ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 7

ວິທີ​ປະກາດ—ໃຊ້​ວິທີ​ປະກາດ​ເພື່ອ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ

ວິທີ​ປະກາດ—ໃຊ້​ວິທີ​ປະກາດ​ເພື່ອ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ປະຊາຊົນ​ຂອງ​ພະເຈົ້າ​ໃຊ້​ຫຼາກ​ຫຼາຍ​ວິທີ​ເພື່ອ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ

1, 2. (ກ) ພະ​ເຍຊູ​ເຮັດ​ແນວ​ໃດ​ເພື່ອ​ເວົ້າ​ກັບ​ຜູ້​ຟັງ​ກຸ່ມ​ໃຫຍ່? (ຂ) ພວກ​ລູກ​ສິດ​ທີ່​ສັດ​ຊື່​ຂອງ​ພະ​ຄລິດ​ຮຽນ​ແບບ​ເພິ່ນ​ແນວ​ໃດ ແລະ​ຍ້ອນ​ຫຍັງ?

 ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ພາ​ກັນ​ມາ​ຫາ​ພະ​ເຍຊູ​ຢູ່​ແຄມ​ທະເລ​ສາບ ແຕ່​ເພິ່ນ​ລົງ​ໄປ​ໃນ​ເຮືອ​ແລ້ວ​ໃຫ້​ເຮືອ​ລອຍ​ຢູ່​ໃກ້​ຝັ່ງ. ເປັນ​ຫຍັງ​ເພິ່ນ​ເຮັດ​ແບບ​ນັ້ນ? ເພາະ​ພະ​ເຍຊູ​ຮູ້​ວ່າ​ສຽງ​ຂອງ​ເພິ່ນ​ຈະ​ດັງ​ຂຶ້ນ​ເມື່ອ​ສະທ້ອນ​ໃສ່​ກັບ​ຜິວ​ນ້ຳ ແລະ​ຄົນ​ກຸ່ມ​ໃຫຍ່​ນີ້​ກໍ​ຈະ​ໄດ້​ຍິນ​ຂ່າວ​ສານ​ຂອງ​ເພິ່ນ​ຊັດເຈນ​ຫຼາຍ​ຂຶ້ນ.—ອ່ານ​ມາລະໂກ 4:1, 2

2 ໃນ​ໄລຍະ​ການ​ສ້າງ​ຕັ້ງ​ລາຊະອານາຈັກ ພວກ​ລູກ​ສິດ​ທີ່​ສັດ​ຊື່​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ຄລິດ ເຂົາ​ເຈົ້າ​ໃຊ້​ວິທີ​ໃໝ່ໆເພື່ອ​ໃຫ້​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ເຖິງ​ຜູ້​ຟັງ​ຈຳນວນ​ຫຼາຍ. ເມື່ອ​ສະຖານະການ​ປ່ຽນ​ໄປ​ຫຼື​ເມື່ອ​ມີ​ເຕັກໂນໂລຊີ​ໃໝ່ໆເຂົ້າ​ມາ ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຄິດ​ຄົ້ນ​ແລະ​ປັບ​ປ່ຽນ​ວິທີ​ປະກາດ​ຢູ່​ເລື້ອຍໆຕາມ​ການ​ຊີ້​ນຳ​ຂອງ​ກະສັດ​ເຍຊູ. ພວກ​ເຮົາ​ຢາກ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ກ່ອນ​ອະວະສານ​ຈະ​ມາ​ເຖິງ. (ມັດ. 24:14) ລອງ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ເຄີຍ​ໃຊ້​ເພື່ອ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃສ ແລະ​ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ເຈົ້າ​ເອງ​ຈະ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ຄົນ​ທີ່​ເຜີຍ​ແຜ່​ຂ່າວ​ດີ​ໃນ​ຍຸກ​ທຳອິດ.

ໃຫ້​ຂ່າວ​ສານ​ໄປ​ເຖິງ​ຄົນ​ກຸ່ມ​ໃຫຍ່

3. ເປັນ​ຫຍັງ​ການ​ໃຊ້​ໜັງສື​ພິມ​ເພື່ອ​ເຜີຍ​ແຜ່​ຂ່າວ​ສານ​ຂອງ​ເຮົາ​ຈຶ່ງ​ເຮັດ​ໃຫ້​ສັດຕູ​ຂອງ​ຄວາມ​ຈິງ​ບໍ່​ພໍ​ໃຈ?

3 ໜັງສື​ພິມ. ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ​ໄດ້​ຈັດ​ພິມ​ຫໍສັງເກດການ ມາ​ຕັ້ງ​ແຕ່​ປີ ຄ.ສ. 1879 ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຮູ້​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ແຕ່​ໃນ​ໄລຍະ​ສິບ​ປີ​ກ່ອນ​ຈະ​ເຖິງ​ປີ 1914 ເບິ່ງ​ຄື​ວ່າ​ພະ​ຄລິດ​ໄດ້​ເຮັດ​ຫຍັງ​ອີກ​ຫຼາຍ​ຢ່າງ​ເພື່ອ​ຈະ​ເຮັດ​ໃຫ້​ຂ່າວ​ດີ​ໄປ​ເຖິງ​ຜູ້​ຄົນ​ຫຼາຍ​ຂຶ້ນ. ເລີ່ມ​ຕັ້ງ​ແຕ່​ປີ 1903 ດຣ. ອີ. ແອວ. ອີ​ຕອນ ໂຄສົກ​ຂອງ​ນັກ​ເທດ​ນິກາຍ​ໂປ​ຣ​ແຕ​ສະ​ຕັງ​ໃນ​ລັດ​ເພນຊິລເວເນຍ​ໄດ້​ທ້າ​ຊາລ ເທຊ ຣັດ​ເຊ​ວ​ໃຫ້​ມາ​ໂຕ້​ວາ​ທີ​ກັບ​ລາວ​ໃນ​ເລື່ອງ​ຫຼັກ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ. ອີ​ຕອນ​ຂຽນ​ຈົດ​ໝາຍ​ເຖິງ​ຣັດ​ເຊ​ວ​ວ່າ: “ຂ້ອຍ​ຄິດ​ວ່າ​ການ​ໂຕ້​ວາ​ທີ​ຕໍ່​ໜ້າ​ສາທາລະນະ​ຊົນ​ໃນ​ປະເດັນ​ທີ່​ເຮົາ 2 ຄົນ​ມີ​ຄວາມ​ເຫັນ​ຕ່າງ​ກັນ . . . ຄົງ​ຈະ​ເປັນ​ເລື່ອງ​ທີ່​ປະຊາຊົນ​ສົນ​ໃຈ​ຫຼາຍ.” ຣັດ​ເຊ​ວ​ແລະ​ໝູ່​ຂອງ​ລາວ​ກໍ​ຄິດ​ວ່າ​ຄົນ​ທົ່ວໄປ​ໜ້າ​ຈະ​ສົນ​ໃຈ​ຄື​ກັນ ເຂົາ​ເຈົ້າ​ຈຶ່ງ​ເອົາ​ເລື່ອງ​ທີ່​ໂຕ້​ວາ​ທີ​ໄປ​ລົງ​ໃນ​ໜັງສື​ພິມ​ຊັ້ນ​ນຳ​ຊື່ ເດິ ພິດສເບິຣກ ກາ​ແຊ​ດ (The Pittsburgh Gazette). ຜູ້​ຄົນ​ມັກ​ແລະ​ປະທັບ​ໃຈ​ຫຼາຍ​ໃນ​ບົດ​ຄວາມ​ແລະ​ຄຳ​ອະທິບາຍ​ທີ່​ຊັດເຈນ​ຂອງ​ຣັດ​ເຊ​ວ​ກ່ຽວ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຖິງ​ຂັ້ນ​ທີ່​ໜັງສື​ພິມ​ນີ້​ຢາກ​ຈະ​ພິມ​ຄຳ​ບັນລະຍາຍ​ຂອງ​ຣັດ​ເຊ​ວ​ທຸກ​ອາທິດ. ເລື່ອງ​ນີ້​ຄົງ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ຄວາມ​ຈິງ​ບໍ່​ພໍ​ໃຈ​ຫຼາຍ​ແທ້ໆ!

