ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 19

ວຽກ​ກໍ່​ສ້າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ

ວຽກ​ກໍ່​ສ້າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ວຽກ​ກໍ່​ສ້າງ​ທົ່ວ​ໂລກ​ສະ​ໜັບ ສະ​ໜູນ​ວຽກ​ລາຊະອານາຈັກ

1, 2. (ກ) ຕັ້ງ​ແຕ່​ອະດີດ​ມາ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ຫຍັງ? (ຂ) ພະ​ເຢໂຫວາ​ຖື​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ມີ​ຄ່າ?

 ຕັ້ງ​ແຕ່​ອະດີດ​ມາ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ສ້າງ​ສິ່ງ​ຕ່າງໆເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ກຽດ ເຊັ່ນ: ຊາວ​ອິດສະລາແອນ​ສ້າງ​ຈຳໜັກ​ອາໄສ​ຢ່າງ​ກະຕືລືລົ້ນ ແລະ​ຍັງ​ໄດ້​ບໍລິຈາກ​ວັດຖຸ​ສິ່ງ​ຂອງ​ຕ່າງໆແບບ​ບໍ່​ອັ້ນ.—ອົບ. 35:30-35; 36:1, 4-7

2 ພະ​ເຢໂຫວາ​ບໍ່​ໄດ້​ຖື​ວ່າ​ວັດສະດຸ​ກໍ່​ສ້າງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ໄດ້​ຮັບ​ກຽດ ແລະ​ບໍ່​ໄດ້​ເບິ່ງ​ວ່າ​ວັດສະດຸ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ. (ມັດ. 23:16, 17) ສິ່ງ​ທີ່​ມີ​ຄ່າ​ຫຼື​ຂອງ​ຂວັນ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ຫຼາຍ​ກວ່າ​ວັດຖຸ​ໃດໆກໍ​ຄື ການ​ນະມັດສະການ​ພະອົງ ເຊິ່ງ​ລວມ​ເຖິງ​ການ​ໃຫ້​ດ້ວຍ​ຄວາມ​ເຕັມ​ໃຈ ແລະ​ການ​ເຮັດ​ວຽກ​ຮັບໃຊ້​ຢ່າງ​ກະຕືລືລົ້ນ. (ອົບ. 35:21; ມໂກ. 12:41-44; 1 ຕີໂມ. 6:17-19) ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ເພາະ​ສິ່ງ​ປຸກ​ສ້າງ​ບໍ່​ໄດ້​ຢູ່​ຖາວອນ ເຊັ່ນ: ໃນ​ທຸກ​ມື້​ນີ້​ບໍ່​ມີ​ຈຳໜັກ​ອາໄສ​ແລະ​ວິຫານ​ເຫຼືອ​ຢູ່ ສິ່ງ​ເຫຼົ່າ​ນັ້ນ​ພັງ​ທະລາຍ​ໄປ​ໝົດ​ແລ້ວ ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ນ້ຳໃຈ​ເອື້ອເຟື້ອ​ແລະ​ກຳລັງ​ທີ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ທຸ່ມ​ເທ​ເພື່ອ​ຊ່ວຍ​ກັນ​ກໍ່​ສ້າງ​ສະຖານ​ທີ່​ນະມັດສະການ​ເຫຼົ່າ​ນັ້ນ.—ອ່ານ 1 ໂກລິນໂທ 15:58; ເຫບເລີ 6:10

3. ເຮົາ​ຈະ​ທົບ​ທວນ​ເລື່ອງ​ຫຍັງ​ແດ່​ໃນ​ບົດ​ນີ້?

3 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ກຳລັງ​ເຮັດ​ວຽກ​ໜັກ​ເພື່ອ​ສ້າງ​ສະຖານ​ທີ່​ນະມັດສະການ​ພະອົງ​ຄື​ກັນ ແລະ​ຜົນ​ງານ​ຈາກ​ການ​ຊີ້​ນຳ​ຂອງ​ກະສັດ​ເຍຊູ​ຄລິດ​ກໍ​ໜ້າ​ງຶດງໍ້​ແທ້ໆ! ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ. (ເພງ. 127:1) ໃນ​ບົດ​ນີ້ ເຮົາ​ຈະ​ທົບ​ທວນ​ວ່າ​ເຮົາ​ໄດ້​ເຮັດ​ວຽກ​ຫຍັງ​ໄປ​ແດ່​ແລ້ວ ແລະ​ວຽກ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແນວ​ໃດ. ເຮົາ​ຍັງ​ຈະ​ໄດ້​ຟັງ​ປະສົບການ​ຂອງ​ຄົນ​ທີ່​ເຄີຍ​ເຮັດ​ວຽກ​ເຫຼົ່າ​ນັ້ນ​ນຳ.

ການ​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ

4. (ກ) ເປັນ​ຫຍັງ​ເຮົາ​ຈຳເປັນ​ຕ້ອງ​ມີ​ສະຖານ​ທີ່​ນະມັດສະການ​ເພີ່ມ​ຂຶ້ນ? (ຂ) ເປັນ​ຫຍັງ​ຈຶ່ງ​ມີ​ການ​ຍຸບ​ແລະ​ລວມ​ສຳນັກງານ​ສາຂາ​ບາງ​ແຫ່ງ​ເຂົ້າ​ກັນ? (ເບິ່ງ​ຂອບ “ ການ​ກໍ່​ສ້າງ​ສຳນັກງານ​ສາຂາ—ການ​ປ່ຽນ​ແປງ​ໃຫ້​ເຂົ້າ​ກັບ​ຄວາມ​ຈຳເປັນ”)

