ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 21

ລາຊະອານາຈັກ​ຂອງ​ພະເຈົ້າ​ກຳຈັດ​ສັດຕູ

ລາຊະອານາຈັກ​ຂອງ​ພະເຈົ້າ​ກຳຈັດ​ສັດຕູ

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ເຫດການ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ຕາມ​ລຳດັບ​ຈົນ​ເຖິງ​ສົງຄາມ​ອະລະມະເຄໂດນ

1, 2. (ກ) ມີ​ຫຼັກ​ຖານ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ກະສັດ​ຂອງ​ເຮົາ​ປົກຄອງ​ຕັ້ງ​ແຕ່​ປີ 1914? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

 ການ​ທົບ​ທວນ​ເລື່ອງ​ຕ່າງໆທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ໄດ້​ເຮັດ​ມາ​ຕະຫຼອດ​ເຖິງ​ແມ່ນ​ມີ​ສັດຕູ​ຂັດ​ຂວາງ ເປັນ​ສິ່ງ​ທີ່​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ. (ເພງ. 110:2) ກະສັດ​ຂອງ​ເຮົາ​ໄດ້​ລວບລວມ​ຄົນ​ທີ່​ເຕັມ​ໃຈ​ປະກາດ​ເຂົ້າ​ມາ​ຢ່າງ​ຫຼວງ​ຫຼາຍ. ພະອົງ​ຊຳຮະ​ລ້າງ​ເຂົາ​ເຈົ້າ​ໃຫ້​ສະອາດ​ທັງ​ດ້ານ​ການ​ນະມັດສະການ​ແລະ​ດ້ານ​ສິນລະທຳ. ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ສາມັກຄີ​ກັນ​ເປັນ​ໜຶ່ງ​ດຽວ​ທົ່ວ​ໂລກ​ເຖິງ​ແມ່ນ​ວ່າ​ສັດຕູ​ຈະ​ພະຍາຍາມ​ເຮັດ​ໃຫ້​ພວກ​ເຮົາ​ແຕກ​ແຍກ​ກັນ ສິ່ງ​ເຫຼົ່າ​ນີ້​ລວມ​ທັງ​ຜົນ​ງານ​ຕ່າງໆຂອງ​ລາຊະອານາຈັກ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຕົ້ນໆ ເຮັດ​ໃຫ້​ເຮົາ​ມີ​ຫຼັກ​ຖານ​ຢ່າງ​ຫຼວງ​ຫຼາຍ​ທີ່​ເຊື່ອ​ວ່າ​ລາຊະອານາຈັກ​ປົກຄອງ​ທ່າມກາງ​ສັດຕູ​ມາ​ຕັ້ງ​ແຕ່​ປີ ຄ.ສ 1914 ແລ້ວ.

2 ລາຊະອານາຈັກ​ຈະ​ເຮັດ​ສິ່ງ​ທີ່​ໜ້າ​ງຶດງໍ້​ຍິ່ງ​ກວ່າ​ນັ້ນ​ອີກ​ໃນ​ອະນາຄົດ​ອັນ​ໃກ້​ນີ້​ຄື: ຈະ “ມາ” ທຳລາຍ​ສັດຕູ​ໃຫ້ “ຫັກ​ແຕກ​ຈິບຫາຍ.” (ມັດ. 6:10; ດາ. 2:44) ແຕ່​ຍັງ​ມີ​ເຫດການ​ສຳຄັນ​ອີກ​ຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ​ກ່ອນ. ເຫດການ​ຫຍັງ? ຄຳຕອບ​ມີ​ຢູ່​ໃນ​ຄຳ​ພະຍາກອນ​ຫຼາຍ​ຂໍ້​ໃນ​ຄຳພີ​ໄບເບິນ. ໃຫ້​ເຮົາ​ມາ​ພິຈາລະນາ​ຄຳ​ພະຍາກອນ​ບາງ​ຂໍ້​ເພື່ອ​ເບິ່ງ​ວ່າ​ຈະ​ມີ​ອັນ​ໃດ​ເກີດ​ຂຶ້ນ​ແດ່​ໃນ​ວັນ​ຂ້າງ​ໜ້າ.

