ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 17

ຜູ້​ຮັບໃຊ້​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ລາຊະອານາຈັກ

ຜູ້​ຮັບໃຊ້​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ລາຊະອານາຈັກ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ໂຮງ​ຮຽນ​ຕ່າງໆຕາມ​ລະບອບ​ຂອງ​ພະເຈົ້າ​ຝຶກ​ສອນ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ພ້ອມ​ສຳລັບ​ວຽກ​ມອບ​ໝາຍ​ທຸກ​ຢ່າງ

1-3. ພະ​ເຍຊູ​ຂະຫຍາຍ​ວຽກ​ປະກາດ​ໃຫ້​ກວ້າງ​ອອກ​ໄປ​ແນວ​ໃດ ແລະ​ເຮັດ​ໃຫ້​ເກີດ​ຄຳຖາມ​ຫຍັງ?

 ພະ​ເຍຊູ​ປະກາດ​ທົ່ວ​ແຂວງ​ຄາລິເລ​ໃນ​ລະຫວ່າງ 2 ປີ. (ອ່ານ​ມັດທາຍ 9:35-38) ເພິ່ນ​ໄປ​ຫາ​ຜູ້​ຄົນ​ໃນ​ໝູ່​ບ້ານ​ແລະ​ຕາມ​ເມືອງ​ຕ່າງໆ ເພິ່ນ​ສອນ​ໃນ​ໂຮງ​ທຳ​ແລະ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ບໍ່​ວ່າ​ເພິ່ນ​ຈະ​ປະກາດ​ຢູ່​ໃສ ຊາວບ້ານ​ຊາວ​ເມືອງ​ກໍ​ພາ​ກັນ​ໄປ​ຟັງ. ພະ​ເຍຊູ​ສັງເກດ​ເຫັນ​ວ່າ: “ການ​ກ່ຽວ​ເຂົ້າ​ມີ​ມາກ​ຫຼາຍ” ແລະ​ຍັງ​ຕ້ອງການ​ຄົນ​ງານ​ອີກ​ຈຳນວນ​ຫຼາຍ.

2 ພະ​ເຍຊູ​ກຽມ​ຂະຫຍາຍ​ວຽກ​ປະກາດ​ໃຫ້​ກວ້າງ​ອອກ​ໄປ ເພິ່ນ​ເຮັດ​ແນວ​ໃດ? ເພິ່ນ​ສົ່ງ​ອັກຄະສາວົກ 12 ຄົນ​ອອກ​ໄປ “ເທສະໜາ​ປ່າວ​ປະກາດ​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະເຈົ້າ.” (ລືກາ 9:1, 2) ເຂົາ​ເຈົ້າ​ອາດ​ສົງໄສ​ວ່າ​ຈະ​ປະກາດ​ແນວ​ໃດ. ກ່ອນ​ທີ່​ພະ​ເຍຊູ​ຈະ​ສົ່ງ​ອັກຄະສາວົກ​ອອກ​ໄປ​ເຮັດ​ວຽກ​ນີ້ ເພິ່ນ​ກໍ​ໄດ້​ຝຶກ​ສອນ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ພໍ່​ທີ່​ຢູ່​ໃນ​ສະຫວັນ.

3 ຕອນ​ນີ້ ເຈົ້າ​ອາດ​ມີ​ຄຳຖາມ​ຫຼາຍ​ຂໍ້​ຢູ່​ໃນ​ໃຈ​ເຊັ່ນ: ພະ​ເຍຊູ​ເຄີຍ​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ພໍ່​ຂອງ​ເພິ່ນ​ໃນ​ເລື່ອງ​ໃດ​ແດ່? ພະ​ເຍຊູ​ຝຶກ​ສອນ​ພວກ​ອັກຄະສາວົກ​ເລື່ອງ​ຫຍັງ​ແດ່? ແລະ​ໃນ​ທຸກ​ມື້​ນີ້​ກະສັດ​ເມຊີ​ໄດ້​ຝຶກ​ສອນ​ລູກ​ສິດ​ຂອງ​ເພິ່ນ​ໃຫ້​ຮູ້​ວິທີ​ປະກາດ​ບໍ? ເພິ່ນ​ເຮັດ​ວິທີ​ໃດ?

“ເຮົາ​ໄດ້​ເວົ້າ​ຄຳ​ທັງ​ຫຼາຍ​ນີ້​ຕາມ​ພະ​ບິດາ​ໄດ້​ສັ່ງ​ສອນ​ເຮົາ”

4. ພະ​ເຍຊູ​ຮຽນ​ຈາກ​ພໍ່​ຂອງ​ເພິ່ນ​ຕອນ​ໃດ​ແລະ​ຢູ່​ໃສ?