4 ໃນ​ບົດ​ທີ 16 ເຮົາ​ໄດ້​ເວົ້າ​ໄປ​ແລ້ວ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ໄປ​ປະຊຸມ​ເພື່ອ​ນະມັດສະການ​ຮ່ວມ​ກັນ. (ເຫບ. 10:25) ເພາະ​ນອກ​ຈາກ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລ້ວ ການ​ປະຊຸມ​ຍັງ​ເຮັດ​ໃຫ້​ເຮົາ​ກະຕືລືລົ້ນ​ຢາກ​ໄປ​ປະກາດ​ນຳ. ຍິ່ງ​ເວລາ​ຂອງ​ສະໄໝ​ສຸດ​ທ້າຍ​ໃກ້​ຈະ​ໝົດ​ລົງ ພະ​ເຢໂຫວາ​ກໍ​ຍິ່ງ​ເລັ່ງ​ວຽກ​ນີ້​ຫຼາຍ​ຂຶ້ນ. ຜົນ​ກໍ​ຄື ມີ​ຜູ້​ຄົນ​ນັບ​ໝື່ນ​ນັບ​ແສນ​ເຂົ້າ​ມາ​ໃນ​ອົງການ​ຂອງ​ພະອົງ​ທຸກໆປີ. (ເອຊາ. 60:22) ເມື່ອ​ມີ​ປະຊາຊົນ​ຂອງ​ລາຊະອານາຈັກ​ເພີ່ມ​ຂຶ້ນ ກໍ​ຈຳເປັນ​ຕ້ອງ​ມີ​ໂຮງ​ພິມ​ຫຼາຍ​ຂຶ້ນ​ເພື່ອ​ຜະລິດ​ໜັງສື​ກ່ຽວ​ກັບ​ຄຳພີ​ໄບເບິນ ແລ້ວ​ກໍ​ຕ້ອງ​ມີ​ສະຖານ​ທີ່​ນະມັດສະການ​ເພີ່ມ​ຂຶ້ນ​ອີກ​ນຳ.

5. ເປັນ​ຫຍັງ​ຊື່ ‘ຫໍ​ປະຊຸມ​ລາຊະ ອານາຈັກ’ ຈຶ່ງ​ເປັນ​ຊື່​ທີ່​ເໝາະ​ສົມ? (ເບິ່ງ​ຂອບ “ ນິວ​ໄລ ເຊີດ​ສ”)

5 ໃນ​ຕອນ​ຕົ້ນ​ປະຫວັດສາດ​ສະໄໝ​ໃໝ່​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ເລີ່ມ​ເຫັນ​ວ່າ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ສະຖານ​ທີ່​ປະຊຸມ​ເປັນ​ຂອງ​ຕົວ​ເອງ. ເບິ່ງ​ຄື​ວ່າ​ມີ​ການ​ສ້າງ​ສະຖານ​ທີ່​ນະມັດສະການ​ແຫ່ງ​ທຳອິດ​ຂຶ້ນ​ໃນ​ປີ ຄ.ສ. 1890 ທີ່​ລັດ​ເວັດ​ສ ເວີ​ຈີ​ເນ​ຍ ສະຫະລັດ​ອາ​ເມຣິ​ກາ. ເມື່ອ​ຮອດ​ທົດສະວັດ 1930 ປະຊາຊົນ​ຂອງ​ພະ​ເຢໂຫວາ​ກໍ​ປັບ​ປຸງ​ແລະ​ກໍ່​ສ້າງ​ອາຄານ​ຫຼາຍ​ຫຼັງ​ໃຫ້​ເປັນ​ບ່ອນ​ປະຊຸມ ແຕ່​ຍັງ​ບໍ່​ຕັ້ງ​ຊື່​ສະເພາະ​ສຳລັບ​ສະຖານ​ທີ່​ເຫຼົ່າ​ນັ້ນ. ໃນ​ປີ 1935 ພີ່​ນ້ອງ​ຣັດເທີ​ຝອດ​ເດີນ​ທາງ​ໄປ​ທີ່​ຮາວາຍ ຕອນ​ນັ້ນ​ພີ່​ນ້ອງ​ກຳລັງ​ສ້າງ​ສຳນັກງານ​ສາຂາ​ແລະ​ຫໍ​ປະຊຸມ​ຫຼັງ​ໜຶ່ງ​ຢູ່​ທີ່​ນັ້ນ. ເມື່ອ​ມີ​ຄົນ​ຖາມ​ວ່າ​ຈະ​ເອີ້ນ​ອາຄານ​ຫຼັງ​ນີ້​ວ່າ​ແນວ​ໃດ ພີ່​ນ້ອງ​ຣັດເທີ​ຝອດ​ຕອບ​ວ່າ: “ເຮົາ​ເອີ້ນ​ບ່ອນ​ນີ້​ວ່າ: ‘ຫໍ​ປະຊຸມ​ລາຊະອານາຈັກ’ ດີ​ບໍ ເພາະ​ເຮົາ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຢູ່​ບໍ່​ແມ່ນ​ບໍ?” (ມັດ. 24:14) ຈາກ​ນັ້ນ​ບໍ່​ດົນ ປະຊາຊົນ​ຂອງ​ພະ​ເຢໂຫວາ​ທົ່ວ​ໂລກ​ກໍ​ເອີ້ນ​ສະຖານ​ທີ່​ປະຊຸມ​ດ້ວຍ​ຊື່​ທີ່​ເໝາະ​ສົມ​ນີ້.

6, 7. ການ​ກໍ່​ສ້າງ​ຫໍ​ປະຊຸມ​ແບບ​ໄວ​ວາ​ກໍ່​ຜົນ​ແນວ​ໃດ?

