ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 18

ວຽກ​ງານ​ຂອງ​ລາຊະອານາຈັກ​ໄດ້​ຮັບ​ການ​ສະໜັບສະໜູນ​ທາງ​ການ​ເງິນ​ແນວ​ໃດ?

ວຽກ​ງານ​ຂອງ​ລາຊະອານາຈັກ​ໄດ້​ຮັບ​ການ​ສະໜັບສະໜູນ​ທາງ​ການ​ເງິນ​ແນວ​ໃດ?

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ເຫດຜົນ​ແລະ​ວິທີ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃຊ້​ເງິນ​ເພື່ອ​ສະໜັບສະໜູນ​ວຽກ​ງານ​ຂອງ​ລາຊະອານາຈັກ

1, 2. (ກ) ເມື່ອ​ນັກ​ເທດ​ຄົນ​ໜຶ່ງ​ຖາມ​ກ່ຽວ​ກັບ​ວິທີ​ຫາ​ເງິນ​ທຶນ​ຂອງ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ ພີ່​ນ້ອງ​ຣັດ​ເຊ​ວ​ຕອບ​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

 ຄັ້ງ​ໜຶ່ງ ນັກ​ເທດ​ຂອງ​ຄລິດຕະຈັກ​ຄົນ​ໜຶ່ງ​ມາ​ພົບ​ພີ່​ນ້ອງ​ຊາລ ທີ. ຣັດ​ເຊ​ວ ເພາະ​ຢາກ​ຮູ້​ວ່າ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ມີ​ວິທີ​ຫາ​ເງິນ​ທຶນ​ເພື່ອ​ເຮັດ​ກິດຈະກຳ​ຕ່າງໆຂອງ​ເຂົາ​ເຈົ້າ​ແນວ​ໃດ.

 ພີ່​ນ້ອງ​ຣັດ​ເຊ​ວ​ອະທິບາຍ​ວ່າ: “ເຮົາ​ບໍ່​ເຄີຍ​ແຜ່​ເກັບ​ເງິນ.”

 ນັກ​ເທດ​ຖາມ​ວ່າ: “ແລ້ວ​ເຈົ້າ​ເອົາ​ເງິນ​ມາ​ຈາກ​ໃສ?”

 ຣັດ​ເຊ​ວ​ຕອບ​ວ່າ: “ຖ້າ​ຂ້ອຍ​ບອກ​ຄວາມ​ຈິງ​ທີ່​ງ່າຍ​ທີ່​ສຸດ​ໃຫ້​ຟັງ ເຈົ້າ​ອາດ​ຈະ​ບໍ່​ເຊື່ອ. ເມື່ອ​ຄົນ​ທີ່​ສົນ​ໃຈ​ຄວາມ​ຈິງ​ເຂົ້າ​ມາ​ປະຊຸມ​ກັບ​ເຮົາ ເຂົາ​ເຈົ້າ​ຮູ້​ວ່າ​ຢູ່​ທີ່​ນີ້​ຄົງ​ຕ້ອງ​ມີ​ຄ່າ​ໃຊ້​ຈ່າຍ​ບາງ​ຢ່າງ ແຕ່​ກໍ​ບໍ່​ມີ​ໃຜ​ຍື່ນ​ກະຕ່າ​ແຜ່​ເງິນ​ມາ​ໃຫ້ ເຂົາ​ເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ: ‘ຫ້ອງ​ປະຊຸມ​ນີ້​ຕ້ອງ​ຈ່າຍ​ຄ່າ​ຫຍັງ​ແດ່ . . . ຂ້ອຍ​ຈະ​ບໍລິຈາກ​ເງິນ​ເລັກໆນ້ອຍໆໃຫ້​ບ່ອນ​ນີ້​ໄດ້​ແນວ​ໃດ?’”

 ນັກ​ເທດ​ຄົນ​ນັ້ນ​ເບິ່ງ​ພີ່​ນ້ອງ​ຣັດ​ເຊ​ວ​ດ້ວຍ​ຄວາມ​ສົງໄສ.

 ຣັດ​ເຊ​ວ​ເວົ້າ​ຕໍ່​ໄປ​ອີກ​ວ່າ: “ຂ້ອຍ​ກຳລັງ​ບອກ​ຄວາມ​ຈິງ​ງ່າຍໆໃຫ້​ເຈົ້າ​ຟັງ ຜູ້​ສົນ​ໃຈ​ທີ່​ມາ​ປະຊຸມ​ຖາມ​ວ່າ: ‘ຂ້ອຍ​ຈະ​ບໍລິຈາກ​ເງິນ​ເລັກໆນ້ອຍໆເພື່ອ​ເປັນ​ຄ່າ​ໃຊ້​ຈ່າຍ​ຢູ່​ບ່ອນ​ນີ້​ໄດ້​ແນວ​ໃດ?’ ເມື່ອ​ຄົນ​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີໆແລ້ວ ຖ້າ​ເຂົາ​ເຈົ້າ​ພໍ​ມີ​ເງິນ​ແດ່ ເຂົາ​ເຈົ້າ​ກໍ​ຢາກ​ໃຊ້​ເງິນ​ນັ້ນ​ເພື່ອ​ອົງ​ພະ​ຜູ້​ເປັນ​ເຈົ້າ. ແຕ່​ຖ້າ​ເຂົາ​ເຈົ້າ​ບໍ່​ມີ ເຮົາ​ຈະ​ບີບ​ບັງຄັບ​ເຂົາ​ເຈົ້າ​ເຮັດ​ຫຍັງ?” a

2 ແມ່ນ​ແລ້ວ ພີ່​ນ້ອງ​ຣັດ​ເຊ​ວ​ກຳລັງ​ບອກ “ຄວາມ​ຈິງ​ງ່າຍໆ” ໃຫ້​ຟັງ. ປະຊາຊົນ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ສະໄໝ​ບູຮານ​ກໍ​ເຕັມ​ໃຈ​ບໍລິຈາກ​ເພື່ອ​ສະໜັບສະໜູນ​ການ​ນະມັດສະການ​ແທ້. ໃນ​ບົດ​ນີ້​ເຮົາ​ຈະ​ພິຈາລະນາ​ບາງ​ຕົວຢ່າງ​ຈາກ​ພະ​ຄຳພີ​ແລະ​ປະຫວັດສາດ​ສະໄໝ​ໃໝ່​ທີ່​ກ່ຽວ​ຂ້ອງ​ກັບ​ການ​ບໍລິຈາກ. ໃນ​ຂະນະ​ທີ່​ເຮົາ​ຮຽນ​ຮູ້​ວ່າ​ມີ​ການ​ໃຊ້​ເງິນ​ແນວ​ໃດ​ໃນ​ປັດຈຸບັນ​ເພື່ອ​ສະໜັບສະໜູນ​ວຽກ​ງານ​ຂອງ​ລາຊະອານາຈັກ ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ສະໜັບສະໜູນ​ລາຊະອານາຈັກ​ໄດ້​ແນວ​ໃດ​ແດ່?’

