ບົດທີ 8
ເຄື່ອງມືທີ່ໃຊ້ໃນວຽກປະກາດ—ການພິມສັບພະໜັງສືທີ່ໃຊ້ໃນເຂດປະກາດທົ່ວໂລກ
1, 2. (ກ) ໃນສະຕະວັດທຳອິດ ສິ່ງໃດຊ່ວຍໃຫ້ຂ່າວດີແຜ່ກະຈາຍອອກໄປທົ່ວອານາຈັກໂລມ? (ຂ) ເຮົາມີຫຼັກຖານຫຍັງທີ່ສະແດງວ່າພະເຢໂຫວາສະໜັບສະໜູນວຽກຂອງເຮົາໃນປັດຈຸບັນນີ້? (ເບິ່ງຂອບ “ ຂ່າວດີຫຼາຍກວ່າ 670 ພາສາ”)
ຄົນຕ່າງຊາດທີ່ເດີນທາງມາໃນກຸງເຢຣຶຊາເລມເກືອບຈະບໍ່ເຊື່ອຫູຕົວເອງເມື່ອໄດ້ຍິນຄົນຄາລິເລເວົ້າພາສາຕ່າງປະເທດໄດ້ຢ່າງຄ່ອງແຄ້ວ ແລະຂ່າວສານທີ່ເຂົາເຈົ້າເວົ້າກໍຈັບໃຈຜູ້ຟັງ. ຕອນນັ້ນເປັນວັນເພນເຕກອດປີ ຄ.ສ. 33 ພະເຈົ້າໄດ້ເຮັດໃຫ້ສາວົກຂອງພະເຍຊູສາມາດເວົ້າພາສາຕ່າງໆໄດ້ຢ່າງອັດສະຈັນ ເຫດການນີ້ເປັນຂໍ້ພິສູດວ່າພະເຈົ້າສະໜັບສະໜູນເຂົ້າເຈົ້າ. (ອ່ານກິດຈະການ 2:1-8, 12, 15-17) ຂ່າວດີທີ່ເຂົາເຈົ້າປະກາດໃນມື້ນັ້ນໄດ້ໄປເຖິງຜູ້ຄົນທີ່ມີພູມຫຼັງແຕກຕ່າງກັນ ຈາກນັ້ນກໍແຜ່ໄປທົ່ວອານາຈັກໂລມ.—ໂກໂລ. 1:23
2 ເຖິງແມ່ນປະຊາຊົນຂອງພະເຈົ້າໃນທຸກມື້ນີ້ບໍ່ໄດ້ເວົ້າພາສາຕ່າງໆໂດຍການອັດສະຈັນ. ແຕ່ເຂົາເຈົ້າກໍແປຂ່າວສານເລື່ອງລາຊະອານາຈັກເຖິງ 670 ພາສາ ເຊິ່ງຫຼາຍກວ່າໃນສະຕະວັດທຳອິດຫຼາຍເທົ່າ. (ກິດ. 2:9-11) ປະຊາຊົນຂອງພະເຈົ້າພິມສັບພະໜັງສືຫຼາຍພາສາຂະໜາດນັ້ນກໍເພື່ອໃຫ້ຂ່າວສານນີ້ແຜ່ອອກໄປທົ່ວທຸກມຸມໂລກ. a ເລື່ອງນີ້ເປັນຫຼັກຖານທີ່ຊັດເຈນວ່າພະເຢໂຫວາກຳລັງໃຊ້ກະສັດເຍຊູຄລິດໃຫ້ຊີ້ນຳວຽກປະກາດຂອງເຮົາ. (ມັດ. 28:19, 20) ໃຫ້ເຮົາມາເບິ່ງເຄື່ອງມືບາງຢ່າງທີ່ເຄີຍໃຊ້ໃນໄລຍະ 100 ປີທີ່ຜ່ານມາເຊິ່ງຊ່ວຍແຜ່ຂະຫຍາຍວຽກງານນີ້ໄດ້ຢ່າງດີເລີດ ແລະຂໍໃຫ້ສັງເກດວິທີທີ່ກະສັດຝຶກສອນເຮົາເປັນຂັ້ນໆໃຫ້ສົນໃຈຜູ້ຄົນແລະສັງເກດວິທີທີ່ເພິ່ນສະໜັບສະໜູນເຮົາໃຫ້ເປັນຄູສອນຄຳພີໄບເບິນ.—2 ຕີໂມ. 2:2
ກະສັດເຍຊູກຽມເຄື່ອງມືໃຫ້ຜູ້ຮັບໃຊ້ຫວ່ານເມັດແຫ່ງຄວາມຈິງ
3. ເປັນຫຍັງເຮົາຈຶ່ງໃຊ້ເຄື່ອງມືຫຼາຍຢ່າງໃນວຽກປະກາດ?
