ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 4

ພະ​ເຢໂຫວາ​ຍົກຍ້ອງ​ຊື່​ຂອງ​ພະອົງ

ພະ​ເຢໂຫວາ​ຍົກຍ້ອງ​ຊື່​ຂອງ​ພະອົງ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ປະຊາຊົນ​ຂອງ​ພະເຈົ້າ​ເຮັດ​ໃຫ້​ນາມ​ຊື່​ອັນ​ສັກສິດ​ຂອງ​ພະອົງ​ເປັນ​ທີ່​ຮູ້ຈັກ

1, 2. ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ຍົກຍ້ອງ​ຊື່​ຂອງ​ພະເຈົ້າ​ແນວ​ໃດ?

 ຕອນ​ເຊົ້າ​ວັນ​ອັງຄານ​ທີ 2 ທັນວາ 1947 ພີ່​ນ້ອງ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆຈາກ​ເບເທນ​ບຸກ​ລິນ ນິວຢອກ ເລີ່ມ​ເຮັດ​ວຽກ​ໃຫຍ່​ເຊິ່ງ​ຕ້ອງ​ໃຊ້​ຄວາມ​ບາກ​ບັ່ນ​ພະຍາຍາມ​ຫຼາຍ ແຕ່​ເຂົາ​ເຈົ້າ​ກໍ​ເຮັດ​ວຽກ​ນີ້​ຕະຫຼອດ​ໄລຍະ​ເວລາ 12 ປີ. ໃນ​ທີ່​ສຸດ ຕອນ​ເຊົ້າ​ວັນ​ອາທິດ​ທີ 13 ມີນາ 1960 ເຂົາ​ເຈົ້າ​ກໍ​ແປ​ສ່ວນ​ສຸດ​ທ້າຍ​ຂອງ​ພະ​ຄຳພີ​ສຳເລັດ​ສົມບູນ. ຫຼັງ​ຈາກ​ນັ້ນ​ອີກ 3 ເດືອນ ຄື​ວັນ​ທີ່ 18 ມິຖຸນາ 1960 ພີ່​ນ້ອງ​ນາທານ ນໍ ໄດ້​ປະກາດ​ການ​ອອກ​ສ່ວນ​ສຸດ​ທ້າຍ​ຂອງ​ຄຳພີ​ໄບເບິນ​ຄົບ​ຊຸດ​ທີ່​ເອີ້ນ​ວ່າ: ພະ​ຄຳພີ​ບໍລິສຸດ​ສະບັບ​ແປ​ໂລກ​ໃໝ່ ໃນ​ການ​ປະຊຸມ​ໃຫຍ່​ທີ່​ເມືອງ​ແມ​ນ​ເຊັດ​ເຕີ ປະເທດ​ອັງກິດ. ຜູ້​ຟັງ​ທຸກ​ຄົນ​ໃນ​ທີ່​ນັ້ນ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ​ຫຼາຍ ຜູ້​ບັນລະຍາຍ​ເວົ້າ​ແທນ​ຄວາມ​ຮູ້ສຶກ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ຄົນ​ໄດ້​ເປັນ​ຢ່າງ​ດີ​ເມື່ອ​ລາວ​ເວົ້າ​ວ່າ: ‘ມື້​ນີ້​ເປັນ​ມື້​ທີ່​ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ຍິນດີ​ຫຼາຍ!’ ເຫດຜົນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ດີ​ໃຈ​ເປັນ​ພິເສດ​ກໍ​ຄື​ລັກສະນະ​ເດັ່ນ​ຂອງ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ນີ້​ແມ່ນ​ມີ​ການ​ໃຊ້​ຊື່​ສະເພາະ​ຂອງ​ພະ​ເຢໂຫວາ​ຫຼາຍ​ແທ້ໆ.

ມີ​ການ​ອອກ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ສະບັບ​ແປ​ໂລກ​ໃໝ່ ທີ່​ການ​ປະຊຸມ​ໃຫຍ່ ປີ 1950 Theocracy’s Increase Assembly (ໄວ້: ສະ​ໜາມ​ກິລາ​ແຢງກີ ນະຄອນ​ຫຼວງ​ນິວຢອກ Yankee Stadium, New York City; ຂວາ: ການາ)

2 ຄຳພີ​ໄບເບິນ​ສະບັບ​ແປ​ຫຼາຍ​ສະບັບ​ຕັດ​ຊື່​ຂອງ​ພະເຈົ້າ​ອອກ. ແຕ່​ຜູ້​ຮັບໃຊ້​ທີ່​ຖືກ​ເຈີມ​ຂອງ​ພະ​ເຢໂຫວາ​ຕ້ານ​ທານ​ແຜນ​ຮ້າຍ​ຂອງ​ຊາຕານ​ທີ່​ຕ້ອງການ​ລົບ​ຊື່​ຂອງ​ພະເຈົ້າ​ອອກ​ຈາກ​ຄວາມ​ຊົງ​ຈຳ​ຂອງ​ມະນຸດ. ຄຳ​ນຳ​ຂອງ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ທີ່​ອອກ​ໃນ​ມື້​ນັ້ນ​ບອກ​ວ່າ: “ລັກສະນະ​ເດັ່ນ​ທີ່​ສຸດ​ຂອງ​ສະບັບ​ແປ​ນີ້​ຄື​ມີ​ການ​ໃສ່​ຊື່​ຂອງ​ພະເຈົ້າ​ໄວ້​ໃນ​ບ່ອນ​ເກົ່າ​ທີ່​ເຄີຍ​ມີ​ຢູ່.” ທີ່​ຈິງ ສະບັບ​ແປ​ໂລກ​ໃໝ່ ໃຊ້​ຊື່​ພະເຈົ້າ​ຄື ເຢໂຫວາ ຫຼາຍ​ກວ່າ 7.000 ຄັ້ງ. ເຫັນ​ໄດ້​ແຈ້ງ​ວ່າ ສະບັບ​ແປ​ນີ້​ຍົກຍ້ອງ​ຊື່​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຂອງ​ເຮົາ​ຫຼາຍ​ກວ່າ​ສະບັບ​ອື່ນໆ!

3. (ກ) ພີ່​ນ້ອງ​ຂອງ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຊື່​ພະເຈົ້າ? (ຂ) ເຮົາ​ເຂົ້າ​ໃຈ​ພະທຳ​ອົບພະຍົບ 3:13, 14 ແນວ​ໃດ? (ເບິ່ງ​ຂອບ “ ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ແນວ​ໃດ?”)

