ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 11

ການ​ຊຳຮະ​ດ້ານ​ສິນລະທຳ—ສະແດງ​ເຖິງ​ຄວາມ​ບໍລິສຸດ​ຂອງ​ພະເຈົ້າ

ການ​ຊຳຮະ​ດ້ານ​ສິນລະທຳ—ສະແດງ​ເຖິງ​ຄວາມ​ບໍລິສຸດ​ຂອງ​ພະເຈົ້າ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ວິທີ​ທີ່​ກະສັດ​ເຍຊູ​ສອນ​ປະຊາຊົນ​ໃຫ້​ນັບຖື​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະເຈົ້າ

ລອງ​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຍ່າງ​ມາ​ເຖິງ​ປະຕູ​ທາງ​ເຂົ້າ​ລານ​ວິຫານ​ອັນ​ສູງ​ສົ່ງ​ຂອງ​ພະ​ເຢໂຫວາ

1. ເອເຊກຽນ​ເຫັນ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເກງ​ຂາມ​ແທ້ໆ?

 ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຈົ້າ​ມີ​ປະສົບການ​ຄື​ກັບ​ຜູ້​ພະຍາກອນ​ເອເຊກຽນ​ທີ່​ມີ​ຊີວິດ​ຢູ່​ປະມານ 2.500 ປີ​ກ່ອນ? ລອງ​ນຶກ​ພາບ​ວ່າ ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ວິຫານ​ທີ່​ຍິ່ງໃຫຍ່​ແລະ​ສະຫວ່າງ​ສ່ອງ​ໃສ. ທູດ​ສະຫວັນ​ທີ່​ມີ​ລິດເດດ​ຢືນ​ຖ້າ​ຢູ່​ເພື່ອ​ພາ​ເຈົ້າ​ໄປ​ທ່ຽວ​ຊົມ​ວິຫານ​ທີ່​ງົດງາມ​ນັ້ນ! ເມື່ອ​ຂຶ້ນ​ໄປ​ເຖິງ​ຂັ້ນໄດ​ຂັ້ນ​ທີ​ເຈັດ ເຈົ້າ​ກໍ​ເຫັນ​ປະຕູ​ຊັ້ນ​ນອກ​ໃຫຍ່​ໂຕ​ມະໂຫລານ​ທີ່​ໜ້າ​ເກງ​ຂາມ. ວິຫານ​ນີ້​ມີ​ປະຕູ​ທາງ​ເຂົ້າ 3 ປະຕູ​ສູງ​ປະມານ 30 ແມັດ (ປະມານ​ຕຶກ 10 ຊັ້ນ). ເມື່ອ​ເຂົ້າ​ມາ​ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ຫ້ອງ​ຍາມ. a ແລະ​ຈະ​ເຫັນ​ເສົາ​ສູງ​ທີ່​ຖືກ​ສ້າງ​ແລະ​ອອກ​ແບບ​ຄື​ຕົ້ນ​ອິນທະຜາລຳ​ຫຼື​ຕົ້ນ​ປາມ​ຂະໜາດ​ຍັກ.—ເອເຊກ. 40:1-4, 10, 14, 16, 22; 41:20

2. (ກ) ວິຫານ​ໃນ​ນິມິດ​ນັ້ນ​ໝາຍ​ເຖິງ​ຫຍັງ? (ເບິ່ງ​ໄຂ​ເງື່ອນ) (ຂ) ເຮົາ​ຮຽນ​ຫຍັງ​ໄດ້​ກ່ຽວ​ກັບ​ປະຕູ​ທາງ​ເຂົ້າ​ຂອງ​ວິຫານ​ນີ້?

2 ນີ້​ເປັນ​ພາບ​ສະແດງ​ເຖິງ​ວິຫານ​ທີ່​ສູງ​ສົ່ງ​ຂອງ​ພະເຈົ້າ​ເຊິ່ງ​ກໍ​ຄື ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ໄວ້​ເພື່ອ​ນະມັດສະການ​ພະອົງ​ຢ່າງ​ຖືກຕ້ອງ. ເອເຊກຽນ​ອະທິບາຍ​ພາບ​ນີ້​ໄວ້​ຢ່າງ​ຊັດເຈນ​ໃນ​ບົດ​ທີ 40-48 ຂອງ​ປຶ້ມ​ຄຳ​ພະຍາກອນ​ທີ່​ລາວ​ຂຽນ. ທຸກ​ລາຍ​ລະອຽດ​ທີ່​ເອເຊກຽນ​ບອກ​ໄວ້​ສຳຄັນ​ຢ່າງ​ຍິ່ງ​ສຳລັບ​ການ​ນະມັດສະການ​ໃນ​ສະໄໝ​ສຸດ​ທ້າຍ​ນີ້. b ປະຕູ​ທີ່​ສູງ​ສະຫງ່າ​ນັ້ນ​ໝາຍ​ເຖິງ​ຫຍັງ? ປະຕູ​ນີ້​ເຕືອນ​ໃຈ​ເຮົາ​ວ່າ: ໃຜ​ກໍ​ຕາມ​ທີ່​ຕ້ອງການ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ທີ່​ສູງ​ສົ່ງ​ຂອງ​ພະອົງ. ແມ່ນ​ແຕ່​ເສົາ​ທີ່​ແກະ​ສະ​ຫຼັກ​ເປັນ​ຮູບ​ຕົ້ນ​ປາມ​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ ເພາະ​ວ່າ​ເມື່ອ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຕົ້ນ​ປາມ ບາງ​ຄັ້ງ​ກໍ​ໝາຍ​ເຖິງ​ຄວາມ​ຖືກຕ້ອງ​ຊອບທຳ. (ເພງ. 92:12) ແລ້ວ​ຫ້ອງ​ຍາມ​ນັ້ນ​ໝາຍ​ເຖິງ​ຫຍັງ? ໝາຍ​ເຖິງ​ປະຕູ​ສູ່​ການ​ນະມັດສະການ​ແທ້​ເຊິ່ງ​ເຮັດ​ໃຫ້​ໄດ້​ຮັບ​ຊີວິດ. ແນ່ນອນ​ວ່າ ຄົນ​ທີ່​ບໍ່​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ປະຕູ​ສູ່​ການ​ນະມັດສະການ​ແທ້​ເຊິ່ງ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ຊີວິດ.—ເອເຊກ. 44:9

3. ເປັນ​ຫຍັງ​ພະ​ຄລິດ​ຍັງ​ຕ້ອງ​ຊຳຮະ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ສະອາດ​ຕໍ່ໆໄປ?

3 ນິມິດ​ທີ່​ເອເຊກຽນ​ເຫັນ​ເກີດ​ຂຶ້ນ​ຈິງ​ແນວ​ໃດ? ຕາມ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 2 ພະ​ເຢໂຫວາ​ໃຊ້​ພະ​ຄລິດ​ໃຫ້​ຊຳຮະ​ປະຊາຊົນ​ຂອງ​ພະອົງ​ໃຫ້​ສະອາດ​ຕັ້ງ​ແຕ່​ປີ 1914 ເຖິງ​ຕົ້ນ​ປີ 1919. ການ​ຊຳຮະ​ນັ້ນ​ແລ້ວ​ລະ​ບໍ? ຍັງ​ເທື່ອ! ຕະຫຼອດ 100 ປີ​ທີ່​ຜ່ານ​ມາ ພະ​ຄລິດ​ຍັງ​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ຮັກສາ​ມາດຕະຖານ​ທີ່​ສູງ​ສົ່ງ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ປະພຶດ​ສະເໝີ​ມາ. ເພິ່ນ​ຍັງ​ຕ້ອງ​ຊຳຮະ​ເຂົາ​ເຈົ້າ​ຕໍ່ໆໄປ ແລະ​ລວບລວມ​ເຂົາ​ເຈົ້າ​ອອກ​ຈາກ​ໂລກ​ທີ່​ເສື່ອມ​ສິນລະທຳ ເພາະ​ຊາຕານ​ບໍ່​ເຄີຍ​ລົ້ມ​ເລີກ​ຄວາມ​ພະຍາຍາມ​ທີ່​ຈະ​ດຶງ​ເຂົາ​ເຈົ້າ​ກັບ​ໄປ​ສູ່​ຄວາມ​ສົກກະປົກ. (ອ່ານ 2 ເປໂຕ 2:20-22) ໃຫ້​ເຮົາ​ມາ​ເບິ່ງ 3 ຂອບ​ເຂດ​ທີ່​ພະ​ຄລິດ​ຊຳຮະ​ຄລິດສະຕຽນ​ແທ້​ໃຫ້​ສະອາດ​ຂຶ້ນ​ເລື້ອຍໆຄື: (1) ການ​ຊຳຮະ​ດ້ານ​ສິນລະທຳ. (2) ມາດຕະການ​ທີ່​ຊ່ວຍ​ໃຫ້​ປະຊາຄົມ​ຄລິດສະຕຽນ​ສະອາດ​ຢູ່​ສະເໝີ. (3) ເລື່ອງ​ຄອບຄົວ.

ການ​ຊຳຮະ​ດ້ານ​ສິນລະທຳ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ

4, 5. ຊາຕານ​ຍັງ​ໃຊ້​ແຜນ​ຊົ່ວ​ອັນ​ໃດ​ຢູ່​ຈົນ​ເຖິງ​ທຸກ​ມື້​ນີ້ ແລະ​ແຜນ​ຂອງ​ມັນ​ສຳເລັດ​ແນວ​ໃດ?

4 ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃສ່​ໃຈ​ເລື່ອງ​ສິນລະທຳ​ແລະ​ຄວາມ​ປະພຶດ​ທີ່​ດີ​ມາ​ຕະຫຼອດ. ເຂົາ​ເຈົ້າ​ຈຶ່ງ​ເຫັນ​ຄ່າ​ຄຳ​ແນະນຳ​ທີ່​ຊັດເຈນ​ຂຶ້ນ​ເລື້ອຍໆກ່ຽວ​ກັບ​ເລື່ອງ​ນີ້. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນຳ​ກັນ.

