” ໝາຍ​ເຖິງ​ອົງການ​ຂອງ​ພະອົງ​ທີ່​ມີ​ທູດ​ສະຫວັນ​ຈຳນວນ​ຫຼາຍ. ຄຳພີ​ໄບເບິນ​ບອກ​ວ່າ​ອີກ​ບໍ່​ດົນ​ເດັກ​ນ້ອຍ​ຄົນ​ນັ້ນ​ຈະ “ປົກຄອງ​ເໜືອ​ທຸກ​ຊົນຊາດ​ດ້ວຍ​ຄ້ອນ​ເຫຼັກ, ທ.ປ.” ແຕ່​ຕອນ​ທີ່​ເກີດ​ອອກ​ມາ​ລາວ​ຈະ​ຖືກ “ຍົກ​ຂຶ້ນ​ໄປ​ເຖິງ​ພະເຈົ້າ​ແລະ​ເຖິງ​ທີ່​ພະ​ທີ່​ນັ່ງ​ຂອງ​ພະອົງ” ແລ້ວ​ມີ​ສຽງ​ດັງ​ໃນ​ສະຫວັນ​ແລະ​ກ່າວ​ວ່າ: “ບັດ​ນີ້​ຄວາມ​ພົ້ນ​ແລະ​ລິດເດດ​ແລະ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ​ໄດ້​ມາ​ແລ້ວ.”—ຄຳປ. 12:1, 5, 10

28 ແນ່ນອນ​ວ່າ​ສິ່ງ​ທີ່​ໂຢຮັນ​ເຫັນ​ໃນ​ນິມິດ​ຄື​ການ​ເກີດ​ຫຼື​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ເມຊີ​ເຊິ່ງ​ເຫດການ​ນັ້ນ​ສຳຄັນ​ແລະ​ຍິ່ງໃຫຍ່​ຫຼາຍ​ແທ້ໆ ແຕ່​ບໍ່​ແມ່ນ​ທຸກ​ຄົນ​ຈະ​ພໍ​ໃຈ. ຊາຕານ​ແລະ​ຜີ​ປີສາດ​ພັກ​ພວກ​ຂອງ​ມັນ​ໄດ້​ເຮັດ​ສົງຄາມ​ກັບ​ພວກ​ທູດ​ສະຫວັນ​ທີ່​ສັດ​ຊື່ ເຊິ່ງ​ມີ​ຄາ​ເອນ​ຫຼື​ພະ​ເຍຊູ​ຄລິດ​ເປັນ​ຜູ້​ນຳ. ຜົນ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ມັງກອນ​ໃຫຍ່​ນັ້ນ​ເປັນ​ທີ່​ຖິ້ມ​ລົງ​ເສຍ ເປັນ​ງູ​ບູຮານ​ນັ້ນ​ທີ່​ເຂົາ​ເອີ້ນ​ຊື່​ວ່າ​ເດຍໂບໂລ ແລະ​ຊາຕານ​ທີ່​ລໍ້​ລວງ​ທົ່ວ​ແຜ່ນດິນ​ໂລກ​ທີ່​ຄົນ​ອາໄສ ມັນ​ເປັນ​ທີ່​ຖິ້ມ​ລົງ​ທີ່​ແຜ່ນດິນ​ໂລກ ແລະ​ພວກ​ທູດ​ແຫ່ງ​ຕົນ​ເປັນ​ທີ່​ຖິ້ມ​ດ້ວຍ​ກັນ.”—ຄຳປ. 12:7, 9

ໃນ​ປີ 1914 ນັກ​ສຶກສາ​ຄຳພີ​ໄບເບິນ​ຫາ​ກໍ​ເລີ່ມ​ເຂົ້າ​ໃຈ​ສັນຍານ​ທີ່​ສະແດງ​ວ່າ​ພະ​ຄລິດ​ກັບ​ມາ​ແລ້ວ

29, 30. ຫຼັງ​ຈາກ​ລາຊະອານາຈັກ​ເມຊີ​ສ້າງ​ຕັ້ງ​ຂຶ້ນ ສະພາບການ​ປ່ຽນ​ໄປ​ແນວ​ໃດ (ກ) ເທິງ​ໂລກ? (ຂ) ເທິງ​ສະຫວັນ?