3 ພະເຍຊູປຽບທຽບຂ່າວສານເລື່ອງລາຊະອານາຈັກຄືກັບເມັດພືດ ແລະປຽບຫົວໃຈຂອງຜູ້ຄົນຄືກັບດິນ. (ມັດ. 13:18, 19) ເຊັ່ນດຽວກັບຊາວສວນທີ່ຕ້ອງໃຊ້ເຄື່ອງມືຫຼາຍຢ່າງປັບສະພາບຂອງດິນໃຫ້ພ້ອມກ່ອນທີ່ຈະຫວ່ານເມັດພືດລົງໄປ ປະຊາຊົນຂອງພະເຢໂຫວາກໍໃຊ້ເຄື່ອງມືຫຼາຍຢ່າງເພື່ອກຽມຫົວໃຈຜູ້ຄົນຈຳນວນຫຼາຍໃຫ້ພ້ອມທີ່ຈະຮັບຟັງຂ່າວສານເລື່ອງລາຊະອານາຈັກ. ເຄື່ອງມືບາງຢ່າງກໍເປັນປະໂຫຍດພຽງໄລຍະໜຶ່ງ. ສ່ວນເຄື່ອງມືອື່ນໆກໍຍັງໃຊ້ວຽກໄດ້ດີຕະຫຼອດ ເຊັ່ນ: ປຶ້ມແລະວາລະສານ. ໃນບົດກ່ອນ ເຮົາໄດ້ເວົ້າເຖິງວິທີທີ່ເຮົາໃຊ້ໃນການສື່ສານກັບຜູ້ຄົນ ຈຳນວນຫຼາຍເຊັ່ນ: ວິທະຍຸແລະໜັງສືພິມ ແຕ່ບົດນີ້ຈະເວົ້າເຖິງເຄື່ອງມືທີ່ຊ່ວຍຜູ້ປະກາດໃຫ້ສາມາດເຂົ້າຫາແລະລົມກັບຜູ້ຄົນໄດ້ໂດຍກົງ.—ກິດ. 5:42; 17:2, 3
4, 5. ມີການໃຊ້ເຄື່ອງຫຼິ້ນແຜ່ນສຽງແນວໃດ? ແຕ່ວິທີນີ້ມີຂໍ້ເສຍຫຍັງ?
4 ຄຳບັນລະຍາຍທີ່ບັນທຶກໃນແຜ່ນສຽງ. ໃນໄລຍະທົດສະວັດ 1930 ຫາ 1940 ຜູ້ປະກາດໄດ້ໃຊ້ເຄື່ອງຫຼິ້ນແຜ່ນສຽງແບບກະເປົ໋າຫິ້ວເພື່ອເປີດສຽງຄຳບັນລະຍາຍໃຫ້ເຈົ້າຂອງເຮືອນຟັງ. ຄຳບັນລະຍາຍແຕ່ລະເລື່ອງຍາວປະມານ 5 ນາທີ ບາງຄັ້ງກໍເປັນຫົວເລື່ອງສັ້ນໆ ເຊັ່ນ: “ຕີເອການຸພາບ” “ໄຟນະລົກ” ແລະ “ລາຊະອານາຈັກ” ມີການໃຊ້ແຜ່ນສຽງເຫຼົ່ານັ້ນແນວໃດ? ພີ່ນ້ອງເຄຣຕັນ ເຈ. ວູດເວີດ ຈູເນຍທີ່ຮັບບັບເຕມາໃນປະເທດສະຫະລັດປີ 1930 ເລົ່າວ່າ: “ຂ້ອຍຫິ້ວກະເປົ໋າໜ່ວຍນ້ອຍໆໄປນຳ ມັນເປັນກະເປົ໋າທີ່ໃສ່ເຄື່ອງຫຼິ້ນແຜ່ນສຽງແບບໄຂລານ ແລະມີກ້ານຫົວເຂັມແບບຖອດໄດ້ເຊິ່ງຂ້ອຍຕ້ອງວາງໃສ່ຂອບແຜ່ນສຽງໃຫ້ພໍດີກັບຕອນທີ່ເລີ່ມຫຼິ້ນ. ຂ້ອຍຈະຢືນຢູ່ປະຕູໜ້າບ້ານ ເປີດກະເປົ໋າ ໃສ່ກ້ານຫົວເຂັມ ແລ້ວກໍກົດກະດິງເອີ້ນເຈົ້າຂອງເຮືອນ ເມື່ອລາວເປີດປະຕູ ຂ້ອຍກໍເວົ້າວ່າ: ‘ຂ້ອຍມີຂ່າວສານສຳຄັນຢາກໃຫ້ເຈົ້າຟັງ’” ຜູ້ຄົນຕອບຮັບແນວໃດ? ພີ່ນ້ອງວູດເວີດບອກວ່າ: “ຫຼາຍຄົນມັກຫຼາຍ ແຕ່ກໍມີບາງຄົນປິດປະຕູໃສ່ເຮົາ ບາງຄັ້ງເຂົາເຈົ້າຄິດວ່າເຮົາມາຂາຍເຄື່ອງຫຼິ້ນແຜ່ນສຽງ.”