‘ຜູ້​ໃດ​ທີ່​ມີ​ນ້ຳໃຈ​ຢາກ​ຖວາຍ ໃຫ້​ຜູ້​ນັ້ນ​ເອົາ​ຂອງ​ມາ​ຖວາຍ​ໄຫວ້’

3, 4. (ກ) ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ຜູ້​ນະມັດສະການ​ພະອົງ​ຈະ​ເຮັດ​ອັນ​ໃດ? (ຂ) ຊາວ​ອິດສະລາແອນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຢາກ​ສະໜັບສະໜູນ​ວຽກ​ສ້າງ​ຈຳໜັກ​ອາໄສ?

3 ພະ​ເຢໂຫວາ​ໝັ້ນ​ໃຈ​ໃນ​ຕົວ​ຜູ້​ນະມັດສະການ​ແທ້​ວ່າ​ຖ້າ​ພະອົງ​ໃຫ້​ໂອກາດ ເຂົາ​ເຈົ້າ​ກໍ​ຢາກ​ສະແດງ​ຄວາມ​ເຫຼື້ອມ​ໃສ​ໂດຍ​ການ​ໃຫ້​ດ້ວຍ​ຄວາມ​ເຕັມ​ໃຈ. ຂໍ​ໃຫ້​ເຮົາ​ເບິ່ງ 2 ຕົວຢ່າງ​ຈາກ​ປະຫວັດສາດ​ຂອງ​ຊາວ​ອິດສະລາແອນ.

4 ຫຼັງ​ຈາກ​ພະ​ເຢໂຫວາ​ນຳ​ຊາວ​ອິດສະລາແອນ​ອອກ​ຈາກ​ເອຢິບ ພະອົງ​ກໍ​ບອກ​ໃຫ້​ເຂົາ​ເຈົ້າ​ສ້າງ​ເຕັ້ນ​ຫຼື​ຈຳໜັກ​ອາໄສ​ສຳລັບ​ນະມັດສະການ​ພະອົງ ລວມ​ທັງ​ເຮັດ​ເຄື່ອງ​ໃຊ້​ຂອງ​ສອຍ​ອື່ນໆນຳ​ອີກ. ວຽກ​ນີ້​ຕ້ອງ​ໃຊ້​ເງິນ​ຄຳ​ຈຳນວນ​ຫຼາຍ ພະ​ເຢໂຫວາ​ຈຶ່ງ​ໃຫ້​ປະຊາຊົນ​ມີ​ໂອກາດ​ສະໜັບສະໜູນ​ໂຄງການ​ນີ້ ໂດຍ​ສັ່ງ​ໂມເຊ​ໃຫ້​ໄປ​ບອກ​ເຂົາ​ເຈົ້າ​ວ່າ: ‘ຜູ້​ໃດ​ທີ່​ມີ​ນ້ຳໃຈ​ຢາກ​ຖວາຍ ໃຫ້​ຜູ້​ນັ້ນ​ເອົາ​ຂອງ​ມາ​ຖວາຍ​ໄຫວ້​ແກ່​ພະ​ເຢໂຫວາ.’ (ອົບ. 35:5) ປະຊາຊົນ​ທີ່​ຫາ​ກໍ​ພົ້ນ​ຈາກ​ການ​ເປັນ​ທາດ​ເຊິ່ງ​ເຄີຍ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ “ໂດຍ​ບໍ່​ມີ​ຄວາມ​ເມດຕາ​ປານີ​ແຕ່​ຢ່າງ​ໃດ​ເລີຍ” ຕອບ​ຮັບ​ແນວ​ໃດ? (ອົບ. 1:14, ທ.ປ.) ເຂົາ​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ຢາກ​ສະໜັບສະໜູນ​ວຽກ​ນີ້​ໂດຍ​ເຕັມ​ໃຈ​ບໍລິຈາກ​ທັງ​ເງິນ ຄຳ ແລະ​ສິ່ງ​ຂອງ​ທີ່​ມີ​ຄ່າ​ອື່ນໆ ເຊິ່ງ​ສ່ວນ​ໃຫຍ່​ກໍ​ໄດ້​ມາ​ຈາກ​ນາຍ​ທາດ​ຊາວ​ເອຢິບ​ທີ່​ເຄີຍ​ກົດ​ຂີ່​ເຂົາ​ເຈົ້າ. (ອົບ. 12:35, 36) ຊາວ​ອິດສະລາແອນ​ເອົາ​ສິ່ງ​ຂອງ​ເຫຼົ່າ​ນີ້​ມາ​ຫຼາຍ​ໂພດ​ຈົນ​ໃຊ້​ບໍ່​ໝົດ ແລະ​ເຖິງ​ກັບ​ປະກາດ​ຫ້າມ​ວ່າ: “ຢ່າ​ເອົາ​ມາ​ອີກ​ຕໍ່​ໄປ.”—ອົບ. 36:4-7

5. ເມື່ອ​ດາວິດ​ໃຫ້​ຊາວ​ອິດສະລາແອນ​ມີ​ສ່ວນ​ຮ່ວມ​ໃນ​ການ​ບໍລິຈາກ​ເພື່ອ​ສ້າງ​ວິຫານ ເຂົາ​ເຈົ້າ​ຕອບ​ຮັບ​ແນວ​ໃດ?