29 ນັກ​ສຶກສາ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ມາ​ດົນ​ແລ້ວ​ວ່າ​ປີ 1914 ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ລຳບາກ. ແຕ່​ເຂົາ​ເຈົ້າ​ກໍ​ນຶກ​ພາບ​ບໍ່​ອອກ​ວ່າ​ຄຳ​ພະຍາກອນ​ຂໍ້​ນັ້ນ​ຈະ​ເກີດ​ຂຶ້ນ​ແນວ​ໃດ​ແລະ​ຖືກຕ້ອງ​ສ່ຳ​ໃດ. ໃນ​ນິມິດ​ຂອງ​ໂຢຮັນ​ສະແດງ​ໃຫ້​ເຫັນ​ວ່າ: “ວິບາກ​ແກ່​ແຜ່ນດິນ​ໂລກ​ແລະ​ແກ່​ນ້ຳ​ທະເລ ເຫດ​ວ່າ​ພະຍາມານ​ໄດ້​ລົງ​ມາ​ເຖິງ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຄຽດ​ຮ້າຍ​ນັກ ເພາະ​ຮູ້ຈັກ​ວ່າ​ເວລາ​ແຫ່ງ​ຕົນ​ຍັງ​ແຕ່​ໜ້ອຍ​ດຽວ.” (ຄຳປ. 12:12) ນີ້​ໝາຍ​ຄວາມ​ວ່າ ເມື່ອ​ເຖິງ​ຕອນ​ນັ້ນ​ຊາຕານ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ກັບ​ມະນຸດ​ຫຼາຍ​ຂຶ້ນ ແລ້ວ​ໃນ​ປີ 1914 ສົງຄາມ​ໂລກ​ຄັ້ງ​ທີ 1 ກໍ​ເລີ່ມ​ຕົ້ນ​ຂຶ້ນ. ເຫດການ​ຕ່າງໆທີ່​ເກີດ​ຂຶ້ນ​ທົ່ວ​ໂລກ​ຕາມ​ຄຳ​ພະຍາກອນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ຄລິດ​ກັບ​ມາ​ແລ້ວ​ແລະ​ປົກຄອງ​ເປັນ​ກະສັດ ນັ້ນ​ສະແດງ​ວ່າ “ສະໄໝ​ສຸດ​ທ້າຍ” ຂອງ​ລະບົບ​ນີ້​ເລີ່ມ​ຂຶ້ນ​ແລ້ວ.—2 ຕີໂມ. 3:1, ລ.ມ.

30 ແຕ່​ໃນ​ສະຫວັນ​ມີ​ຄວາມ​ຊື່ນຊົມ​ຍິນດີ ຍ້ອນ​ວ່າ​ຊາຕານ​ແລະ​ພວກ​ຜີ​ປີສາດ​ຖືກ​ຂັບ​ໄລ່​ແລະ​ກັບ​ໄປ​ສະຫວັນ​ບໍ່​ໄດ້​ອີກ​ຕໍ່​ໄປ. ບັນທຶກ​ຂອງ​ໂຢຮັນ​ບອກ​ວ່າ: “ເພາະ​ເຫດ​ນັ້ນ ໂອ້​ຟ້າ​ສະຫວັນ​ທັງ​ຫຼາຍ​ກັບ​ທັງ​ຜູ້​ທີ່​ຢູ່​ໃນ​ສະຫວັນ​ນັ້ນ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີ້ນ!” (ຄຳປ. 12:12) ເມື່ອ​ສະຫວັນ​ບໍລິສຸດ​ສະອາດ​ແລະ​ມີ​ພະ​ເຍຊູ​ເປັນ​ກະສັດ ລາຊະອານາຈັກ​ເມຊີ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ລົງ​ມື​ເຮັດ​ເພື່ອ​ປະຊາຊົນ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ໂລກ. ແຕ່​ລາຊະອານາຈັກ​ນີ້​ຈະ​ເຮັດ​ຫຍັງ? ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້​ບອກ​ວ່າ: ສິ່ງ​ທຳອິດ​ທີ່​ພະ​ຄລິດ​ເຊິ່ງ​ເປັນ “ທູດ​ຕາມ​ສັນຍາ” ຈະ​ເຮັດ​ກໍ​ຄື ການ​ຫຼອມ​ຫຼື​ຊຳຮະ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທີ່​ຢູ່​ເທິງ​ໂລກ​ໃຫ້​ສະອາດ ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເວລາ​ແຫ່ງ​ການ​ທົດ​ສອບ

31. ມາລາກີ​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວ​ກັບ​ໄລຍະ​ການ​ຫຼອມ ແລະ​ເລື່ອງ​ນີ້​ເກີດ​ຂຶ້ນ​ຈິງ​ແນວ​ໃດ? (ເບິ່ງ​ໄຂ​ເງື່ອນ)