5 ເມື່ອເຖິງປີ 1940 ມີຄຳບັນລະຍາຍຕ່າງໆໃຫ້ຜູ້ຄົນໄດ້ຟັງຫຼາຍກວ່າ 90 ເລື່ອງ ແລະມີການເຮັດແຜ່ນສຽງຫຼາຍກວ່າ 1 ລ້ານແຜ່ນ. ຈອນ ອີ. ບາ ເຊິ່ງໃນເວລານັ້ນເປັນໄພໂອເນຍຢູ່ປະເທດອັງກິດແລະພາຍຫຼັງກໍເປັນຄະນະກຳມະການປົກຄອງ ເລົ່າວ່າ: “ໃນໄລຍະປີ 1936-1945 ເຄື່ອງຫຼິ້ນແຜ່ນສຽງເປັນຄືກັບເພື່ອນຮູ້ໃຈເຊິ່ງໄປຫັ້ນມານີ້ກັບຂ້ອຍຕະຫຼອດ. ທີ່ຈິງແລ້ວ ໃນສະໄໝທີ່ຂ້ອຍເປັນໄພໂອເນຍ ຖ້າບໍ່ມີເຄື່ອງມືນີ້ ຂ້ອຍກໍຂາດຄວາມໝັ້ນໃຈ ເພາະສຽງຂອງພີ່ນ້ອງຣັດເທີຝອດທີ່ໄດ້ຍິນຈາກໜ້າປະຕູເຮືອນເຮັດໃຫ້ຂ້ອຍມີກຳລັງໃຈຫຼາຍແທ້ໆຄືກັບວ່າລາວກຳລັງຢືນຢູ່ ບ່ອນນັ້ນນຳ. ແຕ່ເມື່ອປະກາດໂດຍໃຊ້ເຄື່ອງຫຼິ້ນແຜ່ນສຽງ ເຮົາກໍບໍ່ມີໂອກາດສອນໃນແບບທີ່ເຂົ້າເຖິງຫົວໃຈຜູ້ຄົນ.”
6, 7. (ກ) ບັດໃຫ້ຄຳພະຍານມີຂໍ້ດີແລະຂໍ້ເສຍຫຍັງແດ່? (ຂ) ສຳນວນທີ່ວ່າ ພະເຢໂຫວາ ‘ເອົາພະຄຳຂອງພະອົງໃສ່ໄວ້ໃນປາກເຮົາ’ ໝາຍຄວາມວ່າແນວໃດ?
6 ບັດໃຫ້ຄຳພະຍານ. ເລີ່ມແຕ່ປີ 1933 ມີການສະໜັບສະໜູນຜູ້ປະກາດໃຫ້ໃຊ້ບັດນີ້ຕອນໄປປະກາດຕາມບ້ານເຮືອນ. ບັດນີ້ມີຂະໜາດ 3 ຄູນ 5 ນິ້ວ. ມີຂໍ້ຄວາມສັ້ນໆເລື່ອງຄຳພີໄບເບິນແລະຍັງບອກວ່າມີປຶ້ມຫຍັງອີກກ່ຽວກັບຄຳພີໄບເບິນທີ່ເຈົ້າຂອງເຮືອນສາມາດຮັບໄດ້. ຜູ້ປະກາດພຽງແຕ່ຍື່ນບັດແລະຂໍໃຫ້ເຈົ້າຂອງເຮືອນອ່ານ. ລິລຽນ ແຄມເມີຣູດ ເຊິ່ງພາຍຫຼັງໄປເປັນມິດຊັນນາລີຢູ່ທີ່ປອກໂຕຣິກໂກແລະອາກຊັງຕີນເວົ້າວ່າ: “ຂ້ອຍດີໃຈທີ່ມີບັດໃຫ້ຄຳພະຍານ” ຍ້ອນຫຍັງ? ລາວບອກວ່າ: “ເພາະບໍ່ແມ່ນທຸກຄົນເວົ້າເກັ່ງ ແຕ່ບັດນີ້ຊ່ວຍໃຫ້ຂ້ອຍກ້າເຂົ້າຫາຜູ້ຄົນໄດ້ຫຼາຍຂຶ້ນ.”
7 ພີ່ນ້ອງເດວິດ ຣຽດສ ເຊິ່ງຮັບບັບເຕມາໃນປີ 1918 ບອກວ່າ: “ບັດໃຫ້ຄຳພະຍານນີ້ຊ່ວຍໄດ້ຫຼາຍ ຍ້ອນພີ່ນ້ອງສ່ວນຫຼາຍຮູ້ສຶກວ່າຕົວເອງເວົ້າບໍ່ເກັ່ງ.” ແຕ່ບັດນີ້ກໍມີຂໍ້ຈຳກັດ ພີ່ນ້ອງຣຽດສບອກວ່າ: “ບາງຄັ້ງເຮົາພົບຄົນທີ່ຄິດວ່າເຮົາເປັນຄົນປາກກືກ. ໃນແງ່ໜຶ່ງເຮົາກໍເປັນແບບນັ້ນແທ້ໆເພາະວ່າເຮົາປະກາດບໍ່ເປັນ ແຕ່ພະເຢໂຫວາກຳລັງກຽມພວກເຮົາທີ່ເປັນຜູ້ຮັບໃຊ້ຂອງພະອົງໃຫ້ອອກໄປຫາແລະເວົ້າກັບຜູ້ຄົນຢ່າງຫຼວງຫຼາຍ. ອີກບໍ່ດົນພະເຈົ້າຈະເອົາພະຄຳຂອງພະອົງໃສ່ໄວ້ໃນປາກເຮົາ. ພະອົງຈະສອນເຮົາໃຫ້ຮູ້ຈັກວິທີໃຊ້ຄຳພີໄບເບິນຕອນທີ່ປະກາດຕາມບ້ານເຮືອນໂດຍທາງໂຮງຮຽນການຮັບໃຊ້ຕາມລະບອບຂອງພະເຈົ້າເຊິ່ງໄດ້ເລີ່ມໃນປີ 1943.”—ອ່ານເຢເຣມີ 1:6-9
8. ເຈົ້າຈະຍອມໃຫ້ພະຄລິດຝຶກສອນເຈົ້າໄດ້ແນວໃດ?
