ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 3

ພະ​ເຢໂຫວາ​ເປີດ​ເຜີຍ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ

ພະ​ເຢໂຫວາ​ເປີດ​ເຜີຍ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ພະ​ເຢໂຫວາ​ຄ່ອຍໆເປີດ​ເຜີຍ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ ແຕ່​ຈະ​ບອກ​ສະເພາະ​ຄົນ​ທີ່​ຢ້ານຢຳ​ພະອົງ​ເທົ່າ​ນັ້ນ

1, 2. ພະ​ເຢໂຫວາ​ບອກ​ໃຫ້​ມະນຸດ​ຮູ້​ຄວາມ​ຕັ້ງ​ໃຈ​ຂອງ​ພະອົງ​ແນວ​ໃດ?

 ພໍ່​ແມ່​ທີ່​ຮັກ​ແລະ​ຫ່ວງໃຍ​ລູກ​ຈະ​ໃຫ້​ລູກ​ນັ່ງ​ຢູ່​ນຳ​ໃນ​ຂະນະ​ທີ່​ລົມ​ເລື່ອງ​ສຳຄັນ​ໃນ​ຄອບຄົວ. ພໍ່​ແມ່​ຈະ​ບໍ່​ບອກ​ຂໍ້​ມູນ​ຫຼາຍ​ເກີນ​ໄປ ແຕ່​ບອກ​ລາຍ​ລະອຽດ​ທີ່​ຄິດ​ວ່າ​ລູກ​ໃຫຍ່​ພໍ​ທີ່​ຈະ​ຮູ້​ແລະ​ເຂົ້າ​ໃຈ​ໄດ້.

2 ຄ້າຍ​ຄື​ກັບ​ຕົວຢ່າງ​ນີ້ ພະ​ເຢໂຫວາ​ກໍ​ຄ່ອຍໆບອກ​ມະນຸດ​ວ່າ​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ​ອັນ​ໃດ. ແຕ່​ພະອົງ​ເຮັດ​ແບບ​ນັ້ນ​ກໍ​ຕໍ່​ເມື່ອ​ເຫັນ​ວ່າ​ເໝາະ​ສົມ​ກັບ​ເວລາ. ໃຫ້​ເຮົາ​ມາ​ພິຈາລະນາ​ພາບ​ລວມ​ນຳ​ກັນ​ສັ້ນໆວ່າ​ຕະຫຼອດ​ປະຫວັດສາດ​ທີ່​ຜ່ານ​ມາ​ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ​ແນວ​ໃດ.

ເປັນ​ຫຍັງ​ຕ້ອງ​ມີ​ລາຊະອານາຈັກ​ຂອງ​ພະເຈົ້າ?

3, 4. ພະ​ເຢໂຫວາ​ກຳນົດ​ເສັ້ນ​ທາງ​ປະຫວັດສາດ​ຂອງ​ມະນຸດ​ໄວ້​ລ່ວງ​ໜ້າ​ບໍ? ຂໍ​ໃຫ້​ອະທິບາຍ

3 ທຳອິດ ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ທີ່​ຈະ​ຕັ້ງ​ລາຊະອານາຈັກ​ຂຶ້ນ​ມາ ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ກຳນົດ​ເສັ້ນ​ທາງ​ປະຫວັດສາດ​ຂອງ​ມະນຸດ​ໄວ້​ລ່ວງ​ໜ້າ ນອກ​ຈາກ​ນັ້ນ ພະອົງ​ຍັງ​ສ້າງ​ມະນຸດ​ໃຫ້​ມີ​ອິດ​ສະຫຼະ​ທາງ​ດ້ານ​ຄວາມ​ຄິດ. ດັງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ອາດາມ​ແລະ​ເອວາ​ໃຫ້​ຮູ້​ຄວາມ​ຕັ້ງ​ໃຈ​ຂອງ​ພະອົງ ໂດຍ​ບອກ​ວ່າ: “ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ.” (ຕົ້ນ. 1:28) ພະ​ເຢໂຫວາ​ຍັງ​ບອກ​ມະນຸດ​ໃຫ້​ເຮັດ​ຕາມ​ມາດຕະຖານ​ຂອງ​ພະອົງ​ໃນ​ເລື່ອງ​ຄວາມ​ດີ​ແລະ​ຄວາມ​ຊົ່ວ. (ຕົ້ນ. 2:16, 17) ອາດາມ​ແລະ​ເອວາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ເຊື່ອ​ຟັງ​ພະເຈົ້າ​ຫຼື​ບໍ່. ຖ້າ​ເຂົາ​ເຈົ້າ​ກັບ​ລູກ​ຫຼານ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ມີ​ລາຊະອານາຈັກ​ທີ່​ມີ​ພະ​ຄລິດ​ເປັນ​ກະສັດ​ເພື່ອ​ເຮັດ​ໃຫ້​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ແທ້ ແລະ​ຕອນ​ນີ້​ໂລກ​ກໍ​ຄົງ​ມີ​ແຕ່​ມະນຸດ​ສົມບູນ​ແບບ​ທີ່​ນະມັດສະການ​ພະ​ເຢໂຫວາ.

