ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 15

ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະເຈົ້າ

ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະເຈົ້າ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ພະ​ຄລິດ​ຊ່ວຍ​ຜູ້​ຕິດ​ຕາມ​ເພິ່ນ​ຕໍ່​ສູ້​ເພື່ອ​ໃຫ້​ໄດ້​ຮັບ​ການ​ຮັບຮອງ​ທາງ​ກົດ​ໝາຍ​ແລະ​ສິດທິ​ທີ່​ຈະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະເຈົ້າ

1, 2. (ກ) ສິ່ງ​ໃດ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ເຈົ້າ​ເປັນ​ປະ​ຊະ​ຊາ​ຊົນ​ຂອງ​ລາຊະອານາຈັກ​ພະເຈົ້າ? (ຂ) ເປັນ​ຫຍັງ​ບາງ​ຄັ້ງ​ພະຍານ​ພະ​ເຢໂຫວາ​ຕ້ອງ​ຕໍ່​ສູ້​ເພື່ອ​ເສລີ​ພາບ​ທາງ​ສາສະໜາ?

 ເຈົ້າ​ເປັນ​ປະຊາຊົນ​ຂອງ​ລາຊະອານາຈັກ​ພະເຈົ້າ​ບໍ? ຖ້າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ກໍ​ເປັນ​ແນ່ນອນ! ແລ້ວ​ສິ່ງ​ໃດ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ເຈົ້າ​ເປັນ​ປະຊາຊົນ​ຂອງ​ພະອົງ? ບໍ່​ແມ່ນ​ໜັງສື​ເດີນ​ທາງ​ຫຼື​ເອກະສານ​ທາງ​ລາຊະການ​ບາງ​ຢ່າງ ແຕ່​ເປັນ​ວິທີ​ທີ່​ເຈົ້າ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ. ການ​ນະມັດສະການ​ແທ້​ບໍ່​ໄດ້​ໝາຍ​ເຖິງ​ການ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ສິ່ງ​ທີ່​ເຈົ້າ​ເຮັດ​ນຳ​ອີກ ເຊິ່ງ​ກໍ​ຄື​ການ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ລາຊະອານາຈັກ​ພະເຈົ້າ. ສຳລັບ​ພວກ​ເຮົາ​ທຸກ​ຄົນ ການ​ນະມັດສະການ​ກ່ຽວ​ຂ້ອງ​ກັບ​ທຸກ​ແງ່​ມຸມ​ໃນ​ຊີວິດ​ຂອງ​ເຮົາ ລວມ​ທັງ​ວິທີ​ທີ່​ເຮົາ​ເອົາໃຈໃສ່​ເບິ່ງ​ແຍງ​ຄອບຄົວ ແລະ​ແມ່ນ​ແຕ່​ວິທີ​ທີ່​ເຮົາ​ຮັກສາ​ສຸຂະພາບ.

2 ການ​ເປັນ​ປະຊາຊົນ​ຂອງ​ລາຊະອານາຈັກ​ພະເຈົ້າ​ຖື​ວ່າ​ເປັນ​ສິ່ງ​ທີ່​ມີ​ກຽດ ແຕ່​ບໍ່​ແມ່ນ​ທຸກ​ຄົນ​ຄິດ​ຄື​ກັບ​ເຮົາ. ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ນັບຖື​ຂໍ້​ຮຽກ​ຮ້ອງ​ຕ່າງໆຂອງ​ພະເຈົ້າ ລັດຖະບານ​ໃນ​ບາງ​ປະເທດ​ພະຍາຍາມ​ວາງ​ຂໍ້​ຈຳກັດ​ຫຼື​ເຖິງ​ກັບ​ຕ້ອງການ​ກວາດ​ລ້າງ​ການ​ນະມັດສະການ​ຂອງ​ເຮົາ​ດ້ວຍ​ຊ້ຳ. ບາງ​ຄັ້ງ​ປະຊາຊົນ​ຂອງ​ພະ​ຄລິດ​ກໍ​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ມີ​ເສລີ​ພາບ​ໃນ​ການ​ໃຊ້​ຊີວິດ​ຕາມ​ກົດ​ໝາຍ​ຂອງ​ກະສັດ​ເມຊີ. ນີ້​ເປັນ​ເລື່ອງ​ແປກ​ບໍ? ບໍ່​ແປກ​ເລີຍ! ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ຄຳພີ​ໄບເບິນ​ກໍ​ມັກ​ຈະ​ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະອົງ.

3. ປະຊາຊົນ​ຂອງ​ພະເຈົ້າ​ໃນ​ສະໄໝ​ລາຊີນີ​ເອເຊເທຣ​ປະສົບ​ບັນຫາ​ຫຍັງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ລຸກ​ຂຶ້ນ​ຕໍ່​ສູ້?

3 ຕົວຢ່າງ​ເຊັ່ນ: ໃນ​ສະໄໝ​ຂອງ​ລາຊີນີ​ເອເຊເທຣ ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ຕໍ່​ສູ້​ເພື່ອ​ປົກ​ປ້ອງ​ຊີວິດ​ຂອງ​ຕົນ​ເອງ. ຍ້ອນ​ຫຍັງ? ຫາມານ​ລັດຖະມົນຕີ​ໄດ້​ແນະນຳ​ກະສັດ​ອາຊຶເອຣຶເຊ​ໃຫ້​ຂ້າ​ຊາວ​ຢິວ​ທີ່​ຢູ່​ໃນ​ອານາຈັກ​ຂອງ​ລາວ​ໃຫ້​ໝົດ ຍ້ອນ​ວ່າ​ຊາວ​ຢິວ “ມີ​ກົດ​ໝາຍ . . . ຕ່າງ​ກັນ​ກັບ​ກົດ​ໝາຍ​ຂອງ​ຊາວ​ປະເທດ​ທັງ​ປວງ.” (ເອເຊທ. 3:8, 9, 13) ພະ​ເຢໂຫວາ​ປະ​ຖິ້ມ​ຜູ້​ຮັບໃຊ້​ຂອງ​ພະອົງ​ບໍ? ບໍ່! ພະເຈົ້າ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເອເຊເທຣ​ກັບ​ມາເຣໂດເກ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຂໍ​ກະສັດ​ເປເຣເຊ​ໃຫ້​ຊ່ວຍ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະເຈົ້າ.—ເອເຊທ. 9:20-22

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

4 ໃນ​ປັດຈຸບັນ​ນີ້​ເດ? ໃນ​ບົດ​ກ່ອນ​ເຮົາ​ໄດ້​ຮຽນ​ຮູ້​ວ່າ ບາງ​ຄັ້ງ​ຜູ້​ມີ​ອຳນາດ​ໃນ​ໂລກ​ນີ້​ກໍ​ຕໍ່​ຕ້ານ​ພະຍານ​ພະ​ເຢໂຫວາ. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ​ລັດຖະບານ​ແບບ​ນັ້ນ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ພະຍາຍາມ​ວາງ​ຂໍ້​ຈຳກັດ​ກ່ຽວ​ກັບ​ການ​ນະມັດສະການ​ຂອງ​ເຮົາ. ເຮົາ​ຈະ​ເວົ້າ​ເຖິງ 3 ຂອບ​ເຂດ​ທີ່​ໃຫຍ່ໆຄື: (1) ສິດທິ​ທີ່​ຈະ​ມີ​ອົງການ​ແລະ​ສິດທິ​ໃນ​ການ​ນະມັດສະການ​ຕາມ​ທີ່​ເຮົາ​ເລືອກ​ເອງ (2) ເສລີ​ພາບ​ໃນ​ການ​ເລືອກ​ວິທີ​ຮັກສາ​ທາງ​ການ​ແພດ​ແບບ​ທີ່​ສອດຄ່ອງ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ (3) ສິດທິ​ທີ່​ພໍ່​ແມ່​ຈະ​ລ້ຽງ​ລູກ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ. ໃນ​ແຕ່​ລະ​ຂອບ​ເຂດ ເຮົາ​ຈະ​ເຫັນ​ວ່າ​ປະຊາຊົນ​ທີ່​ພັກດີ​ຕໍ່​ລັດຖະບານ​ເມຊີ​ໄດ້​ພະຍາຍາມ​ຕໍ່​ສູ້​ຢ່າງ​ກ້າຫານ​ເພື່ອ​ປົກ​ປ້ອງ​ສິດ​ໃນ​ການ​ເປັນ​ພົນລະເມືອງ​ຂອງ​ພະເຈົ້າ ແລະ​ພະເຈົ້າ​ກໍ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ.

ຕໍ່​ສູ້​ເພື່ອ​ເສລີ​ພາບ​ພື້ນຖານ​ແລະ​ການ​ຮັບຮອງ​ທາງ​ກົດ​ໝາຍ

5. ການ​ຮັບຮອງ​ທາງ​ກົດ​ໝາຍ​ມີ​ປະໂຫຍດ​ຕໍ່​ຄລິດສະຕຽນ​ແທ້​ແນວ​ໃດ?

5 ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ທາງ​ກົດ​ໝາຍ​ຈາກ​ລັດຖະບານ​ຂອງ​ມະນຸດ​ບໍ ເພື່ອ​ຈະ​ນະມັດສະການ​ພະ​ເຢໂຫວາ? ບໍ່! ການ​ຮັບຮອງ​ທາງ​ກົດ​ໝາຍ​ພຽງ​ແຕ່​ຊ່ວຍ​ໃຫ້​ເຮົາ​ນະມັດສະການ​ພະ​ເຢໂຫວາ​ໄດ້​ສະດວກ​ຂຶ້ນ ເຊັ່ນ: ເຮົາ​ພົບ​ປະກັນ​ໄດ້​ຢ່າງ​ສະດວກ​ຢູ່​ທີ່​ຫໍ​ປະຊຸມ​ຫຼື​ການ​ປະຊຸມ​ໃຫຍ່ ພິມ​ແລະ​ນຳ​ເຂົ້າ​ສັບພະ​ໜັງສື​ກ່ຽວ​ກັບ​ຄຳພີ​ໄບເບິນ ຫຼື​ບອກ​ຂ່າວ​ດີ​ກັບ​ເພື່ອນ​ບ້ານ​ໄດ້​ຢ່າງ​ເປີດ​ເຜີຍ​ໂດຍ​ບໍ່​ມີ​ອຸປະສັກ​ມາ​ຂັດ​ຂວາງ. ໃນ​ຫຼາຍ​ປະເທດ​ພະຍານ​ພະ​ເຢໂຫວາ​ໄດ້​ຈົດ​ທະບຽນ​ເປັນ​ອົງການ​ສາສະໜາ​ຢ່າງ​ຖືກຕ້ອງ ແລະ​ມີ​ເສລີ​ພາບ​ໃນ​ການ​ນະມັດສະການ​ແບບ​ດຽວ​ກັບ​ສາສະໜາ​ອື່ນໆທີ່​ໄດ້​ຮັບ​ການ​ຮັບຮອງ​ທາງ​ກົດ​ໝາຍ. ແຕ່​ເກີດ​ຫຍັງ​ຂຶ້ນ​ເມື່ອ​ລັດຖະບານ​ບໍ່​ຮັບຮອງ​ສິດ​ຂອງ​ເຮົາ ຫຼື​ພະຍາຍາມ​ຈຳກັດ​ເສລີ​ພາບ​ຂັ້ນ​ພື້ນຖານ​ທີ່​ເຮົາ​ຄວນ​ໄດ້​ຮັບ?

6. ໃນ​ໄລຍະ​ຕົ້ນ​ທົດສະວັດ 1940 ພະຍານ​ພະ​ເຢໂຫວາ​ໃນ​ອົດສະຕຣາລີ​ປະສົບ​ບັນຫາ​ຫຍັງ?