ເມື່ອ​ຮອດ​ປີ 1914 ມີ​ໜັງສື​ພິມ​ຫຼາຍ​ກວ່າ 2.000 ສະບັບ​ທີ່​ພິມ​ຄຳ​ເທດ​ຂອງ​ຣັດ​ເຊ​ວ

4, 5. ພີ່​ນ້ອງ​ຣັດ​ເຊ​ວ​ສະແດງ​ຄຸນ​ລັກສະນະ​ອັນ​ໃດ ແລະ​ຄົນ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຂອງ​ພະເຈົ້າ​ຈະ​ຮຽນ​ແບບ​ລາວ​ໄດ້​ແນວ​ໃດ?

4 ບໍ່​ດົນ ໜັງສື​ພິມ​ສະບັບ​ອື່ນໆກໍ​ຢາກ​ພິມ​ຄຳ​ບັນລະຍາຍ​ຂອງ​ຣັດ​ເຊ​ວ​ຄື​ກັນ. ເມື່ອ​ຮອດ​ປີ 1908 ຫໍສັງເກດການ ລາຍງານ​ວ່າ: ມີ​ການ​ພິມ​ຄຳ​ເທດ​ຕ່າງໆຂອງ​ຣັດ​ເຊ​ວ “ເປັນ​ປະຈຳ​ໃນ​ໜັງສື​ພິມ 11 ສະບັບ” ແຕ່​ພີ່​ນ້ອງ​ບາງ​ຄົນ​ທີ່​ຄຸ້ນ​ເຄີຍ​ກັບ​ວຽກ​ໃນ​ດ້ານ​ໜັງສື​ພິມ​ໄດ້​ແນະນຳ​ຣັດ​ເຊ​ວ​ວ່າ​ໜ້າ​ຈະ​ຍ້າຍ​ສຳນັກງານ​ຂອງ​ສະມາຄົມ​ຈາກ​ເມືອງ​ພິດສເບິຣກ​ໄປ​ເມືອງ​ທີ່​ມີ​ຊື່ສຽງ​ຫຼາຍ​ກວ່າ ເພື່ອ​ໜັງສື​ພິມ​ອີກ​ຫຼາຍ​ສະບັບ​ຈະ​ໄດ້​ລົງ​ບົດ​ຄວາມ​ເຫຼົ່າ​ນັ້ນ​ນຳ. ຫຼັງ​ຈາກ​ທົບ​ທວນ​ຄຳ​ແນະນຳ​ນັ້ນ​ແລະ​ປັດ​ໃຈ​ອື່ນໆ ຣັດ​ເຊ​ວ​ກໍ​ໄດ້​ຍ້າຍ​ສຳນັກງານ​ໄປ​ທີ່​ບຸກ​ລິນ ນິວຢອກ​ໃນ​ປີ 1909. ຜົນ​ເປັນ​ແນວ​ໃດ? ຫຼັງ​ຈາກ​ຍ້າຍ​ໄປ​ບໍ່​ເທົ່າ​ໃດ​ເດືອນ​ກໍ​ມີ​ໜັງສື​ພິມ​ປະມານ 400 ສະບັບ​ທີ່​ພິມ​ຄຳ​ບັນລະຍາຍ​ຂອງ​ລາວ ແລະ​ຕໍ່​ມາ​ກໍ​ລົງ​ໃນ​ໜັງສື​ພິມ​ສະບັບ​ອື່ນໆອີກ. ເມື່ອ​ລາຊະອານາຈັກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1914 ມີ​ໜັງສື​ພິມ​ຫຼາຍ​ກວ່າ 2.000 ສະບັບ​ໃນ 4 ພາສາ​ທີ່​ພິມ​ຄຳ​ເທດ​ແລະ​ບົດ​ຄວາມ​ຂອງ​ຣັດ​ເຊ​ວ!

5 ເລື່ອງ​ນີ້​ສອນ​ບົດຮຽນ​ສຳຄັນ​ອັນ​ໃດ​ໃຫ້​ແກ່​ເຮົາ? ໃນ​ທຸກ​ມື້​ນີ້​ຄົນ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ອົງການ​ຂອງ​ພະເຈົ້າ​ຄວນ​ຮຽນ​ແບບ​ຄວາມ​ຖ່ອມ​ໃຈ​ຂອງ​ຣັດ​ເຊ​ວ ໂດຍ​ການ​ຄິດ​ເຖິງ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ຄົນ​ອື່ນ​ກ່ອນ​ຈະ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ.—ອ່ານ​ສຸພາສິດ 15:22

6. ຄວາມ​ຈິງ​ທີ່​ລົງ​ໃນ​ໜັງສື​ພິມ​ສົ່ງ​ຜົນ​ຕໍ່​ຜູ້​ຍິງ​ຄົນ​ໜຶ່ງ​ແນວ​ໃດ?

6 ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ທີ່​ລົງ​ໃນ​ໜັງສື​ພິມ​ປ່ຽນ​ຊີວິດ​ຜູ້​ຄົນ​ໄດ້. (ເຫບ. 4:12) ຕົວຢ່າງ​ເຊັ່ນ: ອໍ​ຣາ ເຮັດ​ໂຊ ເຊິ່ງ​ຮັບ​ບັບເຕມາ​ໃນ​ປີ 1917 ໄດ້​ຮຽນ​ຄວາມ​ຈິງ​ຄັ້ງ​ທຳອິດ​ຈາກ​ບົດ​ຄວາມ​ເຫຼົ່າ​ນັ້ນ. ອໍ​ຣາ​ເລົ່າ​ວ່າ: “ຫຼັງ​ຈາກ​ແຕ່ງ​ດອງ ຂ້ອຍ​ໄປ​ຢາມ​ແມ່​ຢູ່​ເມືອງ​ໂຣ​ເຊັດ​ເຕີ ໃນ​ລັດ​ມິນນິ​ໂຊ​ຕາ. ເມື່ອ​ໄປ​ຮອດ ຂ້ອຍ​ເຫັນ​ແມ່​ກຳລັງ​ຕັດ​ບົດ​ຄວາມ​ທີ່​ເປັນ​ຄຳ​ເທດ​ຂອງ​ຣັດ​ເຊ​ວ​ຈາກ​ໜັງສື​ພິມ. ແມ່​ອະທິບາຍ​ໃຫ້​ຂ້ອຍ​ຟັງ​ກ່ຽວ​ກັບ​ສິ່ງ​ທີ່​ແມ່​ໄດ້​ຮຽນ​ຈາກ​ບົດ​ຄວາມ​ເຫຼົ່າ​ນັ້ນ.” ອໍ​ຣາ​ຕອບ​ຮັບ​ຄວາມ​ຈິງ ແລະ​ເປັນ​ຜູ້​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ທີ່​ສັດ​ຊື່​ມາ​ຕະຫຼອດ 60 ປີ.

