ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 6

ຜູ້​ປະກາດ​ຂ່າວ​ດີ—ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ເຮັດ​ວຽກ

ຜູ້​ປະກາດ​ຂ່າວ​ດີ—ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ເຮັດ​ວຽກ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ກະສັດ​ເຍຊູ​ລວບລວມ​ຜູ້​ປະກາດ​ຂ່າວ​ດີ

1, 2. ພະ​ເຍຊູ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ວຽກ​ທີ່​ຍິ່ງໃຫຍ່​ອັນ​ໃດ ແລະ​ມີ​ຄຳຖາມ​ສຳຄັນ​ອັນ​ໃດ​ທີ່​ເຮົາ​ຕ້ອງ​ຮູ້​ຄຳຕອບ?

 ນັກ​ການ​ເມືອງ​ມັກ​ຈະ​ສັນຍາ​ຫຼາຍ​ເລື່ອງ​ກັບ​ປະຊາຊົນ ແຕ່​ກໍ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້. ແມ່ນ​ແຕ່​ຄົນ​ທີ່​ມີ​ເຈຕະນາ​ດີ​ທີ່​ສຸດ​ກໍ​ອາດ​ເຮັດ​ຕາມ​ສິ່ງ​ທີ່​ສັນຍາ​ໄວ້​ບໍ່​ໄດ້ ແຕ່​ພະ​ເຍຊູ​ກະສັດ​ເມຊີ​ບໍ່​ເປັນ​ແບບ​ນັ້ນ ເພິ່ນ​ຮັກສາ​ຄຳ​ສັນຍາ​ສະເໝີ.

2 ຫຼັງ​ຈາກ​ຂຶ້ນ​ເປັນ​ກະສັດ​ໃນ​ປີ ຄ.ສ. 1914 ພະ​ເຍຊູ​ກໍ​ພ້ອມ​ຈະ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ປະມານ 1.900 ປີ​ເກີດ​ຂຶ້ນ​ຈິງ. ບໍ່​ດົນ​ກ່ອນ​ພະ​ເຍຊູ​ເສຍ​ຊີວິດ ເພິ່ນ​ບອກ​ວ່າ: “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ] ຂອງ​ພະເຈົ້າ​ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ.” (ມັດ. 24:14) ນັ້ນ​ກໍ​ຈະ​ເປັນ​ສັນຍານ​ຢ່າງ​ໜຶ່ງ​ວ່າ​ພະ​ເຍຊູ​ໄດ້​ເລີ່ມ​ປົກຄອງ​ເປັນ​ກະສັດ​ແລ້ວ ແຕ່​ຄຳຖາມ​ສຳຄັນ​ກໍ​ຄື: ໃນ​ສະໄໝ​ສຸດ​ທ້າຍ​ທີ່​ມີ​ແຕ່​ຄົນ​ເຫັນ​ແກ່​ຕົວ ບໍ່​ມີ​ຄວາມ​ຮັກ ແລະ​ບໍ່​ສົນ​ໃຈ​ສາສະໜາ ກະສັດ​ຈະ​ຊອກ​ຫາ​ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ປະກາດ​ໄດ້​ຈາກ​ໃສ? (ມັດ. 24:12; 2 ຕີໂມ. 3:1-5) ເຮົາ​ຕ້ອງ​ຮູ້​ຄຳຕອບ ເພາະ​ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັບ​ຄລິດສະຕຽນ​ແທ້​ທຸກ​ຄົນ.

3. ພະ​ເຍຊູ​ໝັ້ນ​ໃຈ​ເລື່ອງ​ຫຍັງ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ໝັ້ນ​ໃຈ​ແບບ​ນັ້ນ?

3 ຂໍ​ໃຫ້​ເບິ່ງ​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ອີກ​ຄັ້ງ​ໜຶ່ງ​ໃນ​ສຳນວນ​ທີ່​ວ່າ: “ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ” ສະແດງ​ເຖິງ​ຄວາມ​ໝັ້ນ​ໃຈ​ແມ່ນ​ບໍ? ແມ່ນ​ແລ້ວ! ພະ​ເຍຊູ​ໝັ້ນ​ໃຈ​ວ່າ​ຈະ​ມີ​ຄົນ​ທີ່​ເຕັມ​ໃຈ​ສະໜັບສະໜູນ​ເພິ່ນ​ໃນ​ສະໄໝ​ສຸດ​ທ້າຍ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ໝັ້ນ​ໃຈ​ແບບ​ນັ້ນ? ຍ້ອນ​ວ່າ​ເພິ່ນ​ຮຽນ​ຮູ້​ຈາກ​ພໍ່​ຂອງ​ເພິ່ນ. (ໂຢ. 12:45; 14:9) ກ່ອນ​ພະ​ເຍຊູ​ຈະ​ມາ​ເກີດ​ເປັນ​ມະນຸດ ເພິ່ນ​ສັງເກດ​ເຫັນ​ວ່າ​ພະ​ເຢໂຫວາ​ເຊື່ອ​ໝັ້ນ​ວ່າ​ຜູ້​ນະມັດສະການ​ພະອົງ​ຈະ​ເຕັມ​ໃຈ​ເຮັດ​ວຽກ​ຮັບໃຊ້ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ໝັ້ນ​ໃຈ​ແນວ​ໃດ.

“ພວກ​ຂອງ​ພະອົງ​ຈະ​ມີ​ນ້ຳໃຈ​ສັດ​ຊື່ [“ເຕັມ​ໃຈ​ສະເໜີ​ຕົວ,” ລ.ມ.]”

4. ພະ​ເຢໂຫວາ​ເຊີນ​ຊາວ​ອິດສະລາແອນ​ໃຫ້​ສະໜັບສະໜູນ​ວຽກ​ຫຍັງ ແລະ​ເຂົາ​ເຈົ້າ​ຕອບ​ຮັບ​ແນວ​ໃດ?