8 ປຶ້ມ. ເລີ່ມຕັ້ງແຕ່ປີ 1914 ປະຊາຊົນຂອງພະເຢໂຫວາໄດ້ພິມປຶ້ມທີ່ອະທິບາຍຫົວເລື່ອງຕ່າງໆໃນຄຳພີໄບເບິນຫຼາຍກວ່າ 100 ເຫຼັ້ມ ເຊິ່ງບາງເຫຼັ້ມກໍຈັດພິມຂຶ້ນເພື່ອຝຶກສອນໃຫ້ຜູ້ຮັບໃຊ້ຂອງພະອົງປະກາດໄດ້ດີຂຶ້ນ. ແອນນາ ລາເຊນເຊິ່ງເປັນຜູ້ປະກາດໃນປະເທດແດນມາກປະມານ 70 ປີມາແລ້ວເວົ້າວ່າ: “ພະເຢໂຫວາຊ່ວຍເຮົາໃຫ້ປະກາດໄດ້ດີຂຶ້ນ ໂດຍທາງໂຮງຮຽນການຮັບໃຊ້ຕາມລະບອບຂອງພະເຈົ້າແລະປຶ້ມຄູ່ມືໂຮງຮຽນທີ່ເຮົາໄດ້ຮັບ. ຂ້ອຍຍັງຈື່ໄດ້ວ່າປຶ້ມຄູ່ມືເຫຼັ້ມທຳອິດທີ່ອອກໃນປີ 1945 ກໍຄື: ຄູ່ມືຊ່ວຍຜູ້ປະກາດລາຊະອານາຈັກຂອງພະເຈົ້າ (ພາສາອັງກິດ) ແລະປຶ້ມ “ຖືກກຽມໄວ້ພ້ອມສຳລັບການດີທຸກຢ່າງ” (ພາສາອັງກິດ) ເຊິ່ງພິມໃນປີ 1946 ແລະຕອນນີ້ກໍມີປຶ້ມການຮັບປະໂຫຍດຈາກໂຮງຮຽນການຮັບໃຊ້ຕາມລະບອບຂອງພະເຈົ້າ (ພາສາໄທ) ທີ່ພິມເມື່ອປີ 2001.” ໂຮງຮຽນການຮັບໃຊ້ແລະຄູ່ມືຕ່າງໆເປັນເຄື່ອງມືສຳຄັນທີ່ພະເຢໂຫວາໃຊ້ເພື່ອຊ່ວຍເຮົາໃຫ້ມີ “ຄຸນສົມບັດເໝາະທີ່ຈະເປັນຜູ້ຮັບໃຊ້, ລ.ມ.” (2 ໂກ. 3:5, 6) ເຈົ້າໄດ້ສະໝັກເປັນນັກຮຽນໃນໂຮງຮຽນນີ້ບໍ? ເມື່ອໄປປະຊຸມ ເຈົ້າໄດ້ເອົາປຶ້ມໂຮງຮຽນການຮັບໃຊ້ ໄປນຳທຸກອາທິດບໍ? ເມື່ອຄູໂຮງຮຽນອ້າງເຖິງບົດຮຽນຕ່າງໆ ເຈົ້າເປີດແລະຕິດຕາມໄປພ້ອມບໍ? ຖ້າເຈົ້າເຮັດແບບນັ້ນກໍສະແດງວ່າ ເຈົ້າຍອມໃຫ້ພະຄລິດສອນເຈົ້າໃຫ້ເປັນຜູ້ສອນທີ່ດີຂຶ້ນ.—2 ໂກ. 9:6; 2 ຕີໂມ. 2:15
9, 10. ປຶ້ມຊ່ວຍຫວ່ານແລະຫົດນ້ຳເມັດແຫ່ງຄວາມຈິງແນວໃດ?