7. ເປັນ​ຫຍັງ​ຄົນ​ທີ່​ນຳ​ໜ້າ​ໃນ​ອົງການ​ຕ້ອງ​ຄິດ​ທົບ​ທວນ​ເລື່ອງ​ການ​ໃຊ້​ໜັງສື​ພິມ​ເພື່ອ​ເຜີຍ​ແຜ່​ຂ່າວ​ດີ?

7 ໃນ​ປີ 1916 ມີ​ເຫດການ​ສຳຄັນ 2 ຢ່າງ​ເກີດ​ຂຶ້ນ ເຊິ່ງ​ເຮັດ​ໃຫ້​ຄົນ​ທີ່​ນຳ​ໜ້າ​ໃນ​ອົງການ​ຕ້ອງ​ຄິດ​ທົບ​ທວນ​ວ່າ​ເຂົາ​ເຈົ້າ​ຍັງ​ຈະ​ໃຊ້​ໜັງສື​ພິມ​ເຜີຍ​ແຜ່​ຂ່າວ​ດີ​ຕໍ່​ໄປ​ຫຼື​ບໍ່. ເຫດການ​ທຳອິດ​ຄື ສົງຄາມ​ໂລກ​ຄັ້ງ​ທີ 1 ທີ່​ກຳລັງ​ດຸ​ເດືອດ​ເຊິ່ງ​ເຮັດ​ໃຫ້​ວັດສະດຸ​ທີ່​ໃຊ້​ໃນ​ການ​ພິມ​ຫາ​ຍາກ​ຫຼາຍ​ຂຶ້ນ. ໃນ​ປີ 1916 ລາຍງານ​ຈາກ​ພະແນກ​ໜັງສື​ພິມ​ຂອງ​ເຮົາ​ໃນ​ອັງກິດ​ເວົ້າ​ເຖິງ​ບັນຫາ​ນີ້​ວ່າ: “ມີ​ໜັງສື​ພິມ​ພຽງ​ແຕ່ 30 ກວ່າ​ສະບັບ​ທີ່​ພິມ​ຄຳ​ເທດ​ໃນ​ເວລາ​ນີ້​ແລະ​ບໍ່​ດົນ​ກໍ​ຄົງ​ຈະ​ຫຼຸດ​ລົງ​ອີກ​ຫຼາຍ ເພາະ​ຕອນ​ນີ້​ເຈ້ຍ​ແພງ.” ເຫດການ​ທີ 2 ຄື​ພີ່​ນ້ອງ​ຣັດ​ເຊ​ວ​ໄດ້​ເສຍ​ຊີວິດ​ໃນ​ວັນ​ທີ 31 ຕຸລາ 1916. ດັ່ງ​ນັ້ນ ຫໍສັງເກດການ 15 ທັນວາ 1916 ຈຶ່ງ​ມີ​ຄຳ​ປະກາດ​ວ່າ: “ເຮົາ​ຈະ​ເຊົາ​ລົງ​ຄຳ​ເທດ [ໃນ​ໜັງສື​ພິມ​ຕ່າງໆ] ເນື່ອງ​ຈາກ​ພີ່​ນ້ອງ​ຣັດ​ເຊ​ວ​ເສຍ​ຊີວິດ​ແລ້ວ.” ເຖິງ​ວ່າ​ຈະ​ຍົກ​ເລີກ​ວິທີ​ປະກາດ​ແບບ​ນີ້ ແຕ່​ຍັງ​ມີ​ວິທີ​ອື່ນ​ອີກ​ທີ່​ໃຊ້​ໄດ້​ຜົນ​ເຊັ່ນ: ການ​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ.”

8. ມີ​ການ​ຜະລິດ “ພາບພະຍົນ​ເລື່ອງ​ການ​ສ້າງ” ແນວ​ໃດ?

8 ການ​ບັນລະຍາຍ​ໂດຍ​ໃຊ້​ພາບ​ປະກອບ. ຣັດ​ເຊ​ວ​ແລະ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ​ເຮັດ​ວຽກ​ປະມານ 3 ປີ​ເພື່ອ​ຜະລິດ “ພາບພະຍົນ​ເລື່ອງ​ການ​ສ້າງ” ເຊິ່ງ​ສາຍ​ຄັ້ງ​ທຳອິດ​ໃນ​ປີ 1914. (ສຸພາ. 21:5) ມີ​ການ​ໃຊ້​ເຕັກນິກ​ໃໝ່​ເພື່ອ​ສ້າງ​ພາບພະຍົນ​ເລື່ອງ​ນີ້​ໂດຍ​ເອົາ​ພາບ​ເຄື່ອນ​ໄຫວ ແຜ່ນ​ສະ​ໄລ້​ແກ້ວ ແລະ​ສຽງ​ທີ່​ບັນທຶກ​ໄວ້​ປະກອບ​ເຂົ້າ​ກັນ. ຫຼາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ສະແດງ​ໃນ​ສາກ​ເຫດການ​ຕ່າງໆຈາກ​ຄຳພີ​ໄບເບິນ​ແລ້ວ​ບັນທຶກ​ລົງ​ໃນ​ຟີມ ແລະ​ແມ່ນ​ແຕ່​ສັດ​ຫຼາຍ​ຊະນິດ​ກໍ​ຖືກ​ເອົາ​ມາ​ເຂົ້າ​ສາກ​ນຳ. ລາຍງານ​ໃນ​ປີ 1913 ບອກ​ວ່າ: “ມີ​ການ​ເອົາ​ສັດ​ຈຳນວນ​ຫຼາຍ​ຈາກ​ສວນ​ສັດ​ໃຫຍ່​ແຫ່ງ​ໜຶ່ງ​ມາ​ເຂົ້າ​ສາກ​ເພື່ອ​ເຮັດ​ພາບ​ເຄື່ອນ​ໄຫວ​ໃນ​ເລື່ອງ​ໂນເອ.” ນັກ​ແຕ້ມ​ຮູບ​ຈາກ​ລອນດອນ ນິວຢອກ ປາ​ຣີ ແລະ​ຟີລາເດນຟີ ໄດ້​ແຕ້ມ​ແລະ​ລະບາຍ​ສີ​ແຜ່ນ​ສະ​ໄລ້​ແກ້ວ​ເທື່ອ​ລະ​ແຜ່ນ​ຈຳນວນ​ຫຼາຍ​ຮ້ອຍ​ແຜ່ນ​ເພື່ອ​ຜະລິດ​ພາບພະຍົນ​ນີ້.

9. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ທຸ່ມ​ເທ​ເວລາ​ແລະ​ເງິນ​ທຶນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຜະລິດ “ພາບພະຍົນ​ເລື່ອງ​ການ​ສ້າງ”?