5 ປະມານ 475 ປີ​ຕໍ່​ມາ ດາວິດ​ກໍ​ບໍລິຈາກ “ຊັບ​ສິນ​ສ່ວນ​ຕົວ, ລ.ມ.” ເພື່ອ​ສ້າງ​ວິຫານ ເຊິ່ງ​ເປັນ​ສູນ​ກາງ​ແຫ່ງ​ທຳອິດ​ທີ່​ຕັ້ງ​ເປັນ​ຫຼັກ​ເປັນ​ແຫຼ່ງ​ສຳລັບ​ການ​ນະມັດສະການ​ແທ້​ໃນ​ໂລກ. ເພື່ອ​ໃຫ້​ເພື່ອນ​ຮ່ວມ​ຊາດ​ຊາວ​ອິດສະລາແອນ​ມີ​ສ່ວນ​ໃນ​ການ​ໃຫ້ ດາວິດ​ຈຶ່ງ​ຖາມ​ວ່າ: “ໃນ​ວັນ​ນີ້​ໃຜ​ຈະ​ມີ​ນ້ຳໃຈ​ຊອບ​ເພື່ອ​ຈະ​ຍົກ​ຂອງ​ຖວາຍ​ມາ​ຖວາຍ​ແກ່​ພະ​ເຢໂຫວາ?” ປະຊາຊົນ​ກໍ​ຕອບ​ຮັບ​ໂດຍ “ເຕັມ​ໃຈ​ຖວາຍ​ຂອງ​ເຫຼົ່າ​ນີ້​ແກ່​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ, ລ.ມ.” (1 ຂ່າວ. 29:3-9) ດາວິດ​ຮູ້​ວ່າ​ເງິນ​ແລະ​ສິ່ງ​ຂອງ​ທີ່​ບໍລິຈາກ​ນັ້ນ​ແທ້ໆແລ້ວ​ມາ​ຈາກ​ພະ​ເຢໂຫວາ ລາວ​ຈຶ່ງ​ເວົ້າ​ກັບ​ພະເຈົ້າ​ວ່າ: “ສັບພະ​ທຸກ​ສິ່ງ​ມາ​ແຕ່​ພະອົງ ແລະ​ສິ່ງ​ຂອງ​ທີ່​ອອກ​ມາ​ແຕ່​ມື​ຂອງ​ພະອົງ​ພວກ​ຂ້າ​ນ້ອຍ​ເອົາ​ມາ​ໃຫ້​ແກ່​ພະອົງ.”—1 ຂ່າວ. 29:14

6. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ໃຊ້​ເງິນ​ເພື່ອ​ເຮັດ​ວຽກ​ລາຊະອານາຈັກ​ໃນ​ທຸກ​ມື້​ນີ້ ແລະ​ມີ​ຄຳຖາມ​ຫຍັງ​ເກີດ​ຂຶ້ນ?

6 ໂມເຊ​ແລະ​ດາວິດ​ບໍ່​ຕ້ອງ​ກົດ​ດັນ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ບໍລິຈາກ ເພາະ​ເຂົາ​ເຈົ້າ​ເຕັມ​ໃຈ​ໃຫ້​ເອງ. ແລ້ວ​ເຮົາ​ໃນ​ທຸກ​ມື້​ນີ້​ເດ? ເຮົາ​ຮູ້​ດີ​ວ່າ​ວຽກ​ຂອງ​ລາຊະອານາຈັກ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ຕ້ອງ​ໃຊ້​ເງິນ​ຫຼາຍ​ເພື່ອ​ພິມ​ແລະ​ແຈກ​ຢາຍ​ຄຳພີ​ໄບເບິນ​ລວມ​ທັງ​ໜັງສື​ຕ່າງໆກ່ຽວ​ກັບ​ຄຳພີ​ໄບເບິນ ເພື່ອ​ສ້າງ​ແລະ​ບຳລຸງ​ຮັກສາ​ສະຖານ​ທີ່​ປະຊຸມ​ແລະ​ອາຄານ​ຂອງ​ສາຂາ ແລະ​ເພື່ອ​ບັນເທົາ​ຄວາມ​ເດືອດຮ້ອນ​ໃຫ້​ພີ່​ນ້ອງ​ເມື່ອ​ເກີດ​ໄພ​ພິບັດ. ດັ່ງ​ນັ້ນ ຄຳຖາມ​ສຳຄັນ​ກໍ​ຄື ຈະ​ເອົາ​ເງິນ​ມາ​ຈາກ​ໃສ​ເພື່ອ​ເຮັດ​ສິ່ງ​ເຫຼົ່າ​ນີ້? ກະສັດ​ເຍຊູ​ຕ້ອງ​ບີບ​ບັງຄັບ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ບໍລິຈາກ​ບໍ?

“ເຮົາ​ຈະ​ບໍ່​ແບ​ມື​ຂໍ​ຫຼື​ຮ້ອງ​ຂໍ​ການ​ສະໜັບສະໜູນ​ຈາກ​ມະນຸດ”

7, 8. ເປັນ​ຫຍັງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ແບ​ມື​ຂໍ​ຫຼື​ຮ້ອງ​ຂໍ​ເງິນ​ຈາກ​ໃຜ?