6 ເມື່ອ​ຮອດ​ທົດສະວັດ 1970 ການ​ເຕີບໂຕ​ຢ່າງ​ໄວ​ວາ​ເຮັດ​ໃຫ້​ຈຳເປັນ​ຕ້ອງ​ມີ​ຫໍ​ປະຊຸມ​ຫຼາຍ​ຂຶ້ນ​ເລື້ອຍໆ. ພີ່​ນ້ອງ​ໃນ​ສະຫະລັດ​ຈຶ່ງ​ຄິດ​ຫາ​ວິທີ​ກໍ່​ສ້າງ​ຫໍ​ປະຊຸມ​ໂດຍ​ໃຊ້​ເວລາ​ພຽງ​ບໍ່​ເທົ່າ​ໃດ​ມື້​ແຕ່​ກໍ​ສວຍ​ງາມ​ແລະ​ໃຊ້​ໄດ້​ຢ່າງ​ຄຸ້ມ​ຄ່າ. ເມື່ອ​ຮອດ​ປີ 1983 ຫໍ​ປະຊຸມ​ທີ່​ສ້າງ​ແບບ​ໄວ​ວາ​ນີ້​ກໍ​ມີ​ປະມານ 200 ຫຼັງ​ທັງ​ໃນ​ສະຫະລັດ​ແລະ​ການາດາ ແລະ​ເພື່ອ​ຈະ​ເຮັດ​ວຽກ​ໃຫ້​ສຳເລັດ ພີ່​ນ້ອງ​ຈຶ່ງ​ເລີ່ມ​ຕັ້ງ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ​ຂຶ້ນ​ມາ​ເບິ່ງ​ແຍງ​ວຽກ​ນີ້. ວິທີ​ນີ້​ໄດ້​ຜົນ​ດີ​ຫຼາຍ​ຈົນ​ໃນ​ປີ 1986 ຄະນະ​ກຳມະການ​ປົກຄອງ​ເຖິງ​ກັບ​ສະໜັບສະໜູນ​ໃຫ້​ພີ່​ນ້ອງ​ໃນ​ບ່ອນ​ອື່ນໆໃຊ້​ວິທີ​ດຽວ​ກັນ​ນີ້ ແລະ​ໃນ​ປີ 1987 ກໍ​ມີ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ (RBCs) ເຖິງ 60 ຄະນະ​ໃນ​ສະຫະລັດ. a ເມື່ອ​ຮອດ​ປີ 1992 ມີ​ການ​ຕັ້ງ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ​ຂຶ້ນ​ອີກ​ໃນ​ຫຼາຍ​ປະເທດ ເຊັ່ນ: ອາ​ກ​ຊັງ​ຕີນ ອົດສະຕຣາລີ ຝຣັ່ງ ເຢຍລະມັນ ຍີ່ປຸ່ນ ເມັກ​ຊິກ ອາ​ຝຼິກ​ກາ​ໃຕ້ ແລະ​ແອ​ດ​ສະ​ປາຍ. ພີ່​ນ້ອງ​ທີ່​ຂະຫຍັນ​ຂັນແຂງ​ເຊິ່ງ​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ​ແລະ​ຫໍ​ປະຊຸມ​ໃຫຍ່​ສົມຄວນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພວກ​ເຮົາ​ແທ້ໆ ເພາະ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ​ກໍ​ເປັນ​ວຽກ​ຮັບໃຊ້​ອັນ​ສັກສິດ​ຄື​ກັນ.

7 ຫໍ​ປະຊຸມ​ທີ່​ສ້າງ​ແລ້ວ​ແບບ​ໄວ​ວາ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ໃນ​ແຖວ​ນັ້ນ​ຮູ້ສຶກ​ງຶດງໍ້​ເຊັ່ນ: ໜັງສື​ພິມ​ສະບັບ​ໜຶ່ງ​ຂອງ​ແອ​ດ​ສະ​ປາຍ​ພາດ​ຫົວ​ຂ່າວ​ວ່າ: “ຄວາມ​ເຊື່ອ​ຍ້າຍ​ພູເຂົາ​ໄດ້.” ເມື່ອ​ເວົ້າ​ເຖິງ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ແບບ​ໄວ​ວາ​ໃນ​ເມືອງ​ມາ​ທອດ​ສ ໜັງສື​ພິມ​ນັ້ນ​ຖາມ​ວ່າ: “ໃນ​ໂລກ​ທີ່​ແລ້ງ​ນ້ຳໃຈ​ແບບ​ນີ້ ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຈະ​ຍັງ​ມີ​ອາສາ​ສະໝັກ​ທີ່​ບໍ່​ເຫັນ​ແກ່​ຕົວ​ເດີນ​ທາງ​ມາ​ຈາກ​ພູມິພາກ​ຕ່າງໆຂອງ [ແອ​ດ​ສະ​ປາຍ] ໄປ​ເມືອງ​ມາ​ທອດ​ສ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ສ້າງ​ອາຄານ​ຫຼັງ​ໜຶ່ງ​ເຊິ່ງ​ທຸບ​ສະຖິຕິ​ທັງ​ເລື່ອງ​ຄວາມ​ໄວ ຄວາມ​ສົມບູນ​ແບບ ແລະ​ຄວາມ​ເປັນ​ລະບຽບ?” ໜັງສື​ພິມ​ສະບັບ​ນັ້ນ​ຕອບ​ໂດຍ​ຍົກ​ຄຳ​ເວົ້າ​ຂອງ​ອາສາ​ສະໝັກ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຂຶ້ນ​ມາ​ດັ່ງ​ນີ້: “ເຫດຜົນ​ງ່າຍໆກໍ​ຄື ຄວາມ​ຈິງ​ທີ່​ວ່າ​ເຮົາ​ເປັນ​ປະຊາຊົນ​ທີ່​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ.”