3 ໃນ​ຕອນ​ທຳອິດ ນັກ​ສຶກສາ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ວ່າ ຊື່​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ: “ເຮົາ​ຈະ​ເປັນ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງການ​ຈະ​ເປັນ.” (ອົບ. 3:14, ລ.ມ.) ດັ່ງ​ນັ້ນ ຫໍສັງເກດການ 1 ມັງກອນ 1926 ຈຶ່ງ​ບອກ​ວ່າ: “ຊື່​ເຢໂຫວາ​ໝາຍ​ເຖິງ ບຸກຄົນ​ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໄດ້​ດ້ວຍ​ຕົວ​ເອງ . . . ເປັນ​ຜູ້​ທີ່​ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ​ແລະ​ບໍ່​ມີ​ຈຸດ​ສິ້ນ​ສຸດ.” ແຕ່​ຕອນ​ທີ່​ຜູ້​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ເລີ່ມ​ເຮັດ​ວຽກ​ນີ້ ພະ​ເຢໂຫວາ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ເຂົ້າ​ໃຈ​ວ່າ ຊື່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະອົງ​ມີ​ຊີວິດ​ຢູ່​ໄດ້​ດ້ວຍ​ຕົວ​ເອງ​ເທົ່າ​ນັ້ນ ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ຄື ຊື່​ນີ້​ສະແດງ​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຕັ້ງ​ໃຈ​ແລະ​ມີ​ໂຄງການ​ຫຼາຍ​ຢ່າງ. ຜູ້​ແປ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ໝາຍ​ຕາມ​ຕົວ​ຂອງ​ຊື່​ເຢໂຫວາ​ຄື: “ພະອົງ​ເຮັດ​ໃຫ້​ເປັນ.” ພະເຈົ້າ​ເຮັດ​ໃຫ້​ເອກະພົບ​ແລະ​ສິ່ງ​ທີ່​ມີ​ຊີວິດ​ທີ່​ມີ​ສະຕິ​ປັນຍາ​ເກີດ​ຂຶ້ນ ແລະ​ພະອົງ​ຍັງ​ເຮັດ​ໃຫ້​ສິ່ງ​ຕ່າງໆທີ່​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ແທ້. ແຕ່​ເປັນ​ຫຍັງ​ການ​ຍົກຍ້ອງ​ຊື່​ຂອງ​ພະເຈົ້າ​ຈຶ່ງ​ສຳຄັນ​ຫຼາຍ ແລະ​ເຮົາ​ຈະ​ຍົກຍ້ອງ​ຊື່​ຂອງ​ພະອົງ​ໄດ້​ແນວ​ໃດ?

ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ

4, 5. (ກ) ເມື່ອ​ເຮົາ​ອະທິດຖານ​ຂໍ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ເຮົາ​ໝາຍ​ເຖິງ​ຫຍັງ? (ຂ) ພະເຈົ້າ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ເມື່ອ​ໃດ​ແລະ​ແນວ​ໃດ?

4 ພະ​ເຢໂຫວາ​ຢາກ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ. ທີ່​ຈິງ ຄວາມ​ຕັ້ງ​ໃຈ​ອັນ​ດັບ​ທຳອິດ​ຂອງ​ພະເຈົ້າ​ຄື ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ເລື່ອງ​ນີ້​ເຫັນ​ໄດ້​ຢ່າງ​ຊັດເຈນ​ຈາກ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຍຊູ ສິ່ງ​ທຳອິດ​ທີ່​ເພິ່ນ​ຂໍ​ຄື: “ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.” (ມັດ. 6:9) ເມື່ອ​ເຮົາ​ອະທິດຖານ​ແບບ​ນັ້ນ ເຮົາ​ກຳລັງ​ໝາຍ​ເຖິງ​ຫຍັງ?

5 ໃນ​ບົດ​ທີ 1 ເຮົາ​ໄດ້​ຮຽນ​ເລື່ອງ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຍຊູ ຄຳ​ຂໍ​ທີ່​ບອກ​ວ່າ: “ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ” ເປັນ​ໜຶ່ງ​ໃນ​ຄຳ​ຂໍ 3 ຂໍ້​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ພະ​ເຢໂຫວາ. ສ່ວນ​ອີກ 2 ຂໍ້​ຄື: “ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່.” ແລະ “ຂໍ​ໃຫ້​ທຸກ​ຢ່າງ . . . ເປັນ​ຢ່າງ​ທີ່​ພະອົງ​ຢາກ​ໃຫ້​ເປັນ, ລ.ມ.” (ມັດ. 6:10) ດັ່ງ​ນັ້ນ ຄື​ກັບ​ທີ່​ເຮົາ​ຂໍ​ໃຫ້​ພະ​ເຢໂຫວາ​ສ້າງ​ຕັ້ງ​ລາຊະອານາຈັກ​ເພື່ອ​ເຮັດ​ໃຫ້​ສິ່ງ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້​ເກີດ​ຂຶ້ນ​ຈິງ ເຮົາ​ກໍ​ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ບາງ​ຢ່າງ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ເວົ້າ​ງ່າຍໆກໍ​ຄື ເຮົາ​ກຳລັງ​ຂໍ​ໃຫ້​ພະ​ເຢໂຫວາ​ລົບ​ລ້າງ​ຄຳ​ຕຳໜິ​ທີ່​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເສື່ອມ​ເສຍ​ຕັ້ງ​ແຕ່​ຕອນ​ທີ່​ມີ​ການ​ກະບົດ​ໃນ​ສວນ​ເອເດນ. ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ນັ້ນ​ແນວ​ໃດ? ພະອົງ​ກ່າວ​ວ່າ: ‘ເຮົາ​ຈະ​ໃຫ້​ນາມ​ຊື່​ອັນ​ໃຫຍ່​ຂອງ​ເຮົາ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ທີ່​ນາມ​ຊື່​ນັ້ນ​ໄດ້​ຖືກ​ປະໝາດ​ໃນ​ທ່າມກາງ​ພວກ​ຕ່າງ​ປະເທດ.’ (ເອເຊກ. 36:23; 38:23) ນີ້​ໝາຍ​ຄວາມ​ວ່າ​ເມື່ອ​ຮອດ​ວັນ​ອະລະມະເຄໂດນ ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ ແລະ​ເຮັດ​ໃຫ້​ທັງ​ມະນຸດ​ຊາດ​ແລະ​ທູດ​ສະຫວັນ​ເຫັນ​ວ່າ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.

6. ເຮົາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ໄດ້​ແນວ​ໃດ?