7 ພີ່​ນ້ອງ​ຣັດ​ເຊ​ວ​ແລະ​ໝູ່​ຂອງ​ລາວ​ບໍ່​ຍອມ​ໃຊ້​ວິທີ​ແບບ​ດຽວ​ກັບ​ທີ່​ຄລິດຕະຈັກ​ນິກາຍ​ຕ່າງໆໃຊ້​ເພື່ອ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ. ໃນ​ຫໍສັງເກດການ ສະບັບ​ທີ 2 ທີ່​ມີ​ຫົວ​ເລື່ອງ​ວ່າ: “ເຈົ້າ​ຢາກ​ໄດ້ ‘ຫໍສັງເກດການ’ ບໍ?” ຣັດ​ເຊ​ວ​ບອກ​ວ່າ: “ເຮົາ​ເຊື່ອ​ວ່າ ‘ຫໍສັງເກດການ’ ມີ​ພະ​ເຢໂຫວາ​ເປັນ​ຜູ້​ໜູນ​ຫຼັງ ແລະ​ຕາບ​ໃດ​ທີ່​ເປັນ​ເຊັ່ນ​ນີ້ ເຮົາ​ຈະ​ບໍ່​ແບ​ມື​ຂໍ​ຫຼື​ຮ້ອງ​ຂໍ​ການ​ສະໜັບສະໜູນ​ຈາກ​ມະນຸດ. ເມື່ອ​ໃດ​ທີ່​ພະເຈົ້າ​ເວົ້າ​ວ່າ: “ເງິນ​ເປັນ​ຂອງ​ເຮົາ​ແລະ​ຄຳ​ເປັນ​ຂອງ​ເຮົາ” ບໍ່​ຊ່ວຍ​ເຮົາ​ໃຫ້​ມີ​ເງິນ​ທຶນ​ອີກ​ຕໍ່​ໄປ ເຮົາ​ກໍ​ຈະ​ຮູ້​ເລີຍ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕ້ອງ​ເຊົາ​ພິມ.” (ອເກ. 2:7-9) ຈົນ​ເຖິງ​ຕອນ​ນີ້ ເວລາ​ກໍ​ຜ່ານ​ມາ 130 ກວ່າ​ປີ​ແລ້ວ ຫໍສັງເກດການ ແລະ​ອົງການ​ທີ່​ພິມ​ສັບພະ​ໜັງສື​ນີ້​ກໍ​ຍັງ​ຢືນຢັດ​ໝັ້ນ​ຄົງ​ຢູ່!

8 ປະຊາຊົນ​ຂອງ​ພະ​ເຢໂຫວາ​ບໍ່​ຕ້ອງ​ແບ​ມື​ຂໍ​ເງິນ​ຈາກ​ໃຜ. ເຂົາ​ເຈົ້າ​ບໍ່​ຍື່ນ​ຖາດ​ຫຼື​ສົ່ງ​ຈົດ​ໝາຍ​ແຜ່​ເກັບ​ເງິນ. ເຂົາ​ເຈົ້າ​ຍັງ​ບໍ່​ຕ້ອງ​ຫາ​ວິທີ​ຈູງ​ໃຈ​ຜູ້​ຄົນ​ໃຫ້​ບໍລິຈາກ ເຂົາ​ເຈົ້າ​ຍຶດ​ຫຼັກ​ການ​ທີ່​ບອກ​ໄວ້​ດົນ​ແລ້ວ​ໃນ​ຫໍສັງເກດການ ທີ່​ວ່າ: “ເຮົາ​ບໍ່​ເຄີຍ​ຄິດ​ວ່າ​ການ​ແຜ່​ເກັບ​ເງິນ​ເປັນ​ວິທີ​ທີ່​ເໝາະ​ສົມ​ສຳລັບ​ວຽກ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ຢ່າງ​ທີ່​ຄລິດຕະຈັກ​ຕ່າງໆມັກ​ຈະ​ເຮັດ . . . ເຮົາ​ຄິດ​ວ່າ​ການ​ແບ​ມື​ຂໍ​ເງິນ​ດ້ວຍ​ວິທີ​ຕ່າງໆໂດຍ​ອ້າງ​ຊື່​ອົງ​ພະ​ຜູ້​ເປັນ​ເຈົ້າ​ເປັນ​ສິ່ງ​ທີ່​ໜ້າ​ລັງກຽດ​ແລະ​ຮັບ​ບໍ່​ໄດ້ ພະອົງ​ຈະ​ບໍ່​ອວຍ​ພອນ​ທັງ​ຄົນ​ທີ່​ໃຫ້​ເງິນ​ແລະ​ວຽກ​ທີ່​ເຮັດ​ຢູ່​ນັ້ນ.” b

“ແຕ່​ລະ​ຄົນ​ຄວນ​ຖວາຍ​ຕາມ​ທີ່​ຕົນ​ຕັ້ງ​ໃຈ​ໄວ້”

9, 10. ເຫດຜົນ​ໜຶ່ງ​ທີ່​ເຮົາ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ​ແມ່ນ​ຫຍັງ?

9 ໃນ​ທຸກ​ມື້​ນີ້ ພວກ​ເຮົາ​ທີ່​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ເຕັມ​ໃຈ​ໃຫ້​ໂດຍ​ບໍ່​ຕ້ອງ​ມີ​ໃຜ​ມາ​ບີບ​ບັງຄັບ​ໃຫ້​ບໍລິຈາກ. ເຮົາ​ຍິນດີ​ໃຊ້​ເງິນ​ແລະ​ຊັບ​ສິນ​ອື່ນໆເພື່ອ​ສະໜັບສະໜູນ​ວຽກ​ງານ​ຂອງ​ລາຊະອານາຈັກ. ຍ້ອນ​ຫຍັງ? ໃຫ້​ເຮົາ​ມາ​ເບິ່ງ 3 ເຫດຜົນ​ນຳ​ກັນ.