4 ເຖິງ​ແມ່ນ​ວ່າ​ຊາຕານ ອາດາມ ແລະ​ເອວາ​ຈະ​ຂືນ​ອຳນາດ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ລົ້ມ​ເລີກ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄອບຄົວ​ມະນຸດ​ທີ່​ສົມບູນ​ແບບ. ດັງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ປ່ຽນ​ເສັ້ນ​ທາງ​ເພື່ອ​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້. ຄວາມ​ຕັ້ງ​ໃຈ​ຂອງ​ພະ​ເຢໂຫວາ​ບໍ່​ຄື​ກັບ​ລົດ​ໄຟ​ທີ່​ແລ່ນ​ໄປ​ເລື້ອຍໆຈົນ​ກວ່າ​ຈະ​ເຖິງ​ຈຸດ​ໝາຍ ເຊິ່ງ​ອາດ​ຈະ​ຕົກ​ລາງ​ໄດ້​ຖ້າ​ມີ​ໃຜ​ຈົງໃຈ​ເຮັດ​ໃຫ້​ມັນ​ຕົກ​ລາງ. ຖ້າ​ພະ​ເຢໂຫວາ​ບອກ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ອັນ​ໃດ ກໍ​ບໍ່​ມີ​ພະລັງ​ຫຼື​ອຳນາດ​ໃດໆໃນ​ເອ​ກະ​ພົບ​ຈະ​ມາ​ຂັດ​ຂວາງ​ໄດ້. (ອ່ານ​ເອຊາອີ 55:11) ຖ້າ​ມີ​ອຸປະສັກ​ເກີດ​ຂຶ້ນ ພະ​ເຢໂຫວາ​ກໍ​ຈະ​ປ່ຽນ​ໄປ​ໃຊ້​ເສັ້ນ​ທາງ​ໃໝ່. a (ອົບ. 3:14, 15) ເມື່ອ​ເຖິງ​ເວລາ​ທີ່​ເໝາະ​ສົມ ພະອົງ​ຈະ​ບອກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃຫ້​ຮູ້​ວິທີ​ໃໝ່​ທີ່​ພະອົງ​ຈະ​ໃຊ້​ເພື່ອ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້.

5. ພະ​ເຢໂຫວາ​ເຮັດ​ອັນ​ໃດ​ເພື່ອ​ແກ້ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ສວນ​ເອເດນ?

5 ເພື່ອ​ແກ້ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ສວນ​ເອເດນ ພະ​ເຢໂຫວາ​ຈຶ່ງ​ສ້າງ​ຕັ້ງ​ລາຊະອານາຈັກ​ຂຶ້ນ​ມາ. (ມັດ. 25:34) ໃນ​ເວລາ​ທີ່​ເບິ່ງ​ຄື​ວ່າ​ສິ້ນ​ຫວັງ​ແລະ​ມືດ​ມົນ ພະ​ເຢໂຫວາ​ເລີ່ມ​ໃຫ້​ແສງ​ສະຫວ່າງ​ໂດຍ​ເປີດ​ເຜີຍ​ວິທີ​ທີ່​ພະອົງ​ຈະ​ໃຊ້​ໃນ​ການ​ຟື້ນຟູ​ສັງຄົມ​ມະນຸດ​ແລະ​ແກ້ໄຂ​ບັນຫາ​ຕ່າງໆເຊິ່ງ​ເກີດ​ຂຶ້ນ​ເມື່ອ​ຊາຕານ​ພະຍາຍາມ​ຍຶດ​ອຳນາດ. (ຕົ້ນ. 3:14-19) ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ທັງ​ໝົດ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະອົງ​ໃນ​ຄັ້ງ​ດຽວ.

ພະ​ເຢໂຫວາ​ເລີ່ມ​ເປີດ​ເຜີຍ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ

6. ພະ​ເຢໂຫວາ​ສັນຍາ​ເລື່ອງ​ຫຍັງ ແຕ່​ພະອົງ​ບໍ່​ໄດ້​ເປີດ​ເຜີຍ​ຫຍັງ?

6 ໃນ​ຄຳ​ພະຍາກອນ​ທຳອິດ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ມີ “ເຊື້ອ​ສາຍ” ມາ​ຢຽບ​ຫົວ​ງູ​ໃຫ້​ແຕກ. (ອ່ານ​ຕົ້ນເດີມ 3:15) ແຕ່​ໃນ​ຕອນ​ນັ້ນ​ພະອົງ​ບໍ່​ໄດ້​ບອກ​ວ່າ​ເຊື້ອ​ສາຍ​ຂອງ​ຜູ້​ຍິງ​ແລະ​ເຊື້ອ​ສາຍ​ຂອງ​ງູ​ແມ່ນ​ໃຜ. ຄວາມ​ຈິງ​ແລ້ວ ພະ​ເຢໂຫວາ​ບໍ່​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ຈົນ​ກວ່າ​ເວລາ​ຜ່ານ​ໄປ 2.000 ປີ​ຫຼັງ​ຈາກ​ນັ້ນ. b

7. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເລືອກ​ອັບລາຫາມ ແລະ​ບົດ​ຮຽນ​ສຳຄັນ​ທີ່​ເຮົາ​ໄດ້​ຈາກ​ເລື່ອງ​ນີ້​ແມ່ນ​ຫຍັງ?

7 ໃນ​ທີ່​ສຸດ​ພະ​ເຢໂຫວາ​ກໍ​ເລືອກ​ອັບລາຫາມ ແລ້ວ​ໃຫ້​ເຜົ່າ​ພັນ​ຫຼື​ລູກ​ຫຼານ​ຕາມ​ຄຳ​ສັນຍາ​ມາ​ທາງ​ເຊື້ອ​ສາຍ​ຂອງ​ລາວ ເພາະ​ລາວ “ເຊື່ອ​ຟັງ​ຄວາມ [ພະ​ເຢໂຫວາ].” (ຕົ້ນ. 22:18) ບົດຮຽນ​ສຳຄັນ​ທີ່​ເຮົາ​ໄດ້​ຈາກ​ເລື່ອງ​ນີ້​ກໍ​ຄື: ພະ​ເຢໂຫວາ​ເປີດ​ເຜີຍ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ​ກັບ​ຜູ້​ທີ່​ຢ້ານຢຳ​ພະອົງ​ເທົ່າ​ນັ້ນ.—ອ່ານ​ຄຳເພງ 25:14

8, 9. ເມື່ອ​ພະ​ເຢໂຫວາ​ເວົ້າ​ກັບ​ອັບລາຫາມ​ແລະ​ຢາໂຄບ ພະອົງ​ບອກ​ອັນ​ໃດ​ກ່ຽວ​ກັບ​ລູກ​ຫຼານ​ຕາມ​ຄຳ​ສັນຍາ?

