ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 9

ຜົນ​ຂອງ​ການ​ປະກາດ—‘ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ’

ຜົນ​ຂອງ​ການ​ປະກາດ—‘ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ’

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ພະ​ເຢໂຫວາ​ເຮັດ​ໃຫ້​ເມັດ​ຂອງ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ເຕີບ​ໃຫຍ່​ຂຶ້ນ

1, 2. (ກ) ລູກ​ສິດ​ຂອງ​ພະ​ເຍຊູ​ແປກ​ໃຈ​ເລື່ອງ​ຫຍັງ? (ຂ) ພະ​ເຍຊູ​ເວົ້າ​ເຖິງ​ວຽກ​ກ່ຽວ​ແບບ​ໃດ?

 ເມື່ອ​ພະ​ເຍຊູ​ບອກ​ລູກ​ສິດ​ໃຫ້ ‘ແຫງນ​ຕາ​ແລະ​ເບິ່ງ​ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ.’ ເຂົາ​ເຈົ້າ​ຮູ້ສຶກ​ແປກ​ໃຈ​ຫຼາຍ ຍ້ອນ​ວ່າ​ເມື່ອ​ຫຼຽວ​ເບິ່ງ​ທົ່ງ​ນາ​ທີ່​ພະ​ເຍຊູ​ຊີ້​ໃຫ້​ເບິ່ງ ເຂົາ​ເຈົ້າ​ກໍ​ເຫັນ​ແຕ່​ຕົ້ນ​ເຂົ້າ​ສີ​ຂຽວ​ທີ່​ງອກ​ງາມ​ຢູ່​ເຕັມ​ທົ່ງ​ນາ ບໍ່​ໄດ້​ເຫຼືອ​ງ​ເຕັມ​ທົ່ງ​ຄື​ກັບ​ທີ່​ພະ​ເຍຊູ​ເວົ້າ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ສົງໄສ​ວ່າ: ‘ຈະ​ກ່ຽວ​ໄດ້​ແນວ​ໃດ? ເພາະ​ອີກ​ຕັ້ງ​ຫຼາຍ​ເດືອນ​ຈຶ່ງ​ຈະ​ເຖິງ​ລະດູ​ກ່ຽວ.’—ໂຢ. 4:35

2 ພະ​ເຍຊູ​ບໍ່​ໄດ້​ເວົ້າ​ເຖິງ​ການ​ກ່ຽວ​ເຂົ້າ​ໃນ​ນາ​ແທ້ໆ ເພິ່ນ​ພຽງ​ແຕ່​ໃຊ້​ໂອກາດ​ນັ້ນ​ເພື່ອ​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ກັບ​ພວກ​ລູກ​ສິດ 2 ເລື່ອງ. ການ​ກ່ຽວ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ນີ້​ໝາຍ​ເຖິງ​ການ​ລວບລວມ​ຜູ້​ຄົນ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ ແລ້ວ​ບົດຮຽນ​ສຳຄັນ 2 ເລື່ອງ​ນັ້ນ​ແມ່ນ​ຫຍັງ? ໃຫ້​ເຮົາ​ມາ​ພິຈາລະນາ​ລາຍ​ລະອຽດ​ນຳ​ກັນ​ແລ້ວ​ຈະ​ໄດ້​ຄຳຕອບ.

ການ​ເອີ້ນ​ໃຫ້​ເຮັດ​ວຽກ​ແລະ​ຄຳ​ສັນຍາ​ທີ່​ວ່າ​ຜູ້​ເຮັດ​ວຽກ​ຈະ​ມີ​ຄວາມ​ສຸກ

3. (ກ) ພະ​ເຍຊູ​ອາດ​ເຫັນ​ອັນ​ໃດ​ເມື່ອ​ເວົ້າ​ວ່າ: ‘ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ’? (ຂ) ເພື່ອ​ຊ່ວຍ​ລູກ​ສິດ​ໃຫ້​ເຂົ້າ​ໃຈ​ຊັດເຈນ​ຫຼາຍ​ຂຶ້ນ ພະ​ເຍຊູ​ໄດ້​ເວົ້າ​ຫຍັງ​ອີກ?

3 ພະ​ເຍຊູ​ເວົ້າ​ເລື່ອງ​ນີ້​ກັບ​ພວກ​ລູກ​ສິດ​ໃນ​ທ້າຍ​ປີ ຄ.ສ. 30 ໃກ້​ເມືອງ​ຊີຄາ​ແຂວງ​ສະມາລີ. ລະຫວ່າງ​ທີ່​ພວກ​ລູກ​ສິດ​ກຳລັງ​ເຂົ້າ​ໄປ​ໃນ​ເມືອງ ພະ​ເຍຊູ​ຄອຍ​ຖ້າ​ເຂົາ​ເຈົ້າ​ຢູ່​ທີ່​ບໍ່​ນ້ຳ ແລ້ວ​ເພິ່ນ​ກໍ​ໄດ້​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ ເພິ່ນ​ບອກ​ຄວາມ​ຈິງ​ຫຼາຍ​ເລື່ອງ​ກ່ຽວ​ກັບ​ພະເຈົ້າ​ໃຫ້​ລາວ​ຟັງ ຜູ້​ຍິງ​ຄົນ​ນີ້​ເຂົ້າ​ໃຈ​ທັນທີ​ວ່າ​ເລື່ອງ​ທີ່​ພະ​ເຍຊູ​ສອນ​ສຳຄັນ​ຂະໜາດ​ໃດ. ເມື່ອ​ພວກ​ລູກ​ສິດ​ກັບ​ມາ ລາວ​ກໍ​ຟ້າວ​ແລ່ນ​ໄປ​ເມືອງ​ຊີຄາ​ແລະ​ເລົ່າ​ໃຫ້​ເພື່ອນ​ບ້ານ​ຟັງ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້. ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ກໍ​ສົນ​ໃຈ​ຫຼາຍ ເຂົາ​ເຈົ້າ​ຈຶ່ງ​ຟ້າວ​ໄປ​ທີ່​ບໍ່​ນ້ຳ​ເພື່ອ​ຈະ​ພົບ​ພະ​ເຍຊູ ແລະ​ອາດ​ເປັນ​ໄປ​ໄດ້​ວ່າ​ພະ​ເຍຊູ​ແນມ​ເບິ່ງ​ຜ່ານ​ທົ່ງ​ນາ​ທີ່​ຢູ່​ແຖວ​ນັ້ນ​ແລ້ວ​ເຫັນ​ຝູງ​ຊົນ​ຊາວ​ສະມາລີ​ທີ່​ພາ​ກັນ​ມາ​ຫາ​ເພິ່ນ. ພະ​ເຍຊູ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ: ‘ເບິ່ງ​ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ.’ ແລະ​ເພື່ອ​ຊ່ວຍ​ລູກ​ສິດ​ໃຫ້​ເຂົ້າ​ໃຈ​ຊັດເຈນ​ວ່າ​ເພິ່ນ​ບໍ່​ໄດ້​ເວົ້າ​ເຖິງ​ການ​ກ່ຽວ​ເຂົ້າ​ໃນ​ທົ່ງ​ນາ​ແທ້ໆ ແຕ່​ໝາຍ​ເຖິງ​ວຽກ​ກ່ຽວ​ຂອງ​ພະເຈົ້າ ພະ​ເຍຊູ​ຈຶ່ງ​ເວົ້າ​ຕໍ່​ໄປ​ອີກ​ວ່າ: “ຜູ້​ທີ່​ກ່ຽວ​ເຂົ້າ . . . ກໍ​ໂຮມ​ໝາກ​ໄວ້​ສຳລັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ໂຢ. 4:5-30, 36