9 ພະເຢໂຫວາຍັງຊ່ວຍເຮົາໂດຍໃຫ້ອົງການຂອງພະອົງຈັດກຽມປຶ້ມເພື່ອຊ່ວຍຜູ້ປະກາດໃຫ້ອະທິບາຍຄຳສອນພື້ນຖານຂອງຄຳພີໄບເບິນໄດ້. ປຶ້ມຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດໄປ (ພາສາອັງກິດ) ພິມເທື່ອທຳອິດໃນປີ 1968 ແລະເຫັນຜົນທັນທີ. ພະລາຊະກິດ (ປັດຈຸບັນເອີ້ນວ່າ ວຽກຮັບໃຊ້ພະເຈົ້າ) ສະບັບພະຈິກ 1968 ກ່າວວ່າ: “ຍອດສັ່ງປຶ້ມຄວາມຈິງ ມີຫຼາຍຈົນໂຮງງານຂອງສະມາຄົມທີ່ບຸກລິນຕ້ອງເພີ່ມການເຮັດວຽກຕອນກາງຄືນໃນເດືອນກັນຍາ.” ບົດຄວາມນັ້ນຍັງບອກອີກວ່າ: “ມີຢູ່ໄລຍະໜຶ່ງໃນເດືອນສິງຫາ ຍອດສັ່ງຈອງປຶ້ມຄວາມຈິງ ມີຫຼາຍກວ່າຈຳນວນທີ່ເຮົາມີຢູ່ເຖິງ 1 ລ້ານ 5 ແສນເຫຼັ້ມ!” ເມື່ອຮອດປີ 1982 ປຶ້ມເຫຼັ້ມນີ້ກໍໄດ້ພິມອອກໄປແລ້ວກວ່າ 100 ລ້ານເຫຼັ້ມໃນ 116 ພາສາ ແລະໃນໄລຍະ 14 ປີຄືຕັ້ງແຕ່ປີ 1968-1982 ປຶ້ມຄວາມຈິງ ກໍຊ່ວຍຫຼາຍກວ່າ 1 ລ້ານຄົນໃຫ້ເຂົ້າມາເປັນຜູ້ປະກາດເລື່ອງລາຊະອານາຈັກ. b
10 ໃນປີ 2005 ມີການອອກຄູ່ມືໃນການຮຽນຄຳພີໄບເບິນທີ່ດີອີກເຫຼັ້ມໜຶ່ງຄື: ຄຳພີໄບເບິນສອນແນວໃດແທ້ໆ? ປຶ້ມນີ້ພິມໄປແລ້ວປະມານ 200 ລ້ານເຫຼັ້ມໃນ 256 ພາສາ! ຜົນເປັນແນວໃດ? ຕັ້ງແຕ່ປີ 2005-2012 ພຽງແຕ່ 7 ປີກໍມີຄົນເຂົ້າມາເປັນຜູ້ປະກາດຂ່າວດີເພີ່ມຂຶ້ນປະມານ 1 ລ້ານ 2 ແສນຄົນ. ໃນໄລຍະເວລາດຽວກັນນີ້ ຈຳນວນຄົນທີ່ເຂົ້າມາຮຽນຄຳພີໄບເບິນກໍເພີ່ມຂຶ້ນຈາກປະມານ 6 ລ້ານຄົນເປັນ 8 ລ້ານ 7 ແສນກວ່າຄົນ. ເຫັນໄດ້ແຈ້ງວ່າພະເຢໂຫວາອວຍພອນຄວາມພະຍາຍາມຂອງເຮົາໃນການຫວ່ານແລະຫົດນ້ຳເມັດແຫ່ງຄວາມຈິງເລື່ອງລາຊະອານາຈັກ.—ອ່ານ 1 ໂກລິນໂທ 3:6, 7
11, 12. ຕາມຂໍ້ພະຄຳພີທີ່ອ້າງເຖິງນີ້ ວາລະສານຂອງເຮົາເຮັດຂຶ້ນເພື່ອກຸ່ມເປົ້າໝາຍກຸ່ມໃດແດ່?
11 ວາລະສານ. ໃນຕອນເລີ່ມຕົ້ນ ຜູ້ອ່ານທີ່ເປັນກຸ່ມເປົ້າໝາຍຂອງຫໍສັງເກດການ ອັນດັບທຳອິດກໍຄື: “ແກະຝູງນ້ອຍ, ລ.ມ.” ເຊິ່ງຖືກ “ເອີ້ນໄປສະຫວັນ, ລ.ມ.” (ລືກາ 12:32; ເຫບ. 3:1) ໃນວັນທີ 1 ຕຸລາ 1919 ອົງການຂອງພະເຢໂຫວາໄດ້ອອກວາລະສານອີກສະບັບໜຶ່ງ ເຊິ່ງເຮັດຂຶ້ນເພື່ອຜູ້ອ່ານທົ່ວໄປ. ນັກສຶກສາຄຳພີໄບເບິນແລະຜູ້ອ່ານຄົນອື່ນໆມັກວາລະສານນີ້ຫຼາຍຈົນເຮັດໃຫ້ມີຍອດຈຳໜ່າຍພຸ່ງສູງຂຶ້ນແຊງໜ້າຫໍສັງເກດການ ເປັນເວລາຫຼາຍປີ. ໃນຕອນທຳອິດວາລະສານນີ້ມີຊື່ວ່າ: ເດິ ໂກເດິນ ເອດຈ. ໃນປີ 1937 ມີການປ່ຽນຊື່ເປັນຄອນໂຊເລເຊິນ. ເມື່ອເຖິງປີ 1946 ວາລະສານນີ້ກໍປ່ຽນຊື່ເປັນ ຕື່ນເຖີດ!