5 ສິນລະທຳ​ທາງ​ເພດ. ພະ​ເຢໂຫວາ​ຢາກ​ໃຫ້​ການ​ມີ​ເພດ​ສຳພັນ​ລະຫວ່າງ​ຄູ່​ແຕ່ງ​ດອງ​ເປັນ​ສິ່ງ​ທີ່​ສະອາດ​ສວຍ​ງາມ ແຕ່​ຊາຕານ​ຫຼອກ​ລໍ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃຫ້​ໃຊ້​ຄວາມ​ສຳພັນ​ທາງ​ເພດ​ໃນ​ແບບ​ທີ່​ສົກກະປົກ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຂອງ​ພະເຈົ້າ​ອີກ​ຕໍ່​ໄປ. ຊາຕານ​ເອົາ​ແຜນ​ຊົ່ວ​ທີ່​ເຄີຍ​ໃຊ້​ໄດ້​ຜົນ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ບາລາອາມ​ກັບ​ມາ​ໃຊ້​ອີກ​ໃນ​ສະໄໝ​ສຸດ​ທ້າຍ​ນີ້​ແລະ​ຊົ່ວ​ຮ້າຍ​ກວ່າ​ເກົ່າ​ຊ້ຳ.—ຈົດເຊັນ. 25:1-3, 9; ຄຳປ. 2:14

6. (ກ) ຄຳ​ປະຕິຍານ​ອັນ​ໃດ​ທີ່​ລົງ​ໃນ​ຫໍສັງເກດການ 15 ມິຖຸນາ 1908? (ຂ) ມີ​ການ​ກ່າວ​ຄຳ​ປະຕິຍານ​ນີ້​ຢູ່​ໃສ​ແລະ​ຫຼາຍ​ສ່ຳ​ໃດ? (ເບິ່ງ​ໄຂ​ເງື່ອນ) (ຄ) ເປັນ​ຫຍັງ​ຈຶ່ງ​ຍົກ​ເລີກ​ການ​ກ່າວ​ຄຳ​ປະຕິຍານ​ນີ້?

6 ເພື່ອ​ຕ້ານ​ທານ​ແຜນ​ຊົ່ວ​ຂອງ​ຊາຕານ ຫໍສັງເກດການ 15 ມິຖຸນາ 1908 ໄດ້​ພິມ​ຄຳ​ປະຕິຍານ​ທີ່​ບອກ​ວ່າ: “ບໍ່​ວ່າ​ຈະ​ຢູ່​ໃສ ຫຼື​ເວລາ​ໃດ ເມື່ອ​ຢູ່​ກັບ​ເພດ​ກົງ​ກັນ​ຂ້າມ​ສອງ​ຕໍ່​ສອງ ຂ້ອຍ​ຈະ​ປະພຶດ​ຕົວຢ່າງ​ດີ​ຄື​ຢູ່​ໃນ​ທີ່​ສາທາລະນະ.” c ເຖິງ​ແມ່ນ​ວ່າ​ການ​ປະຕິຍານ​ເຊັ່ນ​ນີ້​ບໍ່​ໄດ້​ເປັນ​ຂໍ້​ຮຽກ​ຮ້ອງ ແຕ່​ພີ່​ນ້ອງ​ຫຼາຍ​ຄົນ​ກໍ​ໄດ້​ປະຕິຍານ​ແລະ​ຂໍ​ໃຫ້​ລົງ​ຊື່​ເຂົາ​ເຈົ້າ​ໄວ້​ໃນ​ຫໍສັງເກດການ. ການ​ກ່າວ​ຄຳ​ປະຕິຍານ​ແບບ​ນີ້​ເບິ່ງ​ຄື​ເປັນ​ປະໂຫຍດ​ຢູ່​ໄລຍະ​ໜຶ່ງ ແຕ່​ເມື່ອ​ເວລາ​ຜ່ານ​ໄປ​ກໍ​ກາຍ​ເປັນ​ພຽງ​ພິທີ​ເທົ່າ​ນັ້ນ. ໃນ​ທີ່​ສຸດ​ຄຳ​ປະຕິຍານ​ນີ້​ຈຶ່ງ​ຖືກ​ຍົກ​ເລີກ ແຕ່​ຫຼັກ​ການ​ທີ່​ສູງ​ສົ່ງ​ທາງ​ດ້ານ​ສິນລະທຳ​ກໍ​ຍັງ​ຄົງ​ຢູ່​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ມາ​ຕະຫຼອດ.

7. ຫໍສັງເກດການ ປີ 1935 ເວົ້າ​ເຖິງ​ບັນຫາ​ຫຍັງ ແລະ​ຍັງ​ຢ້ຳ​ເລື່ອງ​ຫຍັງ​ອີກ?

7 ຊາຕານ​ໂຈມຕີ​ພີ່​ນ້ອງ​ໜັກ​ຫຼາຍ. ຫໍສັງເກດການ 1 ມີນາ 1935 ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ເຖິງ​ບັນຫາ​ທີ່​ກຳລັງ​ເກີດ​ຂຶ້ນ​ກັບ​ປະຊາຊົນ​ຂອງ​ພະເຈົ້າ. ເບິ່ງ​ຄື​ບາງ​ຄົນ​ຄິດ​ວ່າ ການ​ເປັນ​ຜູ້​ປະກາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຍົກ​ເວັ້ນ​ບໍ່​ຕ້ອງ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ. ຫໍສັງເກດການ ສະບັບ​ນັ້ນ​ເວົ້າ​ຢ່າງ​ຊັດເຈນ​ວ່າ: “ຢ່າ​ລືມ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຕົວ​ແທນ​ຂອງ​ພະເຈົ້າ​ແລະ​ລາຊະອານາຈັກ​ຂອງ​ພະອົງ ແລະ​ສິ່ງ​ທີ່​ພະເຈົ້າ​ຮຽກ​ຮ້ອງ​ຈາກ​ເຮົາ​ບໍ່​ໄດ້​ມີ​ແຕ່​ວຽກ​ປະກາດ​ເທົ່າ​ນັ້ນ.” ບົດ​ຄວາມ​ນັ້ນ​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ຊັດເຈນ​ເລື່ອງ​ການ​ແຕ່ງ​ດອງ​ແລະ​ສິນລະທຳ​ທາງ​ເພດ ເຊິ່ງ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້ “ໜີ​ໃຫ້​ໄກ​ຈາກ​ການ​ຜິດ​ສິນລະທຳ​ທາງ​ເພດ.”—1 ໂກ. 6:18, ລ.ມ.

8. ເປັນ​ຫຍັງ​ຫໍສັງເກດການ ຈຶ່ງ​ເນັ້ນ​ເລື້ອຍໆກ່ຽວ​ກັບ​ຄວາມ​ໝາຍ​ທີ່​ຖືກຕ້ອງ​ຂອງ​ຄຳ​ພາສາ​ເກັຣກ​ທີ່​ໝາຍ​ເຖິງ​ການ​ຜິດ​ສິນລະທຳ​ທາງ​ເພດ?

8 ເມື່ອ​ບໍ່​ເທົ່າ​ໃດ​ສິບ​ປີ​ມາ​ນີ້ ຫໍສັງເກດການ ໄດ້​ເນັ້ນ​ເລື້ອຍໆກ່ຽວ​ກັບ​ຄວາມ​ໝາຍ​ທີ່​ຖືກຕ້ອງ​ຂອງ​ຄຳ​ວ່າ​ພໍເນຍ ເຊິ່ງ​ເປັນ​ຄຳ​ທີ່​ໃຊ້​ໃນ​ພະ​ຄຳພີ​ພາກ​ພາສາ​ເກັຣກ​ເພື່ອ​ໝາຍ​ເຖິງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຄຳ​ວ່າ​ພໍເນຍ​ບໍ່​ໄດ້​ໝາຍ​ເຖິງ​ການ​ມີ​ເພດ​ສຳພັນ​ເທົ່າ​ນັ້ນ​ແຕ່​ຍັງ​ລວມ​ເຖິງ​ການ​ຜິດ​ສິນລະທຳ​ທາງ​ເພດ​ຫຼາຍ​ຮູບ​ແບບ ແລະ​ລວມ​ເຖິງ​ພຶດຕິກຳ​ແບບ​ລາມົກ​ອານາ​ຈານ​ນຳ​ອີກ. ຜູ້​ທີ່​ຕິດ​ຕາມ​ພະ​ຄລິດ​ຈຶ່ງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ອິດທິພົນ​ທີ່​ວິປະລິດ​ທາງ​ເພດ ເຊື່​ງ​ເປັນ​ເລື່ອງ​ທຳມະດາ​ສຳລັບ​ຜູ້​ຄົນ​ຢ່າງ​ຫຼວງ​ຫຼາຍ​ໃນ​ໂລກ​ທຸກ​ມື້​ນີ້.—ອ່ານ​ເອເຟດ 4:17-19

9, 10. (ກ) ເລື່ອງ​ສິນລະທຳ​ທີ່​ຫໍສັງເກດການ ປີ 1935 ເວົ້າ​ເຖິງ​ຄື​ເລື່ອງ​ຫຍັງ? (ຂ) ຄຳຕອບ​ທີ່​ມີ​ເຫດຜົນ​ຈາກ​ຄຳພີ​ໄບເບິນ​ເລື່ອງ​ການ​ດື່ມ​ເຫຼົ້າ​ຄື​ຫຍັງ?