ວຽກ​ກໍ່​ສ້າງ​ໃນ​ປະເທດ​ທີ່​ມີ​ຊັບພະຍາກອນ​ຈຳກັດ

8. ໃນ​ປີ 1999 ຄະນະ​ກຳມະການ​ປົກຄອງ​ໄດ້​ອະນຸມັດ​ໂຄງການ​ຫຍັງ ແລະ​ຍ້ອນ​ຫຍັງ?

8 ຜູ້​ຄົນ​ໃນ​ດິນແດນ​ທີ່​ມີ​ຊັບພະຍາກອນ​ຈຳກັດ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໃນ​ທ້າຍ​ສະຕະວັດ​ທີ 20. ພີ່​ນ້ອງ​ທ້ອງຖິ່ນ​ກໍ​ພະຍາຍາມ​ຢ່າງ​ດີ​ທີ່​ສຸດ​ເພື່ອ​ສ້າງ​ສະຖານ​ທີ່​ປະຊຸມ ແຕ່​ພີ່​ນ້ອງ​ບາງ​ປະເທດ​ຕ້ອງ​ອົດ​ທົນ​ກັບ​ການ​ຖືກ​ລັງກຽດ​ແລະ​ການ​ເຍາະ​ເຍີ້ຍ ເພາະ​ຫໍ​ປະຊຸມ​ທ້ອງຖິ່ນ​ຫຼາຍ​ຫຼັງ​ບໍ່​ສະຫງ່າ​ງາມ​ເລີຍ​ເມື່ອ​ທຽບ​ກັບ​ສະຖານ​ທີ່​ນະມັດສະການ​ຂອງ​ສາສະໜາ​ອື່ນໆ. ແຕ່​ເລີ່ມ​ໃນ​ປີ 1999 ຄະນະ​ກຳມະການ​ປົກຄອງ​ໄດ້​ອະນຸມັດ​ໂຄງການ​ໜຶ່ງ​ເພື່ອ​ເລັ່ງ​ກໍ່​ສ້າງ​ຫໍ​ປະຊຸມ​ໃນ​ປະເທດ​ຕ່າງໆທີ່​ກຳລັງ​ພັດທະນາ ແລະ​ມີ​ການ “ສະເໝີ​ກັນ [“ສະເລ່ຍ​ກັນ,” ລ.ມ.]” ຫຼື​ແບ່ງ​ເງິນ​ບໍລິຈາກ​ຈາກ​ປະເທດ​ທີ່​ຮັ່ງມີ​ກວ່າ​ເພື່ອ​ຊ່ວຍ​ສ້າງ​ຫໍ​ປະຊຸມ. (ອ່ານ 2 ໂກລິນໂທ 8:13-15) ແລະ​ພີ່​ນ້ອງ​ຈາກ​ປະເທດ​ອື່ນໆກໍ​ອາສາ​ສະໝັກ​ໄປ​ຊ່ວຍ​ວຽກ​ກໍ່​ສ້າງ​ຄື​ກັນ.

9. ວຽກ​ຫຍັງ​ທີ່​ເບິ່ງ​ຄື​ວ່າ​ມີ​ຫຼາຍ​ໂພດ​ຈົນ​ເຮັດ​ບໍ່​ໄຫວ ແຕ່​ໃນ​ທີ່​ສຸດ​ຜົນ​ເປັນ​ແນວ​ໃດ?

9 ໃນ​ຕອນ​ທຳອິດ ເບິ່ງ​ຄື​ວ່າ​ວຽກ​ກໍ່​ສ້າງ​ຈະ​ມີ​ຫຼາຍ​ໂພດ​ຈົນ​ເຮັດ​ບໍ່​ໄຫວ. ລາຍງານ​ປີ 2001 ບອກ​ວ່າ ເຮົາ​ຍັງ​ຕ້ອງ​ສ້າງ​ຫໍ​ປະຊຸມ​ຫຼາຍ​ກວ່າ 18.300 ຫຼັງ​ໃນ​ປະເທດ​ທີ່​ກຳລັງ​ພັດທະນາ 88 ປະເທດ. ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ກະສັດ​ເຍຊູ​ຄລິດ​ແລະ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈຶ່ງ​ບໍ່​ມີ​ວຽກ​ໃດ​ທີ່​ເຮົາ​ເຮັດ​ບໍ່​ໄດ້. (ມັດ. 19:26) ພາຍ​ໃນ 15 ປີ ຕັ້ງ​ແຕ່​ປີ 1999-2013 ປະຊາຊົນ​ຂອງ​ພະເຈົ້າ​ສ້າງ​ຫໍ​ປະຊຸມ​ໃນ​ໂຄງການ​ນີ້​ແລ້ວ 26.849 ຫຼັງ. b ເນື່ອງ​ຈາກ​ພະ​ເຢໂຫວາ​ອວຍ​ພອນ​ວຽກ​ປະກາດ​ຂອງ​ເຮົາ​ຕະຫຼອດ​ມາ ເມື່ອ​ຮອດ​ປີ 2013 ປະເທດ​ເຫຼົ່າ​ນັ້ນ​ຍັງ​ຕ້ອງການ​ຫໍ​ປະຊຸມ​ອີກ​ປະມານ 6.500 ຫຼັງ ແລະ​ຕອນ​ນີ້​ກໍ​ຍັງ​ຕ້ອງ​ສ້າງ​ຫໍ​ປະຊຸມ​ເພີ່ມ​ອີກ​ປີ​ລະ​ຫຼາຍ​ຮ້ອຍ​ຫຼັງ.

ການ​ກໍ່​ສ້າງ​ຫໍ​ປະຊຸມ​ໃນ​ດິນແດນ​ທີ່​ມີ​ຊັບພະຍາກອນ​ຈຳກັດ​ມີ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ​ທີ່​ແຕກຕ່າງ​ກັນ

10-12. ການ​ສ້າງ​ຫໍ​ປະຊຸມ​ຫຼັງ​ໃໝ່ໆເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແນວ​ໃດ?

