ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 20

ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ

ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ຄວາມ​ຮັກ​ທີ່​ພີ່​ນ້ອງ​ຄລິດສະຕຽນ​ມີ​ໃຫ້​ກັນ​ໃນ​ຍາມ​ທີ່​ເກີດ​ໄພ​ພິບັດ

1, 2. (ກ) ຄລິດສະຕຽນ​ໃນ​ແຂວງ​ຢູເດ​ປະສົບ​ກັບ​ບັນຫາ​ອັນ​ໃດ? (ຂ) ຄລິດສະຕຽນ​ໃນ​ແຂວງ​ຢູເດ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ໃນ​ເລື່ອງ​ຫຍັງ?

 ປະມານ​ປີ ຄ.ສ. 46 ໃນ​ແຂວງ​ຢູເດ​ໄດ້​ເກີດ​ການ​ຂາດແຄນ​ອາຫານ​ຢ່າງ​ໜັກ. ອາຫານ​ມີ​ໜ້ອຍ​ແລະ​ລາຄາ​ກໍ​ແພງ​ຫຼາຍ​ຈົນ​ລູກ​ສິດ​ຂອງ​ພະ​ຄລິດ​ທີ່​ເປັນ​ຊາວ​ຢິວ​ໃນ​ແຂວງ​ນີ້​ບໍ່​ມີ​ເງິນ​ທີ່​ຈະ​ຊື້. ເຂົາ​ເຈົ້າ​ຈຶ່ງ​ຫິວ​ແລະ​ຕ້ອງ​ທົນ​ກັບ​ຄວາມ​ອຶດຢາກ ແຕ່​ແລ້ວ​ພະ​ເຢໂຫວາ​ກໍ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ​ເຫຼືອ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ລູກ​ສິດ​ຄົນ​ອື່ນໆບໍ່​ເຄີຍ​ໄດ້​ຮັບ​ມາ​ກ່ອນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ​ໃນ​ຕອນ​ນັ້ນ.

2 ເມື່ອ​ຮູ້​ວ່າ​ຄລິດສະຕຽນ​ຊາວ​ຢິວ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ໃນ​ແຂວງ​ຢູເດ​ກຳລັງ​ເດືອດຮ້ອນ​ຢ່າງ​ໜັກ ຄລິດສະຕຽນ​ທັງ​ຊາວ​ຢິວ​ແລະ​ຊາວ​ຕ່າງ​ຊາດ​ໃນ​ເມືອງ​ອັນຕີອົກ ແຂວງ​ຊີລີ​ໄດ້​ລວບລວມ​ເງິນ​ເພື່ອ​ຊ່ວຍ​ເພື່ອນ​ຄລິດສະຕຽນ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເລືອກ​ພີ່​ນ້ອງ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ສອງ​ຄົນ​ຄື ບານາບາ​ແລະ​ໂຊໂລ ໃຫ້​ເອົາ​ສິ່ງ​ຂອງ​ບັນເທົາ​ທຸກ​ໄປ​ມອບ​ໃຫ້​ພວກ​ຜູ້​ເຖົ້າ​ແກ່​ຂອງ​ປະຊາຄົມ​ໃນ​ເມືອງ​ເຢຣຶຊາເລມ. (ອ່ານ​ກິດຈະການ 11:27-30; 12:25) ລອງ​ນຶກ​ພາບ​ເບິ່ງ​ວ່າ ພີ່​ນ້ອງ​ໃນ​ແຂວງ​ຢູເດ​ຈະ​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ສ່ຳ​ໃດ​ເມື່ອ​ເຫັນ​ພີ່​ນ້ອງ​ໃນ​ອັນຕີອົກ​ເຮັດ​ສິ່ງ​ທີ່​ສະທ້ອນ​ເຖິງ​ຄວາມ​ຮັກ​ຈາກ​ໃຈ​ຂອງ​ເຂົາ​ເຈົ້າ!

3. (ກ) ປະຊາຊົນ​ຂອງ​ພະເຈົ້າ​ໃນ​ສະໄໝ​ປັດຈຸບັນ​ຍັງ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ຄລິດສະຕຽນ​ຮຸ່ນ​ທຳອິດ​ໃນ​ເມືອງ​ອັນຕີອົກ​ແນວ​ໃດ? (ເບິ່ງ​ຂອບ “ ວຽກ​ບັນເທົາ​ທຸກ​ຄັ້ງ​ໃຫຍ່​ຄັ້ງ​ທຳອິດ​ທີ່​ເຮົາ​ເຮັດ​ໃນ​ສະໄໝ​ປັດຈຸບັນ”) (ຂ) ມີ​ຄຳຖາມ​ຫຍັງ​ທີ່​ເຮົາ​ຈະ​ພິຈາລະນາ​ນຳ​ກັນ​ໃນ​ບົດ​ນີ້?

3 ເມື່ອ​ຫວນ​ກັບ​ໄປ​ໃນ​ສະຕະວັດ​ທຳອິດ ນີ້​ເປັນ​ເຫດການ​ທຳອິດ​ທີ່​ມີ​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ການ​ສົ່ງ​ເຄື່ອງ​ບັນເທົາ​ທຸກ​ໄປ​ຊ່ວຍ​ເພື່ອນ​ຄລິດສະຕຽນ​ທີ່​ຢູ່​ຕ່າງ​ແດນ. ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພີ່​ນ້ອງ​ໃນ​ເມືອງ​ອັນຕີອົກ​ຄື​ກັນ ເມື່ອ​ເຮົາ​ຮູ້​ວ່າ​ພີ່​ນ້ອງ​ໃນ​ບ່ອນ​ອື່ນໆປະສົບ​ໄພ​ພິບັດ​ຫຼື​ປະເຊີນ​ກັບ​ການ​ທົດລອງ​ທາງ​ດ້ານ​ຄວາມ​ເຊື່ອ ເຮົາ​ກໍ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ. a ເພື່ອ​ຈະ​ເຂົ້າ​ໃຈ​ວ່າ​ວຽກ​ບັນເທົາ​ທຸກ​ກ່ຽວ​ຂ້ອງ​ກັບ​ວຽກ​ຮັບໃຊ້​ແບບ​ອື່ນໆແນວ​ໃດ ໃຫ້​ເຮົາ​ມາ​ເບິ່ງ​ຄຳຖາມ 3 ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ນີ້​ຄື: ເປັນ​ຫຍັງ​ເຮົາ​ເບິ່ງ​ວ່າ​ວຽກ​ບັນເທົາ​ທຸກ​ເປັນ​ວຽກ​ຮັບໃຊ້​ອີກ​ຢ່າງ​ໜຶ່ງ? ຈຸດ​ປະສົງ​ຂອງ​ວຽກ​ບັນເທົາ​ທຸກ​ແມ່ນ​ຫຍັງ? ເຮົາ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ?

ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ “ການ​ຮັບໃຊ້​ທີ່​ສັກສິດ”

4. ໂປໂລ​ບອກ​ຫຍັງ​ກັບ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ກ່ຽວ​ກັບ​ວຽກ​ຮັບໃຊ້​ຂອງ​ຄລິດສະຕຽນ?

4 ໃນ​ຈົດ​ໝາຍ​ສະບັບ​ທີ 2 ທີ່​ໂປໂລ​ຂຽນ​ເຖິງ​ປະຊາຄົມ​ໂກລິນໂທ ລາວ​ອະທິບາຍ​ວ່າ​ຄລິດສະຕຽນ​ມີ​ວຽກ​ຮັບໃຊ້​ສອງ​ຢ່າງ. ເຖິງ​ວ່າ​ໂປໂລ​ຈະ​ຂຽນ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໂດຍ​ກົງ ແຕ່​ຄຳ​ແນະນຳ​ຂອງ​ລາວ​ກໍ​ໃຊ້​ກັບ “ແກະ​ອື່ນ” ຂອງ​ພະ​ຄລິດ​ໃນ​ສະໄໝ​ນີ້​ໄດ້​ຄື​ກັນ. (ໂຢ. 10:16) ວຽກ​ຮັບໃຊ້​ຢ່າງ​ໜຶ່ງ​ຂອງ​ເຮົາ​ຄື: “ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັບ​ພະອົງ [ພະ​ເຢໂຫວາ], ລ.ມ.” ເຊິ່ງ​ກໍ​ຄື ວຽກ​ປະກາດ​ແລະ​ວຽກ​ສອນ. (2 ໂກ. 5:18-20; 1 ຕີໂມ. 2:3-6) ສ່ວນ​ວຽກ​ຮັບໃຊ້​ອີກ​ຢ່າງ​ໜຶ່ງ​ທີ່​ໂປໂລ​ເວົ້າ​ເຖິງ​ກໍ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພີ່​ນ້ອງ ໂດຍ​ສະເພາະ​ແມ່ນ “ຊ່ວຍ​ເຫຼືອ​ບັນເທົາ​ທຸກ​ພວກ​ຜູ້​ບໍລິສຸດ” ຫຼື​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ. (2 ໂກ. 8:4, ລ.ມ.) ໃນ​ວະລີ​ທີ່​ວ່າ: ‘ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຄືນ​ດີ​ກັບ​ພະ​ເຢໂຫວາ’ ແລະ “ຊ່ວຍ​ເຫຼືອ​ບັນເທົາ​ທຸກ​ພວກ​ຜູ້​ບໍລິສຸດ” ໃນ​ຄຳ​ວ່າ: “ວຽກ​ຮັບໃຊ້” ແລະ “ຊ່ວຍ​ເຫຼືອ” ແມ່ນ​ແປ​ມາ​ຈາກ​ຄຳ​ວ່າ​ດີ​ອາ​ໂຄ​ນີ​ອາ​ໃນ​ພາສາ​ເກັຣກ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເລື່ອງ​ນີ້​ສຳຄັນ?

5. ເປັນ​ຫຍັງ​ໂປໂລ​ຖື​ວ່າ​ວຽກ​ບັນເທົາ​ທຸກ​ເປັນ​ວຽກ​ຮັບໃຊ້​ທີ່​ສຳຄັນ?

5 ການ​ໃຊ້​ຄຳ​ພາສາ​ເກັຣກ​ຄຳ​ດຽວ​ກັນ​ສຳລັບ​ວຽກ​ຮັບໃຊ້​ທັງ​ສອງ​ຢ່າງ​ນີ້ ເທົ່າ​ກັບ​ວ່າ​ໂປໂລ​ໄດ້​ລວມ​ວຽກ​ບັນເທົາ​ທຸກ​ໄວ້​ກັບ​ວຽກ​ຮັບໃຊ້​ແບບ​ອື່ນໆໃນ​ປະຊາຄົມ​ຄລິດສະຕຽນ. ໂປໂລ​ໄດ້​ກ່າວ​ໃນ​ຕອນ​ທຳອິດ​ວ່າ: ‘ງານ​ຮັບໃຊ້​ມີ​ຫຼາຍ​ແບບ ແຕ່​ເຮັດ​ເພື່ອ​ນາຍ​ຜູ້​ດຽວ​ກັນ ການ​ງານ​ມີ​ຫຼາຍ​ຢ່າງ . . . ແຕ່​ຄວາມ​ສາມາດ​ທັງ​ໝົດ​ນີ້​ເກີດ​ຈາກ​ພະລັງ​ດຽວ​ກັນ.’ (1 ໂກ. 12:4-6, 11, ລ.ມ.) ທີ່​ຈິງ ໂປໂລ​ເວົ້າ​ເຖິງ​ວຽກ​ຮັບໃຊ້​ຕ່າງໆໃນ​ປະຊາຄົມ​ຄລິດສະຕຽນ​ວ່າ​ເປັນ “ການ​ຮັບໃຊ້​ທີ່​ສັກສິດ, ລ.ມ.” b (ໂລມ 12:1, 6-8) ບໍ່​ແປກ​ທີ່​ໂປໂລ​ຮູ້ສຶກ​ວ່າ​ການ​ໃຊ້​ເວລາ​ສ່ວນ​ໜຶ່ງ​ເພື່ອ “ຊ່ອຍ​ບົວລະບັດ​ພວກ​ຄົນ​ບໍລິສຸດ” ເປັນ​ສິ່ງ​ທີ່​ຄວນ​ເຮັດ!—ໂລມ 15:25, 26

6. (ກ) ຕາມ​ທີ່​ໂປໂລ​ອະທິບາຍ ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ ສະ​ການ​ພະເຈົ້າ? (ຂ) ວຽກ​ບັນເທົາ​ທຸກ​ທີ່​ເຮົາ​ເຮັດ​ຢູ່​ທົ່ວ​ໂລກ​ໃນ​ສະໄໝ​ນີ້​ເປັນ​ແນວ​ໃດ? ຂໍ​ໃຫ້​ອະທິບາຍ (ເບິ່ງ​ຂອບ “ ເມື່ອ​ເກີດ​ໄພ​ພິບັດ!” ໜ້າ 214)