4. (ກ) ບົດຮຽນ​ສຳຄັນ 2 ເລື່ອງ​ທີ່​ໄດ້​ຈາກ​ຄຳ​ສອນ​ຂອງ​ພະ​ເຍຊູ​ເລື່ອງ​ວຽກ​ກ່ຽວ​ແມ່ນ​ຫຍັງ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

4 ບົດຮຽນ​ສຳຄັນ 2 ເລື່ອງ​ທີ່​ໄດ້​ຈາກ​ຄຳ​ສອນ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ວຽກ​ກ່ຽວ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? ໜຶ່ງ ວຽກ​ນີ້​ເປັນ​ວຽກ​ດ່ວນ. ຄຳ​ເວົ້າ​ທີ່​ໜັກແໜ້ນ​ຂອງ​ພະ​ເຍຊູ​ທີ່​ວ່າ: ‘ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ’ ເປັນ​ຄຳ​ເຕືອນ​ໃຫ້​ພວກ​ລູກ​ສິດ​ລົງ​ມື​ເຮັດ​ທັນທີ ແລະ​ເພື່ອ​ເນັ້ນ​ໃຫ້​ເຫັນ​ວ່າ​ວຽກ​ນີ້​ດ່ວນ​ສ່ຳ​ໃດ ພະ​ເຍຊູ​ຈຶ່ງ​ເວົ້າ​ກັບ​ລູກ​ສິດ​ອີກ​ວ່າ: “ຜູ້​ທີ່​ກ່ຽວ​ເຂົ້າ​ກໍ​ຮັບ [ຄ່າ] ຈ້າງ.” ແມ່ນ​ແລ້ວ! ວຽກ​ກ່ຽວ​ເລີ່ມ​ຂຶ້ນ​ແລ້ວ ຊັກຊ້າ​ບໍ່​ໄດ້! ສອງ ຄົນ​ທີ່​ເຮັດ​ວຽກ​ຈະ​ມີ​ຄວາມ​ສຸກ. ພະ​ເຍຊູ​ສັນຍາ​ວ່າ​ທັງ​ຜູ້​ຫວ່ານ​ກັບ​ຜູ້​ກ່ຽວ​ຈະ “ຊື່ນຊົມ​ຍິນດີ” ດ້ວຍ​ກັນ. (ໂຢ. 4:35 ສ່ວນ ຂ, 36) ພະ​ເຍຊູ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆເມື່ອ​ເຫັນ “ຊາວ​ສະມາລີ​ຫຼາຍ​ຄົນ . . . ໄດ້​ເຊື່ອ” ໃນ​ພະອົງ ດັ່ງ​ນັ້ນ ລູກ​ສິດ​ຂອງ​ພະ​ເຍຊູ​ກໍ​ມີ​ຄວາມ​ສຸກ​ຄື​ກັນ​ເມື່ອ​ເຂົາ​ເຈົ້າ​ທຸ່ມ​ເທ​ສຸດ​ຊີວິດ​ເພື່ອ​ເຮັດ​ວຽກ​ນັ້ນ. (ໂຢ. 4:39-42) ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ສະຕະວັດ​ທຳອິດ​ນີ້​ມີ​ຄວາມ​ໝາຍ​ຕໍ່​ເຮົາ​ເປັນ​ພິເສດ ເພາະ​ວ່າ​ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ ແລະ​ເປັນ​ໄລຍະ​ຂອງ​ການ​ເກັບ​ກ່ຽວ​ຜູ້​ຄົນ​ເຂົ້າ​ມາ​ຢູ່​ໃນ​ປະຊາຄົມ​ຄລິດສະຕຽນ​ຄັ້ງ​ສຳຄັນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ແລ້ວ​ວຽກ​ກ່ຽວ​ໃນ​ສະໄໝ​ປັດຈຸບັນ​ເລີ່ມ​ຂຶ້ນ​ຕອນ​ໃດ? ໃຜ​ແດ່​ທີ່​ຮ່ວມ​ເຮັດ​ວຽກ​ນີ້? ແລະ​ຜົນ​ທີ່​ໄດ້​ຮັບ​ເປັນ​ແນວ​ໃດ?

ກະສັດ​ຂອງ​ເຮົາ​ນຳ​ໜ້າ​ໃນ​ວຽກ​ກ່ຽວ​ຄັ້ງ​ສຳຄັນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ

5. ໃຜ​ເປັນ​ຜູ້​ນຳ​ໃນ​ການ​ລວບລວມ​ຜູ້​ຄົນ​ຈາກ​ທົ່ວ​ໂລກ​ໃຫ້​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ ແລະ​ນິມິດ​ຂອງ​ໂຢຮັນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ວຽກ​ນີ້​ເປັນ​ວຽກ​ດ່ວນ?

5 ໃນ​ນິມິດ​ທີ່​ໂຢຮັນ​ເຫັນ ພະ​ເຢໂຫວາ​ເປີດ​ເຜີຍ​ວ່າ​ພະອົງ​ແຕ່ງ​ຕັ້ງ​ພະ​ເຍຊູ​ເປັນ​ຜູ້​ນຳ​ໃນ​ການ​ລວບລວມ​ຫຼື​ເກັບ​ກ່ຽວ​ຜູ້​ຄົນ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ. (ອ່ານ​ຄຳປາກົດ 14:14-16) ຕາມ​ນິມິດ​ນີ້ ພະ​ເຍຊູ​ສວມ​ມົງກຸດ​ຄຳ​ແລະ​ກຳລັງ​ຖື​ເຫຼັກ​ກ່ຽວ​ຢູ່. ‘ພວງ​ມາໄລ [“ມຸງກຸດ,” ລ.ມ.] ທອງຄຳ​ທີ່​ຄຽນ​ຫົວ [ພະ​ເຍຊູ]’ ບົ່ງ​ບອກ​ເຖິງ​ຕຳແໜ່ງ​ກະສັດ​ຂອງ​ເພິ່ນ. ສ່ວນ “ເຫຼັກ​ກ່ຽວ​ອັນ​ຄົມ” ສະແດງ​ວ່າ​ເພິ່ນ​ຄື​ຜູ້​ກ່ຽວ. ຖ້ອຍຄຳ​ທີ່​ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ທູດ​ສະຫວັນ​ວ່າ: “ເຂົ້າ​ແຫ່ງ​ແຜ່ນດິນ​ໂລກ​ກໍ​ຫ້າວ​ແຫ້ງ [ສຸກ​ເຕັມທີ, ລ.ມ.] ແລ້ວ” ເນັ້ນ​ວ່າ: ວຽກ​ນີ້​ເປັນ​ວຽກ​ດ່ວນ. ທີ່​ຈິງ ‘ເວລາ​ຈະ​ກ່ຽວ​ມາ​ເຖິງ​ແລ້ວ’ ຊັກຊ້າ​ບໍ່​ໄດ້! ເມື່ອ​ພະ​ເຍຊູ​ໄດ້​ຍິນ​ພະເຈົ້າ​ສັ່ງ​ວ່າ: ‘ຈົ່ງ​ໃຊ້​ເຫຼັກ​ກ່ຽວ​ເພື່ອ​ກ່ຽວ’ ເພິ່ນ​ໃຊ້​ເຫຼັກ​ກ່ຽວ​ນັ້ນ​ກ່ຽວ​ແຜ່ນດິນ​ໂລກ ເຊິ່ງ​ໝາຍ​ເຖິງ​ການ​ລວບລວມ​ຜູ້​ຄົນ​ທີ່​ຢູ່​ເທິງ​ໂລກ. ນິມິດ​ທີ່​ໜ້າ​ຕື່ນ​ເຕັ້ນ​ນີ້​ເຕືອນ​ວ່າ: ‘ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ.’ ນິມິດ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ໄດ້​ບໍ​ວ່າ​ວຽກ​ກ່ຽວ​ທົ່ວ​ໂລກ​ເລີ່ມ​ຕົ້ນ​ເມື່ອ​ໃດ? ໄດ້​ແທ້!