9 ເປັນ​ຫຍັງ​ຈຶ່ງ​ຕ້ອງ​ທຸ່ມ​ເທ​ເວລາ​ແລະ​ເງິນ​ທຶນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຜະລິດ “ພາບພະຍົນ​ເລື່ອງ​ການ​ສ້າງ”? ເນື່ອງ​ຈາກ​ມະຕິ​ທີ່​ມີ​ການ​ຍອມ​ຮັບ​ໃນ​ການ​ປະຊຸມ​ໃຫຍ່​ໃນ​ປີ 1913 ອະທິບາຍ​ວ່າ: “ໜັງສື​ພິມ​ໃນ​ອາ​ເມຣິ​ກາ​ປະສົບ​ຄວາມ​ສຳເລັດ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ເພາະ​ສາມາດ​ຫຼໍ່ຫຼອມ​ຄວາມ​ຄິດ​ຂອງ​ຄົນ​ທົ່ວໄປ​ໄດ້​ໂດຍ​ໃຊ້​ກາຕູນ​ຫຼື​ພາບ​ປະກອບ ເລື່ອງ​ນີ້​ເປັນ​ຂໍ້​ພິສູດ​ວ່າ​ການ​ໃຊ້​ພາບ​ເຄື່ອນ​ໄຫວ​ປະກອບ​ພາບພະຍົນ​ຄຸ້ມ​ຄ່າ​ກັບ​ເວລາ​ແລະ​ເງິນ​ຈຳນວນ​ຫຼາຍ​ທີ່​ໃຊ້​ໄປ ເນື່ອງ​ຈາກ​ເຮົາ​ເປັນ​ຜູ້​ປະກາດ​ທີ່​ກ້າວ​ໜ້າ​ແລະ​ຄູ​ສອນ​ໃນ​ຊັ້ນ​ຮຽນ​ພະ​ຄຳພີ ເຮົາ​ເຊື່ອ​ວ່າ​ມີ​ເຫດຜົນ​ພຽງ​ພໍ​ທີ່​ຈະ​ສະໜັບສະໜູນ​ວິທີ​ປະກາດ​ໂດຍ​ໃຊ້​ພາບ​ເຄື່ອນ​ໄຫວ​ແລະ​ແຜ່ນ​ສະ​ໄລ້​ຢ່າງ​ເຕັມທີ ແລະ​ນີ້​ກໍ​ເປັນ​ວິທີ​ສອນ​ທີ່​ມີ​ປະສິດທິພາບ​ແລະ​ໜ້າ​ດຶງ​ດູດ​ໃຈ.”

ທາງ​ເທິງ: ຫ້ອງ​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ທາງ​ລຸ່ມ: ແຜ່ນ​ສະ​ໄລ້​ແກ້ວ​ໃນ “ພາບພະຍົນ​ເລື່ອງ​ການ​ສ້າງ”

10. “ພາບພະຍົນ​ເລື່ອງ​ການ​ສ້າງ” ຖືກ​ນຳ​ໄປ​ສາຍ​ຢ່າງ​ກວ້າງ​ຂວາງ​ຂະໜາດ​ໃດ?

10 ໃນ​ໄລຍະ​ປີ 1914 ມີ​ການ​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ທຸກ​ມື້​ໃນ 80 ເມືອງ. ຜູ້​ຄົນ​ໃນ​ສະຫະລັດ​ແລະ​ການາດາ​ເກືອບ 8 ລ້ານ​ຄົນ​ໄດ້​ເບິ່ງ​ພາບພະຍົນ​ນີ້. ໃນ​ປີ​ດຽວ​ກັນ​ນັ້ນ​ກໍ​ມີ​ການ​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ທີ່​ແດນ​ມາກ ນູ​ແວ​ນ​ເຊ​ລັງ ນອກ​ແວ ແຟງລັງ ເຢຍລະມັນ ສະ​ວິດ ຊູ​ແອ​ດ ອົດສະຕຣາລີ ອັງກິດ. ພາບພະຍົນ​ເລື່ອງ​ນີ້​ຍັງ​ມີ​ແບບ​ທີ່​ບໍ່​ມີ​ພາບ​ເຄື່ອນ​ໄຫວ​ເຊິ່ງ​ເອີ້ນ​ວ່າ: “ຢູຣິ​ກາ ດ​ຣາມາ” (Eureka Drama) ເຊິ່ງ​ສາມາດ​ເອົາ​ໄປ​ສາຍ​ຕາມ​ເມືອງ​ນ້ອຍໆໄດ້​ເພາະ​ໃຊ້​ຕົ້ນ​ທຶນ​ຕ່ຳ​ກວ່າ​ແລະ​ຂົນ​ຍ້າຍ​ງ່າຍ​ກວ່າ. ເມື່ອ​ຮອດ​ປີ 1916 ມີ​ການ​ແປ “ພາບພະຍົນ​ເລື່ອງ​ການ​ສ້າງ” ຫຼື​ບໍ່​ກໍ “ຢູຣິ​ກາ ດ​ຣາມາ” ເປັນ​ພາສາ​ເກັຣກ ດາ​ໂນ-ນອກ​ແວ ໂປໂລ​ຍ ຝຣັ່ງ ເຢຍລະມັນ ຊູ​ແອ​ດ ແອ​ດ​ສະ​ປາຍ ອາ​ກເມນີ ອີຕາລີ.

ໃນ​ໄລຍະ​ປີ 1914 ມີ​ຄົນ​ໄປ​ເບິ່ງ “ພາບພະຍົນ​ເລື່ອງ​ການ​ສ້າງ” ຈົນ​ເຕັມ​ຫ້ອງ​ປະຊຸມ

11, 12. “ພາບພະຍົນ​ເລື່ອງ​ການ​ສ້າງ” ສົ່ງ​ຜົນ​ຕໍ່​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ແນວ​ໃດ ແລະ​ລາວ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ໃດ?

11 “ພາບພະຍົນ​ເລື່ອງ​ການ​ສ້າງ” ທີ່​ແປ​ເປັນ​ພາສາ​ຝຣັ່ງ​ສົ່ງ​ຜົນ​ຫຼາຍ​ຕໍ່​ຊາຍ​ໜຸ່ມ​ອາຍຸ 18 ປີ​ທີ່​ຊື່​ຊາລ ໂຣ​ເນີ ລາວ​ເວົ້າ​ວ່າ: “ພາບພະຍົນ​ເລື່ອງ​ນີ້​ມາ​ສາຍ​ໃນ​ເມືອງ​ຂອງ​ຂ້ອຍ​ຄື ເມືອງ​ໂກ​ມາ​ຣ ແຄວ້ນ​ອັນ​ຊາດ​ສ ປະເທດ​ຝຣັ່ງ. ຕັ້ງ​ແຕ່​ສາກ​ທຳອິດ ຂ້ອຍ​ກໍ​ປະທັບ​ໃຈ​ຫຼາຍ​ທີ່​ມີ​ການ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຊັດເຈນ​ຫຼາຍ​ແທ້ໆ.”