6 ໂປໂລ​ຊ່ວຍ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ຮັບໃຊ້​ແລະ​ເປັນ​ການ​ນະມັດສະການ​ພະ​ເຢໂຫວາ. ລາວ​ໃຫ້​ເຫດຜົນ​ວ່າ ທີ່​ຄລິດສະຕຽນ​ຊ່ວຍ​ບັນເທົາ​ທຸກ​ເພາະ​ເຂົາ​ເຈົ້າ “ເຮັດ​ຕາມ​ຂ່າວ​ດີ​ເລື່ອງ​ພະ​ຄລິດ.” (2 ໂກ. 9:13, ລ.ມ.) ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ຄລິດ​ຈຶ່ງ​ເປັນ​ແຮງ​ກະຕຸ້ນ​ໃຫ້​ຄລິດສະຕຽນ​ຊ່ວຍ​ເຫຼືອ​ກັນ. ໂປໂລ​ບອກ​ວ່າ​ຄວາມ​ກະລຸນາ​ທີ່​ພີ່​ນ້ອງ​ສະແດງ​ຕໍ່​ກັນ ແທ້ໆແລ້ວ​ກໍ​ເປັນ​ການ​ສະແດງ ‘ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຢ່າງ​ເຫຼືອ​ລົ້ນ​ຂອງ​ພະເຈົ້າ, ລ.ມ.’ (2 ໂກ. 9:14; 1 ເປ. 4:10) ເມື່ອ​ເວົ້າ​ເຖິງ​ການ​ຮັບໃຊ້​ພີ່​ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເຊິ່ງ​ລວມ​ເຖິງ​ວຽກ​ບັນເທົາ​ທຸກ ຫໍສັງເກດການ 1 ທັນວາ 1975 ບອກ​ວ່າ: “ເຮົາ​ຄວນ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ​ຈະ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ຮັບໃຊ້​ແບບ​ນີ້​ແທ້ໆ.” ແມ່ນ​ແລ້ວ​ວຽກ​ບັນເທົາ​ທຸກ​ຍັງ​ເປັນ​ວຽກ​ຮັບໃຊ້​ສັກສິດ​ອີກ​ແບບ​ໜຶ່ງ.—ໂລມ 12:1, 7; 2 ໂກ. 8:7; ເຫບ. 13:16

ວຽກ​ບັນເທົາ​ທຸກ​ທີ່​ມີ​ຈຸດ​ປະສົງ​ຊັດເຈນ

7, 8. ຈຸດ​ປະສົງ​ຂໍ້​ທຳອິດ​ຂອງ​ວຽກ​ບັນເທົາ​ທຸກ​ແມ່ນ​ຫຍັງ? ຂໍ​ໃຫ້​ອະທິບາຍ.

7 ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ມີ​ຈຸດ​ປະສົງ​ຫຍັງ? ໂປໂລ​ເວົ້າ​ເຖິງ​ຄຳຖາມ​ນີ້​ໃນ​ຈົດ​ໝາຍ​ສະບັບ​ທີ 2 ທີ່​ລາວ​ຂຽນ​ໄປ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ. (ອ່ານ 2 ໂກລິນໂທ 9:11-15) ໃນ​ຂໍ້​ພະ​ຄຳພີ​ນີ້ ໂປໂລ​ເນັ້ນ​ວ່າ​ການ​ມີ​ສ່ວນ​ຮ່ວມ​ໃນ ‘ການ​ຮັບໃຊ້​ການ​ບົວລະບັດ’ ເຊິ່ງ​ໝາຍ​ເຖິງ​ວຽກ​ບັນເທົາ​ທຸກ ເຮັດ​ໃຫ້​ເຮົາ​ບັນລຸ​ຈຸດ​ປະສົງ​ຫຼັກ 3 ຂໍ້. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈຸດ​ປະສົງ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່.

8 ຂໍ້​ໜຶ່ງ ເມື່ອ​ເຮົາ​ເຮັດ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ ພະ​ເຢໂຫວາ​ກໍ​ໄດ້​ຮັບ​ຄຳ​ສັນລະເສີນ. ສັງເກດ​ວ່າ​ໃນ 2 ໂກລິນໂທ ບົດ 9 ໂປໂລ​ຊວນ​ພີ່​ນ້ອງ​ໃຫ້​ຄິດ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ຫຼາຍ​ສ່ຳ​ໃດ. ອັກຄະສາວົກ​ຄົນ​ນີ້​ເວົ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ການ “ຂອບຄຸນ​ພະເຈົ້າ, ລ.ມ.” ແລະ​ການ “ຂອບຄຸນ​ພະເຈົ້າ​ຢ່າງ​ມາກ​ມາຍ, ລ.ມ.” (ຂໍ້ 11, 12) ໂປໂລ​ຍັງ​ເວົ້າ​ວ່າ​ວຽກ​ບັນເທົາ​ທຸກ​ຂອງ​ຄລິດສະຕຽນ​ເປັນ​ການ “ສັນລະເສີນ​ພະເຈົ້າ, ລ.ມ.” ແລະ​ເປັນ​ການ​ຍົກຍ້ອງ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່, ລ.ມ.” ຢ່າງ​ເຫຼືອ​ລົ້ນ​ຂອງ​ພະເຈົ້າ. (ຂໍ້ 13, 14) ເມື່ອ​ໂປໂລ​ເວົ້າ​ເລື່ອງ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ​ຈົບ​ແລ້ວ ລາວ​ກໍ​ປິດ​ທ້າຍ​ດ້ວຍ​ການ “ຂອບຄຸນ​ພະເຈົ້າ, ລ.ມ.”ຂໍ້ 15; 1 ເປ. 4:11