4 ພະ​ເຍຊູ​ເວົ້າ​ໄດ້​ຢ່າງ​ເຕັມ​ປາກ​ວ່າ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ເປັນ​ຜູ້​ສອນ​ເພິ່ນ. ໃນ​ລະຫວ່າງ​ທີ່​ພະ​ເຍຊູ​ເຮັດ​ວຽກ​ຮັບໃຊ້​ຢູ່​ໃນ​ໂລກ ເພິ່ນ​ບອກ​ວ່າ: “ເຮົາ​ໄດ້​ເວົ້າ​ຄຳ​ທັງ​ຫຼາຍ​ນີ້​ຕາມ​ພະ​ບິດາ​ໄດ້​ສັ່ງ​ສອນ​ເຮົາ.” (ໂຢ. 8:28) ພະ​ເຍຊູ​ຮຽນ​ຕອນ​ໃດ​ແລະ​ຢູ່​ໃສ? ພະ​ເຍຊູ​ເລີ່ມ​ໄດ້​ຮັບ​ການ​ຝຶກ​ສອນ​ບໍ່​ດົນ​ຫຼັງ​ຈາກ​ທີ່​ເພິ່ນ​ຖືກ​ສ້າງ​ຂຶ້ນ​ມາ​ເປັນ​ລູກ​ຊາຍ​ຄົນ​ທຳອິດ​ຂອງ​ພະເຈົ້າ. (ໂກໂລ. 1:15) ພະ​ເຍຊູ​ຢູ່​ຄຽງ​ຂ້າງ​ພໍ່​ຂອງ​ເພິ່ນ​ໃນ​ສະຫວັນ​ມາ​ດົນ​ຈົນ​ບໍ່​ອາດ​ນັບ​ເດືອນ​ນັບ​ປີ​ໄດ້ ຈຶ່ງ​ໄດ້​ຟັງ ໄດ້​ເຫັນ ແລະ​ໄດ້​ຮຽນ​ຮູ້​ຈາກ “ຄູ​ອົງ​ຍິ່ງໃຫຍ່.” (ເອຊາ. 30:20, ລ.ມ) ພະ​ເຍຊູ​ລູກ​ຂອງ​ພະເຈົ້າ​ຈຶ່ງ​ໄດ້​ຮັບ​ການ​ຝຶກ​ສອນ​ແບບ​ທີ່​ບໍ່​ເຄີຍ​ມີ​ມະນຸດ​ຄົນ​ໃດ​ຈະ​ທຽບ​ໄດ້ ເຊັ່ນ: ເລື່ອງ​ບຸກຄະລິກ​ຂອງ​ພໍ່ ວຽກ​ທີ່​ພໍ່​ເຮັດ ແລະ​ສິ່ງ​ທີ່​ພໍ່​ຕັ້ງ​ໃຈ​ຈະ​ເຮັດ​ໃນ​ອະນາຄົດ.

5. ພະ​ເຢໂຫວາ​ສອນ​ຫຍັງ​ກ່ຽວ​ກັບ​ວຽກ​ທີ່​ລູກ​ຕ້ອງ​ເຮັດ​ຢູ່​ໃນ​ໂລກ?

5 ເມື່ອ​ເຖິງ​ເວລາ ພະ​ເຢໂຫວາ​ກໍ​ສອນ​ລູກ​ໃຫ້​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ວຽກ​ຫຍັງ​ແດ່​ຢູ່​ໃນ​ໂລກ. ຂໍ​ໃຫ້​ຄິດ​ເຖິງ​ຄຳ​ພະຍາກອນ​ໜຶ່ງ​ທີ່​ເວົ້າ​ເຖິງ​ຄວາມ​ຮັກ​ຄວາມ​ຜູກ​ພັນ​ລະຫວ່າງ​ຄູ​ອົງ​ຍິ່ງໃຫຍ່​ທີ່​ສຸດ​ກັບ​ລູກ​ຊາຍ​ຄົນ​ທຳອິດ​ຂອງ​ພະອົງ. (ອ່ານ​ເອຊາອີ 50:4, 5) ຄຳ​ພະຍາກອນ​ຂໍ້​ນັ້ນ​ບອກ​ວ່າ​ພະ​ເຢໂຫວາ​ປຸກ​ລູກ​ຂອງ​ພະອົງ “ມື້​ເຊົ້າ​ທຸກ​ວັນ.” ຄຳ​ເວົ້າ​ນີ້​ເຮັດ​ໃຫ້​ນຶກ​ເຖິງ​ຄູ​ທີ່​ປຸກ​ນັກ​ຮຽນ​ໃຫ້​ຕື່ນ​ແຕ່​ເຊົ້າ​ເພື່ອ​ສອນ​ລາວ. ປຶ້ມ​ອ້າງອີງ​ກ່ຽວ​ກັບ​ຄຳພີ​ໄບເບິນ​ເຫຼັ້ມ​ໜຶ່ງ​ບອກ​ວ່າ: ຄຳ​ເວົ້າ​ນີ້ “ຄື​ກັບ​ວ່າ​ພະ​ເຢໂຫວາ . . . ພາ​ລູກ​ເຂົ້າ​ໂຮງ​ຮຽນ . . . ແລ້ວ​ກໍ​ສອນ​ລູກ​ໃຫ້​ຮູ້​ວ່າ​ຈະ​ປະກາດ​ເລື່ອງ​ຫຍັງ​ແລະ​ປະກາດ​ແນວ​ໃດ.” ພະ​ເຢໂຫວາ​ສອນ​ລູກ​ຂອງ​ພະອົງ​ໃນ “ໂຮງ​ຮຽນ” ເທິງ​ສະຫວັນ​ໃຫ້​ຮູ້​ວ່າ​ຈະ ‘ຕ້ອງ​ເວົ້າ​ຢ່າງ​ນັ້ນ​ແລະ​ຕ້ອງ​ປາກ​ຢ່າງ​ນີ້.’ (ໂຢ. 12:49) ແລ້ວ​ພໍ່​ກໍ​ຍັງ​ສອນ​ລູກ​ໃຫ້​ຮູ້​ວິທີ​ທີ່​ຈະ​ສອນ​ຄົນ​ອື່ນ​ນຳ​ອີກ. a ໃນ​ຂະນະ​ທີ່​ຢູ່​ເທິງ​ໂລກ ພະ​ເຍຊູ​ບໍ່​ພຽງ​ແຕ່​ນຳ​ຄວາມ​ຮູ້​ທີ່​ໄດ້​ຮຽນ​ຈາກ​ພໍ່​ໄປ​ໃຊ້​ໃນ​ວຽກ​ປະກາດ​ຂອງ​ເພິ່ນ​ເທົ່າ​ນັ້ນ ແຕ່​ຍັງ​ຝຶກ​ສອນ​ລູກ​ສິດ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຂອງ​ເຂົາ​ເຈົ້າ​ໄດ້​ຢ່າງ​ເກີດ​ຜົນ​ນຳ​ອີກ.