10 ໜຶ່ງ ເຮົາ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ​ເພາະ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ ‘ສິ່ງ​ທີ່​ພະອົງ​ພໍ​ໃຈ.’ (1 ໂຢ. 3:22, ທ.ປ.) ທີ່​ຈິງ ພະ​ເຢໂຫວາ​ຮັກ​ຜູ້​ນະມັດສະການ​ທີ່​ໃຫ້​ດ້ວຍ​ໃຈ. ໃຫ້​ເຮົາ​ລອງ​ສັງເກດ​ເບິ່ງ​ຄຳ​ເວົ້າ​ຂອງ​ອັກຄະສາວົກ​ໂປໂລ​ກ່ຽວ​ກັບ​ການ​ໃຫ້​ແບບ​ຄລິດສະຕຽນ. (ອ່ານ 2 ໂກລິນໂທ 9:7) ຄລິດສະຕຽນ​ແທ້​ບໍ່​ໄດ້​ໃຫ້​ແບບ​ຝືນ​ໃຈ​ຫຼື​ເພາະ​ຖືກ​ບັງຄັບ ແຕ່​ເຂົາ​ເຈົ້າ​ເຮັດ “ຕາມ​ທີ່​ໄດ້​ຄຶດ​ໝາຍ​ໄວ້​ໃນ​ໃຈ.” c ນັ້ນ​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ສັງເກດ​ເຫັນ​ຄວາມ​ຈຳເປັນ​ບາງ​ຢ່າງ​ແລະ​ຄິດ​ວ່າ​ຕົວ​ເອງ​ຈະ​ຊ່ວຍ​ຫຍັງ​ໄດ້​ແດ່ ແລ້ວ​ເຂົາ​ເຈົ້າ​ກໍ​ໃຫ້​ດ້ວຍ​ຄວາມ​ເຕັມ​ໃຈ ຜູ້​ໃຫ້​ແບບ​ນີ້​ແຫຼະ​ທີ່​ພະເຈົ້າ​ຮັກ ເພາະ “ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ.” ສຳນວນ​ນີ້​ມີ​ການ​ແປ​ອີກ​ຢ່າງ​ໜຶ່ງ​ວ່າ: “ພະເຈົ້າ​ຮັກ​ຄົນ​ທີ່​ຮັກ​ການ​ໃຫ້.”

ເດັກ​ນ້ອຍ​ໃນ​ປະເທດ​ໂມ​ຊຳ​ບິກ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຫ້

11. ອັນ​ໃດ​ເຮັດ​ໃຫ້​ເຮົາ​ຢາກ​ໃຫ້ ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ແກ່​ພະ​ເຢໂຫວາ?

11 ສອງ ການ​ບໍລິຈາກ​ເງິນ​ຫຼື​ສິ່ງ​ຂອງ​ເປັນ​ວິທີ​ໜຶ່ງ​ທີ່​ເຮົາ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ສິ່ງ​ດີໆທີ່​ເຮົາ​ໄດ້​ຮັບ​ຈາກ​ພະອົງ. ລອງ​ສັງເກດ​ຫຼັກ​ການ​ໃນ​ກົດ​ໝາຍ​ຂອງ​ໂມເຊ​ທີ່​ຊ່ວຍ​ໃຫ້​ເຮົາ​ກວດ​ສອບ​ຫົວໃຈ​ຕົວ​ເອງ. (ອ່ານ​ພະບັນຍັດ 16:16, 17) ເມື່ອ​ຜູ້​ຊາຍ​ຊາວ​ອິດສະລາແອນ​ໄປ​ຮ່ວມ​ເທສະການ​ສຳຄັນ​ປີ​ລະ 3 ເທື່ອ ເຂົາ​ເຈົ້າ​ທຸກ​ຄົນ​ຕ້ອງ​ໃຫ້ ‘ຕາມ​ຄວາມ​ພອນ​ຂອງ​ພະ​ເຢໂຫວາ . . . ທີ່​ພະອົງ​ໂຜດ​ໃຫ້.’ ດັ່ງ​ນັ້ນ ກ່ອນ​ໄປ​ຮ່ວມ​ເທສະການ ເຂົາ​ເຈົ້າ​ຕ້ອງ​ຄິດ​ທົບ​ທວນ​ແລະ​ຖາມ​ຕົວ​ເອງ​ວ່າ​ພະເຈົ້າ​ໄດ້​ອວຍ​ພອນ​ຫຼື​ໃຫ້​ສິ່ງ​ດີໆອັນ​ໃດ​ແດ່ ແລ້ວ​ເຂົາ​ເຈົ້າ​ກໍ​ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ພະອົງ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ຄິດ​ດີໆວ່າ​ພະ​ເຢໂຫວາ​ໄດ້​ອວຍ​ພອນ​ຫຍັງ​ເຮົາ​ແດ່ ເຮົາ​ກໍ​ຮູ້ສຶກ​ຢາກ​ໃຫ້​ສິ່ງ​ທີ່​ຄິດ​ວ່າ​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ແກ່​ພະອົງ. ຂອງ​ຂວັນ​ທີ່​ໃຫ້​ດ້ວຍ​ໃຈ​ເຊິ່ງ​ອາດ​ລວມ​ເຖິງ​ການ​ບໍລິຈາກ​ເງິນ​ຫຼື​ສິ່ງ​ຂອງ​ທີ່​ເຮົາ​ມີ ເປັນ​ສິ່ງ​ທີ່​ສະທ້ອນ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆສຳລັບ​ສິ່ງ​ດີໆຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ມາ​ຕະຫຼອດ.—2 ໂກ. 8:12-15

12, 13. ການ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ກະສັດ​ເຍຊູ ແລະ​ເຮົາ​ແຕ່​ລະ​ຄົນ​ຈະ​ໃຫ້​ໄດ້​ຫຼາຍ​ໜ້ອຍ​ສ່ຳ​ໃດ?

12 ສາມ ການ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ​ສະແດງ​ວ່າ​ເຮົາ​ຮັກ​ກະສັດ​ເຍຊູ​ຄລິດ​ແນວ​ໃດ​ແດ່? ລອງ​ສັງເກດ​ວ່າ​ພະ​ເຍຊູ​ເວົ້າ​ຫຍັງ​ກັບ​ລູກ​ສິດ​ໃນ​ຄືນ​ສຸດ​ທ້າຍ​ທີ່​ເພິ່ນ​ມີ​ຊີວິດ​ຢູ່​ໃນ​ໂລກ. (ອ່ານ​ໂຢຮັນ 14:23) ພະ​ເຍຊູ​ບອກ​ວ່າ: “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຮັກ​ເຮົາ​ຜູ້​ນັ້ນ​ຈະ​ຖື​ຮັກສາ​ພະ​ຄຳ [“ເຮັດ​ຕາມ​ຄຳ​ສອນ,” ລ.ມ.] ຂອງ​ເຮົາ.” ແລະ “ຄຳ​ສອນ” ຂອງ​ພະ​ເຍຊູ​ກໍ​ລວມ​ເຖິງ​ຄຳ​ສັ່ງ​ທີ່​ໃຫ້​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ໄປ​ທົ່ວ​ໂລກ. (ມັດ. 24:14; 28:19, 20) ເຮົາ​ເຮັດ​ຕາມ “ຄຳ​ສອນ” ນັ້ນ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເຊັ່ນ: ໃຊ້​ເວລາ ກຳລັງ ແລະ​ເງິນ​ຄຳ​ເພື່ອ​ສະໜັບສະໜູນ​ວຽກ​ປະກາດ​ເລື່ອງ​ລາຊະອານາຈັກ. ເມື່ອ​ເຮົາ​ເຮັດ​ແບບ​ນີ້​ເຮົາ​ກໍ​ກຳລັງ​ສະແດງ​ຄວາມ​ຮັກ​ຕໍ່​ກະສັດ​ເມຊີ.