6. (ກ) “ລະດູ​ກ່ຽວ” ເລີ່ມ​ຕົ້ນ​ເມື່ອ​ໃດ? (ຂ) ການ ‘ກ່ຽວ​ເຂົ້າ​ຈາກ​ແຜ່ນດິນ​ໂລກ.’ ເລີ່ມ​ແທ້ໆເມື່ອ​ໃດ? ຂໍ​ໃຫ້​ອະທິບາຍ

6 ເນື່ອງ​ຈາກ​ນິມິດ​ຂອງ​ໂຢຮັນ​ໃນ​ຄຳປາກົດ​ບົດ 14 ສະແດງ​ວ່າ​ພະ​ເຍຊູ​ເປັນ​ຜູ້​ກ່ຽວ​ແລະ​ສວມ​ມົງກຸດ​ຢູ່ (ຂໍ້ 14) ເພິ່ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ໃນ​ປີ 1914. (ດາ. 7:13, 14) ເມື່ອ​ເປັນ​ກະສັດ​ໄດ້​ໄລຍະ​ໜຶ່ງ ພະ​ເຍຊູ​ກໍ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເລີ່ມ​ກ່ຽວ (ຂໍ້ 15) ນິມິດ​ນີ້​ກັບ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ການ​ກ່ຽວ​ເຂົ້າ​ເມັດ​ດີ​ແມ່ນ​ມີ​ລຳດັບ​ເຫດການ​ແບບ​ດຽວ​ກັນ ພະ​ເຍຊູ​ເວົ້າ​ວ່າ: “ລະດູ​ກ່ຽວ​ໝາຍ​ເຖິງ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້, ລ.ມ.” ດັ່ງ​ນັ້ນ ລະດູ​ກ່ຽວ​ແລະ​ສະໄໝ​ສຸດ​ທ້າຍ​ຈຶ່ງ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​ຄື​ປີ 1914. (ມັດ. 13:30, 39) ເມື່ອ​ເບິ່ງ​ຫວນ​ກັບ​ໄປ ເຮົາ​ຈະ​ເຫັນ​ວ່າ​ວຽກ​ກ່ຽວ​ແທ້ໆບໍ່​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ທັນທີ​ຫຼັງ​ຈາກ​ພະ​ເຍຊູ​ປົກຄອງ​ເປັນ​ກະສັດ. ສິ່ງ​ທຳອິດ​ທີ່​ເພິ່ນ​ເຮັດ​ກໍ​ຄື​ຊຳຮະ​ພວກ​ລູກ​ສິດ​ທີ່​ຖືກ​ເຈີມ​ໃຫ້​ບໍລິສຸດ​ໃນ​ປີ 1914 ເຖິງ​ຕົ້ນ​ປີ 1919. (ມລກີ. 3:1-3; 1 ເປ. 4:17) ຕໍ່​ມາ​ໃນ​ປີ 1919 ເພິ່ນ​ກໍ​ເລີ່ມ ‘ກ່ຽວ​ເຂົ້າ​ຈາກ​ແຜ່ນດິນ​ໂລກ.’ ພະ​ເຍຊູ​ບໍ່​ຊັກຊ້າ ເພິ່ນ​ໄດ້​ໃຊ້​ທາດ​ສັດ​ຊື່​ທີ່​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເພື່ອ​ຊ່ວຍ​ເຫຼືອ​ພວກ​ພີ່​ນ້ອງ​ໃຫ້​ເຫັນ​ເຖິງ​ຄວາມ​ເລັ່ງ​ດ່ວນ​ຂອງ​ວຽກ​ປະກາດ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ແດ່.

7. (ກ) ການ​ກວດ​ສອບ​ອັນ​ໃດ​ທີ່​ຊ່ວຍ​ໃຫ້​ພີ່​ນ້ອງ​ເຫັນ​ວ່າ​ວຽກ​ປະກາດ​ເປັນ​ເລື່ອງ​ຮີບ​ດ່ວນ? (ຂ) ມີ​ການ​ສະໜັບສະໜູນ​ພີ່​ນ້ອງ​ໃຫ້​ເຮັດ​ຫຍັງ?

7 ຫໍສັງເກດການ ກໍລະກົດ 1920 ບອກ​ວ່າ: “ການ​ກວດ​ສອບ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຫັນ​ຫຼັກ​ຖານ​ວ່າ: ພະເຈົ້າ​ມອບ​ວຽກ​ທີ່​ມີ​ກຽດ​ໃຫ້​ປະຊາຄົມ​ຄລິດສະຕຽນ​ເຮັດ​ເຊິ່ງ​ກໍ​ຄື ການ​ບອກ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ.” ຕົວຢ່າງ​ເຊັ່ນ: ຄຳ​ພະຍາກອນ​ຂອງ​ເອຊາອີ​ຊ່ວຍ​ພີ່​ນ້ອງ​ໃຫ້​ເຂົ້າ​ໃຈ​ວ່າ​ຕ້ອງ​ມີ​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ອອກ​ໄປ​ທົ່ວ​ໂລກ. (ເອຊາ. 49:6; 52:7; 61:1-3) ເຖິງ​ແມ່ນ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ວຽກ​ນີ້​ຈະ​ໄປ​ທົ່ວ​ໂລກ​ໄດ້​ແນວ​ໃດ ແຕ່​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ມີ​ວິທີ​ທີ່​ຈະ​ເຮັດ​ໃຫ້​ຂ່າວ​ສານ​ແຜ່​ອອກ​ໄປ. (ອ່ານ​ເອຊາອີ 59:1) ຫຼັງ​ຈາກ​ເຂົ້າ​ໃຈ​ຢ່າງ​ຊັດເຈນ​ວ່າ​ວຽກ​ປະກາດ​ເປັນ​ເລື່ອງ​ຮີບ​ດ່ວນ ເຂົາ​ເຈົ້າ​ກໍ​ສະໜັບສະໜູນ​ພີ່​ນ້ອງ​ໃຫ້​ອອກ​ປະກາດ​ຫຼາຍ​ຂຶ້ນ ແລ້ວ​ພີ່​ນ້ອງ​ຕອບ​ຮັບ​ແນວ​ໃດ?

8. ໃນ​ປີ 1921 ຄວາມ​ຈິງ​ທີ່​ສຳຄັນ 2 ຂໍ້​ກ່ຽວ​ກັບ​ວຽກ​ປະກາດ​ທີ່​ພີ່​ນ້ອງ​ເຂົ້າ​ໃຈ​ແມ່ນ​ຫຍັງ?

8 ຫໍສັງເກດການ ທັນວາ 1921 ປະກາດ​ວ່າ: “ນີ້​ເປັນ​ປີ​ທີ່​ຍອດ​ຢ້ຽມ​ທີ່​ສຸດ ແລະ​ຄົນ​ທີ່​ໄດ້​ຍິນ​ຄວາມ​ຈິງ​ໃນ​ປີ 1921 ກໍ​ມີ​ຈຳນວນ​ຫຼາຍ​ກວ່າ​ປີ​ກ່ອນໆ.” ວາລະສານ​ສະບັບ​ນັ້ນ​ຍັງ​ບອກ​ອີກ​ວ່າ: “ຍັງ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ . . . ໃຫ້​ເຮົາ​ເຮັດ​ດ້ວຍ​ຄວາມ​ເຕັມ​ໃຈ​ແລະ​ມີ​ຄວາມ​ສຸກ.” ຂໍ​ໃຫ້​ສັງເກດ​ວ່າ​ພີ່​ນ້ອງ​ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ສຳຄັນ 2 ຂໍ້​ກ່ຽວ​ກັບ​ວຽກ​ປະກາດ​ຄື: ວຽກ​ນີ້​ເປັນ​ວຽກ​ດ່ວນ ແລະ​ຜູ້​ທີ່​ເຮັດ​ວຽກ​ນີ້​ຈະ​ມີ​ຄວາມ​ສຸກ​ຕາມ​ທີ່​ພະ​ເຍຊູ​ໄດ້​ບອກ​ກັບ​ອັກຄະສາວົກ​ໄວ້​ແລ້ວ.