12 ຕະຫຼອດຫຼາຍສິບປີທີ່ຜ່ານມາ ມີການປ່ຽນແປງຮູບແບບຂອງຫໍສັງເກດການ ແລະຕື່ນເຖີດ! ຫຼາຍເທື່ອ ແຕ່ຈຸດປະສົງກໍຍັງຄືເກົ່າຄື ເພື່ອໂຄສະນາລາຊະອານາຈັກຂອງພະເຈົ້າແລະຊ່ວຍໃຫ້ຜູ້ອ່ານມີຄວາມເຊື່ອໃນຄຳພີໄບເບິນ. ປັດຈຸບັນມີການພິມຫໍສັງເກດການ ແຍກເປັນສະບັບສຶກສາແລະສະບັບສາທາລະນະ. ຜູ້ອ່ານທີ່ເປັນກຸ່ມເປົ້າໝາຍຂອງສະບັບສຶກສາກໍຄື: “ພວກຄົນຮັບໃຊ້, ລ.ມ.” ເຊິ່ງມີທັງ “ແກະຝູງນ້ອຍ, ລ.ມ.” ແລະ “ແກະອື່ນ.” c (ມັດ. 24:45; ໂຢ. 10:16) ສ່ວນສະບັບສາທາລະນະກໍເຮັດຂຶ້ນເປັນພິເສດເພື່ອຄົນທີ່ຍັງບໍ່ຮູ້ຈັກຄວາມຈິງ ແຕ່ກໍນັບຖືພະເຈົ້າແລະຄຳພີ ໄບເບິນ. (ກິດ. 13:16) ສ່ວນຜູ້ອ່ານກຸ່ມເປົ້າໝາຍຂອງຕື່ນເຖີດ!ຄືຄົນທີ່ບໍ່ຄ່ອຍມີຄວາມຮູ້ເລື່ອງຄຳພີໄບເບິນແລະພະເຢໂຫວາພະເຈົ້າອົງທ່ຽງແທ້.—ກິດ. 17:22, 23
13. ເຈົ້າຮູ້ສຶກວ່າວາລະສານຂອງເຮົາໜ້າງຶດງໍ້ແນວໃດ? (ເບິ່ງແຜນພູມ “ ສະຖິຕິໂລກດ້ານສິ່ງພິມ”)
13 ເມື່ອເຖິງຕົ້ນປີ 2014 ມີການພິມຕື່ນເຖີດ! ຫຼາຍກວ່າ 44 ລ້ານເຫຼັ້ມໃນ 100 ພາສາ ແລະຫໍສັງເກດການ ປະມານ 46 ລ້ານເຫຼັ້ມເຊິ່ງມີຫຼາຍກວ່າ 200 ພາສາໃນແຕ່ລະເດືອນ ດັ່ງນັ້ນ ວາລະສານທັງ 2 ສະບັບຈຶ່ງເປັນປຶ້ມທີ່ແປແລະແຈກຢາຍຫຼາຍທີ່ສຸດໃນໂລກ! ແລະຕົວເລກທີ່ໜ້າງຶດງໍ້ນີ້ກໍບໍ່ແມ່ນເລື່ອງເຫຼືອເຊື່ອ ເພາະວ່າວາລະສານເຫຼົ່ານີ້ມີຂ່າວສານທີ່ພະເຍຊູບອກໄວ້ວ່າຈະໄດ້ຮັບການປະກາດໄປທົ່ວແຜ່ນດິນໂລກທີ່ມີຄົນອາໄສຢູ່.—ມັດ. 24:14
14. ເລື່ອງຫຍັງທີ່ມີການສະໜັບ ສະໜູນໃຫ້ເຮັດຢ່າງກະຕືລືລົ້ນ ແລະຍ້ອນຫຍັງ?
14 ຄຳພີໄບເບິນ. ໃນປີ 1896 ຣັດເຊວແລະເພື່ອນຮ່ວມງານໄດ້ປ່ຽນຊື່ນິຕິບຸກຄົນທີ່ໃຊ້ພິມປຶ້ມ ເພື່ອໃຫ້ມີຄຳວ່າ: “ໄບເບິນ” ລວມຢູ່ນຳ ນິຕິບຸກຄົນນີ້ຈຶ່ງເປັນທີ່ຮູ້ຈັກໃນຊື່ສະມາຄົມວັອດທາວເວີ ໄບເບິນ ແອນ ແທັຣກ. ຊື່ນີ້ເໝາະສົມຫຼາຍເພາະວ່າຄຳພີໄບເບິນເປັນເຄື່ອງມືຫຼັກທີ່ໃຊ້ໃນການເຜີຍແຜ່ຂ່າວດີເລື່ອງລາຊະອານາຈັກມາຕະຫຼອດ. (ລືກາ 24:27) ສອດຄ່ອງກັບຊື່ນິຕິບຸກຄົນຕາມກົດໝາຍນີ້ ຜູ້ຮັບໃຊ້ຂອງພະເຈົ້າກະຕືລືລົ້ນໃນການແຈກຢາຍແລະສະໜັບສະໜູນຜູ້ອື່ນໃຫ້ອ່ານຄຳພີໄບເບິນ ຕົວຢ່າງເຊັ່ນ: ໃນປີ 1926 ເຮົາໄດ້ພິມຄຳພີໄບເບິນສະບັບໜຶ່ງໃນໂຮງພິມຂອງເຮົາຄື: ດິ ເອມຟາຕິກ ໄດອະກຣັອດ ເຊິ່ງເປັນສະບັບແປພະຄຳພີຄລິດສະຕຽນພາກພາສາເກັຣກຂອງເບນຈາມິນ ວິວສັນ. ເລີ່ມຕັ້ງແຕ່ປີ 1942 ເຮົາພິມແລະແຈກຢາຍຄຳພີໄບເບິນສະບັບຄິງເຈມ ແບບຄົບຊຸດໄປປະມານ 700.000 ເຫຼັ້ມ ແລະພຽງແຕ່ 2 ປີຕໍ່ມາ ເຮົາກໍເລີ່ມພິມສະບັບແປອາເມຣິກັນສະແຕນດາດ ເຊິ່ງມີຊື່ພະເຢໂຫວາເຖິງ 6.823 ເທື່ອ. ເມື່ອເຖິງປີ 1950 ເຮົາກໍແຈກຢາຍໄປແລ້ວກວ່າ 250.000 ເຫຼັ້ມ.