9 ການ​ດື່ມ​ຈັດ. ຫໍສັງເກດການ 1 ມີນາ 1935 ໄດ້​ເວົ້າ​ເຖິງ​ເລື່ອງ​ສິນລະທຳ​ອີກ​ເລື່ອງ​ໜຶ່ງ​ວ່າ: “ມີ​ການ​ສັງເກດ​ວ່າ​ບາງ​ຄົນ​ຍັງ​ຢູ່​ໃນ​ສະພາບ​ມຶນ​ເມົາ​ຂະນະ​ທີ່​ອອກ​ໄປ​ປະກາດ​ແລະ​ເຮັດ​ວຽກ​ຮັບໃຊ້​ອື່ນໆຂອງ​ອົງການ. ຖ້າ​ຢ່າງ​ນັ້ນ ດື່ມ​ຕອນ​ໃດ​ຈຶ່ງ​ຈະ​ບໍ່​ຜິດ​ກັບ​ຫຼັກ​ພະ​ຄຳພີ? ໃນ​ຕອນ​ທີ່​ເຮັດ​ວຽກ​ຮັບໃຊ້​ໃນ​ອົງການ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ ເໝາະ​ບໍ​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ດື່ມ​ເຫຼົ້າ​ດື່ມ​ວາຍ​ຈົນ​ເສຍ​ວຽກ?”

10 ບົດ​ຄວາມ​ນັ້ນ​ໃຫ້​ຄຳຕອບ​ທີ່​ມີ​ເຫດຜົນ​ຈາກ​ຄຳພີ​ໄບເບິນ​ເລື່ອງ​ການ​ດື່ມ​ເຫຼົ້າ. ຄຳພີ​ໄບເບິນ​ບໍ່​ເຄີຍ​ບອກ​ວ່າ​ການ​ດື່ມ​ເຫຼົ້າ​ແບບ​ພໍ​ປະມານ​ເປັນ​ສິ່ງ​ທີ່​ຜິດ ແຕ່​ທີ່​ຕຳໜິ​ຢ່າງ​ຮຸນແຮງ​ກໍ​ຄື ການ​ເມົາ​ເຫຼົ້າ. (ເພງ. 104:14, 15; 1 ໂກ. 6:9, 10) ແຕ່​ຈະ​ວ່າ​ແນວ​ໃດ​ກັບ​ການ​ຮັບໃຊ້​ພະເຈົ້າ​ໃນ​ສະພາບ​ທີ່​ມຶນ​ເມົາ? ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໄດ້​ຮັບ​ບົດຮຽນ​ຈາກ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ລູກ​ຊາຍ​ຂອງ​ອາໂລນ ເຂົາ​ເຈົ້າ​ຖືກ​ພະເຈົ້າ​ລົງໂທດ​ເຖິງ​ຕາຍ​ເພາະ​ບໍ່​ໄດ້​ໃຊ້​ໄຟ​ທີ່​ພະອົງ​ກຳນົດ​ເມື່ອ​ເຜົາ​ເຄື່ອງ​ບູຊາ. ຕອນ​ນັ້ນ​ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ເຮັດ​ວຽກ​ຮັບໃຊ້​ໃນ​ຂະນະ​ທີ່​ມຶນ​ເມົາ ເພາະ​ທັນທີ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ຖືກ​ລົງໂທດ ພະເຈົ້າ​ໄດ້​ອອກ​ກົດ​ໝາຍ​ຫ້າມ​ປະໂລຫິດ​ທຸກ​ຄົນ​ດື່ມ​ເຫຼົ້າ​ໃນ​ຂະນະ​ທີ່​ເຮັດ​ວຽກ​ຮັບໃຊ້​ພະອົງ. (ເລວີ. 10:1, 2, 8-11) ໂດຍ​ໃຊ້​ຫຼັກ​ການ​ນີ້ ລູກ​ສິດ​ຂອງ​ພະ​ຄລິດ​ໃນ​ທຸກ​ມື້​ນີ້​ກໍ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຢູ່​ໃນ​ສະພາບ​ມຶນ​ເມົາ​ໃນ​ຂະນະ​ທີ່​ຮັບໃຊ້​ພະເຈົ້າ.

11. ເປັນ​ຫຍັງ​ຄວາມ​ເຂົ້າ​ໃຈ​ທີ່​ຊັດເຈນ​ເລື່ອງ​ພະຍາດ​ຕິດ​ເຫຼົ້າ​ຊຳເຮື້ອ ຈຶ່ງ​ເປັນ​ປະໂຫຍດ​ຫຼາຍ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ?

11 ເມື່ອ​ບໍ່​ເທົ່າ​ໃດ​ສິບ​ປີ​ມາ​ນີ້ ພະເຈົ້າ​ຊ່ວຍ​ຜູ້​ຕິດ​ຕາມ​ພະ​ຄລິດ​ໃຫ້​ເຂົ້າ​ໃຈ​ຊັດເຈນ​ເລື່ອງ​ພະຍາດ​ຕິດ​ເຫຼົ້າ​ຊຳເຮື້ອ ຄວາມ​ຮູ້​ຂອງ​ພະເຈົ້າ​ທີ່​ເໝາະ​ກັບ​ເວລາ​ຊ່ວຍ​ຄົນ​ທີ່​ເຄີຍ​ຕິດ​ເຫຼົ້າ​ໃຫ້​ເຊົາ​ແລະ​ບໍ່​ກັບ​ໄປ​ເປັນ​ທາດ​ຂອງ​ມັນ​ອີກ. ສ່ວນ​ຄົນ​ອື່ນໆກໍ​ຄົງ​ບໍ່​ມີ​ທາງ​ຕິດ​ເຫຼົ້າ​ເພາະ​ຄວາມ​ຮູ້​ນີ້​ຊ່ວຍ​ປົກ​ປ້ອງ​ເຂົາ​ເຈົ້າ​ໄວ້. ພວກ​ເຮົາ​ຄົງ​ຈະ​ບໍ່​ຢາກ​ສູນ​ເສຍ​ສັກສີ ສູນ​ເສຍ​ຄອບຄົວ​ເພາະ​ຕິດ​ເຫຼົ້າ ແລະ​ທີ່​ຮ້າຍແຮງ​ໄປ​ກວ່າ​ນັ້ນ​ຄື​ການ​ສູນ​ເສຍ​ໂອກາດ​ທີ່​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ນະມັດສະການ​ແທ້​ຂອງ​ພະ​ເຢໂຫວາ.

“ເປັນ​ໄປ​ບໍ່​ໄດ້​ທີ່​ອົງ​ພະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຈະ​ມີ​ກິ່ນ​ຢາ​ສູບ​ຕິດ​ໂຕ ແລະ​ບໍ່​ມີ​ທາງ​ທີ່​ຈະ​ເຮັດ​ໃຫ້​ຕົວ​ເອງ​ເປັນ​ມົນທິນ​ໂດຍ​ເອົາ​ສິ່ງ​ເປິ​ເປື້ອນ​ເຂົ້າ​ປາກ.”—ຊີ. ທີ. ຣັດ​ເຊ​ວ

12. ຜູ້​ຮັບໃຊ້​ຂອງ​ພະ​ຄລິດ​ຮູ້ສຶກ​ແນວ​ໃດ​ກັບ​ການ​ໃຊ້​ຢາ​ສູບ ແມ່ນ​ແຕ່​ກ່ອນ​ສະໄໝ​ສຸດ​ທ້າຍ​ຈະ​ເລີ່ມ​ຂຶ້ນ?

12 ການ​ໃຊ້​ຢາ​ສູບ. ຕັ້ງ​ແຕ່​ກ່ອນ​ສະໄໝ​ສຸດ​ທ້າຍ​ຈະ​ເລີ່ມ​ຂຶ້ນ ຜູ້​ຮັບໃຊ້​ຂອງ​ພະ​ຄລິດ​ເລີ່ມ​ຮູ້​ວ່າ​ການ​ໃຊ້​ຢາ​ສູບ​ເປັນ​ເລື່ອງ​ໜ້າ​ຕຳໜິ. ເມື່ອ​ຫຼາຍ​ປີ​ກ່ອນ ພີ່​ນ້ອງ​ສູງ​ອາຍຸ​ຊື່​ຊາລ ເຄ​ເປິ​ນ ເລົ່າ​ເຖິງ​ເຫດການ​ຕອນ​ທີ່​ລາວ​ພົບ​ຊາລ ເທຊ ຣັດ​ເຊ​ວ​ເປັນ​ຄັ້ງ​ທຳອິດ​ໃນ​ທ້າຍ​ສະຕະວັດ​ທີ 19. ຕອນ​ນັ້ນ ເຄ​ເປິ​ນ​ອາຍຸ 13 ປີ ລາວ​ກັບ​ອ້າຍ​ແລະ​ນ້ອງ​ຊາຍ 3 ຄົນ​ຢູ່​ເທິງ​ຂັ້ນໄດ​ສຳນັກງານ​ໄບເບິນ​ເຮົາ​ສ​ໃນ​ເມືອງ​ແອນ​ເລ​ເກ​ນີ ລັດ​ເພນຊິລເວເນຍ ເມື່ອ​ຣັດ​ເຊ​ວ​ຍ່າງ​ຜ່ານ​ມາ ລາວ​ກໍ​ຖາມ​ວ່າ: “ແມ່ນ​ໃຜ​ສູບ​ຢາ? ຂ້ອຍ​ໄດ້​ກິ່ນ​ໄດ໋.” ທຸກ​ຄົນ​ກໍ​ຕອບ​ເປັນ​ສຽງ​ດຽວ​ກັນ​ວ່າ​ບໍ່​ໄດ້​ສູບ ແລະ​ຮູ້​ທັນທີ​ວ່າ​ຣັດ​ເຊ​ວ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ສູບ​ຢາ. ໃນ​ຫໍສັງເກດການ 1 ສິງ​ຫາ 1895 ພີ່​ນ້ອງ​ຣັດ​ເຊ​ວ​ໄດ້​ເວົ້າ​ເຖິງ 2 ໂກລິນໂທ 7:1 ວ່າ: “ຂ້ອຍ​ບໍ່​ເຫັນ​ວ່າ​ມັນ​ຈະ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ກຽດ​ບ່ອນ​ໃດ ຫຼື​ບໍ່​ເຫັນ​ວ່າ​ຈະ​ເປັນ​ປະໂຫຍດ​ແນວ​ໃດ​ທີ່​ຄລິດສະຕຽນ​ຈະ​ໃຊ້​ຢາ​ສູບ​ບໍ່​ວ່າ​ຈະ​ແບບ​ໃດ . . . ເປັນ​ໄປ​ບໍ່​ໄດ້​ທີ່​ອົງ​ພະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຈະ​ມີ​ກິ່ນ​ຢາ​ສູບ​ຕິດ​ໂຕ ແລະ​ບໍ່​ມີ​ທາງ​ທີ່​ຈະ​ເຮັດ​ໃຫ້​ຕົວ​ເອງ​ເປັນ​ມົນທິນ​ໂດຍ​ເອົາ​ສິ່ງ​ເປິ​ເປື້ອນ​ເຂົ້າ​ປາກ.”