6 ອົດສະຕຣາລີ. ໃນ​ໄລຍະ​ຕົ້ນ​ທົດສະວັດ 1940 ຜູ້​ທີ່​ເຮັດ​ວຽກ​ແທນ​ກະສັດ​ຂອງ​ປະເທດ​ອົດສະຕຣາລີ​ໄດ້​ສັ່ງ​ຫ້າມ​ວຽກ​ຂອງ​ພະຍານ​ຢ່າງ​ເປັນ​ທາງ​ການ ເພາະ​ເຂົາ​ເຈົ້າ​ເບິ່ງ​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ “ຂັດ” ກັບ​ຄວາມ​ພະຍາຍາມ​ທີ່​ຈະ​ສະໜັບສະໜູນ​ສົງຄາມ. ພະຍານ​ຈຶ່ງ​ບໍ່​ສາມາດ​ປະຊຸມ​ແລະ​ປະກາດ​ຢ່າງ​ເປີດ​ເຜີຍ​ໄດ້. ສຳນັກງານ​ເບເທນ​ຖືກ​ປິດ ຫໍ​ປະຊຸມ​ກໍ​ຖືກ​ຍຶດ ແລະ​ຍັງ​ຫ້າມ​ບໍ່​ໃຫ້​ໃຜ​ມີ​ສັບພະ​ໜັງສື​ກ່ຽວ​ກັບ​ຄຳພີ​ໄບເບິນ​ນຳ​ອີກ. ຫຼັງ​ຈາກ​ດຳເນີນ​ການ​ແບບ​ລັບໆຢູ່​ຫຼາຍ​ປີ ໃນ​ວັນ​ທີ 14 ມິຖຸນາ 1943 ພະຍານ​ໃນ​ປະເທດ​ອົດສະຕຣາລີ​ກໍ​ຮັບໃຊ້​ພະເຈົ້າ​ໄດ້​ຢ່າງ​ເສລີ​ພາບ​ອີກ​ຄັ້ງ​ໜຶ່ງ ເມື່ອ​ສານ​ສູງ​ສຸດ​ຂອງ​ອົດສະຕຣາລີ​ປ່ຽນ​ຄຳ​ພິພາກສາ​ແລະ​ຍົກ​ເລີກ​ການ​ສັ່ງ​ຫ້າມ​ນັ້ນ.

7, 8. ຕະຫຼອດ​ຫຼາຍ​ປີ ພີ່​ນ້ອງ​ໃນ​ຣັດ​ເຊຍ​ຕ້ອງ​ຕໍ່​ສູ້​ຫຼາຍ​ຂະໜາດ​ໃດ​ເພື່ອ​ຈະ​ມີ​ເສລີ​ພາບ​ທາງ​ສາສະໜາ? ຂໍ​ໃຫ້​ອະທິບາຍ

7 ຣັດ​ເຊຍ. ລັດຖະບານ​ຄອມມູນິດ​ໄດ້​ສັ່ງ​ຫ້າມ​ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ສິບ​ປີ ແຕ່​ໃນ​ທີ່​ສຸດ​ເຮົາ​ກໍ​ຈົດ​ທະບຽນ​ໄດ້​ໃນ​ປີ 1991. ຫຼັງ​ຈາກ​ອະດີດ​ສະຫະພາບ​ໂຊ​ຫວຽດ​ລົ້ມ​ລະ​ລາຍ ເຮົາ​ໄດ້​ຮັບ​ການ​ຮັບຮອງ​ທາງ​ກົດ​ໝາຍ​ໃນ​ສະຫະພັນ​ຣັດ​ເຊຍ​ໃນ​ປີ 1992. ແຕ່​ບໍ່​ດົນ ສັດຕູ​ບາງ​ຄົນ​ໂດຍ​ສະເພາະ​ພວກ​ທີ່​ຈັບ​ມື​ກັບ​ຄລິດຕະຈັກ​ອໍ​ໂທ​ດ໋ອກ​ໃນ​ຣັດ​ເຊຍ​ກໍ​ເລີ່ມ​ກັງວົນ​ຈົນ​ເຮັດ​ຫຍັງ​ບໍ່​ຖືກ​ເມື່ອ​ເຫັນ​ຈຳນວນ​ຂອງ​ພວກ​ເຮົາ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ. ພວກ​ຜູ້​ຕໍ່​ຕ້ານ​ໄດ້​ຍື່ນ​ຄຳ​ຮ້ອງ​ຟ້ອງ​ພະຍານ​ພະ​ເຢໂຫວາ​ໃນ​ຄະດີ​ອາຍາ 5 ເທື່ອ​ຕັ້ງ​ແຕ່​ປີ 1995-1998. ແຕ່​ພະນັກງານ​ໄອຍະການ​ກໍ​ເອົາ​ຜິດ​ເຮົາ​ບໍ່​ໄດ້. ພວກ​ຜູ້​ຕໍ່​ຕ້ານ​ຈຶ່ງ​ປ່ຽນ​ແຜນ​ມາ​ຟ້ອງ​ຮ້ອງ​ຄະດີ​ແພ່ງ​ໃນ​ປີ 1998. ຕອນ​ທຳອິດ​ພະຍານ​ພະ​ເຢໂຫວາ​ເປັນ​ຝ່າຍ​ຊະນະ ແຕ່​ຜູ້​ຕໍ່​ຕ້ານ​ບໍ່​ຍອມ​ຮັບ​ຄຳ​ຕັດສິນ​ຂອງ​ສານ ເຂົາ​ເຈົ້າ​ຈຶ່ງ​ຍື່ນ​ອຸທອນ​ອີກ​ເທື່ອ​ໜຶ່ງ ແລ້ວ​ພະຍານ​ກໍ​ບໍ່​ຊະນະ​ໃນ​ເດືອນ​ພຶດສະພາ​ປີ 2001. ການ​ພິຈາລະນາ​ຄະດີ​ເລີ່ມ​ຕົ້ນ​ຂຶ້ນ​ອີກ​ໃນ​ເດືອນ​ຕຸລາ​ປີ​ນັ້ນ​ແລະ​ດຳເນີນ​ໄປ​ຈົນ​ເຖິງ​ປີ 2004 ໃນ​ທີ່​ສຸດ ສານ​ໄດ້​ສັ່ງ​ຍຸບ​ແລະ​ຫ້າມ​ບໍ່​ໃຫ້​ນິຕິບຸກຄົນ​ທີ່​ພະຍານ​ພະ​ເຢໂຫວາ​ໃຊ້​ໃນ​ເມືອງ​ມົດ​ສະ​ກູ​ເຮັດ​ກິດຈະກຳ​ໃດໆອີກ​ຕໍ່​ໄປ.

8 ຈາກ​ນັ້ນ ການ​ຕໍ່​ຕ້ານ​ກໍ​ໄດ້​ປຸ້ມລຸມ​ເຂົ້າ​ມາ​ໃສ່. (ອ່ານ 2 ຕີໂມເຕ 3:12) ພະຍານ​ຖືກ​ໂຈມຕີ​ແລະ​ຖືກ​ທຳ​ຮ້າຍ ສັບພະ​ໜັງສື​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ຖືກ​ຍຶດ ການ​ເຊົ່າ​ເຮືອນ​ຫຼື​ການ​ສ້າງ​ອາຄານ​ເພື່ອ​ເປັນ​ສະຖານ​ທີ່​ປະຊຸມ​ກໍ​ມີ​ຂໍ້​ຈຳກັດ​ທີ່​ເຂັ້ມ​ງວດ​ຫຼາຍ. ລອງ​ນຶກ​ພາບ​ວ່າ​ພີ່​ນ້ອງ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຕ້ອງ​ປະສົບ​ກັບ​ຄວາມ​ທຸກ​ຍາກ​ແບບ​ນີ້! ໃນ​ປີ 2001 ພະຍານ​ໄດ້​ອຸທອນ​ຕໍ່​ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ (ECHR) ແລະ​ໄດ້​ຍື່ນ​ຂໍ້​ມູນ​ເພີ່ມ​ເຕີມ​ໃນ​ປີ 2004. ເມື່ອ​ຮອດ​ປີ 2010 ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ​ກໍ​ຕັດສິນ​ຄະດີ​ນີ້ ສານ​ພິຈາລະນາ​ແລະ​ເຫັນ​ຫຼັກ​ຖານ​ຊັດເຈນ​ວ່າ​ການ​ສັ່ງ​ຫ້າມ​ວຽກ​ຂອງ​ພະຍານ​ໃນ​ປະເທດ​ຣັດ​ເຊຍ​ເກີດ​ຈາກ​ການ​ມີ​ອະຄະຕິ​ທາງ​ສາສະໜາ. ເນື່ອງ​ຈາກ​ບໍ່​ມີ​ຫຼັກ​ຖານ​ວ່າ​ພະຍານ​ຄົນ​ໃດ​ເຮັດ​ຜິດ ຈຶ່ງ​ບໍ່​ມີ​ເຫດຜົນ​ທີ່​ຈະ​ພິພາກສາ​ຕາມ​ສານ​ຊັ້ນ​ຕົ້ນ ສານ​ຍັງ​ບອກ​ອີກ​ວ່າ​ການ​ສັ່ງ​ຫ້າມ​ນີ້​ມີ​ເຈຕະນາ​ຂັດ​ຂວາງ​ບໍ່​ໃຫ້​ພະຍານ​ໄດ້​ຮັບ​ສິດທິ​ທາງ​ກົດ​ໝາຍ. ຄຳ​ຕັດສິນ​ຂອງ​ສານ​ຈຶ່ງ​ເຮັດ​ໃຫ້​ພະຍານ​ມີ​ສິດ​ເສລີ​ພາບ​ທາງ​ສາສະໜາ. ເຖິງ​ແມ່ນ​ເຈົ້າ​ໜ້າ​ທີ່​ໃນ​ປະເທດ​ຣັດ​ເຊຍ​ຫຼາຍ​ຄົນ​ບໍ່​ຍອມ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ສານ​ນັ້ນ ແຕ່​ການ​ຊະນະ​ຄະດີ​ແບບ​ນີ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ປະເທດ​ຣັດ​ເຊຍ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ.

ທິ​ທອດ ມາ​ນູ​ຊາ​ຄິດ (ເບິ່ງ​ຂໍ້ 9)

9-11. ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ເກັຣກ​ຕໍ່​ສູ້​ແນວ​ໃດ​ເພື່ອ​ຈະ​ມີ​ເສລີ​ພາບ​ໃນ​ການ​ນະມັດສະການ​ຮ່ວມ​ກັນ ແລະ​ຜົນ​ເປັນ​ແນວ​ໃດ?

9 ເກັຣກ. ໃນ​ປີ 1983 ທິ​ທອດ ມາ​ນູ​ຊາ​ຄິດ​ໄດ້​ເຊົ່າ​ຫ້ອງ​ໃນ​ເຮ​ຣາຄຣີ​ໂອນ ໃນ​ເກາະ​ຄຣີດ ເພື່ອ​ພະຍານ​ພະ​ເຢໂຫວາ​ກຸ່ມ​ນ້ອຍໆຈະ​ໃຊ້​ເປັນ​ບ່ອນ​ປະຊຸມ​ແລະ​ນະມັດສະການ​ຮ່ວມ​ກັນ​ໄດ້. (ເຫບ. 10:24, 25) ແຕ່​ບໍ່​ດົນ ບາດ​ຫຼວງ​ຂອງ​ອໍ​ໂທ​ດ໋ອກ​ຄົນ​ໜຶ່ງ​ກໍ​ຍື່ນ​ຟ້ອງ​ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ເພື່ອ​ບໍ່​ໃຫ້​ພະຍານ​ໃຊ້​ຫ້ອງ​ເຊົ່າ​ນັ້ນ​ສຳລັບ​ນະມັດສະການ​ພະເຈົ້າ ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະຍານ​ມີ​ຄວາມ​ເຊື່ອ​ຕ່າງ​ຈາກ​ພວກ​ຄຣິດຕະ​ຈັກ​ອໍ​ໂທ​ດ໋ອກ! ເຈົ້າ​ໜ້າ​ທີ່​ເລີ່ມ​ດຳເນີນ​ຄະດີ​ອາຍາ​ກັບ​ທິ​ທອດ ມາ​ນູ​ຊາ​ຄິດ ແລະ​ພະຍານ​ໃນ​ທ້ອງຖິ່ນ​ອີກ 3 ຄົນ ເຂົາ​ເຈົ້າ​ຖືກ​ຈັບ​ແລະ​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ 2 ເດືອນ. ພະຍານ​ເຊິ່ງ​ເປັນ​ປະຊາຊົນ​ທີ່​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ​ເຫັນ​ວ່າ​ຄຳ​ຕັດສິນ​ຂອງ​ສານ​ລະເມີດ​ສິດ​ເສລີ​ພາບ​ໃນ​ການ​ນະມັດສະການ ເຂົາ​ເຈົ້າ​ຈຶ່ງ​ພະຍາຍາມ​ອຸທອນ​ຄະດີ​ນີ້​ຕໍ່​ສານ​ຕ່າງໆໃນ​ປະເທດ​ໄປ​ຈົນ​ເຖິງ​ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ.