31 ມາລາກີ​ບອກ​ລ່ວງ​ໜ້າ​ວ່າ​ຂັ້ນ​ຕອນ​ການ​ຫຼອມ​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ. ລາວ​ຂຽນ​ວ່າ: “ໃຜ​ຈະ​ອົດ​ທົນ​ວັນ​ທີ່​ພະອົງ​ມາ​ນັ້ນ​ໄດ້ ແລະ​ໃຜ​ຈະ​ຢັ້ງຢືນ​ໄດ້​ເມື່ອ​ພະອົງ​ຈະ​ປາກົດ​ມາ? ເຫດ​ວ່າ​ພະອົງ​ແມ່ນ​ຄື​ໄຟ​ຂອງ​ຜູ້​ຊ່າງ​ຫຼອມ​ໂລຫະ​ທາດ​ແລະ​ຄື​ເກືອ​ດັ່ງ​ຂອງ​ຜູ້​ຊ່າງ​ຟອກ​ຜ້າ.” (ມລກີ. 3:2) ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ! ເລີ່ມ​ແຕ່​ປີ 1914 ປະຊາຊົນ​ຂອງ​ພະເຈົ້າ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ແລະ​ການ​ທົດ​ສອບ​ຄວາມ​ເຊື່ອ​ທີ່​ໜັກ​ໜາ​ສາຫັດ​ຫຼາຍ​ຄັ້ງ. ເມື່ອ​ສົງຄາມ​ໂລກ​ຄັ້ງ​ທີ 1 ເລີ່ມ​ຕົ້ນ​ຂຶ້ນ ນັກ​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ຖືກ​ຂົ່ມເຫງ​ຢ່າງ​ຮຸນແຮງ​ແລະ​ຖືກ​ຂັງ​ຄຸກ. e

32. ໃນ​ປີ 1916 ມີ​ບັນຫາ​ຫຍັງ​ເກີດ​ຂຶ້ນ​ພາຍ​ໃນ​ອົງການ?

32 ໃນ​ປີ 1916 ໄດ້​ມີ​ບັນຫາ​ເກີດ​ຂຶ້ນ​ພາຍ​ໃນ​ອົງການ​ຄື​ກັນ ພີ່​ນ້ອງ​ຣັດ​ເຊ​ວ​ເສຍ​ຊີວິດ​ຕອນ​ອາຍຸ 64 ປີ ເຊິ່ງ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ຫຼາຍ​ຄົນ​ຕົກໃຈ​ແລະ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ. ມີ​ບາງ​ຄົນ​ຍົກຍ້ອງ​ພີ່​ນ້ອງ​ຣັດ​ເຊ​ວ​ຫຼາຍ​ເກີນ​ໄປ​ເຊິ່ງ​ລາວ​ເອງ​ບໍ່​ເຄີຍ​ຄິດ​ທີ່​ຈະ​ໃຫ້​ໃຜ​ມາ​ເຄົາລົບ​ນັບຖື​ລາວ​ແບບ​ນັ້ນ ຫຼາຍ​ຄົນ​ຄິດ​ວ່າ​ຄົງ​ຈະ​ບໍ່​ມີ​ໃຜ​ອີກ​ແລ້ວ​ທີ່​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຂັດ​ຂວາງ​ບໍ່​ໃຫ້​ວຽກ​ຂອງ​ອົງການ​ເດີນ​ໜ້າ​ໄປ ຄວາມ​ຄິດ​ແບບ​ນີ້​ເຮັດ​ໃຫ້​ບາງ​ຄົນ​ປະ​ຖິ້ມ​ຄວາມ​ເຊື່ອ​ແລະ​ກາຍ​ເປັນ​ຜູ້​ອອກ​ຫາກ​ເຊິ່ງ​ເຮັດ​ໃຫ້​ອົງການ​ແຕກ​ແຍກ.

33. ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ທົດ​ສອບ​ແນວ​ໃດ ເມື່ອ​ເຫດການ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເຂົາ​ເຈົ້າ​ຄາດ​ຫວັງ​ໄວ້?