12 ພາບພະຍົນ​ເລື່ອງ​ນີ້​ກະຕຸ້ນ​ຊາລ​ໃຫ້​ຮັບ​ບັບເຕມາ​ແລະ​ເລີ່ມ​ຮັບໃຊ້​ເຕັມ​ເວລາ​ໃນ​ປີ 1922. ວຽກ​ຢ່າງ​ໜຶ່ງ​ທີ່​ລາວ​ໄດ້​ຮັບ​ມອບ​ໝາຍ​ໃນ​ໄລຍະ​ທຳອິດ​ກໍ​ຄື: ຊ່ວຍ​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ໃນ​ຝຣັ່ງ. ຊາລ​ເລົ່າ​ວ່າ: “ຂ້ອຍ​ມີ​ໜ້າ​ທີ່​ຫຼາຍ​ຢ່າງ​ເຊັ່ນ: ຫຼິ້ນ​ໄວ​ໂອ​ລິນ ເຮັດ​ບັນຊີ ຮັບ​ຜິດ​ຊອບ​ເລື່ອງ​ໜັງສື ແລະ​ກ່ອນ​ຈະ​ເລີ່ມ​ສາຍ​ພາບພະຍົນ ຂ້ອຍ​ຍັງ​ຂໍ​ໃຫ້​ຜູ້​ຊົມ​ນັ່ງ​ງຽບໆນຳ. ໃນ​ລະຫວ່າງ​ຕອນ​ພັກ ພວກ​ເຮົາ​ກໍ​ສະເໜີ​ໜັງສື​ໃຫ້​ຜູ້​ຊົມ ແລະ​ມອບ​ໝາຍ​ໃຫ້​ພີ່​ນ້ອງ​ຊາຍ​ຍິງ​ແຕ່​ລະ​ຄົນ​ເບິ່ງ​ແຍງ​ບໍລິເວນ​ໜຶ່ງ​ໃນ​ໂຮງ​ສາຍ​ພາບພະຍົນ. ເຂົາ​ເຈົ້າ​ຈະ​ຫອບ​ໜັງສື​ໄປ ແລະ​ຖາມ​ທຸກ​ຄົນ​ທີ່​ນັ່ງ​ຢູ່​ບໍລິເວນ​ນັ້ນ​ວ່າ​ມີ​ໃຜ​ຢາກ​ໄດ້​ບໍ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕັ້ງ​ໂຕະ​ທີ່​ມີ​ໜັງສື​ຢ່າງ​ຫຼວງ​ຫຼາຍ​ເອົາ​ໄວ້​ໜ້າ​ທາງ​ເຂົ້າ​ນຳ.” ໃນ​ປີ 1925 ຊາລ​ໄດ້​ຖືກ​ຮັບ​ເຊີນ​ໃຫ້​ໄປ​ຮັບໃຊ້​ຢູ່​ເບເທນ​ບຸກ​ລິນ ນິວຢອກ ລາວ​ໄດ້​ເປັນ​ຜູ້​ຄຸມ​ຈັງຫວະ​ດົນຕີ​ຂອງ​ວົງ​ອໍ​ເຄັດ​ສ​ຕາ​ສຳລັບ​ສະຖານີ​ວິທະຍຸ​ທີ່​ຕັ້ງ​ຂຶ້ນ​ໃໝ່​ຊື່ ດັບ​ເບິນ​ຢູ​ບີ​ບີ​ອາ (WBBR). ຫຼັງ​ຈາກ​ໄດ້​ອ່ານ​ເລື່ອງ​ຂອງ​ພີ່​ນ້ອງ​ໂຣ​ເນີ ເຮົາ​ໜ້າ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຕັມ​ໃຈ​ເຮັດ​ວຽກ​ທຸກ​ຢ່າງ​ທີ່​ໄດ້​ຮັບ​ມອບ​ໝາຍ​ບໍ​ເພື່ອ​ຊ່ວຍ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ?’—ອ່ານ​ເອຊາອີ 6:8

13, 14. ມີ​ການ​ໃຊ້​ວິທະຍຸ​ເພື່ອ​ເຜີຍ​ແຜ່​ຂ່າວ​ດີ​ແນວ​ໃດ? (ເບິ່ງ​ຂອບ “ ລາຍການ​ທາງ​ສະຖານີ​ວິທະຍຸ​ດັບ​ເບິນ​ຢູ​ບີ​ບີ​ອາ” ແລະ “ ການ​ປະຊຸມ​ໃຫຍ່​ຄັ້ງ​ສຳຄັນ”)

13 ວິທະຍຸ. ໃນ​ທົດສະວັດ 1920 ການ​ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ເລີ່ມ​ຫຼຸດ​ລົງ ແຕ່​ວິທະຍຸ​ໄດ້​ກາຍ​ເປັນ​ວິທີ​ທີ່​ສຳຄັນ​ໃນ​ການ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ວັນ​ທີ 16 ເມສາ 1922 ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີ​ຝອດ​ອອກ​ອາກາດ​ທາງ​ວິທະຍຸ​ເປັນ​ຄັ້ງ​ປະຫວັດສາດ​ຈາກ​ໂຮງ​ລະຄອນ​ເມ​ໂທ​ໂພ​ລິ​ແທນ ໂອ​ເປ​ຣ່າ​ເຮົາ​ສ ເມືອງ​ຟີລາເດນຟີ ລັດ​ເພນຊິລເວເນຍ. ມີ​ປະມານ 50.000 ຄົນ​ໄດ້​ຟັງ​ຄຳ​ບັນລະຍາຍ​ທີ່​ຊື່​ວ່າ: “ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຕາຍ​ເລີຍ.” ຕໍ່​ມາ​ໃນ​ປີ 1923 ກໍ​ເລີ່ມ​ອອກ​ອາກາດ​ຄຳ​ບັນລະຍາຍ​ການ​ປະຊຸມ​ໃຫຍ່​ເປັນ​ຄັ້ງ​ທຳອິດ. ຜູ້​ທີ່​ນຳ​ໜ້າ​ໃນ​ອົງການ​ຄິດ​ວ່າ​ນອກ​ຈາກ​ຈະ​ໃຊ້​ສະຖານີ​ວິທະຍຸ​ຂອງ​ເອກະຊົນ​ແລ້ວ ຖື​ວ່າ​ເປັນ​ການ​ດີ​ທີ່​ເຮົາ​ຈະ​ຕັ້ງ​ສະຖານີ​ວິທະຍຸ​ເປັນ​ຂອງ​ເຮົາ​ເອງ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ສ້າງ​ສະຖານີ​ວິທະຍຸ​ທີ່​ເກາະ​ສະ​ແຕ​ເທ​ນ ນິວຢອກ ແລະ​ຈົດ​ທະບຽນ​ໂດຍ​ໃຊ້​ຊື່​ດັບ​ເບິນ​ຢູ​ບີ​ບີ​ອາ​ເຊິ່ງ​ອອກ​ອາກາດ​ຄັ້ງ​ທຳອິດ​ໃນ​ວັນ​ທີ 24 ກຸມພາ 1924.

ໃນ​ປີ 1922 ມີ​ປະມານ 50.000 ຄົນ​ໄດ້​ຟັງ​ຄຳ​ບັນລະຍາຍ​ທາງ​ວິທະຍຸ​ເລື່ອງ “ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຕາຍ​ເລີຍ”

14 ຫໍສັງເກດການ 1 ທັນວາ 1924 ອະທິບາຍ​ຈຸດ​ປະສົງ​ຂອງ​ການ​ຕັ້ງ​ສະຖານີ​ວິທະຍຸ​ດັບ​ເບິນ​ຢູ​ບີ​ບີ​ອາ​ວ່າ: “ເຮົາ​ເຊື່ອ​ວ່າ​ການ​ກະຈາຍ​ສຽງ​ທາງ​ວິທະຍຸ​ເປັນ​ວິທີ​ໃໝ່​ທີ່​ປະຢັດ​ທີ່​ສຸດ​ແລະ​ໄດ້​ຜົນ​ທີ່​ສຸດ​ໃນ​ການ​ເຜີຍ​ແຜ່​ຄວາມ​ຈິງ” ແລະ​ຍັງ​ບອກ​ອີກ​ວ່າ: “ຖ້າ​ພະເຈົ້າ​ເຫັນ​ວ່າ​ເຮົາ​ຄວນ​ຕັ້ງ​ສະຖານີ​ວິທະຍຸ​ເພີ່ມ​ເພື່ອ​ເຜີຍ​ແຜ່​ຄວາມ​ຈິງ ພະອົງ​ກໍ​ຈະ​ຈັດ​ຫາ​ເງິນ​ທຶນ​ໃຫ້​ເຮົາ ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ.” (ເພງ. 127:1) ເມື່ອ​ຮອດ​ປີ 1926 ປະຊາຊົນ​ຂອງ​ພະ​ເຢໂຫວາ​ເປັນ​ເຈົ້າ​ຂອງ​ສະຖານີ​ວິທະຍຸ 6 ແຫ່ງ. ເຊິ່ງ​ມີ 2 ແຫ່ງ​ທີ່​ຢູ່​ໃນ​ສະຫະລັດ​ຄື ສະຖານີ​ວິທະຍຸ​ດັບ​ເບິນ​ຢູ​ບີ​ບີ​ອາ​ໃນ​ນິວຢອກ​ແລະ​ສະຖານີ​ເວີດ (WORD) ຢູ່​ໃກ້ໆເມືອງ​ຊິຄາໂກ. ສ່ວນ​ອີກ 4 ແຫ່ງ​ຕັ້ງ​ຢູ່​ການາດາ ທີ່​ລັດ​ແອນ​ເບີ​ຕາ ບຣິ​ຕິດ​ໂຄ​ລຳ​ເບຍ ອອນແທຣິ​ໂອ ແລະ​ຊັດ​ແຄ​ດ​ເຊ​ວັນ.