13. ໃນ​ປີ 1973 ມີ​ການ​ຊຳຮະ​ດ້ານ​ສິນລະທຳ​ເລື່ອງ​ຫຍັງ​ອີກ?

13 ຫໍສັງເກດການ ປີ 1935 ເອີ້ນ​ຢາ​ສູບ​ວ່າ: “ຫຍ້າ​ສົກກະປົກ” ແລະ​ບອກ​ວ່າ​ຄົນ​ທີ່​ສູບ​ຫຼື​ຄ້ຽວ​ໃບ​ຢາ​ນີ້​ຈະ​ເປັນ​ສະມາຊິກ​ຄອບຄົວ​ເບເທນ ໄພໂອເນຍ ຫຼື​ເປັນ​ຜູ້​ດູ​ແລ​ເດີນ​ທາງ​ໃນ​ອົງການ​ຂອງ​ພະເຈົ້າ​ຕໍ່​ໄປ​ບໍ່​ໄດ້. ຕໍ່​ມາ​ໃນ​ປີ 1973 ກໍ​ມີ​ການ​ຊຳຮະ​ດ້ານ​ສິນລະທຳ​ອີກ​ເລື່ອງ​ໜຶ່ງ. ຫໍສັງເກດການ 1 ມິຖຸນາ ອະທິບາຍ​ວ່າ: ພະຍານ​ຂອງ​ພະ​ເຢໂຫວາ​ຄົນ​ໃດ​ທີ່​ຍັງ​ເສບ​ສິ່ງ​ສົກກະປົກ​ທີ່​ເປັນ​ອັນຕະລາຍ​ເຖິງ​ຕາຍ ແລະ​ເປັນ​ນິດໄສ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ອື່ນ ຈະ​ຢູ່​ໃນ​ປະຊາຄົມ​ບໍ່​ໄດ້ ຄົນ​ທີ່​ບໍ່​ຍອມ​ເຊົາ​ໃຊ້​ຢາ​ສູບ​ຈະ​ຕ້ອງ​ຖືກ​ຕັດ​ສຳພັນ. d ພະ​ຄລິດ​ໄດ້​ຊຳຮະ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ສະອາດ​ຂຶ້ນ​ອີກ​ລະດັບ​ໜຶ່ງ​ແລ້ວ.

14. ພະເຈົ້າ​ມີ​ມາດຕະຖານ​ອັນ​ໃດ​ໃນ​ເລື່ອງ​ເລືອດ ແລະ​ການ​ຖ່າຍ​ເລືອດ​ກາຍ​ເປັນ​ວິທີ​ປິ່ນປົວ​ທີ່​ໃຊ້​ກັນ​ທົ່ວ​ໂລກ​ໄດ້​ແນວ​ໃດ?

14 ການ​ໃຊ້​ເລືອດ​ໃນ​ທາງ​ທີ່​ຜິດ. ໃນ​ສະໄໝ​ໂນເອ ພະເຈົ້າ​ບອກ​ວ່າ​ການ​ກິນ​ເລືອດ​ເປັນ​ສິ່ງ​ທີ່​ຜິດ. ພະອົງ​ຍັງ​ຢ້ຳ​ກັບ​ຊາວ​ອິດສະລາແອນ​ກ່ຽວ​ກັບ​ຈຸດ​ຢືນ​ເລື່ອງ​ເລືອດ​ໂດຍ​ໃຫ້​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ພະອົງ ແລະ​ສັ່ງ​ປະຊາຄົມ​ຄລິດສະຕຽນ​ແບບ​ດຽວ​ກັນ​ວ່າ: ‘ໃຫ້​ອົດ​ຈາກ​ການ . . . ກິນ​ເລືອດ.’ (ກິດ. 15:20, 29; ຕົ້ນ. 9:4; ເລວີ. 7:26) ຊາຕານ​ກໍ​ເຫັນ​ຊ່ອງ​ທາງ​ທີ່​ຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ລະເລີຍ​ມາດຕະຖານ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ. ໃນ​ສະຕະວັດ​ທີ 19 ແພດ​ບາງ​ຄົນ​ເລີ່ມ​ທົດລອງ​ປິ່ນປົວ​ຄົນ​ເຈັບ​ດ້ວຍ​ການ​ຖ່າຍ​ເລືອດ ແຕ່​ຫຼັງ​ຈາກ​ຄົ້ນ​ພົບ​ວ່າ​ມີ​ກຸບ​ເລືອດ ການ​ປິ່ນປົວ​ດ້ວຍ​ວິທີ​ນີ້​ຈຶ່ງ​ແຜ່​ຫຼາຍ​ຂຶ້ນ. ໃນ​ປີ 1937 ເລີ່ມ​ມີ​ການ​ເກັບ​ສະສົມ​ເລືອດ​ໄວ້​ໃນ​ທະນາຄານ​ເລືອດ ແລະ​ສົງຄາມ​ໂລກ​ຄັ້ງ​ທີ 2 ກໍ​ເປັນ​ແຮງ​ພັກ​ດັນ​ໃຫ້​ມີ​ການ​ໃຊ້​ເລືອດ​ຫຼາຍ​ຂຶ້ນ ແລະ​ໃນ​ອີກ​ບໍ່​ດົນ​ການ​ຖ່າຍ​ເລືອດ​ກໍ​ເປັນ​ວິທີ​ປິ່ນປົວ​ທີ່​ໃຊ້​ກັນ​ໃນ​ທົ່ວ​ໂລກ.

15, 16. (ກ) ພະຍານ​ພະ​ເຢໂຫວາ​ຍຶດ​ໝັ້ນ​ກັບ​ຈຸດ​ຢືນ​ເລື່ອງ​ການ​ຖ່າຍ​ເລືອດ​ແນວ​ໃດ? (ຂ) ມີ​ການ​ຈັດ​ກຽມ​ຫຍັງ​ເພື່ອ​ຊ່ວຍ​ຜູ້​ຕິດ​ຕາມ​ຂອງ​ພະ​ຄລິດ​ໃນ​ເລື່ອງ​ການ​ຖ່າຍ​ເລືອດ ລວມ​ທັງ​ການ​ປິ່ນປົວ​ແບບ​ໃດ​ກໍ​ຕາມ​ທີ່​ກ່ຽວ​ກັບ​ເລືອດ ແລະ​ຜົນ​ເປັນ​ແນວ​ໃດ?

15 ຕັ້ງ​ແຕ່​ປີ 1944 ຫໍສັງເກດການ ບອກ​ວ່າ ການ​ຖ່າຍ​ເລືອດ​ແທ້ໆແລ້ວ​ກໍ​ຄື​ການ​ກິນ​ເລືອດ. ຫໍສັງເກດການ ໃນ​ປີ​ຕໍ່​ມາ​ກໍ​ເຮັດ​ໃຫ້​ຈຸດ​ຢືນ​ຕາມ​ຫຼັກ​ພະ​ຄຳພີ​ກ່ຽວ​ກັບ​ເລື່ອງ​ນີ້​ຊັດເຈນ​ແລະ​ມີ​ນ້ຳ​ໜັກ​ຫຼາຍ​ຂຶ້ນ. ເມື່ອ​ເຖິງ​ປີ 1951 ມີ​ການ​ພິມ​ຄຳຖາມ​ແລະ​ຄຳຕອບ​ຫຼາຍ​ຂໍ້​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ຮູ້​ວິທີ​ລົມ​ກັບ​ທ່ານ​ໝໍ. ຜູ້​ຕິດ​ຕາມ​ທີ່​ສັດ​ຊື່​ຂອງ​ພະ​ຄລິດ​ຕະຫຼອດ​ທົ່ວ​ໂລກ​ຍຶດ​ໝັ້ນ​ກັບ​ຈຸດ​ຢືນ​ເລື່ອງ​ເລືອດ​ຢ່າງ​ກ້າຫານ ເຂົາ​ເຈົ້າ​ມັກ​ຖືກ​ດ່າ ຖືກ​ກຽດ​ຊັງ ແລະ​ເຖິງ​ກັບ​ຖືກ​ຂົ່ມເຫງ​ດ້ວຍ​ຊ້ຳ. ແຕ່​ພະ​ຄລິດ​ກໍ​ຂັບ​ເຄື່ອນ​ອົງການ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ມາ​ຕະຫຼອດ​ເຊັ່ນ: ຈັດ​ພິມ​ຈຸນລະສານ​ທີ່​ຄົ້ນ​ຄວ້າ​ຢ່າງ​ດີ​ແລະ​ບົດ​ຄວາມ​ທີ່​ອະທິບາຍ​ເລື່ອງ​ເລືອດ​ຢ່າງ​ລະອຽດ​ຫຼາຍ​ບົດ​ຄວາມ.