10 ການ​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ​ຫຼັງ​ໃໝ່ໆເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແນວ​ໃດ? ລາຍງານ​ຈາກ​ສຳນັກງານ​ສາຂາ​ຊິ​ມ​ບາ​ເວ​ບອກ​ວ່າ: “ຫຼັງ​ຈາກ​ຫໍ​ປະຊຸມ​ຫຼັງ​ໃໝ່​ສ້າງ​ແລ້ວ​ພຽງ​ແຕ່​ເດືອນ​ດຽວ ຜູ້​ເຂົ້າ​ຮ່ວມ​ການ​ປະຊຸມ​ກໍ​ເພີ່ມ​ຂຶ້ນ​ເປັນ 2 ເທົ່າ.” ໃນ​ຫຼາຍ​ປະເທດ ເບິ່ງ​ຄື​ວ່າ​ຜູ້​ຄົນ​ບໍ່​ຄ່ອຍ​ຢາກ​ມາ​ສົມທົບ​ກັບ​ເຮົາ​ຖ້າ​ເຮົາ​ຍັງ​ບໍ່​ມີ​ສະຖານ​ທີ່​ນະມັດສະການ​ທີ່​ເບິ່ງ​ເປັນ​ຕາ​ໜ້າ​ນັບຖື ແຕ່​ເມື່ອ​ສ້າງ​ຫໍ​ປະຊຸມ​ຫຼັງ​ໜຶ່ງ​ແລ້ວໆບໍ່​ດົນ​ຄົນ​ກໍ​ມາ​ເຕັມ ແລ້ວ​ເຮົາ​ກໍ​ຕ້ອງ​ສ້າງ​ຫຼັງ​ໃໝ່​ອີກ. ສິ່ງ​ທີ່​ດຶງ​ດູດ​ໃຫ້​ຄົນ​ເຂົ້າ​ມາ​ຫາ​ພະ​ເຢໂຫວາ​ບໍ່​ແມ່ນ​ຕຶກ​ອາຄານ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ແຕ່​ຍ້ອນ​ຄົນ​ທີ່​ມາ​ຊ່ວຍ​ສ້າງ​ຫໍ​ປະຊຸມ​ໄດ້​ສະແດງ​ຄວາມ​ຮັກ​ແບບ​ຄລິດສະຕຽນ​ແທ້. ນີ້​ເຮັດ​ໃຫ້​ຜູ້​ຄົນ​ເບິ່ງ​ອົງການ​ຂອງ​ພະອົງ​ດ້ວຍ​ມຸມ​ມອງ​ໃໝ່ ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

11 ອິນໂດເນເຊຍ. ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຝົ້າ​ເບິ່ງ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ຮູ້​ວ່າ​ຄົນ​ງານ​ທັງ​ໝົດ​ເປັນ​ອາສາ​ສະໝັກ ລາວ​ເວົ້າ​ວ່າ: “ພວກ​ເຈົ້າ​ເຮັດ​ໄດ້​ແນວ​ໃດ ສຸດ​ຍອດ​ອີ່​ຫຼີ! ຂ້ອຍ​ເຫັນ​ພວກ​ເຈົ້າ​ແຕ່​ລະ​ຄົນ​ເຮັດ​ວຽກ​ຄື​ບໍ່​ຮູ້ຈັກ​ອິດ​ເມື່ອຍ​ແລະ​ຍັງ​ມີ​ຄວາມ​ສຸກ​ນຳ​ອີກ​ທັງໆທີ່​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ເລີຍ. ຂ້ອຍ​ຄິດ​ວ່າ​ບໍ່​ມີ​ອົງການ​ສາສະໜາ​ໃດ​ຄື​ກັບ​ຂອງ​ພວກ​ເຈົ້າ​ອີກ​ແລ້ວ!”

12 ອູ​ແກ​ຣນ. ຜູ້​ຍິງ​ຄົນ​ໜຶ່ງ​ຍ່າງ​ຜ່ານ​ໄປ​ຜ່ານ​ມາ​ທຸກ​ມື້​ແລະ​ໄດ້​ເຫັນ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ​ຫຼັງ​ໜຶ່ງ ລາວ​ກໍ​ຄິດ​ໃນ​ໃຈ​ວ່າ​ຄົນ​ງານ​ເຫຼົ່າ​ນັ້ນ​ຕ້ອງ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ອາຄານ​ທີ່​ກຳລັງ​ສ້າງ​ຢູ່​ກໍ​ຕ້ອງ​ເປັນ​ຫໍ​ປະຊຸມ​ລາຊະອານາຈັກ. ລາວ​ເວົ້າ​ວ່າ: “ຂ້ອຍ​ເຄີຍ​ໄດ້​ຍິນ​ເລື່ອງ​ຂອງ​ພະຍານ​ພະ​ເຢໂຫວາ​ຈາກ​ນ້ອງ​ສາວ​ຂອງ​ຂ້ອຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເມື່ອ​ເຫັນ​ວຽກ​ທີ່​ກຳລັງ​ເຮັດ​ຢູ່​ນີ້ ຂ້ອຍ​ກໍ​ຕັດສິນ​ໃຈ​ວ່າ​ຂ້ອຍ​ຢາກ​ເປັນ​ພີ່​ນ້ອງ​ພະຍານ​ພະ​ເຢໂຫວາ​ຄື​ກັນ ເພາະ​ຂ້ອຍ​ເຫັນ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ກັນ.” ຜູ້​ຍິງ​ຄົນ​ນີ້​ຕັດສິນ​ໃຈ​ຮຽນ​ຄຳພີ​ໄບເບິນ​ແລະ​ຮັບ​ບັບເຕມາ​ໃນ​ປີ 2010.