33 ການ​ທົດ​ສອບ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ເຫດການ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ​ໄວ້. ເຖິງ​ແມ່ນ​ຫໍສັງເກດການ ໄດ້​ລະບຸ​ຢ່າງ​ຊັດເຈນ​ວ່າ​ປີ 1914 ເປັນ​ປີ​ທີ່​ເວລາ​ກຳນົດ​ຂອງ​ຄົນ​ຕ່າງ​ປະເທດ​ສິ້ນ​ສຸດ​ລົງ ແຕ່​ພີ່​ນ້ອງ​ກໍ​ຍັງ​ບໍ່​ເຂົ້າ​ໃຈ​ເຕັມທີ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ປີ​ນັ້ນ. (ລືກາ 21:24) ເຂົາ​ເຈົ້າ​ຄິດ​ວ່າ​ປີ 1914 ພະ​ເຍຊູ​ຄລິດ​ຈະ​ຮັບ​ເຈົ້າ​ສາວ​ທີ່​ຖືກ​ເຈີມ​ຂຶ້ນ​ໄປ​ສະຫວັນ​ເພື່ອ​ປົກຄອງ​ຮ່ວມ​ກັບ​ເພິ່ນ ແຕ່​ກໍ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເຂົາ​ເຈົ້າ​ຄິດ. ໃນ​ຕອນ​ທ້າຍ​ຂອງ​ປີ 1917 ຫໍສັງເກດການ ປະກາດ​ວ່າ​ລະດູ​ເກັບ​ກ່ຽວ​ທີ່​ຍາວ​ນານ 40 ປີ​ຈະ​ສິ້ນ​ສຸດ​ລົງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ປີ 1918. ແຕ່​ເມື່ອ​ເຖິງ​ເວລາ​ນັ້ນ ແທນ​ທີ່​ວຽກ​ຈະ​ສຳເລັດ ພັດ​ມີ​ການ​ປະກາດ​ຕໍ່​ໄປ​ເລື້ອຍໆ. ວາລະສານ​ນັ້ນ​ບອກ​ວ່າ​ລະດູ​ເກັບ​ກ່ຽວ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ແທ້ໆ ແຕ່​ຍັງ​ມີ​ໄລຍະ​ເວລາ​ຂອງ​ການ​ເກັບ​ກ່ຽວ​ເຂົ້າ​ທີ່​ເຫຼືອ​ຢູ່​ໃນ​ທົ່ງ​ນາ ເລື່ອງ​ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ຮູ້ສຶກ​ຜິດ​ຫວັງ​ຈົນ​ເຖິງ​ຂັ້ນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ.

34. ໃນ​ປີ 1918 ມີ​ການ​ທົດ​ສອບ​ທີ່​ເປັນ​ຕາ​ຢ້ານ​ແນວ​ໃດ ແລະ​ເປັນ​ຫຍັງ​ຄລິດ​ສາສະໜາ​ຈັກ​ຈຶ່ງ​ຄິດ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ “ຕາຍ​ແລ້ວ”?

34 ການ​ທົດ​ສອບ​ທີ່​ເປັນ​ຕາ​ຢ້ານ​ເກີດ​ຂຶ້ນ​ໃນ​ປີ 1918 ເມື່ອ​ພີ່​ນ້ອງ​ເຈ. ເອັບ​ຟ. ຣັດເທີ​ຝອດ ເຊິ່ງ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ຕໍ່​ຈາກ​ພີ່​ນ້ອງ​ຊີ. ທີ. ຣັດ​ເຊ​ວ ຖືກ​ຈັບ​ພ້ອມ​ກັບ​ພີ່​ນ້ອງ​ຊາຍ​ທີ່​ເບິ່ງ​ແຍງ​ວຽກ​ຕ່າງໆອີກ 7 ຄົນ. ເຂົາ​ເຈົ້າ​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ​ຫຼາຍ​ປີ​ແບບ​ບໍ່​ຍຸຕິທຳ​ທີ່​ເມືອງ​ອັດ​ລັງ​ຕາ ລັດ​ຈໍ​ເຈຍ ສະຫະລັດ​ອາ​ເມຣິ​ກາ. ເບິ່ງ​ຄື​ວ່າ​ວຽກ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ​ຢຸດ​ສະຫງັດ​ໄປ​ໄລຍະ​ໜຶ່ງ ພວກ​ນັກ​ເທດ​ນັກ​ບວດ​ຂອງ​ຄລິດ​ສາສະໜາ​ຈັກ​ພາ​ກັນ​ດີ​ໃຈ​ເມື່ອ​ເຫັນ​ຄົນ​ທີ່​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ຕິດ​ຄຸກ ສຳນັກງານ​ໃຫຍ່​ທີ່​ບຸກ​ລິນ​ກໍ​ຖືກ​ປິດ ແລະ​ວຽກ​ປະກາດ​ກໍ​ຖືກ​ຕໍ່​ຕ້ານ​ທັງ​ໃນ​ທະວີບ​ອາ​ເມຣິ​ກາ​ແລະ​ເອີ​ຣົບ ພວກ​ນັກ​ເທດ​ຄິດ​ໄປ​ເອງ​ວ່າ ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ໜ້າ​ລຳຄານ “ຕາຍ​ແລ້ວ, ລ.ມ.” ແລະ​ຈະ​ບໍ່​ສ້າງ​ບັນຫາ​ໃຫ້​ກັບ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ. (ຄຳປ. 11:3, 7-10) ແຕ່​ເຂົາ​ເຈົ້າ​ຄິດ​ຜິດ!