16 ໃນ​ປີ 1979 ຜູ້​ເຖົ້າ​ແກ່​ບາງ​ຄົນ​ເລີ່ມ​ໄປ​ລົມ​ກັບ​ທ່ານ​ໝໍ​ຕາມ​ໂຮງ​ໝໍ​ຕ່າງໆເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ພວກ​ເຮົາ​ດີ​ຂຶ້ນ ລວມ​ທັງ​ເລື່ອງ​ຈຸດ​ຢືນ​ຂອງ​ເຮົາ ເຫດຜົນ​ຕາມ​ຫຼັກ​ພະ​ຄຳພີ ແລະ​ທາງ​ເລືອກ​ອື່ນ​ທີ່​ໃຊ້​ແທນ​ການ​ໃສ່​ເລືອດ. ໃນ​ປີ 1980 ຜູ້​ເຖົ້າ​ແກ່​ຈາກ 39 ເມືອງ​ໃນ​ສະຫະລັດ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ພິເສດ​ເພື່ອ​ເຮັດ​ວຽກ​ນີ້. ຕໍ່​ມາ ຄະນະ​ກຳມະການ​ປົກຄອງ​ໄດ້​ອະນຸມັດ​ໃຫ້​ຕັ້ງ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງ​ໝໍ​ຂຶ້ນ​ທົ່ວ​ໂລກ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ. ໂຄງການ​ນີ້​ໄດ້​ຜົນ​ບໍ? ຕອນ​ນີ້​ມີ​ບຸກ​ຄະ​ລາ​ກອນ​ທາງ​ການ​ແພດ​ຫຼາຍ​ໝື່ນ​ຄົນ​ລວມ​ມີ ທ່ານ​ໝໍ ໝໍ​ຜ່າ​ຕັດ ໝໍ​ຊຳນານ​ໃນ​ການ​ວາງ​ຢາ​ສະ​ຫຼົບ​ເຊິ່ງ​ໃຫ້​ການ​ຮ່ວມ​ມື​ກັບ​ຄົນ​ເຈັບ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ. ເມື່ອ​ເຮົາ​ເລືອກ​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ ເຂົາ​ເຈົ້າ​ກໍ​ນັບຖື​ການ​ຕັດສິນ​ໃຈ​ຂອງ​ເຮົາ. ມີ​ໂຮງ​ໝໍ​ທີ່​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ​ເພີ່ມ​ຂຶ້ນ​ເລື້ອຍໆແລະ​ບາງ​ແຫ່ງ​ເຖິງ​ກັບ​ບອກ​ວ່າ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ. ໜ້າ​ຕື່ນ​ເຕັ້ນ​ແທ້ໆເມື່ອ​ຄິດ​ເຖິງ​ວິທີ​ທີ່​ພະ​ເຍຊູ​ປົກ​ປ້ອງ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ພະຍາຍາມ​ຂອງ​ຊາຕານ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ດ່າງ​ພ້ອຍ.—ອ່ານ​ເອເຟດ 5:25-27

ມີ​ໂຮງ​ໝໍ​ທີ່​ປິ່ນປົວ​ໂດຍ​ບໍ່​ໃສ່​ເລືອດ​ເພີ່ມ​ຂຶ້ນ​ເລື້ອຍໆແລະ​ບາງ​ແຫ່ງ​ເຖິງ​ກັບ​ບອກ​ວ່າ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ

17. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ວິທີ​ທີ່​ພະ​ຄລິດ​ໄດ້​ຊຳຮະ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ສະອາດ?

17 ເຮົາ​ໜ້າ​ຈະ​ຖາມ​ຕົວ​ເອງ​ວ່າ: ‘ເມື່ອ​ເຫັນ​ວິທີ​ທີ່​ພະ​ຄລິດ​ຊຳຮະ​ແລະ​ຝຶກ​ອົບຮົມ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ຍຶດ​ໝັ້ນ​ກັບ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ສູງ​ສົ່ງ​ຂອງ​ພະ​ເຢໂຫວາ ເຮົາ​ເຫັນ​ຄ່າ​ສິ່ງ​ທີ່​ເພິ່ນ​ເຮັດ​ເພື່ອ​ເຮົາ​ບໍ?’ ຖ້າ​ຢ່າງ​ນັ້ນ ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ ຊາຕານ​ບໍ່​ເຄີຍ​ລົ້ມ​ເລີກ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ດຶງ​ເຮົາ​ໃຫ້​ຫ່າງ​ເຫີນ​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຍຶດ​ໝັ້ນ​ກັບ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະເຈົ້າ. ອົງການ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເຕືອນ​ເຮົາ​ດ້ວຍ​ຄວາມ​ຮັກ​ຢູ່​ສະເໝີ​ກ່ຽວ​ກັບ​ແນວ​ທາງ​ທີ່​ໄຮ້​ສິນລະທຳ​ຂອງ​ໂລກ​ນີ້​ເພື່ອ​ເຮົາ​ຈະ​ຕ້ານ​ທານ​ອິດທິພົນ​ຂອງ​ຊາຕານ​ໄດ້. ຂໍ​ໃຫ້​ເຮົາ​ຕື່ນ​ຕົວ ຕອບ​ຮັບ ເຊື່ອ​ຟັງ​ຄຳ​ເຕືອນ​ແລະ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ເຫຼົ່າ​ນັ້ນ​ສະເໝີ.—ສຸພາ. 19:20

ປ້ອງກັນ​ບໍ່​ໃຫ້​ປະຊາຊົນ​ເສື່ອມ​ເສຍ

18. ເມື່ອ​ມີ​ບາງ​ຄົນ​ຈົງໃຈ​ບໍ່​ຍອມ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ ພາບ​ວິຫານ​ໃນ​ນິມິດ​ຂອງ​ເອເຊກຽນ​ໃຫ້​ຂໍ້​ເຕືອນ​ໃຈ​ທີ່​ຊັດເຈນ​ໃນ​ເລື່ອງ​ອັນ​ໃດ?

18 ການ​ຊຳຮະ​ທາງ​ສິນລະທຳ​ດ້ານ​ທີ 2 ໝາຍ​ລວມ​ເຖິງ​ມາດຕະການ​ຕ່າງໆທີ່​ຊ່ວຍ​ປົກ​ປ້ອງ​ປະຊາຄົມ​ຄລິດສະຕຽນ​ໃຫ້​ສະອາດ​ຢູ່​ສະເໝີ. ໜ້າ​ເສຍດາຍ ບາງ​ຄົນ​ເຄີຍ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະອົງ ແຕ່​ເຂົາ​ເຈົ້າ​ພັດ​ຈົງໃຈ​ບໍ່​ເຮັດ​ຕາມ​ມາດຕະຖານ​ເຫຼົ່າ​ນັ້ນ​ອີກ​ຕໍ່​ໄປ ແລ້ວ​ອົງການ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ເຫຼົ່າ​ນີ້? ວິຫານ​ໃນ​ນິມິດ​ຂອງ​ເອເຊກຽນ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ​ສະແດງ​ໃຫ້​ເຫັນ​ມາດຕະການ​ໜຶ່ງ​ທີ່​ອາດ​ນຳ​ມາ​ໃຊ້​ໄດ້ ຂໍ​ໃຫ້​ນຶກ​ເຖິງ​ປະຕູ​ທາງ​ເຂົ້າ​ທີ່​ສູງ​ສະຫງ່າ​ເຊິ່ງ​ມີ​ຫ້ອງ​ຍາມ ຄົນ​ຍາມ​ຈະ​ກັນ​ຄົນ​ທີ່​ບໍ່​ໄດ້ “ຮັບ​ສິນຕັດ​ໃນ​ໃຈ” ບໍ່​ໃຫ້​ເຂົ້າ​ມາ​ໃນ​ວິຫານ. (ເອເຊກ. 44:9) ນີ້​ເປັນ​ຂໍ້​ເຕືອນ​ໃຈ​ທີ່​ຊັດເຈນ​ວ່າ ຄົນ​ທີ່​ພະຍາຍາມ​ເຮັດ​ຕາມ​ມາດຕະຖານ​ອັນ​ບໍລິສຸດ​ສະອາດ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຄູ່​ຄວນ​ກັບ​ການ​ນະມັດສະການ​ແທ້ ແລະ​ການ​ຄົບຫາ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ກໍ​ບໍ່​ໄດ້​ເປີດ​ກວ້າງ​ສຳລັບ​ທຸກ​ຄົນ​ໃນ​ເວລາ​ນີ້​ຄື​ກັນ.

19, 20. (ກ) ພະ​ຄລິດ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ປັບ​ວິທີ​ແກ້ໄຂ​ບັນຫາ​ເມື່ອ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ? (ຂ) ອັນ​ໃດ​ຄື​ເຫດຜົນ 3 ຂໍ້​ທີ່​ຕ້ອງ​ຕັດ​ສຳພັນ​ຄົນ​ເຮັດ​ຜິດ​ທີ່​ບໍ່​ຍອມ​ກັບ​ໃຈ?