9. ວຽກ​ບັນເທົາ​ທຸກ​ອາດ​ເຮັດ​ໃຫ້​ບາງ​ຄົນ​ປ່ຽນ​ຄວາມ​ຄິດ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ກໍ​ຄິດ​ແບບ​ດຽວ​ກັບ​ໂປໂລ ເຂົາ​ເຈົ້າ​ຄິດ​ວ່າ​ການ​ເຮັດ​ວຽກ​ບັນເທົາ​ທຸກ​ເປັນ​ໂອກາດ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ແລະ​ເຮັດ​ໃຫ້​ຄຳ​ສອນ​ຂອງ​ພະອົງ​ສວຍ​ງາມ. (1 ໂກ. 10:31; ຕິໂຕ 2:10) ທີ່​ຈິງ ວຽກ​ນີ້​ຈະ​ມີ​ສ່ວນ​ຊ່ວຍ​ແກ້ໄຂ​ຄວາມ​ຄິດ​ຜິດໆທີ່​ບາງ​ຄົນ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ພະຍານ​ຂອງ​ພະອົງ​ເຊັ່ນ: ຜູ້​ຍິງ​ຄົນ​ໜຶ່ງ​ເຊິ່ງ​ຢູ່​ໃນ​ເຂດ​ທີ່​ຖືກ​ພາຍຸ​ເຮີຣິ​ເຄນ (ພາຍຸ​ໃຫຍ່) ຖະຫຼົ່ມ ເຄີຍ​ຂຽນ​ຂໍ້​ຄວາມ​ຕິດ​ໄວ້​ຢູ່​ໜ້າ​ປະຕູ​ວ່າ: “ບ້ານ​ນີ້​ບໍ່​ຕ້ອນຮັບ​ພະຍານ​ພະ​ເຢໂຫວາ.” ແລ້ວ​ມື້​ໜຶ່ງ​ລາວ​ກໍ​ເຫັນ​ໜ່ວຍ​ບັນເທົາ​ທຸກ​ມາ​ຊ່ວຍ​ສ້ອມ​ແປງ​ບ້ານ​ຫຼັງ​ໜຶ່ງ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ບ້ານ​ຂອງ​ລາວ. ຜູ້​ຍິງ​ຄົນ​ນີ້​ເຝົ້າ​ສັງເກດ​ເບິ່ງ​ຢູ່​ຫຼາຍ​ມື້ ລາວ​ເຫັນ​ຄົນ​ງານ​ເຫຼົ່າ​ນັ້ນ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ ແລ້ວ​ລາວ​ກໍ​ອົດ​ໃຈ​ບໍ່​ໄດ້​ຈົນ​ຕ້ອງ​ໄປ​ຖາມ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ. ເມື່ອ​ຮູ້​ວ່າ​ອາສາ​ສະໝັກ​ເຫຼົ່າ​ນັ້ນ​ແມ່ນ​ພະຍານ​ພະ​ເຢໂຫວາ ລາວ​ປະທັບ​ໃຈ​ຫຼາຍ​ເຖິງ​ກັບ​ເວົ້າ​ວ່າ: “ຂ້ອຍ​ເຂົ້າ​ໃຈ​ພວກ​ເຈົ້າ​ຜິດ​ແທ້ໆ.” ແລ້ວ​ລາວ​ກໍ​ເອົາ​ຂໍ້​ຄວາມ​ທີ່​ຕິດ​ຢູ່​ປະຕູ​ອອກ.

10, 11. (ກ) ມີ​ຕົວຢ່າງ​ອັນ​ໃດ​ແດ່​ທີ່​ສະແດງ​ວ່າ​ເຮົາ​ບັນລຸ​ຈຸດ​ປະສົງ​ຂໍ້​ທີ​ສອງ​ຂອງ​ວຽກ​ບັນເທົາ​ທຸກ? (ຂ) ຈຸນລະສານ​ຫຍັງ​ທີ່​ເປັນ​ເຄື່ອງ​ມື​ຂອງ​ຄົນ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ? (ເບິ່ງ​ຂອບ “ ເຄື່ອງ​ມື​ອີກ​ຢ່າງ​ໜຶ່ງ​ສຳລັບ​ວຽກ​ບັນເທົາ​ທຸກ”)

10 ຂໍ້​ສອງ ເຮົາ “ຈັດ​ຫາ​ສິ່ງ​ຂອງ . . . ທີ່​ຂາດແຄນ, ລ.ມ.” ເພື່ອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. (2 ໂກ. 9:12 ສ່ວນ ກ) ເຮົາ​ຍິນດີ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ເພື່ອ​ບັນເທົາ​ຄວາມ​ເດືອດຮ້ອນ​ຂອງ​ເຂົາ​ເຈົ້າ. ຍ້ອນ​ຫຍັງ? ຍ້ອນ​ສະມາຊິກ​ຂອງ​ປະຊາຄົມ​ຄລິດສະຕຽນ​ກໍ​ຄື​ອະໄວຍະວະ​ຕ່າງໆຂອງ “ຮ່າງກາຍ​ດຽວ” ແລະ “ຖ້າ​ອະໄວຍະວະ​ສ່ວນ​ໜຶ່ງ​ເຈັບ ອະໄວຍະວະ​ສ່ວນ​ອື່ນໆທັງ​ໝົດ​ກໍ​ເຈັບ​ດ້ວຍ​ກັນ.” (1 ໂກ. 12:20, 26, ທ.ປ.) ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ຈຶ່ງ​ເປັນ​ແຮງ​ກະຕຸ້ນ​ໃຫ້​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຖິ້ມ​ສິ່ງ​ທີ່​ຕົວ​ເອງ​ກຳລັງ​ເຮັດ​ຢູ່​ທັນທີ​ເມື່ອ​ຮູ້​ວ່າ​ເກີດ​ໄພ​ພິບັດ ເກັບ​ເຄື່ອງ​ມື​ໃສ່​ກະເປົ໋າ ແລ້ວ​ມຸ່ງ​ໜ້າ​ໄປ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ເພື່ອ​ຊ່ວຍ​ພີ່​ນ້ອງ​ທີ່​ກຳລັງ​ເດືອດຮ້ອນ. (ຢໂກ. 2:15, 16) ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ຊຶ​ນາ​ມິ​ຖະຫຼົ່ມ​ຍີ່ປຸ່ນ​ໃນ​ປີ 2011 ສຳນັກງານ​ສາຂາ​ໃນ​ສະຫະລັດ​ໄດ້​ຂຽນ​ຈົດ​ໝາຍ​ຖາມ​ຄະນະ​ກຳມະການ​ກໍ່​ສ້າງ​ພູມິພາກ​ໃນ​ສະຫະລັດ​ວ່າ ພໍ​ຈະ​ມີ “ພີ່​ນ້ອງ​ທີ່​ມີ​ຄຸນສົມບັດ​ບາງ​ຄົນ” ທີ່​ພ້ອມ​ຈະ​ໄປ​ຊ່ວຍ​ກໍ່​ສ້າງ​ແລະ​ສ້ອມ​ແປງ​ຫໍ​ປະຊຸມ​ຢູ່​ທີ່​ນັ້ນ​ບໍ? ຜົນ​ເປັນ​ແນວ​ໃດ? ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ກໍ​ມີ​ອາສາ​ສະໝັກ​ເກືອບ 600 ຄົນ​ຂຽນ​ໃບ​ສະໝັກ​ເພື່ອ​ບິນ​ໄປ​ຊ່ວຍ​ວຽກ​ຢູ່​ຍີ່ປຸ່ນ​ໂດຍ​ອອກ​ຄ່າ​ໃຊ້​ຈ່າຍ​ເອງ! ສຳນັກງານ​ສາຂາ​ໃນ​ສະຫະລັດ​ບອກ​ວ່າ: “ເຮົາ​ໄດ້​ຮັບ​ໃບ​ສະໝັກ​ຫຼາຍ​ແທ້ໆ.” ເມື່ອ​ພີ່​ນ້ອງ​ໃນ​ຍີ່ປຸ່ນ​ຖາມ​ຄົນ​ທີ່​ບິນ​ຂ້າມ​ນ້ຳ​ຂ້າມ​ທະເລ​ມາ​ຊ່ວຍ​ວຽກ​ບັນເທົາ​ທຸກ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ມາ​ຊ່ວຍ ພີ່​ນ້ອງ​ຄົນ​ນັ້ນ​ຕອບ​ວ່າ: “ພີ່​ນ້ອງ​ໃນ​ຍີ່ປຸ່ນ​ກໍ​ເປັນ​ອະໄວຍະວະ​ໜຶ່ງ​ໃນ ‘ຮ່າງກາຍ​ຂອງ​ເຮົາ’ ເມື່ອ​ພີ່​ນ້ອງ​ເຈັບ​ເຮົາ​ກໍ​ຮູ້ສຶກ​ເຈັບ​ນຳ.” ແລະ​ຍ້ອນ​ມີ​ຄວາມ​ຮັກ​ແລະ​ນ້ຳໃຈ​ເສຍ​ສະລະ​ເປັນ​ແຮງ​ກະຕຸ້ນ ບາງ​ຄັ້ງ​ຄົນ​ທີ່​ໄປ​ຊ່ວຍ​ບັນເທົາ​ທຸກ​ເຖິງ​ກັບ​ຍອມ​ສ່ຽງ​ຊີວິດ​ເພື່ອ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. c1 ໂຢ. 3:16