6 ຕະຫຼອດ​ປະຫວັດສາດ​ມະນຸດ ພະ​ເຢໂຫວາ​ອະນຸຍາດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ແນ່ນອນ​ວ່າ ເຮົາ​ບໍ່​ສາມາດ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ສັກສິດ​ໄປ​ຫຼາຍ​ກວ່າ​ນີ້​ໄດ້ ເພາະ​ຊື່​ຂອງ​ພະອົງ​ສັກສິດ​ຫຼື​ບໍລິສຸດ​ຢ່າງ​ສົມບູນ​ຢູ່​ແລ້ວ. ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ໄດ້​ແນວ​ໃດ? ເອຊາອີ​ບອກ​ວ່າ: “ພະ​ເຢໂຫວາ​ແຫ່ງ​ກອງທັບ​ທັງ​ຫຼາຍ​ຈົ່ງ​ນັບຖື​ພະອົງ​ເປັນ​ບໍລິສຸດ.” ແລະ​ພະ​ເຢໂຫວາ​ເອງ​ກໍ​ເວົ້າ​ເຖິງ​ປະຊາຊົນ​ຂອງ​ພະອົງ​ວ່າ: “ເຂົາ​ຈະ​ນັບຖື​ນາມ​ຊື່​ເຮົາ​ເປັນ​ອັນ​ບໍລິສຸດ . . . ແລະ​ຈະ​ຢ້ານຢຳ​ພະເຈົ້າ​ຂອງ​ຍິດສະລາເອນ.” (ເອຊາ. 8:13; 29:23) ດັ່ງ​ນັ້ນ ເຮົາ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ໄດ້​ໂດຍ​ແຍກ​ຊື່​ຂອງ​ພະເຈົ້າ​ໄວ້​ຕ່າງ​ຫາກ​ແລະ​ຍົກຍ້ອງ​ຊື່​ນີ້​ໃຫ້​ສູງ​ກວ່າ​ຊື່​ໃດໆ ຄິດ​ເຖິງ​ຄວາມ​ໝາຍ​ຊື່​ຂອງ​ພະອົງ​ສະເໝີ ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ຄວາມ​ບໍລິສຸດ​ຂອງ​ຊື່​ພະອົງ. ເຮົາ​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ​ເຮົາ​ຢ້ານຢຳ​ແລະ​ເຄົາລົບ​ນັບຖື​ຊື່​ຂອງ​ພະເຈົ້າ ເມື່ອ​ເຮົາ​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ຄື​ຜູ້​ປົກຄອງ​ຂອງ​ເຮົາ ແລະ​ເຮົາ​ເຊື່ອ​ຟັງ​ພະອົງ​ຈາກ​ໃຈ​ຈິງ.—ສຸພາ. 3:1; ຄຳປ. 4:11

ພະເຈົ້າ​ກຽມ​ປະຊາຊົນ​ໃຫ້​ພ້ອມ​ທີ່​ຈະ​ຍົກຍ້ອງ​ແລະ​ໃຊ້​ຊື່​ຂອງ​ພະອົງ

7, 8. (ກ) ເປັນ​ຫຍັງ​ຕ້ອງ​ໃຊ້​ເວລາ​ດົນ​ກ່ອນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໄດ້​ໃຊ້​ຊື່​ຂອງ​ພະອົງ? (ຂ) ເຮົາ​ກຳລັງ​ຈະ​ຮຽນ​ເລື່ອງ​ຫຍັງ?

7 ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ສະໄໝ​ປັດຈຸບັນ​ໄດ້​ໃຊ້​ຊື່​ຂອງ​ພະອົງ​ໃນ​ສິ່ງ​ພິມ​ຕ່າງໆມາ​ຕັ້ງ​ແຕ່​ທົດສະວັດ 1870. ຕົວຢ່າງ​ເຊັ່ນ: ຫໍສັງເກດການ ສິງ​ຫາ 1879 ແລະ​ປຶ້ມ​ເພງ​ທີ່​ຊື່​ວ່າ​ເພງ​ຂອງ​ເຈົ້າ​ສາວ (ພາສາ​ອັງກິດ) ທີ່​ພິມ​ໃນ​ປີ​ດຽວ​ກັນ​ນັ້ນ​ໄດ້​ເວົ້າ​ເຖິງ​ຊື່​ຂອງ​ພະ​ເຢໂຫວາ​ຄື​ກັນ. ແຕ່​ເບິ່ງ​ຄື​ວ່າ​ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ຍອມ​ໃຫ້​ປະຊາຊົນ​ເອີ້ນ​ຕົວ​ເອງ​ຢ່າງ​ເປີດ​ເຜີຍ​ໂດຍ​ໃຊ້​ຊື່​ທີ່​ສັກສິດ​ຂອງ​ພະອົງ ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ພະອົງ​ເພື່ອ​ຈະ​ຄູ່​ຄວນ​ກັບ​ກຽດ​ນີ້. ພະ​ເຢໂຫວາ​ໄດ້​ກຽມ​ນັກ​ສຶກສາ​ຄຳພີ​ໄບເບິນ​ຊຸດ​ທຳອິດ​ໃຫ້​ພ້ອມ​ສຳລັບ​ການ​ໃຊ້​ຊື່​ຂອງ​ພະອົງ​ແນວ​ໃດ?

8 ຫວນ​ຄືນ​ກັບ​ໄປ​ໃນ​ປາຍ​ສະຕະວັດ​ທີ 19 ເຖິງ​ຕົ້ນ​ສະຕະວັດ​ທີ 20 ເຮົາ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ສຳຄັນ​ກ່ຽວ​ກັບ​ຊື່​ຂອງ​ພະອົງ. ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ຈິງ 3 ຂໍ້​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້.

9, 10. (ກ) ເປັນ​ຫຍັງ​ບົດ​ຄວາມ​ໃນ​ຫໍສັງເກດການ ສະບັບ​ທຳອິດ​ເນັ້ນ​ເລື່ອງ​ພະ​ເຍຊູ​ຄລິດ? (ຂ) ມີ​ການ​ປ່ຽນ​ແປງ​ຫຍັງ​ຕັ້ງ​ແຕ່​ປີ 1919 ເປັນ​ຕົ້ນ​ມາ ແລະ​ຜົນ​ເປັນ​ແນວ​ໃດ? (ເບິ່ງ​ຂອບ  ຫໍສັງເກດການ ຍົກຍ້ອງ​ຊື່​ຂອງ​ພະເຈົ້າ​ແນວ​ໃດ?”)

9 ຂໍ້ 1 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ວ່າ​ຊື່​ຂອງ​ພະອົງ​ສຳຄັນ​ຫຼາຍ​ຂະໜາດ​ໃດ. ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ສັດ​ຊື່​ໃນ​ສະໄໝ​ທຳອິດ​ເບິ່ງ​ການ​ຈັດ​ກຽມ​ເລື່ອງ​ຄ່າໄຖ່​ເປັນ​ຄຳ​ສອນ​ຫຼັກ​ຂອງ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ຫໍສັງເກດການ ຈຶ່ງ​ເວົ້າ​ເຖິງ​ພະ​ເຍຊູ​ເລື້ອຍໆ. ຕົວຢ່າງ​ເຊັ່ນ: ໃນ​ປີ​ທຳອິດ​ທີ່​ຈັດ​ພິມ​ວາລະສານ​ນີ້ ມີ​ການ​ເວົ້າ​ເຖິງ​ຊື່​ຂອງ​ພະ​ເຍຊູ​ຫຼາຍ​ກວ່າ​ຊື່​ຂອງ​ພະ​ເຢໂຫວາ​ເຖິງ 10 ເທົ່າ. ຫໍສັງເກດການ 15 ມີນາ 1976 ບອກ​ວ່າ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ສະໄໝ​ທຳອິດ “ໃຫ້​ຄວາມ​ສຳຄັນ​ກັບ​ພະ​ເຍຊູ​ຫຼາຍ​ເກີນ​ໄປ.” ແຕ່​ຕໍ່​ມາ​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເລື່ອງ​ສຳຄັນ​ທີ່​ຄຳພີ​ໄບເບິນ​ເນັ້ນ​ກໍ​ຄື: ຊື່​ຂອງ​ພະເຈົ້າ. ຄວາມ​ເຂົ້າ​ໃຈ​ນີ້​ສົ່ງ​ຜົນ​ຕໍ່​ນັກ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ? ບົດ​ຄວາມ​ໃນ​ຫໍສັງເກດການ ສະບັບ​ນັ້ນ​ບອກ​ນຳ​ວ່າ ຕັ້ງ​ແຕ່​ປີ 1919 ເປັນ​ຕົ້ນ​ມາ “ເຂົາ​ເຈົ້າ​ເລີ່ມ​ໃຫ້​ກຽດ​ພະ​ເຢໂຫວາ​ຜູ້​ເປັນ​ພໍ່​ຂອງ​ເມຊີ​ຫຼາຍ​ຂຶ້ນ.” ທີ່​ຈິງ ໃນ​ໄລຍະ​ປີ 1920-1929 ຫໍສັງເກດການ ໄດ້​ເວົ້າ​ເຖິງ​ຊື່​ຂອງ​ພະເຈົ້າ​ຫຼາຍ​ກວ່າ 6.500 ເທື່ອ!