10 ໃນ​ທີ່​ສຸດ ເມື່ອ​ເຖິງ​ປີ 1996 ສານ​ສິດທິ​ມະນຸດ​ກໍ​ເຮັດ​ໃຫ້​ພວກ​ຜູ້​ຕໍ່​ຕ້ານ​ການ​ນະມັດສະການ​ແທ້​ມຶນ​ງົງ​ແລະ​ຕົກໃຈ​ຫຼາຍ ເພາະ​ສານ​ໄດ້​ຖະແຫຼງ​ວ່າ: “ພະຍານ​ພະ​ເຢໂຫວາ​ຢູ່​ໃນ​ເກນ​ຂອງ ‘ສາສະໜາ​ທີ່​ຜູ້​ຄົນ​ຮູ້ຈັກ’ ຕາມ​ຄຳ​ນິຍາມ​ໃນ​ກົດ​ໝາຍ​ປະເທດ​ເກັຣກ” ແລະ​ຄຳ​ຕັດສິນ​ຂອງ​ສານ​ຊັ້ນ​ຕົ້ນ​ກໍ “ມີ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ເສລີ​ພາບ​ທາງ​ສາສະໜາ​ຂອງ​ຜູ້​ຍື່ນ​ຄຳ​ຮ້ອງ.” ສານ​ຍັງ​ເຫັນ​ວ່າ​ລັດຖະບານ​ເກັຣກ​ບໍ່​ມີ​ສິດ​ທີ່​ຈະ “ຕັດສິນ​ວ່າ​ຄວາມ​ເຊື່ອ​ທາງ​ສາສະໜາ​ຫຼື​ວິທີ​ຕ່າງໆທີ່​ເຂົາ​ເຈົ້າ​ໃຊ້​ເພື່ອ​ສະແດງ​ອອກ​ທາງ​ຄວາມ​ເຊື່ອ​ເປັນ​ເລື່ອງ​ຖືກຕ້ອງ​ຕາມ​ກົດ​ໝາຍ​ຫຼື​ບໍ່.” ຄຳ​ຕັດສິນ​ຕ່າງໆທີ່​ໃຫ້​ພະຍານ​ເປັນ​ຝ່າຍ​ຜິດ​ຈຶ່ງ​ເປັນ​ໂມຄະ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ເສລີ​ພາບ​ໃນ​ການ​ນະມັດສະການ​ກັບ​ຄືນ​ມາ!

11 ໄຊ​ຊະນະ​ຄັ້ງ​ນັ້ນ​ເຮັດ​ໃຫ້​ບັນຫາ​ໃນ​ປະເທດ​ເກັຣກ​ຍຸດຕິ​ລົງ​ບໍ? ບໍ່! ໃນ​ປີ 2012 ມີ​ການ​ຕັດສິນ​ຄະດີ​ຄ້າຍໆກັນ​ນີ້​ເຊິ່ງ​ຕໍ່​ສູ້​ມາ​ດົນ​ເກືອບ 12 ປີ​ຢູ່​ທີ່​ເມືອງ​ຄາ​ຊານ​ເດ​ຣຍ ປະເທດ​ເກັຣກ. ໃນ​ຄະດີ​ນີ້​ຜູ້​ຕໍ່​ຕ້ານ​ກໍ​ຄື​ບິ​ຊອບ​ຄົນ​ໜຶ່ງ​ຂອງ​ພວກ​ອໍ​ໂທ​ດ໋ອກ ແຕ່​ສະພາ​ແຫ່ງ​ຊາດ​ເຊິ່ງ​ເປັນ​ສານ​ປົກຄອງ​ສູງ​ສຸດ​ຂອງ​ປະເທດ​ເກັຣກ​ຕັດສິນ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ຝ່າຍ​ຊະນະ. ຄຳ​ຕັດສິນ​ນັ້ນ​ໄດ້​ອ້າງ​ເຖິງ​ລັດຖະທຳມະນູນ​ຂອງ​ປະເທດ​ເກັຣກ​ເອງ​ທີ່​ໃຫ້​ການ​ຮັບຮອງ​ເລື່ອງ​ເສລີ​ພາບ​ທາງ​ສາສະໜາ ແລະ​ໄດ້​ຫັກ​ລ້າງ​ຂໍ້​ກ່າວ​ຫາ​ເກົ່າໆທີ່​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ສາສະໜາ​ທີ່​ບໍ່​ມີ​ໃຜ​ຮູ້ຈັກ. ສານ​ໄດ້​ກ່າວ​ວ່າ: “ຫຼັກ​ຄຳ​ສອນ​ຂອງ ‘ພະຍານ​ພະ​ເຢໂຫວາ’ ບໍ່​ໄດ້​ເປັນ​ຄວາມ​ລັບ ເຂົາ​ເຈົ້າ​ຈຶ່ງ​ນັບຖື​ສາສະໜາ​ທີ່​ຜູ້​ຄົນ​ຮູ້ຈັກ.” ຕອນ​ນີ້​ພີ່​ນ້ອງ​ໃນ​ປະຊາຄົມ​ນ້ອຍໆໃນ​ຄາ​ຊານ​ເດ​ຣຍ​ດີ​ໃຈ​ທີ່​ເຂົາ​ເຈົ້າ​ສາມາດ​ຈັດການ​ປະຊຸມ​ເພື່ອ​ນະມັດສະການ​ພະເຈົ້າ​ໃນ​ຫໍ​ປະຊຸມ​ຂອງ​ເຂົາ​ເຈົ້າ​ເອງ​ໄດ້.

12, 13. ພວກ​ຜູ້​ຕໍ່​ຕ້ານ​ໃນ​ຝຣັ່ງ​ໄດ້​ໃຊ້​ຍຸດທະວິທີ​ອອກ​ກົດ​ໝາຍ​ເພື່ອ​ສ້າງ​ຄວາມ​ເດືອດຮ້ອນ​ແນວ​ໃດ​ແລະ​ຜົນ​ເປັນ​ແນວ​ໃດ?

12 ຝຣັ່ງ. ຜູ້​ຕໍ່​ຕ້ານ​ປະຊາຊົນ​ຂອງ​ພະເຈົ້າ​ເຄີຍ​ໃຊ້​ຍຸດທະວິທີ “ຕັ້ງ​ການ​ບັງ​ບຽດ​ລົງ​ເປັນ​ກົດ​ໝາຍ” ເຊິ່ງ​ກໍ​ຄື​ການ​ອອກ​ກົດ​ໝາຍ​ເພື່ອ​ສ້າງ​ຄວາມ​ເດືອດຮ້ອນ. (ອ່ານ​ຄຳເພງ 94:20) ຕົວຢ່າງ​ເຊັ່ນ: ໃນ​ກາງ​ທົດສະວັດ 1990 ເຈົ້າ​ໜ້າ​ທີ່​ພາສີ​ອາກອນ​ໃນ​ປະເທດ​ຝຣັ່ງ​ໄດ້​ກວດ​ສອບ​ການ​ເງິນ​ຂອງ​ນິຕິບຸກຄົນ​ຫຼື​ສະມາຄົມ​ໜຶ່ງ (Association Les Témoins de Jéhovah ຫຼື ATJ) ເຊິ່ງ​ພະຍານ​ພະ​ເຢໂຫວາ​ໄດ້​ໃຊ້​ເພື່ອ​ເຮັດ​ກິດຈະການ​ຕ່າງໆໃນ​ປະເທດ​ຝຣັ່ງ. ຜູ້​ອຳນວຍ​ການ​ໃນ​ສຳນັກງານ​ງົບ​ປະມານ​ເວົ້າ​ເຖິງ​ຈຸດ​ປະສົງ​ແທ້ໆຂອງ​ການ​ກວດ​ສອບ​ຄັ້ງ​ນີ້​ວ່າ: “ຜົນ​ຂອງ​ການ​ກວດ​ສອບ​ບັນຊີ​ອາດ​ເຮັດ​ໃຫ້​ສານ​ສັ່ງ​ຍຸບ​ສະມາຄົມ​ຫຼື​ດຳເນີນ​ຄະດີ​ອາຍາ . . . ເຊິ່ງ​ຈະ​ເຮັດ​ໃຫ້​ສະມາຄົມ​ນີ້​ຂາດ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເງິນ​ແລະ​ຕ້ອງ​ປິດ​ກິດຈະການ​ໃນ​ເຂດ​ຂອງ​ເຮົາ.” ເຖິງ​ແມ່ນ​ຜົນ​ຂອງ​ການ​ກວດ​ສອບ​ບັນຊີ​ຈະ​ບໍ່​ພົບ​ສິ່ງ​ຜິດ​ປົກກະຕິ​ໃດໆ ແຕ່​ເຈົ້າ​ໜ້າ​ທີ່​ພາສີ​ອາກອນ​ກໍ​ເກັບ​ພາສີ​ຈາກ​ນິຕິບຸກຄົນ​ນີ້​ໃນ​ອັດຕາ​ທີ່​ສູງ​ຫຼາຍ ຖ້າ​ແຜນການ​ນີ້​ສຳເລັດ ພີ່​ນ້ອງ​ຂອງ​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້​ອີກ​ຕໍ່​ໄປ​ມີ​ແຕ່​ຈະ​ປິດ​ສຳນັກງານ​ສາຂາ ແລະ​ຂາຍ​ອາຄານ​ຕ່າງໆເພື່ອ​ຈ່າຍ​ຄ່າ​ພາສີ​ຈຳນວນ​ມະຫາສານ​ນັ້ນ. ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ສູ້​ຄະດີ​ແລະ​ບໍ່​ຍອມ​ແພ້​ເຖິງ​ແມ່ນ​ຈະ​ປະສົບ​ກັບ​ອຸປະສັກ​ຢ່າງ​ໜັກ​ໜ່ວງ ເຂົາ​ເຈົ້າ​ຄັດ​ຄ້ານ​ທັນທີ​ສຳລັບ​ຄວາມ​ບໍ່​ຍຸຕິທຳ​ໃນ​ເລື່ອງ​ນີ້ ໃນ​ທີ່​ສຸດ​ປີ 2005 ຄະດີ​ກໍ​ໄປ​ເຖິງ​ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ.