4 ຂໍ​ໃຫ້​ຄິດ​ຫວນ​ຄືນ​ວ່າ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ພະ​ເຢໂຫວາ​ໄດ້​ສັ່ງ​ໃຫ້​ໂມເຊ​ສ້າງ​ຈຳໜັກ​ອາໄສ​ຫຼື​ເຕັ້ນ​ເພື່ອ​ເປັນ​ສູນ​ກາງ​ໃນ​ການ​ນະມັດສະການ​ຂອງ​ຊາວ​ອິດສະລາແອນ. ພະ​ເຢໂຫວາ​ບອກ​ໂມເຊ​ໃຫ້​ໄປ​ເຊີນ​ທຸກ​ຄົນ​ໃຫ້​ຊ່ວຍ​ກັນ​ສະໜັບສະໜູນ​ວຽກ​ນັ້ນ. ໂມເຊ​ບອກ​ເຂົາ​ເຈົ້າ​ວ່າ: ‘ຜູ້​ໃດ​ທີ່​ມີ​ນ້ຳໃຈ​ຢາກ​ຖວາຍ ໃຫ້​ຜູ້​ນັ້ນ​ເອົາ​ຂອງ​ມາ​ຖວາຍ​ໄຫວ້​ແກ່​ພະ​ເຢໂຫວາ’ ແລ້ວ​ປະຊາຊົນ​ກໍ “ໄດ້​ເອົາ​ຂອງ​ມາ​ຖວາຍ​ດ້ວຍ​ນ້ຳໃຈ​ໃນ​ເວລາ​ເຊົ້າ​ທຸກ​ວັນ.” ເຂົາ​ເຈົ້າ​ເອົາ​ມາ​ຫຼາຍ​ເຖິງ​ຂັ້ນ​ໂມເຊ​ໄດ້​ບອກ​ວ່າ: “ຢ່າ​ເອົາ​ມາ​ອີກ​ຕໍ່​ໄປ”! (ອົບ. 35:5; 36:3, 6) ຊາວ​ອິດສະລາແອນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ແບບ​ທີ່​ພະ​ເຢໂຫວາ​ໝັ້ນ​ໃຈ​ແທ້ໆ.

5, 6. ຈາກ​ຄຳເພງ 110:1-3 ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຮູ້​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຜູ້​ນະມັດສະການ​ແທ້​ຈະ​ມີ​ນ້ຳໃຈ​ແບບ​ໃດ?

5 ພະ​ເຢໂຫວາ​ຮູ້​ບໍ​ວ່າ​ຈະ​ມີ​ຜູ້​ນະມັດສະການ​ທີ່​ເຕັມ​ໃຈ​ແບບ​ນັ້ນ​ໃນ​ສະໄໝ​ສຸດ​ທ້າຍ​ນີ້? ຮູ້​ແທ້! ຫຼາຍ​ກວ່າ 1.000 ປີ ກ່ອນ​ທີ່​ພະ​ເຍຊູ​ຈະ​ມາ​ເກີດ​ເທິງ​ໂລກ ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ດາວິດ​ຂຽນ​ກ່ຽວ​ກັບ​ສະໄໝ​ທີ່​ເມຊີ​ຈະ​ເລີ່ມ​ປົກຄອງ. (ອ່ານ​ຄຳເພງ 110:1-3) ກະສັດ​ເຍຊູ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈະ​ມີ​ສັດຕູ​ທີ່​ຕໍ່​ຕ້ານ ແຕ່​ເພິ່ນ​ກໍ​ຈະ​ມີ​ຜູ້​ທີ່​ສະໜັບສະໜູນ​ຄື​ກັນ. ຄົນ​ເຫຼົ່າ​ນີ້​ບໍ່​ຕ້ອງ​ຖືກ​ບັງຄັບ​ໃຫ້​ຮັບໃຊ້​ກະສັດ ແມ່ນ​ແຕ່​ຄົນ​ໜຸ່ມ​ສາວ​ກໍ​ເຕັມ​ໃຈ​ຮັບໃຊ້​ເພິ່ນ ເຊິ່ງ​ຈະ​ມີ​ຢ່າງ​ຫຼວງ​ຫຼາຍ​ປຽບ​ຄື​ກັບ​ຢົດ​ນ້ຳ​ໝອກ​ຈຳນວນ​ນັບ​ບໍ່​ຖ້ວນ​ທີ່​ປົກ​ຄຸມ​ຢູ່​ທົ່ວ​ພື້ນ​ດິນ​ໃນ​ຕອນ​ເຊົ້າ. a

ຜູ້​ທີ່​ເຕັມ​ໃຈ​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຈຳນວນ​ຫຼວງ​ຫຼາຍ​ປຽບ​ຄື​ກັບ​ນ້ຳ​ໝອກ (ເບິ່ງ​ຂໍ້ 5)

6 ພະ​ເຍຊູ​ຮູ້​ວ່າ​ຄຳ​ພະຍາກອນ​ໃນ​ຄຳເພງ​ບົດ 110 ໝາຍ​ເຖິງ​ເພິ່ນ​ເອງ. (ມັດ. 22:42-45) ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ໝັ້ນ​ໃຈ​ວ່າ​ຈະ​ມີ​ຜູ້​ສະໜັບສະໜູນ​ທີ່​ສັດ​ຊື່​ເຊິ່ງ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ດ້ວຍ​ຄວາມ​ເຕັມ​ໃຈ. ປະຫວັດສາດ​ໃນ​ໄລຍະ 100 ປີ​ທີ່​ຜ່ານ​ມາ​ບອກ​ຫຍັງ​ເຮົາ? ກະສັດ​ເຍຊູ​ຊອກ​ຫາ​ກຸ່ມ​ຄົນ​ທີ່​ເຕັມ​ໃຈ​ເຮັດ​ວຽກ​ປະກາດ​ໃນ​ສະໄໝ​ສຸດ​ທ້າຍ​ນີ້​ໄດ້​ແທ້ໆບໍ?

“ຂ້ອຍ​ຖື​ວ່າ​ການ​ປະກາດ​ຂ່າວ​ດີ​ເປັນ​ໜ້າ​ທີ່​ທີ່​ມີ​ກຽດ​ຫຼາຍ”

7. ຫຼັງ​ຈາກ​ຂຶ້ນ​ເປັນ​ກະສັດ ພະ​ເຍຊູ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ໃຫ້​ພ້ອມ​ສຳລັບ​ວຽກ​ໃນ​ອະນາຄົດ?