10 ພີ່​ນ້ອງ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຮັກ​ຊື່​ຂອງ​ພະເຈົ້າ​ໂດຍ​ໃຫ້​ຄວາມ​ສຳຄັນ​ແລະ​ຍົກຍ້ອງ​ຊື່​ຂອງ​ພະ​ເຢໂຫວາ​ຢ່າງ​ສົມ​ກຽດ. ຄື​ກັບ​ໂມເຊ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ບູຮານ ເຂົາ​ເຈົ້າ​ຕັ້ງ​ໃຈ ‘ປະກາດ​ນາມ​ຊື່​ຂອງ​ພະ​ເຢໂຫວາ.’ (ບັນຍັດ. 32:3; ເພງ. 34:3) ຜົນ​ກໍ​ເປັນ​ໄປ​ຕາມ​ທີ່​ຄຳພີ​ໄບເບິນ​ສັນຍາ​ໄວ້​ຄື ພະ​ເຢໂຫວາ​ສັງເກດ​ເຫັນ​ວ່າ​ເຂົາ​ເຈົ້າ​ຮັກ​ຊື່​ຂອງ​ພະອົງ ແລະ​ພະອົງ​ກໍ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ.—ເພງ. 119:132; ເຫບ. 6:10

11, 12. (ກ) ບໍ່​ດົນ​ຫຼັງ​ຈາກ​ປີ 1919 ມີ​ການ​ປ່ຽນ​ແປງ​ຫຍັງ​ໃນ​ໜັງສື​ຂອງ​ເຮົາ? (ຂ) ພະ​ເຢໂຫວາ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ຫັນ​ມາ​ສົນ​ໃຈ​ເລື່ອງ​ຫຍັງ ແລະ​ຍ້ອນ​ຫຍັງ?

11 ຂໍ້ 2 ຄລິດສະຕຽນ​ແທ້​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ວ່າ​ວຽກ​ທີ່​ພະເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ແມ່ນ​ຫຍັງ. ບໍ່​ດົນ​ຫຼັງ​ຈາກ​ປີ 1919 ພະລັງ​ບໍລິສຸດ​ໄດ້​ຊີ້​ນຳ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ທີ່​ນຳ​ໜ້າ​ໃນ​ວຽກ​ຮັບໃຊ້​ໃຫ້​ກວດ​ສອບ​ຄຳ​ພະຍາກອນ​ຂອງ​ເອຊາອີ​ຢ່າງ​ຈິງ​ຈັງ. ຕັ້ງ​ແຕ່​ນັ້ນ​ມາ ເນື້ອ​ໃນ​ຢູ່​ໃນ​ໜັງສື​ຂອງ​ເຮົາ​ກໍ​ປ່ຽນ​ໄປ​ເນັ້ນ​ອີກ​ດ້ານ​ໜຶ່ງ. ເປັນ​ຫຍັງ​ການ​ປັບ​ປ່ຽນ​ນີ້​ຈຶ່ງ​ຖື​ວ່າ​ເປັນ “ອາຫານ . . . ໃນ​ເວລາ​ກຳນົດ”?—ມັດ. 24:45

12 ກ່ອນ​ປີ 1919 ຫໍສັງເກດການ ບໍ່​ເຄີຍ​ພິຈາລະນາ​ລາຍ​ລະອຽດ​ໃນ​ຄຳ​ເວົ້າ​ຂອງ​ເອຊາອີ​ທີ່​ວ່າ: “ພະ​ເຢໂຫວາ​ໄດ້​ກ່າວ​ວ່າ ‘ທ່ານ​ທັງ​ຫຼາຍ​ເປັນ​ພິຍານ​ຝ່າຍ​ເຮົາ​ດ້ວຍ​ກັນ​ກັບ​ຜູ້​ຂ້າ​ໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້.’” (ອ່ານ​ເອຊາອີ 43:10-12) ແຕ່​ບໍ່​ດົນ​ຫຼັງ​ຈາກ​ປີ 1919 ປຶ້ມ​ຂອງ​ເຮົາ​ກໍ​ເລີ່ມ​ໃຫ້​ຄວາມ​ສຳຄັນ​ກັບ​ຂໍ້​ພະ​ຄຳພີ​ນີ້​ຫຼາຍ​ຂຶ້ນ. ໂດຍ​ສະໜັບສະໜູນ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ເຮັດ​ນັ້ນ​ຄື: ການ​ເປັນ​ພິຍານ​ກ່ຽວ​ກັບ​ພະອົງ. ທີ່​ຈິງ ພຽງ​ແຕ່​ໃນ​ໄລຍະ​ປີ 1925-1931 ມີ​ບົດ​ຄວາມ​ທີ່​ພິຈາລະນາ​ພະທຳ​ເອຊາອີ​ບົດ 43 ຢ່າງ​ລະອຽດ​ໃນ​ຫໍສັງເກດການ ເຖິງ 57 ສະບັບ ແລະ​ແຕ່​ລະ​ສະບັບ​ກໍ​ອະທິບາຍ​ຄຳ​ເວົ້າ​ຂອງ​ເອຊາອີ​ວ່າ​ກ່ຽວ​ຂ້ອງ​ກັບ​ຄລິດສະຕຽນ​ແທ້​ແນວ​ໃດ. ເຫັນ​ໄດ້​ວ່າ​ຕະຫຼອດ​ຫຼາຍ​ປີ​ນັ້ນ ພະ​ເຢໂຫວາ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ຫັນ​ມາ​ສົນ​ໃຈ​ວຽກ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ. ຍ້ອນ​ຫຍັງ? ເຫດຜົນ​ໜຶ່ງ​ກໍ​ຄື ພະອົງ​ຢາກ “ທົດລອງ​ເບິ່ງ​ຄວາມ​ເໝາະ​ສົມ​ຂອງ​ເຂົາ​ກ່ອນ.” (1 ຕີໂມ. 3:10, ລ.ມ.) ນັກ​ສຶກສາ​ຄຳພີ​ໄບເບິນ​ຕ້ອງ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຂົາ​ເຈົ້າ​ຕັ້ງ​ໃຈ​ເຮັດ​ວຽກ​ແລະ​ເປັນ​ພະຍານ​ຂອງ​ພະອົງ​ແທ້ໆແລະ​ເຂົາ​ເຈົ້າ​ຕ້ອງ​ພິສູດ​ຕົວ​ເອງ​ວ່າ​ຄູ່​ຄວນ​ກັບ​ກຽດ​ທີ່​ຈະ​ໄດ້​ໃຊ້​ຊື່​ຂອງ​ພະເຈົ້າ.—ລືກາ 24:47, 48

13. ຄຳພີ​ໄບເບິນ​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ສຳຄັນ​ທີ່​ສຸດ​ແນວ​ໃດ?