13 ສານ​ປະກາດ​ຄຳ​ຕັດສິນ​ໃນ​ວັນ​ທີ 30 ມິຖຸນາ 2011 ໂດຍ​ໃຫ້​ເຫດຜົນ​ວ່າ: ສິດ​ທີ່​ຈະ​ມີ​ເສລີ​ພາບ​ທາງ​ສາສະໜາ​ຄວນ​ເປັນ​ເຄື່ອງ​ປ້ອງກັນ​ບໍ່​ໃຫ້​ລັດ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ຄວາມ​ເຊື່ອ​ທາງ​ສາສະໜາ​ຫຼື​ວິທີ​ສະແດງ​ອອກ​ທາງ​ຄວາມ​ເຊື່ອ ເວັ້ນ​ແຕ່​ກໍລະນີ​ທີ່​ເປັນ​ໄພ​ຮ້າຍແຮງ​ເທົ່າ​ນັ້ນ. ສານ​ຍັງ​ກ່າວ​ອີກ​ວ່າ: “ໃນ​ກໍລະນີ​ນີ້ ການ​ເກັບ​ພາສີ . . . ມີ​ຜົນ​ເຮັດ​ໃຫ້​ຊັບ​ສິນ​ທີ່​ຈຳເປັນ​ຂອງ​ສະມາຄົມ​ນີ້​ໝົດ​ໄປ ສະມາຄົມ​ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ສະມາຊິກ​ໝັ້ນ​ໃຈ​ເລື່ອງ​ເສລີ​ພາບ​ໃນ​ການ​ເຮັດ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ.” ສານ​ມີ​ມະຕິ​ເປັນ​ເອກະສັນ​ໃຫ້​ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ! ຄຳ​ຕັດສິນ​ນີ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ດີ​ໃຈ​ຫຼາຍ ເພາະ​ໃນ​ທີ່​ສຸດ​ລັດຖະບານ​ຝຣັ່ງ​ຕ້ອງ​ສົ່ງ​ພາສີ​ຄືນ​ພ້ອມ​ດ້ວຍ​ດອກ​ເບ້ຍ​ໃຫ້​ນິຕິບຸກຄົນ​ນັ້ນ. ສານ​ຍັງ​ມີ​ຄຳ​ສັ່ງ​ໃຫ້​ລັດຖະບານ​ສົ່ງ​ຄືນ​ຊັບ​ສິນ​ທັງ​ໝົດ​ທີ່​ເຄີຍ​ຍຶດ​ໄປ​ນຳ​ອີກ.

ເຈົ້າ​ສາມາດ​ອະທິດຖານ​ເປັນ​ປະຈຳ​ເພື່ອ​ພີ່​ນ້ອງ​ທີ່​ຕ້ອງ​ທົນ​ທຸກ​ຍ້ອນ​ບໍ່​ໄດ້​ຮັບ​ຄວາມ​ເປັນ​ທຳ​ທາງ​ກົດ​ໝາຍ

14. ເຈົ້າ​ຈະ​ຮ່ວມ​ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

14 ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັບ​ເອເຊເທຣ​ແລະ​ມາເຣໂດເກ​ໃນ​ຍຸກ​ບູຮານ​ທີ່​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ມີ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ຕາມ​ທີ່​ພະອົງ​ສັ່ງ​ໄວ້. (ເອເຊທ. 4:13-16) ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໄດ້​ບໍ? ໄດ້​ແທ້! ເຈົ້າ​ສາມາດ​ອະທິດຖານ​ເປັນ​ປະຈຳ​ເພື່ອ​ພີ່​ນ້ອງ​ທີ່​ຕ້ອງ​ທົນ​ທຸກ​ຍ້ອນ​ບໍ່​ໄດ້​ຮັບ​ຄວາມ​ເປັນ​ທຳ​ທາງ​ກົດ​ໝາຍ. ຄຳ​ອະທິດຖານ​ແບບ​ນີ້​ມີ​ພະລັງ​ທີ່​ຈະ​ຊ່ວຍ​ພີ່​ນ້ອງ​ທີ່​ກຳລັງ​ປະສົບ​ບັນຫາ​ແລະ​ຖືກ​ກົດ​ຂີ່​ຂົ່ມເຫງ​ໄດ້. (ອ່ານ​ຢາໂກໂບ 5:16) ພະ​ເຢໂຫວາ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ອະທິດຖານ​ຂໍ​ບໍ? ໄຊ​ຊະນະ​ໃນ​ສານ​ເປັນ​ຂໍ້​ພິ​ສູ​ວ່າ​ພະອົງ​ເຮັດ​ແທ້ໆ!—ເຫບ. 13:18, 19

ເສລີ​ພາບ​ທີ່​ຈະ​ເລືອກ​ການ​ປິ່ນປົວ​ທາງ​ການ​ແພດ​ແບບ​ທີ່​ບໍ່​ຂັດ​ກັບ​ຄວາມ​ເຊື່ອ​ຂອງ​ເຮົາ

15. ປະຊາຊົນ​ຂອງ​ພະເຈົ້າ​ຄິດ​ແນວ​ໃດ​ໃນ​ເລື່ອງ​ການ​ໃຊ້​ເລືອດ?

15 ໃນ​ບົດ 11 ເຮົາ​ໄດ້​ຮຽນ​ວ່າ ປະຊາຊົນ​ຂອງ​ລາຊະອານາຈັກ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຄຳພີ​ໄບເບິນ​ຢ່າງ​ຊັດເຈນ​ວ່າ ເຂົາ​ເຈົ້າ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຊ້​ເລືອດ​ໃນ​ທາງ​ທີ່​ຜິດ ເຊິ່ງ​ກາຍ​ເປັນ​ເລື່ອງ​ປົກກະຕິ​ຂອງ​ຄົນ​ໃນ​ທຸກ​ມື້​ນີ້. (ຕົ້ນ. 9:5, 6; ເລວີ. 17:11; ອ່ານ​ກິດຈະການ 15:28, 29) ເຖິງ​ແມ່ນ​ເຮົາ​ຢາກ​ໃຫ້​ຕົວ​ເຮົາ​ແລະ​ຄົນ​ທີ່​ເຮົາ​ຮັກ​ໄດ້​ຮັບ​ການ​ປິ່ນປົວ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ແຕ່​ເຮົາ​ກໍ​ບໍ່​ຍອມ​ຮັບ​ການ​ຖ່າຍ​ເລືອດ​ຫຼື​ການ​ປິ່ນປົວ​ແບບ​ທີ່​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ. ສານ​ສູງ​ສຸດ​ໃນ​ຫຼາຍ​ປະເທດ​ຮັບຮອງ​ວ່າ​ປະຊາຊົນ​ມີ​ສິດ​ທີ່​ຈະ​ເລືອກ​ຫຼື​ປະຕິເສດ​ວິທີ​ປິ່ນປົວ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ແລະ​ຄວາມ​ເຊື່ອ​ທາງ​ສາສະໜາ. ແຕ່​ໃນ​ບາງ​ດິນແດນ ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ປະສົບ​ກັບ​ຂໍ້​ທ້າທາຍ​ທີ່​ໜັກ​ຫຼາຍ​ໃນ​ເລື່ອງ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

16, 17. (ກ) ຫຼັງ​ຈາກ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ໃນ​ໂຮງ​ໝໍ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ຍີ່ປຸ່ນ​ໄດ້​ຮູ້​ເລື່ອງ​ຫຍັງ​ທີ່​ເຮັດ​ໃຫ້​ລາວ​ເຖິງ​ກັບ​ຊ໋ອກ? (ຂ) ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ແນວ​ໃດ?

16 ຍີ່ປຸ່ນ. ມິ​ຊາ​ເອະ ທາ​ເຄ​ດະ​ແມ່​ບ້ານ​ອາຍຸ 63 ປີ​ໃນ​ປະເທດ​ຍີ່ປຸ່ນ​ຕ້ອງ​ຮັບ​ການ​ຜ່າ​ຕັດ​ໃຫຍ່. ເນື່ອງ​ຈາກ​ລາວ​ເປັນ​ປະຊາຊົນ​ທີ່​ພັກດີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ ລາວ​ຈຶ່ງ​ເວົ້າ​ກັບ​ທ່ານ​ໝໍ​ຕະຫຼອດ​ວ່າ​ລາວ​ຕ້ອງການ​ຜ່າ​ຕັດ​ໂດຍ​ບໍ່​ໃສ່​ເລືອດ. ແຕ່​ຫຼາຍ​ເດືອນ​ຕໍ່​ມາ​ລາວ​ເຖິງ​ກັບ​ຊ໋ອກ​ເມື່ອ​ຮູ້​ວ່າ​ມີ​ການ​ໃສ່​ເລືອດ​ໃຫ້​ລາວ​ໃນ​ລະຫວ່າງ​ຜ່າ​ຕັດ. ພີ່​ນ້ອງ​ທາ​ເຄ​ດະ​ຮູ້ສຶກ​ວ່າ​ຕົວ​ເອງ​ຖືກ​ລະເມີດ​ສິດ​ແລະ​ຖືກ​ຫຼອກ​ລວງ. ໃນ​ເດືອນ​ມິຖຸນາ​ປີ 1993 ລາວ​ຍື່ນ​ຟ້ອງ​ຕໍ່​ສານ​ເພື່ອ​ເອົາ​ຜິດ​ກັບ​ໝໍ​ແລະ​ໂຮງ​ໝໍ. ຜູ້​ຍິງ​ທີ່​ສຸພາບ​ແລະ​ເວົ້າ​ຈາ​ອ່ອນ​ຫວານ​ຄົນ​ນີ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ​ຫຼາຍ. ລາວ​ໃຫ້​ການ​ດ້ວຍ​ຄວາມ​ກ້າຫານ​ຕໍ່​ໜ້າ​ຜູ້​ຄົນ​ທີ່​ນັ່ງ​ຢູ່​ເຕັມ​ຫ້ອງ​ພິຈາລະນາ​ຄະດີ. ລາວ​ຢືນ​ໃຫ້​ການ​ຕະຫຼອດ​ໜຶ່ງ​ຊົ່ວ​ໂມງ​ທັງໆທີ່​ເກືອບ​ຈະ​ບໍ່​ມີ​ແຮງ. ລາວ​ໄປ​ໃຫ້​ການ​ເທື່ອ​ສຸດ​ທ້າຍ​ກ່ອນ​ຈະ​ເສຍ​ຊີວິດ​ພຽງ​ແຕ່​ເດືອນ​ດຽວ​ເທົ່າ​ນັ້ນ. ຄວາມ​ກ້າຫານ​ແລະ​ຄວາມ​ເຊື່ອ​ຂອງ​ລາວ​ເປັນ​ເລື່ອງ​ທີ່​ໜ້າ​ຊົມ​ເຊີຍ​ແທ້ໆ ພີ່​ນ້ອງ​ທາ​ເຄ​ດະ​ເຄີຍ​ເວົ້າ​ວ່າ: ລາວ​ວິງ​ວອນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ຫຼາຍ​ເທື່ອ​ແລ້ວ​ສຳລັບ​ການ​ສູ້​ຄະດີ​ນີ້ ລາວ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ ແລ້ວ​ພະອົງ​ຕອບ​ແນວ​ໃດ?

17 ຫຼັງ​ຈາກ​ພີ່​ນ້ອງ​ທາ​ເຄ​ດະ​ເສຍ​ຊີວິດ​ໄດ້ 3 ປີ ສານ​ສູງ​ສຸດ​ໃນ​ປະເທດ​ຍີ່ປຸ່ນ​ໄດ້​ຕັດສິນ​ໃຫ້​ລາວ​ເປັນ​ຝ່າຍ​ຊະນະ. ສານ​ເຫັນ​ວ່າ​ໝໍ​ແລະ​ໂຮງ​ໝໍ​ມີ​ຄວາມ​ຜິດ ເພາະ​ວ່າ​ການ​ໃສ່​ເລືອດ​ເປັນ​ສິ່ງ​ທີ່​ຂັດ​ກັບ​ຄວາມ​ຕ້ອງການ​ຂອງ​ລາວ​ເຊິ່ງ​ໄດ້​ແຈ້ງ​ໄວ້​ກ່ອນ​ແລ້ວ. ວັນ​ທີ 29 ກຸມພາ 2000 ສານ​ຕັດສິນ​ວ່າ: “ສິດທິ​ໃນ​ການ​ຕັດສິນ​ໃຈ” ໃນ​ກໍລະນີ​ແບບ​ນີ້ “ຕ້ອງ​ຖື​ວ່າ​ເປັນ​ສິດທິ​ສ່ວນ​ບຸກຄົນ.” ເນື່ອງ​ຈາກ​ພີ່​ນ້ອງ​ທາ​ເຄ​ດະ​ຕັດສິນ​ໃຈ​ສູ້​ຄະດີ​ເພື່ອ​ຈະ​ມີ​ເສລີ​ພາບ​ໃນ​ການ​ເລືອກ​ວິທີ​ປິ່ນປົວ​ທາງ​ການ​ແພດ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ ຕອນ​ນີ້​ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ຍີ່ປຸ່ນ​ຈຶ່ງ​ໄດ້​ຮັບ​ການ​ປິ່ນປົວ​ຕາມ​ໂຮງ​ໝໍ​ໄດ້​ໂດຍ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ຖືກ​ບັງຄັບ​ໃຫ້​ໃສ່​ເລືອດ.