6, 7. (ກ) ພະ​ເຍຊູ​ຝຶກ​ສອນ​ພວກ​ອັກຄະສາວົກ​ເລື່ອງ​ຫຍັງ​ແດ່ ແລະ​ການ​ຝຶກ​ສອນ​ນັ້ນ​ກຽມ​ເຂົາ​ເຈົ້າ​ໃຫ້​ພ້ອມ​ສຳລັບ​ຫຍັງ? (ຂ) ພະ​ເຍຊູ​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ຂອງ​ເພິ່ນ​ໃນ​ສະໄໝ​ນີ້​ໃຫ້​ໄດ້​ຮັບ​ການ​ຝຶກ​ສອນ​ເພື່ອ​ຫຍັງ?

6 ພະ​ເຍຊູ​ຝຶກ​ສອນ​ພວກ​ອັກຄະສາວົກ​ເລື່ອງ​ຫຍັງ​ແດ່? ຕາມ​ທີ່​ບັນທຶກ​ໄວ້​ໃນ​ມັດທາຍ​ບົດ 10 ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ທີ່​ສະເພາະ​ເຈາະ​ຈົງ​ເລື່ອງ​ການ​ປະກາດ ເຊັ່ນ: ປະກາດ​ຢູ່​ໃສ (ຂໍ້ 5, 6) ປະກາດ​ເລື່ອງ​ຫຍັງ (ຂໍ້ 7) ເປັນ​ຫຍັງ​ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ (ຂໍ້ 9, 10) ຈະ​ເວົ້າ​ກັບ​ຜູ້​ຄົນ​ຕາມ​ບ້ານ​ເຮືອນ​ແນວ​ໃດ (ຂໍ້ 11-13) ຈະ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ປະຕິເສດ (ຂໍ້ 14, 15) ແລະ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ຂົ່ມເຫງ (ຂໍ້ 16-23). b ເມື່ອ​ພະ​ເຍຊູ​ຝຶກ​ສອນ​ພວກ​ອັກຄະສາວົກ​ຢ່າງ​ດີ ເຂົາ​ເຈົ້າ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຜູ້​ນຳ​ໜ້າ​ວຽກ​ປະກາດ​ຂ່າວ​ດີ​ໃນ​ສະໄໝ​ສະຕະວັດ​ທຳອິດ.

7 ແລ້ວ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ເດ? ພະ​ເຍຊູ​ກະສັດ​ຂອງ​ລາຊະອານາຈັກ​ພະເຈົ້າ​ໄດ້​ມອບ​ໝາຍ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ຜູ້​ຕິດ​ຕາມ​ເພິ່ນ ເຊິ່ງ​ກໍ​ຄື ວຽກ​ປະກາດ ‘ຄຳ​ປະເສີດ​ແຫ່ງ​ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ] ຂອງ​ພະເຈົ້າ . . . ໄປ​ທົ່ວ​ແຜ່ນດິນ​ໂລກ​ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ.’ (ມັດ. 24:14) ກະສັດ​ເຍຊູ​ໄດ້​ຝຶກ​ສອນ​ເຮົາ​ໃຫ້​ເຮັດ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ນີ້​ບໍ? ແນ່ນອນ! ກະສັດ​ທີ່​ຢູ່​ໃນ​ສະຫວັນ​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ເພິ່ນ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ຝຶກ​ສອນ​ໃຫ້​ປະກາດ​ແກ່​ຄົນ​ອື່ນໆແລະ​ເຮັດ​ວຽກ​ຕ່າງໆໃນ​ປະຊາຄົມ​ໃຫ້​ສຳເລັດ.

ຝຶກ​ສອນ​ຜູ້​ຮັບໃຊ້​ໃຫ້​ປະກາດ​ເກັ່ງ​ຂຶ້ນ

8, 9. (ກ) ຈຸດ​ປະສົງ​ຫຼັກ​ຂອງ​ໂຮງ​ຮຽນ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? (ຂ) ການ​ປະຊຸມ​ກາງ​ອາທິດ​ຊ່ວຍ​ເຈົ້າ​ແນວ​ໃດ​ໃນ​ວຽກ​ຮັບໃຊ້?

8 ດົນ​ນານ​ມາ​ແລ້ວ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຝຶກ​ສອນ​ປະຊາຊົນ​ຂອງ​ພະອົງ​ຜ່ານ​ທາງ​ການ​ປະຊຸມ​ໃຫຍ່​ແລະ​ການ​ປະຊຸມ​ປະຈຳ​ປະຊາຄົມ​ເຊັ່ນ: ການ​ປະຊຸມ​ການ​ຮັບໃຊ້ ແລະ​ຕັ້ງ​ແຕ່​ທົດສະວັດ 1940 ພີ່​ນ້ອງ​ທີ່​ນຳ​ໜ້າ​ເຊິ່ງ​ຢູ່​ທີ່​ສຳນັກງານ​ໃຫຍ່​ໄດ້​ເລີ່ມ​ຈັດການ​ຝຶກ​ອົບຮົມ​ໂດຍ​ໃຊ້​ໂຮງ​ຮຽນ​ຫຼາຍ​ແບບ.