19 ຫວນ​ກັບ​ໄປ​ໃນ​ປີ 1892 ຫໍສັງເກດການ ເວົ້າ​ເລື່ອງ​ນີ້​ວ່າ: “ເຮົາ​ມີ​ໜ້າ​ທີ່​ຕັດ​ສຳພັນ (ຄລິດສະຕຽນ) ຄົນ​ທີ່​ສະແດງ​ອອກ​ທາງ​ກົງ​ແລະ​ທາງ​ອ້ອມ​ວ່າ​ລາວ​ປະຕິເສດ​ເລື່ອງ​ຄ່າໄຖ່​ຂອງ​ພະ​ຄລິດ [ເຊິ່ງ​ມີ​ຄ່າ​ເທົ່າ​ທຽມ​ກັນ] ສຳລັບ​ທຸກ​ຄົນ.” (ອ່ານ 2 ໂຢຮັນ 10) ໃນ​ປີ 1904 ປຶ້ມ​ການ​ສ້າງ​ຂຶ້ນ​ໃໝ່ (ພາສາ​ອັງກິດ) ບອກ​ຢ່າງ​ຊັດເຈນ​ວ່າ: ຄົນ​ທີ່​ດື້​ດ້ານ​ບໍ່​ຍອມ​ເຊົາ​ເຮັດ​ຊົ່ວ​ອາດ​ເຮັດ​ໃຫ້​ປະຊາຄົມ​ເສື່ອມ​ເສຍ​ໄດ້. ໃນ​ສະໄໝ​ນັ້ນ ເມື່ອ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ ພີ່​ນ້ອງ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ “ຕັດສິນ​ຄະດີ​ພາຍ​ໃນ​ປະຊາຄົມ” ແຕ່​ກໍລະນີ​ແບບ​ນີ້​ກໍ​ມີ​ໜ້ອຍ​ຫຼາຍ. ໃນ​ຫໍສັງເກດການ ປີ 1944 ຊີ້​ໃຫ້​ເຫັນ​ວ່າ ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເທົ່າ​ນັ້ນ​ທີ່​ຄວນ​ຕັດສິນ​ເລື່ອງ​ນີ້. ໃນ​ຫໍສັງເກດການ ປີ 1952 ໄດ້​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ຂັ້ນ​ຕອນ​ຕ່າງໆໃນ​ການ​ຕັດສິນ​ຄວາມ​ຕາມ​ຫຼັກ​ພະ​ຄຳພີ ໂດຍ​ເນັ້ນ​ວ່າ​ເຫດຜົນ​ສຳຄັນ​ທີ່​ຕ້ອງ​ຕັດ​ສຳພັນ​ຄົນ​ທີ່​ບໍ່​ຍອມ​ກັບ​ໃຈ​ຄື ເພື່ອ​ປົກ​ປ້ອງ​ປະຊາຄົມ​ໃຫ້​ສະອາດ.

20 ຕະຫຼອດ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ ພະ​ຄລິດ​ໄດ້​ຊ່ວຍ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ປັບ​ວິທີ​ແກ້​ບັນຫາ​ເມື່ອ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ. ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ດີ​ເພື່ອ​ຈະ​ຕັດສິນ​ຄວາມ​ໄດ້​ຢ່າງ​ຍຸຕິທຳ​ແລະ​ມີ​ຄວາມ​ເມດຕາ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ. ໃນ​ທຸກ​ມື້​ນີ້ ເຮົາ​ເຫັນ​ຊັດເຈນ​ວ່າ​ມີ​ເຫດຜົນ​ຢ່າງ​ໜ້ອຍ 3 ຂໍ້​ທີ່​ຕ້ອງ​ຕັດ​ສຳພັນ​ຄົນ​ເຮັດ​ຜິດ​ທີ່​ບໍ່​ຍອມ​ກັບ​ໃຈ (1) ເພື່ອ​ຮັກສາ​ຊື່​ຂອງ​ພະ​ເຢໂຫວາ (2) ເພື່ອ​ປ້ອງກັນ​ບໍ່​ໃຫ້​ອິດທິພົນ​ທີ່​ເສື່ອມຊາມ​ແຜ່​ກະຈາຍ​ໄປ​ໃນ​ປະຊາຄົມ (3) ເພື່ອ​ກະຕຸ້ນ​ຄົນ​ເຮັດ​ຜິດ​ໃຫ້​ສຳນຶກ​ຕົວ​ແລະ​ກັບ​ໃຈ​ຖ້າ​ເປັນ​ໄປ​ໄດ້.

21. ມາດຕະການ​ຕັດ​ສຳພັນ​ເປັນ​ປະໂຫຍດ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

21 ເຈົ້າ​ເຫັນ​ບໍ​ວ່າ​ມາດຕະການ​ຕັດ​ສຳພັນ​ເປັນ​ປະໂຫຍດ​ຕໍ່​ຜູ້​ທີ່​ຕິດ​ຕາມ​ພະ​ຄລິດ​ໃນ​ທຸກ​ມື້​ນີ້​ແນວ​ໃດ? ໃນ​ສະໄໝ​ບູຮານ ຊາວ​ອິດສະລາແອນ​ທີ່​ເຮັດ​ຜິດ​ມັກ​ຈະ​ເປັນ​ແບບ​ຢ່າງ​ທີ່​ຊົ່ວຊ້າ​ໃຫ້​ກັບ​ຄົນ​ໃນ​ຊາດ ບາງ​ຄັ້ງ​ຄົນ​ເຫຼົ່າ​ນັ້ນ​ມີ​ຫຼາຍ​ກວ່າ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ດ້ວຍ​ຊ້ຳ. ຊາດ​ອິດສະລາແອນ​ຈຶ່ງ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເສື່ອມ​ເສຍ ແລະ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະອົງ​ອີກ​ຕໍ່​ໄປ. (ຢເຣ. 7:23-28) ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ພະເຈົ້າ​ຂອງ​ຄົນ​ຊາດ​ໃດ​ຊາດ​ໜຶ່ງ ແຕ່​ເປັນ​ພະເຈົ້າ​ຂອງ [ກຸ່ມ​ຄົນ] ທັງ​ຊາຍ​ແລະ​ຍິງ​ຈາກ​ຊາດ​ຕ່າງໆທີ່​ມີ​ມິດຕະພາບ​ກັບ​ພະອົງ. ເນື່ອງ​ຈາກ​ມີ​ການ​ຕັດ​ສຳພັນ​ຄົນ​ທີ່​ບໍ່​ຍອມ​ກັບ​ໃຈ ຊາຕານ​ຈຶ່ງ​ບໍ່​ສາມາດ​ໃຊ້​ເຂົາ​ເຈົ້າ​ເປັນ​ອາວຸດ​ທີ່​ຈະ​ທຳລາຍ​ພີ່​ນ້ອງ​ໄດ້​ອີກ ເພາະ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ເກືອບ​ຈະ​ບໍ່​ມີ​ອິດທິພົນ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ປະຊາຄົມ​ເປິ​ເປື້ອນ​ໄດ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຍັງ​ຮັກ​ປະຊາຊົນ​ໂດຍ​ລວມ​ຂອງ​ພະອົງ​ສະເໝີ. ຂໍ​ໃຫ້​ເຮົາ​ຈື່​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ບໍ່​ມີ​ອາວຸດ​ອັນ​ໃດ​ທີ່​ສ້າງ​ຂຶ້ນ​ມາ​ຕໍ່​ສູ້​ເຈົ້າ​ຈະ​ທຳ​ຮ້າຍ​ເຈົ້າ​ໄດ້.” (ເອຊາ. 54:17, ລ.ມ.) ເມື່ອ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ເຮັດ​ໜ້າ​ທີ່​ຕັດສິນ​ຄວາມ​ເຊິ່ງ​ເປັນ​ວຽກ​ທີ່​ໜັກ​ຫຼາຍ ເຮົາ​ສະໜັບສະໜູນ​ຢ່າງ​ສັດ​ຊື່​ພັກດີ​ບໍ?

ການ​ໃຫ້​ກຽດ​ແກ່ ‘ຄອບຄົວ​ທັງ​ປວງ . . . ເຊິ່ງ​ເປັນ​ທີ່​ເອີ້ນ​ຊື່​ວ່າ​ມາ​ແຕ່​ພະອົງ’

22, 23. (ກ) ເປັນ​ຫຍັງ​ເຮົາ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ແລະ​ຂອບໃຈ​ເພື່ອນ​ຄລິດສະຕຽນ​ທີ່​ຢູ່​ໃນ​ໄລຍະ​ຕົ້ນໆຂອງ​ສະຕະວັດ​ທີ 20? (ຂ) ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ເຂົາ​ເຈົ້າ​ຕ້ອງ​ປັບ​ປ່ຽນ​ຄວາມ​ຄິດ​ເລື່ອງ​ຄອບຄົວ​ໃຫ້​ສົມດຸນ​ຫຼາຍ​ຂຶ້ນ?

22 ການ​ຊຳຮະ​ດ້ານ​ທີ 3 ຄື​ເລື່ອງ​ການ​ແຕ່ງ​ດອງ​ແລະ​ຄອບຄົວ ເຊິ່ງ​ເຮັດ​ໃຫ້​ຜູ້​ຕິດ​ຕາມ​ພະ​ຄລິດ​ໄດ້​ຮັບ​ປະໂຫຍດ​ມາ​ຕະຫຼອດ. ເຮົາ​ໄດ້​ປັບ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ​ໃນ​ເລື່ອງ​ນີ້​ແນວ​ໃດ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ? ເມື່ອ​ເຮົາ​ອ່ານ​ເລື່ອງ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ​ທີ່​ມີ​ຊີວິດ​ຢູ່​ໃນ​ໄລຍະ​ຕົ້ນໆຂອງ​ສະຕະວັດ​ທີ 20 ເຮົາ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ຫຼາຍ​ແລະ​ເຖິງ​ກັບ​ງຶດງໍ້​ເມື່ອ​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ນ້ຳໃຈ​ເສຍ​ສະລະ​ຂະໜາດ​ໃດ. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆເມື່ອ​ເຫັນ​ເຂົາ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ຮັບໃຊ້​ຫຼາຍ​ກວ່າ​ເລື່ອງ​ອື່ນໆໃນ​ຊີວິດ. ແຕ່​ເມື່ອ​ເຮົາ​ເບິ່ງ​ຫວນ​ກັບ​ໄປ ເຮົາ​ກໍ​ເຫັນ​ວ່າ​ພີ່​ນ້ອງ​ໃນ​ສະໄໝ​ນັ້ນ​ຕ້ອງ​ປັບ​ປ່ຽນ​ຄວາມ​ຄິດ​ໃຫ້​ສົມດຸນ​ຂຶ້ນ​ແນວ​ໃດ?