ພາ​ໂບ​ຣ ອັນ​ບາ​ຣາ​ຊີນ (ເບິ່ງ​ຂໍ້ 18-20)

18-20. (ກ) ສານ​ອຸທອນ​ຮັບຮອງ​ສິດ​ຂອງ​ຄົນ​ທີ່​ປະຕິເສດ​ການ​ຮັບ​ເລືອດ​ຕາມ​ທີ່​ລະບຸ​ໄວ້​ໃນ​ເອກະສານ​ທາງ​ກົດ​ໝາຍ​ແນວ​ໃດ? (ຂ) ເຖິງ​ວ່າ​ຕອນ​ນີ້​ເຮົາ​ອາດ​ຍັງ​ບໍ່​ມີ​ບັນຫາ​ເລື່ອງ​ເລືອດ ແຕ່​ເຮົາ​ຄວນ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ຍອມ​ໃຫ້​ພະ​ຄລິດ​ເປັນ​ຜູ້​ປົກຄອງ​ເຮົາ?

18 ອາ​ກ​ຊັງ​ຕີນ. ປະຊາຊົນ​ຂອງ​ລາຊະອານາຈັກ​ກຽມ​ພ້ອມ​ແນວ​ໃດ​ໃນ​ກໍລະນີ​ທີ່​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ການ​ປິ່ນປົວ​ໃນ​ຂະນະ​ທີ່​ໝົດ​ສະຕິ? ພວກ​ເຮົາ​ແຕ່​ລະ​ຄົນ​ຄວນ​ມີ​ເອກະສານ​ທາງ​ກົດ​ໝາຍ​ຕິດ​ຕົວ​ໄວ້​ແລະ​ເອກະສານ​ນີ້​ຈະ​ເວົ້າ​ແທນ​ເຮົາ ເຊັ່ນ: ໃນ​ກໍລະນີ​ຂອງ​ພາ​ໂບ​ຣ ອັນ​ບາ​ຣາ​ຊີນ. ໃນ​ເດືອນ​ພຶດສະພາ ປີ 2012 ຄົນ​ຮ້າຍ​ທີ່​ພະຍາຍາມ​ປຸ້ນ​ພາ​ໂບ​ຣ​ໄດ້​ຍິງ​ປືນ​ໃສ່​ລາວ​ຫຼາຍ​ລູກ ລາວ​ຖືກ​ນຳ​ຕົວ​ສົ່ງ​ໄປ​ໂຮງ​ໝໍ​ໃນ​ຂະນະ​ທີ່​ໝົດ​ສະຕິ ຈຶ່ງ​ບໍ່​ສາມາດ​ອະທິບາຍ​ຈຸດ​ຢືນ​ໃນ​ເລື່ອງ​ເລືອດ​ໄດ້. ແຕ່​ລາວ​ມີ​ເອກະສານ​ສະແດງ​ເຈຕະນາ​ເລື່ອງ​ການ​ປິ່ນປົວ​ຕິດ​ຕົວ​ຢູ່ ເຊິ່ງ​ລາວ​ໄດ້​ເຊັນ​ຊື່​ໄວ້​ກ່ອນ​ໜ້າ​ນັ້ນ 4 ປີ​ແລ້ວ. ພາ​ໂບ​ຣ​ອາການ​ໜັກ​ຫຼາຍ ແລະ​ໝໍ​ບາງ​ຄົນ​ກໍ​ເຫັນ​ວ່າ​ຈຳເປັນ​ຕ້ອງ​ໃຫ້​ເລືອດ​ກັບ​ຄົນ​ເຈັບ​ເພື່ອ​ຮັກສາ​ຊີວິດ​ລາວ. ແຕ່​ເຖິງ​ຢ່າງ​ນັ້ນ​ພະນັກງານ​ແພດ​ໝໍ​ກໍ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພາ​ໂບ​ຣ ແຕ່​ພໍ່​ຂອງ​ລາວ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ໄດ້​ຂໍ​ອຳນາດ​ຈາກ​ສານ​ເພື່ອ​ສັ່ງ​ຍົກ​ເລີກ​ການ​ຕັດສິນ​ໃຈ​ຂອງ​ລູກ​ຊາຍ​ຕົນ​ເອງ.

19 ທະນາຍ​ຄວາມ​ຝ່າຍ​ເມຍ​ຂອງ​ພາ​ໂບ​ຣ​ຍື່ນ​ອຸທອນ​ທັນທີ. ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ສານ​ອຸທອນ​ກໍ​ປ່ຽນ​ຄຳ​ຕັດສິນ​ຂອງ​ສານ​ຊັ້ນ​ຕົ້ນ ແລະ​ສັ່ງ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຄົນ​ເຈັບ​ທີ່​ລະບຸ​ໄວ້​ໃນ​ເອກະສານ​ນັ້ນ. ພໍ່​ຂອງ​ພາ​ໂບ​ຣ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ອາ​ກ​ຊັງ​ຕີນ ແຕ່​ສານ​ເຫັນ​ວ່າ “ບໍ່​ມີ​ຂໍ້​ສົງໄສ​ເລີຍ​ວ່າ [ຄຳ​ສັ່ງ​ຂອງ​ພາ​ໂບ​ຣ​ເລື່ອງ​ການ​ບໍ່​ຮັບ​ເລືອດ​ທີ່​ລະບຸ​ໄວ້​ໃນ​ເອກະສານ​ນັ້ນ] ເປັນ​ສິ່ງ​ທີ່​ລາວ​ໄດ້​ຂຽນ​ດ້ວຍ​ຕົວ​ເອງ​ຫຼັງ​ຈາກ​ທີ່​ໄດ້​ຄິດ​ຢ່າງ​ຮອບຄອບ ດ້ວຍ​ຄວາມ​ຕັ້ງ​ໃຈ ແລະ​ເປັນ​ສິດ​ຂອງ​ລາວ.” ດັ່ງ​ນັ້ນ ສານ​ຈຶ່ງ​ປະກາດ​ວ່າ: “ຜູ້​ໃຫຍ່​ທຸກ​ຄົນ​ທີ່​ມີ​ສະຕິ​ສົມບູນ​ດີ​ສາມາດ​ສະແດງ​ໃຫ້​ເຫັນ​ເຈຕະນາ [ຂອງ​ລາວ] ໃນ​ການ​ປິ່ນປົວ​ໄວ້​ລ່ວງ​ໜ້າ ເຊິ່ງ​ອາດ​ຈະ​ຍອມ​ຮັບ​ຫຼື​ປະຕິເສດ​ວິທີ​ປິ່ນປົວ​ບາງ​ຢ່າງ​ໄດ້ . . . ແພດ​ທີ່​ປິ່ນປົວ​ຄົນ​ເຈັບ​ກໍ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ຄົນ​ເຈັບ​ລະບຸ​ໄວ້.”

ເຈົ້າ​ໄດ້​ຂຽນ​ເອກະສານ​ສະແດງ​ເຈຕະນາ​ລ່ວງ​ໜ້າ​ເລື່ອງ​ການ​ປິ່ນປົວ​ແລ້ວ​ບໍ?

20 ເມື່ອ​ພີ່​ນ້ອງ​ພາ​ໂບ​ຣ​ຫາຍ​ດີ​ແລ້ວ ລາວ​ກັບ​ເມຍ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ໄດ້​ຂຽນ​ຂໍ້​ມູນ​ໃນ​ເອກະສານ​ຢ່າງ​ສົມບູນ​ເຊິ່ງ​ເປັນ​ສິ່ງ​ທີ່​ເຮັດ​ໄດ້​ບໍ່​ຍາກ​ແຕ່​ກໍ​ສຳຄັນ​ຫຼາຍ. ການ​ເຮັດ​ຂັ້ນ​ຕອນ​ນີ້​ສະແດງ​ວ່າ​ພາ​ໂບ​ຣ​ຍອມ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະ​ຄລິດ​ໂດຍ​ທາງ​ລາຊະອານາຈັກ​ຂອງ​ພະເຈົ້າ. ເຈົ້າ​ກັບ​ຄົນ​ໃນ​ຄອບຄົວ​ໄດ້​ຂຽນ​ຂໍ້​ມູນ​ໃນ​ເອກະສານ​ນີ້​ແລ້ວ​ບໍ?

ເອພຣິວ ຄາ​ໂດຣາ (ເບິ່ງ​ຂໍ້ 21-24)

21-24. (ກ) ສານ​ສູງ​ສຸດ​ຂອງ​ການາດາ​ປະກາດ​ຄຳ​ຕັດສິນ​ທີ່​ໜ້າ​ປະທັບ​ໃຈ​ແນວ​ໃດ​ໃນ​ຄະດີ​ກ່ຽວ​ກັບ​ເດັກ​ນ້ອຍ​ແລະ​ການ​ໃຊ້​ເລືອດ? (ຂ) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ເດັກ​ນ້ອຍ​ອາດ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ​ຈາກ​ຄະດີ​ນີ້?

21 ການາດາ. ໂດຍ​ປົກກະຕິ​ແລ້ວ​ສານ​ຍອມ​ຮັບ​ວ່າ​ພໍ່​ແມ່​ມີ​ສິດ​ຕັດສິນ​ໃຈ​ເລື່ອງ​ການ​ປິ່ນປົວ​ທີ່​ດີ​ທີ່​ສຸດ​ສຳລັບ​ລູກ. ບາງ​ຄັ້ງ ສານ​ເຖິງ​ກັບ​ຕັດສິນ​ວ່າ ຄວນ​ເຄົາລົບ​ການ​ຕັດສິນ​ໃຈ​ຂອງ​ເດັກ​ນ້ອຍ​ທີ່​ມີ​ຄວາມ​ຄິດ​ເປັນ​ຜູ້​ໃຫຍ່​ເມື່ອ​ລາວ​ຕັດສິນ​ໃຈ​ເລື່ອງ​ການ​ປິ່ນປົວ​ທາງ​ການ​ແພດ. ກໍລະນີ​ນີ້​ເກີດ​ຂຶ້ນ​ກັບ​ເອພຣິວ ຄາ​ໂດຣາ. ຕອນ​ທີ່​ອາຍຸ 14 ປີ​ເອພຣິວ​ໄດ້​ເຂົ້າ​ປິ່ນປົວ​ໃນ​ໂຮງ​ໝໍ​ເພາະ​ມີ​ອາການ​ເລືອດ​ອອກ​ພາຍ​ໃນ​ຮ່າງກາຍ ບໍ່​ເທົ່າ​ໃດ​ເດືອນ​ກ່ອນ​ໜ້າ​ນັ້ນ ລາວ​ເຮັດ​ໜັງສື​ຫຼື​ເອກະສານ​ທີ່​ສະແດງ​ເຈຕະນາ​ໄວ້​ລ່ວງ​ໜ້າ​ກ່ຽວ​ກັບ​ວິທີ​ປິ່ນປົວ​ທາງ​ການ​ແພດ​ໄວ້​ແລ້ວ ເຊິ່ງ​ລາວ​ລະບຸ​ວ່າ​ຫ້າມ​ໃສ່​ເລືອດ​ໃຫ້​ລາວ​ຢ່າງ​ເດັດ​ຂາດ​ແມ່ນ​ແຕ່​ໃນ​ກໍລະນີ​ສຸກ​ເສີນ​ກໍ​ຕາມ. ແພດ​ທີ່​ປິ່ນປົວ​ເອພຣິວ​ບໍ່​ຍອມ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ລາວ​ລະບຸ​ໄວ້ ແລະ​ໄດ້​ຂໍ​ອຳນາດ​ຈາກ​ສານ​ເພື່ອ​ໃຫ້​ເລືອດ​ກັບ​ຄົນ​ເຈັບ ລາວ​ຈຶ່ງ​ໄດ້​ຮັບ​ການ​ໃສ່​ເລືອດ​ທັງໆທີ່​ບໍ່​ເຕັມ​ໃຈ. ຕໍ່​ມາ ເອພຣິວ​ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ​ມັນ​ເປັນ​ຄື​ກັບ​ການ​ຖືກ​ຂົ່ມຂືນ.