9 ໂຮງ​ຮຽນ​ເພື່ອ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ. ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ່​ຜ່ານ​ມາ​ວ່າ​ໂຮງ​ຮຽນ​ນີ້​ເລີ່ມ​ຈັດ​ຂຶ້ນ​ໃນ​ປີ 1943. ໂຮງ​ຮຽນ​ເພື່ອ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ມີ​ຈຸດ​ປະສົງ​ພຽງ​ເພື່ອ​ສອນ​ນັກ​ຮຽນ​ໃຫ້​ບັນລະຍາຍ​ໄດ້​ດີ​ໃນ​ການ​ປະຊຸມ​ເທົ່າ​ນັ້ນ​ບໍ? ບໍ່​ແມ່ນ! ຈຸດ​ປະສົງ​ຫຼັກ​ກໍ​ຄື: ເພື່ອ​ຝຶກ​ສອນ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ຮູ້​ວິທີ​ໃຊ້​ຄວາມ​ສາມາດ​ໃນ​ການ​ເວົ້າ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ໃນ​ການ​ປະກາດ ເຊິ່ງ​ຄວາມ​ສາມາດ​ນີ້​ເປັນ​ຄື​ກັບ​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ກັບ​ເຮົາ. (ເພງ. 150:6) ໂຮງ​ຮຽນ​ໄດ້​ນີ້​ຊ່ວຍ​ພີ່​ນ້ອງ​ທຸກ​ຄົນ​ທີ່​ສະໝັກ​ເປັນ​ນັກ​ຮຽນ​ໃຫ້​ເຮັດ​ວຽກ​ຮັບໃຊ້​ໄດ້​ດີ​ຂຶ້ນ. ໃນ​ຕອນ​ນີ້ ການ​ຝຶກ​ອົບຮົມ​ແບບ​ນີ້​ຈັດ​ຂຶ້ນ​ໃນ​ການ​ປະຊຸມ​ກາງ​ອາທິດ.

10, 11. ໃນ​ທຸກ​ມື້​ນີ້ ມີ​ໃຜ​ແດ່​ທີ່​ອາດ​ສະໝັກ​ເປັນ​ນັກ​ຮຽນ​ໃນ​ໂຮງ​ຮຽນ​ກິລຽດ​ໄດ້ ແລະ​ຫຼັກ​ສູດ​ຂອງ​ໂຮງ​ຮຽນ​ນີ້​ມີ​ຈຸດ​ປະສົງ​ຫຍັງ?

10 ໂຮງ​ຮຽນ​ວັອດທາວເວີ​ໄບເບິນ​ແຫ່ງ​ກິລຽດ. ໂຮງ​ຮຽນ​ນີ້​ເປີດ​ສອນ​ເມື່ອ​ວັນ​ຈັນ​ທີ 1 ກຸມພາ 1943. ຈຸດ​ປະສົງ​ໃນ​ຕອນ​ທຳອິດ​ກໍ​ຄື: ເພື່ອ​ຝຶກ​ອົບຮົມ​ໄພໂອເນຍ​ແລະ​ຜູ້​ຮັບໃຊ້​ເຕັມ​ເວລາ​ຄົນ​ອື່ນໆໃຫ້​ເຮັດ​ວຽກ​ມິດຊັນນາລີ​ຢູ່​ສະຖານ​ທີ່​ຕ່າງໆໃນ​ທົ່ວ​ໂລກ. ແຕ່​ໃນ​ເດືອນ​ຕຸລາ 2011 ມີ​ການ​ກຳນົດ​ວ່າ​ຜູ້​ທີ່​ມີ​ສິດ​ສະໝັກ​ເຂົ້າ​ໂຮງ​ຮຽນ​ນີ້​ຕ້ອງ​ເປັນ​ຜູ້​ຮັບໃຊ້​ເຕັມ​ເວລາ​ປະເພດ​ພິເສດ​ເທົ່າ​ນັ້ນ ເຊັ່ນ: ໄພໂອເນຍ​ພິເສດ ຜູ້​ດູ​ແລ​ເດີນ​ທາງ​ແລະ​ເມຍ ສະມາຊິກ​ຄອບຄົວ​ເບເທນ ແລະ​ມິດຊັນນາລີ​ທີ່​ຢູ່​ໃນ​ເຂດ​ງານ​ເຊິ່ງ​ຍັງ​ບໍ່​ເຄີຍ​ເຂົ້າ​ໂຮງ​ຮຽນ​ນີ້​ມາ​ກ່ອນ.

11 ຫຼັກ​ສູດ​ຂອງ​ໂຮງ​ຮຽນ​ກິລຽດ​ມີ​ຈຸດ​ປະສົງ​ຫຍັງ? ຄູ​ທີ່​ສອນ​ໃນ​ໂຮງ​ຮຽນ​ນີ້​ມາ​ຫຼາຍ​ປີ​ບອກ​ວ່າ: “ການ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ຈະ​ຊ່ວຍ​ໃຫ້​ນັກ​ຮຽນ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ ພັດທະນາ​ຄຸນ​ລັກສະນະ​ແບບ​ພະເຈົ້າ ແລະ​ເຮັດ​ວຽກ​ມອບ​ໝາຍ​ໃຫ້​ສຳເລັດ​ເຖິງ​ແມ່ນ​ຈະ​ປະສົບ​ກັບ​ອຸປະສັກ. ຈຸດ​ປະສົງ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ຂອງ​ຫຼັກ​ສູດ​ນີ້​ກໍ​ຄື: ເພື່ອ​ປູກ​ຝັງ​ນັກ​ຮຽນ​ໃຫ້​ມີ​ຄວາມ​ມຸ່ງ​ໝັ້ນ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ເຮັດ​ວຽກ​ປະກາດ.”—ເອເຟ. 4:11