8 ພະ​ເຢໂຫວາ​ໃຊ້​ທູດ​ສະຫວັນ​ໄປ​ເວົ້າ​ກັບ​ອັບລາຫາມ​ໝູ່​ຂອງ​ພະອົງ ນັ້ນ​ເປັນ​ຄັ້ງ​ທຳອິດ​ທີ່​ພະ​ເຢໂຫວາ​ເປີດ​ເຜີຍ​ເລື່ອງ​ທີ່​ສຳຄັນ​ກ່ຽວ​ກັບ​ລູກ​ຫຼານ​ຕາມ​ທີ່​ພະອົງ​ສັນຍາ​ເຊິ່ງ​ເປັນ​ມະນຸດ​ຄົນ​ໜຶ່ງ. (ຕົ້ນ. 22:15-17; ຢໂກ. 2:23) ແຕ່​ມະນຸດ​ຄົນ​ນີ້​ຈະ​ຢຽບ​ຫົວ​ຂອງ​ງູ​ໂດຍ​ວິທີ​ໃດ? ໃຜ​ແມ່ນ​ງູ? ການ​ເປີດ​ເຜີຍ​ຫຼັງ​ຈາກ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້​ຄຳຕອບ.

9 ພະ​ເຢໂຫວາ​ຕັ້ງ​ໃຈ​ຈະ​ໃຫ້​ລູກ​ຫຼານ​ທີ່​ພະອົງ​ສັນຍາ​ໄວ້​ມາ​ທາງ​ຫຼານ​ຂອງ​ອັບລາຫາມ​ທີ່​ຊື່​ຢາໂຄບ ເຊິ່ງ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ພະເຈົ້າ. (ຕົ້ນ. 28:13-22) ພະ​ເຢໂຫວາ​ບອກ​ຢາໂຄບ​ວ່າ​ລູກ​ຫຼານ​ທີ່​ກ່າວ​ເຖິງ​ນີ້​ຈະ​ມາ​ທາງ​ເຊື້ອ​ສາຍ​ຂອງ​ຢູດາ ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ຢາໂຄບ. ຢາໂຄບ​ພະຍາກອນ​ວ່າ​ລູກ​ຫຼານ​ຂອງ​ຢູດາ​ຈະ​ໄດ້​ຮັບ “ຄ້ອນ​ສຳຄັນ” ຫຼື​ຄະ​ທາ ເຊິ່ງ​ເປັນ​ສັນຍະລັກ​ແທນ​ອຳນາດ​ກະສັດ ແລະ “ພວກ​ຕ່າງ​ປະເທດ​ຈະ​ຍອມ​ຟັງ​ຄວາມ​ພະອົງ.” (ຕົ້ນ. 49:1, 10) ພະ​ເຢໂຫວາ​ຍັງ​ບອກ​ອີກ​ວ່າ​ລູກ​ຫຼານ​ຕາມ​ຄຳ​ສັນຍາ​ຈະ​ເປັນ​ຜູ້​ປົກຄອງ ເປັນ​ກະສັດ.

10, 11. ເປັນ​ຫຍັງ​ພະ​ເຢໂຫວາ​ເປີດ​ເຜີຍ​ໃຫ້​ດາວິດ​ກັບ​ດານຽນ​ຮູ້​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ?

10 ຫຼັງ​ຈາກ​ສະໄໝ​ຂອງ​ຢູດາ​ປະມານ 650 ປີ ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ຄວາມ​ຕັ້ງ​ໃຈ​ຂອງ​ພະອົງ​ອີກ ໂດຍ​ບອກ​ກັບ​ດາວິດ​ຜູ້​ເປັນ​ເຊື້ອ​ສາຍ​ໃນ​ຕະກູນ​ຢູດາ ແລະ​ເປັນ “ຄົນ​ໜຶ່ງ​ທີ່​ພະອົງ​ພໍ​ໃຈ, ລ.ມ.” (1 ຊາມ. 13:14; 17:12; ກິດ. 13:22) ເນື່ອງ​ຈາກ​ດາວິດ​ຢ້ານຢຳ​ພະ​ເຢໂຫວາ​ສຸດ​ຫົວໃຈ ພະອົງ​ຈຶ່ງ​ເລືອກ​ທີ່​ຈະ​ເຮັດ​ສັນຍາ​ກັບ​ດາວິດ​ໂດຍ​ບອກ​ວ່າ​ຈະ​ໃຫ້​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ລາວ​ປົກຄອງ​ເປັນ​ກະສັດ​ຕະຫຼອດ​ໄປ.—2 ຊາມ. 7:8, 12-16

11 ປະມານ 500 ປີ​ຕໍ່​ມາ ພະ​ເຢໂຫວາ​ໃຊ້​ຜູ້​ພະຍາກອນ​ດານຽນ​ໃຫ້​ລະບຸ​ປີ​ທີ່​ຜູ້​ຖືກ​ເຈີມ​ຫຼື​ເມຊີ​ຈະ​ປາກົດ​ຕົວ​ເທິງ​ໂລກ. (ດາ. 9:25) ພະ​ເຢໂຫວາ​ຖື​ວ່າ​ດານຽນ​ເປັນ​ຄົນ​ທີ່ “ມີ​ຄ່າ​ຫຼາຍ, ລ.ມ.” ຍ້ອນ​ຫຍັງ? ຍ້ອນ​ວ່າ​ດານຽນ​ນັບຖື​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕະຫຼອດ​ຊີວິດ​ຂອງ​ລາວ.—ດາ. 6:16; 9:22, 23

12. ພະ​ເຢໂຫວາ​ບອກ​ດານຽນ​ໃຫ້​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