9. (ກ) ໃນ​ປີ 1954 ຫໍສັງເກດການ ເວົ້າ​ເຖິງ​ວຽກ​ກ່ຽວ​ແນວ​ໃດ ແລະ​ຍ້ອນ​ຫຍັງ? (ຂ) ຜູ້​ປະກາດ​ໃນ​ທົ່ວ​ໂລກ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເທົ່າ​ໃດ​ໃນ​ໄລຍະ 50 ປີ​ທີ່​ຜ່ານ​ມາ? (ເບິ່ງ​ແຜນ​ພູມ “ ຈຳນວນ​ທີ່​ເພີ່ມ​ຂຶ້ນ​ທົ່ວ​ໂລກ”)

9 ລະຫວ່າງ​ທົດສະວັດ 1930 ຫຼັງ​ຈາກ​ພີ່​ນ້ອງ​ເຂົ້າ​ໃຈ​ວ່າ​ຊົນ​ຝູງ​ໃຫຍ່​ເຊິ່ງ​ເປັນ​ແກະ​ອື່ນ​ຈະ​ເຕັມ​ໃຈ​ຕອບ​ຮັບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ວຽກ​ປະກາດ​ກໍ​ແຮ່ງ​ແຜ່​ຂະຫຍາຍ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ. (ເອຊາ. 55:5; ໂຢ. 10:16; ຄຳປ. 7:9) ຜົນ​ເປັນ​ແນວ​ໃດ? ຈຳນວນ​ຄົນ​ທີ່​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ເພີ່ມ​ຂຶ້ນ​ຈາກ 41.000 ຄົນ​ໃນ​ປີ 1934 ເປັນ 500.000 ຄົນ​ໃນ​ປີ 1953! ຫໍສັງເກດການ 1 ທັນວາ 1954 ລົງ​ຄວາມ​ເຫັນ​ໄດ້​ຢ່າງ​ຖືກຕ້ອງ​ວ່າ: “ວຽກ​ກ່ຽວ​ທີ່​ຍິ່ງໃຫຍ່​ນີ້​ຂະຫຍາຍ​ອອກ​ໄປ​ທົ່ວ​ທຸກ​ມຸມ​ໂລກ​ໄດ້​ກໍ​ຍ້ອນ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລະ​ພະລັງ​ຂອງ​ຄຳພີ​ໄບເບິນ.” aຊກາ. 4:6

ຈຳນວນ​ທີ່​ເພີ່ມ​ຂຶ້ນ​ທົ່ວ​ໂລກ

 ປະເທດ

1962

1987

2013

ອົດສະຕຣາລີ

15,927

46,170

66,023

ເບຣ​ຊິນ

26,390

216,216

756,455

ຝຣັ່ງ

18,452

96,954

124,029

ອີຕາລີ

6,929

149,870

247,251

ຍີ່ປຸ່ນ

2,491

120,722

217,154

ແມັກ​ຊິກ

27,054

222,168

772,628

ນີເຊເຣຍ

33,956

133,899

344,342

ຟີລິບປິນ

36,829

101,735

181,236

ສະຫະລັດ​ເອເມຣິ​ກາ

289,135

780,676

1,203,642

ແຊມ​ເບຍ

30,129

67,144

162,370

ຈຳນວນ​ການ​ສຶກສາ​ຄຳພີ​ໄບເບິນ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ

 1950

234,952

1960

646,108

1970

1,146,378

1980

1,371,584

1990

3,624,091

2000

4,766,631

2010

8,058,359

ຕົວຢ່າງ​ປຽບ​ທຽບ​ບອກ​ລ່ວງ​ໜ້າ​ເຖິງ​ຜົນ​ທີ່​ຈະ​ເກັບ​ກ່ຽວ​ໄດ້

10, 11. ຕົວຢ່າງ​ປຽບ​ທຽບ​ນີ້​ເນັ້ນ​ເລື່ອງ​ການ​ເຕີບ​ໃຫຍ່​ຂອງ​ເມັດ​ມັດສະຕາດ​ໃນ​ແງ່​ໃດ​ແດ່?

10 ພະ​ເຍຊູ​ຍົກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ລາຊະອານາຈັກ ເຊິ່ງ​ບອກ​ລ່ວງ​ໜ້າ​ເຖິງ​ຜົນ​ຂອງ​ການ​ເກັບ​ກ່ຽວ​ທີ່​ກຳລັງ​ເຮັດ​ຢູ່​ໃນ​ເວລາ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ 2 ເລື່ອງ​ຄື: ເລື່ອງ​ເມັດ​ມັດສະຕາດ​ແລະ​ເລື່ອງ​ເຊື້ອ.

11 ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເມັດ​ຜັກ​ກາດ​ເຊິ່ງ​ໝາຍ​ເຖິງ​ເມັດ​ມັດສະຕາດ. ຊາຍ​ຄົນ​ໜຶ່ງ​ປູກ​ເມັດ​ມັດສະຕາດ​ເມັດ​ໜຶ່ງ​ໄວ້​ໃນ​ທົ່ງ​ນາ. ມັນ​ເຕີບ​ໃຫຍ່​ຂຶ້ນ​ຈົນ​ກາຍ​ເປັນ​ຕົ້ນ​ໄມ້​ໃຫຍ່ ນົກ​ກໍ​ມາ​ຈັບ​ແລະ​ອາໄສ​ຢູ່​ຕາມ​ກິ່ງ​ຂອງ​ມັນ. (ອ່ານ​ມັດທາຍ 13:31, 32) ຕົວຢ່າງ​ນີ້​ເນັ້ນ​ເລື່ອງ​ການ​ເຕີບ​ໃຫຍ່​ຂອງ​ເມັດ​ມັດສະຕາດ​ໃນ​ແງ່​ໃດ​ແດ່? (1) ການ​ເຕີບ​ໃຫຍ່​ຂອງ​ຕົ້ນ​ມັດສະຕາດ​ມີ​ຂະໜາດ​ໃຫຍ່​ຫຼາຍ​ຈົນ​ໜ້າ​ງຶດງໍ້ ຄື​ເລີ່ມ​ຈາກ ‘ເມັດ​ນ້ອຍ​ກວ່າ​ເມັດ​ທັງ​ປວງ’ ກາຍ​ເປັນ​ຕົ້ນ​ໄມ້​ທີ່​ມີ “ກິ່ງ​ໃຫຍ່​ແຕກ​ອອກ.” (ມໂກ. 4:31, 32) (2) ການ​ເຕີບ​ໃຫຍ່​ນີ້​ເປັນ​ເລື່ອງ​ທີ່​ແນ່ນອນ. ວະລີ​ທີ່​ວ່າ: “ເມື່ອ [ເມັດ] ງອກ​ຂຶ້ນ​ແລ້ວ​ມັນ​ໃຫຍ່” ພະ​ເຍຊູ​ບໍ່​ໄດ້​ບອກ​ວ່າ: “ມັນ​ອາດ​ຈະ​ໃຫຍ່” ແຕ່​ບອກ​ວ່າ: “ມັນ​ໃຫຍ່” ແລະ​ເຕີບ​ໃຫຍ່​ໃນ​ແບບ​ທີ່​ບໍ່​ມີ​ສິ່ງ​ໃດ​ມາ​ຢຸດ​ຢັ້ງ​ໄດ້. (3) ຕົ້ນ​ໄມ້​ທີ່​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍໆນີ້​ດຶງ​ດູດ​ພວກ​ນົກ​ໃຫ້​ມາ​ອາໄສ​ຢູ່​ໃນ​ຮົ່ມ​ຂອງ​ມັນ. “ນົກ​ທັງ​ຫຼາຍ​ໃນ​ອາກາດ​ມາ” ແລະ “ອາໄສ​ຢູ່​ໃນ​ຮົ່ມ​ມັນ​ໄດ້.” ຕົວຢ່າງ​ເລື່ອງ​ເມັດ​ມັດສະຕາດ​ທັງ 3 ແງ່​ນີ້​ຈະ​ປຽບ​ຄື​ກັບ​ການ​ລວບລວມ​ຜູ້​ຄົນ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ໃນ​ສະໄໝ​ຂອງ​ເຮົາ​ແນວ​ໃດ?

12. ເຮົາ​ຈະ​ປຽບ​ທຽບ​ເລື່ອງ​ເມັດ​ມັດສະຕາດ​ກັບ​ການ​ລວບລວມ​ຜູ້​ຄົນ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ໃນ​ສະໄໝ​ນີ້​ໄດ້​ແນວ​ໃດ? (ເບິ່ງ​ແຜນ​ພູມ “ ຈຳນວນ​ການ​ສຶກສາ​ຄຳພີ​ໄບເບິນ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆ”)

12 (1) ຂະໜາດ​ຂອງ​ການ​ເຕີບ​ໃຫຍ່: ເມັດ​ມັດສະຕາດ​ປຽບ​ເໝືອນ​ຄົນ​ງານ. ຕັ້ງ​ແຕ່​ປີ 1919 ມີ​ການ​ລວບລວມ​ຄົນ​ງານ​ທີ່​ກະຕືລືລົ້ນ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ເຊິ່ງ​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ. ຕອນ​ນັ້ນ​ຄົນ​ງານ​ຍັງ​ມີ​ໜ້ອຍ ແຕ່​ຈຳນວນ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ. ທີ່​ຈິງ ເມັດ​ທີ່​ນ້ອຍ​ທີ່​ສຸດ​ໃນ​ຕົ້ນ​ສະຕະວັດ​ທີ 20 ໄດ້​ເຕີບ​ໃຫຍ່​ຂຶ້ນ​ເປັນ​ຕົ້ນ​ໄມ້​ທີ່​ມີ “ກິ່ງ​ໃຫຍ່​ແຕກ​ອອກ” ໃນ​ເວລາ​ນີ້​ແຫຼະ​ທີ່​ເປັນ​ການ​ເຕີບ​ໃຫຍ່​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. (ເອຊາ. 60:22) (2) ຄວາມ​ແນ່ນອນ: ປະຊາຄົມ​ຄລິດສະຕຽນ​ເຕີບ​ໃຫຍ່​ຈົນ​ບໍ່​ມີ​ສິ່ງ​ໃດ​ມາ​ຢຸດ​ຢັ້ງ​ໄວ້​ໄດ້. ການ​ຕໍ່​ຕ້ານ​ທີ່​ມາ​ຈາກ​ສັດຕູ​ຂອງ​ພະເຈົ້າ​ເຊິ່ງ​ປຽບ​ເໝືອນ​ກ້ອນ​ຫີນ​ທີ່​ເອົາ​ມາ​ວາງ​ທັບ​ເມັດ​ພືດ​ນ້ອຍໆນີ້ ກໍ​ບໍ່​ອາດ​ຢຸດ​ຢັ້ງ​ການ​ເຕີບ​ໃຫຍ່​ຂອງ​ມັນ​ໄດ້ ແລະ​ມັນ​ກໍ​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍໆຈົນ​ດັນ​ກ້ອນ​ຫີນ​ເຫຼົ່າ​ນັ້ນ​ອອກ​ໄປ. (ເອຊາ. 54:17) (3) ບ່ອນ​ຢູ່​ອາໄສ: “ນົກ​ທັງ​ຫຼາຍ​ໃນ​ອາກາດ” ທີ່​ອາໄສ​ຢູ່​ເທິງ​ຕົ້ນ​ໄມ້​ນີ້​ໝາຍ​ເຖິງ​ຄົນ​ເປັນ​ລ້ານໆທີ່​ຮັກ​ຄວາມ​ຖືກຕ້ອງ ເຂົາ​ເຈົ້າ​ມາ​ຈາກ​ດິນແດນ​ຕ່າງໆປະມານ 240 ດິນແດນ ຄົນ​ເຫຼົ່າ​ນີ້​ຕອບ​ຮັບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ແລະ​ເຂົ້າ​ມາ​ເປັນ​ສ່ວນ​ຂອງ​ປະຊາຄົມ​ຄລິດສະຕຽນ. (ເອເຊກ. 17:23) ເຂົ້າ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ ຄວາມ​ສົດ​ຊື່ນ ແລະ​ການ​ປົກ​ປ້ອງ​ເມື່ອ​ມາ​ທີ່​ນັ້ນ.—ເອຊາ. 32:1, 2; 54:13

ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເມັດ​ມັດສະຕາດ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ (ເບິ່ງ​ຂໍ້ 11, 12)

13. ຕົວຢ່າງ​ເລື່ອງ​ເຊື້ອ​ເນັ້ນ​ການ​ເຕີບ​ໃຫຍ່​ແບບ​ໃດ​ແດ່?

13 ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຊື້ອ. ຫຼັງ​ຈາກ​ທີ່​ຜູ້​ຍິງ​ເອົາ​ເຊື້ອ​ປະສົມ​ໃສ່​ແປ້ງ 3 ບຸງ ເຊື້ອ​ກໍ​ແຜ່​ໄປ​ທົ່ວ​ແປ້ງ. (ອ່ານ​ມັດທາຍ 13:33) ຕົວຢ່າງ​ນີ້​ເນັ້ນ​ການ​ເຕີບ​ໃຫຍ່​ແບບ​ໃດ​ແດ່? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ 2 ແງ່ (1) ການ​ເຕີບ​ໃຫຍ່​ແບບ​ທີ່​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ. ຄຳພີ​ໄບເບິນ​ບອກ​ວ່າ: ເຊື້ອ​ນັ້ນ​ເຮັດ​ໃຫ້ ‘ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ໝົດ’ (2) ການ​ເຕີບ​ໃຫຍ່​ເປັນ​ແບບ​ທີ່​ກະຈາຍ​ໄປ​ຢ່າງ​ທົ່ວ​ເຖິງ. ເຊື້ອ​ນັ້ນ​ກະຈາຍ​ໄປ​ທົ່ວ​ແປ້ງ​ທີ່​ຢູ່​ໃນ “ບຸງ.” ຕົວຢ່າງ​ເລື່ອງ​ເຊື້ອ​ຈະ​ປຽບ​ຄື​ກັບ​ການ​ລວບລວມ​ຜູ້​ຄົນ​ທີ່​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ໃນ​ສະໄໝ​ນີ້​ແນວ​ໃດ?

14. ຕົວຢ່າງ​ເລື່ອງ​ເຊື້ອ​ຈະ​ປຽບ​ຄື​ກັບ​ການ​ລວບລວມ​ຜູ້​ຄົນ​ໃນ​ສະໄໝ​ນີ້​ແນວ​ໃດ?

14 (1) ການ​ປ່ຽນ​ແປງ: ເຊື້ອ​ໝາຍ​ເຖິງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ແລະ​ແປ້ງ​ທີ່​ຟູ​ຂຶ້ນ​ຄື​ຜູ້​ຄົນ​ໃນ​ໂລກ. ຫຼັງ​ຈາກ​ປະສົມ​ເຊື້ອ​ລົງ​ໃນ​ແປ້ງ​ແລ້ວ ເຊື້ອ​ກໍ​ຈະ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ກໍ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ຫົວໃຈ​ຂອງ​ຜູ້​ຄົນ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ຕອບ​ຮັບ​ຂ່າວ​ສານ​ນັ້ນ. (ໂລມ 12:2) (2) ກະຈາຍ​ໄປ​ຢ່າງ​ທົ່ວ​ເຖິງ: ເຊື້ອ​ທີ່​ແຜ່​ໄປ​ທົ່ວ​ກ້ອນ​ໝາຍ​ເຖິງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ທີ່​ກະຈາຍ​ອອກ​ໄປ. ເຊື້ອ​ທີ່​ປະສົມ​ຢູ່​ໃນ​ແປ້ງ​ຈະ​ຄ່ອຍໆກະຈາຍ​ໄປ​ຈົນ​ທົ່ວ​ກ້ອນ ຄ້າຍ​ຄື​ກັບ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ທີ່​ແຜ່ “ໄປ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.” (ກິດ. 1:8) ເຊື້ອ​ທີ່​ກະຈາຍ​ໄປ​ທົ່ວ​ແປ້ງ​ສະແດງ​ວ່າ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຈະ​ແຜ່​ໄປ​ເຖິງ​ດິນແດນ​ທີ່​ມີ​ການ​ສັ່ງ​ຫ້າມ​ນຳ​ອີກ ເຖິງ​ວ່າ​ຜູ້​ຄົນ​ອາດ​ຈະ​ບໍ່​ສັງເກດ​ເຫັນ​ວຽກ​ປະກາດ​ຂອງ​ເຮົາ​ໃນ​ດິນແດນ​ເຫຼົ່າ​ນັ້ນ​ກໍ​ຕາມ.

15. ຂໍ້​ຄວາມ​ທີ່​ຂຽນ​ໄວ້​ໃນ​ເອຊາອີ 60:5, 22 ເກີດ​ຂຶ້ນ​ຈິງ​ແນວ​ໃດ? (ເບິ່ງ​ຂອບ “ ພະ​ເຢໂຫວາ​ເຮັດ​ໄດ້” ໜ້າ 93 ແລະ​ຂອບ “‘ ຜູ້​ນ້ອຍ​ທີ່​ສຸດ’ ກາຍ​ເປັນ ‘ຊາດ​ໃຫຍ່’ ໄດ້​ແນວ​ໃດ?” ໜ້າ 96-97)

15 ປະມານ 800 ປີ ກ່ອນ​ທີ່​ພະ​ເຍຊູ​ຈະ​ເວົ້າ​ເຖິງ​ຕົວຢ່າງ​ປຽບ​ທຽບ​ນີ້ ພະ​ເຢໂຫວາ​ໃຊ້​ເອຊາອີ​ໃຫ້​ບອກ​ລ່ວງ​ໜ້າ​ວ່າ ການ​ລວບລວມ​ຜູ້​ຄົນ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ໃນ​ສະໄໝ​ປັດຈຸບັນ​ຈະ​ມີ​ຂອບ​ເຂດ​ສ່ຳ​ໃດ ລວມ​ທັງ​ຄວາມ​ສຸກ​ທີ່​ເກີດ​ຈາກ​ການ​ເຮັດ​ວຽກ​ນີ້. b ພະ​ເຢໂຫວາ​ບອກ​ວ່າ: ຜູ້​ຄົນ​ທີ່ “ມາ​ແຕ່​ໄກ” ຈະ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ໃນ​ອົງການ​ຂອງ​ພະອົງ. ພະ​ເຢໂຫວາ​ເວົ້າ​ກັບ “ເຢຣຶຊາເລມ” ເຊິ່ງ​ກໍ​ຄື​ຊົນ​ທີ່​ເຫຼືອ​ແຫ່ງ​ຜູ້​ຖືກ​ເຈີມ​ທີ່​ຢູ່​ເທິງ​ໂລກ​ໃນ​ທຸກ​ມື້​ນີ້​ວ່າ: “[ເຢຣຶຊາເລມ​ເອີຍ] ຈົ່ງ​ລຸກ​ຂຶ້ນ​ຈົ່ງ​ສ່ອງ​ແຈ້ງ ເຫດ​ວ່າ​ແຈ້ງ​ຂອງ​ເຈົ້າ​ໄດ້​ມາ​ແລ້ວ . . . ເຈົ້າ​ຈະ​ເຫັນ​ແລະ​ຈະ​ມີ​ໜ້າ​ຊື່ນ​ບານ ແລະ​ໃຈ​ເຈົ້າ​ຈະ​ເຕັ້ນ​ແລະ​ກວ້າງ​ຂວາງ​ໄປ ເຫດ​ວ່າ​ເຂົ້າ​ຂອງ​ອັນ​ບໍລິບູນ​ແຕ່​ນ້ຳ​ທະເລ​ຈະ​ຫຼຽວ​ມາ​ຫາ​ເຈົ້າ​ແລະ​ຊັບ​ສົມບັດ​ທັງ​ຫຼາຍ​ແຫ່ງ​ພວກ​ຕ່າງ​ປະເທດ​ຈະ​ມາ​ຫາ​ເຈົ້າ.” (ເອຊາ. 60:1, 4, 5, 9) ແລ້ວ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ! ໃນ​ທຸກ​ມື້​ນີ້ ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ຫຼາຍ​ປີ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຫັນ​ຈຳນວນ​ຜູ້​ປະກາດ​ໃນ​ປະເທດ​ຂອງ​ເຂົາ​ເຈົ້າ​ເອງ​ເພີ່ມ​ຂຶ້ນ​ເລື້ອຍໆຈາກ​ບໍ່​ເທົ່າ​ໃດ​ຄົນ​ເປັນ​ຫຼາຍ​ພັນ​ຄົນ.

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ມີ​ເຫດຜົນ​ທີ່​ຈະ​ຍິນດີ

16, 17. ເຫດຜົນ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້ “ຜູ້​ທີ່​ຫວ່ານ​ແລະ​ຜູ້​ທີ່​ກ່ຽວ​ຈະ​ໄດ້​ຊົມຊື່ນ​ຍິນດີ​ພ້ອມ​ກັນ” ແມ່ນ​ຫຍັງ? (ເບິ່ງ​ຂອບ “ ແຜ່ນ​ພັບ​ສອງ​ແຜ່ນ​ຝັງ​ເລິກ​ໃນ​ຫົວໃຈ​ສອງ​ດວງ​ໃນ​ອາ​ມາ​ໂຊ​ນ”)

16 ຂໍ​ໃຫ້​ນຶກ​ເຖິງ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ຕອນ​ທີ່​ເວົ້າ​ກັບ​ອັກຄະສາວົກ​ເມື່ອ​ເພິ່ນ​ບອກ​ວ່າ: “ຜູ້​ທີ່​ກ່ຽວ​ເຂົ້າ . . . ກໍ​ໂຮມ​ໝາກ​ໄວ້​ສຳລັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ເພື່ອ​ວ່າ​ຜູ້​ທີ່​ຫວ່ານ​ແລະ​ຜູ້​ທີ່​ກ່ຽວ​ຈະ​ໄດ້​ຊົມຊື່ນ​ຍິນດີ​ພ້ອມ​ກັນ.” (ໂຢ. 4:36) ແຕ່​ເຮົາ​ຈະ “ຊົມຊື່ນ​ຍິນດີ​ພ້ອມ​ກັນ” ໃນ​ວຽກ​ກ່ຽວ​ທີ່​ກຳລັງ​ເຮັດ​ຢູ່​ທົ່ວ​ໂລກ​ໄດ້​ແນວ​ໃດ? ມີ​ຫຼາຍ​ວິທີ ແຕ່​ຂໍ​ໃຫ້​ເຮົາ​ມາ​ເບິ່ງ 3 ວິທີ.