13, 14. (ກ) ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ທ່າທີ​ຂອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ສັງເກດ​ເບິ່ງ​ການ​ກໍ່​ສ້າງ​ຫໍ​ປະຊຸມ? (ຂ) ເຈົ້າ​ຈະ​ເຮັດ​ໃຫ້​ສະຖານ​ທີ່​ນະມັດສະການ​ຂອງ​ເຈົ້າ​ເປັນ​ບ່ອນ​ທີ່​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແນວ​ໃດ?

13 ອາ​ກ​ຊັງ​ຕີນ. ຜົວ​ເມຍ​ຄູ່​ໜຶ່ງ​ຍ່າງ​ເຂົ້າ​ມາ​ຫາ​ພີ່​ນ້ອງ​ທີ່​ເບິ່ງ​ແຍງ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ​ຫຼັງ​ໜຶ່ງ. ຜົວ​ເວົ້າ​ວ່າ: “ເຮົາ​ສັງເກດ​ເບິ່ງ​ວຽກ​ກໍ່​ສ້າງ​ຂອງ​ເຈົ້າ​ມາ​ຕະຫຼອດ​ແລະ . . . ເຮົາ​ກໍ​ຕັດສິນ​ໃຈ​ແລ້ວ​ວ່າ​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ​ຢູ່​ບ່ອນ​ນີ້.” ແລ້ວ​ລາວ​ຖາມ​ວ່າ: “ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ຈຶ່ງ​ຈະ​ມາ​ຮ່ວມ​ປະຊຸມ​ຢູ່​ບ່ອນ​ນີ້​ໄດ້?” ພີ່​ນ້ອງ​ຊວນ​ທັງ​ສອງ​ຄົນ​ໃຫ້​ສຶກສາ​ຄຳພີ​ໄບເບິນ ເຂົາ​ເຈົ້າ​ຕອບ​ຮັບ ແຕ່​ກໍ​ຂໍ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ມາ​ນັ່ງ​ສຶກສາ​ນຳ ພີ່​ນ້ອງ​ເລີຍ​ຟ້າວ​ຕົກ​ລົງ​ດ້ວຍ​ຄວາມ​ດີ​ໃຈ.

14 ບໍ່​ວ່າ​ເຈົ້າ​ຈະ​ມີ​ສ່ວນ​ຊ່ວຍ​ສ້າງ​ຫໍ​ປະຊຸມ​ຫຼື​ບໍ່​ກໍ​ຕາມ ຍັງ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ເພື່ອ​ຫໍ​ປະຊຸມ​ລາຊະອານາຈັກ​ຈະ​ເປັນ​ສະຖານ​ທີ່​ທີ່​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ກຽດ​ເຊັ່ນ: ເຈົ້າ​ອາດ​ຕັ້ງ​ໃຈ​ຊວນ​ນັກ​ສຶກສາ​ພະ​ຄຳພີ ຄົນ​ທີ່​ເຮົາ​ໄປ​ຢາມ ແລະ​ຄົນ​ທົ່ວໆໄປ​ໃຫ້​ມາ​ຮ່ວມ​ປະຊຸມ​ກັບ​ເຈົ້າ. ເຈົ້າ​ຍັງ​ມີ​ໂອກາດ​ຊ່ວຍ​ເຮັດ​ຄວາມ​ສະອາດ​ແລະ​ບຳລຸງ​ຮັກສາ​ສະຖານ​ທີ່​ນະມັດສະການ​ຂອງ​ເຈົ້າ​ນຳ. ຖ້າ​ເຈົ້າ​ວາງ​ແຜນ​ໃຫ້​ດີ ເຈົ້າ​ກໍ​ອາດ​ຈະ​ບໍລິຈາກ​ຊ່ວຍ​ຄ່າ​ເບິ່ງ​ແຍງ​ຮັກສາ​ຫໍ​ປະຊຸມ​ຂອງ​ເຈົ້າ​ເອງ ຫຼື​ບໍລິຈາກ​ເພື່ອ​ສ້າງ​ສະຖານ​ທີ່​ນະມັດສະການ​ບ່ອນ​ອື່ນໆທົ່ວ​ໂລກ​ໄດ້​ນຳ. (ອ່ານ 1 ໂກລິນໂທ 16:2) ການ​ເຮັດ​ສິ່ງ​ຕ່າງໆທັງ​ໝົດ​ນີ້​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ຫຼາຍ​ຂຶ້ນ.

ຄົນ​ງານ​ທີ່ “ເຕັມ​ໃຈ​ສະເໜີ​ຕົວ”

15-17. (ກ) ຄົນ​ທີ່​ເຮັດ​ວຽກ​ກໍ່​ສ້າງ​ສ່ວນ​ໃຫຍ່​ແມ່ນ​ໃຜ? (ຂ) ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄວາມ​ເຫັນ​ຂອງ​ພີ່​ນ້ອງ​ຫຼາຍ​ຄູ່​ທີ່​ເຮັດ​ວຽກ​ໃນ​ໂຄງການ​ກໍ່​ສ້າງ​ນານາ​ຊາດ?