ເວລາ​ຂອງ​ການ​ຟື້ນຟູ!

35. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຍອມ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ ແລະ​ເພິ່ນ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ?

35 ພວກ​ສັດຕູ​ບໍ່​ຮູ້​ໂຕ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ ຄວາມ​ຈິງ​ແລ້ວ​ການ​ທີ່​ພະ​ເຍຊູ​ປ່ອຍ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ກໍ​ຍ້ອນ​ວ່າ​ຕອນ​ນັ້ນ​ພະ​ເຢໂຫວາ​ກຳລັງ​ຫຼໍ່ຫຼອມ​ປະຊາຊົນ​ຂອງ​ພະອົງ​ຄື ‘ຊ່າງ​ຫຼອມ​ເງິນ​ໃຫ້​ບໍລິສຸດ.’ (ມລກີ. 3:3) ພະ​ເຢໂຫວາ​ແລະ​ລູກ​ຂອງ​ພະອົງ​ໝັ້ນ​ໃຈ​ວ່າ​ຄົນ​ທີ່​ສັດ​ຊື່​ຈະ​ຜ່ານ​ການ​ທົດ​ສອບ​ທີ່​ຮຸນແຮງ​ຄື​ກັບ​ໄຟ ເຂົາ​ເຈົ້າ​ຈະ​ຖືກ​ຫຼອມ ຊຳຮະ​ໃຫ້​ບໍລິສຸດ ແລະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບໃຊ້​ກະສັດ​ຫຼາຍ​ຂຶ້ນ​ກວ່າ​ແຕ່​ກ່ອນ. ຕັ້ງ​ແຕ່​ຕົ້ນ​ປີ 1919 ມີ​ຫຼັກ​ຖານ​ທີ່​ຊັດເຈນ​ຫຼາຍ​ຢ່າງ​ວ່າ​ພະລັງ​ບໍລິສຸດ​ໄດ້​ເຮັດ​ສິ່ງ​ທີ່​ພວກ​ສັດຕູ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ຄື: ເຮັດ​ໃຫ້​ກຸ່ມ​ຄົນ​ທີ່​ສັດ​ຊື່​ເບິ່ງ​ຄື​ວ່າ​ຕາຍ​ໄປ​ແລ້ວ​ໃຫ້​ຟື້ນ​ກັບ​ມາ​ອີກ​ຄັ້ງ! (ຄຳປ. 11:11) ໃນ​ຕອນ​ນັ້ນ ພະ​ຄລິດ​ໄດ້​ເຮັດ​ໃຫ້​ສັນຍານ​ສຳຄັນ​ຂອງ​ສະໄໝ​ສຸດ​ທ້າຍ​ເກີດ​ຂຶ້ນ​ແທ້​ຕາມ​ຄຳ​ພະຍາກອນ ເພິ່ນ​ໄດ້​ແຕ່ງ​ຕັ້ງ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ, ລ.ມ.” ເຊິ່ງ​ກໍ​ຄື​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆທີ່​ຈະ​ນຳ​ໜ້າ​ປະຊາຊົນ​ຂອງ​ເພິ່ນ ໂດຍ​ການ​ໃຫ້​ອາຫານ​ທີ່​ເປັນ​ຄວາມ​ຮູ້​ແລະ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ຕາມ​ເວລາ​ທີ່​ເໝາະ​ສົມ.—ມັດ. 24:45-47

36. ສິ່ງ​ໃດ​ສະແດງ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ຟື້ນຟູ?