7 ຫຼັງ​ຈາກ​ຂຶ້ນ​ເປັນ​ກະສັດ​ໄດ້​ບໍ່​ດົນ ພະ​ເຍຊູ​ກໍ​ເລີ່ມ​ກຽມ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ພ້ອມ​ທີ່​ຈະ​ເຮັດ​ວຽກ​ໃຫຍ່ ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 2 ວ່າ​ຕັ້ງ​ແຕ່​ປີ 1914 ຈົນ​ເຖິງ​ຕົ້ນ​ປີ 1919 ພະ​ເຍຊູ​ໄດ້​ກວດ​ສອບ​ແລະ​ຊຳຮະ​ເຂົາ​ເຈົ້າ​ໃຫ້​ສະອາດ. (ມລກີ. 3:1-4) ຕໍ່​ມາ​ໃນ​ປີ 1919 ກໍ​ໄດ້​ຕັ້ງ​ທາດ​ສັດ​ຊື່​ໃຫ້​ນຳ​ໜ້າ​ຜູ້​ທີ່​ຕິດ​ຕາມ​ເພິ່ນ. (ມັດ. 24:45) ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ທາດ​ນີ້​ກໍ​ເລີ່ມ​ແຈກ​ຢາຍ​ຄວາມ​ຮູ້​ຂອງ​ພະເຈົ້າ​ໂດຍ​ທາງ​ຄຳ​ບັນລະຍາຍ​ການ​ປະຊຸມ​ໃຫຍ່​ແລະ​ສິ່ງ​ພິມ​ຕ່າງໆ ເນື້ອ​ໃນ​ຂອງ​ຄວາມ​ຮູ້​ເຫຼົ່າ​ນັ້ນ​ໄດ້​ເນັ້ນ​ເລື້ອຍໆວ່າ​ວຽກ​ປະກາດ​ເປັນ​ໜ້າ​ທີ່​ຂອງ​ຄລິດສະຕຽນ​ແຕ່​ລະ​ຄົນ.

8-10. ການ​ປະຊຸມ​ໃຫຍ່​ຊ່ວຍ​ສົ່ງເສີມ​ວຽກ​ປະກາດ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ (ເບິ່ງ​ຂອບ “ ການ​ປະຊຸມ​ໃຫຍ່​ໃນ​ສະໄໝ​ນັ້ນ​ຊ່ວຍ​ສົ່ງເສີມ​ວຽກ​ປະກາດ”)

8 ຄຳ​ບັນລະຍາຍ​ໃນ​ການ​ປະຊຸມ​ໃຫຍ່. ວັນ​ທີ 1-8 ກັນ​ຍາ 1919 ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ກະຕືລືລົ້ນ​ແລະ​ພ້ອມ​ຈະ​ຮັບ​ຄຳ​ແນະນຳ​ມາ​ລວມ​ຕົວ​ກັນ​ທີ່​ເມືອງ​ຊີ​ດາ​ພອຍ ລັດ​ໂອ​ຮາຍ​ໂອ ສະຫະລັດ​ອາ​ເມຣິ​ກາ ນີ້​ເປັນ​ການ​ປະຊຸມ​ໃຫຍ່​ທີ່​ຈັດ​ຂຶ້ນ​ເທື່ອ​ທຳອິດ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 1 ສິ້ນ​ສຸດ​ລົງ. ໃນ​ມື້​ທີ​ສອງ​ຂອງ​ການ​ປະຊຸມ ພີ່​ນ້ອງ​ຣັດເທີ​ຝອດ​ບັນລະຍາຍ​ເລື່ອງ​ໜຶ່ງ​ທີ່​ເວົ້າ​ແບບ​ກົງໆກັບ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ທີ່​ມາ​ຈາກ​ສະຖານ​ທີ່​ຕ່າງໆວ່າ: “ວຽກ​ຂອງ​ຄລິດສະຕຽນ​ເທິງ​ແຜ່ນດິນ​ໂລກ . . . ກໍ​ຄື​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.”

9 ຈຸດ​ສຸດ​ຍອດ​ຂອງ​ການ​ປະຊຸມ​ໃຫຍ່​ໃນ​ຄັ້ງ​ນັ້ນ​ຢູ່​ໃນ​ວັນ​ທີ 5 ເມື່ອ​ພີ່​ນ້ອງ​ຣັດເທີ​ຝອດ​ບັນລະຍາຍ​ເລື່ອງ “ເຖິງ​ຜູ້​ຮ່ວມ​ເຮັດ​ວຽກ” ເຊິ່ງ​ໄດ້​ພິມ​ໃນ​ຫໍສັງເກດການ ໂດຍ​ໃຊ້​ຊື່​ບົດ​ຄວາມ​ວ່າ: “ການ​ປະກາດ​ເລື່ອງ​ລາຊະອານາຈັກ.” ລາວ​ເວົ້າ​ວ່າ: “ຄລິດສະຕຽນ​ທີ່​ຄິດ​ຕຶກຕອງ​ຢ່າງ​ຈິງ​ຈັງ​ມັກ​ຈະ​ຖາມ​ຕົວ​ເອງ​ວ່າ: ຂ້ອຍ​ເກີດ​ມາ​ເຮັດ​ຫຍັງ? ແລະ​ຄຳຕອບ​ກໍ​ໜ້າ​ຈະ​ເປັນ​ເພາະ​ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ຕໍ່​ຂ້ອຍ ໂດຍ​ແຕ່ງ​ຕັ້ງ​ໃຫ້​ຂ້ອຍ​ເປັນ​ທູດ​ເພື່ອ​ບອກ​ຂ່າວ​ສານ​ເລື່ອງ​ການ​ຄືນ​ດີ​ກັບ​ພະອົງ​ໃຫ້​ທຸກ​ຄົນ​ເທິງ​ໂລກ​ນີ້​ໄດ້​ຮູ້ ຂ້ອຍ​ຖື​ວ່າ​ການ​ປະກາດ​ຂ່າວ​ດີ​ເປັນ​ໜ້າ​ທີ່​ທີ່​ມີ​ກຽດ​ຫຼາຍ.”