22 ເອພຣິວ​ແລະ​ພໍ່​ແມ່​ຂອງ​ລາວ​ຈຶ່ງ​ໄດ້​ຟ້ອງ​ຮ້ອງ​ເພື່ອ​ຂໍ​ຄວາມ​ເປັນ​ທຳ​ຈາກ​ສານ​ຕ່າງໆ. ຫຼັງ​ຈາກ​ນັ້ນ 2 ປີ ຄະດີ​ກໍ​ໄປ​ເຖິງ​ສານ​ສູງ​ສຸດ​ຂອງ​ປະເທດ​ການາດາ. ເຖິງ​ແມ່ນ​ວ່າ​ສານ​ບໍ່​ເຫັນ​ດີ​ກັບ​ຂໍ້​ຂັດ​ຄ້ານ​ຂອງ​ເອພຣິວ​ທີ່​ວ່າ​ຄຳ​ສັ່ງ​ຂອງ​ສານ​ຊັ້ນ​ຕົ້ນ​ລະເມີດ​ສິດທິ​ຂອງ​ລາວ​ຕາມ​ລັດຖະທຳມະນູນ ແຕ່​ສານ​ກໍ​ຈ່າຍ​ຄ່າ​ທຳນຽມ​ການ​ຟ້ອງ​ຮ້ອງ​ໃຫ້​ລາວ ແລະ​ຕັດສິນ​ໃຫ້​ລາວ​ຊະນະ​ຄະດີ ແລະ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​ທີ່​ມີ​ຄວາມ​ຄິດ​ເປັນ​ຜູ້​ໃຫຍ່​ມີ​ສິດ​ເລືອກ​ໄດ້​ວ່າ​ຈະ​ຮັບ​ການ​ປິ່ນປົວ​ທາງ​ການ​ແພດ​ແບບ​ໃດ. ສານ​ກ່າວ​ວ່າ: “ໃນ​ກໍລະນີ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປິ່ນປົວ​ທາງ​ການ​ແພດ ຄວນ​ເປີດ​ໂອກາດ​ໃຫ້​ເດັກ​ນ້ອຍ​ທີ່​ອາຍຸ​ຕ່ຳ​ກວ່າ 16 ປີ​ໄດ້​ອະທິບາຍ​ເຫດຜົນ​ທີ່​ລາວ​ເລືອກ​ວິທີ​ປິ່ນປົວ​ແບບ​ໃດ​ແບບ​ໜຶ່ງ ເຊິ່ງ​ເປັນ​ຂໍ້​ພິສູດ​ວ່າ​ລາວ​ມີ​ຄວາມ​ເປັນ​ຕົວ​ຂອງ​ຕົວ​ເອງ ມີ​ຄວາມ​ຄິດ ແລະ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ພໍ​ສົມຄວນ.”

“ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ ເມື່ອ​ຮູ້​ວ່າ​ຄວາມ​ພະຍາຍາມ​ທີ່​ນ້ອຍໆຂອງ​ຂ້ອຍ​ມີ​ສ່ວນ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ກຽດ​ແລະ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ.”

23 ຈຸດ​ສຳຄັນ​ຂອງ​ຄະດີ​ນີ້​ແມ່ນ​ສານ​ສູງ​ສຸດ​ໄດ້​ກ່າວ​ເຖິງ​ສິດທິ​ຕາມ​ລັດຖະທຳມະນູນ​ຂອງ​ເດັກ​ນ້ອຍ​ທີ່​ມີ​ຄວາມ​ຄິດ​ເປັນ​ຜູ້​ໃຫຍ່. ກ່ອນ​ທີ່​ຈະ​ມີ​ຄຳ​ຕັດສິນ​ນີ້ ສານ​ຕ່າງໆໃນ​ການາດາ​ເຄີຍ​ມີ​ສິດ​ອະນຸມັດ​ການ​ປິ່ນປົວ​ທາງ​ການ​ແພດ​ໃຫ້​ແກ່​ເດັກ​ນ້ອຍ​ທີ່​ອາຍຸ​ຕ່ຳ​ກວ່າ 16 ປີ​ຕາບ​ເທົ່າ​ທີ່​ສານ​ເຫັນ​ວ່າ​ການ​ປິ່ນປົວ​ດ້ວຍ​ວິທີ​ນັ້ນ​ເປັນ​ປະໂຫຍດ​ສູງ​ສຸດ​ສຳລັບ​ເດັກ​ນ້ອຍ. ແຕ່​ຫຼັງ​ຈາກ​ຄຳ​ຕັດສິນ​ໃນ​ຄັ້ງ​ນີ້ ສານ​ບໍ່​ສາມາດ​ອະນຸມັດ​ໃຫ້​ໝໍ​ໃຊ້​ວິທີ​ປິ່ນປົວ​ທີ່​ຂັດ​ຕໍ່​ຄວາມ​ຕ້ອງການ​ຂອງ​ເດັກ​ນ້ອຍ​ທີ່​ອາຍຸ​ຕ່ຳ​ກວ່າ 16 ປີ ໂດຍ​ບໍ່​ເປີດ​ໂອກາດ​ໃຫ້​ເດັກ​ນ້ອຍ​ໄດ້​ສະແດງ​ໃຫ້​ເຫັນ​ກ່ອນ​ວ່າ​ລາວ​ໃຫຍ່​ພໍ​ທີ່​ຈະ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ຫຼື​ບໍ່.

24 ການ​ຕໍ່​ສູ້​ຕະຫຼອດ 3 ປີ​ນັ້ນ​ຄຸ້ມ​ຄ່າ​ບໍ? ເອພຣິວ​ຕອບ​ວ່າ: “ຄຸ້ມ​ຄ່າ​ແທ້!” ຕອນ​ນີ້​ເອພຣິວ​ເປັນ​ໄພໂອເນຍ​ປະຈຳ​ທີ່​ມີ​ສຸຂະພາບ​ແຂງແຮງ​ດີ ລາວ​ເວົ້າ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ ເມື່ອ​ຮູ້​ວ່າ​ຄວາມ​ພະຍາຍາມ​ນ້ອຍໆຂອງ​ຂ້ອຍ​ມີ​ສ່ວນ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ກຽດ​ແລະ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ.” ປະສົບການ​ຂອງ​ເອພຣິວ​ສະແດງ​ໃຫ້​ເຫັນ​ວ່າ​ເດັກ​ໜຸ່ມ​ສາວ​ສາມາດ​ຢືນຢັດ​ດ້ວຍ​ຄວາມ​ກ້າຫານ​ແລະ​ພິສູດ​ວ່າ​ເຂົາ​ເຈົ້າ​ເປັນ​ປະຊາຊົນ​ຂອງ​ລາຊະອານາຈັກ​ແທ້ໆ.—ມັດ. 21:16

ເສລີ​ພາບ​ໃນ​ການ​ລ້ຽງ​ລູກ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ

25, 26. ບາງ​ຄັ້ງ​ເກີດ​ບັນຫາ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ທີ່​ພໍ່​ແມ່​ຢ່າ​ຮ້າງ​ກັນ?

25 ພະ​ເຢໂຫວາ​ມອບ​ໜ້າ​ທີ່​ໃຫ້​ພໍ່​ແມ່​ລ້ຽງ​ລູກ​ຕາມ​ມາດຕະຖານ​ຂອງ​ພະອົງ. (ບັນຍັດ. 6:6-8; ເອເຟ. 6:4) ວຽກ​ນີ້​ບໍ່​ງ່າຍ​ເລີຍ ແລະ​ຖ້າ​ພໍ່​ແມ່​ຢ່າ​ຮ້າງ​ກັນ ການ​ລ້ຽງ​ລູກ​ກໍ​ຍິ່ງ​ຍາກ​ຫຼາຍ​ຂຶ້ນ ເພາະ​ພໍ່​ກັບ​ແມ່​ອາດ​ຄິດ​ຕ່າງ​ກັນ​ໃນ​ເລື່ອງ​ການ​ລ້ຽງ​ລູກ ຕົວຢ່າງ​ເຊັ່ນ: ພໍ່​ຫຼື​ແມ່​ທີ່​ເປັນ​ພະຍານ​ຮູ້ສຶກ​ວ່າ​ຕ້ອງ​ລ້ຽງ​ລູກ​ໂດຍ​ໃຊ້​ຫຼັກ​ການ​ຂອງ​ຄລິດສະຕຽນ​ແຕ່​ອີກ​ຝ່າຍ​ໜຶ່ງ​ທີ່​ບໍ່​ແມ່ນ​ພະຍານ​ອາດ​ບໍ່​ເຫັນ​ດີ​ນຳ. ແນ່ນອນ​ວ່າ​ພໍ່​ຫຼື​ແມ່​ທີ່​ເປັນ​ພະຍານ​ຕ້ອງ​ຍອມ​ຮັບ​ວ່າ​ການ​ຢ່າ​ຮ້າງ​ອາດ​ເຮັດ​ໃຫ້​ທັງ​ສອງ​ຂາດ​ຈາກ​ກັນ ແຕ່​ສາຍ​ສຳພັນ​ຂອງ​ຄວາມ​ເປັນ​ພໍ່​ເປັນ​ແມ່​ກໍ​ຍັງ​ຄົງ​ຢູ່.

26 ພໍ່​ຫຼື​ແມ່​ທີ່​ບໍ່​ແມ່ນ​ພະຍານ​ອາດ​ຮ້ອງ​ຂໍ​ຕໍ່​ສານ​ເພື່ອ​ຈະ​ໄດ້​ສິດ​ໃນ​ການ​ລ້ຽງ​ລູກ ແລະ​ສິດ​ໃນ​ການ​ຕັດສິນ​ໃຈ​ວ່າ​ຈະ​ໃຊ້​ຫຼັກ​ຄຳ​ສອນ​ຂອງ​ສາສະໜາ​ໃດ​ອົບຮົມ​ສັ່ງ​ສອນ​ລູກ. ພໍ່​ຫຼື​ແມ່​ບາງ​ຄົນ​ເຖິງ​ກັບ​ອ້າງ​ວ່າ​ການ​ລ້ຽງ​ລູກ​ແບບ​ພະຍານ​ພະ​ເຢໂຫວາ​ຈະ​ມີ​ຜົນ​ເສຍຫາຍ​ຕໍ່​ລູກ ເພາະ​ວ່າ​ເດັກ​ນ້ອຍ​ຈະ​ບໍ່​ໄດ້​ສະຫຼອງ​ວັນ​ເກີດ ບໍ່​ໄດ້​ສະຫຼອງ​ເທສະການ​ຕ່າງໆໃນ​ວັນ​ພັກ ແລະ​ບໍ່​ສາມາດ​ຮັບ​ເລືອດ​ເຊິ່ງ​ເປັນ​ການ “ຊ່ວຍ​ຊີວິດ” ລູກ​ໃນ​ກໍລະນີ​ສຸກ​ເສີນ. ແຕ່​ໜ້າ​ດີ​ໃຈ​ທີ່​ສານ​ຫຼາຍ​ແຫ່ງ​ເຫັນ​ວ່າ​ຄວນ​ຄຳນຶງ​ເຖິງ​ຜົນ​ປະໂຫຍດ​ສູງ​ສຸດ​ຂອງ​ເດັກ​ນ້ອຍ ແທນ​ທີ່​ຈະ​ມົວ​ແຕ່​ຄິດ​ວ່າ​ສາສະໜາ​ຂອງ​ພໍ່​ຫຼື​ແມ່​ເປັນ​ປະໂຫຍດ​ຫຼື​ເປັນ​ໂທດ​ຕໍ່​ລູກ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

27, 28. ເມື່ອ​ມີ​ການ​ກ່າວ​ຫາ​ວ່າ​ການ​ລ້ຽງ​ລູກ​ໃຫ້​ເປັນ​ພະຍານ​ພະ​ເຢໂຫວາ​ກໍ່​ຜົນ​ເສຍຫາຍ​ຕໍ່​ເດັກ​ນ້ອຍ ສານ​ສູງ​ສຸດ​ຂອງ​ລັດ​ໂອ​ຮາຍ​ໂອ​ຕອບ​ແນວ​ໃດ?