23 ຕອນ​ນັ້ນ​ເປັນ​ເລື່ອງ​ປົກກະຕິ​ທີ່​ພີ່​ນ້ອງ​ຊາຍ​ຈະ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ເຮັດ​ວຽກ​ຮັບໃຊ້​ໃນ​ບ່ອນ​ຕ່າງໆຫຼື​ເຮັດ​ໜ້າ​ທີ່​ຜູ້​ດູ​ແລ​ເດີນ​ທາງ ເຊິ່ງ​ບາງ​ຄັ້ງ​ເຂົາ​ເຈົ້າ​ຕ້ອງ​ຈາກ​ບ້ານ​ຫຼື​ຈາກ​ຄອບ​ຄອບຄົວ​ໄປ​ດົນ​ຫຼາຍ​ເດືອນ. ຫຼາຍ​ຄັ້ງ​ພີ່​ນ້ອງ​ກໍ​ເວົ້າ​ເຖິງ​ການ​ແຕ່ງ​ດອງ​ໃນ​ແງ່​ລົບ​ຈົນ​ເກີນ​ຂອບ​ເຂດ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ ສ່ວນ​ຄຳ​ແນະນຳ​ທີ່​ຊ່ວຍ​ເສີມ​ສ້າງ​ຄອບຄົວ​ຄລິດສະຕຽນ​ໃຫ້​ໝັ້ນ​ຄົງ​ກໍ​ມີ​ໜ້ອຍ​ຫຼາຍ. ສະພາບການ​ແບບ​ດຽວ​ກັນ​ນີ້​ເກີດ​ຂຶ້ນ​ກັບ​ຜູ້​ຕິດ​ຕາມ​ພະ​ຄລິດ​ໃນ​ປັດຈຸບັນ​ນີ້​ບໍ? ບໍ່​ເລີຍ!

ຄົນ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ອົງການ​ຂອງ​ພະເຈົ້າ ບໍ່​ຄວນ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຈົນ​ເຖິງ​ກັບ​ລະເລີຍ​ຄອບຄົວ​ຂອງ​ຕົວ​ເອງ

24. ພະ​ຄລິດ​ຊ່ວຍ​ປະຊາຊົນ​ທີ່​ສັດ​ຊື່​ໃຫ້​ມີ​ຄວາມ​ຄິດ​ທີ່​ສົມດຸນ​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຊີວິດ​ຄູ່​ແລະ​ຄອບຄົວ​ແນວ​ໃດ?

24 ໃນ​ທຸກ​ມື້​ນີ້ ຄົນ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ອົງການ​ຂອງ​ພະເຈົ້າ ບໍ່​ຄວນ​ເຮັດ​ວຽກ​ຮັບໃຊ້​ຫຼາຍ​ຈົນ​ເຖິງ​ກັບ​ລະເລີຍ​ຄອບຄົວ​ຂອງ​ຕົວ​ເອງ. (ອ່ານ 1 ຕີໂມເຕ 5:8) ນອກ​ຈາກ​ນີ້ ພະ​ຄລິດ​ຕ້ອງການ​ເບິ່ງ​ແຍງ​ລູກ​ສິດ​ທີ່​ສັດ​ຊື່​ຂອງ​ເພິ່ນ​ທີ່​ຢູ່​ເທິງ​ໂລກ​ໃຫ້​ໄດ້​ຮັບ​ຄຳ​ແນະນຳ​ທີ່​ສົມດຸນ​ແລະ​ເປັນ​ປະໂຫຍດ​ສະເໝີ​ໃນ​ເລື່ອງ​ຊີວິດ​ຄູ່​ແລະ​ຄອບຄົວ. (ເອເຟ. 3:14, 15) ໃນ​ປີ 1978 ມີ​ການ​ອອກ​ປຶ້ມ​ການ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ທ່ານ​ມີ​ຄວາມ​ສຸກ. ຫຼັງ​ຈາກ​ນັ້ນ​ອີກ 18 ປີ ກໍ​ອອກ​ປຶ້ມ​ເຄັດ​ລັບ​ສຳລັບ​ຄວາມ​ສຸກ​ໃນ​ຄອບຄົວ. ນອກ​ຈາກ​ນີ້ ຫໍສັງເກດການ ຍັງ​ລົງ​ບົດ​ຄວາມ​ຫຼາຍ​ເລື່ອງ​ສຳລັບ​ຜົວ​ເມຍ​ເຊິ່ງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ນຳ​ຫຼັກ​ການ​ໃນ​ພະ​ຄຳພີ​ໄປ​ໃຊ້​ໃນ​ຊີວິດ​ຄູ່.

25-27. ເປັນ​ຫຍັງ​ເດັກ​ນ້ອຍ​ທຸກ​ໄວ​ຕ້ອງ​ໄດ້​ຮັບ​ການ​ເອົາໃຈໃສ່​ຫຼາຍ​ຂຶ້ນ​ກວ່າ​ແຕ່​ກ່ອນ?

25 ແລ້ວ​ເດັກ​ນ້ອຍ​ເດ? ຕະຫຼອດ​ຫຼາຍ​ປີ​ມາ​ນີ້ ເດັກ​ນ້ອຍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ເອົາໃຈໃສ່​ຫຼາຍ​ຂຶ້ນ​ເລື້ອຍໆ. ດົນ​ນານ​ມາ​ແລ້ວ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ກຽມ​ສິ່ງ​ທີ່​ດີໆໄວ້​ສຳລັບ​ເດັກ​ນ້ອຍ​ທຸກ​ໄວ ໃນ​ໄລຍະ​ທຳອິດ​ສິ່ງ​ເຫຼົ່າ​ນັ້ນ​ຄ່ອຍໆທະ​ຍອຍ​ອອກ​ມາ ແຕ່​ຕອນ​ນີ້​ພັດ​ມີ​ຫຼາຍ​ຄື​ກັບ​ກະແສ​ນ້ຳ​ທີ່​ໄຫຼ​ບໍ່​ຂາດ​ສາຍ. ຕົວຢ່າງ​ເຊັ່ນ: ເດິ ໂກ​ເດິ​ນ ເອດ​ຈ ຕັ້ງ​ແຕ່​ປີ 1919-1921 ມີ​ບົດ​ຄວາມ​ຊື່ “ການ​ສຶກສາ​ພະ​ຄຳພີ​ສຳລັບ​ໄວ​ໜຸ່ມ.” ນອກ​ຈາກ​ນັ້ນ ກໍ​ມີ​ເດິ ໂກ​ເດິ​ນ ເອດ​ຈ ເອ​ບີ​ຊີ ໃນ​ປີ 1920 ແລະ​ປຶ້ມ​ເດັກ​ນ້ອຍ​ທັງ​ຫຼາຍ ໃນ​ປີ 1941 (ທັງ​ໝົດ​ນີ້​ບໍ່​ມີ​ໃນ​ພາສາ​ລາວ). ຕໍ່​ມາ​ໃນ​ທົດສະວັດ 1970 ມີ​ການ​ອອກ​ປຶ້ມ 3 ເຫຼັ້ມ​ຄື: ການ​ຮັບ​ຟັງ​ຄູ​ຜູ້​ຍິ່ງໃຫຍ່ ການ​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ໄວ​ໜຸ່ມ​ສາວ ແລະ​ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ຄຳພີ​ໄບເບິນ. ໃນ​ປີ 1982 ຕື່ນ​ເຖີດ! ລົງ​ບົດ​ຄວາມ​ຊຸດ “ໜຸ່ມ​ສາວ​ຖາມ​ວ່າ” ແລະ​ຈາກ​ນັ້ນ​ໄດ້​ລວມ​ເຫຼັ້ມ​ເປັນ​ປຶ້ມ​ຊື່ ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໄດ້​ຜົນ ພິມ​ໃນ​ປີ 1989.

ເດັກ​ນ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບ​ຈຸນລະສານ​ເລື່ອງ​ທີ່​ຂ້ອຍ​ຮຽນ​ຈາກ​ຄຳພີ​ໄບເບິນ ຢູ່​ການ​ປະຊຸມ​ໃຫຍ່​ໃນ​ເຢຍລະມັນ

26 ປັດຈຸບັນ​ເຮົາ​ມີ​ປຶ້ມ​ໜຸ່ມ​ສາວ​ຖາມ 2 ເຫຼັ້ມ ແລະ​ຍັງ​ລົງ​ບົດ​ຄວາມ​ຕອນ​ໃໝ່ໆໃນ​ເວັບໄຊ jw.org. ເຮົາ​ຍັງ​ມີ​ປຶ້ມ​ຮຽນ​ຈກ​ຄູ​ຜູ້​ຍິ່ງໃຫຍ່ ນຳ​ອີກ. ເວັບໄຊ​ຂອງ​ເຮົາ​ມີ​ສິ່ງ​ດີໆຫຼາຍ​ຢ່າງ​ທີ່​ເປັນ​ປະໂຫຍດ​ຕໍ່​ເດັກ​ນ້ອຍ ລວມ​ທັງ​ຮູບ​ບຸກຄົນ​ໃນ​ຄຳພີ​ໄບເບິນ ກິດຈະກຳ​ການ​ສຶກສາ​ພະ​ຄຳພີ​ທັງ​ສຳລັບ​ເດັກ​ນ້ອຍໆແລະ​ເດັກ​ນ້ອຍ​ທີ່​ໃຫຍ່​ແດ່​ແລ້ວ ເກມ​ຕ່າງໆທີ່​ຝຶກ​ຄວາມ​ຄິດ ວິດີໂອ ແລະ​ກາຕູນ​ເລົ່າ​ເລື່ອງ​ຈາກ​ຄຳພີ​ໄບເບິນ ລວມ​ທັງ​ບົດຮຽນ​ສຳລັບ​ເດັກ​ນ້ອຍ​ທີ່​ອາຍຸ​ບໍ່​ເກີນ 3 ປີ. ເຫັນ​ໄດ້​ແຈ້ງ​ວ່າ ພະ​ຄລິດ​ຮັກ​ແລະ​ເປັນ​ຫ່ວງ​ເດັກ​ນ້ອຍ​ໃນ​ສະໄໝ​ນີ້​ຄື​ກັບ​ເດັກ​ນ້ອຍ​ໃນ​ສະໄໝ​ສະຕະວັດ​ທຳອິດ​ທີ່​ເພິ່ນ​ເຄີຍ​ອູ້ມ​ແລະ​ກອດ​ໄວ້​ໃນ​ອ້ອມ​ແຂນ. (ມໂກ. 10:13-16) ພະ​ເຍຊູ​ຢາກ​ໃຫ້​ເດັກ​ນ້ອຍ​ຮູ້ສຶກ​ວ່າ​ເພິ່ນ​ຮັກ​ເຂົາ​ເຈົ້າ​ແລະ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ.