10 ໃນ​ຄຳ​ບັນລະຍາຍ​ຄັ້ງ​ປະຫວັດສາດ​ນັ້ນ​ພີ່​ນ້ອງ​ຣັດເທີ​ຝອດ​ປະກາດ​ວ່າ​ຈະ​ມີ​ການ​ພິມ​ວາລະສານ​ໃໝ່​ທີ່​ຊື່​ວ່າ: ເດິ ໂກ​ເດິ​ນ ເອດ​ຈ (The Golden Age) ປັດຈຸບັນ​ເອີ້ນ​ວ່າ ຕື່ນ​ເຖີດ! ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ປະຊາຊົນ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ ເຊິ່ງ​ເປັນ​ຄວາມ​ຫວັງ​ດຽວ​ສຳລັບ​ມະນຸດ. ຫຼັງ​ຈາກ​ນັ້ນ ລາວ​ຖາມ​ຜູ້​ຟັງ​ວ່າ ມີ​ໃຜ​ຢາກ​ຊ່ວຍ​ແຈກ​ຢາຍ​ວາລະສານ​ນີ້​ບໍ? ລາຍງານ​ຈາກ​ການ​ປະຊຸມ​ຄັ້ງ​ນັ້ນ​ບອກ​ວ່າ: “ຜູ້​ຟັງ​ທັງ 6.000 ຄົນ​ຢືນ​ຂຶ້ນ ນັ້ນ​ເປັນ​ພາບ​ບັນຍາກາດ​ທີ່​ໜ້າ​ປະທັບ​ໃຈ​ແທ້ໆ.” b ເຫັນ​ໄດ້​ແຈ້ງ​ວ່າ​ກະສັດ​ມີ​ຄົນ​ທີ່​ເຕັມ​ໃຈ​ສະໜັບສະໜູນ​ແລະ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ!

11, 12. ຫໍສັງເກດການ ປີ 1920 ເວົ້າ​ແນວ​ໃດ​ກ່ຽວ​ກັບ​ໄລຍະ​ເວລາ​ທີ່​ຈະ​ມີ​ການ​ປະກາດ​ຕາມ​ທີ່​ພະ​ເຍຊູ​ບອກ​ໄວ້​ລ່ວງ​ໜ້າ?

11 ສິ່ງ​ພິມ​ຕ່າງໆ. ຫໍສັງເກດການ ໄດ້​ເວົ້າ​ເຖິງ​ວຽກ​ທີ່​ພະ​ເຍຊູ​ບອກ​ໄວ້​ລ່ວງ​ໜ້າ​ເຊິ່ງ​ກໍ​ຄື​ວຽກ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ແລະ​ຍັງ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ນີ້​ຫຼາຍ​ຂຶ້ນ​ເລື້ອຍໆ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ຕັ້ງ​ແຕ່​ຕອນ​ຕົ້ນ​ທົດສະວັດ 1920.

12 ຕາມ​ທີ່​ມັດທາຍ 24:14 ບອກ​ໄວ້​ລ່ວງ​ໜ້າ ຈະ​ມີ​ການ​ປະກາດ​ຂ່າວ​ສານ​ຫຍັງ? ວຽກ​ນີ້​ຈະ​ເລີ່ມ​ຕົ້ນ​ເມື່ອ​ໃດ? ບົດ​ຄວາມ​ຊື່ “ຄຳ​ສອນ​ຂອງ​ພະ​ເຍຊູ​ເລື່ອງ​ລາຊະອານາຈັກ” ໃນ​ຫໍສັງເກດການ 1 ກໍລະກົດ 1920 ອະທິບາຍ​ວ່າ: “ຂ່າວ​ດີ​ນີ້​ກ່ຽວ​ຂ້ອງ​ກັບ​ອະວະສານ​ຂອງ​ລະບົບ​ເກົ່າ​ແລະ​ການ​ສ້າງ​ຕັ້ງ​ລາຊະອານາຈັກ​ເມຊີ.” ບົດ​ຄວາມ​ນັ້ນ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເມື່ອ​ໃດ ໂດຍ​ບອກ​ວ່າ: “ຂ່າວ​ສານ​ນີ້​ຈະ​ໄດ້​ຮັບ​ການ​ປະກາດ​ຕັ້ງ​ແຕ່​ໄລຍະ​ສົງຄາມ​ໃຫຍ່ [ສົງຄາມ​ໂລກ​ຄັ້ງ​ທີ 1] ຈົນ​ເຖິງ​ໄລຍະ ‘ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່’” ແລະ​ຍັງ​ບອກ​ອີກ​ວ່າ: “ຕອນ​ນີ້​ເປັນ​ເວລາ . . . ທີ່​ເຮົາ​ຕ້ອງ​ປະກາດ​ຂ່າວ​ດີ​ນີ້​ໃຫ້​ທົ່ວ​ຄລິດ​ສາສະໜາ​ຈັກ.”

13. ຫໍສັງເກດການ 15 ມີນາ 1921 ສະໜັບສະໜູນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແຕ່​ລະ​ຄົນ​ໃຫ້​ເຕັມ​ໃຈ​ເຮັດ​ຫຍັງ?

13 ປະຊາຊົນ​ຂອງ​ພະເຈົ້າ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ທີ່​ພະ​ເຍຊູ​ບອກ​ໄວ້​ລ່ວງ​ໜ້າ​ບໍ? ບໍ່. ບົດ​ຄວາມ​ເລື່ອງ “ຢ່າ​ຢ້ານ​ເລີຍ” ໃນ​ຫໍສັງເກດການ 15 ມີນາ 1921 ໄດ້​ສະໜັບສະໜູນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ແຕ່​ລະ​ຄົນ​ໃຫ້​ເຕັມ​ໃຈ​ເຮັດ​ວຽກ ແລະ​ຍັງ​ກະຕຸ້ນ​ແຕ່​ລະ​ຄົນ​ໃຫ້​ຖາມ​ຕົວ​ເອງ​ວ່າ: “ວຽກ​ນີ້​ເປັນ​ໜ້າ​ທີ່​ທີ່​ມີ​ກຽດ​ອັນ​ສູງ​ສົ່ງ​ແມ່ນ​ບໍ?” ແລະ​ບົດ​ຄວາມ​ນັ້ນ​ຍັງ​ບອກ​ອີກ​ວ່າ: “ເຮົາ​ໝັ້ນ​ໃຈ​ວ່າ​ເມື່ອ​ເຈົ້າ​ຖື​ວ່າ [ວຽກ​ນີ້​ເປັນ​ວຽກ​ທີ່​ມີ​ກຽດ] ເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ເຢເຣມີ​ທີ່​ມີ​ຄຳ​ສອນ​ຂອງ​ພະເຈົ້າ​ໃນ​ຫົວໃຈ ‘ຄື​ກັບ​ມີ​ໄຟ​ຢູ່​ໃນ​ກະດູກ’ ຈົນ​ເຮັດ​ໃຫ້​ລາວ​ຕ້ອງ​ປະກາດ​ກັບ​ຄົນ​ອື່ນ.” (ຢເຣ. 20:9) ການ​ໃຫ້​ກຳລັງ​ໃຈ​ທີ່​ອົບອຸ່ນ​ແບບ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໝັ້ນ​ໃຈ​ຜູ້​ທີ່​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ​ຢ່າງ​ສັດ​ຊື່.