12, 13. ໂຮງ​ຮຽນ​ກິລຽດ​ສົ່ງ​ຜົນ​ຕໍ່​ວຽກ​ປະກາດ​ທົ່ວ​ໂລກ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

12 ໂຮງ​ຮຽນ​ກິລຽດ​ສົ່ງ​ຜົນ​ຕໍ່​ວຽກ​ປະກາດ​ໃນ​ທົ່ວ​ໂລກ​ແນວ​ໃດ? ຕັ້ງ​ແຕ່​ປີ 1943 ມີ​ຫຼາຍ​ກວ່າ 8.500 ຄົນ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ນີ້ c ແລະ​ມິດຊັນນາລີ​ເຫຼົ່າ​ນັ້ນ​ກໍ​ໄປ​ຮັບໃຊ້​ໃນ​ດິນແດນ​ຕ່າງໆທົ່ວ​ໂລກ​ກວ່າ 170 ດິນແດນ. ເຂົາ​ເຈົ້າ​ນຳ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໄປ​ໃຊ້ ວາງ​ແບບ​ຢ່າງ​ໃນ​ເລື່ອງ​ຄວາມ​ກະຕືລືລົ້ນ​ໃນ​ວຽກ​ປະກາດ ແລະ​ຝຶກ​ສອນ​ຄົນ​ອື່ນໆໃຫ້​ເຮັດ​ແບບ​ດຽວ​ກັນ. ຫຼາຍ​ຄັ້ງ ມິດຊັນນາລີ​ຍັງ​ເປັນ​ຜູ້​ທີ່​ນຳ​ໜ້າ​ໃນ​ເຂດ​ງານ​ທີ່​ມີ​ຜູ້​ປະກາດ​ໜ້ອຍ​ຫຼາຍ.

13 ລອງ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ປະເທດ​ຍີ່ປຸ່ນ ເຊິ່ງ​ວຽກ​ປະກາດ​ເກືອບ​ຈະ​ຢຸດ​ສະຫງັດ​ໄປ​ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ 2. ເມື່ອ​ຮອດ​ເດືອນ​ສິງ​ຫາ ປີ 1949 ພີ່​ນ້ອງ​ຜູ້​ປະກາດ​ທີ່​ເປັນ​ຄົນ​ຍີ່ປຸ່ນ​ມີ​ບໍ່​ຮອດ 10 ຄົນ. ເມື່ອ​ຮອດ​ທ້າຍ​ປີ​ນັ້ນ ກໍ​ມີ​ມິດຊັນນາລີ 13 ຄົນ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ທີ່​ກະຕືລືລົ້ນ​ມາ​ຊ່ວຍ. ຈາກ​ນັ້ນ ມິດຊັນນາລີ​ອີກ​ຫຼາຍ​ຄົນ​ກໍ​ຕາມ​ມາ​ຊ່ວຍ. ຕອນ​ທຳອິດ​ວຽກ​ປະກາດ​ເນັ້ນ​ຕາມ​ເມືອງ​ໃຫຍ່ໆ ຕໍ່​ມາ​ກໍ​ແຜ່​ຂະຫຍາຍ​ອອກ​ໄປ​ໃນ​ເຂດ​ອື່ນໆນຳ​ອີກ. ມິດຊັນນາລີ​ສະໜັບສະໜູນ​ນັກ​ສຶກສາ​ຂອງ​ຕົນ​ແລະ​ຄົນ​ອື່ນໆໃຫ້​ເປັນ​ໄພໂອເນຍ ຄວາມ​ພະຍາຍາມ​ຢ່າງ​ບໍ່​ທໍ້​ຖອຍ​ຂອງ​ມິດຊັນນາລີ​ເຫຼົ່າ​ນັ້ນ​ເກີດ​ຜົນ​ດີ​ແທ້ໆ ເວລາ​ນີ້​ໃນ​ປະເທດ​ຍີ່ປຸ່ນ​ມີ​ຜູ້​ປະກາດ​ລາຊະອານາຈັກ​ຫຼາຍ​ກວ່າ 216.000 ຄົນ​ແລະ​ເກືອບ 40 ເປີເຊັນ​ໃນ​ຈຳນວນ​ນີ້​ເປັນ​ໄພໂອເນຍ! d

14. ໂຮງ​ຮຽນ​ຕ່າງໆຕາມ​ລະບອບ​ຂອງ​ພະເຈົ້າ​ເປັນ​ຂໍ້​ພິສູດ​ຢ່າງ​ໜັກແໜ້ນ​ເລື່ອງ​ຫຍັງ? (ເບິ່ງ​ຂອບ “ ໂຮງ​ຮຽນ​ຕ່າງໆທີ່​ຝຶກ​ສອນ​ຜູ້​ປະກາດ​ລາຊະອານາຈັກ” ໜ້າ 188)