27 ສະຫະລັດ. ໃນ​ປີ 1992 ສານ​ສູງ​ສຸດ​ຂອງ​ລັດ​ໂອ​ຮາຍ​ໂອ​ໄດ້​ພິຈາລະນາ​ຄະດີ​ໜຶ່ງ ພໍ່​ທີ່​ບໍ່​ແມ່ນ​ພະຍານ​ໄດ້​ຟ້ອງ​ຮ້ອງ​ຕໍ່​ສານ​ວ່າ​ລູກ​ຊາຍ​ທີ່​ຍັງ​ນ້ອຍ​ຈະ​ໄດ້​ຮັບ​ຜົນ​ເສຍຫາຍ ຖ້າ​ລາວ​ໄດ້​ຮັບ​ການ​ລ້ຽງ​ດູ​ໃຫ້​ເປັນ​ພະຍານ​ພະ​ເຢໂຫວາ. ສານ​ຊັ້ນ​ຕົ້ນ​ເຫັນ​ດີ​ນຳ​ແລະ​ຕັດສິນ​ໃຫ້​ພໍ່​ເປັນ​ຝ່າຍ​ລ້ຽງ​ລູກ ແລະ​ໃຫ້​ເຈນ​ນີເຟີ ເພ​ເຕີ​ແມ່​ທີ່​ເປັນ​ພະຍານ​ມີ​ສິດ​ໄປ​ຢາມ​ລູກ​ໄດ້ ແຕ່​ສານ​ເວົ້າ​ຢ້ຳ​ກັບ​ລາວ​ວ່າ​ຫ້າມ “ສອນ​ຫຼື​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ທາງ​ສາສະໜາ​ຂອງ​ພະຍານ​ພະ​ເຢໂຫວາ​ກັບ​ລູກ​ບໍ່​ວ່າ​ຈະ​ແບບ​ໃດ​ກໍ​ຕາມ.” ຄຳ​ສັ່ງ​ນັ້ນ​ກວ້າງ​ຂວາງ​ຫຼາຍ​ຈົນ​ອາດ​ຕີ​ຄວາມ​ໝາຍ​ໄດ້​ວ່າ​ພີ່​ນ້ອງ​ເຈນ​ນີເຟີ​ບໍ່​ສາມາດ​ເວົ້າ​ກັບ​ບ໋ອບ​ບີ​ລູກ​ຊາຍ​ຂອງ​ລາວ​ໄດ້ ແມ່ນ​ແຕ່​ເລື່ອງ​ຄຳພີ​ໄບເບິນ​ຫຼື​ມາດຕະຖານ​ທາງ​ສິນລະທຳ! ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ເຈນ​ນີເຟີ​ຈະ​ຮູ້ສຶກ​ແນວ​ໃດ? ລາວ​ເກືອບ​ຫົວໃຈ​ແຕກ​ສະ​ຫຼາຍ ແຕ່​ລາວ​ບອກ​ວ່າ​ລາວ​ໄດ້​ຝຶກ​ຄວາມ​ອົດ​ທົນ​ແລະ​ຄອຍ​ຖ້າ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຈນ​ນີເຟີ​ເລົ່າ​ວ່າ: “ພະ​ເຢໂຫວາ​ຢູ່​ພ້ອມ​ທີ່​ຈະ​ຊ່ວຍ​ຂ້ອຍ​ສະເໝີ.” ທະນາຍ​ຄວາມ​ສ່ວນ​ຕົວ​ຂອງ​ລາວ​ເຊິ່ງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ກໍ​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ລັດ​ໂອ​ຮາຍ​ໂອ.

28 ສານ​ນີ້​ບໍ່​ເຫັນ​ດີ​ກັບ​ຄຳ​ຕັດສິນ​ຂອງ​ສານ​ຊັ້ນ​ຕົ້ນ ໂດຍ​ກ່າວ​ວ່າ: “ພໍ່​ແມ່​ມີ​ສິດ​ຂັ້ນ​ພື້ນຖານ​ທີ່​ຈະ​ໃຫ້​ການ​ສຶກສາ​ກັບ​ລູກ ລວມ​ທັງ​ມີ​ສິດ​ທີ່​ຈະ​ອົບຮົມ​ສັ່ງ​ສອນ​ເລື່ອງ​ຄ່າ​ນິຍົມ​ທາງ​ສິນລະທຳ​ແລະ​ສາສະໜາ.” ສານ​ກ່າວ​ວ່າ: ເວັ້ນ​ແຕ່​ຈະ​ມີ​ຫຼັກ​ຖານ​ທີ່​ພິສູດ​ໃຫ້​ເຫັນ​ວ່າ​ຄ່າ​ນິຍົມ​ທາງ​ສາສະໜາ​ທີ່​ພະຍານ​ພະ​ເຢໂຫວາ​ສອນ​ເປັນ​ອັນຕະລາຍ​ຕໍ່​ສະຫວັດດີພາບ​ທາງ​ດ້ານ​ຮ່າງກາຍ​ແລະ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ. ສານ​ບໍ່​ມີ​ອຳນາດ​ທີ່​ຈະ​ຈຳກັດ​ສິດ​ຂອງ​ພໍ່​ຫຼື​ແມ່​ໃນ​ການ​ລ້ຽງ​ດູ​ລູກ​ພຽງ​ເພາະ​ເລື່ອງ​ສາສະໜາ. ສານ​ບໍ່​ພົບ​ຫຼັກ​ຖານ​ໃດໆທີ່​ພິສູດ​ວ່າ​ຄວາມ​ເຊື່ອ​ທາງ​ສາສະໜາ​ຂອງ​ພະຍານ​ພະ​ເຢໂຫວາ​ກໍ່​ຜົນ​ເສຍຫາຍ​ຕໍ່​ຮ່າງກາຍ​ແລະ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ.

ສານ​ຫຼາຍ​ແຫ່ງ​ຕັດສິນ​ໃຫ້​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ໄດ້​ສິດ​ໃນ​ການ​ລ້ຽງ​ລູກ

29-31. ເປັນ​ຫຍັງ​ພີ່​ນ້ອງ​ຍິງ​ໃນ​ແດນ​ມາກ​ເສຍ​ສິດ​ໃນ​ການ​ລ້ຽງ​ລູກ​ແຕ່​ສານ​ສູງ​ສຸດ​ຂອງ​ແດນ​ມາກ​ຕັດສິນ​ເລື່ອງ​ນີ້​ແນວ​ໃດ?

29 ແດນ​ມາກ. ແອນ​ນິ​ຕາ ຮັນ​ເຊ​ນ​ກໍ​ມີ​ບັນຫາ​ຄ້າຍ​ຄື​ກັນ ຜົວ​ເກົ່າ​ຂອງ​ລາວ​ໄດ້​ຍື່ນ​ຟ້ອງ​ສານ​ເພື່ອ​ຂໍ​ສິດ​ໃນ​ການ​ລ້ຽງ​ລູກ​ສາວ​ອາຍຸ 7 ປີ​ຊື່​ອາແມນ​ດາ. ເຖິງ​ແມ່ນ​ວ່າ​ສານ​ແຂວງ​ໄດ້​ໃຫ້​ສິດ​ນັ້ນ​ແກ່​ພີ່​ນ້ອງ​ຮັນ​ເຊ​ນ​ໃນ​ປີ 2000 ແຕ່​ພໍ່​ຂອງ​ອາແມນ​ດາ​ກໍ​ຍື່ນ​ອຸທອນ​ເຖິງ​ສານ​ສູງ​ເຊິ່ງ​ປ່ຽນ​ຄຳ​ຕັດສິນ​ຂອງ​ສານ​ແຂວງ ແລະ​ຕັດສິນ​ໃຫ້​ພໍ່​ໄດ້​ສິດ​ໃນ​ການ​ລ້ຽງ​ລູກ. ສານ​ສູງ​ໃຫ້​ເຫດຜົນ​ວ່າ ເພາະ​ພໍ່​ແມ່​ຕ່າງ​ກໍ​ມີ​ຄວາມ​ຄິດ​ເຫັນ​ເປັນ​ຂອງ​ຕົວ​ເອງ​ໃນ​ເລື່ອງ​ການ​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ທາງ​ສາສະໜາ ພໍ່​ຈຶ່ງ​ໜ້າ​ຈະ​ເປັນ​ຄົນ​ທີ່​ຈັດການ​ກັບ​ຂໍ້​ຂັດ​ແຍ່ງ​ໄດ້​ດີ​ກວ່າ. ນີ້​ໝາຍ​ຄວາມ​ວ່າ​ສານ​ໄດ້​ຕັດສິນ​ໃຫ້​ພີ່​ນ້ອງ​ຮັນ​ເຊ​ນ​ເສຍ​ສິດ​ໃນ​ການ​ລ້ຽງ​ລູກ​ຍ້ອນ​ວ່າ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ!

30 ຕະຫຼອດ​ໄລຍະ​ທີ່​ຫຍຸ້ງຍາກ​ນີ້ ບາງ​ຄັ້ງ​ພີ່​ນ້ອງ​ຮັນ​ເຊ​ນ​ກໍ​ຮູ້ສຶກ​ທໍ້​ແທ້​ຈົນ​ບໍ່​ຮູ້​ວ່າ​ຈະ​ອະທິດຖານ​ຂໍ​ຫຍັງ​ດີ ແຕ່​ລາວ​ເລົ່າ​ວ່າ: “ຂໍ້​ຄິດ​ທີ່​ໄດ້​ຈາກ​ໂລມ 8:26 ແລະ 27 ຊ່ວຍ​ປອບ​ໂຍນ​ຂ້ອຍ​ໄດ້​ຫຼາຍ ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ຂ້ອຍ​ຢາກ​ເວົ້າ​ຫຍັງ ພະອົງ​ແນມ​ມາ​ຫາ​ຂ້ອຍ ແລະ​ພະອົງ​ຢູ່​ຄຽງ​ຂ້າງ​ຂ້ອຍ​ສະເໝີ.”—ອ່ານ​ຄຳເພງ 32:8; ເອຊາອີ 41:10

31 ພີ່​ນ້ອງ​ຮັນ​ເຊ​ນ​ຍື່ນ​ອຸທອນ​ຕໍ່​ສານ​ສູງ​ສຸດ​ຂອງ​ປະເທດ​ແດນ​ມາກ. ສານ​ມີ​ຄຳ​ຕັດສິນ​ວ່າ “ການ​ປະເມີນ​ວ່າ​ອັນ​ໃດ​ເປັນ​ຜົນ​ປະໂຫຍດ​ສູງ​ສຸດ​ສຳລັບ​ເດັກ​ນ້ອຍ ຄວນ​ເປັນ​ຫຼັກ​ເກນ​ໃນ​ການ​ຕັດສິນ​ວ່າ​ຝ່າຍ​ໃດ​ຈະ​ມີ​ສິດ​ໃນ​ການ​ລ້ຽງ​ລູກ.” ສານ​ຍັງ​ກ່າວ​ຕໍ່​ໄປ​ອີກ​ວ່າ: ການ​ຕັດສິນ​ໃຫ້​ໃຜ​ເປັນ​ຜູ້​ລ້ຽງ​ລູກ ຄວນ​ພິຈາລະນາ​ຈາກ​ວິທີ​ທີ່​ພໍ່​ແລະ​ແມ່​ຈັດການ​ກັບ​ຂໍ້​ຂັດ​ແຍ່ງ ບໍ່​ແມ່ນ​ພິຈາລະນາ “ຫຼັກ​ຄຳ​ສອນ​ຫຼື​ຈຸດ​ຢືນ” ຂອງ​ພະຍານ​ພະ​ເຢໂຫວາ. ພີ່​ນ້ອງ​ຮັນ​ເຊ​ນ​ຮູ້ສຶກ​ໂລ່ງ​ໃຈ​ເມື່ອ​ສານ​ເຫັນ​ວ່າ​ລາວ​ເໝາະ​ສົມ​ທີ່​ຈະ​ເປັນ​ຜູ້​ເບິ່ງ​ແຍງ​ອາແມນ​ດາ​ແລະ​ຄືນ​ສິດ​ນັ້ນ​ໃຫ້​ລາວ.

32. ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ​ໄດ້​ປົກ​ປ້ອງ​ພໍ່​ແມ່​ທີ່​ເປັນ​ພະຍານ​ຈາກ​ການ​ເລືອກ​ປະຕິບັດ​ແນວ​ໃດ?

32 ຫຼາຍ​ປະເທດ​ໃນ​ເອີ​ຣົບ. ບາງ​ຄັ້ງ​ມີ​ການ​ສູ້​ຄະດີ​ເລື່ອງ​ສິດທິ​ໃນ​ການ​ລ້ຽງ​ລູກ​ໄປ​ຈົນ​ຮອດ​ສານ​ສູງ​ສຸດ​ຂອງ​ປະເທດ ສ່ວນ​ບາງ​ຄະດີ​ກໍ​ໄດ້​ໄປ​ເຖິງ​ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ. ໃນ​ຄະດີ​ເຫຼົ່າ​ນັ້ນ ມີ​ສອງ​ຄະດີ​ທີ່​ສານ​ສິດທິ​ມະນຸດ​ແຫ່ງ​ເອີ​ຣົບ​ຍອມ​ຮັບ​ວ່າ​ສານ​ຊັ້ນ​ຕົ້ນ​ຫຼາຍ​ແຫ່ງ​ພາຍ​ໃນ​ປະເທດ​ປະຕິບັດ​ຕໍ່​ພໍ່​ແມ່​ທີ່​ເປັນ​ພະຍານ​ກັບ​ບໍ່​ເປັນ​ພະຍານ​ແບບ​ສອງ​ມາດຕະຖານ​ເພາະ​ເລື່ອງ​ສາສະໜາ ແລະ​ເອີ້ນ​ການ​ກະທຳ​ແບບ​ນັ້ນ​ວ່າ: “ການ​ເລືອກ​ປະຕິບັດ.” ພະຍານ​ຄົນ​ໜຶ່ງ​ທີ່​ເປັນ​ແມ່​ເຊິ່ງ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຕັດສິນ​ຂອງ​ສານ​ນີ້​ໄດ້​ເລົ່າ​ດ້ວຍ​ຄວາມ​ຮູ້ສຶກ​ໂລ່ງ​ໃຈ​ວ່າ: “ຂ້ອຍ​ເຈັບ​ປວດ​ຫຼາຍ​ທີ່​ຖືກ​ກ່າວ​ຫາ​ວ່າ​ທຳ​ຮ້າຍ​ລູກໆ ທັງໆທີ່​ຂ້ອຍ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ເພື່ອ​ລ້ຽງ​ລູກ​ໃຫ້​ເປັນ​ຄລິດສະຕຽນ ເພາະ​ຂ້ອຍ​ຄິດ​ວ່າ​ນີ້​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຂົາ​ເຈົ້າ.”

33. ພໍ່​ແມ່​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຈະ​ນຳ​ຫຼັກ​ການ​ໃນ​ຟີລິບ 4:5 ໄປ​ໃຊ້​ແນວ​ໃດ?

33 ພໍ່​ແມ່​ທີ່​ເປັນ​ພະຍານ​ເຊິ່ງ​ຕ້ອງ​ຕໍ່​ສູ້​ທາງ​ກົດ​ໝາຍ​ເພື່ອ​ຈະ​ໄດ້​ສິດ​ໃນ​ການ​ປູກ​ຝັງ​ມາດຕະຖານ​ຕ່າງໆໃນ​ຄຳພີ​ໄບເບິນ​ໄວ້​ໃນ​ຫົວໃຈ​ຂອງ​ລູກ ເຂົາ​ເຈົ້າ​ກໍ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຄົນ​ມີ​ເຫດຜົນ. (ອ່ານ​ຟີລິບ 4:5) ເມື່ອ​ຝ່າຍ​ທີ່​ເປັນ​ພະຍານ​ໄດ້​ສິດ​ໃນ​ການ​ລ້ຽງ​ລູກ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ ລາວ​ກໍ​ອາດ​ຈະ​ຍອມ​ໃຫ້​ອີກ​ຝ່າຍ​ໜຶ່ງ​ໄດ້​ມີ​ສ່ວນ​ເຮັດ​ໜ້າ​ທີ່​ຂອງ​ຕົນ ຖ້າ​ຝ່າຍ​ນັ້ນ​ຢາກ​ເຮັດ. ແລ້ວ​ພໍ່​ຫຼື​ແມ່​ທີ່​ເປັນ​ພະຍານ​ຄວນ​ຖື​ວ່າ​ໜ້າ​ທີ່​ໃນ​ການ​ອົບຮົມ​ສັ່ງ​ສອນ​ລູກ​ເປັນ​ເລື່ອງ​ຈິງ​ຈັງ​ສ່ຳ​ໃດ?

34. ໃນ​ທຸກ​ມື້​ນີ້ ພໍ່​ແມ່​ທີ່​ເປັນ​ຄລິດ ສະ​ຕຽນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຕົວຢ່າງ​ຂອງ​ຊາວ​ຢິວ​ໃນ​ສະໄໝ​ເນເຫມີ?

34 ຕົວຢ່າງ​ໜຶ່ງ​ໃນ​ສະໄໝ​ຂອງ​ເນເຫມີ​ໃຫ້​ຂໍ້​ຄິດ​ທີ່​ເປັນ​ປະໂຫຍດ​ຫຼາຍ. ຊາວ​ຢິວ​ຈະ​ຕ້ອງ​ເຮັດ​ວຽກ​ໜັກ​ໃນ​ຕອນ​ທີ່​ສ້ອມ​ແປງ​ແລະ​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ​ຂຶ້ນ​ໃໝ່. ເຂົາ​ເຈົ້າ​ຮູ້​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ປົກ​ປ້ອງ​ເຂົາ​ເຈົ້າ​ແລະ​ຄົນ​ໃນ​ຄອບຄົວ​ໃຫ້​ພົ້ນ​ຈາກ​ສັດຕູ​ທີ່​ຢູ່​ອ້ອມ​ຮອບ. ດ້ວຍ​ເຫດ​ນີ້​ເນເຫມີ​ຈຶ່ງ​ເຕືອນ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ເລວເສິກ​ຊ່ອຍ​ພວກ​ພີ່​ນ້ອງ​ກັບ​ລູກ​ຊາຍ​ຍິງ ກັບ​ເມຍ ກັບ​ເຮືອນ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ເຖີ້ນ.” (ນເຫ. 4:14) ຊາວ​ຢິວ​ຖື​ວ່າ​ການ​ສູ້​ຮົບ​ນັ້ນ​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ແທ້ໆ. ໃນ​ທຸກ​ມື້​ນີ້​ກໍ​ເຊັ່ນ​ກັນ ພໍ່​ແມ່​ທີ່​ເປັນ​ພະຍານ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ລ້ຽງ​ລູກ​ໃຫ້​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ຮູ້​ວ່າ​ລູກ​ຕ້ອງ​ພົບ​ກັບ​ອິດທິພົນ​ທີ່​ບໍ່​ດີ​ຮອບ​ດ້ານ​ເມື່ອ​ໄປ​ໂຮງ​ຮຽນ​ຫຼື​ບ່ອນ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່. ອິດທິພົນ​ເຫຼົ່າ​ນັ້ນ​ອາດ​ແຊກ​ຊຶມ​ເຂົ້າ​ມາ​ໃນ​ເຮືອນ​ໂດຍ​ທາງ​ສື່​ຕ່າງໆ. ຂໍ​ໃຫ້​ພໍ່​ແມ່​ຢ່າ​ລືມ​ວ່າ ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ເຈົ້າ​ທຸ່ມ​ເທ​ເພື່ອ​ໃຫ້​ລູກ​ໄດ້​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດໄພ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ເຊິ່ງ​ເປັນ​ສິ່ງ​ທີ່​ຄຸ້ມ​ຄ່າ​ແທ້ໆ.

ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ສະໜັບສະໜູນ​ການ​ນະມັດສະການ​ແທ້

35, 36. ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຕໍ່​ສູ້​ເພື່ອ​ສິດທິ​ຕາມ​ກົດ​ໝາຍ ແລະ​ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

35 ແນ່ນອນ​ວ່າ ພະ​ເຢໂຫວາ​ອວຍ​ພອນ​ອົງການ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້​ທີ່​ພະຍາຍາມ​ຕໍ່​ສູ້​ເພື່ອ​ຈະ​ໄດ້​ສິດ​ເສລີ​ພາບ​ໃນ​ການ​ນະມັດສະການ. ການ​ຕໍ່​ສູ້​ເພື່ອ​ສິດທິ​ຕາມ​ກົດ​ໝາຍ​ມັກ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ມີ​ໂອກາດ​ເວົ້າ​ແລະ​ໃຫ້​ເຫດຜົນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຮົາ​ທັງ​ຕໍ່​ໜ້າ​ສານ​ແລະ​ຕໍ່​ໜ້າ​ສາທາລະນະ​ຊົນ. (ໂລມ 1:8) ຜົນ​ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ຈາກ​ໄຊ​ຊະນະ​ໃນ​ສານ​ກໍ​ຄື: ແມ່ນ​ແຕ່​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ກໍ​ໄດ້​ຮັບ​ສິດ​ຂອງ​ພົນລະເມືອງ​ຢ່າງ​ເທົ່າ​ທຽມ​ກັນ ແຕ່​ພວກ​ເຮົາ​ທີ່​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ແມ່ນ​ນັກ​ປະ​ຕິ​ຮູບ​ສັງຄົມ ແລະ​ບໍ່​ແມ່ນ​ພວກ​ທີ່​ຫ່ວງ​ແຕ່​ຈະ​ພິສູດ​ວ່າ​ຕົວ​ເອງ​ເປັນ​ຝ່າຍ​ຖືກ. ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ພະຍານ​ພະ​ເຢໂຫວາ​ຕໍ່​ສູ້​ຄະດີ​ໃນ​ສານ​ກໍ​ເພື່ອ​ຈະ​ໄດ້​ສິດທິ​ຕາມ​ກົດ​ໝາຍ ເຊິ່ງ​ເປັນ​ຄວາມ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ການ​ນະມັດສະການ​ແທ້​ກ້າວ​ໜ້າ​ໄປ​ແລະ​ມີ​ກົດ​ໝາຍ​ຮອງ​ຮັບ.—ອ່ານ​ຟີລິບ 1:7

36 ຂໍ​ໃຫ້​ເຮົາ​ຢ່າ​ເບິ່ງ​ຂ້າມ​ບົດຮຽນ​ເລື່ອງ​ຄວາມ​ເຊື່ອ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄົນ​ເຫຼົ່າ​ນັ້ນ​ທີ່​ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ! ໃຫ້​ເຮົາ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ສະເໝີ​ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ສະໜັບສະໜູນ​ວຽກ​ຂອງ​ເຮົາ ລວມ​ທັງ​ຊ່ວຍ​ໃຫ້​ເຮົາ​ມີ​ກຳລັງ​ຕໍ່ໆໄປ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ເຮັດ.—ເອຊາ. 54:17