14, 15. ຫໍສັງເກດການ ປີ 1922 ສະໜັບສະໜູນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໃຫ້​ປະກາດ​ກັບ​ຜູ້​ຄົນ​ໂດຍ​ວິທີ​ໃດ?

14 ຄລິດສະຕຽນ​ແທ້​ຈະ​ນຳ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄປ​ບອກ​ຄົນ​ອື່ນ​ໄດ້​ແນວ​ໃດ? ຫໍສັງເກດການ 15 ສິງ​ຫາ 1922 ໄດ້​ລົງ​ບົດ​ຄວາມ​ສັ້ນໆແຕ່​ມີ​ພະລັງ​ຫຼາຍ ເລື່ອງ “ວຽກ​ຮັບໃຊ້​ເປັນ​ວຽກ​ທີ່​ສຳຄັນ” ເຊິ່ງ​ສະໜັບສະໜູນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໃຫ້​ມີ​ສ່ວນ​ຮ່ວມ “ຢ່າງ​ກະຕືລືລົ້ນ​ໃນ​ການ​ແຈກ​ຢາຍ​ສິ່ງ​ພິມ​ໃຫ້​ກັບ​ຜູ້​ຄົນ ໂອ້​ລົມ​ກັບ​ເຂົາ​ເຈົ້າ​ຕາມ​ບ້ານ​ເຮືອນ ແລະ​ປະກາດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ໄດ້​ມາ​ໃກ້​ແລ້ວ.”

15 ເຫັນ​ໄດ້​ແຈ້ງ​ວ່າ ຕັ້ງ​ແຕ່​ປີ 1919 ພະ​ຄລິດ​ໄດ້​ໃຊ້​ທາດ​ສັດ​ຊື່​ແລະ​ສຸຂຸມ​ໃຫ້​ເນັ້ນ​ສະເໝີ​ວ່າ ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ເປັນ​ໜ້າ​ທີ່​ທີ່​ມີ​ກຽດ​ສຳລັບ​ຄລິດສະຕຽນ. ແລ້ວ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ຍຸກ​ທຳອິດ​ຕອບ​ຮັບ​ແນວ​ໃດ​ເມື່ອ​ໄດ້​ຮັບ​ການ​ສະໜັບສະໜູນ​ໃຫ້​ປະກາດ​ເລື່ອງ​ລາຊະອານາຈັກ​ນັ້ນ?

“ຄົນ​ທີ່​ສັດ​ຊື່​ຈະ​ອາສາ​ສະໝັກ”

16. ຜູ້​ເຖົ້າ​ແກ່​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ກັບ​ຄຳ​ແນະນຳ​ທີ່​ບອກ​ໃຫ້​ທຸກ​ຄົນ​ອອກ​ໄປ​ປະກາດ?

16 ໃນ​ທົດສະວັດ 1920 ແລະ 1930 ບາງ​ຄົນ​ບໍ່​ເຫັນ​ດີ​ກັບ​ຄວາມ​ຄິດ​ທີ່​ວ່າ ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໝົດ​ທຸກ​ຄົນ​ຄວນ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ. ຫໍສັງເກດການ 1 ພະຈິກ 1927 ອະທິບາຍ​ວ່າ: “ໃນ​ຕອນ​ນີ້​ມີ​ຜູ້​ເຖົ້າ​ແກ່​ບາງ​ຄົນ​ໃນ​ປະຊາຄົມ . . . ທີ່​ບໍ່​ສະໜັບສະໜູນ​ພີ່​ນ້ອງ​ໃຫ້​ປະກາດ​ແລະ​ເຂົາ​ເຈົ້າ​ເອງ​ກໍ​ບໍ່​ປະກາດ​ຄື​ກັນ . . . ເຂົາ​ເຈົ້າ​ເຍາະ​ເຍີ້ຍ​ຄຳ​ແນະນຳ​ທີ່​ໃຫ້​ປະກາດ​ຕາມ​ບ້ານ​ເຮືອນ​ເພື່ອ​ບອກ​ຜູ້​ຄົນ​ເລື່ອງ​ຂ່າວ​ສານ​ຂອງ​ພະເຈົ້າ ການ​ປົກຄອງ​ຂອງ​ພະອົງ ແລະ​ກະສັດ​ເຍຊູ.” ບົດ​ຄວາມ​ນັ້ນ​ບອກ​ແບບ​ກົງໆວ່າ: “ເຖິງ​ເວລາ​ແລ້ວ​ທີ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຈະ​ຕ້ອງ​ລະວັງ​ແລະ​ຢູ່​ໃຫ້​ຫ່າງ​ຈາກ​ຄົນ​ແບບ​ນັ້ນ ແລະ​ບອກ​ເຂົາ​ເຈົ້າ​ວ່າ​ເຮົາ​ບໍ່​ສາມາດ​ໃຫ້​ຄົນ​ແບບ​ນັ້ນ​ເປັນ​ຜູ້​ເຖົ້າ​ແກ່​ອີກ​ຕໍ່​ໄປ.” c

17, 18. ປະຊາຄົມ​ສ່ວນ​ຫຼາຍ​ຕອບ​ຮັບ​ການ​ຊີ້​ນຳ​ຂອງ​ທາດ​ສັດ​ຊື່​ແລະ​ສຸຂຸມ​ແນວ​ໃດ ແລະ​ໃນ​ໄລຍະ 100 ປີ​ທີ່​ຜ່ານ​ມາ ຫຼາຍ​ລ້ານ​ຄົນ​ຕອບ​ຮັບ​ແນວ​ໃດ?