15, 16. (ກ) ເຈົ້າຄິດວ່າອັນໃດເຮັດໃຫ້ສະບັບແປໂລກໃໝ່ ມີຄຸນຄ່າຫຼາຍແທ້ໆ? (ເບິ່ງຂອບ “ ເລັ່ງວຽກແປຄຳພີໄບເບິນ”) (ຂ) ເຈົ້າຈະໃຫ້ພະເຢໂຫວາຢູ່ໃນຫົວໃຈຂອງເຈົ້າໄດ້ແນວໃດ?
15 ໃນປີ 1950 ໄດ້ອອກພະຄຳພີຄລິດສະຕຽນພາກພາສາເກັຣກສະບັບແປໂລກໃໝ່ ແລະໃນປີ 1961 ກໍອອກພະຄຳພີບໍລິສຸດສະບັບແປໂລກໃໝ່ ແບບຄົບຊຸດ. ສະບັບແປນີ້ໃຫ້ກຽດພະເຢໂຫວາໂດຍໃສ່ຊື່ຂອງພະອົງໄວ້ບ່ອນເກົ່າຕາມຕົ້ນສະບັບພາສາເຫບເລີ. ນອກຈາກນີ້ໄດ້ມີການໃສ່ຊື່ຂອງພະເຈົ້າເຖິງ 237 ເທື່ອໄວ້ໃນຂໍ້ຄວາມຫຼັກຂອງພະຄຳພີຄລິດສະຕຽນພາກພາສາເກັຣກ ແລະເພື່ອໃຫ້ແນ່ໃຈວ່າມີການແປຢ່າງຖືກຕ້ອງແລະອ່ານເຂົ້າໃຈງ່າຍແທ້ໆ ເຮົາຈຶ່ງແກ້ໄຂແລະປັບປຸງສະບັບແປໂລກໃໝ່ ອີກຫຼາຍຄັ້ງ ຄັ້ງຫຼ້າສຸດກໍຄືສະບັບທີ່ອອກໃນປີ 2013 ເຊິ່ງປີນັ້ນມີການພິມສະບັບແປໂລກໃໝ່ ຫຼາຍກວ່າ 201 ລ້ານເຫຼັ້ມໃນ 121 ພາສາ ທັງແບບຄົບຊຸດແລະສະເພາະບາງສ່ວນ.
16 ບາງຄົນຮູ້ສຶກແນວໃດ ເມື່ອໄດ້ອ່ານພະຄຳພີສະບັບແປໂລກໃໝ່ ໃນພາສາຂອງເຂົາເຈົ້າເອງ? ຜູ້ຊາຍຄົນໜຶ່ງໃນປະເທດເນປານເວົ້າວ່າ: “ຫຼາຍຄົນຮູ້ສຶກວ່າສະບັບແປເກົ່າໃນພາສາເນປານທີ່ເຮົາມີເຂົ້າໃຈຍາກໂພດ ຍ້ອນໃຊ້ພາສາບູຮານ ແຕ່ຕອນນີ້ເຮົາອ່ານຄຳພີໄບເບິນເຂົ້າໃຈຫຼາຍຂຶ້ນຍ້ອນສະບັບແປໂລກໃໝ່ ໃຊ້ພາສາທີ່ເຮົາເວົ້າໃນຊີວິດປະຈຳວັນ.” ເມື່ອຜູ້ຍິງຄົນໜຶ່ງໃນສາທາລະນະລັດອາຝຼິກກາກາງ ເລີ່ມອ່ານຄຳພີໄບເບິນທີ່ແປເປັນພາສາຊັງໂກ ລາວຮ້ອງໄຫ້ແລ້ວກໍເວົ້າວ່າ: “ນີ້ເປັນພາສາທີ່ເຂົ້າເຖິງຫົວໃຈຂອງຂ້ອຍແທ້ໆ.” ຄືກັບຜູ້ຍິງຄົນນີ້ ເຮົາກໍສາມາດເປີດຮັບພະເຢໂຫວາເຂົ້າມາໃນຫົວໃຈຂອງເຮົາໄດ້ ຖ້າເຮົາອ່ານຄຳສອນຂອງພະອົງທຸກໆມື້.—ເພງ. 1:2; ມັດ. 22:36, 37
ເຫັນຄຸນຄ່າເຄື່ອງມືແລະການຝຶກສອນທີ່ໄດ້ຮັບ
17. (ກ) ເຈົ້າຈະເຮັດແນວໃດເພື່ອສະແດງວ່າເຈົ້າເຫັນຄຸນຄ່າເຄື່ອງມືແລະການຝຶກສອນຕ່າງໆທີ່ໄດ້ຮັບ? (ຂ) ຖ້າເຈົ້າເຮັດແບບນັ້ນຜົນຈະເປັນແນວໃດ?