11 ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ເຫັນ​ຄຸນຄ່າ​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ຄື​ກັນ ເຊັ່ນ: ໃນ​ປີ 2013 ຫຼັງ​ຈາກ​ທີ່​ມີ​ໄພ​ພິບັດ​ເກີດ​ຂຶ້ນ​ທີ່​ລັດ​ອາ​ແຄນ​ຊໍ ສະຫະລັດ​ອາ​ເມຣິ​ກາ ໜັງສື​ພິມ​ສະບັບ​ໜຶ່ງ​ໄດ້​ລາຍງານ​ຂ່າວ​ກ່ຽວ​ກັບ​ອາສາ​ສະໝັກ​ພະຍານ​ພະ​ເຢໂຫວາ​ທີ່​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ໄວ​ວາ​ວ່າ: “ພະຍານ​ພະ​ເຢໂຫວາ​ຈັດ​ລະບົບ​ວຽກ​ບັນເທົາ​ທຸກ​ໄດ້​ດີ​ຫຼາຍ​ເຖິງ​ຂະໜາດ​ທີ່​ສາມາດ​ສົ່ງ​ອາສາ​ສະໝັກ​ໄປ​ຊ່ວຍ​ທັນທີ​ທີ່​ເກີດ​ໄພ​ພິບັດ.” ແທ້ໆແລ້ວ​ກໍ​ຄື​ກັບ​ທີ່​ໂປໂລ​ບອກ ເຮົາ “ຈັດ​ຫາ​ສິ່ງ​ຂອງ . . . ທີ່​ຂາດແຄນ, ລ.ມ.” ເພື່ອ​ຊ່ວຍ​ບັນເທົາ​ຄວາມ​ເດືອດຮ້ອນ​ໃຫ້​ພີ່​ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

12-14. (ກ) ເປັນ​ຫຍັງ​ການ​ບັນລຸ​ຈຸດ​ປະສົງ​ຂໍ້​ທີ​ສາມ​ຂອງ​ວຽກ​ບັນເທົາ​ທຸກ​ຈຶ່ງ​ສຳຄັນ​ຫຼາຍ​ແທ້ໆ? (ຂ) ຕົວຢ່າງ​ຕ່າງໆທີ່​ຍົກ​ມາ​ນີ້​ເນັ້ນ​ວ່າ​ການ​ຮ່ວມ​ກິດຈະກຳ​ຂອງ​ຄລິດສະຕຽນ​ຢ່າງ​ຕໍ່​ເນື່ອງ​ມີ​ຄວາມ​ສຳຄັນ​ແນວ​ໃດ?

12 ຂໍ້​ສາມ ເຮົາ​ຊ່ວຍ​ຄົນ​ທີ່​ປະສົບ​ໄພ​ໃຫ້​ກັບ​ມາ​ເຮັດ​ກິດຈະກຳ​ຄລິດສະຕຽນ​ໄດ້​ຕາມ​ປົກກະຕິ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ໂປໂລ​ບອກ​ວ່າ ເມື່ອ​ຄົນ​ທີ່​ກຳລັງ​ເດືອດຮ້ອນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ ລາວ​ກໍ​ຢາກ “ຂອບຄຸນ​ພະເຈົ້າ​ຢ່າງ​ມາກ​ມາຍ, ລ.ມ.” (2 ໂກ. 9:12 ສ່ວນ ຂ) ວິທີ​ໃດ​ແດ່​ທີ່​ຈະ​ຂອບໃຈ​ພະ​ເຢໂຫວາ​ໄດ້​ດີ​ທີ່​ສຸດ? ກໍ​ຄື​ການ​ກັບ​ມາ​ເຮັດ​ກິດຈະກຳ​ຄລິດສະຕຽນ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ຢ່າງ​ທີ່​ເຄີຍ​ເຮັດ​ເປັນ​ປະຈຳ. (ຟີລິບ 1:10) ຫໍສັງເກດການ ປີ 1945 ກ່າວ​ວ່າ: “ໂປໂລ​ເຫັນ​ດີ​ກັບ . . . ການ​ເກັບ​ລວບລວມ​ເງິນ​ບໍລິຈາກ ເພາະ​ນັ້ນ​ເປັນ​ການ​ຊ່ວຍ . . . ພີ່​ນ້ອງ​ຄລິດສະຕຽນ​ທີ່​ຂັດສົນ​ໃຫ້​ມີ​ສິ່ງ​ຈຳເປັນ​ເພື່ອ​ບັນເທົາ​ຄວາມ​ເດືອດຮ້ອນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຕ້ອງ​ເປັນ​ຫ່ວງ​ຫຍັງ​ຫຼາຍ​ແລະ​ມີ​ແຮງ​ຫຼາຍ​ຂຶ້ນ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ວຽກ​ປະກາດ.” ໃນ​ທຸກ​ມື້​ນີ້​ຈຸດ​ປະສົງ​ຂອງ​ເຮົາ​ກໍ​ຍັງ​ຄື​ເກົ່າ. ເມື່ອ​ພີ່​ນ້ອງ​ສາມາດ​ກັບ​ມາ​ປະກາດ​ໄດ້​ອີກ​ຄັ້ງ ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໃຫ້​ກຳລັງ​ໃຈ​ເພື່ອນ​ບ້ານ​ທີ່​ປະສົບ​ໄພ ແຕ່​ຕົວ​ເອງ​ກໍ​ມີ​ກຳລັງ​ໃຈ​ຂຶ້ນ​ນຳ​ອີກ.—ອ່ານ 2 ໂກລິນໂທ 1:3, 4