13 ໃນ​ຖານະ​ເປັນ​ປະຊາຊົນ​ທີ່​ພັກດີ​ຕໍ່​ລາຊະອານາຈັກ ເຮົາ​ກໍ​ຢາກ​ສະແດງ​ໃຫ້​ເຫັນ​ຈາກ​ໃຈ​ຈິງ​ວ່າ​ເຮົາ​ສະໜັບສະໜູນ​ລາຊະອານາຈັກ​ນີ້​ໂດຍ​ການ​ບໍລິຈາກ​ເງິນ. ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ? ແຕ່​ລະ​ຄົນ​ຈະ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ ແລະ​ໃຫ້​ສຸດ​ຄວາມ​ສາມາດ​ທີ່​ຈະ​ໃຫ້​ໄດ້ ໃນ​ຂະນະ​ທີ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຫຼາຍ​ຄົນ​ອາດ​ມີ​ເງິນ​ໜ້ອຍ​ທີ່​ຈະ​ບໍລິຈາກ. (ມັດ. 19:23, 24; ຢໂກ. 2:5) ແຕ່​ຄົນ​ທີ່​ບໍ່​ຄ່ອຍ​ມີ​ຊັບ​ສິນ​ເງິນ​ຄຳ​ກໍ​ສະບາຍ​ໃຈ​ໄດ້​ເມື່ອ​ຮູ້​ວ່າ ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ພະອົງ​ເຫັນ​ຄ່າ​ແມ່ນ​ແຕ່​ເງິນ​ໜ້ອຍ​ໜຶ່ງ​ທີ່​ບໍລິຈາກ​ດ້ວຍ​ໃຈ.—ມໂກ. 12:41-44

ເງິນ​ໄດ້​ມາ​ແນວ​ໃດ?

14. ເປັນ​ເວລາ​ຫຼາຍ​ປີ ພະຍານ​ພະ​ເຢໂຫວາ​ເຄີຍ​ສະເໜີ​ສັບພະ​ໜັງສື​ກ່ຽວ​ກັບ​ຄຳພີ​ໄບເບິນ​ໂດຍ​ວິທີ​ໃດ?

14 ເປັນ​ເວລາ​ຫຼາຍ​ປີ​ທີ່​ພະຍານ​ພະ​ເຢໂຫວາ​ສະເໜີ​ສັບພະ​ໜັງສື​ກ່ຽວ​ກັບ​ຄຳພີ​ໄບເບິນ​ໂດຍ​ໃຫ້​ຜູ້​ອ່ານ​ບໍລິຈາກ. ມີ​ການ​ກຳນົດ​ຄ່າ​ສັບພະ​ໜັງສື​ໃນ​ອັດຕາ​ທີ່​ຕ່ຳ​ສຸດ​ເຊິ່ງ​ຄົນ​ທີ່​ບໍ່​ຄ່ອຍ​ມີ​ເງິນ​ກໍ​ຮັບ​ອ່ານ​ໄດ້ ແລະ​ຖ້າ​ເຈົ້າ​ຂອງ​ເຮືອນ​ຢາກ​ອ່ານ​ແຕ່​ບໍ່​ມີ​ເງິນ​ບໍລິຈາກ ຜູ້​ປະກາດ​ກໍ​ຍິນດີ​ແລະ​ເຕັມ​ໃຈ​ໃຫ້​ສັບພະ​ໜັງສື​ເຂົາ​ເຈົ້າ ເພາະ​ຢາກ​ໃຫ້​ຄົນ​ທີ່​ສົນ​ໃຈ​ແທ້ໆໄດ້​ອ່ານ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ສັບພະ​ໜັງສື​ນັ້ນ.

15, 16. (ກ) ໃນ​ປີ 1990 ຄະນະ​ກຳມະການ​ປົກຄອງ​ເລີ່ມ​ປັບ​ປ່ຽນ​ວິທີ​ສະເໜີ​ສັບພະ​ໜັງສື​ຂອງ​ເຮົາ​ແນວ​ໃດ? (ຂ) ການ​ບໍລິຈາກ​ດ້ວຍ​ໃຈ​ສະໝັກ​ເຮັດ​ໂດຍ​ວິທີ​ໃດ? (ເບິ່ງ​ຂອບ “ ເງິນ​ບໍລິຈາກ​ຂອງ​ເຮົາ​ໄປ​ໃສ?”)