13 ຂໍ້ 3 ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ສຳຄັນ​ແນວ​ໃດ. ລະຫວ່າງ​ທົດສະວັດ 1920 ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ. ຄຳພີ​ໄບເບິນ​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ສຳຄັນ​ນີ້​ແນວ​ໃດ? ຂໍ​ໃຫ້​ຄິດ​ເຖິງ 2 ຕົວຢ່າງ​ຕໍ່​ໄປ​ນີ້: ເຫດຜົນ​ຫຼັກ​ທີ່​ພະ​ເຢໂຫວາ​ຊ່ວຍ​ຊາດ​ອິດສະລາແອນ​ໃຫ້​ລອດ​ຈາກ​ເອຢິບ​ແມ່ນ​ຫຍັງ? ພະ​ເຢໂຫວາ​ກ່າວ​ວ່າ: “ເພື່ອ​ນາມ​ຊື່​ຂອງ​ເຮົາ​ເປັນ​ທີ່​ປະກາດ​ລື​ໄປ​ທົ່ວ​ແຜ່ນດິນ​ໂລກ.” (ອົບ. 9:16) ແລະ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ກະລຸນາ​ຕໍ່​ຊາວ​ອິດສະລາແອນ​ທັງໆທີ່​ເຂົາ​ເຈົ້າ​ຂັດຂືນ​ແລະ​ບໍ່​ເຊື່ອ​ຟັງ​ພະອົງ? ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ໄດ້​ກະທຳ​ການ​ເພາະ​ເຫັນ​ແກ່​ນາມ​ຊື່​ຂອງ​ເຮົາ​ເພື່ອ​ບໍ່​ໃຫ້​ນາມ​ຊື່​ເຮົາ​ຖືກ​ປະຈານ​ຂາຍ​ໜ້າ​ຕໍ່​ຕາ​ພວກ​ຕ່າງ​ປະເທດ.” (ເອເຊກ. 20:8-10) ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຮຽນ​ຫຍັງ​ຈາກ​ຂໍ້​ຄຳພີ​ເຫຼົ່າ​ນີ້​ແລະ​ເລື່ອງ​ອື່ນໆທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ?

14. (ກ) ເມື່ອ​ຮອດ​ປາຍ​ທົດສະວັດ 1920 ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ໃຈ​ເລື່ອງ​ຫຍັງ? (ຂ) ເມື່ອ​ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ເລື່ອງ​ນັ້ນ​ມີ​ຜົນ​ກະທົບ​ຕໍ່​ວຽກ​ປະກາດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ? (ເບິ່ງ​ຂອບ “ ເຫດຜົນ​ສຳຄັນ​ທີ່​ຕ້ອງ​ໄປ​ປະກາດ”)

14 ເມື່ອ​ຮອດ​ປາຍ​ທົດສະວັດ 1920 ປະຊາຊົນ​ຂອງ​ພະເຈົ້າ​ກໍ​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ເອຊາອີ​ເວົ້າ​ໄວ້​ເມື່ອ 2.700 ປີ​ກ່ອນ​ນັ້ນ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ເອຊາອີ​ເວົ້າ​ວ່າ: ພະ​ເຢໂຫວາ “ນຳ​ປະຊາຊົນ​ຂອງ​ພະອົງ​ຢ່າງ​ນີ້ ເພື່ອ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ຍິ່ງໃຫຍ່.” (ເອຊາ. 63:14, ລ.ມ.) ນັກ​ສຶກສາ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ວ່າ ສິ່ງ​ສຳຄັນ​ທີ່​ສຸດ​ບໍ່​ແມ່ນ​ຄວາມ​ລອດ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ ແຕ່​ເປັນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. (ເອຊາ. 37:20; ເອເຊກ. 38:23) ໃນ​ປີ 1929 ປຶ້ມ​ຄຳ​ພະຍາກອນ (ພາສາ​ອັງກິດ) ສະ​ຫຼຸບ​ຄວາມ​ຈິງ​ຂໍ້​ນີ້​ວ່າ: “ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ສຳລັບ​ທູດ​ສະຫວັນ​ແລະ​ມະນຸດ​ທຸກ​ຄົນ.” ຄວາມ​ເຂົ້າ​ໃຈ​ໃໝ່​ນີ້​ແຮ່ງ​ກະຕຸ້ນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃຫ້​ບອກ​ຄົນ​ອື່ນ​ເລື່ອງ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ພົ້ນ​ຈາກ​ຄຳ​ຕຳໜິ.

15. (ກ) ເມື່ອ​ຮອດ​ຕົ້ນ​ທົດສະວັດ 1930 ພີ່​ນ້ອງ​ຂອງ​ເຮົາ​ເຂົ້າ​ໃຈ​ເລື່ອງ​ຫຍັງ? (ຂ) ຕອນ​ນີ້​ພະ​ເຢໂຫວາ​ເຫັນ​ວ່າ​ເຖິງ​ເວລາ​ສຳລັບ​ອັນ​ໃດ?

15 ເມື່ອ​ຮອດ​ຕົ້ນ​ທົດສະວັດ 1930 ພີ່​ນ້ອງ​ຂອງ​ເຮົາ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຊື່​ພະເຈົ້າ ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຊັດເຈນ​ຫຼາຍ​ຂຶ້ນ​ໃນ​ວຽກ​ທີ່​ພະເຈົ້າ​ສັ່ງ​ໃຫ້​ເຮັດ​ແລະ​ເຂົ້າ​ໃຈ​ວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ. ຕອນ​ນີ້ ພະ​ເຢໂຫວາ​ເຫັນ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຜູ້​ຮັບໃຊ້​ຈະ​ໄດ້​ຮັບ​ກຽດ​ເປັນ​ຕົວ​ແທນ​ທີ່​ໃຊ້​ຊື່​ຂອງ​ພະອົງ. ເພື່ອ​ຈະ​ເຂົ້າ​ໃຈ​ເລື່ອງ​ນີ້​ຫຼາຍ​ຂຶ້ນ ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ອະດີດ.