17 ໜ້າ​ຍິນດີ​ທີ່​ຄົນ​ສ່ວນ​ຫຼາຍ​ໃນ​ປະຊາຄົມ​ຕອບ​ຮັບ​ການ​ຊີ້​ນຳ​ຂອງ​ທາດ​ສັດ​ຊື່​ແລະ​ສຸຂຸມ​ດ້ວຍ​ຄວາມ​ກະຕືລືລົ້ນ. ເຂົາ​ເຈົ້າ​ຖື​ວ່າ​ການ​ບອກ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ເປັນ​ວຽກ​ທີ່​ມີ​ກຽດ. ຫໍສັງເກດການ 15 ມີນາ 1926 ບອກ​ວ່າ: “ຄົນ​ທີ່​ສັດ​ຊື່​ຈະ​ອາສາ​ສະໝັກ . . . ໄປ​ບອກ​ຂ່າວ​ສານ​ນີ້​ກັບ​ຜູ້​ຄົນ.” ຄົນ​ທີ່​ສັດ​ຊື່​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳເພງ 110:3 ກາຍ​ເປັນ​ຈິງ ເຂົາ​ເຈົ້າ​ພິສູດ​ຕົວ​ເອງ​ວ່າ​ເຕັມ​ໃຈ​ສະໜັບສະໜູນ​ກະສັດ​ເມຊີ.

18 100 ກວ່າ​ປີ​ທີ່​ຜ່ານ​ມາ ຫຼາຍ​ລ້ານ​ຄົນ​ເຕັມ​ໃຈ​ປະກາດ​ເລື່ອງ​ລາຊະອານາຈັກ. ໃນ​ບົດ​ຄວາມ​ຕໍ່ໆໄປ ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ປະກາດ​ແນວ​ໃດ ລວມ​ທັງ​ເຄື່ອງ​ມື​ຕ່າງໆທີ່​ເຂົາ​ເຈົ້າ​ໃຊ້ ແລະ​ຜົນ​ຕອບ​ຮັບ​ເປັນ​ແນວ​ໃດ ແຕ່​ກ່ອນ​ອື່ນ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ ເປັນ​ຫຍັງ​ຫຼາຍ​ລ້ານ​ຄົນ​ອາສາ​ສະໝັກ​ປະກາດ​ເລື່ອງ​ລາຊະອານາຈັກ​ນີ້​ທັງໆທີ່​ຢູ່​ໃນ​ໂລກ​ທີ່​ເຫັນ​ແກ່​ຕົວ ແລະ​ໃນ​ຂະນະ​ທີ່​ຮຽນ​ເລື່ອງ​ນີ້ ຂໍ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ: ‘ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ບອກ​ຂ່າວ​ດີ​ກັບ​ຄົນ​ອື່ນໆ?’

“ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ . . . ກ່ອນ”

19. ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ໃຫ້ “ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ . . . ກ່ອນ.”?

19 ພະ​ເຍຊູ​ແນະນຳ​ລູກ​ສິດ​ໃຫ້ “ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ . . . ກ່ອນ.” (ມັດ. 6:33) ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ຟັງ​ຄຳ​ແນະນຳ​ນີ້? ເຫດຜົນ​ງ່າຍໆກໍ​ຄື: ເຮົາ​ຮູ້​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ສຳຄັນ​ຫຼາຍ ຍ້ອນ​ວ່າ​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ແຜນການ​ທຸກ​ຢ່າງ​ຂອງ​ພະເຈົ້າ​ສຳເລັດ​ຕາມ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ່​ຜ່ານ​ມາ ພະລັງ​ບໍລິສຸດ​ຄ່ອຍໆເປີດ​ເຜີຍ​ຄວາມ​ຈິງ​ທີ່​ໜ້າ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ລາຊະອານາຈັກ ແລະ​ເມື່ອ​ຄວາມ​ຈິງ​ທີ່​ລ້ຳ​ຄ່າ​ນັ້ນ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຮົາ ເຮົາ​ກໍ​ຈະ​ຮູ້ສຶກ​ຖືກ​ກະຕຸ້ນ​ໃຫ້​ສະແຫວງ​ຫາ​ລາຊະອານາຈັກ​ກ່ອນ​ສະເໝີ.

ຄື​ກັບ​ຜູ້​ຊາຍ​ຄົນ​ນີ້​ທີ່​ດີ​ໃຈ​ຫຼາຍ​ເມື່ອ​ພົບ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່ ຄລິດສະຕຽນ​ກໍ​ຍິນດີ​ເມື່ອ​ໄດ້​ຮູ້ຈັກ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 20)

20. ຈາກ​ເລື່ອງ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່ ຜູ້​ຕິດ​ຕາມ​ພະ​ເຍຊູ​ຄວນ​ຕອບ​ຮັບ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ຊອກ​ຫາ​ລາຊະອານາຈັກ​ກ່ອນ​ສະເໝີ?

20 ພະ​ເຍຊູ​ຮູ້​ວ່າ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ຈະ​ຕອບ​ຮັບ​ຄຳ​ແນະນຳ​ທີ່​ໃຫ້​ສະແຫວງ​ຫາ​ລາຊະອານາຈັກ​ກ່ອນ​ສະເໝີ. ຂໍ​ໃຫ້​ເຮົາ​ພິຈາລະນາ​ຕົວຢ່າງ​ປຽບ​ທຽບ​ຂອງ​ເພິ່ນ​ເລື່ອງ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່. (ອ່ານ​ມັດທາຍ 13:44) ໃນ​ຕົວຢ່າງ​ນີ້ ຊາຍ​ຄົນ​ໜຶ່ງ​ທີ່​ໄປ​ເຮັດ​ວຽກ​ໃນ​ທົ່ງ​ນາ​ໄດ້​ພົບ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່​ແລະ​ຮູ້​ທັນທີ​ວ່າ​ມັນ​ມີ​ຄ່າ​ຫຼາຍ. ລາວ​ໄດ້​ເຮັດ​ຫຍັງ? “ເພາະ​ຄວາມ​ຍິນດີ​ທ່ານ​ຈຶ່ງ​ໄປ​ຂາຍ​ສັບພະ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່​ແລະ​ໄປ​ຊື້​ນາ​ນັ້ນ.” ເລື່ອງ​ນີ້​ສອນ​ຫຍັງ​ເຮົາ? ເມື່ອ​ເຮົາ​ພົບ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ແລະ​ຮູ້​ວ່າ​ເລື່ອງ​ນີ້​ມີ​ຄ່າ​ຫຼາຍ ເຮົາ​ກໍ​ເຕັມ​ໃຈ​ສະລະ​ທຸກ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ​ໃນ​ຊີວິດ. d

21, 22. ຜູ້​ສະໜັບສະໜູນ​ທີ່​ສັດ​ຊື່​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ໃຫ້​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ? ຂໍ​ໃຫ້​ຍົກ​ຕົວຢ່າງ