12 ເຖິງ​ແມ່ນ​ວ່າ​ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຜູ້​ພະຍາກອນ​ດານຽນ​ບັນທຶກ​ລາຍ​ລະອຽດ​ຫຼາຍ​ຢ່າງ​ກ່ຽວ​ກັບ​ເມຊີ​ຜູ້​ເປັນ​ລູກ​ຫຼານ​ຕາມ​ຄຳ​ສັນຍາ ແຕ່​ກໍ​ຍັງ​ບໍ່​ເຖິງ​ເວລາ​ທີ່​ພະອົງ​ຈະ​ໃຫ້​ຜູ້​ຮັບໃຊ້​ເຂົ້າ​ໃຈ​ໃນ​ເລື່ອງ​ນີ້​ຢ່າງ​ເຕັມທີ ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ໃຫ້​ດານຽນ​ໄດ້​ເຫັນ​ນິມິດ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ຂອງ​ພະເຈົ້າ ພະອົງ​ບອກ​ດານຽນ​ໃຫ້​ເກັບ​ເລື່ອງ​ນີ້​ໄວ້​ເປັນ​ຄວາມ​ລັບ​ຈົນ​ເຖິງ​ເວລາ​ທີ່​ພະອົງ​ເຫັນ​ວ່າ​ເໝາະ​ສົມ ເມື່ອ​ເຖິງ​ຕອນ​ນັ້ນ​ຄວາມ​ຮູ້​ແທ້​ຂອງ​ພະ​ເຢໂຫວາ​ຈະ “ມາກ​ທະວີ​ຂຶ້ນ” ຫຼື​ມີ​ຢ່າງ​ບໍລິບູນ.—ດາ. 12:4

ພະ​ເຢໂຫວາ​ດົນ​ໃຈ​ຜູ້​ພະຍາກອນ​ດານຽນ​ທີ່​ສັດ​ຊື່​ໃຫ້​ບັນທຶກ​ເລື່ອງ​ລາຊະອານາຈັກ​ເມຊີ​ໄວ້​ຢ່າງ​ລະອຽດ

ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ຈະ​ເຮັດ

13. (ກ) ລູກ​ຫຼານ​ຕາມ​ຄຳ​ສັນຍາ​ແມ່ນ​ໃຜ? (ຂ) ພະ​ເຍຊູ​ໃຫ້​ແສງ​ສະຫວ່າງ​ກັບ​ມະນຸດ​ກ່ຽວ​ກັບ​ຄຳ​ພະຍາກອນ​ໃນ​ຕົ້ນເດີມ 3:15 ແນວ​ໃດ?

13 ພະ​ເຢໂຫວາ​ລະບຸ​ຢ່າງ​ຊັດເຈນ​ວ່າ ພະ​ເຍຊູ​ເປັນ​ລູກ​ຫຼານ​ຕາມ​ທີ່​ພະອົງ​ສັນຍາ​ໄວ້ ເພິ່ນ​ເປັນ​ເຊື້ອ​ສາຍ​ຂອງ​ດາວິດ​ແລະ​ຈະ​ໄດ້​ເປັນ​ກະສັດ. (ລືກາ 1:30-33; 3:21, 22) ເມື່ອ​ພະ​ເຍຊູ​ເລີ່ມ​ວຽກ​ຮັບໃຊ້ ພະອົງ​ໄດ້​ໃຫ້​ແສງ​ສະຫວ່າງ​ກັບ​ມະນຸດ ໂດຍ​ຊ່ວຍ​ໃຫ້​ເຂົ້າ​ເຈົ້າ​ມີ​ຄວາມ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ຈະ​ເຮັດ. (ມັດ. 4:13-17) ຕົວຢ່າງ​ເຊັ່ນ ພະ​ເຍຊູ​ກຳຈັດ​ຂໍ້​ສົງໄສ​ກ່ຽວ​ກັບ “ງູ” ໃນ​ຕົ້ນເດີມ 3:14, 15 ໂດຍ​ເອີ້ນ​ພະຍາມານ​ວ່າ: “ຜູ້​ຂ້າ​ຄົນ” ແລະ “ພໍ່​ແຫ່ງ​ຄວາມ​ຕົວະ.” (ໂຢ. 8:44) ໃນ​ນິມິດ​ຂອງ​ໂຢຮັນ ພະ​ເຍຊູ​ໄດ້​ເປີດ​ເຜີຍ​ວ່າ: “ງູ​ບູຮານ” ກໍ​ຄື “ເດຍໂບໂລ​ແລະ​ຊາຕານ.” c (ອ່ານ​ຄຳປາກົດ 1:1; 12:9) ໃນ​ນິມິດ​ດຽວ​ກັນ​ນີ້ ພະ​ເຍຊູ​ຜູ້​ເປັນ​ລູກ​ຫຼານ​ຕາມ​ຄຳ​ສັນຍາ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວິທີ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ສວນ​ເອເດນ​ສຳເລັດ​ໂດຍ​ການ​ທຳລາຍ​ຊາຕານ.—ຄຳປ. 20:7-10

14-16. ລູກ​ສິດ​ຂອງ​ພະ​ເຍຊູ​ໃນ​ສະຕະວັດ​ທຳອິດ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ສິ່ງ​ທີ່​ພະ​ເຍຊູ​ບອກ​ທັງ​ໝົດ​ບໍ? ຂໍ​ໃຫ້​ອະທິບາຍ.