ພະ​ເຢໂຫວາ​ຍອມ​ຮັບ “ປະຊາຊົນ​ກຸ່ມ​ໜຶ່ງ​ທີ່​ໃຊ້​ຊື່​ຂອງ​ພະອົງ”

16. (ກ) ພະ​ເຢໂຫວາ​ຍົກຍ້ອງ​ຊື່​ຂອງ​ພະອົງ​ໃນ​ວິທີ​ທີ່​ໂດດ​ເດັ່ນ​ແນວ​ໃດ? (ຂ) ໃນ​ອະດີດ​ໃຜ​ເປັນ​ຄົນ​ກຸ່ມ​ທຳອິດ​ທີ່​ຖືກ​ເລືອກ​ເປັນ​ປະຊາຊົນ​ຂອງ​ພະເຈົ້າ?

16 ວິທີ​ທີ່​ໂດດ​ເດັ່ນ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ໃຊ້​ເພື່ອ​ຍົກຍ້ອງ​ຊື່​ຂອງ​ພະອົງ​ກໍ​ຄື ໃຫ້​ມີ​ກຸ່ມ​ຄົນ​ຢູ່​ເທິງ​ໂລກ​ເປັນ​ຕົວ​ແທນ​ໃນ​ການ​ໃຊ້​ຊື່​ຂອງ​ພະອົງ. ຕັ້ງ​ແຕ່​ປີ 1513 ກ່ອນ ຄ.ສ. ເປັນ​ຕົ້ນ​ມາ ພະ​ເຢໂຫວາ​ໄດ້​ເລືອກ​ຊາດ​ອິດສະລາແອນ​ໃຫ້​ເປັນ​ຕົວ​ແທນ​ຫຼື​ປະຊາຊົນ​ຂອງ​ພະອົງ. (ເອຊາ. 43:12) ແຕ່​ເຂົາ​ເຈົ້າ​ບໍ່​ຮັກສາ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ພະເຈົ້າ ດັ່ງ​ນັ້ນ ໃນ​ປີ ຄ.ສ. 33 ເຂົາ​ເຈົ້າ​ຈຶ່ງ​ສູນ​ເສຍ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ​ແລະ​ບໍ່​ໄດ້​ເປັນ​ປະຊາຊົນ​ຂອງ​ພະອົງ​ອີກ​ຕໍ່​ໄປ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ໄດ້ “ຫັນ​ມາ​ສົນ​ໃຈ​ຄົນ​ຕ່າງ​ຊາດ ແລະ​ແຍກ​ຄົນ​ອອກ​ມາ​ໃຫ້​ເປັນ​ປະຊາຊົນ​ກຸ່ມ​ໜຶ່ງ​ທີ່​ໃຊ້​ຊື່​ຂອງ​ພະອົງ.” (ກິດ. 15:14, ລ.ມ.) ປະຊາຊົນ​ທີ່​ພະອົງ​ເລືອກ​ໃໝ່​ນີ້​ເອີ້ນ​ວ່າ: “ຍິດສະລາເອນ​ຂອງ​ພະເຈົ້າ.” ເຂົາ​ເຈົ້າ​ຄື​ລູກ​ສິດ​ທີ່​ຖືກ​ເຈີມ​ຂອງ​ພະ​ຄລິດ​ເຊິ່ງ​ມາ​ຈາກ​ຊາດ​ຕ່າງໆ.—ຄລາ. 6:16

17. ຊາຕານ​ປະສົບ​ຜົນ​ສຳເລັດ​ໃນ​ເລື່ອງ​ຫຍັງ?

17 ປະມານ​ປີ ຄ.ສ. 44 ລູກ​ສິດ​ຂອງ​ພະ​ຄລິດ​ເຊິ່ງ​ໄດ້​ຮັບ “ການ​ຊີ້​ນຳ​ຈາກ​ພະເຈົ້າ” ຖືກ​ເອີ້ນ​ວ່າ “ຄລິດສະຕຽນ.” (ກິດ. 11:26, ລ.ມ.) ທຳອິດ​ຊື່​ນີ້​ຖື​ວ່າ​ໂດດ​ເດັ່ນ​ຫຼາຍ​ເພາະ​ໝາຍ​ເຖິງ​ຄລິດສະຕຽນ​ແທ້​ເທົ່າ​ນັ້ນ. (1 ເປ. 4:16) ແຕ່​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ເຂົ້າ​ເມັດ​ດີ​ກັບ​ເຂົ້າ​ນົກ ເຮົາ​ໄດ້​ຮູ້​ວ່າ​ຊາຕານ​ປະສົບ​ຜົນ​ສຳເລັດ​ຫຼາຍ ມັນ​ຍັງ​ໃຊ້​ເລ່​ຫຼ່ຽມ​ຈົນ​ເຮັດ​ໃຫ້​ຄຳ​ວ່າ​ຄລິດສະຕຽນ​ຖືກ​ນຳ​ໄປ​ໃຊ້​ຮ່ວມ​ກັບ​ຄລິດສະຕຽນ​ປອມ​ທຸກ​ຮູບ​ແບບ ຜົນ​ກໍ​ຄື: ເປັນ​ເວລາ​ຫຼາຍ​ສະຕະວັດ​ທີ່​ຜູ້​ຄົນ​ແຍກ​ບໍ່​ອອກ​ວ່າ​ໃຜ​ເປັນ​ຄລິດສະຕຽນ​ແທ້​ໃຜ​ເປັນ​ຄລິດສະຕຽນ​ປອມ. ແຕ່​ເມື່ອ​ຮອດ “ລະດູ​ກ່ຽວ” ເຊິ່ງ​ເລີ່ມ​ຕົ້ນ​ໃນ​ປີ 1914 ສະຖານະການ​ກໍ​ປ່ຽນ​ໄປ ຍ້ອນ​ຫຍັງ? ຍ້ອນ​ທູດ​ສະຫວັນ​ເລີ່ມ​ແຍກ​ຄລິດສະຕຽນ​ປອມ​ອອກ​ຈາກ​ຄລິດສະຕຽນ​ແທ້.—ມັດ. 13:30, 39-41

18. ອັນ​ໃດ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ເຫັນ​ວ່າ​ຈຳເປັນ​ຕ້ອງ​ມີ​ຊື່​ໃໝ່?