21 ຄົນ​ທີ່​ສະໜັບສະໜູນ​ລາຊະອານາຈັກ​ຢ່າງ​ສັດ​ຊື່​ບໍ່​ພຽງ​ແຕ່​ເວົ້າ ແຕ່​ເຂົາ​ເຈົ້າ​ຍັງ​ເຮັດ​ບາງ​ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ລາຊະອານາຈັກ​ຢູ່​ໃນ​ອັນ​ດັບ​ທຳອິດ. ເຂົາ​ເຈົ້າ​ທຸ່ມ​ເທ​ຊີວິດ​ທັງ​ໝົດ ຄວາມ​ສາມາດ ແລະ​ທຸກ​ສິ່ງ​ທີ່​ມີ​ເພື່ອ​ປະກາດ​ຂ່າວ​ສານ​ນີ້. ຫຼາຍ​ຄົນ​ເສຍ​ສະລະ​ຫຼາຍ​ແທ້ໆເພື່ອ​ຈະ​ຮັບໃຊ້​ເຕັມ​ເວລາ​ໄດ້. ຜູ້​ປະກາດ​ທີ່​ເຕັມ​ໃຈ​ທຸກ​ຄົນ​ກໍ​ເຫັນ​ກັບ​ຕາ​ຕົວ​ເອງ​ວ່າ ພະ​ເຢໂຫວາ​ອວຍ​ພອນ​ຄົນ​ທີ່​ໃຫ້​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ສະໄໝ​ກ່ອນ.

22 ຕັ້ງ​ແຕ່​ທ້າຍ​ທົດສະວັດ 1920 ເອເວີ​ລີ​ແລະ​ໂລ​ວີ​ເນ​ຍ ບຣິດສ​ໂຕ ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ​ນຳ​ກັນ​ໃນ​ພາກ​ໃຕ້​ຂອງ​ປະເທດ​ສະຫະລັດ​ອາ​ເມຣິ​ກາ. ຫຼາຍ​ປີ​ຕໍ່​ມາ ໂລ​ວີ​ເນ​ຍ​ເລົ່າ​ວ່າ: “ຂ້ອຍ​ກັບ​ເອເວີ​ລີ​ມີ​ຄວາມ​ສຸກ​ຫຼາຍ​ຕະຫຼອດ​ຫຼາຍ​ປີ​ທີ່​ເປັນ​ໄພໂອເນຍ​ນຳ​ກັນ ມີ​ຫຼາຍ​ເທື່ອ​ເຮົາ​ບໍ່​ຮູ້​ວ່າ​ຈະ​ເອົາ​ເງິນ​ຈາກ​ໃສ​ມາ​ເຕີມ​ນ້ຳມັນ​ຫຼື​ຊື້​ອາຫານ ແຕ່​ພະ​ເຢໂຫວາ​ກໍ​ເບິ່ງ​ແຍງ​ເຮົາ​ໃນ​ຫຼາຍໆທາງ ເຮົາ​ກໍ​ເລີຍ​ເປັນ​ໄພໂອເນຍ​ໄດ້​ຕະຫຼອດ ແລະ​ເຮົາ​ບໍ່​ເຄີຍ​ຂາດ​ສິ່ງ​ຈຳເປັນ​ເລີຍ.” ໂລ​ວີ​ເນ​ຍ​ຈື່​ໄດ້​ວ່າ​ຕອນ​ທີ່​ຮັບໃຊ້​ໃນ​ເມືອງ​ເພນ​ຊາ​ໂຄ​ລາ ລັດ​ຟໍຣິ​ດາ ມີ​ເທື່ອ​ໜຶ່ງ​ທີ່​ເຂົາ​ເຈົ້າ​ເກືອບ​ຈະ​ບໍ່​ມີ​ເງິນ​ແລະ​ອາຫານ​ເລີຍ ແຕ່​ເມື່ອ​ກັບ​ມາ​ຮອດ​ເຮືອນ​ທີ່​ເປັນ​ລົດ​ພວງ​ກໍ​ເຫັນ​ຖົງ​ອາຫານ​ໃຫຍ່ 2 ຖົງ ພ້ອມ​ກັບ​ຂໍ້​ຄວາມ​ທີ່​ຂຽນ​ວ່າ: “ດ້ວຍ​ຄວາມ​ຮັກ ຈາກ​ປະຊາຄົມ​ເພນ​ຊາ​ໂຄ​ລາ.” ເມື່ອ​ຄິດ​ຫວນ​ກັບ​ໄປ​ຫຼາຍ​ສິບ​ປີ​ທີ່​ລາວ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ ໂລ​ວີ​ເນ​ຍ​ເວົ້າ​ວ່າ: “ພະ​ເຢໂຫວາ​ບໍ່​ເຄີຍ​ປະ​ຖິ້ມ​ພວກ​ເຮົາ​ແລະ​ບໍ່​ເຄີຍ​ທໍລະຍົດ​ຄົນ​ທີ່​ວາງໃຈ​ໃນ​ພະອົງ.”

23. ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້ຈັກ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ແລະ​ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

23 ເຮົາ​ແຕ່​ລະ​ຄົນ​ເຮັດ​ວຽກ​ປະກາດ​ໄດ້​ບໍ່​ເທົ່າ​ກັນ ສະພາບການ​ກໍ​ຕ່າງ​ກັນ ແຕ່​ເຮົາ​ຄວນ​ຖື​ວ່າ​ການ​ປະກາດ​ຂ່າວ​ດີ​ຢ່າງ​ສຸດ​ຫົວໃຈ​ເປັນ​ວຽກ​ທີ່​ມີ​ກຽດ. (ໂກໂລ. 3:23) ເນື່ອງ​ຈາກ​ເຮົາ​ເຫັນ​ວ່າ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ເປັນ​ສິ່ງ​ທີ່​ມີ​ຄ່າ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ເຕັມ​ໃຈ​ເສຍ​ສະລະ​ອັນ​ໃດ​ກໍ​ຕາມ​ເພື່ອ​ຈະ​ໄດ້​ຮັບໃຊ້​ຢ່າງ​ສຸດ​ຄວາມ​ສາມາດ. ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ແບບ​ນັ້ນ​ບໍ?

24. ອັນ​ໃດ​ເປັນ​ຄວາມ​ສຳເລັດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ລາຊະອານາຈັກ​ໃນ​ສະໄໝ​ສຸດ​ທ້າຍ​ນີ້?