15, 16. (ກ) ພວກ​ນັກ​ເທດ​ນັກ​ບວດ​ໃນ​ການາດາ​ໄດ້​ເຮັດ​ຫຍັງ​ເມື່ອ​ຮູ້​ວ່າ​ພີ່​ນ້ອງ​ຂອງ​ເຮົາ​ໃຊ້​ວິທະຍຸ​ກະຈາຍ​ສຽງ? (ຂ) ຄຳ​ບັນລະຍາຍ​ທາງ​ວິທະຍຸ​ແລະ​ການ​ປະກາດ​ຕາມ​ບ້ານ​ເຮືອນ​ຊ່ວຍ​ສົ່ງເສີມ​ກັນ​ແນວ​ໃດ?

15 ເມື່ອ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແຜ່​ກະຈາຍ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ ເລື່ອງ​ນີ້​ກໍ​ໄປ​ເຖິງ​ຫູ​ພວກ​ນັກ​ເທດ​ນັກ​ບວດ​ຂອງ​ຄລິດ​ສາສະໜາ​ຈັກ. ອັນ​ເບີດ ຮ໋ອຟ​ມັນ ທີ່​ຄຸ້ນ​ເຄີຍ​ກັບ​ການ​ເຮັດ​ວຽກ​ໃນ​ສະຖານີ​ວິທະຍຸ​ທີ່​ຊັດ​ແຄ​ດ​ເຊ​ວັນ​ໃນ​ການາດາ ກ່າວ​ວ່າ: “ມີ​ຄົນ​ເລີ່ມ​ຮູ້ຈັກ​ນັກ​ສຶກສາ​ຄຳພີ​ໄບເບິນ [ຊື່​ເອີ້ນ​ຂອງ​ພະຍານ​ພະ​ເຢໂຫວາ​ສະໄໝ​ນັ້ນ] ຫຼາຍ​ຂຶ້ນ​ເລື້ອຍໆ. ການ​ເຜີຍ​ແຜ່​ຄວາມ​ຈິງ​ດ້ວຍ​ວິທີ​ນີ້​ເກີດ​ຜົນ​ດີ​ມາ​ຕະຫຼອດ ແຕ່​ເມື່ອ​ຮອດ​ປີ 1928 ພວກ​ນັກ​ເທດ​ນັກ​ບວດ​ໄດ້​ກົດ​ດັນ​ເຈົ້າ​ໜ້າ​ທີ່​ລັດຖະບານ ແລະ​ຫຼັງ​ຈາກ​ນັ້ນ ສະຖານີ​ວິທະຍຸ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ທຸກ​ແຫ່ງ​ໃນ​ການາດາ​ກໍ​ຖືກ​ຍົກ​ເລີກ​ໃບ​ອະນຸຍາດ.”

16 ເຖິງ​ວ່າ​ສະຖານີ​ວິທະຍຸ​ຕ່າງໆໃນ​ການາດາ​ຈະ​ຖືກ​ປິດ ແຕ່​ຍັງ​ມີ​ການ​ກະຈາຍ​ສຽງ​ຄຳ​ບັນລະຍາຍ​ທີ່​ມີ​ເນື້ອ​ໃນ​ຈາກ​ຄຳພີ​ໄບເບິນ​ທາງ​ຄື້ນ​ວິທະຍຸ​ອື່ນໆຂອງ​ເອກະຊົນ. (ມັດ. 10:23) ເພື່ອ​ຊ່ວຍ​ໃຫ້​ມີ​ຄົນ​ຟັງ​ລາຍການ​ວິທະຍຸ​ຫຼາຍ​ຂຶ້ນ ວາລະສານ​ຫໍສັງເກດການ ແລະ​ເດິ ໂກ​ເດິ​ນ ເອດ​ຈ (ຕອນ​ນີ້​ຄື ຕື່ນ​ເຖີດ!) ໄດ້​ລົງ​ລາຍ​ຊື່​ສະຖານີ​ວິທະຍຸ​ທີ່​ອອກ​ອາກາດ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ໄວ້​ນຳ. ດັ່ງ​ນັ້ນ ເມື່ອ​ຜູ້​ປະກາດ​ໄປ​ຕາມ​ບ້ານ​ເຮືອນ ເຂົາ​ເຈົ້າ​ກໍ​ຊວນ​ຜູ້​ຄົນ​ໃຫ້​ຟັງ​ຄຳ​ບັນລະຍາຍ​ຈາກ​ສະຖານີ​ວິທະຍຸ​ທ້ອງຖິ່ນ​ໄດ້. ຜົນ​ເປັນ​ແນວ​ໃດ? ຈົດ​ໝາຍ​ຂ່າວ ສະບັບ​ມັງກອນ 1931 ບອກ​ວ່າ: “ລາຍການ​ວິທະຍຸ​ເຮັດ​ໃຫ້​ພີ່​ນ້ອງ​ຢາກ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ຫຼາຍ​ຂຶ້ນ. ເມື່ອ​ສຳນັກງານ​ໃຫຍ່​ໄດ້​ຮັບ​ລາຍງານ​ຫຼາຍ ເຮົາ​ຈຶ່ງ​ຮູ້​ວ່າ​ຜູ້​ຄົນ​ໄດ້​ຟັງ​ຄຳ​ບັນລະຍາຍ​ຂອງ​ພີ່​ນ້ອງ​ຣັດເທີ​ຝອດ​ທາງ​ວິທະຍຸ ເຂົາ​ເຈົ້າ​ກໍ​ເລີຍ​ຢາກ​ຮັບ​ປຶ້ມ​ທີ່​ຜູ້​ປະກາດ​ສະເໜີ​ໃຫ້.” ຈົດ​ໝາຍ​ຂ່າວ ບອກ​ວ່າ​ການ​ອອກ​ອາກາດ​ທາງ​ວິທະຍຸ​ແລະ​ການ​ປະກາດ​ຕາມ​ບ້ານ​ເຮືອນ​ເປັນ “ວິທີ​ການ​ປະກາດ​ທີ່​ດີ​ເລີດ 2 ວິທີ​ໃນ​ອົງການ​ຂອງ​ພະເຈົ້າ.”

17, 18. ເຖິງ​ວ່າ​ສະພາບການ​ຈະ​ປ່ຽນ​ໄປ ວິທະຍຸ​ຍັງ​ຄົງ​ມີ​ບົດບາດ​ຫຍັງ​ໃນ​ການ​ເຜີຍ​ແຜ່​ຂ່າວ​ດີ?