18 ຫຼັງ​ຈາກ​ແຕ່ງ​ຕັ້ງ​ທາດ​ສັດ​ຊື່​ໃນ​ປີ 1919 ພະ​ເຢໂຫວາ​ກໍ​ໄດ້​ຊ່ວຍ​ປະຊາຊົນ​ໃຫ້​ເຂົ້າ​ໃຈ​ວຽກ​ທີ່​ພະອົງ​ສັ່ງ​ໃຫ້​ເຂົາ​ເຈົ້າ​ເຮັດ. ບໍ່​ດົນ​ເຂົາ​ເຈົ້າ​ກໍ​ເຂົ້າ​ໃຈ​ວ່າ​ການ​ປະກາດ​ຕາມ​ບ້ານ​ເຮືອນ​ເປັນ​ວຽກ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ແຕກຕ່າງ​ຈາກ​ພວກ​ຄລິດສະຕຽນ​ປອມ​ທັງ​ໝົດ ແລ້ວ​ເຂົາ​ເຈົ້າ​ກໍ​ເລີ່ມ​ເບິ່ງ​ອອກ​ວ່າ ຊື່ “ນັກ​ສຶກສາ​ຄຳພີ​ໄບເບິນ” ຍັງ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ແຕກຕ່າງ​ຢ່າງ​ຊັດເຈນ​ຈາກ​ຄລິດສະຕຽນ​ປອມ. ນອກ​ຈາກ​ນັ້ນ ເປົ້າ​ໝາຍ​ຫຼັກ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ສຶກສາ​ຄຳພີ​ໄບເບິນ ແຕ່​ຕ້ອງ​ບອກ​ຜູ້​ຄົນ​ໃຫ້​ຮູ້​ເລື່ອງ​ຂອງ​ພະເຈົ້າ​ແລະ​ຍົກຍ້ອງ​ໃຫ້​ກຽດ​ຊື່​ຂອງ​ພະອົງ. ດັ່ງ​ນັ້ນ ຊື່​ຫຍັງ​ຈຶ່ງ​ຈະ​ເໝາະ​ສົມ​ກັບ​ວຽກ​ນີ້? ເຂົາ​ເຈົ້າ​ຮູ້​ຄຳຕອບ​ໃນ​ປີ 1931.

ລາຍການ​ການ​ປະຊຸມ​ໃຫຍ່​ປີ 1931

19, 20. (ກ) ມີ​ຄຳ​ປະກາດ​ທີ່​ໜ້າ​ຕື່ນ​ເຕັ້ນ​ອັນ​ໃດ​ໃນ​ການ​ປະຊຸມ​ໃຫຍ່ ປີ 1931? (ຂ) ພີ່​ນ້ອງ​ຂອງ​ເຮົາ​ຕອບ​ຮັບ​ແນວ​ໃດ​ເມື່ອ​ມີ​ຊື່​ໃໝ່?

19 ໃນ​ເດືອນ​ກໍລະກົດ​ປີ 1931 ນັກ​ສຶກສາ​ຄຳພີ​ໄບເບິນ​ປະມານ 15.000 ຄົນ​ໄປ​ຮ່ວມ​ການ​ປະຊຸມ​ໃຫຍ່​ທີ່​ເມືອງ​ໂຄ​ລຳ​ບັດ​ສ ລັດ​ໂອ​ຮາຍ​ໂອ ປະເທດ​ສະຫະລັດ​ອາ​ເມຣິ​ກາ. ເຂົາ​ເຈົ້າ​ໄດ້​ຮັບ​ໃບ​ລາຍການ​ການ​ປະຊຸມ​ທີ່​ມີ​ຕົວ​ອັກສອນ​ໃຫຍ່ 2 ຕົວ​ຄື J (ເຈ) ແລະ W (ດັບ​ເບິນ​ຢູ) ຢູ່​ໜ້າ​ປົກ. ເຂົາ​ເຈົ້າ​ສົງໄສ​ວ່າ ‘ຕົວ​ອັກສອນ​ນີ້​ໝາຍ​ເຖິງ​ຫຍັງ?’ ຫຼາຍ​ຄົນ​ກໍ​ເດົາ​ກັນ​ໄປ​ຕ່າງໆນາໆ. ເມື່ອ​ຮອດ​ວັນ​ອາທິດ​ທີ 26 ກໍລະກົດ ພີ່​ນ້ອງ ໂຈ​ເຊ​ບ ຣັດເທີ​ຝອດ​ກໍ​ແກ້​ຂໍ້​ສົງໄສ​ໃຫ້​ທຸກ​ຄົນ​ໂດຍ​ປະກາດ​ຢ່າງ​ໜັກແໜ້ນ​ວ່າ: “ເຮົາ​ຕ້ອງການ​ໃຫ້​ທຸກ​ຄົນ​ຮູ້ຈັກ​ແລະ​ເອີ້ນ​ເຮົາ​ດ້ວຍ​ຊື່​ພະຍານ​ພະ​ເຢໂຫວາ.” ແລ້ວ​ຕອນ​ນັ້ນ ຜູ້​ເຂົ້າ​ຮ່ວມ​ປະຊຸມ​ທຸກ​ຄົນ​ກໍ​ເຂົ້າ​ໃຈ​ທັນທີ​ວ່າ​ຕົວ​ອັກສອນ 2 ຕົວ​ນັ້ນ​ເປັນ​ຕົວ​ອັກສອນ​ຫຍໍ້​ຂອງ​ຊື່​ພະຍານ​ພະ​ເຢໂຫວາ (Jehovah’s Witnesses) ເຊິ່ງ​ເປັນ​ຊື່​ທີ່​ມາ​ຈາກ​ເອຊາອີ 43:10.

20 ຜູ້​ຟັງ​ທັງ​ໝົດ​ຕອບ​ຮັບ​ຄຳ​ປະກາດ​ນັ້ນ​ດ້ວຍ​ຄວາມ​ຍິນດີ​ແລະ​ສຽງ​ຕົບ​ມື​ດັງ​ກ້ອງ​ເປັນ​ເວລາ​ດົນ​ນານ ແລ້ວ​ວິທະຍຸ​ກໍ​ກະຈາຍ​ສຽງ​ຄວາມ​ຕື່ນ​ເຕັ້ນ​ຍິນດີ​ໃນ​ໂຄ​ລຳ​ບັດ​ສ​ໃຫ້​ດັງ​ໄປ​ໄກ​ເຖິງ​ເຄິ່ງ​ໂລກ! ພີ່​ນ້ອງ​ເອິນ​ເນັດ​ແລະ​ນາໂອມິ ບາ​ເບີ ໃນ​ອົດສະຕຣາລີ​ເລົ່າ​ວ່າ: “ເມື່ອ​ສຽງ​ຕົບ​ມື​ທີ່​ອາ​ເມຣິ​ກາ​ດັງ​ຂຶ້ນ ພວກ​ພີ່​ນ້ອງ​ໃນ​ແມ​ນ​ເບີ​ນ​ກໍ​ຢືນ​ຂຶ້ນ​ແລ້ວ​ຕົບ​ມື​ບໍ່​ຢຸດ. ພວກ​ເຮົາ​ບໍ່​ເຄີຍ​ລືມ​ຄວາມ​ຮູ້ສຶກ​ໃນ​ມື້​ນັ້ນ​ເລີຍ!” a

ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ຍົກຍ້ອງ​ໄປ​ທົ່ວ​ໂລກ

21. ຊື່​ໃໝ່​ສະໜັບສະໜູນ​ໃຫ້​ພີ່​ນ້ອງ​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ແນວ​ໃດ?