24 ຕະຫຼອດ 100 ປີ​ທີ່​ຜ່ານ​ມາ ກະສັດ​ເຍຊູ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ມັດທາຍ 24:14 ເປັນ​ຈິງ​ໂດຍ​ບໍ່​ໄດ້​ບັງຄັບ​ໃຜ​ໃຫ້​ເຮັດ​ວຽກ​ນີ້. ຫຼັງ​ຈາກ​ທີ່​ຜູ້​ຕິດ​ຕາມ​ພະ​ເຍຊູ​ແຍກ​ຕົວ​ອອກ​ມາ​ຈາກ​ໂລກ​ທີ່​ເຫັນ​ແກ່​ຕົວ ເຂົາ​ເຈົ້າ​ກໍ​ອາສາ​ສະໝັກ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ. ວຽກ​ປະກາດ​ຂ່າວ​ດີ​ທີ່​ເຂົາ​ເຈົ້າ​ເຮັດ​ຢູ່​ທົ່ວ​ໂລກ​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ລາຊະອານາຈັກ​ໃນ​ສະໄໝ​ສຸດ​ທ້າຍ ແລະ​ເປັນ​ສັນຍານ​ຢ່າງ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ຄລິດ​ກັບ​ມາ​ແລ້ວ​ແລະ​ເປັນ​ກະສັດ​ໃນ​ສະຫວັນ.

a ໃນ​ຄຳພີ​ໄບເບິນ ນ້ຳ​ໝອກ​ກ່ຽວ​ຂ້ອງ​ກັບ​ຄວາມ​ອຸດົມ​ສົມບູນ.—ຕົ້ນ. 27:28; ມີເກ 5:7

b ໜັງສື​ເຫຼັ້ມ​ນ້ອຍ​ທີ່​ຊື່​ວຽກ​ນີ້​ມອບ​ໃຫ້​ໃຜ (ພາສາ​ອັງກິດ) ບອກ​ວ່າ: “ວຽກ​ຍຸກ​ທອງ ຄື​ການ​ໂຄສະນາ​ເພື່ອ​ບອກ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຕາມ​ບ້ານ​ເຮືອນ . . . ຫຼັງ​ຈາກ​ບອກ​ຂ່າວ​ສານ​ແລ້ວ ຜູ້​ປະກາດ​ຈະ​ຝາກ​ວາລະສານ​ເດິ ໂກ​ເດິ​ນ ເອດ​ຈ ໄວ້​ເຮືອນ​ທຸກ​ຫຼັງ ບໍ່​ວ່າ​ເຮືອນ​ຫຼັງ​ນັ້ນ​ຈະ​ຮັບ​ວາລະສານ​ເປັນ​ລາຍ​ປີ​ຫຼື​ບໍ່.” ຫຼາຍ​ປີ​ຫຼັງ​ຈາກ​ນັ້ນ ມີ​ການ​ສະໜັບສະໜູນ​ພີ່​ນ້ອງ​ໃຫ້​ຊວນ​ຜູ້​ຄົນ​ຮັບ​ວາລະສານ​ເດິ ໂກ​ເດິ​ນ ເອດ​ຈ ແລະ​ຫໍສັງເກດການ ເປັນ​ລາຍ​ປີ. ຕັ້ງ​ແຕ່​ວັນ​ທີ 1 ກຸມພາ 1940 ມີ​ການ​ສະໜັບສະໜູນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃຫ້​ແຈກ​ຢາຍ​ວາລະສານ​ແຕ່​ລະ​ສະບັບ ແລ້ວ​ກໍ​ນັບ​ຈຳນວນ​ເພື່ອ​ສົ່ງ​ລາຍງານ.

c ໃນ​ຕອນ​ນັ້ນ ຜູ້​ເຖົ້າ​ແກ່​ມາ​ຈາກ​ການ​ເລືອກ​ຕັ້ງ​ໂດຍ​ພີ່​ນ້ອງ​ໃນ​ປະຊາຄົມ. ດັ່ງ​ນັ້ນ ປະຊາຄົມ​ອາດ​ບໍ່​ລົງ​ຄະແນນ​ສຽງ​ໃຫ້​ກັບ​ຜູ້​ຊາຍ​ທີ່​ຕໍ່​ຕ້ານ​ວຽກ​ຮັບໃຊ້. ໃນ​ບົດ​ທີ 12 ຈະ​ເວົ້າ​ເຖິງ​ການ​ປ່ຽນ​ແປງ​ຈາກ​ການ​ເລືອກ​ຕັ້ງ​ມາ​ເປັນ​ການ​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່.

d ພະ​ເຍຊູ​ເນັ້ນ​ຈຸດ​ສຳຄັນ​ດຽວ​ກັນ​ໃນ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ນາຍ​ຮ້ອຍ​ເຊິ່ງ​ໝາຍ​ເຖິງ​ພໍ່​ຄ້າ​ທີ່​ເດີນ​ທາງ​ໄປ​ຊອກ​ຫາ​ແກ້ວ​ຫອຍ​ເຊິ່ງ​ກໍ​ຄື​ໄຂ່​ມຸກ​ທີ່​ລ້ຳ​ຄ່າ. ເມື່ອ​ພົບ​ແລ້ວ​ລາວ​ກໍ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ​ເພື່ອ​ໄປ​ຊື້​ໄຂ່​ມຸກ​ນັ້ນ. (ມັດ. 13:45, 46) ຕົວຢ່າງ​ປຽບ​ທຽບ​ທັງ 2 ເລື່ອງ​ນີ້​ສອນ​ວ່າ: ເຮົາ​ອາດ​ພົບ​ຄວາມ​ຈິງ​ໃນ​ວິທີ​ທີ່​ແຕກຕ່າງ​ກັນ. ບາງ​ຄົນ​ອາດ​ພົບ​ໂດຍ​ບັງເອີນ ບາງ​ຄົນ​ກໍ​ຕັ້ງ​ໃຈ​ຊອກ​ຫາ ແຕ່​ບໍ່​ວ່າ​ເຮົາ​ຈະ​ພົບ​ຄວາມ​ຈິງ​ໂດຍ​ວິທີ​ໃດ​ເຮົາ​ກໍ​ເຕັມ​ໃຈ​ເສຍ​ສະລະ​ເພື່ອ​ເຮັດ​ໃຫ້​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ.