ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 10

ກະສັດຫຼໍ່ຫຼອມ​ປະຊາຊົນ​ໃຫ້​ນະມັດສະການ​ພະເຈົ້າ​ຢ່າງ​ຖືກຕ້ອງ

ກະສັດຫຼໍ່ຫຼອມ​ປະຊາຊົນ​ໃຫ້​ນະມັດສະການ​ພະເຈົ້າ​ຢ່າງ​ຖືກຕ້ອງ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ເຮົາ​ຈະ​ຮຽນ​ຮູ້​ວ່າ​ພະ​ເຍຊູ​ໄດ້​ຫຼໍ່ຫຼອມ​ແລະ​ຊຳຮະ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ສະອາດ​ທາງ​ດ້ານ​ການ​ນະມັດສະການ​ແນວ​ໃດ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ແບບ​ນັ້ນ

1-3. ພະ​ເຍຊູ​ເຮັດ​ແນວ​ໃດ​ເມື່ອ​ເຫັນ​ສິ່ງ​ທີ່​ເຮັດ​ໃຫ້​ວິຫານ​ເສື່ອມ​ເສຍ?

 ພະ​ເຍຊູ​ນັບຖື​ແລະ​ໃຫ້​ກຽດ​ວິຫານ​ໃນ​ກຸງ​ເຢຣຶຊາເລມ​ຫຼາຍ​ແທ້ໆ. ເພິ່ນ​ຮູ້​ວ່າ​ສະຖານ​ທີ່​ແຫ່ງ​ນີ້​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້​ໃນ​ໂລກ​ມາ​ດົນ​ແລ້ວ. ແຕ່​ການ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ອົງ​ບໍລິສຸດ​ຕ້ອງ​ເປັນ​ການ​ນະມັດສະການ​ທີ່​ບໍລິສຸດ​ສະອາດ​ເທົ່າ​ນັ້ນ. ຕອນ​ນີ້ ລອງ​ນຶກ​ພາບ​ເຫດການ​ໃນ​ວັນ​ທີ 10 ນີຊານ​ປີ ຄ.ສ. 33 ພະ​ເຍຊູ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຂົ້າ​ໄປ​ໃນ​ວິຫານ​ແລ້ວ​ເຫັນ​ສິ່ງ​ທີ່​ເຮັດ​ໃຫ້​ວິຫານ​ເສື່ອມ​ເສຍ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ທີ່​ນັ້ນ?—ອ່ານ​ມັດທາຍ 21:12, 13

2 ມີ​ພວກ​ພໍ່​ຄ້າ​ທີ່​ໂລບ​ມາກ​ແລະ​ພວກ​ຮັບ​ແລກ​ເງິນ​ທີ່​ຢູ່​ໜ້າ​ລານ​ວິຫານ​ສຳລັບ​ຄົນ​ຕ່າງ​ຊາດ ເຂົ້າ​ເຈົ້າ​ໄດ້​ຂູດ​ຮີດ​ແລະ​ເອົາ​ປຽບ​ຄົນ​ທີ່​ເອົາ​ເຄື່ອງ​ມາ​ຖວາຍ​ພະ​ເຢໂຫວາ. a ພະ​ເຍຊູ​ເຂົ້າ​ໄປ “ຂັບ​ໄລ່​ຄົນ​ທັງ​ປວງ​ທີ່​ໄດ້​ຂາຍ​ແລະ​ຊື້​ຂອງ​ໃນ​ວິຫານ​ນັ້ນ ແລະ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ທັງ​ຫຼາຍ​ທີ່​ແລກ​ເງິນ.” (ທຽບ​ກັບ​ເນເຫມີ 13:7-9) ພະ​ເຍຊູ​ປະ​ນາມ​ຄົນ​ທີ່​ເຫັນ​ແກ່​ຕົວ​ເຫຼົ່າ​ນັ້ນ​ທີ່​ເຮັດ​ໃຫ້​ວິຫານ​ຂອງ​ພໍ່​ເພິ່ນ​ກາຍ​ເປັນ ‘ຖ້ຳ​ຄົນ​ຂະໂມຍ.’ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ນັບຖື​ແລະ​ໃຫ້​ກຽດ​ວິຫານ​ເຊິ່ງ​ພະເຈົ້າ​ໄດ້​ຈັດ​ກຽມ​ໄວ້​ເພື່ອ​ການ​ນະມັດສະການ. ການ​ນະມັດສະການ​ພະເຈົ້າ​ຕ້ອງ​ສະອາດ​ບໍລິສຸດ​ສະເໝີ!

3 ເກືອບ​ສອງ​ພັນ​ປີ​ຕໍ່​ມາ ຫຼັງ​ຈາກ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ເມຊີ ເພິ່ນ​ໄດ້​ຊຳຮະ​ວິຫານ​ອີກ​ຄັ້ງ​ໜຶ່ງ. ການ​ຊຳຮະ​ນີ້​ກ່ຽວ​ຂ້ອງ​ກັບ​ເຮົາ​ທຸກ​ຄົນ​ໃນ​ເວລາ​ນີ້​ທີ່​ຕ້ອງການ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ ແລ້ວ​ວິຫານ​ທີ່​ພະ​ເຍຊູ​ຊຳຮະ​ໃຫ້​ສະອາດ​ໃນ​ຄັ້ງ​ນີ້​ແມ່ນ​ຫຍັງ?

ຊຳຮະ “ພວກ​ລູກ​ຫຼານ​ເລວີ” ໃຫ້​ສະອາດ

4, 5. (ກ) ຕັ້ງ​ແຕ່​ປີ 1914 ເຖິງ​ຕົ້ນ​ປີ 1919 ພະ​ເຢໂຫວາ​ໄດ້​ຫຼໍ່ຫຼອມ​ແລະ​ຊຳຮະ​ລູກ​ສິດ​ທີ່​ຖືກ​ເຈີມ​ຂອງ​ພະ​ເຍຊູ​ແນວ​ໃດ? (ຂ) ການ​ຫຼໍ່ຫຼອມ​ແລະ​ການ​ຊຳຮະ​ປະຊາຊົນ​ຂອງ​ພະເຈົ້າ​ສຳເລັດ​ຕັ້ງ​ແຕ່​ຕອນ​ນັ້ນ​ບໍ? ຂໍ​ໃຫ້​ອະທິບາຍ

4 ຕາມ​ທີ່​ເຮົາ​ອ່ານ​ໃນ​ບົດ 2 ຫຼັງ​ຈາກ​ພະ​ເຍຊູ​ຂຶ້ນ​ເປັນ​ກະສັດ​ໃນ​ປີ 1914 ເພິ່ນ​ກໍ​ມາ​ພ້ອມ​ກັບ​ພໍ່​ຂອງ​ເພິ່ນ​ເພື່ອ​ກວດ​ເບິ່ງ​ວິຫານ​ທີ່​ມີ​ກຽດ​ກວ່າ​ວິຫານ​ຂອງ​ຊາວ​ຢິວ ເຊິ່ງ​ກໍ​ຄື​ການ​ຈັດ​ກຽມ​ທຸກ​ຢ່າງ​ຂອງ​ພະ​ເຢໂຫວາ​ຢູ່​ເທິງ​ແຜ່ນດິນ​ໂລກ​ເພື່ອ​ການ​ນະມັດສະການ​ອັນ​ບໍລິສຸດ. b ແລ້ວ​ກະສັດ​ເຍຊູ​ກໍ​ພົບ​ວ່າ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຫຼື “ພວກ​ລູກ​ຫຼານ​ເລວີ” ຍັງ​ບໍ່​ສະອາດ​ພຽງ​ພໍ ຕ້ອງ​ໄດ້​ຫຼໍ່ຫຼອມ​ແລະ​ຊຳຮະ​ເຂົາ​ເຈົ້າ​ໃຫ້​ສະອາດ​ອີກ. (ມລກີ. 3:1-3) ຕັ້ງ​ແຕ່​ປີ 1914 ເຖິງ​ຕົ້ນ​ປີ 1919 ພະ​ເຢໂຫວາ​ໄດ້​ຫຼໍ່ຫຼອມ​ປະຊາຊົນ​ຂອງ​ພະອົງ​ໂດຍ​ທີ່​ຍອມ​ໃຫ້​ເຂົາ​ເຈົ້າ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ແລະ​ການ​ທົດ​ສອບ​ຫຼາຍ​ຮູບ​ແບບ. ແຕ່​ໜ້າ​ຍິນດີ​ທີ່​ຜູ້​ຖືກ​ເຈີມ​ເຫຼົ່າ​ນັ້ນ​ຜ່ານ​ການ​ທົດ​ສອບ​ທີ່​ໜັກ​ໜ່ວງ​ມາ​ໄດ້ ເຂົາ​ເຈົ້າ​ກໍ​ສະອາດ​ຂຶ້ນ​ແລະ​ພ້ອມ​ທີ່​ຈະ​ສະໜັບສະໜູນ​ກະສັດ​ເມຊີ​ຢ່າງ​ເຕັມທີ!

5 ການ​ຫຼໍ່ຫຼອມ​ແລະ​ການ​ຊຳຮະ​ປະຊາຊົນ​ຂອງ​ພະເຈົ້າ​ສຳເລັດ​ຕັ້ງ​ແຕ່​ຕອນ​ນັ້ນ​ບໍ? ບໍ່! ພະ​ເຢໂຫວາ​ໄດ້​ໃຫ້​ກະສັດ​ເມຊີ​ຊ່ວຍ​ເຫຼືອ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ເປັນ​ຄົນ​ສະອາດ​ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ ເພື່ອ​ເຂົາ​ເຈົ້າ​ຈະ​ນະມັດສະການ​ພະເຈົ້າ​ໄດ້​ຢ່າງ​ຖືກຕ້ອງ​ສະເໝີ. ໃນ 2 ບົດ​ຕໍ່​ໄປ ເຮົາ​ຈະ​ເຫັນ​ວິທີ​ທີ່​ພະ​ເຍຊູ​ຫຼໍ່ຫຼອມ​ເຂົາ​ເຈົ້າ​ທາງ​ດ້ານ​ສິນລະທຳ​ແລະ​ດ້ານ​ອົງການ ແຕ່​ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວິທີ​ທີ່​ກະສັດ​ເຍຊູ​ຫຼໍ່ຫຼອມ​ປະຊາຊົນ​ດ້ານ​ການ​ນະມັດສະການ ທັງ​ໃນ​ວິທີ​ທີ່​ເບິ່ງ​ເຫັນ​ແລະ​ເບິ່ງ​ບໍ່​ເຫັນ. ການ​ພິຈາລະນາ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ.

ຮັກສາ​ຕົວ​ໃຫ້​ສະອາດ​ບໍລິສຸດ

6. (ກ) ພະ​ເຢໂຫວາ​ສັ່ງ​ຊະເລີຍ​ຊາວ​ຢິວ​ໃຫ້​ເຮັດ​ຫຍັງ? (ຂ) ຄຳ​ສັ່ງ​ນີ້​ຊ່ວຍ​ເຮົາ​ໃຫ້​ໄດ້​ຂໍ້​ສະ​ຫຼຸບ​ຫຍັງ?

6 ຄວາມ​ສະອາດ​ທາງ​ດ້ານ​ການ​ນະມັດສະການ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເພື່ອ​ຕອບ​ຄຳຖາມ​ນີ້ ໃຫ້​ເຮົາ​ມາ​ກວດ​ເບິ່ງ​ຂໍ້​ຄວາມ​ທີ່​ໂປໂລ​ອ້າງ​ເຖິງ​ໃນ​ຕອນ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ຊະເລີຍ​ຊາວ​ຢິວ​ທີ່​ກຳລັງ​ຈະ​ອອກ​ຈາກ​ເມືອງ​ບາບີໂລນ​ໃນ​ປີ 537 ກ່ອນ ຄ.ສ. (ອ່ານ 2 ໂກລິນໂທ 6:17) ຊະເລີຍ​ເຫຼົ່າ​ນັ້ນ​ກຳລັງ​ຈະ​ກັບ​ໄປ​ເມືອງ​ເຢຣຶຊາເລມ​ເຊິ່ງ​ເປັນ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ​ເພື່ອ​ບູລະນະ​ວິຫານ​ແລະ​ຟື້ນຟູ​ການ​ນະມັດສະການ​ແທ້. (ເອເຊດ. 1:2-4) ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ປະ​ຖິ້ມ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ຂອງ​ບາບີໂລນ​ທັງ​ໝົດ. ລອງ​ສັງເກດ​ຄຳ​ສັ່ງ​ຕ່າງໆທີ່​ວ່າ: “ຈົ່ງ​ອອກ​ມາ​ຈາກ​ທ່າມກາງ​ເຂົາ” “ຈົ່ງ​ຢູ່​ຕ່າງ​ຫາກ” ແລະ “ຢ່າ​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ.” ການ​ນະມັດສະການ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຕ້ອງ​ບໍ່​ເປິ​ເປື້ອນ​ດ້ວຍ​ສາ​ສາສະໜາ​ປອມ ດັ່ງ​ນັ້ນ ເຮົາ​ອາດ​ໄດ້​ຂໍ້​ສະ​ຫຼຸບ​ຫຍັງ? ຄວາມ​ສະອາດ​ທາງ​ດ້ານ​ການ​ນະມັດສະການ​ພະເຈົ້າ​ກ່ຽວ​ຂ້ອງ​ກັບ​ການ​ປົກ​ປ້ອງ​ເພື່ອ​ບໍ່​ໃຫ້​ຄຳ​ສອນ​ແລະ​ພິທີ​ກຳ​ຕ່າງໆຂອງ​ສາສະໜາ​ປອມ​ເຂົ້າ​ມາ​ເຈືອ​ປົນ​ກັບ​ຫຼັກ​ຄຳ​ສອນ​ຂອງ​ພະເຈົ້າ.

7. ພະ​ເຍຊູ​ໃຊ້​ໃຜ​ເປັນ​ຊ່ອງ​ທາງ​ເພື່ອ​ຊ່ວຍ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ເປັນ​ຄົນ​ສະອາດ​ທາງ​ດ້ານ​ການ​ນະມັດສະການ?

7 ຫຼັງ​ຈາກ​ຂຶ້ນ​ເປັນ​ກະສັດ​ໄດ້​ບໍ່​ດົນ ພະ​ເຍຊູ​ກໍ​ໄດ້​ກຽມ​ຊ່ອງ​ທາງ​ໜຶ່ງ​ທີ່​ເຫັນ​ໄດ້​ຢ່າງ​ຊັດເຈນ​ເພື່ອ​ຊ່ວຍ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ເປັນ​ຄົນ​ສະອາດ​ທາງ​ດ້ານ​ການ​ນະມັດສະການ. ຊ່ອງ​ທາງ​ນັ້ນ​ກໍ​ຄື​ທາດ​ສັດ​ຊື່​ແລະ​ສຸຂຸມ​ທີ່​ພະ​ຄລິດ​ໄດ້​ແຕ່ງ​ຕັ້ງ​ໃນ​ປີ 1919. (ມັດ. 24:45) ເມື່ອ​ເຖິງ​ປີ​ນັ້ນ ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຊຳຮະ​ຕົວ​ເອງ​ໃຫ້​ສະອາດ​ໃນ​ລະດັບ​ໜຶ່ງ​ແລ້ວ ໂດຍ​ປະຕິເສດ​ຄຳ​ສອນ​ຫຼາຍ​ຢ່າງ​ຂອງ​ສາສະໜາ​ປອມ ແຕ່​ກໍ​ບໍ່​ໝົດ​ພຽງ​ເທົ່າ​ນັ້ນ ເຂົາ​ເຈົ້າ​ຍັງ​ມີ​ບາງ​ຢ່າງ​ທີ່​ຕ້ອງ​ຊຳຮະ​ອີກ. ພະ​ຄລິດ​ໄດ້​ໃຊ້​ທາດ​ສັດ​ຊື່​ຂອງ​ເພິ່ນ​ຊ່ວຍ​ຜູ້​ຕິດ​ຕາມ​ຄົນ​ອື່ນໆໃຫ້​ເຂົ້າ​ໃຈ​ແຈ້ງ​ວ່າ​ເຂົາ​ເຈົ້າ​ຕ້ອງ​ບໍ່​ກ່ຽວ​ຂ້ອງ​ກັບ​ພິທີ​ແລະ​ເທສະການ​ຕ່າງໆທາງ​ສາສະໜາ. (ສຸພາ. 4:18) ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

ຄລິດສະຕຽນ​ຄວນ​ສະຫຼອງ​ຄລິດສະມາດ​ບໍ?

8. ຄວາມ​ຈິງ​ເລື່ອງ​ຫຍັງ​ທີ່​ນັກ​ສຶກສາ​ຄຳພີ​ໄບເບິນ​ຮູ້​ມາ​ດົນ​ແລ້ວ​ກ່ຽວ​ກັບ​ຄລິດສະມາດ ແຕ່​ມີ​ສິ່ງ​ໃດ​ທີ່​ເຂົາ​ເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ຊັດເຈນ?

8 ນັກ​ສຶກສາ​ຄຳພີ​ໄບເບິນ​ຮູ້​ມາ​ດົນ​ແລ້ວ​ວ່າ​ຄລິດສະມາດ​ມີ​ຕົ້ນ​ຕໍ​ມາ​ຈາກ​ລັດທິ​ນອກ​ຮີດ ເພາະ​ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຍຊູ​ບໍ່​ໄດ້​ເກີດ​ວັນ​ທີ 25 ທັນວາ. ຫໍສັງເກດການ ທັນວາ 1881 ບອກ​ວ່າ: “ຫຼາຍ​ລ້ານ​ຄົນ​ທີ່​ເຄີຍ​ເປັນ​ພວກ​ນອກ​ຮີດ​ໄດ້​ເຂົ້າ​ມາ​ໃນ​ຄລິດຕະຈັກ ແຕ່​ສ່ວນ​ຫຼາຍ​ກໍ​ປ່ຽນ​ເປັນ​ຄລິດສະຕຽນ​ແຕ່​ໃນ​ນາມ​ເທົ່າ​ນັ້ນ ຈາກ​ນັກ​ບວດ​ນອກ​ຮີດ​ປ່ຽນ​ເປັນ​ນັກ​ບວດ​ຄລິດສະຕຽນ ຈາກ​ວັນ​ພັກ​ຂອງ​ພວກ​ນອກ​ຮີດ​ເປັນ​ວັນ​ພັກ​ທີ່​ເອີ້ນ​ຕາມ​ຊື່​ໃໝ່ໆແບບ​ຄລິດສະຕຽນ ແລະ​ຕົວຢ່າງ​ໜຶ່ງ​ກໍ​ຄື ວັນ​ຄລິດສະມາດ.” ຫໍສັງເກດການ ປີ 1883 ໃນ​ຫົວ​ເລື່ອງ “ພະ​ເຍຊູ​ເກີດ​ເມື່ອ​ໃດ?” ໃຫ້​ເຫດຜົນ​ວ່າ​ພະ​ເຍຊູ​ເກີດ​ໃນ​ໄລຍະ​ຕົ້ນ​ເດືອນ​ຕຸລາ. c ແຕ່​ຕອນ​ນັ້ນ​ນັກ​ສຶກສາ​ຄຳພີ​ໄບເບິນ​ຍັງ​ບໍ່​ເຂົ້າ​ໃຈ​ຊັດເຈນ​ວ່າ​ຕ້ອງ​ເຊົາ​ສະຫຼອງ​ຄລິດສະມາດ ເພາະ​ວ່າ​ແມ່ນ​ແຕ່​ສະມາຊິກ​ຄອບຄົວ​ເບເທນ​ທີ່​ບຸກ​ລິນ​ກໍ​ສະຫຼອງ​ຄື​ກັນ. ແຕ່​ຫຼັງ​ຈາກ​ປີ 1926 ກໍ​ເລີ່ມ​ມີ​ການ​ປ່ຽນ​ແປງ ຍ້ອນ​ຫຍັງ?

9. ໃນ​ທີ່​ສຸດ​ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ເຂົ້າ​ໃຈ​ຊັດເຈນ​ເລື່ອງ​ຫຍັງ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄລິດສະມາດ?

9 ຫຼັງ​ຈາກ​ກວດ​ສອບ​ເລື່ອງ​ນັ້ນ​ຢ່າງ​ລະອຽດ ນັກ​ສຶກສາ​ຄຳພີ​ໄບເບິນ​ກໍ​ເຂົ້າ​ໃຈ​ວ່າ​ຕົ້ນ​ຕໍ​ຂອງ​ພິທີ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ຄລິດສະມາດ​ເປັນ​ການ​ບໍ່​ໃຫ້​ກຽດ​ພະເຈົ້າ. ວາລະສານ​ເດິ ໂກ​ເດິ​ນ ເອດ​ຈ 14 ທັນວາ 1927 ຫົວ​ເລື່ອງ “ຕົ້ນ​ກຳເນີດ​ຄລິດສະມາດ” ບອກ​ວ່າ: ຄລິດສະມາດ​ເປັນ​ເທສະການ​ຂອງ​ພວກ​ນອກ​ຮີດ​ທີ່​ເນັ້ນ​ແຕ່​ເລື່ອງ​ຄວາມ​ມ່ວນ​ຊື່ນ​ສະໜຸກ​ສະໜານ ແລະ​ກ່ຽວ​ຂ້ອງ​ກັບ​ການ​ບູຊາ​ຮູບ​ປັ້ນ. ບົດ​ຄວາມ​ນັ້ນ​ຍັງ​ບອກ​ອີກ​ວ່າ​ພະ​ຄລິດ​ບໍ່​ໄດ້​ສັ່ງ​ໃຫ້​ສະຫຼອງ ແລະ​ຍັງ​ສະ​ຫຼຸບ​ດ້ວຍ​ຄຳ​ເວົ້າ​ແບບ​ກົງໆວ່າ: “ເນື່ອງ​ຈາກ​ການ​ສະຫຼອງ​ຄລິດສະມາດ​ເປັນ​ສິ່ງ​ທີ່​ໂລກ ມະນຸດ​ຜິດ​ບາບ ແລະ​ຊາຕານ​ສົ່ງເສີມ . . . ສຳລັບ​ຄົນ​ທີ່​ອຸທິດ​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ເຫດຜົນ​ສ່ຳ​ນີ້​ກໍ​ພຽງ​ພໍ​ແລ້ວ​ທີ່​ຈະ​ເຊົາ​ສະຫຼອງ​ຄລິດສະມາດ.” ສະນັ້ນ​ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ສະມາຊິກ​ຄອບຄົວ​ເບເທນ​ບໍ່​ສະຫຼອງ​ຄລິດສະມາດ​ໃນ​ເດືອນ​ທັນວາ​ປີ​ນັ້ນ ແລະ​ຢຸດ​ຢ່າງ​ເດັດ​ຂາດ​ຕັ້ງ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ!

10. (ກ) ໃນ​ເດືອນ​ທັນວາ 1928 ມີ​ການ​ໃຫ້​ຂໍ້​ມູນ​ອັນ​ໃດ​ເພື່ອ​ເປີດໂປງ​ຕົ້ນ​ຕໍ​ຂອງ​ຄລິດສະມາດ? (ເບິ່ງ​ຂອບ “ ຕົ້ນ​ກຳເນີດ​ຂອງ​ຄລິດສະມາດ”) (ຂ) ມີ​ການ​ເຕືອນ​ປະຊາຊົນ​ຂອງ​ພະເຈົ້າ​ກ່ຽວ​ກັບ​ວັນ​ພັກ​ແລະ​ການ​ສະຫຼອງ​ອື່ນໆທີ່​ຄວນ​ຫຼີກ​ລ່ຽງ​ແນວ​ໃດ? (ເບິ່ງ​ຂອບ “ ເທສະການ​ອື່ນໆທີ່​ຄວນ​ຫຼີກ​ລ່ຽງ”)

10 ໃນ​ປີ​ຕໍ່​ມາ ນັກ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຮັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວັນ​ຄລິດສະມາດ. ພີ່​ນ້ອງ​ຣິຊາດ ເອັດ​ຈ. ບາ​ເບີ ເຊິ່ງ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສຳນັກງານ​ໃຫຍ່​ບັນລະຍາຍ​ທາງ​ວິທະຍຸ​ໃນ​ວັນ​ທີ 12 ທັນວາ 1928 ເພື່ອ​ເປີດໂປງ​ຕົ້ນ​ຕໍ​ທີ່​ໜ້າ​ລັງກຽດ​ຂອງ​ເທສະການ​ນີ້. ເມື່ອ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ຈະ​ແຈ້ງ​ຈາກ​ສຳນັກງານ​ໃຫຍ່ ເຂົາ​ເຈົ້າ​ຕອບ​ຮັບ​ແນວ​ໃດ? ເມື່ອ​ພີ່​ນ້ອງ​ຊາລ ແບ​ຣນລີນ ເຊິ່ງ​ພາຍ​ຫຼັງ​ໄດ້​ເຮັດ​ໜ້າ​ທີ່​ຜູ້​ດູ​ແລ​ເດີນ​ທາງ​ກໍ​ເວົ້າ​ຄ້າຍ​ຄື​ກັນ​ວ່າ: “ເຮົາ​ດີ​ໃຈ​ທີ່​ສາມາດ​ເຊົາ​ເຮັດ​ຫຍັງ​ບາງ​ຢ່າງ​ເພື່ອ​ພິສູດ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ.” ລູກ​ສິດ​ທີ່​ສັດ​ຊື່​ຂອງ​ພະ​ຄລິດ​ເຕັມ​ໃຈ​ປ່ຽນ​ແປງ​ສິ່ງ​ຕ່າງໆທີ່​ຈຳເປັນ​ແລະ​ບໍ່​ສະຫຼອງ​ເທສະການ​ທີ່​ມີ​ຕົ້ນ​ຕໍ​ມາ​ຈາກ​ການ​ນະມັດສະການ​ປອມ. dໂຢ. 15:19; 17:14.

11. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ສະໜັບສະໜູນ​ກະສັດ​ເມຊີ?

11 ນັກ​ສຶກສາ​ຄຳພີ​ໄບເບິນ​ເຫຼົ່າ​ນັ້ນ​ໄດ້​ວາງ​ແບບ​ຢ່າງ​ທີ່​ດີ​ເລີດ​ໃຫ້​ກັບ​ພວກ​ເຮົາ​ແທ້ໆ! ເມື່ອ​ຄິດ​ເຖິງ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເຮົາ​ໜ້າ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຄຳ​ແນະນຳ​ທີ່​ມາ​ຈາກ​ທາດ​ສັດ​ຊື່?’ ‘ຂ້ອຍ​ຍິນດີ​ຍອມ​ຮັບ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮຽນ​ຮູ້​ບໍ?’ ການ​ເຊື່ອ​ຟັງ​ດ້ວຍ​ຄວາມ​ເຕັມ​ໃຈ​ສະແດງ​ວ່າ​ເຮົາ​ສະໜັບສະໜູນ​ກະສັດ​ເມຊີ ເຊິ່ງ​ກຳລັງ​ໃຊ້​ທາດ​ສັດ​ຊື່​ໃຫ້​ແຈກ​ຢາຍ​ຄວາມ​ຮູ້​ຂອງ​ພະເຈົ້າ​ແບບ​ທີ່​ເໝາະ​ສົມ​ກັບ​ເວລາ​ແທ້ໆ.—ກິດ. 16:4, 5

ຄລິດສະຕຽນ​ຄວນ​ໃຊ້​ໄມ້​ກາງເຂນ​ບໍ?

ກາ​ສັນຍະລັກ​ຮູບ​ໄມ້​ກາງເຂນ​ກັບ​ມົງກຸດ (ເບິ່ງ​ຂໍ້ 12 ແລະ 13)

12. ຕະຫຼອດ​ຫຼາຍ​ສິບ​ປີ ນັກ​ສຶກສາ​ຄຳພີ​ໄບເບິນ​ເຄີຍ​ຄິດ​ແນວ​ໃດ​ເລື່ອງ​ໄມ້​ກາງເຂນ?

12 ເປັນ​ເວລາ​ຫຼາຍ​ສິບ​ປີ​ທີ່​ນັກ​ສຶກສາ​ຄຳພີ​ໄບເບິນ​ເຄີຍ​ຄິດ​ວ່າ ໄມ້​ກາງເຂນ​ເປັນ​ສັນຍະລັກ​ທີ່​ເໝາະ​ສົມ​ກັບ​ສາສະໜາ​ຄລິດສະຕຽນ. ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ທີ່​ຈະ​ນະມັດສະການ​ໄມ້​ກາງເຂນ​ເລີຍ ເພາະ​ເຂົາ​ເຈົ້າ​ເຂົ້າ​ໃຈ​ດີ​ຢູ່​ແລ້ວ​ວ່າ​ການ​ນະມັດສະການ​ຮູບ​ປັ້ນ​ເປັນ​ເລື່ອງ​ທີ່​ຜິດ. (1 ໂກ. 10:14; 1 ໂຢ. 5:21) ຕັ້ງ​ແຕ່​ປີ 1883 ຫໍສັງເກດການ ໄດ້​ເວົ້າ​ແບບ​ກົງ​ໄປ​ກົງ​ມາ​ວ່າ: “ຮູບ​ປັ້ນ​ທັງ​ໝົດ​ເປັນ​ສິ່ງ​ທີ່​ພະເຈົ້າ​ລັງກຽດ.” ຕອນ​ທຳອິດ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄິດ​ວ່າ​ບໍ່​ແມ່ນ​ເລື່ອງ​ເສຍຫາຍ​ຫຍັງ​ຖ້າ​ຈະ​ໃຊ້​ໄມ້​ກາງເຂນ​ເປັນ​ພຽງ​ສັນຍະລັກ ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ໃສ່​ເຂັມ​ຄັດ​ທີ່​ມີ​ຮູບ​ໄມ້​ກາງເຂນ​ກັບ​ມົງກຸດ​ຢູ່​ເສື້ອ​ດ້ວຍ​ຄວາມ​ພາກ​ພູມ​ໃຈ. ເຂົາ​ເຈົ້າ​ຖື​ວ່າ​ກາ​ສັນຍະລັກ​ນີ້​ເປັນ​ເຄື່ອງ​ໝາຍ​ທີ່​ສະແດງ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ຖ້າ​ເຂົາ​ເຈົ້າ​ສັດ​ຊື່​ຕໍ່​ພະເຈົ້າ​ຈົນ​ຮອດ​ມື້​ຕາຍ ແລະ​ຕັ້ງ​ແຕ່​ປີ 1891 ກໍ​ເລີ່ມ​ໃຊ້​ກາ​ສັນຍະລັກ​ນີ້​ໃນ​ໜ້າ​ປົກ​ຫໍສັງເກດການ.

13. ຜູ້​ຕິດ​ຕາມ​ພະ​ຄລິດ​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ການ​ໃຊ້​ໄມ້​ກາງເຂນ​ແນວ​ໃດ? (ເບິ່ງ​ຂອບ “ ຄວາມ​ເຂົ້າ​ໃຈ​ທີ່​ຊັດເຈນ​ຂຶ້ນ​ເລື້ອຍໆກ່ຽວ​ກັບ​ໄມ້​ກາງເຂນ”)

13 ນັກ​ສຶກສາ​ຄຳພີ​ໄບເບິນ​ຮູ້ສຶກ​ພາກ​ພູມ​ໃຈ​ທີ່​ໄດ້​ໃຊ້​ກາ​ສັນຍະລັກ​ນີ້. ແຕ່​ເມື່ອ​ເຖິງ​ທ້າຍ​ທົດສະວັດ 1920 ຜູ້​ຕິດ​ຕາມ​ພະ​ຄລິດ​ກໍ​ເລີ່ມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ເລື້ອຍໆກ່ຽວ​ກັບ​ຕົ້ນ​ຕໍ​ຂອງ​ໄມ້​ກາງເຂນ. ເມື່ອ​ເວົ້າ​ເຖິງ​ການ​ປະຊຸມ​ໃຫຍ່​ໃນ​ປີ 1928 ທີ່​ເມືອງ​ດີ​ທອຍ ລັດ​ມິ​ຊິ​ແກນ ສະຫະລັດ​ອາ​ເມຣິ​ກາ ພີ່​ນ້ອງ​ແກ​ຣນ ຊຸດ​ເຕີ​ເຊິ່ງ​ຕໍ່​ມາ​ໄດ້​ເປັນ​ຄະນະ​ກຳມະການ​ປົກຄອງ​ເລົ່າ​ວ່າ: “ການ​ປະຊຸມ​ຄັ້ງ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ ກາ​ສັນຍະລັກ​ຮູບ​ໄມ້​ກາງເຂນ​ກັບ​ມົງກຸດ​ນອກ​ຈາກ​ຈະ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ແລ້ວ ຍັງ​ຜິດ​ອີກ​ທີ່​ຈະ​ໃຊ້.” ຕະຫຼອດ​ໄລຍະ 2-3 ປີ​ຫຼັງ​ຈາກ​ນັ້ນ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ຊັດເຈນ​ວ່າ ບໍ່​ຄວນ​ໃຊ້​ໄມ້​ກາງເຂນ​ໃນ​ການ​ນະມັດສະການ​ພະເຈົ້າ​ຢ່າງ​ເດັດ​ຂາດ.

14. ເມື່ອ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ໄມ້​ກາງເຂນ ປະຊາຊົນ​ຂອງ​ພະເຈົ້າ​ຕອບ​ຮັບ​ແນວ​ໃດ?

14 ເມື່ອ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ໄມ້​ກາງເຂນ ປະຊາຊົນ​ຂອງ​ພະເຈົ້າ​ຕອບ​ຮັບ​ແນວ​ໃດ? ເຂົາ​ເຈົ້າ​ຍັງ​ໃຊ້​ກາ​ສັນຍະລັກ​ນັ້ນ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ອີກ​ຕໍ່​ໄປ​ບໍ? ພີ່​ນ້ອງ​ລີລາ ໂຣ​ເບີດ ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ເລົ່າ​ວ່າ: “ເມື່ອ​ຮູ້​ວ່າ​ມັນ​ໝາຍ​ເຖິງ​ຫຍັງ ເຮົາ​ກໍ​ເຊົາ​ໃຊ້​ມັນ.” ພີ່​ນ້ອງ​ຍິງ​ທີ່​ສັດ​ຊື່​ອີກ​ຄົນ​ໜຶ່ງ​ຊື່​ອູ​ຊູ​ລາ ເຊີ​ແຣນໂກ​ເວົ້າ​ແທນ​ຄວາມ​ຮູ້ສຶກ​ຂອງ​ຫຼາຍ​ຄົນ​ວ່າ: “ເຮົາ​ເຂົ້າ​ໃຈ​ແລ້ວ​ວ່າ​ສັນຍະລັກ​ທີ່​ເຮົາ​ເຄີຍ​ໃຊ້​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ແລະ​ຄວາມ​ເຫຼື້ອມ​ໃສ​ສັດທາ​ຂອງ​ຄລິດສະຕຽນ​ເປັນ​ສັນຍະລັກ​ຂອງ​ພວກ​ນອກ​ຮີດ. ເຮົາ​ຂອບໃຈ​ທີ່​ເສັ້ນ​ທາງ​ຂອງ​ຄວາມ​ຈິງ​ສະຫວ່າງ​ຂຶ້ນ​ເລື້ອຍໆຄື​ກັບ​ສຸພາສິດ 4:18 ໄດ້​ບອກ​ໄວ້.” ລູກ​ສິດ​ທີ່​ສັດ​ຊື່​ຂອງ​ພະ​ຄລິດ​ບໍ່​ຕ້ອງການ​ມີ​ສ່ວນ​ຮ່ວມ​ໃດໆທີ່​ບໍ່​ສະອາດ​ຂອງ​ສາສະໜາ​ປອມ!

15, 16. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ຮັກສາ​ລານ​ວິຫານ​ຂອງ​ພະ​ເຢໂຫວາ​ເທິງ​ແຜ່ນດິນ​ໂລກ​ໃຫ້​ສະອາດ​ຢູ່​ສະເໝີ?

15 ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ແບບ​ດຽວ​ກັນ. ເຮົາ​ຮູ້​ວ່າ​ພະ​ຄລິດ​ໄດ້​ໃຊ້​ຊ່ອງ​ທາງ​ທີ່​ເຫັນ​ໄດ້​ຢ່າງ​ຊັດເຈນ​ເຊິ່ງ​ກໍ​ຄື​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ເປັນ​ຄົນ​ສະອາດ​ທາງ​ດ້ານ​ການ​ນະມັດສະການ​ພະເຈົ້າ. ດັ່ງ​ນັ້ນ ເມື່ອ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ຈາກ​ພະເຈົ້າ​ທີ່​ເຕືອນ​ເຮົາ​ໃນ​ເລື່ອງ​ເທສະການ ພິທີ​ກຳ ຫຼື​ທຳນຽມ​ຕ່າງໆຂອງ​ສາສະໜາ​ປອມ ເຮົາ​ກໍ​ພ້ອມ​ຈະ​ເຊື່ອ​ຟັງ​ແລະ​ເຊົາ​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ທັນທີ. ຄື​ກັບ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ສັດ​ຊື່​ເຊິ່ງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ພະ​ຄລິດ​ເລີ່ມ​ປົກຄອງ​ໃນ​ສະຫວັນ ເຮົາ​ກໍ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ຮັກສາ​ລານ​ວິຫານ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ໃຫ້​ສະອາດ​ຢູ່​ສະເໝີ.

16 ນອກ​ຈາກ​ນີ້ ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ​ພະ​ຄລິດ​ໄດ້​ປົກ​ປ້ອງ​ປະຊາຄົມ​ຕ່າງໆຂອງ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເບິ່ງ​ບໍ່​ເຫັນ ເພື່ອ​ບໍ່​ໃຫ້​ໃຜ​ມາ​ເຮັດ​ໃຫ້​ການ​ນະມັດສະການ​ແທ້​ເສື່ອມ​ເສຍ. ພະ​ຄລິດ​ຈະ​ເຮັດ​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

‘ແຍກ​ຄົນ​ຊົ່ວ​ທັງ​ຫຼາຍ​ອອກ​ຈາກ​ພວກ​ຄົນ​ຊອບທຳ’

17, 18. ຈາກ​ຕົວຢ່າງ​ເລື່ອງ​ດາງ​ກວາດ ວະລີ​ຕໍ່​ໄປ​ນີ້​ໝາຍ​ເຖິງ​ຫຍັງ? (ກ) ການ​ຢ່ອນ​ດາງ​ກວາດ​ລົງ​ໃນ​ນ້ຳ​ທະເລ (ຂ) ການ​ໂຮມ​ເອົາ​ປາ​ທຸກ​ຢ່າງ (ຄ) ການ​ຄັດ​ເອົາ​ປາ​ດີ​ເກັບ​ໄວ້​ໃນ​ແອ່ງ (ງ) ການ​ເອົາ​ປາ​ບໍ່​ດີ​ຖິ້ມ.

17 ກະສັດ​ເຍຊູ​ຄລິດ​ເຝົ້າ​ເບິ່ງ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ປະຊາຄົມ​ຕ່າງໆທົ່ວ​ໂລກ. ເພິ່ນ​ແລະ​ເຫຼົ່າ​ທູດ​ສະຫວັນ​ໄດ້​ຄັດ​ແຍກ​ຜູ້​ຄົນ​ໃນ​ວິທີ​ທີ່​ເຮົາ​ອາດ​ຈະ​ບໍ່​ໄດ້​ສັງເກດ​ເຫັນ. ພະ​ເຍຊູ​ອະທິບາຍ​ເຖິງ​ວຽກ​ທີ່​ກຳລັງ​ເຮັດ​ຢູ່​ໂດຍ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ດາງ​ກວາດ. (ອ່ານ​ມັດທາຍ 13:47-50) ຕົວຢ່າງ​ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ?

ດາງ​ກວາດ ໝາຍ​ເຖິງ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ທະເລ​ເຊິ່ງ​ກໍ​ຄື​ມະນຸດ​ຊາດ (ເບິ່ງ​ຂໍ້ 18)

18 ການ​ຢ່ອນ “ດາງ​ກວາດ . . . ລົງ​ໃນ​ນ້ຳ​ທະເລ.” ຄຳ​ວ່າ​ດາງ​ກວາດ​ໃນ​ທີ່​ນີ້​ໝາຍ​ເຖິງ ການ​ປະກາດ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ທະເລ​ເຊິ່ງ​ກໍ​ຄື​ມະນຸດ​ຊາດ​ເພື່ອ “ໂຮມ​ເອົາ​ປາ​ທຸກ​ຢ່າງ” ຂ່າວ​ດີ​ກໍ​ດຶງ​ດູດ​ຄົນ​ທຸກ​ຊະນິດ​ທີ່​ຍອມ​ປັບ​ປ່ຽນ​ຕົວ​ເອງ​ເພື່ອ​ມາ​ເປັນ​ຄລິດສະຕຽນ​ແທ້ ລວມ​ທັງ​ຄົນ​ອື່ນໆອີກ​ຫຼາຍ​ຄົນ​ທີ່​ອາດ​ເລີ່ມ​ສະແດງ​ຄວາມ​ສົນ​ໃຈ ແຕ່​ຍັງ​ບໍ່​ໄດ້​ສະໜັບສະໜູນ​ການ​ນະມັດສະການ​ແທ້​ຢ່າງ​ເຕັມທີ. e ການ​ຄັດ​ເອົາ ‘ປາ​ດີ . . . ເກັບ​ໄວ້​ໃນ​ແອ່ງ’ ໝາຍ​ເຖິງ​ການ​ລວບລວມ​ຄົນ​ທີ່​ຈິງ​ໃຈ​ເຂົ້າ​ມາ​ໃນ​ປະຊາຄົມ​ເຊິ່ງ​ປຽບ​ຄື​ກັບ​ແອ່ງ ຢູ່​ທີ່​ນັ້ນ​ເຂົາ​ເຈົ້າ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ໄດ້​ຢ່າງ​ຖືກຕ້ອງ. ສ່ວນ​ປາ “ບໍ່​ດີ” ກໍ​ເອົາ​ຖິ້ມ. ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ ພະ​ຄລິດ​ກັບ​ພວກ​ທູດ​ສະຫວັນ​ໄດ້ ‘ແຍກ​ຄົນ​ຊົ່ວ​ທັງ​ຫຼາຍ​ອອກ​ຈາກ​ພວກ​ຄົນ​ຊອບທຳ.’ f ດັ່ງ​ນັ້ນ ຄົນ​ທີ່​ບໍ່​ຈິງ​ໃຈ​ເຊັ່ນ: ຄົນ​ທີ່​ບໍ່​ຍອມ​ຖິ້ມ​ຄວາມ​ເຊື່ອ​ຫຼື​ພິທີ​ທາງ​ສາສະໜາ​ແບບ​ຜິດໆກໍ​ບໍ່​ສາມາດ​ເຮັດ​ໃຫ້​ປະຊາຄົມ​ເສື່ອມ​ເສຍ​ໄດ້. g

19. ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ພະ​ຄລິດ​ໄດ້​ປົກ​ປ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພະເຈົ້າ​ໄດ້​ຢ່າງ​ສະອາດ​ບໍລິສຸດ?

19 ເຮົາ​ຮູ້ສຶກ​ໝັ້ນ​ໃຈ​ແມ່ນ​ບໍ​ເມື່ອ​ຮູ້​ວ່າ​ກະສັດ​ເຍຊູ​ເບິ່ງ​ແຍງ​ຄົນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ເພິ່ນ? ແລະ​ເຮົາ​ກໍ​ມີ​ກຳລັງ​ໃຈ​ຄື​ກັນ​ແມ່ນ​ບໍ​ທີ່​ຮູ້​ວ່າ​ເພິ່ນ​ກະຕືລືລົ້ນ​ທີ່​ຈະ​ປົກ​ປ້ອງ​ການ​ນະມັດສະການ​ແທ້​ແລະ​ຄົນ​ທີ່​ນະມັດສະການ​ພະເຈົ້າ ຄື​ກັບ​ຕອນ​ທີ່​ເພິ່ນ​ຊຳຮະ​ວິຫານ​ໃນ​ສະຕະວັດ​ທຳອິດ? ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆສຳລັບ​ສິ່ງ​ທີ່​ພະ​ຄລິດ​ໄດ້​ເຮັດ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພະເຈົ້າ​ໄດ້​ຢ່າງ​ສະອາດ​ບໍລິສຸດ! ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສະໜັບສະໜູນ​ກະສັດ​ແລະ​ລາຊະອານາຈັກ​ໄດ້​ໂດຍ​ບໍ່​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ​ໃດໆກັບ​ສາສະໜາ​ປອມ.

a ເພື່ອ​ຈ່າຍ​ພາສີ​ປະຈຳ​ປີ​ສຳລັບ​ວິຫານ ຊາວ​ຢິວ​ຈາກ​ບ່ອນ​ອື່ນໆຕ້ອງ​ແລກ​ເງິນ​ໃຫ້​ເປັນ​ຊະນິດ​ທີ່​ມີ​ການ​ກຳນົດ​ໃຫ້​ໃຊ້ ຄົນ​ຮັບ​ແລກ​ເງິນ​ກໍ​ຈະ​ໄລ່​ຄ່າ​ທຳນຽມ​ຈາກ​ຄົນ​ເຫຼົ່າ​ນັ້ນ. ນອກ​ຈາກ​ນັ້ນ ຄົນ​ທີ່​ມາ​ຖວາຍ​ເຄື່ອງ​ບູຊາ​ອາດ​ຕ້ອງ​ຊື້​ໂຕ​ສັດ​ນຳ​ອີກ. ສາເຫດ​ທີ່​ພະ​ເຍຊູ​ເອີ້ນ​ພໍ່​ຄ້າ​ເຫຼົ່າ​ນັ້ນ​ວ່າ: “ຂະໂມຍ” ອາດ​ເປັນ​ຍ້ອນ​ຄົນ​ເຫຼົ່າ​ນັ້ນ​ໂກງ​ລາຄາ​ຫຼື​ໄລ່​ຄ່າ​ທຳນຽມ​ແບບ​ຂູດ​ຮີດ.

b ປະຊາຊົນ​ຂອງ​ພະ​ເຢໂຫວາ​ທີ່​ນະ​ມັດ ສະ​ການ​ພະອົງ​ໃນ​ໂລກ​ປຽບ​ເໝືອນ​ຢູ່​ໃນ​ລານ​ວິຫານ.

c ບົດ​ຄວາມ​ນີ້​ຕັ້ງ​ຂໍ້​ສັງເກດ​ວ່າ: ວັນ​ເກີດ​ຂອງ​ພະ​ເຍຊູ​ໃນ​ລະດູ​ໜາວ “ບໍ່​ກົງ​ກັບ​ຂໍ້​ເທັດ​ຈິງ​ທີ່​ວ່າ​ຄົນ​ລ້ຽງ​ແກະ​ກຳລັງ​ເຝົ້າ​ຝູງ​ແກະ​ໃນ​ທົ່ງ​ຫຍ້າ​ຕອນ​ກາງຄືນ.”—ລືກາ 2:8

d ພີ່​ນ້ອງ​ເຟຣ​ເດ​ຣິກ ດັບ​ເບິນ​ຢູ. ແຟຣນ ຂຽນ​ຈົດ​ໝາຍ​ລົງ​ວັນ​ທີ 14 ພະຈິກ 1927 ວ່າ: “ເຮົາ​ຈະ​ບໍ່​ສະຫຼອງ​ຄລິດສະມາດ​ໃນ​ປີ​ນີ້ ສະມາຊິກ​ຄອບຄົວ​ເບເທນ​ໄດ້​ລົງ​ມະຕິ​ວ່າ​ຈະ​ບໍ່​ສະຫຼອງ​ຄລິດສະມາດ​ອີກ​ຕໍ່​ໄປ.” ສາມ​ເດືອນ​ຕໍ່​ມາ ຄື​ວັນ​ທີ 6 ກຸມພາ 1928 ພີ່​ນ້ອງ​ແຟຣນ​ກໍ​ຂຽນ​ຈົດ​ໝາຍ​ອີກ​ວ່າ: “ອົງ​ພະ​ຜູ້​ເປັນ​​ເຈົ້າ​ໄດ້​ຊຳຮະ​ພວກ​ເຮົາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ຈາກ​ຄຳ​ສອນ​ຜິດໆຂອງ​ບາບີໂລນ​ຫຼື​ອົງການ​ສາສະໜາ​ຂອງ​ຊາຕານ.”

e ຕົວຢ່າງ​ເຊັ່ນ: ໃນ​ປີ 2013 ມີ​ຍອດ​ຜູ້​ປະກາດ 7.965.954 ຄົນ ແຕ່​ມີ​ຍອດ​ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ຄລິດ​ເຖິງ 19.241.252 ຄົນ.

f ການ​ແຍກ​ປາ​ດີ​ກັບ​ປາ​ທີ່​ບໍ່​ດີ​ຕ່າງ​ກັບ​ການ​ແຍກ​ແກະ​ອອກ​ຈາກ​ແບ້. (ມັດ. 25:31-46) ເພາະ​ວ່າ​ການ​ແຍກ​ແກະ​ອອກ​ຈາກ​ແບ້​ຫຼື​ການ​ພິພາກສາ​ຂັ້ນ​ສຸດ​ທ້າຍ​ຈະ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ກ່ອນ​ຈະ​ເຖິງ​ຕອນ​ນັ້ນ ຄົນ​ທີ່​ເປັນ​ຄື​ປາ​ບໍ່​ດີ​ຍັງ​ມີ​ໂອກາດ​ກັບ​ເຂົ້າ​ມາ​ຫາ​ພະ​ເຢໂຫວາ​ແລະ​ຖືກ​ລວບລວມ​ເຂົ້າ​ມາ​ໃນ​ປະຊາຄົມ​ເຊິ່ງ​ປຽບ​ຄື​ກັບ​ແອ່ງ.—ມລກີ. 3:7

g ໃນ​ທີ່​ສຸດ ຄົນ​ທີ່​ບໍ່​ເໝາະ​ສົມ​ກໍ​ຈະ​ເປັນ​ຄື​ກັບ​ປາ​ບໍ່​ດີ​ທີ່​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ​ໃນ​ອະນາຄົດ.