14 ໂຮງ​ຮຽນ​ອື່ນໆຕາມ​ລະບອບ​ຂອງ​ພະເຈົ້າ. ໂຮງ​ຮຽນ​ໄພໂອເນຍ ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຄູ່​ຜົວ​ເມຍ ແລະ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຊາຍ​ໂສດ ໄດ້​ຊ່ວຍ​ນັກ​ຮຽນ​ທີ່​ເຂົ້າ​ໂຮງ​ຮຽນ​ເຫຼົ່າ​ນີ້​ໃຫ້​ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ​ແລະ​ນຳ​ໜ້າ​ໃນ​ວຽກ​ປະກາດ​ຢ່າງ​ຂະຫຍັນ​ຂັນແຂງ. e ໂຮງ​ຮຽນ​ທັງ​ໝົດ​ນີ້​ເປັນ​ຂໍ້​ພິສູດ​ທີ່​ໜັກແໜ້ນ​ວ່າ ກະສັດ​ຂອງ​ເຮົາ​ຝຶກ​ສອນ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ໃຫ້​ເຮັດ​ວຽກ​ປະກາດ​ໄດ້​ຢ່າງ​ມີ​ປະສິດທິພາບ.—2 ຕີໂມ. 4:5

ຝຶກ​ສອນ​ພີ່​ນ້ອງ​ຊາຍ​ເພື່ອ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິເສດ

15. ພີ່​ນ້ອງ​ຊາຍ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆຢາກ​ຮຽນ​ແບບ​ພະ​ເຍຊູ​ແນວ​ໃດ?

15 ຂໍ​ໃຫ້​ນຶກ​ເຖິງ​ຄຳ​ພະຍາກອນ​ຂອງ​ເອຊາອີ​ທີ່​ບອກ​ວ່າ ພະ​ເຍຊູ​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ພະເຈົ້າ ແລະ​ຢູ່ “ໂຮງ​ຮຽນ” ໃນ​ສະຫວັນ ພະ​ເຍຊູ​ລູກ​ຂອງ​ພະເຈົ້າ​ໄດ້​ຮຽນ​ຮູ້​ວິທີ​ເວົ້າ “ຊູ​ແຮງ [ໃຫ້​ກຳລັງ​ໃຈ] ຄົນ​ທີ່​ອ່ອນ​ແຮງ.” (ເອຊາ. 50:4) ພະ​ເຍຊູ​ນຳ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ມາ​ໃຊ້​ຢູ່​ໃນ​ໂລກ ເພິ່ນ​ເຮັດ​ໃຫ້​ຄົນ​ທີ່ “ອິດ​ເມື່ອຍ​ຈາກ​ການ​ແບກ​ພາລະ​ໜັກ, ທ.ປ.” ໃຫ້​ຮູ້ສຶກ​ສົດ​ຊື່ນ. (ມັດ. 11:28-30) ຄົນ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆກໍ​ຢາກ​ຮຽນ​ແບບ​ພະ​ເຍຊູ​ແລະ​ຢາກ​ເຮັດ​ໃຫ້​ພີ່​ນ້ອງ​ຮູ້ສຶກ​ສົດ​ຊື່ນ​ຄື​ກັນ. ດັ່ງ​ນັ້ນ ອົງການ​ຈຶ່ງ​ເປີດ​ໂຮງ​ຮຽນ​ຕ່າງໆເພື່ອ​ຝຶກ​ສອນ​ພີ່​ນ້ອງ​ຊາຍ​ທີ່​ມີ​ຄຸນສົມບັດ​ໃຫ້​ເຮັດ​ວຽກ​ຮັບໃຊ້​ພີ່​ນ້ອງ​ຄລິດສະຕຽນ​ໄດ້​ດີ​ຍິ່ງ​ຂຶ້ນ.

16, 17. ຈຸດ​ປະສົງ​ຂອງ​ໂຮງ​ຮຽນ​ພະ​ລາຊະກິດ​ແມ່ນ​ຫຍັງ? (ເບິ່ງ​ໄຂ​ເງື່ອນ)

16 ໂຮງ​ຮຽນ​ພະ​ລາຊະກິດ. ຊັ້ນ​ຮຽນ​ທຳອິດ​ຂອງ​ໂຮງ​ຮຽນ​ນີ້​ເລີ່ມ​ຂຶ້ນ​ວັນ​ທີ 9 ມີນາ 1959 ທີ່​ເມືອງ​ເຊົາ​ແລນ​ຊິງ ລັດ​ນິວຢອກ ຜູ້​ດູ​ແລ​ເດີນ​ທາງ​ລວມ​ທັງ​ຜູ້​ຮັບໃຊ້​ປະຊາຄົມ (ປັດຈຸບັນ​ຄື​ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່) ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ນີ້​ເປັນ​ເວລາ 1 ເດືອນ. ຕໍ່​ມາ​ໄດ້​ມີ​ການ​ແປ​ຫຼັກ​ສູດ​ຂອງ​ໂຮງ​ຮຽນ​ພະ​ລາຊະກິດ​ເປັນ​ພາສາ​ອື່ນໆນຳ​ອີກ ແລະ​ຄ່ອຍໆເປີດ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃນ​ປະເທດ​ຕ່າງໆທົ່ວ​ໂລກ. f