14 ຕາມ​ທີ່​ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ໃນ​ບົດ​ທີ 1 ຂອງ​ປຶ້ມ​ນີ້ ພະ​ເຍຊູ​ເວົ້າ​ເຖິງ​ເລື່ອງ​ລາຊະອານາຈັກ​ຫຼາຍ​ແທ້ໆ. ແຕ່​ເພິ່ນ​ກໍ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ທຸກ​ຢ່າງ​ທີ່​ພວກ​ລູກ​ສິດ​ຢາກ​ຮູ້. ແມ່ນ​ແຕ່​ຕອນ​ທີ່​ພະ​ເຍຊູ​ບອກ​ລາຍ​ລະອຽດ​ທີ່​ສະເພາະ​ເຈາະ​ຈົງ ກໍ​ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ຫຼາຍ​ຮ້ອຍ​ປີ​ກວ່າ​ທີ່​ຜູ້​ຕິດ​ຕາມ​ເພິ່ນ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ທັງ​ໝົດ​ຂອງ​ຄວາມ​ຈິງ​ຕາມ​ທີ່​ເພິ່ນ​ບອກ​ໄວ້. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

15 ໃນ​ປີ ຄ.ສ. 33 ພະ​ເຍຊູ​ບອກ​ຢ່າງ​ຊັດເຈນ​ວ່າ​ບາງ​ຄົນ​ຈະ​ຮ່ວມ​ປົກຄອງ​ກັບ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ ເຂົາ​ເຈົ້າ​ຈະ​ຖືກ​ຮັບ​ໄປ​ຈາກ​ແຜ່ນດິນ​ໂລກ​ແລະ​ຈະ​ມີ​ຊີວິດ​ຢູ່​ໃນ​ສະຫວັນ. ແຕ່​ໃນ​ຕອນ​ນັ້ນ​ລູກ​ສິດ​ຂອງ​ພະ​ເຍຊູ​ບໍ່​ເຂົ້າ​ໃຈ​ເລື່ອງ​ທີ່​ເພິ່ນ​ເວົ້າ. (ດາ. 7:18; ໂຢ. 14:2-5) ໃນ​ປີ​ດຽວ​ກັນ​ນັ້ນ ພະ​ເຍຊູ​ໄດ້​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ໃຫ້​ເຮົາ​ຮູ້​ວ່າ​ລາຊະອານາຈັກ​ບໍ່​ໄດ້​ເກີດ​ຂຶ້ນ​ທັນທີ​ຫຼັງ​ຈາກ​ທີ່​ເພິ່ນ​ໄປ​ສະຫວັນ ແຕ່​ຕ້ອງ​ຄອຍ​ຖ້າ​ອີກ​ດົນ. (ມັດ. 25:14, 19; ລືກາ 19:11, 12) ພວກ​ລູກ​ສິດ​ບໍ່​ເຂົ້າ​ໃຈ​ຈຸດ​ທີ່​ສຳຄັນ​ນີ້ ຫຼັງ​ຈາກ​ທີ່​ພະ​ເຍຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ​ເຂົາ​ເຈົ້າ​ກໍ​ຍັງ​ຖາມ​ເພິ່ນ​ວ່າ: “ພະອົງ​ຈະ​ໃຫ້​ຊົນຊາດ​ອິດສະລາເອນ​ໄດ້​ຄອງ​ອຳນາດ​ຄືນ​ໃນ​ເວລາ​ນີ້​ບໍ?, ທ.ປ.” ແຕ່​ພະ​ເຍຊູ​ກໍ​ເລືອກ​ທີ່​ຈະ​ບໍ່​ບອກ​ລາຍ​ລະອຽດ​ຫຍັງ​ອີກ. (ກິດ. 1:6, 7) ພະ​ເຍຊູ​ຍັງ​ສອນ​ອີກ​ວ່າ​ຈະ​ມີ​ຄົນ​ອີກ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ: “ແກະ​ອື່ນ” ເຊິ່ງ​ເປັນ​ຄົນ​ລະ​ກຸ່ມ​ກັບ “ແກະ​ຝູງ​ນ້ອຍ, ລ.ມ.” ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ເພິ່ນ. (ໂຢ. 10:16; ລືກາ 12:32) ລູກ​ສິດ​ຂອງ​ພະ​ຄລິດ​ບໍ່​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ວ່າ​ຄົນ 2 ກຸ່ມ​ນີ້​ແມ່ນ​ໃຜ ແລະ​ຫຼັງ​ຈາກ​ລາຊະອານາຈັກ​ສ້າງ​ຕັ້ງ​ໃນ​ປີ 1914 ເຂົາ​ເຈົ້າ​ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ດົນ​ເພື່ອ​ຈະ​ເຂົ້າ​ໃຈ.

16 ຕອນ​ທີ່​ພະ​ເຍຊູ​ຢູ່​ໃນ​ໂລກ​ເພິ່ນ​ບໍ່​ໄດ້​ບອກ​ທຸກ​ສິ່ງ​ກັບ​ພວກ​ລູກ​ສິດ​ເພາະ​ເພິ່ນ​ຮູ້​ດີ​ວ່າ​ເຂົາ​ເຈົ້າ​ຈະ​ຮັບ​ບໍ່​ໄຫວ. (ໂຢ. 16:12) ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ​ໃນ​ສະຕະວັດ​ທຳອິດ​ຕ້ອງ​ມີ​ການ​ເປີດ​ເຜີຍ​ຄວາມ​ຮູ້​ຫຼາຍ​ເລື່ອງ​ກ່ຽວ​ກັບ​ລາຊະອານາຈັກ ແຕ່​ກໍ​ຍັງ​ບໍ່​ເຖິງ​ເວລາ​ທີ່​ຄວາມ​ຮູ້​ນັ້ນ​ຈະ​ມີ​ຢ່າງ​ບໍລິບູນ.

ຄວາມ​ຮູ້​ແທ້​ມີ​ຢ່າງ​ບໍລິບູນ​ໃນ “ສະໄໝ​ສຸດ​ທ້າຍ”

17. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ ແລະ​ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ອັນ​ໃດ​ອີກ?