36 ພີ່​ນ້ອງ​ຣັດເທີ​ຝອດ​ແລະ​ເພື່ອນ​ຮ່ວມ​ງານ​ຖືກ​ປ່ອຍ​ຕົວ​ໃນ​ວັນ​ທີ 26 ມີນາ 1919 ເຂົາ​ເຈົ້າ​ກຳນົດ​ວ່າ​ຈະ​ຈັດການ​ປະຊຸມ​ໃຫຍ່​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ປີ​ນັ້ນ​ເລີຍ. ມີ​ການ​ເຮັດ​ວຽກ​ຫຼາຍ​ຢ່າງ​ເພື່ອ​ຈັດ​ພິມ​ວາລະສານ​ອີກ​ສະບັບ​ໜຶ່ງ​ເພື່ອ​ໃຊ້​ໃນ​ວຽກ​ປະກາດ. f ວາລະສານ​ນີ້​ຊື່​ວ່າ: ເດິ ໂກ​ເດິ​ນ ເອດ​ຈ (The Golden Age) ປັດຈຸບັນ​ເອີ້ນ​ວ່າ ຕື່ນ​ເຖີດ! ເຊິ່ງ​ຈະ​ອອກ​ຄູ່​ກັບ​ຫໍສັງເກດການ ແລະ​ໃນ​ປີ​ດຽວ​ກັນ​ນັ້ນ​ກໍ​ມີ​ການ​ພິມ​ຈົດ​ໝາຍ​ຂ່າວ (Bulletin) ສະບັບ​ທຳອິດ ປັດຈຸບັນ​ເອີ້ນ​ວ່າ: ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້—ຄູ່​ມື​ການ​ປະຊຸມ ເຊິ່ງ​ເປັນ​ສິ່ງ​ພິມ​ເພື່ອ​ສະໜັບສະໜູນ​ວຽກ​ປະກາດ​ມາ​ແຕ່​ຕອນ​ທຳອິດ. ດັ່ງ​ນັ້ນ ຕັ້ງ​ແຕ່​ປີ 1919 ເປັນ​ຕົ້ນ​ມາ ການ​ປະກາດ​ຕາມ​ບ້ານ​ເຮືອນ​ກໍ​ມີ​ຄວາມ​ສຳຄັນ​ຫຼາຍ​ຂຶ້ນ​ເລື້ອຍໆ.

37. ຫຼັງ​ຈາກ​ປີ 1919 ບາງ​ຄົນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ບໍ່​ສັດ​ຊື່?

37 ວຽກ​ປະກາດ​ຊ່ວຍ​ຫຼໍ່ຫຼອມ​ຜູ້​ຮັບໃຊ້​ຂອງ​ພະ​ຄລິດ​ຕໍ່ໆໄປ ວຽກ​ນີ້​ຕ້ອງ​ໃຊ້​ຄວາມ​ຖ່ອມ​ໃຈ ດັ່ງ​ນັ້ນ ຄົນ​ຍິ່ງ​ຈຶ່ງ​ບໍ່​ເຕັມ​ໃຈ​ເຮັດ​ວຽກ​ນີ້ ຄົນ​ທີ່​ບໍ່​ຍອມ​ຮ່ວມ​ມື​ກໍ​ເຊົາ​ຄົບຫາ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່. ຫຼັງ​ປີ 1919 ມີ​ຢູ່​ໄລຍະ​ໜຶ່ງ​ທີ່​ຄົນ​ບໍ່​ສັດ​ຊື່​ບາງ​ຄົນ​ຫັນ​ມາ​ໂຈມຕີ​ຜູ້​ຮັບໃຊ້​ພະເຈົ້າ​ດ້ວຍ​ຄວາມ​ຄຽດ​ແຄ້ນ ເຂົ້າ​ເຈົ້າ​ເວົ້າ​ໃສ່​ຮ້າຍ ໝິ່ນ​ປະໝາດ ແລະ​ເຖິງ​ກັບ​ສະໜັບສະໜູນ​ກຸ່ມ​ຄົນ​ທີ່​ຂົ່ມເຫງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ.

38. ຄວາມ​ສຳເລັດ​ແລະ​ໄຊ​ຊະນະ​ທຸກ​ຢ່າງ​ຂອງ​ຜູ້​ຕິດ​ຕາມ​ພະ​ຄລິດ​ທີ່​ຢູ່​ເທິງ​ໂລກ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ?

38 ທັງໆທີ່​ມີ​ການ​ຕໍ່​ຕ້ານ​ຂະໜາດ​ນັ້ນ ແຕ່​ຜູ້​ຕິດ​ຕາມ​ພະ​ຄລິດ​ທີ່​ຢູ່​ເທິງ​ໂລກ​ກໍ​ຍິ່ງ​ເຕີບໂຕ​ແລະ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ. ຄວາມ​ສຳເລັດ​ແລະ​ໄຊ​ຊະນະ​ທຸກ​ຢ່າງ​ຂອງ​ເຂົາ​ເຈົ້າ​ຕັ້ງ​ແຕ່​ຕອນ​ນັ້ນ​ເປັນ​ຫຼັກ​ຖານ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ຖ້າ​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ແລະ​ການ​ອວຍ​ພອນ​ຈາກ​ພະເຈົ້າ​ຜ່ານ​ທາງ​ລູກ​ຂອງ​ພະອົງ​ແລະ​ລາຊະອານາຈັກ​ເມຊີ ມະນຸດ​ທີ່​ບໍ່​ສົມບູນ​ແບບ​ກຸ່ມ​ໜຶ່ງ​ຄົງ​ບໍ່​ມີ​ທາງ​ໄດ້​ໄຊ​ຊະນະ​ຫຼາຍ​ຄັ້ງ​ເໜືອ​ຊາຕານ​ແລະ​ລະບົບ​ຊົ່ວ​ນີ້!—ອ່ານ​ເອຊາອີ 54:17

ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ ພີ່​ນ້ອງ​ຣັດເທີ​ຝອດ​ບັນລະຍາຍ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ໃນ​ການ​ປະຊຸມ​ໃຫຍ່

39, 40. (ກ) ປຶ້ມ​ຫົວ​ນີ້​ມີ​ຈຸດ​ເດັ່ນ​ຫຍັງ​ແດ່? (ຂ) ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ສຶກສາ​ປຶ້ມ​ຫົວ​ນີ້?