15 ວຽກ​ກໍ່​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ ຫໍ​ປະຊຸມ​ໃຫຍ່ ແລະ​ອາຄານ​ຂອງ​ສຳນັກງານ​ສາຂາ​ມັກ​ຈະ​ເຮັດ​ໂດຍ​ພີ່​ນ້ອງ​ໃນ​ທ້ອງຖິ່ນ. ແຕ່​ບາງ​ຄັ້ງ​ພີ່​ນ້ອງ​ຈາກ​ປະເທດ​ອື່ນໆທີ່​ມີ​ປະສົບການ​ໃນ​ວຽກ​ກໍ່​ສ້າງ​ກໍ​ໄດ້​ໄປ​ຊ່ວຍ​ຄື​ກັນ. ອາສາ​ສະໝັກ​ບາງ​ຄົນ​ປັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົວ​ເອງ​ເພື່ອ​ຈະ​ໄປ​ຊ່ວຍ​ໂຄງການ​ກໍ່​ສ້າງ​ນານາ​ຊາດ​ໄດ້​ໃນ​ໄລຍະ​ໜຶ່ງ. ສ່ວນ​ບາງ​ຄົນ​ກໍ​ວາງ​ແຜນ​ເພື່ອ​ຈະ​ເຮັດ​ວຽກ​ນີ້​ໄດ້​ດົນ​ຫຼາຍ​ປີ ເມື່ອ​ແລ້ວ​ວຽກ​ຈາກ​ບ່ອນ​ໜຶ່ງ​ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ບ່ອນ​ອື່ນ​ຕໍ່​ໄປ.

ຕີ​ໂມ​ແລະ​ລີ​ນາ ແລັບ​ປາ​ເລ​ເນັນ (ເບິ່ງ​ຂໍ້ 16)

16 ວຽກ​ກໍ່​ສ້າງ​ນານາ​ຊາດ​ມີ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ​ທີ່​ບໍ່​ຄື​ກັບ​ວຽກ​ອື່ນ ແຕ່​ກໍ​ໃຫ້​ຄວາມ​ສຸກ​ເປັນ​ລາງວັນ. ຕົວຢ່າງ​ເຊັ່ນ: ຕີ​ໂມ​ກັບ​ລີ​ນາ​ເດີນ​ທາງ​ໄປ​ປະເທດ​ຕ່າງໆທັງ​ໃນ​ອາຊີ ເອີ​ຣົບ ແລະ​ອາ​ເມຣິ​ກາ​ໃຕ້ ເພື່ອ​ຈະ​ຊ່ວຍ​ກໍ່​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ ຫໍ​ປະຊຸມ​ໃຫຍ່ ແລະ​ສຳນັກງານ​ສາຂາ. ຕີ​ໂມ​ເລົ່າ​ວ່າ: “ຕະຫຼອດ​ໄລຍະ 30 ປີ​ທີ່​ຜ່ານ​ມາ​ນີ້ ຂ້ອຍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່ໆເກືອບ​ທຸກໆ 2 ປີ.” ລີ​ນາ​ເຊິ່ງ​ແຕ່ງ​ດອງ​ກັບ​ຕີ​ໂມ 25 ປີ​ແລ້ວ​ເລົ່າ​ວ່າ: “ຕີ​ໂມ​ກັບ​ຂ້ອຍ​ເຮັດ​ວຽກ​ຮັບໃຊ້​ມາ 10 ປະເທດ​ແລ້ວ. ເຮົາ​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ແທ້ໆເພື່ອ​ຈະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສິ່ງ​ໃໝ່ໆຫຼາຍ​ຢ່າງ​ເຊັ່ນ: ອາຫານ ອາກາດ ພາສາ ໝູ່​ເພື່ອນ ແລະ​ເຂດ​ປະກາດ.” c ຄວາມ​ພະຍາຍາມ​ເຫຼົ່າ​ນີ້​ຄຸ້ມ​ຄ່າ​ບໍ? ລີ​ນາ​ບອກ​ວ່າ: “ຂໍ້​ທ້າທາຍ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ຕໍ່​ເຮົາ​ຫຼາຍ ເຮົາ​ໄດ້​ເຫັນ​ຄວາມ​ຮັກ​ແລະ​ຄວາມ​ມີ​ນ້ຳໃຈ​ຂອງ​ພີ່​ນ້ອງ​ຄລິດສະຕຽນ ເຮົາ​ຮູ້ສຶກ​ໄດ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເບິ່ງ​ແຍງ​ເອົາໃຈໃສ່​ເຮົາ ທັງ​ຍັງ​ໄດ້​ເຫັນ​ຄຳ​ສັນຍາ​ທີ່​ພະ​ເຍຊູ​ໃຫ້​ໄວ້​ກັບ​ລູກ​ສິດ​ໃນ​ມາລະໂກ 10:29, 30 ເກີດ​ຂຶ້ນ​ກັບ​ໂຕ​ເຮົາ​ນຳ​ອີກ. ເຮົາ​ມີ​ແມ່ ມີ​ອ້າຍ​ເອື້ອຍ​ນ້ອງ​ຫຼາຍ​ຮ້ອຍ​ເທົ່າ.” ຕີ​ໂມ​ບອກ​ວ່າ: “ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ໄດ້​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ເປົ້າ​ໝາຍ​ອັນ​ສູງ​ສົ່ງ ເຊິ່ງ​ກໍ​ຄື​ເຮັດ​ໃຫ້​ຊັບ​ສົມບັດ​ຂອງ​ກະສັດ​ງອກ​ງາມ​ແລະ​ເພີ່ມ​ພູນ​ຂຶ້ນ.”