17 ໃນ​ທົດສະວັດ 1930 ແມ່ນ​ແຕ່​ການ​ໃຊ້​ສະຖານີ​ວິທະຍຸ​ເອກະຊົນ​ອື່ນໆກໍ​ຖືກ​ຕໍ່​ຕ້ານ. ດັ່ງ​ນັ້ນ ໃນ​ທ້າຍ​​ປີ 1937 ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈຶ່ງ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບການ​ທີ່​ປ່ຽນ​ໄປ. ເຂົາ​ເຈົ້າ​ເຊົາ​ໃຊ້​ສະຖານີ​ວິທະຍຸ​ເອກະຊົນ​ແລ້ວ​ເນັ້ນ​ວຽກ​ປະກາດ​ຕາມ​ບ້ານ​ເຮືອນ​ຫຼາຍ​ກວ່າ​ເກົ່າ. a ແຕ່​ວິທະຍຸ​ກໍ​ຍັງ​ຄົງ​ເປັນ​ຊ່ອງ​ທາງ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ເຜີຍ​ແຜ່​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ໃນ​ດິນແດນ​ທີ່​ຫ່າງ​ໄກ​ຫຼື​ເຂດ​ທີ່​ເຮັດ​ວຽກ​ປະກາດ​ໄດ້​ຍາກ. ຕົວຢ່າງ​ເຊັ່ນ: ຕັ້ງ​ແຕ່​ປີ 1951-1991 ສະຖານີ​ວິທະຍຸ​ໜຶ່ງ​ຢູ່​ເມືອງ​ເບີ​ລິນ​ຕາເວັນ​ຕົກ ປະເທດ​ເຢຍລະມັນ ໄດ້​ອອກ​ອາກາດ​ຄຳ​ບັນລະຍາຍ​ທີ່​ມີ​ເນື້ອ​ໃນ​ຈາກ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄົນ​ທີ່​ຢູ່​ໃນ​ເຂດ​ຕ່າງໆຂອງ​ເຢຍລະມັນ​ຕາເວັນ​ອອກ​ໃນ​ສະໄໝ​ນັ້ນ​ຈຶ່ງ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ໄດ້. ເລີ່ມ​ຕັ້ງ​ແຕ່​ປີ 1961 ສະຖານີ​ແຫ່ງ​ໜຶ່ງ​ໃນ​ປະເທດ​ຊູ​ຣີ​ນາມ ທະວີບ​ອາ​ເມຣິ​ກາ​ໃຕ້​ໄດ້​ອອກ​ອາກາດ​ລາຍການ​ວິທະຍຸ ອາທິດ​ລະ 15 ນາທີ​ຕະຫຼອດ​ໄລຍະ​ເວລາ 30 ກວ່າ​ປີ​ເພື່ອ​ເຜີຍ​ແຜ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ຕັ້ງ​ແຕ່​ປີ 1969-1977 ອົງການ​ໄດ້​ບັນທຶກ​ສຽງ​ຄຳ​ບັນລະຍາຍ​ເພື່ອ​ອອກ​ອາກາດ​ຫຼາຍ​ກວ່າ 350 ເລື່ອງ​ໃນ​ຊຸດ​ທີ່​ມີ​ຊື່​ວ່າ: “ພະ​ຄຳພີ​ທຸກ​ຕອນ​ເປັນ​ປະໂຫຍດ.” ໃນ​ສະຫະລັດ ມີ​ສະຖານີ​ວິທະຍຸ 291 ສະຖານີ​ໃນ 48 ລັດ​ທີ່​ອອກ​ອາກາດ​ລາຍການ​ຊຸດ​ນີ້. ໃນ​ປີ 1996 ສະຖານີ​ວິທະຍຸ​ໃນ​ເມືອງ​ອາ​ເພຍ​ເຊິ່ງ​ເປັນ​ເມືອງ​ຫຼວງ​ຂອງ​ຊາ​ມົວ​ໃນ​ໝູ່​ເກາະ​ປາ​ຊີ​ຟິກ​ໃຕ້​ໄດ້​ອອກ​ອາກາດ​ລາຍການ​ທີ່​ຊື່​ວ່າ: “ຄຳຕອບ​ສຳລັບ​ເລື່ອງ​ທີ່​ເຈົ້າ​ຢາກ​ຮູ້​ກ່ຽວ​ກັບ​ຄຳພີ​ໄບເບິນ” ເປັນ​ປະຈຳ​ທຸກ​ອາທິດ.

18 ເມື່ອ​ສະຕະວັດ​ທີ 20 ໃກ້​ຈະ​ສິ້ນ​ສຸດ​ລົງ ວິທະຍຸ​ກໍ​ບໍ່​ໄດ້​ເປັນ​ຊ່ອງ​ທາງ​ຫຼັກ​ໃນ​ການ​ເຜີຍ​ແຜ່​ຂ່າວ​ດີ​ອີກ​ຕໍ່​ໄປ ແຕ່​ກໍ​ມີ​ເຕັກໂນໂລຊີ​ໃໝ່ໆທີ່​ເຮັດ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ​ຈຳນວນ​ຫຼາຍ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

19, 20. ເປັນ​ຫຍັງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ເວັບໄຊ jw.org ແລະ​ເວັບໄຊ​ນີ້​ໄດ້​ຜົນ​ດີ​ຂະໜາດ​ໃດ? (ເບິ່ງ​ຂອບ “ JW.ORG”)

19 ອິນເຕີເນັດ. ຈາກ​ຂໍ້​ມູນ​ປີ 2013 ມີ​ຫຼາຍ​ກວ່າ 2.700 ລ້ານ​ຄົນ​ຫຼື​ເກືອບ 40 ເປີເຊັນ​ຂອງ​ປະຊາກອນ​ໂລກ​ທີ່​ໃຊ້​ອິນເຕີເນັດ ແລະ​ຄົນ​ທີ່​ໃຊ້​ອິນເຕີເນັດ​ຜ່ານ​ອຸປະກອນ​ເຄື່ອນ​ທີ່​ເຊັ່ນ: ສະ​ມາດ​ໂຟນ​ຫຼື​ແທັບເລັດ​ກໍ​ມີ​ປະມານ 2 ພັນ​ລ້ານ​ຄົນ​ແລະ​ຍັງ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆໃນ​ທົ່ວ​ໂລກ ໂດຍ​ສະເພາະ​ທີ່​ອາ​ຝຼິກ​ກາ​ມີ​ອັດຕາ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ ຕອນ​ນີ້​ມີ​ຄົນ​ລົງ​ທະບຽນ​ໃຊ້​ອິນເຕີເນັດ​ໃນ​ທີ່​ນັ້ນ​ຫຼາຍ​ກວ່າ 90 ລ້ານ​ຄົນ​ແລ້ວ. ຄວາມ​ກ້າວ​ໜ້າ​ທາງ​ເຕັກໂນໂລຊີ​ເຮັດ​ໃຫ້​ວິທີ​ທີ່​ຜູ້​ຄົນ​ຮັບ​ຂໍ້​ມູນ​ຂ່າວ​ສານ​ປ່ຽນ​ໄປ​ຫຼາຍ.