17 ເຈົ້າເຫັນຄຸນຄ່າເຄື່ອງມືຕ່າງໆແລະການຝຶກສອນເປັນຂັ້ນໆທີ່ໄດ້ຮັບຈາກກະສັດເຍຊູຄລິດບໍ? ເຈົ້າໄດ້ຈັດເວລາອ່ານປຶ້ມທີ່ອົງການຂອງພະເຈົ້າເຮັດຂຶ້ນບໍ? ແລະເຈົ້າໃຊ້ຄວາມຮູ້ເຫຼົ່ານັ້ນເພື່ອຊ່ວຍຄົນອື່ນບໍ? ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະຮູ້ສຶກຄືກັບໂອເປິນ ເບເທີ ພີ່ນ້ອງຍິງທີ່ຮັບບັບເຕມາເມື່ອວັນທີ 4 ຕຸລາ 1914. ໂອເປິນເລົ່າວ່າ: “ຂ້ອຍກັບຜົວ [ແອັດເວີດ] ໃຊ້ເຄື່ອງຫຼິ້ນແຜ່ນສຽງແລະບັດໃຫ້ຄຳພະຍານຫຼາຍປີ. ເຮົາໄປປະກາດຕາມບ້ານເຮືອນ ເອົາປຶ້ມຕ່າງໆແລະວາລະສານໄປນຳ ເຮົາໄປໂຄສະນາແລະຍ່າງປະກາດເປັນຂະບວນ ລວມທັງແຈກຢາຍໃບປິວ. ຕໍ່ມາ ເຮົາໄດ້ຮັບການຝຶກສອນໃຫ້ຮູ້ວິທີກັບໄປຢາມຜູ້ຄົນ ແລະຖ້າເຂົາເຈົ້າຢາກຮຽນ ເຮົາກໍໄປສອນຄຳພີໄບເບິນໃຫ້ກັບເຂົາເຈົ້າຢູ່ເຮືອນ ເຮົາເຮັດວຽກບໍ່ຢຸດແຕ່ກໍມີຄວາມສຸກຫຼາຍ.” ພະເຍຊູສັນຍາວ່າ: ປະຊາຊົນຂອງເພິ່ນຈະຫວ່ານແລະເກັບກ່ຽວຢ່າງມີຄວາມສຸກ. ຫຼາຍລ້ານຄົນກໍຮູ້ສຶກຄືກັບໂອເປິນແລະຢືນຢັນວ່າເຂົາເຈົ້າມີຄວາມສຸກແທ້ໆຕາມທີ່ພະເຍຊູສັນຍາ.—ອ່ານໂຢຮັນ 4:35, 36
18. ເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຫຍັງ?
18 ຫຼາຍຄົນທີ່ບໍ່ແມ່ນຜູ້ຮັບໃຊ້ຂອງກະສັດເຍຊູອາດຮູ້ສຶກວ່າປະຊາຊົນຂອງພະເຈົ້າເປັນ “ຄົນທຳມະດາບໍ່ມີການສຶກສາ.” (ກິດ. 4:13, ລ.ມ.) ແຕ່ລອງຄິດເບິ່ງ! ກະສັດເຮັດໃຫ້ຄົນທຳມະດາເປັນຜູ້ຜະລິດປຶ້ມລາຍໃຫຍ່ ແລະປຶ້ມບາງເຫຼັ້ມກໍແປເປັນພາສາຕ່າງໆຫຼາຍທີ່ສຸດແລະແຈກຢາຍຢ່າງກວ້າງຂວາງທີ່ສຸດເປັນປະຫວັດສາດ! ສຳຄັນຍິ່ງກວ່ານັ້ນ ພະອົງໄດ້ຝຶກສອນແລະກະຕຸ້ນເຮົາໃຫ້ໃຊ້ເຄື່ອງມືເຫຼົ່ານີ້ເພື່ອເຜີຍແຜ່ຂ່າວດີໄປເຖິງຄົນທຸກຊາດ ເຮົາຮູ້ສຶກເປັນກຽດແທ້ໆທີ່ໄດ້ເຮັດວຽກກັບພະເຍຊູຄລິດໃນການຫວ່ານເມັດແຫ່ງຄວາມຈິງແລະລວບລວມສາວົກ!
a ສະເພາະໄລຍະ 10 ປີທີ່ຜ່ານມານີ້ ປະຊາຊົນຂອງພະເຢໂຫວາໄດ້ພິມປຶ້ມກ່ຽວກັບຄຳພີໄບເບິນຫຼາຍກວ່າ 20 ພັນລ້ານເຫຼັ້ມ. ນອກຈາກນີ້ ເຮົາຍັງເຮັດເວັບໄຊ jw.org ເຊິ່ງຕອນນີ້ມີຜູ້ຄົນທົ່ວໂລກຫຼາຍກວ່າ 2.700 ລ້ານຄົນເຂົ້າໄປອ່ານໃນອິນເຕີເນັດ.
b ຄູ່ມືສຶກສາຄຳພີໄບເບິນບາງເຫຼັ້ມທີ່ຊ່ວຍຜູ້ປະກາດສອນຄວາມຈິງຄື: ພິນຂອງພະເຈົ້າ (ປີ 1921 ພາສາອັງກິດ) “Let God Be True” (ປີ 1946) ທ່ານຈະມີຊີວິດຢູ່ໄດ້ຕະຫຼອດໄປໃນອຸທິຍານເທິງແຜ່ນດິນໂລກ (ປີ 1982) ແລະຄວາມຮູ້ຊຶ່ງຈະນຳໄປສູ່ຊີວິດຕະຫຼອດໄປ (ປີ 1995).
c ເບິ່ງຫໍສັງເກດການ 15 ກໍລະກົດ 2013 ໜ້າ 23 ຫຍໍ້ໜ້າ 13 (ພາສາໄທ) ເຊິ່ງເວົ້າເຖິງຄວາມເຂົ້າໃຈທີ່ຊັດເຈນຂຶ້ນໃນເລື່ອງທີ່ວ່າ “ພວກຄົນຮັບໃຊ້” ລວມເຖິງໃຜແດ່.