ກ່ອນ​ທີ່ ‘ການ​ທຳລາຍ​ຈະ​ມາ​ເຖິງ​ເຂົາ​ໃນ​ທັນທີ’

3. ເຫດການ​ທຳອິດ​ທີ່​ເຮົາ​ກຳລັງ​ຄອຍ​ຖ້າ​ຢູ່​ແມ່ນ​ຫຍັງ?

3 ການ​ປະກາດ​ສັນຕິສຸກ. ໃນ​ຈົດ​ໝາຍ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ໃນ​ເມືອງ​ເທຊະໂລນີກ ລາວ​ໄດ້​ເວົ້າ​ເຖິງ​ເຫດການ​ທຳອິດ​ທີ່​ເຮົາ​ກຳລັງ​ລໍ​ຖ້າ​ຢູ່. (ອ່ານ 1 ເທຊະໂລນີກ 5:2, 3) ໃນ​ຈົດ​ໝາຍ​ນັ້ນ​ໂປໂລ​ເວົ້າ​ເຖິງ “ວັນ​ຂອງ​ພະອົງ​ເຈົ້າ [ພະ​ເຢໂຫວາ]” ຈະ​ເລີ່ມ​ໂດຍ​ການ​ໂຈມຕີ “ບາບີໂລນ​ໃຫຍ່.” (ຄຳປ. 17:5) ແຕ່​ວັນ​ຂອງ​ພະ​ເຢໂຫວາ​ຈະ​ເລີ່ມ​ຂຶ້ນ​ທັນທີ​ຫຼັງ​ຈາກ​ທີ່​ຊາດ​ຕ່າງໆປະກາດ​ວ່າ: “ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ [“ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ,” ລ.ມ.] ນີ້​ອາດ​ເປັນ​ຄຳ​ປະກາດ​ຫຼື​ຄຳ​ຖະແຫຼງ​ການ​ທີ່​ອອກ​ມາ​ຢ່າງ​ຕໍ່​ເນື່ອງ. ພວກ​ຜູ້​ນຳ​ສາສະໜາ​ຈະ​ມີ​ສ່ວນ​ຮູ້​ເຫັນ​ນຳ​ບໍ? ເນື່ອງ​ຈາກ​ເຂົາ​ເຈົ້າ​ເປັນ​ສ່ວນ​ຂອງ​ໂລກ ເຂົາ​ເຈົ້າ​ກໍ​ອາດ​ຈະ​ຮ່ວມ​ກັບ​ຊາດ​ຕ່າງໆທີ່​ພາ​ກັນ​ກ່າວ​ວ່າ​ມີ “ສັນຕິສຸກ, ລ.ມ.” ແລ້ວ! (ຢເຣ. 6:14; 23:16, 17; ຄຳປ. 17:1, 2) ຄຳ​ປະກາດ​ເລື່ອງ​ສັນຕິສຸກ​ແລະ​ຄວາມ​ປອດໄພ​ນີ້​ຈະ​ເປັນ​ສັນຍານ​ບົ່ງ​ບອກ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ກຳລັງ​ຈະ​ເລີ່ມ​ຂຶ້ນ. ສັດຕູ​ຂອງ​ລາຊະອານາຈັກ ‘ຈະ​ປົບ​ໜີ​ໄປ​ບໍ່​ພົ້ນ.’

4. ເຮົາ​ໄດ້​ປະໂຫຍດ​ແນວ​ໃດ​ຈາກ​ການ​ເຂົ້າ​ໃຈ​ຄຳ​ພະຍາກອນ​ທີ່​ສຳຄັນ​ຂອງ​ໂປໂລ​ກ່ຽວ​ກັບ​ຄຳ​ປະກາດ​ເລື່ອງ​ສັນຕິສຸກ​ແລະ​ຄວາມ​ປອດໄພ?