20 ຕັ້ງ​ແຕ່​ປີ 1997 ປະຊາຊົນ​ຂອງ​ພະ​ເຢໂຫວາ​ເລີ່ມ​ໃຊ້​ວິທີ​ຕິດ​ຕໍ່​ສື່ສານ​ນີ້. ໃນ​ປີ 2013 ເວັບໄຊ jw.org ມີ​ໃຫ້​ອ່ານ​ໄດ້​ປະມານ 300 ພາສາ ແລະ​ຂໍ້​ມູນ​ຕ່າງໆທີ່​ມາ​ຈາກ​ຄຳພີ​ໄບເບິນ​ມີ​ໃຫ້​ດາວ​ໂຫຼດ​ໄດ້​ຫຼາຍ​ກວ່າ 520 ພາສາ ໃນ​ແຕ່​ລະ​ມື້​ມີ​ຫຼາຍ​ກວ່າ 750.000 ຄົນ​ເຂົ້າ​ໄປ​ເບິ່ງ​ເວັບໄຊ. ນອກ​ຈາກ​ນັ້ນ ໃນ​ທຸກ​ເດືອນ​ຍັງ​ມີ​ຄົນ​ເຂົ້າ​ໄປ​ເບິ່ງ​ວິດີໂອ​ແລະ​ດາວ​ໂຫຼດ​ປຶ້ມ​ຫຼາຍ​ກວ່າ 3 ລ້ານ​ຫົວ ວາລະສານ 4 ລ້ານ​ຫົວ ແລະ​ໄຟ​ລ​ສຽງ 22 ລ້ານ​ໄຟ​ລ.

21. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ຊີ​ນາ?

21 ເວັບໄຊ​ໄດ້​ກາຍ​ເປັນ​ວິທີ​ທີ່​ດີ​ເລີດ​ໃນ​ການ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ແມ່ນ​ແຕ່​ປະເທດ​ທີ່​ວຽກ​ປະກາດ​ຂອງ​ເຮົາ​ຖືກ​ສັ່ງ​ຫ້າມ. ຕົວຢ່າງ: ຕອນ​ຕົ້ນ​ປີ 2013 ຜູ້​ຊາຍ​ຊື່​ຊີ​ນາ​ເຫັນ​ເວັບໄຊ jw.org ຂອງ​ເຮົາ ແລະ​ໄດ້​ໂທ​ໄປ​ທີ່​ສຳນັກງານ​ໃຫຍ່​ໃນ​ສະຫະລັດ ເພື່ອ​ຂໍ​ຄວາມ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຳພີ​ໄບເບິນ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ໜ້າ​ສົນ​ໃຈ​ເປັນ​ພິເສດ? ຊີ​ນາ​ເປັນ​ຄົນ​ມຸດສະລິມ​ແລະ​ຢູ່​ໝູ່​ບ້ານ​ທີ່​ຫ່າງ​ໄກ​ໃນ​ປະເທດ​ທີ່​ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ຖືກ​ສັ່ງ​ຫ້າມ​ຢ່າງ​ເດັດ​ຂາດ. ຫຼັງ​ຈາກ​ລົມ​ໂທລະສັບ​ຄັ້ງ​ນັ້ນ ຊີ​ນາ​ກໍ​ໄດ້​ຮຽນ​ຄຳພີ​ໄບເບິນ​ອາທິດ​ລະ 2 ຄັ້ງ​ກັບ​ພີ່​ນ້ອງ​ຄົນ​ໜຶ່ງ​ໃນ​ສະຫະລັດ​ໂດຍ​ທາງ​ວິດີໂອ​ຜ່ານ​ອິນເຕີເນັດ.

ສອນ​ເປັນ​ບຸກຄົນ

22, 23. (ກ) ວິທີ​ຕ່າງໆທີ່​ເຮັດ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຄົນ​ຈຳນວນ​ຫຼາຍ​ນຳ​ມາ​ໃຊ້​ແທນ​ການ​ປະກາດ​ຕາມ​ບ້ານ​ເຮືອນ​ໄດ້​ບໍ? (ຂ) ກະສັດ​ເຍຊູ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ແນວ​ໃດ?

22 ເຮົາ​ໃຊ້​ຫຼາຍ​ວິທີ​ເພື່ອ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ​ຈຳນວນ​ຫຼາຍ ເຊັ່ນ: ທາງ​ໜັງສື​ພິມ ສາຍ “ພາບພະຍົນ​ເລື່ອງ​ການ​ສ້າງ” ອອກ​ອາກາດ​ທາງ​ສະຖານີ​ວິທະຍຸ ແລະ​ທາງ​ເວັບໄຊ ແຕ່​ບໍ່​ມີ​ວິທີ​ໃດ​ທີ່​ຈະ​ທົດ​ແທນ​ການ​ປະກາດ​ຕາມ​ບ້ານ​ເຮືອນ​ໄດ້. ຍ້ອນ​ຫຍັງ? ຍ້ອນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຮຽນ​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ. ເພິ່ນ​ບໍ່​ພຽງ​ແຕ່​ປະກາດ​ກັບ​ຄົນ​ຈຳນວນ​ຫຼາຍ ແຕ່​ເພິ່ນ​ເນັ້ນ​ການ​ຊ່ວຍ​ເຫຼືອ​ເປັນ​ບຸກຄົນ. (ລືກາ 19:1-5) ພະ​ເຍຊູ​ຝຶກ​ສອນ​ລູກ​ສິດ​ຂອງ​ເພິ່ນ​ໃຫ້​ເຮັດ​ຄື​ກັນ ເພິ່ນ​ໃຫ້​ເຂົາ​ເຈົ້າ​ນຳ​ຂ່າວ​ສານ​ໄປ​ບອກ​ຄົນ​ອື່ນ. (ອ່ານ​ລືກາ 10:1, 8-11) ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 6 ຄົນ​ທີ່​ນຳ​ໜ້າ​ໃນ​ອົງການ​ສະໜັບສະໜູນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມາ​ຕະຫຼອດ​ວ່າ ທຸກ​ຄົນ​ຄວນ​ໄປ​ຫາ​ແລະ​ລົມ​ກັບ​ຜູ້​ຄົນ​ໂດຍ​ກົງ.—ກິດ. 5:42; 20:20

23 ຫຼັງ​ຈາກ​ລາຊະອານາຈັກ​ສ້າງ​ຕັ້ງ​ຂຶ້ນ​ໄດ້ 100 ປີ ຕອນ​ນີ້​ມີ​ຜູ້​ປະກາດ​ເກືອບ 8 ລ້ານ​ຄົນ​ທີ່​ເຮັດ​ວຽກ​ຢ່າງ​ກະຕືລືລົ້ນ ແລະ​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງ​ໃຈ​ຈະ​ເຮັດ. ກະສັດ​ເຍຊູ​ໄດ້​ອວຍ​ພອນ​ໃຫ້​ວິທີ​ຕ່າງໆທີ່​ເຮົາ​ໃຊ້​ໃນ​ການ​ໂຄສະນາ​ລາຊະອານາຈັກ​ເກີດ​ຜົນ​ດີ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ເຫັນ​ວ່າ​ເພິ່ນ​ໄດ້​ກຽມ​ເຄື່ອງ​ມື​ທີ່​ເຮົາ​ຈຳເປັນ​ຕ້ອງ​ໃຊ້​ນຳ ເພື່ອ​ເຜີຍ​ແຜ່​ຂ່າວ​ດີ​ໄປ​ເຖິງ​ຄົນ​ທຸກ​ຊາດ ທຸກ​ຕະກູນ ແລະ​ທຸກ​ພາສາ.—ຄຳປ. 14:6

a ໃນ​ປີ 1957 ກຸ່ມ​ຄົນ​ທີ່​ນຳ​ໜ້າ​ໃນ​ອົງການ​ຕັດສິນ​ໃຈ​ປິດ​ສະຖານີ​ວິທະຍຸ​ດັບ​ເບິນ​ຢູ​ບີ​ບີ​ອາ​ໃນ​ນິວຢອກ​ເຊິ່ງ​ເປັນ​ສະຖານີ​ວິທະຍຸ​ແຫ່ງ​ສຸດ​ທ້າຍ​ຂອງ​ເຮົາ.