15 ໃນ​ປີ 1990 ຄະນະ​ກຳມະການ​ປົກຄອງ​ໄດ້​ເລີ່ມ​ປັບ​ປ່ຽນ​ວິທີ​ສະເໜີ​ສັບພະ​ໜັງສື​ຂອງ​ເຮົາ. ເລີ່ມ​ຕັ້ງ​ແຕ່​ປີ​ນັ້ນ​ໃນ​ປະເທດ​ສະຫະລັດ ເຮົາ​ຂໍ​ໃຫ້​ຄົນ​ທີ່​ຕ້ອງການ​ອ່ານ​ສັບພະ​ໜັງສື​ບໍລິຈາກ​ດ້ວຍ​ໃຈ​ສະໝັກ. ທຸກ​ປະຊາຄົມ​ໃນ​ສະຫະລັດ​ໄດ້​ຮັບ​ຈົດ​ໝາຍ​ແຈ້ງ​ວ່າ ຈະ​ບໍ່​ມີ​ການ​ຮຽກ​ຮ້ອງ​ໃຫ້​ຜູ້​ປະກາດ​ແລະ​ຜູ້​ສົນ​ໃຈ​ບໍລິຈາກ​ເງິນ​ຄ່າ​ວາລະສານ​ແລະ​ສິ່ງ​ພິມ​ອື່ນໆອີກ​ຕໍ່​ໄປ ແລະ​ບໍ່​ຕ້ອງ​ບອກ​ວ່າ​ຜູ້​ອ່ານ​ຄວນ​ບໍລິຈາກ​ເທົ່າ​ໃດ ແຕ່​ຖ້າ​ໃຜ​ຢາກ​ບໍລິຈາກ​ເພື່ອ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ໂຄງການ​ສອນ ເຂົາ​ເຈົ້າ​ກໍ​ເຮັດ​ໄດ້. ວິທີ​ໃໝ່​ນີ້​ຊ່ວຍ​ໃຫ້​ເບິ່ງ​ເຫັນ​ໄດ້​ຢ່າງ​ຊັດເຈນ​ແທ້ໆວ່າ​ນີ້​ເປັນ​ວຽກ​ອາສາ​ສະໝັກ ເປັນ​ວຽກ​ດ້ານ​ສາສະໜາ ແລະ “ເຮົາ​ບໍ່​ແມ່ນ​ຄົນ​ເລາະ​ຂາຍ​ຄຳ​ສອນ​ຂອງ​ພະເຈົ້າ.” (2 ໂກ. 2:17, ລ.ມ.) ຈາກ​ນັ້ນ ການ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ​ກໍ​ກາຍ​ເປັນ​ວິທີ​ທີ່​ໃຊ້​ກັນ​ໃນ​ທຸກ​ສາຂາ​ທົ່ວ​ໂລກ.

16 ການ​ບໍລິຈາກ​ດ້ວຍ​ໃຈ​ສະໝັກ​ເຮັດ​ໂດຍ​ວິທີ​ໃດ? ໃນ​ຫໍ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ມີ​ກ່ອງ​ບໍລິຈາກ​ຕັ້ງ​ໄວ້​ຈຸດ​ທີ່​ເບິ່ງ​ເຫັນ​ໄດ້​ງ່າຍ. ຜູ້​ທີ່​ຢາກ​ບໍລິຈາກ​ກໍ​ສາມາດ​ປ່ອນ​ເງິນ​ລົງ​ໃນ​ກ່ອງ​ຫຼື​ອາດ​ບໍລິຈາກ​ໂດຍ​ກົງ​ໃຫ້​ນິຕິບຸກຄົນ​ຂອງ​ພະຍານ​ພະ​ເຢໂຫວາ. ທຸກໆປີ​ຫໍສັງເກດການ ຈະ​ລົງ​ບົດ​ຄວາມ​ໜຶ່ງ​ທີ່​ເວົ້າ​ເຖິງ​ວິທີ​ບໍລິຈາກ​ດ້ວຍ​ໃຈ​ສະໝັກ.

ມີ​ການ​ໃຊ້​ເງິນ​ບໍລິຈາກ​ແນວ​ໃດ?

17-19. ຂໍ​ໃຫ້​ອະທິບາຍ​ວ່າ​ມີ​ການ​ໃຊ້​ຈ່າຍ​ເງິນ​ບໍລິຈາກ​ແນວ​ໃດ​ສຳລັບ (ກ) ວຽກ​ງານ​ທົ່ວ​ໂລກ? (ຂ) ການ​ສ້າງ​ຫໍ​ປະຊຸມ? (ຄ) ຄ່າ​ໃຊ້​ຈ່າຍ​ຂອງ​ປະຊາຄົມ​ທ້ອງຖິ່ນ?

17 ວຽກ​ງານ​ທົ່ວ​ໂລກ. ເງິນ​ທຶນ​ສຳລັບ​ວຽກ​ງານ​ທົ່ວ​ໂລກ​ເປັນ​ເງິນ​ທີ່​ເອົາ​ໄວ້​ໃຊ້​ຈ່າຍ​ໃນ​ວຽກ​ຕ່າງໆທີ່​ກ່ຽວ​ກັບ​ການ​ປະກາດ ເຊິ່ງ​ລວມ​ເຖິງ​ການ​ຜະລິດ​ສັບພະ​ໜັງສື​ເພື່ອ​ແຈກ​ຈ່າຍ​ທົ່ວ​ໂລກ ການ​ສ້າງ​ແລະ​ບຳລຸງ​ຮັກສາ​ສຳນັກງານ​ສາຂາ ການ​ຈັດ​ໂຮງ​ຮຽນ​ຕ່າງໆຂອງ​ອົງການ. ເງິນ​ໃນ​ຈຳນວນ​ນີ້​ຍັງ​ໃຊ້​ເພື່ອ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ມິດຊັນນາລີ ຜູ້​ດູ​ແລ​ເດີນ​ທາງ ແລະ​ໄພໂອເນຍ​ພິເສດ. ນອກ​ຈາກ​ນີ້ ເງິນ​ບໍລິຈາກ​ຂອງ​ເຮົາ​ຍັງ​ນຳ​ໄປ​ໃຊ້​ໃນ​ວຽກ​ບັນເທົາ​ທຸກ​ເພື່ອ​ຈັດ​ຫາ​ສິ່ງ​ຈຳເປັນ​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ໃນ​ຕອນ​ທີ່​ເກີດ​ໄພ​ພິບັດ. d

18 ການ​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ​ທົ່ວ​ໂລກ. ເງິນ​ທຶນ​ນີ້​ສາມາດ​ໃຫ້​ປະຊາຄົມ​ທີ່​ຕ້ອງການ​ສ້າງ​ຫຼື​ປັບ​ປຸງ​ຫໍ​ປະຊຸມ​ກູ້​ຢືມ​ໄດ້​ໂດຍ​ບໍ່​ມີ​ດອກ​ເບ້ຍ ແລະ​ເມື່ອ​ປະຊາຄົມ​ສົ່ງ​ເງິນ​ຄືນ ປະຊາຄົມ​ອື່ນໆທີ່​ມີ​ຄວາມ​ຈຳເປັນ​ກໍ​ສາມາດ​ຢືມ​ຕໍ່​ໄດ້. e