13 ລອງ​ມາ​ຟັງ​ຄວາມ​ເຫັນ​ຂອງ​ບາງ​ຄົນ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ວຽກ​ບັນເທົາ​ທຸກ ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ສາມາດ​ກັບ​ມາ​ປະກາດ​ໄດ້​ອີກ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ເວົ້າ​ວ່າ: “ດີ​ແທ້ໆທີ່​ຄອບຄົວ​ຂອງ​ເຮົາ​ໄດ້​ອອກ​ໄປ​ປະກາດ ເພາະ​ຕອນ​ທີ່​ເຮົາ​ພະຍາຍາມ​ປອບ​ໂຍນ​ຄົນ​ອື່ນໆ ເຮົາ​ກໍ​ຢຸດ​ກັງວົນ​ເລື່ອງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ຕົວ​ເອງ.” ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເວົ້າ​ວ່າ: “ເມື່ອ​ຄິດ​ເຖິງ​ແຕ່​ເລື່ອງ​ວຽກ​ຮັບໃຊ້​ພະເຈົ້າ ຂ້ອຍ​ກໍ​ລືມ​ໄປ​ເລີຍ​ວ່າ​ມີ​ຊາກ​ອາຄານ​ບ້ານ​ເຮືອນ​ຢູ່​ອ້ອມໆຕົວ​ຂ້ອຍ ຂ້ອຍ​ຮູ້ສຶກ​ໝັ້ນ​ຄົງ​ປອດໄພ​ແທ້ໆ.” ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ບອກ​ວ່າ: “ເຖິງ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ຄວບຄຸມ​ບໍ່​ໄດ້ ແຕ່​ວຽກ​ຮັບໃຊ້​ຊ່ວຍ​ຄອບຄົວ​ຂອງ​ຂ້ອຍ​ໃຫ້​ຮູ້​ວ່າ​ຈະ​ມຸ່ງ​ໜ້າ​ໄປ​ທາງ​ໃດ. ເມື່ອ​ເຮົາ​ໄດ້​ເວົ້າ​ກັບ​ຄົນ​ອື່ນໆກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ໂລກ​ໃໝ່ ເຮົາ​ກໍ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ສ້າງ​ຂຶ້ນ​ໃໝ່.”

14 ພີ່​ນ້ອງ​ທີ່​ປະສົບ​ໄພ​ຍັງ​ຕ້ອງ​ກັບ​ມາ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ເພາະ​ນີ້​ເປັນ​ກິດຈະກຳ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ຂອງ​ຄລິດສະຕຽນ. ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ທີ່​ເກີດ​ຂຶ້ນ​ກັບ​ພີ່​ນ້ອງ​ຍິງ​ອາຍຸ 60 ປີ​ຄົນ​ໜຶ່ງ​ຊື່​ຄິໂຢໂກະ. ຫຼັງ​ຈາກ​ຊັບ​ສິນ​ທຸກ​ຢ່າງ​ຖືກ​ກວາດ​ໄປ​ພ້ອມ​ກັບ​ຊຶ​ນາ​ມິ ລາວ​ກໍ​ບໍ່​ເຫຼືອ​ຫຍັງ​ເລີຍ ນອກ​ຈາກ​ເຄື່ອງ​ຄາ​ຄີງ​ແລະ​ເກີບແຕະ​ທີ່​ໃສ່​ຢູ່. ລາວ​ນຶກ​ພາບ​ບໍ່​ອອກ​ວ່າ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ​ໄດ້​ແນວ​ໃດ ແລ້ວ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ລາວ​ວ່າ ຈະ​ຈັດການ​ປະຊຸມ​ຄລິດສະຕຽນ​ປະຈຳ​ອາທິດ​ໃນ​ລົດ​ຂອງ​ລາວ. ຄິໂຢໂກະ​ບອກ​ວ່າ: “ໃນ​ລົດ​ຄັນ​ນັ້ນ​ມີ​ຜູ້​ເຖົ້າ​ແກ່ ເມຍ​ຂອງ​ລາວ ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ ແລະ​ຂ້ອຍ​ນັ່ງ​ຢູ່​ນຳ​ກັນ. ການ​ປະຊຸມ​ເປັນ​ແບບ​ງ່າຍໆ ເຮັດ​ໃຫ້​ຂ້ອຍ​ລືມ​ເລື່ອງ​ຊຶ​ນາ​ມິ​ໄປ​ເລີຍ ແລ້ວ​ໃຈ​ຂ້ອຍ​ກໍ​ສະຫງົບ​ແທ້ໆ. ການ​ປະຊຸມ​ນັ້ນ​ຊ່ວຍ​ໃຫ້​ຂ້ອຍ​ເຫັນ​ພະລັງ​ຂອງ​ການ​ຄົບຫາ​ສະມາຄົມ​ແບບ​ຄລິດສະຕຽນ.” ພີ່​ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ເວົ້າ​ເຖິງ​ການ​ປະຊຸມ​ຕ່າງໆທີ່​ລາວ​ໄດ້​ເຂົ້າ​ຮ່ວມ​ຫຼັງ​ຈາກ​ເກີດ​ໄພ​ພິບັດ​ຄັ້ງ​ນັ້ນ​ວ່າ: “ການ​ປະຊຸມ​ເຫຼົ່າ​ນັ້ນ​ເປັນ​ຄື​ກັບ​ເຊືອກ​ຊູ​ຊີບ​ທີ່​ຊ່ວຍ​ຊີວິດ​ຂອງ​ຂ້ອຍ!”—ໂລມ 1:11, 12; 12:12