ພີ່​ນ້ອງ​ລອຍ ແບຣີ ສອນ​ໃນ​ໂຮງ​ຮຽນ​ພະ​ລາຊະກິດ​ທີ່​ປະເທດ​ຍີ່ປຸ່ນ​ໃນ​ປີ 1970

17 ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະ​ເຢໂຫວາ 1962 (ພາສາ​ອັງກິດ) ໄດ້​ເວົ້າ​ເຖິງ​ຈຸດ​ປະສົງ​ຂອງ​ໂຮງ​ຮຽນ​ນີ້​ວ່າ: “ໃນ​ໂລກ​ທີ່​ວຸ່ນວາຍ​ນີ້​ຜູ້​ດູ​ແລ​ໃນ​ປະຊາຄົມ​ຂອງ​ພະຍານ​ພະ​ເຢໂຫວາ​ຕ້ອງ​ຮູ້ຈັກ​ຈັດ​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ເປັນ​ລະບຽບ ເພື່ອ​ຈະ​ສາມາດ​ເອົາໃຈໃສ່​ພີ່​ນ້ອງ​ໃນ​ປະຊາຄົມ​ຕາມ​ທີ່​ຈຳເປັນ​ແລະ​ເປັນ​ປະໂຫຍດ​ຕໍ່​ເຂົາ​ເຈົ້າ. ຜູ້​ດູ​ແລ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ ບໍ່​ໝົກມຸ້ນ​ແຕ່​ເຮັດ​ວຽກ​ໃນ​ປະຊາຄົມ​ຈົນ​ລະເລີຍ​ຄົນ​ໃນ​ຄອບຄົວ​ຂອງ​ຕົວ​ເອງ ນີ້​ເປັນ​ໂອກາດ​ພິເສດ​ທີ່​ຜູ້​ຮັບໃຊ້​ປະຊາຄົມ​ໃນ​ທົ່ວ​ໂລກ​ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ນຳ​ກັນ​ໃນ​ໂຮງ​ຮຽນ​ພະ​ລາຊະກິດ ເຊິ່ງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສາມາດ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໄດ້​ດີ​ຕາມ​ທີ່​ພະ​ຄຳພີ​ສະໜັບສະໜູນ​ໃຫ້​ເຮັດ!”—1 ຕີໂມ. 3:1-7; ຕິໂຕ 1:5-9

18. ປະຊາຊົນ​ທັງ​ໝົດ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ພະ​ລາຊະກິດ​ແນວ​ໃດ?

18 ປະຊາຊົນ​ທັງ​ໝົດ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ປະໂຫຍດ​ຈາກ​ໂຮງ​ຮຽນ​ພະ​ລາຊະກິດ​ແນວ​ໃດ? ເມື່ອ​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ນຳ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໄປ​ໃຊ້ ເຂົາ​ເຈົ້າ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຍຊູ​ຄື: ເຮັດ​ໃຫ້​ພີ່​ນ້ອງ​ຮູ້ສຶກ​ສົດ​ຊື່ນ. ເຈົ້າ​ຮູ້ສຶກ​ຂອບໃຈ​ບໍ​ທີ່​ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ມາ​ໃຫ້​ກຳລັງ​ໃຈ​ເຈົ້າ ເວົ້າ​ປອບ​ໂຍນ​ແລະ​ພ້ອມ​ຈະ​ຟັງ​ເຈົ້າ? (1 ເທ. 5:11) ຜູ້​ຊາຍ​ທີ່​ມີ​ຄຸນສົມບັດ​ແບບ​ນີ້​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ສຳລັບ​ປະຊາຄົມ!

19. ຄະນະ​ກຳມະການ​ຝ່າຍ​ການ​ສອນ​ໄດ້​ເບິ່ງ​ແຍງ​ໂຮງ​ຮຽນ​ຫຍັງ​ອີກ ແລະ​ຈຸດ​ປະສົງ​ຂອງ​ໂຮງ​ຮຽນ​ເຫຼົ່າ​ນັ້ນ​ແມ່ນ​ຫຍັງ?

19 ໂຮງ​ຮຽນ​ອື່ນໆຕາມ​ລະບອບ​ຂອງ​ພະເຈົ້າ. ຄະນະ​ກຳມະການ​ຝ່າຍ​ການ​ສອນ​ຂອງ​ຄະນະ​ກຳມະການ​ປົກຄອງ ເບິ່ງ​ແຍງ​ໂຮງ​ຮຽນ​ອື່ນໆທີ່​ຝຶກ​ສອນ​ພີ່​ນ້ອງ​ຊາຍ​ເຊິ່ງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆໃນ​ອົງການ. ໂຮງ​ຮຽນ​ເຫຼົ່າ​ນັ້ນ​ມີ​ຈຸດ​ປະສົງ​ເພື່ອ​ຊ່ວຍ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ ຜູ້​ດູ​ແລ​ເດີນ​ທາງ ແລະ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ໃຫ້​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລາວ​ໄດ້​ຢ່າງ​ເຕັມ​ຄວາມ​ສາມາດ. ຫຼັກ​ສູດ​ທີ່​ໃຊ້​ຄຳພີ​ໄບເບິນ​ນີ້​ເປັນ​ຫຼັກ​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ ແລະ​ສະໜັບສະໜູນ​ໃຫ້​ນຳ​ຫຼັກ​ການ​ຈາກ​ຄຳພີ​ໄບເບິນ​ໄປ​ໃຊ້​ເມື່ອ​ຕ້ອງ​ເອົາໃຈໃສ່​ເບິ່ງ​ແຍງ​ແກະ​ທີ່​ມີ​ຄ່າ​ຫຼາຍ ເຊິ່ງ​ພະ​ເຢໂຫວາ​ໄດ້​ຝາກ​ໄວ້​ກັບ​ເຂົາ​ເຈົ້າ.—1 ເປ. 5:1-3

ໂຮງ​ຮຽນ​ຝຶກ​ອົບຮົມ​ເພື່ອ​ວຽກ​ຮັບໃຊ້​ຊັ້ນ​ຮຽນ​ທຳອິດ​ໃນ​ປະເທດ​ມາລາ​ວີ​ໃນ​ປີ 2007

20. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເວົ້າ​ໄດ້​ວ່າ​ເຮົາ​ທຸກ​ຄົນ​ໄດ້ “ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ” ແລະ​ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