27 ພະ​ເຍຊູ​ຍັງ​ຢາກ​ໃຫ້​ເດັກ​ນ້ອຍ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ອັນຕະລາຍ​ຕ່າງໆນຳ​ອີກ. ໃນ​ຂະນະ​ທີ່​ສະພາບ​ທາງ​ສິນລະທຳ​ຂອງ​ໂລກ​ເສື່ອມ​ລົງ​ຈົນ​ເຖິງ​ຂີດ​ທີ່​ຊົ່ວຊ້າ​ສຸດ ການ​ສວຍ​ປະໂຫຍດ​ແລະ​ການ​ທຳ​ຮ້າຍ​ເດັກ​ທາງ​ເພດ​ກໍ​ແຜ່​ຫຼາຍ​ຂຶ້ນ​ເລື້ອຍໆ. ອົງການ​ຈຶ່ງ​ຈັດ​ພິມ​ປຶ້ມ​ທີ່​ໃຫ້​ຄຳ​ແນະນຳ​ຢ່າງ​ຊັດເຈນ​ແລະ​ເວົ້າ​ແບບ​ກົງໆເພື່ອ​ພໍ່​ແມ່​ຈະ​ສາມາດ​ປົກ​ປ້ອງ​ລູກ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ຄົນ​ຊົ່ວ. e

28. (ກ) ຕາມ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ພາບ​ວິຫານ​ໃນ​ນິມິດ​ຂອງ​ເອເຊກຽນ ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ຖ້າ​ເຮົາ​ຢາກ​ນະມັດສະການ​ພະເຈົ້າ​ຢ່າງ​ຖືກຕ້ອງ? (ຂ) ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

28 ໜ້າ​ຕື່ນ​ເຕັ້ນ​ແທ້ໆເມື່ອ​ຄິດ​ເຖິງ​ວິທີ​ທີ່​ພະ​ຄລິດ​ຍັງ​ຊຳຮະ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ຕະຫຼອດ​ມາ ທັງ​ຍັງ​ຝຶກ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ຈະ​ນັບຖື ເຮັດ​ຕາມ ແລະ​ຮັບ​ປະໂຫຍດ​ຈາກ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ສູງ​ສົ່ງ​ຂອງ​ພະ​ເຢໂຫວາ​ແນວ​ໃດ. ໃຫ້​ລອງ​ຄິດ​ເຖິງ​ວິຫານ​ໃນ​ນິມິດ​ຂອງ​ເອເຊກຽນ​ເຊິ່ງ​ມີ​ປະຕູ​ທາງ​ເຂົ້າ​ທີ່​ສູງ​ສະຫງ່າ ເຖິງ​ວ່າ​ວິຫານ​ນັ້ນ​ບໍ່​ແມ່ນ​ສະຖານ​ທີ່​ແທ້ໆ ແຕ່​ເຮົາ​ຈະ​ເບິ່ງ​ວ່າ​ວິຫານ​ນັ້ນ​ມີ​ຢູ່​ແທ້​ໄດ້​ແນວ​ໃດ? ການ​ເຂົ້າ​ໄປ​ໃນ​ວິຫານ​ນັ້ນ​ບໍ່​ແມ່ນ​ແຕ່​ໄປ​ປະຊຸມ ອ່ານ​ຄຳພີ​ໄບເບິນ ຫຼື​ໄປ​ປະກາດ​ຕາມ​ບ້ານ ເພາະ​ສິ່ງ​ເຫຼົ່າ​ນີ້​ເປັນ​ການ​ກະທຳ​ທີ່​ໃຜໆກໍ​ເຫັນ​ໄດ້ ແລະ​ຄົນ​ໜ້າ​ຊື່​ໃຈ​ຄົດ​ກໍ​ອາດ​ເຮັດ​ໄດ້ ເຖິງ​ຢ່າງ​ນັ້ນ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະເຈົ້າ​ແທ້ໆ. ແຕ່​ຖ້າ​ເຮົາ​ເຮັດ​ກິດຈະກຳ​ເຫຼົ່າ​ນີ້​ຄວບ​ຄູ່​ກັບ​ການ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ສູງ​ສົ່ງ​ຂອງ​ພະ​ເຢໂຫວາ ນະມັດສະການ​ພະອົງ​ດ້ວຍ​ຫົວໃຈ​ແລະ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ ເຮົາ​ກໍ​ຈະ​ເຂົ້າ​ໄປ​ຮັບໃຊ້​ໃນ​ສະຖານ​ທີ່​ສັກສິດ​ທີ່​ສຸດ​ໄດ້​ເຊິ່ງ​ກໍ​ຄື ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ໄວ້​ເພື່ອ​ຈະ​ນະມັດສະການ​ພະອົງ​ຢ່າງ​ຖືກຕ້ອງ. ຂໍ​ໃຫ້​ເຮົາ​ຮັກສາ​ກຽດ​ນີ້​ໄວ້ ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ໂດຍ​ຍຶດ​ໝັ້ນ​ກັບ​ມາດຕະຖານ​ທີ່​ຖືກຕ້ອງ​ຊອບທຳ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ເບິ່ງ​ເຫັນ​ຄວາມ​ບໍລິສຸດ​ຂອງ​ພະ​ເຢໂຫວາ!

a ເອເຊກຽນ 40:16, ລ.ມ. ໃຊ້​ຄຳ​ວ່າ: “ຫ້ອງ​ຍາມ.”

b ໃນ​ປີ 1932 ປຶ້ມ​ຫົວ​ໜຶ່ງ (Vindication Volume 2) ສະແດງ​ໃຫ້​ເຫັນ​ເປັນ​ຄັ້ງ​ທຳອິດ​ວ່າ ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ໃນ​ພະ​ຄຳພີ​ທີ່​ເນັ້ນ​ວ່າ​ພະເຈົ້າ​ພາ​ປະຊາຊົນ​ຂອງ​ພະອົງ​ກັບ​ໄປ​ປະເທດ​ບ້ານ​ເກີດ​ຂອງ​ຕົນ​ກໍ​ໄດ້​ເກີດ​ຂຶ້ນ​ຈິງ​ໃນ​ປັດຈຸບັນ​ກັບ​ອິດສະລາແອນ​ຂອງ​ພະເຈົ້າ ບໍ່​ແມ່ນ​ກັບ​ຊາວ​ອິດສະລາແອນ​ໂດຍ​ກຳເນີດ. ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ເນັ້ນ​ໄປ​ທີ່​ການ​ຟື້ນ​ຟູ​ການ​ນະມັດສະການ​ແທ້. ຫໍສັງເກດການ 1 ມີນາ 1999 ອະທິບາຍ​ວ່າ​ພາບ​ວິຫານ​ໃນ​ນິມິດ​ຂອງ​ເອເຊກຽນ​ຍັງ​ເປັນ​ໜຶ່ງ​ໃນ​ຄຳ​ພະຍາກອນ​ທີ່​ເວົ້າ​ເຖິງ​ການ​ຟື້ນຟູ​ນຳ ດັ່ງ​ນັ້ນ ການ​ຟື້ນຟູ​ການ​ນະມັດສະການ​ແທ້​ທີ່​ສຳຄັນ​ກວ່າ​ໃນ​ອະດີດ​ຕ້ອງ​ເກີດ​ຂຶ້ນ​ຈິງ​ໃນ​ສະໄໝ​ສຸດ​ທ້າຍ.

c ຄຳ​ປະຕິຍານ​ນີ້​ຫ້າມ​ບໍ່​ໃຫ້​ຜູ້​ຊາຍ​ກັບ​ຜູ້​ຍິງ​ຢູ່​ນຳ​ກັນ​ຕາມ​ລຳພັງ​ໂດຍ​ບໍ່​ເປີດ​ປະຕູ​ໄວ້​ກວ້າງໆ ຍົກ​ເວັ້ນ​ຄູ່​ຜົວ​ເມຍ​ຫຼື​ສະມາຊິກ​ໃນ​ຄອບຄົວ​ເທົ່າ​ນັ້ນ. ເປັນ​ເວລາ​ຫຼາຍ​ປີ​ທີ່​ພີ່​ນ້ອງ​ເບເທນ​ຕ້ອງ​ກ່າວ​ຄຳ​ປະຕິຍານ​ນີ້​ທຸກ​ມື້​ໃນ​ການ​ນະມັດສະການ​ຕອນ​ເຊົ້າ.

d ການ​ໃຊ້​ຢາ​ສູບ​ໝາຍ​ລວມ​ເຖິງ ການ​ສູບ​ຢາ ການ​ຄ້ຽວ​ຢາ​ສູບ​ຢາ​ເສັ້ນ ຫຼື​ການ​ປູກ​ຕົ້ນ​ຢາ​ສູບ​ເພື່ອ​ໃຊ້​ໃນ​ທາງ​ທີ່​ຜິດ.

e ເພື່ອ​ເປັນ​ຕົວຢ່າງ ເບິ່ງ​ບົດ 32 ຂອງ​ປຶ້ມ​ຮຽນ​ຈາກ​ຄູ​ຜູ້​ຍິ່ງໃຫຍ່ ແລະ​ຕື່ນ​ເຖີດ! ຕຸລາ 2007 ໜ້າ 3-11 (ພາສາ​ໄທ).