17 ດາ​ເຣັນ​ແລະ​ຊາຣາ​ທີ່​ເຄີຍ​ຊ່ວຍ​ໂຄງການ​ກໍ່​ສ້າງ​ໃນ​ອາ​ຝຼິກ​ກາ ອາຊີ ອາ​ເມຣິ​ກາ​ກາງ ເອີ​ຣົບ ອາ​ເມຣິ​ກາ​ໃຕ້ ແລະ​ປາ​ຊີ​ຟິກ​ໃຕ້ ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ຫຼາຍ​ກວ່າ​ທີ່​ຕົວ​ເອງ​ໃຫ້ ທັງໆທີ່​ຕ້ອງ​ປະສົບ​ກັບ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ. ດາ​ເຣັນ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພີ່​ນ້ອງ​ຈາກ​ທະວີບ​ຕ່າງໆ ຂ້ອຍ​ໄດ້​ເຫັນ​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ເປັນ​ຄື​ດ້າຍ​ເສັ້ນ​ໜຶ່ງ​ທີ່​ຜູກ​ພັນ​ພີ່​ນ້ອງ​ທົ່ວ​ໂລກ​ໄວ້​ນຳ​ກັນ.” ສ່ວນ​ຊາຣາ​ກໍ​ເວົ້າ​ວ່າ: “ຂ້ອຍ​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ພີ່​ນ້ອງ​ຕ່າງ​ຊາດ​ຕ່າງ​ພາສາ! ເມື່ອ​ເຫັນ​ວ່າ​ເຂົາ​ເຈົ້າ​ເສຍ​ສະລະ​ເພື່ອ​ພະ​ເຢໂຫວາ​ຫຼາຍ​ຂະໜາດ​ໃດ ຂ້ອຍ​ກໍ​ຢາກ​ໃຫ້​ແລະ​ຢາກ​ເຮັດ​ດີ​ທີ່​ສຸດ​ເພື່ອ​ພະອົງ​ຕໍ່ໆໄປ.”

18. ຄຳ​ພະຍາກອນ​ທີ່​ບັນທຶກ​ໃນ​ຄຳເພງ 110:1-3 ເກີດ​ຂຶ້ນ​ຈິງ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

18 ກະສັດ​ດາວິດ​ພະຍາກອນ​ວ່າ: ເຖິງ​ວ່າ​ປະຊາຊົນ​ທີ່​ຍອມ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ຕ້ອງ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຂົາ​ເຈົ້າ​ກໍ “ມີ​ນ້ຳໃຈ​ສັດ​ຊື່ [“ເຕັມ​ໃຈ​ສະເໜີ​ຕົວ,” ລ.ມ.]” ເພື່ອ​ສະໜັບສະໜູນ​ວຽກ​ງານ​ລາຊະອານາຈັກ. (ອ່ານ​ຄຳເພງ 110:1-3) ທຸກ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ແລະ​ສະໜັບສະໜູນ​ລາຊະອານາຈັກ​ກໍ​ກຳລັງ​ເຮັດ​ໃຫ້​ຄຳ​ພະຍາກອນ​ຂໍ້​ນັ້ນ​ເກີດ​ຂຶ້ນ​ຈິງ. (1 ໂກ. 3:9) ອາຄານ​ສຳນັກງານ​ສາຂາ​ຫຼາຍ​ສິບ​ຫຼັງ ຫໍ​ປະຊຸມ​ຫຼາຍ​ຮ້ອຍ​ແຫ່ງ ແລະ​ຫໍ​ປະຊຸມ​ເປັນ​ໝື່ນ​ຫຼັງ​ຂອງ​ພະຍານ​ພະ​ເຢໂຫວາ ເປັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້​ແລະ​ກຳລັງ​ປົກຄອງ​ຢູ່. ເຮົາ​ຮູ້ສຶກ​ເປັນ​ກຽດ​ຫຼາຍ​ທີ່​ໄດ້​ຮັບໃຊ້​ກະສັດ​ເຍຊູ​ຄລິດ​ໃນ​ວຽກ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ຢ່າງ​ສູງ​ສົ່ງ​ເຊິ່ງ​ເປັນ​ສິ່ງ​ທີ່​ຄູ່​ຄວນ​ກັບ​ພະອົງ!

a ໃນ​ປີ 2013 ມີ​ອາສາ​ສະໝັກ​ຫຼາຍ​ກວ່າ 230.000 ຄົນ​ທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ 132 ຄະນະ​ໃນ​ສະຫະລັດ ແລະ​ທຸກ​ປີ​ຄະນະ​ກຳມະການ​ເຫຼົ່າ​ນີ້​ກໍ​ຍັງ​ປະສານ​ງານ​ກັນ​ເພື່ອ​ກໍ່​ສ້າງ​ຫໍ​ປະຊຸມ​ຫຼັງ​ໃໝ່​ປະມານ 75 ຫຼັງ​ລວມ​ທັງ​ຊ່ວຍ​ປັບ​ປຸງ​ຫຼື​ສ້ອມ​ແປງ​ຫໍ​ປະຊຸມ​ອີກ​ປະມານ 900 ຫຼັງ​ໃນ​ສະຫະລັດ.

b ຈຳນວນ​ນີ້​ຍັງ​ບໍ່​ລວມ​ການ​ສ້າງ​ຫໍ​ປະຊຸມ​ອີກ​ຫຼາຍ​ຫຼັງ​ໃນ​ດິນແດນ​ຕ່າງໆເຊິ່ງ​ບໍ່​ໄດ້​ຢູ່​ໃນ​ໂຄງການ​ນີ້

c ຜູ້​ຮັບໃຊ້​ແລະ​ອາສາ​ສະໝັກ​ນານາ​ຊາດ​ສ່ວນ​ໃຫຍ່​ໃຊ້​ເວລາ​ສ່ວນ​ຕົວ​ເຮັດ​ວຽກ​ຢູ່​ບ່ອນ​ກໍ່​ສ້າງ ແຕ່​ເຂົາ​ເຈົ້າ​ກໍ​ສະໜັບສະໜູນ​ວຽກ​ປະກາດ​ຂອງ​ປະຊາຄົມ​ທ້ອງຖິ່ນ ໂດຍ​ຈັດ​ເວລາ​ໄປ​ປະກາດ​ຕອນ​ແລງ​ຫຼື​ໃນ​ວັນ​ເສົາ-ອາທິດ