ຜົນ​ປະໂຫຍດ​ທີ່​ຖາວອນ​ຈາກ​ວຽກ​ບັນເທົາ​ທຸກ

15, 16. (ກ) ຄລິດສະຕຽນ​ໃນ​ເມືອງ​ໂກລິນໂທ​ແລະ​ບ່ອນ​ອື່ນໆໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ວຽກ​ບັນເທົາ​ທຸກ? (ຂ) ພວກ​ເຮົາ​ໄດ້​ຮັບ​ປະໂຫຍດ​ຄ້າຍໆກັນ​ຈາກ​ວຽກ​ບັນເທົາ​ທຸກ​ໃນ​ສະໄໝ​ນີ້​ແນວ​ໃດ?

15 ເມື່ອ​ເວົ້າ​ເຖິງ​ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ ໂປໂລ​ຍັງ​ອະທິບາຍ​ກັບ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ເຖິງ​ປະໂຫຍດ​ທີ່​ເຂົາ​ເຈົ້າ​ແລະ​ຄລິດສະຕຽນ​ຄົນ​ອື່ນໆຈະ​ໄດ້​ຮັບ​ຈາກ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້. ໂປໂລ​ບອກ​ວ່າ ຄລິດສະຕຽນ​ຊາວ​ຢິວ​ໃນ​ເມືອງ​ເຢຣຶຊາເລມ​ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈະ “ອະທິດຖານ​ອ້ອນ​ວອນ​ເພື່ອ​ພວກ​ທ່ານ​ດ້ວຍ​ຄວາມ​ຮັກ​ແລະ​ຄິດ​ເຖິງ ເພາະ​ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ທ່ານ​ຢ່າງ​ເຫຼືອ​ລົ້ນ.” (2 ໂກ. 9:14, ລ.ມ.) ແມ່ນ​ແລ້ວ ນ້ຳໃຈ​ຂອງ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ຈະ​ກະຕຸ້ນ​ຄລິດສະຕຽນ​ຊາວ​ຢິວ​ໃຫ້​ອະທິດຖານ​ເພື່ອ​ພີ່​ນ້ອງ​ໃນ​ເມືອງ​ໂກລິນໂທ​ທີ່​ເປັນ​ຊາວ​ຢິວ​ແລະ​ຊາວ​ຕ່າງ​ຊາດ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮັກ​ແລະ​ຜູກ​ພັນ​ກັນ​ຫຼາຍ​ຂຶ້ນ.

16 ຫໍສັງເກດການ 1 ທັນວາ 1945 ໄດ້​ເວົ້າ​ເຖິງ​ການ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ຂອງ​ໂປໂລ​ກ່ຽວ​ກັບ​ວຽກ​ບັນເທົາ​ທຸກ​ໃນ​ສະໄໝ​ຂອງ​ເຮົາ​ວ່າ: “ເມື່ອ​ປະຊາຊົນ​ຂອງ​ພະເຈົ້າ​ກຸ່ມ​ໜຶ່ງ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ອີກ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ເດືອດຮ້ອນ ລອງ​ຄິດ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ຮັກ​ໄຄ່​ກົມ​ກຽວ​ກັນ​ສ່ຳ​ໃດ!” ຄົນ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ໃນ​ເວລາ​ນີ້​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ເຊິ່ງ​ໄປ​ຊ່ວຍ​ວຽກ​ນີ້​ຕອນ​ທີ່​ມີ​ນ້ຳ​ຖ້ວມ​ເລົ່າ​ວ່າ: “ວຽກ​ບັນເທົາ​ທຸກ​ຊ່ວຍ​ຂ້ອຍ​ໃຫ້​ສະໜິດ​ກັບ​ພີ່​ນ້ອງ​ຫຼາຍ​ກວ່າ​ແຕ່​ກ່ອນ.” ພີ່​ນ້ອງ​ຍິງ​ທີ່​ຮູ້ສຶກ​ຊາບ​ຊຶ້ງ​ໃຈ​ເພາະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເວົ້າ​ດ້ວຍ​ຄວາມ​ຮູ້ສຶກ​ຂອບໃຈ​ວ່າ: “ເຖິງ​ວ່າ​ຕອນ​ນີ້​ເຮົາ​ຍັງ​ບໍ່​ມີ​ອຸທິຍານ​ຢູ່​ແຜ່ນດິນ​ໂລກ ແຕ່​ເຮົາ​ກໍ​ມີ​ສັງຄົມ​ພີ່​ນ້ອງ​ທີ່​ທຽບ​ກັບ​ອຸທິຍານ​ໄດ້.”—ອ່ານ​ສຸພາສິດ 17:17

17. (ກ) ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ໃນ​ເອຊາອີ 41:13 ເປັນ​ຈິງ​ກັບ​ວຽກ​ບັນເທົາ​ທຸກ​ແນວ​ໃດ? (ຂ) ຂໍ​ໃຫ້​ຍົກ​ຕົວຢ່າງ​ວຽກ​ບັນເທົາ​ທຸກ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ແລະ​ເຮັດ​ໃຫ້​ພີ່​ນ້ອງ​ຮັກ​ໄຄ່​ກົມ​ກຽວ​ກັນ​ຫຼາຍ​ຂຶ້ນ. (ເບິ່ງ​ຂອບ “ ອາສາ​ສະໝັກ​ທົ່ວ​ໂລກ​ຊ່ວຍ​ວຽກ​ບັນເທົາ​ທຸກ”)