39 ໃນ​ບົດ​ຕໍ່ໆໄປ​ເຮົາ​ຈະ​ຮຽນ​ຮູ້​ວ່າ ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ 100 ປີ​ກ່ອນ​ໄດ້​ເຮັດ​ຫຍັງ​ສຳເລັດ​ໄປ​ແດ່​ແລ້ວ​ຢູ່​ເທິງ​ໂລກ. ໃນ​ແຕ່​ລະ​ຕອນ​ຂອງ​ປຶ້ມ​ນີ້ ເຮົາ​ຈະ​ພິຈາລະນາ​ວຽກ​ໃນ​ດ້ານ​ຕ່າງໆທີ່​ລາຊະອານາຈັກ​ນີ້​ໄດ້​ເຮັດ​ຢູ່​ເທິງ​ໂລກ. ທຸກ​ບົດ​ມີ​ຂອບ​ຄຳຖາມ​ທົບ​ທວນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ໃຫ້​ກວດ​ສອບ​ຫຼັກ​ຖານ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້. ໃນ​ຕອນ​ສຸດ​ທ້າຍ​ຂອງ​ປຶ້ມ​ຫົວ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ​ມີ​ສິ່ງ​ດີໆຫຍັງ​ແດ່​ຄອຍ​ຖ້າ​ຢູ່​ໃນ​ອະນາຄົດ​ອັນ​ໃກ້​ນີ້​ເມື່ອ​ລາຊະອານາຈັກ​ມາ​ປົກຄອງ ທຳລາຍ​ຄົນ​ຊົ່ວ ແລະ​ປ່ຽນ​ໂລກ​ໃຫ້​ເປັນ​ອຸທິຍານ. ແຕ່​ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ສຶກສາ​ປຶ້ມ​ຫົວ​ນີ້?

40 ຊາຕານ​ຢາກ​ເຮັດ​ໃຫ້​ຄວາມ​ເຊື່ອ​ທີ່​ເຈົ້າ​ມີ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຄ່ອຍໆອ່ອນແອ​ລົງ. ແຕ່​ພະ​ເຢໂຫວາ​ຢາກ​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ ເຊິ່ງ​ຈະ​ປົກ​ປ້ອງ​ແລະ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ຕໍ່ໆໄປ. (ເອເຟ. 6:16) ດັ່ງ​ນັ້ນ ເຮົາ​ຂໍ​ສະໜັບສະໜູນ​ເຈົ້າ​ໃຫ້​ຕັ້ງ​ໃຈ​ອ່ານ​ແລະ​ຮຽນ​ຮູ້​ຈາກ​ປຶ້ມ​ຫົວ​ນີ້ ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ ຖາມ​ຕົວ​ເອງ​ຢູ່​ເລື້ອຍໆວ່າ: ‘ຂ້ອຍ​ໝັ້ນ​ໃຈ​ບໍ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້?’ ຍິ່ງ​ເຮົາ​ໝັ້ນ​ໃຈ​ໃນ​ລາຊະອານາຈັກ​ນີ້​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ມີ​ໂອກາດ​ຫຼາຍ​ຂຶ້ນ​ທີ່​ຈະ​ໄດ້​ຢູ່​ໃນ​ໂລກ​ໃໝ່ ແລະ​ໄດ້​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ສັດ​ຊື່ ຕອນ​ນັ້ນ​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ຈະ​ໄດ້​ເຫັນ​ກັບ​ຕາ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້​ແລະ​ກຳລັງ​ປົກຄອງ​ຢູ່!

a ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ ກຣິວ ສະ​ເຕັດ​ສັນ ແລະ​ສະ​ຕໍ​ຣ ຈາກ​ປຶ້ມ​ພະຍານ​ພະ​ເຢໂຫວາ—ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ (ພາສາ​ອັງກິດ) ໜ້າ 45-46.