20 ເຫັນ​ໄດ້​ແຈ້ງ​ວ່າ ກະສັດ​ເມຊີ​ໄດ້​ເອົາໃຈໃສ່​ເບິ່ງ​ແຍງ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ໄດ້​ຮັບ​ການ​ຝຶກ​ສອນ​ເປັນ​ຢ່າງ​ດີ​ສະເໝີ. ການ​ຝຶກ​ສອນ​ນີ້​ເລີ່ມ​ຈາກ​ເທິງ​ລົງ​ລຸ່ມ​ຄື: ພະ​ເຢໂຫວາ​ຝຶກ​ພະ​ເຍຊູ​ລູກ​ຂອງ​ພະອົງ ແລະ​ພະ​ເຍຊູ​ກໍ​ຝຶກ​ຜູ້​ຕິດ​ຕາມ​ເພິ່ນ ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເວົ້າ​ໄດ້​ວ່າ​ເຮົາ​ທຸກ​ຄົນ​ໄດ້ “ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ, ລ.ມ.” (ໂຢ. 6:45; ເອຊາ. 54:13) ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ຝຶກ​ອົບຮົມ​ຕ່າງໆທີ່​ກະສັດ​ເຍຊູ​ກຽມ​ໄວ້​ໃຫ້​ເຮົາ ແລະ​ຂໍ​ໃຫ້​ເຮົາ​ຈື່​ໄວ້​ວ່າ ຈຸດ​ປະສົງ​ສຳຄັນ​ຂອງ​ການ​ຝຶກ​ສອນ​ເຫຼົ່າ​ນີ້​ກໍ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຕໍ່ໆໄປ ແລະ​ເຮົາ​ຈະ​ເຮັດ​ວຽກ​ຮັບໃຊ້​ໃຫ້​ສຳເລັດ​ຄົບ​ຖ້ວນ​ໄດ້.

a ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ສອນ​ລູກ​ຂອງ​ພະອົງ​ໃຫ້​ຮູ້​ວິທີ​ສອນ? ລອງ​ຄິດ​ເບິ່ງ ພະ​ເຍຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ຫຼາຍ​ເລື່ອງ​ໃນ​ການ​ສອນ ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ຕາມ​ຄຳ​ພະຍາກອນ​ທີ່​ຂຽນ​ໄວ້​ຫຼາຍ​ຮ້ອຍ​ປີ​ກ່ອນ​ທີ່​ເພິ່ນ​ຈະ​ມາ​ເກີດ​ເປັນ​ມະນຸດ. (ເພງ. 78:2; ມັດ. 13:34, 35) ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ຂຽນ​ຄຳ​ພະຍາກອນ​ໄດ້​ຕັ້ງ​ໃຈ​ໄວ້​ກ່ອນ​ແລ້ວ​ວ່າ​ຈະ​ໃຫ້​ລູກ​ຂອງ​ພະອົງ​ສອນ​ໂດຍ​ໃຊ້​ຕົວຢ່າງ​ປຽບ​ທຽບ.—2 ຕີໂມ. 3:16, 17

b ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ນັ້ນ ພະ​ເຍຊູ​ໄດ້​ຝຶກ​ສອນ​ລູກ​ສິດ​ອີກ 70 ຄົນ​ໃຫ້​ໄປ​ປະກາດ​ແລ້ວ​ເພິ່ນ​ກໍ “ສົ່ງ​ອອກ​ໄປ​ເປັນ​ຄູ່ໆ, ລ.ມ.”ລືກາ 10:1-16

c ພີ່​ນ້ອງ​ບາງ​ຄົນ​ໄດ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ຫຼາຍ​ກວ່າ 1 ຄັ້ງ.

d ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຜົນ​ງານ​ທີ່​ໜ້າ​ປະທັບ​ໃຈ​ຂອງ​ມິດຊັນນາລີ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ເຊິ່ງ​ຮັບໃຊ້​ໃນ​ເຂດ​ງານ​ທົ່ວ​ໂລກ ຂໍ​ໃຫ້​ເບິ່ງ​ບົດ 23 ຂອງ​ປຶ້ມ​ພະຍານ​ພະ​ເຢໂຫວາ—ຜູ້​ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ (ພາສາ​ອັງກິດ).

e ປັດຈຸບັນ ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຄູ່​ຜົວ​ເມຍ​ແລະ​ໂຮງ​ຮຽນ​ພະ​ຄຳພີ​ສຳລັບ​ຊາຍ​ໂສດ​ໄດ້​ປ່ຽນ​ເປັນ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະ ອານາຈັກ.

f ປັດຈຸບັນ ຜູ້​ເຖົ້າ​ແກ່​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ຝຶກ​ອົບຮົມ​ໃນ​ໂຮງ​ຮຽນ​ພະ​ລາຊາ​ກິດ​ເຊິ່ງ​ອາດ​ຈະ​ເປີດ​ຝຶກ​ອົບຮົມ​ທຸກໆ 2-3 ປີ ຕາມ​ເວລາ​ທີ່​ກຳນົດ​ໃນ​ແຕ່​ລະ​ເທື່ອ. ຕັ້ງ​ແຕ່​ປີ 1984 ຜູ້​ຊ່ວຍ​ງານ​ຮັບໃຊ້​ກໍ​ໄດ້​ຮັບ​ການ​ຝຶກ​ສອນ​ໃນ​ໂຮງ​ຮຽນ​ນີ້​ຄື​ກັນ.