4 ການ​ເຂົ້າ​ໃຈ​ຄຳ​ພະຍາກອນ​ທີ່​ສຳຄັນ​ຂໍ້​ນີ້​ມີ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ໂປໂລ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ບໍ່​ຢູ່​ໃນ​ທີ່​ມືດ​ໃຫ້​ວັນ​ນັ້ນ​ຈະ​ມາ​ຮຸມ​ໃສ່​ທ່ານ​ທັງ​ຫຼາຍ​ເໝືອນ​ດັ່ງ​ຄົນ​ຂະໂມຍ.” (1 ເທ. 5:3, 4) ບໍ່​ຄື​ກັບ​ຄົນ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້ ເຮົາ​ຮູ້​ວ່າ​ເຫດການ​ທີ່​ກຳລັງ​ເກີດ​ຂຶ້ນ​ນັ້ນ​ຈະ​ມຸ່ງ​ໜ້າ​ໄປ​ທາງ​ໃດ ແລ້ວ​ຄຳ​ພະຍາກອນ​ເລື່ອງ​ສັນຕິສຸກ​ແລະ​ຄວາມ​ປອດໄພ​ຈະ​ເກີດ​ຂຶ້ນ​ແທ້​ແນວ​ໃດ? ເຮົາ​ຕ້ອງ​ຖ້າ​ເບິ່ງ​ວ່າ​ເຫດການ​ຕ່າງໆໃນ​ໂລກ​ຈະ​ເປັນ​ແນວ​ໃດ ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ “ຕື່ນ​ຕົວ​ແລະ​ມີ​ສະຕິ​ສະເໝີ, ລ.ມ.”1 ເທ. 5:6; ຊໂຟ. 3:8

ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຂຶ້ນ

5. “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” ຈະ​ເປີດ​ສາກ​ແນວ​ໃດ?

5 ການ​ໂຈມຕີ​ສາສະໜາ. ຂໍ​ໃຫ້​ນຶກ​ເຖິງ​ຂໍ້​ຄວາມ​ທີ່​ໂປໂລ​ຂຽນ​ວ່າ: “ໃນ​ເວລາ​ໃດ​ເຂົາ​ເວົ້າ​ວ່າ ‘ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ [“ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ,” ລ.ມ.]’ ໃນ​ເວລາ​ນັ້ນ​ຄວາມ​ຈິບຫາຍ​ຈະ​ມາ​ເຖິງ​ເຂົາ​ໂດຍ​ເຮວ [“ທັນທີ,” ລ.ມ.]” ຄື​ກັບ​ສຽງ​ຟ້າ​ຜ່າ​ດັງ​ປ່ຽງ​ທີ່​ຕາມ​ມາ​ຫຼັງ​ຈາກ​ທີ່​ຟ້າ​ແມບ “ຄວາມ​ຈິບຫາຍ” ຈະ​ເກີດ​ຂຶ້ນ “ທັນທີ” ຫຼັງ​ຈາກ​ທີ່​ມີ​ການ​ປະກາດ​ວ່າ: “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ.” ແລ້ວ​ອັນ​ໃດ​ທີ່​ຈະ​ຖືກ​ທຳລາຍ? ສິ່ງ​ທຳອິດ​ຄື “ບາບີໂລນ​ໃຫຍ່” ສາສະໜາ​ປອມ​ທັງ​ໝົດ​ໃນ​ໂລກ​ນີ້​ຫຼື​ເອີ້ນ​ວ່າ “ຍິງ​ແມ່​ຈ້າງ.” (ຄຳປ. 17:5, 6, 15) ການ​ທຳລາຍ​ຄລິດ​ສາສະໜາ​ຈັກ​ແລະ​ອົງການ​ສາສະໜາ​ປອມ​ທັງ​ໝົດ​ນີ້​ເປັນ​ການ​ເປີດ​ສາກ​ຂອງ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່, ລ.ມ.” (ມັດ. 24:21; 2 ເທ. 2:8) ສຳລັບ​ຫຼາຍ​ຄົນ​ແລ້ວ ນີ້​ຄົງ​ເຮັດ​ໃຫ້​ເຂົາ​ເຈົ້າ​ແປກ​ໃຈ​ຫຼາຍ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເມື່ອ​ຮອດ​ຕອນ​ນັ້ນ “ຍິງ​ແມ່​ຈ້າງ” ກໍ​ຍັງ​ຈະ​ຄິດ​ວ່າ​ຕົວ​ເອງ​ເປັນ “ລາຊີນີ” ທີ່​ຈະ “ບໍ່​ຮູ້​ໂສກ​ເສົ້າ​ຈັກ​ເທື່ອ!” ແຕ່​ແລ້ວ​ຢູ່ໆລາວ​ກໍ​ຮູ້​ໂຕ​ວ່າ​ກຳລັງ​ຄິດ​ຜິດ​ທີ່​ໝັ້ນ​ໃຈ​ໃນ​ຕົວ​ເອງ​ມາ​ຕະຫຼອດ ລາວ​ຈະ​ຖືກ​ກຳຈັດ “ໃນ​ມື້​ດຽວ” ເຊິ່ງ​ໄວ​ຫຼາຍ​ຈົນ​ບໍ່​ທັນ​ຕັ້ງ​ຕົວ.—ຄຳປ. 18:7, 8, ທ.ປ.