17 ເມື່ອ​ພີ່​ນ້ອງ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ໄປ​ຮອດ​ເຂດ​ທີ່​ມີ​ໄພ​ພິບັດ ພີ່​ນ້ອງ​ທີ່​ກຳລັງ​ເດືອດຮ້ອນ​ກໍ​ໄດ້​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ຈິງ​ທີ່​ວ່າ: “ຝ່າຍ​ເຮົາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ກຳ​ມື​ຂວາ​ຂອງ​ເຈົ້າ​ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ‘ຢ່າຊູ່​ຢ້ານ. ຝ່າຍ​ເຮົາ​ເຮົາ​ຈະ​ຊ່ອຍ​ເຈົ້າ.’” (ເອຊາ. 41:13) ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ລອດ​ຊີວິດ​ຈາກ​ໄພ​ພິບັດ​ເວົ້າ​ວ່າ: “ຄວາມ​ພິນາດ​ຈິບຫາຍ​ທີ່​ເຫັນ ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໝົດ​ຫວັງ ແຕ່​ພະ​ເຢໂຫວາ​ກໍ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ. ນ້ຳໃຈ​ທີ່​ໄດ້​ຮັບ​ຈາກ​ພີ່​ນ້ອງ​ແມ່ນ​ຫຼາຍ​ແທ້ໆ.” ຫຼັງ​ຈາກ​ເກີດ​ໄພ​ພິບັດ​ຢ່າງ​ຮຸນແຮງ​ໃນ​ເຂດ​ໜຶ່ງ ຜູ້​ເຖົ້າ​ແກ່ 2 ຄົນ​ໄດ້​ຂຽນ​ສິ່ງ​ທີ່​ແທນ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ​ໃນ​ປະຊາຄົມ​ຕ່າງໆວ່າ: “ແຜ່ນດິນ​ໄຫວ​ເຮັດ​ໃຫ້​ພວກ​ເຮົາ​ລຳບາກ ແຕ່​ເຮົາ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ທີ່​ຜ່ານ​ທາງ​ພີ່​ນ້ອງ​ຂອງ​ເຮົາ. ເມື່ອ​ກ່ອນ​ເຮົາ​ເຄີຍ​ອ່ານ​ກ່ຽວ​ກັບ​ວຽກ​ບັນເທົາ​ທຸກ ແຕ່​ຕອນ​ນີ້​ເຮົາ​ໄດ້​ເຫັນ​ກັບ​ຕາ​ຕົວ​ເອງ.”

ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ແນວ​ໃດ?

18. ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ຖ້າ​ເຈົ້າ​ຢາກ​ຊ່ວຍ​ວຽກ​ບັນເທົາ​ທຸກ? (ເບິ່ງ​ຂອບ “ ຈຸດ​ປ່ຽນ​ຊີວິດ​ຂ້ອຍ”)

18 ເຈົ້າ​ຢາກ​ສຳຜັດ​ລົດ​ຊາດ​ຂອງ​ຄວາມ​ສຸກ​ທີ່​ໄດ້​ຈາກ​ການ​ເຮັດ​ວຽກ​ບັນເທົາ​ທຸກ​ບໍ? ສ່ວນ​ໃຫຍ່​ແລ້ວ​ມີ​ການ​ເລືອກ​ຄົນ​ທີ່​ຈະ​ໄປ​ຊ່ວຍ​ວຽກ​ນີ້​ຈາກ​ຄົນ​ທີ່​ເຄີຍ​ຢູ່​ໃນ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ. ຖ້າ​ເຈົ້າ​ຢາກ​ໄປ ເຈົ້າ​ກໍ​ສາມາດ​ບອກ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຂອງ​ເຈົ້າ ແລະ​ຂຽນ​ໃບ​ສະໝັກ​ໄດ້. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ເຄີຍ​ຊ່ວຍ​ວຽກ​ບັນເທົາ​ທຸກ​ມາ​ຫຼາຍ​ຄັ້ງ​ໃຫ້​ຂໍ້​ຄິດ​ໄວ້​ວ່າ: “ເຈົ້າ​ຈະ​ເດີນ​ທາງ​ໄປ​ຊ່ວຍ​ວຽກ​ບັນເທົາ​ທຸກ​ໄດ້​ກໍ​ຕໍ່​ເມື່ອ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ເຊີນ​ຈາກ​ຄະນະ​ກຳມະການ​ບັນເທົາ​ທຸກ​ແລ້ວ​ເທົ່າ​ນັ້ນ.” ວິທີ​ນີ້​ເຮັດ​ໃຫ້​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ເປັນ​ໄປ​ຢ່າງ​ມີ​ລະບຽບ.

19. ພີ່​ນ້ອງ​ທີ່​ເຮັດ​ວຽກ​ບັນເທົາ​ທຸກ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເປັນ​ສາວົກ​ແທ້​ຂອງ​ພະ​ຄລິດ?

19 ວຽກ​ບັນເທົາ​ທຸກ​ເປັນ​ວິທີ​ທີ່​ໂດດ​ເດັ່ນ​ແທ້ໆ ເຊິ່ງ​ເຮັດ​ໃຫ້​ເຮົາ​ສາມາດ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ຄລິດ​ທີ່​ໃຫ້​ເຮົາ “ຮັກ​ກັນ​ແລະ​ກັນ.” ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ແບບ​ນີ້ ຜູ້​ຄົນ​ກໍ​ເຫັນ​ວ່າ​ເຮົາ​ເປັນ​ສາວົກ​ແທ້​ຂອງ​ພະ​ຄລິດ. (ໂຢ. 13:34, 35) ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆທີ່​ມີ​ອາສາ​ສະໝັກ​ຫຼາຍ​ຄົນ​ມາ​ຊ່ວຍ​ວຽກ​ບັນເທົາ​ທຸກ ເຂົາ​ເຈົ້າ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ​ເມື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແກ່​ຄົນ​ທີ່​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢ່າງ​ສັດ​ຊື່!

a ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ເລື່ອງ​ຄວາມ​ຊ່ວຍ​ເຫຼືອ​ຕ່າງໆທີ່​ເຮົາ​ພະຍາຍາມ​ເຮັດ​ເພື່ອ​ຊ່ວຍ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ແຕ່​ຫຼາຍ​ຄັ້ງ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ວຽກ​ບັນເທົາ​ທຸກ​ຂອງ​ເຮົາ​ນຳ.—ຄລາ. 6:10

b ໂປໂລ​ໃຊ້​ຄຳ​ດີ​ອາ​ໂຄ​ໂນ​ສ (ຜູ້​ຮັບໃຊ້) ໃນ​ຮູບ​ການ​ຂອງ​ຄຳ​ນາມ​ບອກ​ຈຳນວນ​ຫຼາຍ​ເພື່ອ​ໝາຍ​ເຖິງ “ຜູ້​ຊ່ວຍ​ງານ​ຮັບໃຊ້.”—1 ຕີໂມ. 3:12

c ເບິ່ງ​ບົດ​ຄວາມ “ການ​ສົງເຄາະ​ຄອບຄົວ​ແຫ່ງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ປະເທດ​ບອດ​ສະ​ນີ” ໃນ​ຫໍສັງເກດການ 1 ພະຈິກ 1994 ໜ້າ 23-27 (ພາສາ​ໄທ)