21 ຊື່​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ໄດ້​ມາ​ຈາກ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ປະກາດ​ຢ່າງ​ກະຕືລືລົ້ນ​ຫຼາຍ​ຂຶ້ນ. ແອັດ​ເວີດ​ກັບ​ເຈ​ດ​ຊີ ກລີມ​ມິດ​ສ ຄູ່​ຜົວ​ເມຍ​ທີ່​ເປັນ​ໄພໂອເນຍ​ໃນ​ສະຫະລັດ​ອາ​ເມຣິ​ກາ​ເຊິ່ງ​ໄປ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫຍ່​ທີ່​ໂຄ​ລຳ​ບັດ​ສ​ໃນ​ປີ 1931 ບອກ​ວ່າ: “ຕອນ​ທີ່​ເຮົາ​ອອກ​ຈາກ​ບ້ານ​ເຮົາ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ ແຕ່​ຕອນ​ກັບ​ມາ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ. ເຮົາ​ມີ​ຄວາມ​ສຸກ​ທີ່​ຕອນ​ນີ້​ເຮົາ​ມີ​ຊື່​ທີ່​ຊ່ວຍ​ເຮົາ​ໃຫ້​ຍົກຍ້ອງ​ຊື່​ຂອງ​ພະເຈົ້າ​ໄດ້​ຫຼາຍ​ຂຶ້ນ.” ຫຼັງ​ຈາກ​ການ​ປະຊຸມ​ໃຫຍ່​ຄັ້ງ​ນັ້ນ ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ກໍ​ໃຊ້​ວິທີ​ໃໝ່​ໃນ​ການ​ປະກາດ. ເຂົາ​ເຈົ້າ​ແນະນຳ​ຕົວ​ເອງ​ກັບ​ເຈົ້າ​ຂອງ​ເຮືອນ ໂດຍ​ຍື່ນ​ບັດ​ທີ່​ມີ​ຂໍ້​ຄວາມ​ຂຽນ​ວ່າ: “ພະຍານ​ຂອງ​ພະ​ເຢໂຫວາ​ຄົນ​ໜຶ່ງ​ກຳລັງ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ.” ປະຊາຊົນ​ຂອງ​ພະ​ເຢໂຫວາ​ພູມ​ໃຈ​ທີ່​ໄດ້​ໃຊ້​ຊື່​ຂອງ​ພະອົງ​ແລະ​ພ້ອມ​ຈະ​ປະກາດ​ໃຫ້​ຄົນ​ທົ່ວ​ໂລກ​ຮູ້​ວ່າ​ຊື່​ນີ້​ສຳຄັນ​ຫຼາຍ​ຂະໜາດ​ໃດ.—ເອຊາ. 12:4

“ຕອນ​ທີ່​ເຮົາ​ອອກ​ຈາກ​ບ້ານ​ເຮົາ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ ແຕ່​ຕອນ​ກັບ​ມາ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ.”

22. ອັນ​ໃດ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແຕກຕ່າງ​ຈາກ​ຄົນ​ອື່ນ​ຢ່າງ​ຊັດເຈນ?

22 ຫຼາຍ​ປີ​ຜ່ານ​ໄປ ຕັ້ງ​ແຕ່​ຕອນ​ທີ່​ພະ​ເຢໂຫວາ​ກະຕຸ້ນ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ຂອງ​ເຮົາ​ໃຫ້​ຮັບ​ເອົາ​ຊື່​ທີ່​ບໍ່​ຄື​ໃຜ​ນີ້. ຕັ້ງ​ແຕ່​ຕອນ​ນັ້ນ​ຈົນ​ເຖິງ​ຕອນ​ນີ້ ຊາຕານ​ປະສົບ​ຜົນ​ສຳເລັດ​ບໍ​ໃນ​ການ​ປິດ​ຫູ​ປິດ​ຕາ​ຜູ້​ຄົນ​ບໍ່​ໃຫ້​ຮູ້ຈັກ​ປະຊາຊົນ​ຂອງ​ພະເຈົ້າ? ມັນ​ເຮັດ​ໃຫ້​ເຮົາ​ຖືກ​ກືນ​ຫາຍ​ໄປ​ກັບ​ສາສະໜາ​ຕ່າງໆຂອງ​ໂລກ​ບໍ? ບໍ່! ທີ່​ຈິງ ຊື່​ທີ່​ເປັນ​ເອກະລັກ​ເຊິ່ງ​ເປັນ​ພະຍານ​ເຖິງ​ພະເຈົ້າ​ພັດ​ແຮ່ງ​ໂດດ​ເດັ່ນ​ກວ່າ​ຍຸກ​ສະໄໝ​ໃດ. (ອ່ານ​ມີເກ 4:5; ມາລາກີ 3:18) ຄວາມ​ຈິງ​ແລ້ວ ການ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ​ຢ່າງ​ເປີດ​ເຜີຍ​ເຮັດ​ໃຫ້​ຜູ້​ຄົນ​ຮູ້​ທັນທີ​ວ່າ​ຄົນ​ກຸ່ມ​ນີ້​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ຫຼື​ເປັນ​ພະຍານ​ພະ​ເຢໂຫວາ. ແທນ​ທີ່​ຈະ​ຖືກ​ສາສະໜາ​ປອມ​ເຊິ່ງ​ເປັນ​ຄື​ກັບ​ພູເຂົາ​ບົດ​ບັງ​ຈົນ​ມືດ​ມິດ ການ​ນະມັດສະການ​ແທ້​ຂອງ​ພະ​ເຢໂຫວາ “ຈະ​ຕັ້ງ​ຢູ່​ເທິງ​ຍອດ​ພູ​ທັງ​ຫຼາຍ.” (ເອຊາ. 2:2) ເຫັນ​ໄດ້​ວ່າ ໃນ​ທຸກ​ມື້​ນີ້​ການ​ນະມັດສະການ​ພະ​ເຢໂຫວາ​ແລະ​ຊື່​ທີ່​ສັກສິດ​ຂອງ​ພະອົງ​ກຳລັງ​ໄດ້​ຮັບ​ການ​ຍົກຍ້ອງ​ຢ່າງ​ສູງ.

23. ຄຳເພງ 121:5 ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ?

23 ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ຫຼາຍ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ຄຸ້ມຄອງ​ບໍ່​ໃຫ້​ຊາຕານ​ໂຈມຕີ​ເຮົາ​ໄດ້​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ! (ເພງ. 121:5) ນີ້​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ສະແດງ​ຄວາມ​ຮູ້ສຶກ​ແບບ​ດຽວ​ກັບ​ຜູ້​ແຕ່ງ​ຄຳເພງ​ທີ່​ຂຽນ​ວ່າ: “ຊາວ​ປະເທດ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາ​ກໍ​ເປັນ​ສຸກ​ຫຼາຍ ພວກ​ທີ່​ພະເຈົ້າ​ໄດ້​ເລືອກ​ໄວ້​ເປັນ​ມູນ​ຂອງ​ພະອົງ​ກໍ​ສຸກ​ຫຼາຍ.”—ເພງ. 33:12

a ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ໃຊ້​ວິທະຍຸ ເບິ່ງ​ບົດ 7 ໜ້າ 72-74.