19 ຄ່າ​ໃຊ້​ຈ່າຍ​ຂອງ​ປະຊາຄົມ​ທ້ອງຖິ່ນ. ເງິນ​ທີ່​ບໍລິຈາກ​ໃຫ້​ກັບ​ປະຊາຄົມ​ຈະ​ໃຊ້​ສຳລັບ​ຄ່າ​ໃຊ້​ຈ່າຍ​ໃນ​ແຕ່​ລະ​ເດືອນ ເບິ່ງ​ແຍງ​ຮັກສາ​ຫໍ​ປະຊຸມ ແລະ​ສົ່ງ​ເງິນ​ຄືນ​ໃຫ້​ສາຂາ​ໃນ​ກໍລະນີ​ທີ່​ປະຊາຄົມ​ຢືມ​ເງິນ​ເພື່ອ​ກໍ່​ສ້າງ​ຫຼື​ປັບ​ປຸງ​ຫໍ​ປະຊຸມ. ຜູ້​ເຖົ້າ​ແກ່​ອາດ​ຈະ​ສະເໜີ​ຕໍ່​ປະຊາຄົມ​ແລະ​ຂໍ​ມະຕິ​ຈາກ​ພີ່​ນ້ອງ​ເລື່ອງ​ການ​ແບ່ງ​ເງິນ​ບາງ​ສ່ວນ​ຈາກ​ບັນຊີ​ຂອງ​ປະຊາຄົມ​ໃຫ້​ກັບ​ສາຂາ​ເພື່ອ​ໃຊ້​ສຳລັບ​ວຽກ​ທົ່ວ​ໂລກ​ຕໍ່​ໄປ. ຖ້າ​ພີ່​ນ້ອງ​ເຫັນ​ດີ ຜູ້​ເຖົ້າ​ແກ່​ກໍ​ຈະ​ເຮັດ​ຕາມ​ມະຕິ​ນັ້ນ. ໃນ​ແຕ່​ລະ​ເດືອນ ພີ່​ນ້ອງ​ທີ່​ເບິ່ງ​ແຍງ​ບັນຊີ​ຂອງ​ປະຊາຄົມ​ຈະ​ເຮັດ​ໃບ​ລາຍງານ​ບັນຊີ ແລະ​ອ່ານ​ລາຍງານ​ຢູ່​ຫໍ​ປະຊຸມ.

20. ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ດ້ວຍ “ຂອງ​ທີ່​ມີ​ຄ່າ” ທີ່​ເຈົ້າ​ມີ​ໄດ້​ແນວ​ໃດ?

20 ເມື່ອ​ເຮົາ​ພິຈາລະນາ​ລາຍ​ລະອຽດ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ປະກາດ​ແລະ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ທີ່​ກຳລັງ​ເຮັດ​ຢູ່​ທົ່ວ​ໂລກ ເຮົາ​ກໍ​ຮູ້ສຶກ​ຢາກ “ຍົກຍ້ອງ​ພະ​ເຢໂຫວາ​ໂດຍ​ເອົາ​ຂອງ​ທີ່​ມີ​ຄ່າ [ຂອງ​ເຮົາ] ມາ​ຖວາຍ​ພະອົງ, ລ.ມ.” (ສຸພາ. 3:9, 10) ຂອງ​ທີ່​ມີ​ຄ່າ​ນີ້​ກໍ​ຄື ຄວາມ​ສາມາດ​ທັງ​ດ້ານ​ຮ່າງກາຍ​ແລະ​ຈິດ​ໃຈ ລວມ​ທັງ​ຄວາມ​ເຊື່ອ​ແລະ​ຄຸນ​ລັກສະນະ​ຕ່າງໆທີ່​ເຮົາ​ໄດ້​ຮຽນ​ຮູ້​ຈາກ​ພະເຈົ້າ. ແນ່ນອນ​ວ່າ​ເຮົາ​ຢາກ​ໃຊ້​ສິ່ງ​ເຫຼົ່າ​ນີ້​ເພື່ອ​ສະໜັບສະໜູນ​ວຽກ​ງານ​ຂອງ​ລາຊະອານາຈັກ​ຢ່າງ​ເຕັມທີ ແຕ່​ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ຂອງ​ທີ່​ມີ​ຄ່າ​ນີ້​ຍັງ​ໝາຍ​ເຖິງ​ເງິນ​ແລະ​ສິ່ງ​ຂອງ​ທີ່​ເຮົາ​ມີ​ນຳ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ວ່າ​ທຸກ​ຄັ້ງ​ທີ່​ເຮົາ​ເຮັດ​ໄດ້ ເຮົາ​ຈະ​ໃຫ້​ທີ່​ສິ່ງ​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ໃຫ້​ໄດ້. ເມື່ອ​ເຮົາ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສະໜັບສະໜູນ​ລາຊະອານາຈັກ​ເມຊີ.

a ຫໍສັງເກດການ 15 ກໍລະກົດ 1915 ໜ້າ 218-219

b ຫໍສັງເກດການ 1 ສິງ​ຫາ 1899 ໜ້າ 201

c ນັກ​ວິຊາການ​ຄົນ​ໜຶ່ງ​ບອກ​ວ່າ​ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ: “ຕາມ​ທີ່​ໄດ້​ຄຶດ​ໝາຍ​ໄວ້​ໃນ​ໃຈ” ມີ​ຄວາມ​ໝາຍ​ອີກ​ວ່າ: “ຕັດສິນ​ໃຈ​ໄວ້​ກ່ອນ​ແລ້ວ.” ລາວ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ເຖິງ​ແມ່ນ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຫ້ ແຕ່​ກໍ​ຍັງ​ຕ້ອງ​ວາງ​ແຜນ​ແລະ​ມີ​ການ​ຈັດການ​ຢ່າງ​ເປັນ​ລະບົບ.”—1 ໂກ. 16:2

d ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວຽກ​ບັນເທົາ​ທຸກ​ໄດ້​ໃນ​ບົດ​ທີ 20

e ເບິ່ງ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ​ໄດ້​ໃນ​ບົດ​ທີ 19