17 ພະ​ເຢໂຫວາ​ສັນຍາ​ກັບ​ດານຽນ​ວ່າ​ໃນ “ສະໄໝ​ສຸດ​ທ້າຍ” ຫຼາຍ​ຄົນ​ຈະ “ຄົ້ນ​ເບິ່ງ​ມ້ວນ​ໜັງສື​ນີ້​ຢ່າງ​ຖີ່​ຖ້ວນ ແລະ​ຄວາມ​ຮູ້​ແທ້” ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ກໍ​ຈະ​ມີ​ໃຫ້​ຮຽນ​ຮູ້​ຢ່າງ​ບໍລິບູນ. (ດາ. 12:4, ລ.ມ.) ຄົນ​ທີ່​ຢາກ​ໄດ້​ຄວາມ​ຮູ້​ນັ້ນ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆ ແຕ່​ບໍ່​ວ່າ​ເຮົາ​ຈະ​ກວດ​ສອບ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ຖີ່​ຖ້ວນ​ຂະໜາດ​ໃດ ເຮົາ​ກໍ​ບໍ່​ສາມາດ​ເຂົ້າ​ໃຈ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ໄດ້ ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ​ເຮົາ.—ອ່ານ​ມັດທາຍ 13:11

18. ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ສະແດງ​ຄວາມ​ເຊື່ອ​ແລະ​ຄວາມ​ຖ່ອມ​ໃຈ​ແນວ​ໃດ?

18 ກ່ອນ​ຈະ​ເຖິງ​ປີ 1914 ພະ​ເຢໂຫວາ​ເປີດ​ເຜີຍ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ເທື່ອ​ລະ​ຂັ້ນ ແລະ​ພະອົງ​ກໍ​ຍັງ​ເຮັດ​ແບບ​ນັ້ນ​ໃນ​ສະໄໝ​ສຸດ​ທ້າຍ. ໃນ​ບົດ​ທີ 4 ແລະ 5 ຂອງ​ປຶ້ມ​ນີ້​ຈະ​ສະແດງ​ໃຫ້​ເຫັນ​ວ່າ ຕະຫຼອດ 100 ປີ​ທີ່​ຜ່ານ​ມາ​ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຄັ້ງ. ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ສະໜັບສະໜູນ​ເຂົາ​ເຈົ້າ​ບໍ? ບໍ່​ແມ່ນ! ຄວາມ​ຈິງ​ແລ້ວ​ພະ​ເຢໂຫວາ​ສະໜັບສະໜູນ​ເຂົາ​ເຈົ້າ ເພາະ​ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ມີ​ຄຸນ​ລັກສະນະ 2 ຢ່າງ​ທີ່​ເຮັດ​ໃຫ້​ພະອົງ​ຮັກ​ເຂົາ​ເຈົ້າ​ນັ້ນ​ຄື: ຄວາມ​ເຊື່ອ​ແລະ​ຄວາມ​ຖ່ອມ​ໃຈ. (ເຫບ. 11:6; ຢໂກ. 4:6) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຊື່ອ​ວ່າ​ທຸກ​ຢ່າງ​ທີ່​ພະອົງ​ສັນຍາ​ໄວ້​ໃນ​ຄຳພີ​ໄບເບິນ​ຈະ​ເປັນ​ຈິງ. ເຂົາ​ເຈົ້າ​ສະແດງ​ຄວາມ​ຖ່ອມ​ໃຈ ເມື່ອ​ຍອມ​ຮັບ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ວິທີ​ທີ່​ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ເປັນ​ຈິງ ເຮົາ​ເຫັນ​ຄວາມ​ຖ່ອມ​ໃຈ​ນີ້​ໄດ້​ຈາກ​ຫໍສັງເກດການ 1 ມີນາ 1925 ທີ່​ບອກ​ວ່າ: “ເຮົາ​ຮູ້​ວ່າ​ພະເຈົ້າ​ຈະ​ເປັນ​ຜູ້​ອະທິບາຍ​ຄວາມ​ໝາຍ​ເອງ ພະເຈົ້າ​ຈະ​ອະທິບາຍ​ຄວາມ​ໝາຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ ໃນ​ວິທີ​ຂອງ​ພະອົງ​ແລະ​ໃນ​ເວລາ​ທີ່​ເໝາະ​ສົມ.”

“ພະເຈົ້າ​ຈະ​ອະທິບາຍ​ຄວາມ​ໝາຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ເລື່ອງ​ຕ່າງໆໃນ​ຄຳພີ​ໄບເບິນ ໃນ​ວິທີ​ຂອງ​ພະອົງ​ແລະ​ໃນ​ເວລາ​ທີ່​ເໝາະ​ສົມ”

19. ຕອນ​ນີ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ໃນ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ?