17 ໜຶ່ງ ເຮົາ​ຍິນດີ​ທີ່​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້. ເມື່ອ​ເຮົາ​ປະກາດ​ເລື່ອງ​ລາຊະອານາຈັກ ເຮົາ​ກໍ​ກຳລັງ​ຫວ່ານ​ເມັດ​ພືດ. (ມັດ. 13:18, 19) ແລ້ວ​ເຮົາ​ກໍ​ເກັບ​ກ່ຽວ​ຜົນ​ຕອນ​ທີ່​ເຮົາ​ຊ່ວຍ​ບາງ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ ແລະ​ເຮົາ​ທຸກ​ຄົນ​ກໍ​ມີ​ຄວາມ​ສຸກ​ໃນ​ໃຈ​ເມື່ອ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ເມັດ​ພືດ​ນັ້ນ “ງອກ​ແລະ​ເຕີບໂຕ​ຂຶ້ນ, ລ.ມ.” ຢ່າງ​ໜ້າ​ງຶດງໍ້. (ມໂກ. 4:27, 28) ເຈົ້າ​ອາດ​ມີ​ປະສົບການ​ຄ້າຍໆກັບ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະເທດ​ອັງກິດ​ທີ່​ຊື່​ໂຈນ ເຊິ່ງ​ຮັບ​ບັບເຕມາ 60 ປີ​ມາ​ແລ້ວ ລາວ​ເລົ່າ​ວ່າ: “ມີ​ຫຼາຍ​ຄົນ​ມາ​ບອກ​ປ້າ​ວ່າ ປ້າ​ໄດ້​ຫວ່ານ​ເມັດ​ໄວ້​ໃນ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ເມື່ອ​ຫຼາຍ​ປີ​ກ່ອນ​ຕອນ​ທີ່​ປະກາດ​ໃຫ້​ເຂົາ​ເຈົ້າ​ຟັງ. ປ້າ​ບໍ່​ຮູ້​ເລີຍ​ວ່າ​ຈະ​ມີ​ພະຍານ​ຄົນ​ອື່ນໆສອນ​ຄວາມ​ຈິງ​ໃຫ້​ເຂົາ​ເຈົ້າ​ຫຼັງ​ຈາກ​ນັ້ນ ແລ້ວ​ກໍ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ. ປ້າ​ຍິນດີ​ຫຼາຍ​ເມື່ອ​ເມັດ​ທີ່​ຫວ່ານ​ໄວ້​ງອກ​ງາມ​ຂຶ້ນ​ແລະ​ຖືກ​ເກັບ​ກ່ຽວ​ມາ.”—ອ່ານ 1 ໂກລິນໂທ 3:6, 7

18. ຕາມ​ທີ່​ບອກ​ໄວ້​ໃນ 1 ໂກລິນໂທ 3:8 ສິ່ງ​ໃດ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

18 ສອງ ເຮົາ​ຍັງ​ເປັນ​ຄົນ​ງານ​ທີ່​ມີ​ຄວາມ​ສຸກ​ສະເໝີ​ເມື່ອ​ນຶກ​ເຖິງ​ຄຳ​ເວົ້າ​ຂອງ​ໂປໂລ​ທີ່​ບອກ​ວ່າ: ທຸກ​ຄົນ​ຈະ​ໄດ້​ຮັບ​ລາງວັນ “ຕາມ​ການ​ງານ​ທີ່​ເຂົາ​ໄດ້​ເຮັດ​ນັ້ນ.” (1 ໂກ. 3:8, ທ.ປ.) ນີ້​ສະແດງ​ວ່າ​ຄົນ​ງານ​ໄດ້​ຮັບ​ລາງວັນ​ຍ້ອນ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ ບໍ່​ແມ່ນ​ຍ້ອນ​ຜົນ​ງານ. ຄຳ​ຮັບຮອງ​ນີ້​ຄົງ​ເຮັດ​ໃຫ້​ພີ່​ນ້ອງ​ເຊິ່ງ​ປະກາດ​ໃນ​ເຂດ​ທີ່​ຜູ້​ຄົນ​ບໍ່​ຄ່ອຍ​ຕອບ​ຮັບ​ມີ​ກຳລັງ​ໃຈ​ຂຶ້ນ​ແທ້ໆ! ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ ພະຍານ​ທຸກ​ຄົນ​ທີ່​ທຸ່ມ​ເທ​ຢ່າງ​ສຸດ​ຫົວໃຈ​ໃນ​ວຽກ​ຫວ່ານ​ກໍ “ເກີດ​ໝາກ​ຫຼາຍ” ແລະ​ເຂົາ​ເຈົ້າ​ກໍ​ມີ​ເຫດຜົນ​ທີ່​ຈະ​ຍິນດີ.—ໂຢ. 15:8; ມັດ. 13:23

19. (ກ) ເປັນ​ຫຍັງ​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ທີ່​ບອກ​ໄວ້​ໃນ​ມັດທາຍ 24:14 ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ? (ຂ) ເຖິງ​ແມ່ນ​ເຮົາ​ບໍ່​ສາມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ ແຕ່​ເຮົາ​ບໍ່​ຄວນ​ລືມ​ເລື່ອງ​ຫຍັງ?

19 ສາມ ເຮົາ​ຍິນດີ​ທີ່​ວຽກ​ຂອງ​ເຮົາ​ເຮັດ​ໃຫ້​ຄຳ​ພະຍາກອນ​ເກີດ​ຂຶ້ນ​ແທ້. ຂໍ​ໃຫ້​ເບິ່ງ​ຄຳຕອບ​ທີ່​ພະ​ເຍຊູ​ໃຫ້​ກັບ​ອັກຄະສາວົກ​ຕອນ​ທີ່​ເຂົາ​ເຈົ້າ​ຖາມ​ວ່າ: “ຈະ​ມີ​ອັນ​ໃດ​ເປັນ​ສັນຍານ​ບອກ​ໃຫ້​ຮູ້​ວ່າ​ທ່ານ​ປະທັບ​ຢູ່ ແລະ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້?, ລ.ມ.” ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ວ່າ: ສັນຍານ​ຢ່າງ​ໜຶ່ງ​ກໍ​ຄື​ວຽກ​ປະກາດ​ທີ່​ຈະ​ເຮັດ​ທົ່ວ​ໂລກ ພະ​ເຍຊູ​ກຳລັງ​ເນັ້ນ​ເຖິງ​ວຽກ​ສອນ​ທີ່​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ບໍ? ບໍ່​ແມ່ນ! ເພິ່ນ​ເວົ້າ​ວ່າ: “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ] ຂອງ​ພະເຈົ້າ ຈະ​ເປັນ​ທີ່​ເທສະຫນາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ​ເພື່ອ​ຈະ​ເປັນ​ພິຍານ.” (ມັດ. 24:3, 14) ການ​ປະກາດ​ເລື່ອງ​ລາຊະອານາຈັກ​ຫຼື​ການ​ຫວ່ານ​ເມັດ​ຈຶ່ງ​ເປັນ​ສັນຍານ​ບົ່ງ​ຊີ້​ຢ່າງ​ໜຶ່ງ. ດັ່ງ​ນັ້ນ ເມື່ອ​ເຮົາ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ເຮົາ​ຕ້ອງ​ບໍ່​ລືມ​ວ່າ​ເຖິງ​ແມ່ນ​ເຮົາ​ບໍ່​ສາມາດ​ຊ່ວຍ​ໃຜ​ຈັກ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ ແຕ່​ເຮົາ​ກໍ​ໄດ້​ເຮັດ​ວຽກ “ປະກາດ” ແລ້ວ. c ບໍ່​ວ່າ​ຜູ້​ຄົນ​ຈະ​ຕອບ​ຮັບ​ແນວ​ໃດ ເຮົາ​ກໍ​ມີ​ສ່ວນ​ເຮັດ​ໃຫ້​ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ເກີດ​ຂຶ້ນ​ແທ້ ແລະ​ເຮົາ​ຮູ້ສຶກ​ເປັນ​ກຽດ​ແທ້ໆທີ່​ໄດ້​ເປັນ “ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.” (1 ໂກ. 3:9, ລ.ມ.) ນີ້​ເປັນ​ເລື່ອງ​ໜ້າ​ຍິນດີ​ແທ້ໆ!