b ວາລະສານ​ຫໍສັງເກດການ​ແຫ່ງ​ຊີໂອນ (Zion’s Watch Tower) ປັດຈຸບັນ​ຊື່​ຫໍສັງເກດການ (The Watchtower) ໃນ​ປຶ້ມ​ຫົວ​ນີ້​ເຮົາ​ຈະ​ໃຊ້​ຊື່​ຫໍສັງເກດການ ໝົດ​ຫົວ.

c ເຖິງ​ແມ່ນ​ນັກ​ສຶກສາ​ຄຳພີ​ໄບເບິນ​ຮູ້​ວ່າ​ເຂົາ​ເຈົ້າ​ຕ້ອງ​ອອກ​ຈາກ​ອົງການ​ສາສະໜາ​ທັງ​ໝົດ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ລະບົບ​ໂລກ​ນີ້ ແຕ່​ຕະຫຼອດ​ຫຼາຍ​ປີ​ເຂົາ​ເຈົ້າ​ກໍ​ເບິ່ງ​ຄົນ​ທີ່​ບອກ​ວ່າ​ເຊື່ອ​ໃນ​ຄ່າໄຖ່​ແລະ​ອຸທິດ​ຕົວ​ແກ່​ພະເຈົ້າ​ເປັນ​ພີ່​ນ້ອງ​ຄລິດສະຕຽນ ເຖິງ​ແມ່ນ​ຄົນ​ເຫຼົ່າ​ນັ້ນ​ຈະ​ບໍ່​ແມ່ນ​ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ຕາມ.

d ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ຄຳ​ເຕືອນ​ນັ້ນ​ບໍ່​ຄ່ອຍ​ໄດ້​ຜົນ​ໃນ​ຕອນ​ທຳອິດ​ກໍ​ຄື ນັກ​ສຶກສາ​ຄຳພີ​ໄບເບິນ​ຄິດ​ວ່າ​ຄຳ​ເຕືອນ​ນັ້ນ​ໃຊ້​ກັບ 144.000 ຄົນ​ເປັນ​ຫຼັກ. ໃນ​ບົດ​ທີ 5 ຂອງ​ປຶ້ມ​ຫົວ​ນີ້​ຈະ​ອະທິບາຍ​ວ່າ ກ່ອນ​ປີ 1935 ເຂົາ​ເຈົ້າ​ເຊື່ອ​ວ່າ: “ຄົນ​ຈຳນວນ​ຫຼາຍ” ທີ່​ກ່າວ​ເຖິງ​ໃນ​ຄຳປາກົດ 7:9, 10, ສະບັບ​ຄິງ​ເຈມ ໝາຍ​ເຖິງ​ສະມາຊິກ​ຈຳນວນ​ຫຼາຍ​ຂອງ​ຄລິດ​ສາສະໜາ​ຈັກ​ນຳ​ອີກ. ເຂົາ​ເຈົ້າ​ເຊື່ອ​ວ່າ ສະມາຊິກ​ເຫຼົ່າ​ນັ້ນ​ກໍ​ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຊົນ​ຝ່າຍ​ສະຫວັນ​ເຊິ່ງ​ເປັນ​ອັນ​ດັບ​ຮອງ ເພາະ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ປ່ຽນ​ມາ​ຢູ່​ຝ່າຍ​ພະ​ຄລິດ.

e ວາລະສານ​ເດິ ໂກ​ເດິ​ນ ເອດ​ຈ ໃນ​ເດືອນ​ກັນ​ຍາ ປີ 1920 ເປັນ​ສະບັບ​ພິເສດ​ທີ່​ເລົ່າ​ເຖິງ​ການ​ຂົ່ມເຫງ​ໃນ​ໄລຍະ​ສົງຄາມ​ຢ່າງ​ລະອຽດ​ໃນ​ການາດາ ອັງກິດ ເຢຍລະມັນ ແລະ​ສະຫະລັດ. ບາງ​ເລື່ອງ​ກໍ​ເປັນ​ຕາ​ຢ້ານ​ຫຼາຍ ແຕ່​ໃນ​ໄລຍະ​ຫຼາຍ​ສິບ​ປີ​ກ່ອນ​ທີ່​ຈະ​ເກີດ​ສົງຄາມ​ໂລກ​ຄັ້ງ​ທີ 1 ເກືອບ​ຈະ​ບໍ່​ມີ​ການ​ຂົ່ມເຫງ​ແບບ​ນັ້ນ​ເລີຍ.

f ເປັນ​ເວລາ​ຫຼາຍ​ປີ​ທີ່​ຫໍສັງເກດການ ເຮັດ​ຂຶ້ນ​ເພື່ອ​ສອນ​ສະມາຊິກ​ຂອງ​ແກະ​ຝູງ​ນ້ອຍ​ໂດຍ​ສະເພາະ.