19 ເມື່ອ​ລາຊະອານາຈັກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1914 ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຍັງ​ບໍ່​ເຂົ້າ​ໃຈ​ທັງ​ໝົດ​ວ່າ​ຄຳ​ພະຍາກອນ​ທີ່​ກ່ຽວ​ຂ້ອງ​ກັບ​ລາຊະອານາຈັກ​ຈະ​ເກີດ​ຂຶ້ນ​ແທ້​ແນວ​ໃດ. (1 ໂກ. 13:9, 10, 12) ເນື່ອງ​ຈາກ​ເຮົາ​ຄອຍ​ຖ້າ​ແລະ​ຢາກ​ເຫັນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ເປັນ​ຈິງ ບາງ​ຄັ້ງ​ເຮົາ​ກໍ​ເລີຍ​ລົງ​ຄວາມ​ເຫັນ​ຢ່າງ​ຜິດໆ. ຫໍສັງເກດການ 1 ມີນາ 1925 ບອກ​ວ່າ: “ຫຼັກ​ການ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ຈື່​ໄວ້​ສະເໝີ​ຄື ເຮົາ​ບໍ່​ສາມາດ​ເຂົ້າ​ໃຈ​ຄຳ​ພະຍາກອນ​ທັ້ງ​ໝົດ​ໄດ້ ຈົນ​ກວ່າ​ຄຳ​ພະຍາກອນ​ນັ້ນ​ເກີດ​ຂຶ້ນ​ແລ້ວ ຫຼື​ກຳລັງ​ເກີດ​ຂຶ້ນ.” ແລະ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ​ເຮົາ​ກໍ​ເຫັນ​ວ່າ​ນີ້​ເປັນ​ຄຳ​ເວົ້າ​ທີ່​ຖືກຕ້ອງ. ຕອນ​ນີ້​ເຮົາ​ຢູ່​ໃນ​ເວລາ​ທີ່​ໃກ້​ຈະ​ເຖິງ​ຈຸດ​ອະວະສານ​ແລ້ວ ຄຳ​ພະຍາກອນ​ຫຼາຍ​ຂໍ້​ກ່ຽວ​ກັບ​ລາຊະອານາຈັກ​ໄດ້​ເກີດ​ຂຶ້ນ​ແລ້ວ ແລະ​ອີກ​ຫຼາຍ​ຂໍ້​ກໍ​ກຳລັງ​ເກີດ​ຂຶ້ນ. ເນື່ອງ​ຈາກ​ປະຊາຊົນ​ຂອງ​ພະເຈົ້າ​ຖ່ອມ​ໃຈ​ແລະ​ເຕັມ​ໃຈ​ຍອມ​ຮັບ​ການ​ແກ້ໄຂ ພະ​ເຢໂຫວາ​ຈຶ່ງ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ພະອົງ​ຈະ​ເຮັດ ແລະ​ຄວາມ​ຮູ້​ແທ້​ຈຶ່ງ​ມີ​ຢ່າງ​ບໍລິບູນ!

ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ທົດ​ສອບ​ປະຊາຊົນ​ຂອງ​ພະເຈົ້າ

20, 21. ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ມີ​ຜົນ​ກະທົບ​ຕໍ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ແນວ​ໃດ?

20 ເມື່ອ​ພະ​ເຢໂຫວາ​ໄດ້​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ໃຫ້​ຖືກຕ້ອງ ສະພາບ​ຫົວໃຈ​ຂອງ​ເຮົາ​ກໍ​ຖືກ​ທົດ​ສອບ. ເຮົາ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ຖ່ອມ​ໃຈ​ຫຼາຍ​ພໍ​ບໍ​ທີ່​ຈະ​ຍອມ​ຮັບ​ຄວາມ​ເຂົ້າ​ໃຈ​ໃໝ່? ຄລິດສະຕຽນ​ທີ່​ມີ​ຊີວິດ​ຢູ່​ໃນ​ກາງ​ສະຕະວັດ​ທຳອິດ​ປະສົບ​ກັບ​ການ​ທົດ​ສອບ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ: ລອງ​ນຶກ​ພາບ​ວ່າ​ເຈົ້າ​ເປັນ​ຊາວ​ຢິວ​ໃນ​ສະໄໝ​ນັ້ນ ເຈົ້າ​ນັບຖື​ກົດ​ໝາຍ​ຂອງ​ໂມເຊ​ຫຼາຍ​ແລະ​ພູມ​ໃຈ​ທີ່​ໄດ້​ເກີດ​ເປັນ​ຊາວ​ຢິວ. ແຕ່​ຕອນ​ນີ້​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ອັກຄະສາວົກ​ໂປໂລ​ຂຽນ ເຊິ່ງ​ບອກ​ວ່າ​ພະ​ເຢໂຫວາ​ຍົກ​ເລີກ​ກົດ​ໝາຍ​ຂອງ​ໂມເຊ ແລະ​ພະອົງ​ບໍ່​ຍອມ​ຮັບ​ຊາດ​ອິດສະລາແອນ​ໂດຍ​ກຳເນີດ​ອີກ​ຕໍ່​ໄປ. ແຕ່​ໄດ້​ເລີ່ມ​ລວບລວມ​ຊາດ​ຂອງ​ພະອົງ​ຂຶ້ນ​ໃໝ່​ເຊິ່ງ​ມີ​ທັງ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດ. (ໂລມ 10:12; 11:17-24; ຄລາ. 6:15, 16; ໂກໂລ. 2:13, 14) ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?

21 ຄລິດສະຕຽນ​ທີ່​ຖ່ອມ​ໃຈ​ຍອມ​ຮັບ​ຄຳ​ອະທິບາຍ​ຂອງ​ໂປໂລ​ເຊິ່ງ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ອວຍ​ພອນ​ເຂົາ​ເຈົ້າ. (ກິດ. 13:48) ແຕ່​ມີ​ຫຼາຍ​ຄົນ​ບໍ່​ພໍ​ໃຈ​ໃນ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່​ນີ້​ແລະ​ຍັງ​ຍຶດ​ຕິດ​ຢູ່​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ຕົວ​ເອງ. (ຄລາ. 5:7-12) ຖ້າ​ເຂົາ​ເຈົ້າ​ບໍ່​ປ່ຽນ​ຄວາມ​ຄິດ ເຂົາ​ເຈົ້າ​ກໍ​ຈະ​ສູນ​ເສຍ​ໂອກາດ​ທີ່​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ.—2 ເປ. 2:1

22. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ພະ​ເຢໂຫວາ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ?