“ຕັ້ງ​ແຕ່​ທິດ​ຕາເວັນ​ອອກ​ເຖິງ​ທິດ​ຕາເວັນ​ຕົກ”

20, 21. (ກ) ຂໍ້​ຄວາມ​ທີ່​ກ່າວ​ໄວ້​ໃນ​ມາລາກີ 1:11 ເກີດ​ຂຶ້ນ​ຈິງ​ແນວ​ໃດ? (ຂ) ເມື່ອ​ຄິດ​ເຖິງ​ວຽກ​ກ່ຽວ​ນີ້​ເຮົາ​ຕັ້ງ​ໃຈ​ແນວ​ແນ່​ທີ່​ຈະ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

20 ໃນ​ສະຕະວັດ​ທຳອິດ ພະ​ເຍຊູ​ຊ່ວຍ​ອັກຄະສາວົກ​ໃຫ້​ເຫັນ​ວ່າ​ວຽກ​ກ່ຽວ​ເປັນ​ວຽກ​ດ່ວນ. ຕັ້ງ​ແຕ່​ປີ 1919 ເປັນ​ຕົ້ນ​ມາ ພະ​ເຍຊູ​ກໍ​ໄດ້​ຊ່ວຍ​ລູກ​ສິດ​ໃນ​ສະໄໝ​ນີ້​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ເລື່ອງ​ດຽວ​ກັນ​ນີ້ ແລ້ວ​ເຂົາ​ເຈົ້າ​ກໍ​ຕອບ​ຮັບ​ໂດຍ​ການ​ເຮັດ​ວຽກ​ຢ່າງ​ກະຕືລືລົ້ນ​ຫຼາຍ​ຂຶ້ນ. ທີ່​ຈິງ ເຂົາ​ເຈົ້າ​ພິສູດ​ໃຫ້​ເຫັນ​ວ່າ​ບໍ່​ມີ​ຫຍັງ​ຈະ​ມາ​ຂັດ​ຂວາງ​ວຽກ​ນີ້​ໄດ້. ດັ່ງ​ທີ່​ຜູ້​ພະຍາກອນ​ມາລາກີ​ເຄີຍ​ບອກ​ໄວ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ສະໄໝ​ນີ້​ເຮັດ​ວຽກ​ປະກາດ “ຕັ້ງ​ແຕ່​ທິດ​ຕາເວັນ​ອອກ​ເຖິງ​ທິດ​ຕາເວັນ​ຕົກ.” (ມລກີ. 1:11) ຕັ້ງ​ແຕ່​ຕາເວັນ​ຂຶ້ນ​ຈົນ​ເຖິງ​ຕາເວັນ​ຕົກ ຜູ້​ຫວ່ານ​ແລະ​ຜູ້​ກ່ຽວ​ຕ່າງ​ກໍ​ມີ​ຄວາມ​ສຸກ​ນຳ​ກັນ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ສ່ວນ​ໃດ​ຂອງ​ໂລກ. ເມື່ອ​ຄິດ​ເຖິງ​ຄວາມ​ເລັ່ງ​ດ່ວນ​ຂອງ​ວຽກ​ນີ້ ເຮົາ​ກໍ​ເຮັດ​ວຽກ​ໝົດ​ມື້​ໝົດ​ເວັນ​ຕັ້ງ​ແຕ່​ຕາເວັນ​ຂຶ້ນ​ຈົນ​ເຖິງ​ຕາເວັນ​ຕົກ ຫຼື​ຕັ້ງ​ແຕ່​ເຊົ້າ​ຈົນ​ຄ່ຳ.

21 ຕະຫຼອດ 100 ກວ່າ​ປີ​ທີ່​ຜ່ານ​ມາ ເຮົາ ‘ຕື່ນ​ເຕັ້ນ​ແລະ​ດີ​ໃຈ’ ທີ່​ໄດ້​ເຫັນ​ວິທີ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ກຸ່ມ​ນ້ອຍໆເຕີບ​ໃຫຍ່​ຂຶ້ນ​ເປັນ “ຊາດ​ໃຫຍ່, ລ.ມ.” (ເອຊາ. 60:5, 22) ຂໍ​ໃຫ້​ຄວາມ​ຍິນດີ​ນັ້ນ​ແລະ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ “ເຈົ້າ​ຂອງ​ນາ” ເປັນ​ແຮງ​ກະຕຸ້ນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕໍ່ໆໄປ​ຈົນ​ກວ່າ​ວຽກ​ເກັບ​ກ່ຽວ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ຈະ​ສຳເລັດ​ສົມບູນ!—ລືກາ 10:2, ລ.ມ.

a ເພື່ອ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ໄລຍະ​ເວລາ​ນັ້ນ​ແລະ​ອີກ​ຫຼາຍ​ສິບ​ປີ​ຕໍ່​ຈາກ​ນັ້ນ ເຮົາ​ຂໍ​ສະໜັບສະໜູນ​ໃຫ້​ເຈົ້າ​ອ່ານ​ປຶ້ມ​ພະຍານ​ພະ​ເຢໂຫວາ—ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ (ພາສາ​ອັງກິດ) ທີ່​ເວົ້າ​ເຖິງ​ຜົນ​ຂອງ​ວຽກ​ກ່ຽວ​ຕັ້ງ​ແຕ່​ປີ 1919-1992.

b ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄຳ​ພະຍາກອນ​ທີ່​ໃຫ້​ພາບ​ຊັດເຈນ​ນີ້​ຂໍ​ໃຫ້​ເບິ່ງ​ຫໍສັງເກດການ 1 ກໍລະກົດ 2002 ໜ້າ 9-19 (ພາສາ​ໄທ).

c ນັກ​ສຶກສາ​ຄຳພີ​ໄບເບິນ​ໃນ​ຍຸກ​ທຳອິດ​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ເລື່ອງ​ນີ້​ຢູ່​ແລ້ວ ຫໍສັງເກດການ 15 ພະຈິກ 1895 ບອກ​ວ່າ: “ເຖິງ​ແມ່ນ​ອາດ​ມີ​ເຂົ້າ​ເມັດ​ດີ​ຈຳນວນ​ບໍ່​ຫຼາຍ​ທີ່​ຖືກ​ລວບລວມ​ໄວ້​ໃນ​ສາງ ແຕ່​ຢ່າງ​ໜ້ອຍ​ກໍ​ໄດ້​ປະກາດ​ຄວາມ​ຈິງ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ . . . ທຸກ​ຄົນ​ປະກາດ​ຂ່າວ​ດີ​ໄດ້.”