22 ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ພະ​ເຢໂຫວາ​ໄດ້​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ໃນ​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ ຕົວຢ່າງ​ເຊັ່ນ: ພະອົງ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຊັດເຈນ​ຂຶ້ນ​ວ່າ​ຈະ​ມີ​ການ​ແຍກ​ແກະ​ອອກ​ຈາກ​ແບ້​ເມື່ອ​ໃດ. ສິ່ງ​ນັ້ນ​ໝາຍ​ເຖິງ​ການ​ແຍກ​ຄົນ​ທີ່​ຍອມ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ອອກ​ຈາກ​ຄົນ​ທີ່​ບໍ່​ຍອມ​ຮັບ​ການ​ປົກຄອງ​ຂອງ​ພະອົງ. ນອກ​ຈາກ​ນີ້ ພະ​ເຢໂຫວາ​ຍັງ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ມີ​ການ​ເລືອກ​ຊົນ 144.000 ຄົນ​ໃຫ້​ຄົບ​ຈຳນວນ​ເມື່ອ​ໃດ. ຕົວຢ່າງ​ປຽບ​ທຽບ​ເລື່ອງ​ລາຊະອານາຈັກ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ຜູ້​ຖືກ​ເຈີມ​ຄົນ​ສຸດ​ທ້າຍ​ຈະ​ຂຶ້ນ​ໄປ​ສະຫວັນ​ເມື່ອ​ໃດ. d ເມື່ອ​ພະ​ເຢໂຫວາ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃໝ່​ເຈົ້າ​ຕອບ​ຮັບ​ແນວ​ໃດ? ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ບໍ? ເຈົ້າ​ເຫັນ​ບໍ​ວ່າ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ເລື່ອງ​ເຫຼົ່າ​ນີ້​ພິສູດ​ວ່າ​ພະ​ເຢໂຫວາ​ສອນ​ປະຊາຊົນ​ທີ່​ຖ່ອມ​ໃຈ​ຂອງ​ພະອົງ​ສະເໝີ? ເມື່ອ​ອ່ານ​ບົດ​ຕໍ່ໆໄປ ເຈົ້າ​ກໍ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ ພະ​ເຢໂຫວາ​ກຳລັງ​ເປີດ​ເຜີຍ​ເທື່ອ​ລະ​ຂັ້ນ​ໃຫ້​ຄົນ​ທີ່​ຢ້ານຢຳ​ພະອົງ​ໄດ້​ຮູ້​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ.

a ຊື່​ຂອງ​ພະເຈົ້າ​ເປັນ​ຄຳ​ກຳມະ​ໃນ​ພາສາ​ເຫບເລີ​ໝາຍ​ຄວາມ​ວ່າ “ຈະ​ເປັນ.” ຊື່​ພະ​ເຢໂຫວາ​ໝາຍ​ຄວາມ​ວ່າ​ພະອົງ​ເປັນ​ຜູ້​ທີ່​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆທີ່​ພະອົງ​ບອກ​ໄວ້​ສຳເລັດ. ເບິ່ງ​ຂອບ “ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ແນວ​ໃດ?” ໜ້າ 43.

b ເຖິງ​ວ່າ​ໄລຍະ​ເວລາ​ນີ້​ເບິ່ງ​ຄື​ດົນ​ນານ​ຫຼາຍ​ໃນ​ສະໄໝ​ປັດຈຸບັນ ແຕ່​ຢ່າ​ລືມ​ວ່າ​ມະນຸດ​ເຄີຍ​ມີ​ອາຍຸ​ຍືນ​ຍາວ​ກວ່າ​ນີ້​ຫຼາຍ ຕັ້ງ​ແຕ່​ອາດາມ​ເຖິງ​ອັບລາຫາມ​ມີ​ພຽງ​ແຕ່ 4 ຊົ່ວ​ອາຍຸ​ເທົ່າ​ນັ້ນ ຊ່ວງ​ຊີວິດ​ຂອງ​ອາດາມ​ຄາບ​ກ່ຽວ​ກັບ​ຊ່ວງ​ຊີວິດ​ຂອງ​ເລເມກ​ເຊິ່ງ​ເປັນ​ພໍ່​ຂອງ​ໂນເອ ຊ່ວງ​ຊີວິດ​ຂອງ​ເລເມກ​ຄາບ​ກ່ຽວ​ກັບ​ຊ່ວງ​ຊີວິດ​ຂອງ​ເຊມ​ລູກ​ຊາຍ​ຂອງ​ໂນເອ ແລະ​ຊ່ວງ​ຊີວິດ​ຂອງ​ເຊມ​ກໍ​ຄາບ​ກ່ຽວ​ກັບ​ຊ່ວງ​ຊີວິດ​ຂອງ​ອັບລາຫາມ.—ຕົ້ນ. 5:5, 31; 9:29; 11:10, 11; 25:7

c ຄຳ​ວ່າ: “ຊາຕານ” ທີ່​ໃຊ້​ເອີ້ນ​ບຸກຄົນ​ໃດ​ໜຶ່ງ​ມີ​ຢູ່ 18 ຄັ້ງ​ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ. ແຕ່​ມີ​ການ​ກ່າວ​ເຖິງ “ຊາຕານ” ຫຼາຍ​ກວ່າ 30 ຄັ້ງ​ໃນ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ. ພະ​ຄຳພີ​ພາກ​ພາສາ​ເຫບເລີ​ບໍ່​ຄ່ອຍ​ເວົ້າ​ເຖິງ​ຊາຕານ ແຕ່​ເນັ້ນ​ເລື່ອງ​ການ​ລະບຸ​ຕົວ​ເມຊີ. ເມື່ອ​ເມຊີ​ມາ​ແລ້ວ ເພິ່ນ​ກໍ​ເປີດໂປງ​ຊາຕານ​ແລະ​ນີ້​ເປັນ​ເລື່ອງ​ຈິງ​ທີ່​ບັນທຶກ​ໄວ້​ໃນ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ.

d ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ ເບິ່ງ​ຫໍສັງເກດການ (ພາສາ​ໄທ) 15 ຕຸລາ 1995 ໜ້າ 23-28; 15 ມັງກອນ 2008 ໜ້າ 20-24; 15 ກໍລະກົດ 2008 ໜ້າ 17-21; 15 ກໍລະກົດ 2013 ໜ້າ 9-14.