6. ອັນ​ໃດ​ທີ່​ຈະ​ມາ​ທຳລາຍ “ບາບີໂລນ​ໃຫຍ່”?

6 ອັນ​ໃດ​ທີ່​ຈະ​ມາ​ທຳລາຍ “ບາບີໂລນ​ໃຫຍ່”? ຄື “ສັດ​ຮ້າຍ” ທີ່​ມີ ‘ສິບ​ເຂົາ.’ ພະທຳ​ຄຳປາກົດ​ລະບຸ​ວ່າ​ສັດ​ຮ້າຍ​ນີ້​ໝາຍ​ເຖິງ​ອົງການ​ສະຫະປະຊາຊາດ (UN) ແລະ​ເຂົາ​ສິບ​ເຂົາ​ໝາຍ​ເຖິງ​ອຳນາດ​ທາງ​ການ​ເມືອງ​ທີ່​ສະໜັບສະໜູນ ‘ສັດ​ຮ້າຍ​ສີ​ແດງ​ຈັດ’ ນີ້. (ຄຳປ. 17:3, 5, 11, 12) ແລ້ວ​ການ​ໂຈມຕີ​ຈະ​ຮຸນແຮງ​ຂະໜາດ​ໃດ? ຍິງ​ແມ່​ຈ້າງ​ນີ້​ຈະ​ຖືກ​ຊາດ​ຕ່າງໆທີ່​ເປັນ​ສະມາຊິກ​ຂອງ​ຢູ​ເອັນ​ປຸ້ນ​ຊັບ​ສິນ ກິນ​ເນື້ອ ແລະ “ເອົາ​ໄຟ​ເຜົາ​ເສຍ.”—ອ່ານ​ຄຳປາກົດ 17:16. a

7. ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 24:21, 22 ເຄີຍ​ເກີດ​ຂຶ້ນ​ໃນ​ສະໄໝ​ສະຕະວັດ​ທຳອິດ​ແນວ​ໃດ? ແລະ​ຈະ​ເກີດ​ຂຶ້ນ​ລະດັບ​ໂລກ​ໃນ​ອະນາຄົດ​ແນວ​ໃດ?

7 ການ​ຫຍໍ້​ເວລາ​ໃຫ້​ສັ້ນ​ເຂົ້າ. ກະສັດ​ເຍຊູ​ເປີດ​ເຜີຍ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ເຖິງ​ຈຸດ​ນີ້​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ເພິ່ນ​ບອກ​ວ່າ: “ເພາະ​ເຫັນ​ແກ່​ຄົນ​ທັງ​ຫຼາຍ​ທີ່​ເລືອກ​ໄວ້​ນັ້ນ ວັນ​ທັງ​ຫຼາຍ​ນັ້ນ​ຈະ​ໄດ້​ເປັນ​ທີ່​ຕັດ​ໃຫ້​ສັ້ນ​ເຂົ້າ.” (ອ່ານ​ມັດທາຍ 24:21, 22) ຄຳ​ເວົ້າ​ຂອງ​ພະ​ເຍຊູ​ເຄີຍ​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ທີ່​ນ້ອຍໆ ເມື່ອ​ປີ ຄ.ສ. 66 ຕອນ​ທີ່​ພະ​ເຢໂຫວາ​ຫຍໍ້​ເວລາ​ຫຼື​ເຮັດ​ໃຫ້​ໄລຍະ​ເວລາ​ທີ່​ກອງທັບ​ໂລມ​ໂຈມຕີ​ເມືອງ​ເຢຣຶຊາເລມ “ສັ້ນ​ເຂົ້າ.” (ມໂກ. 13:20) ຄລິດສະຕຽນ​ໃນ​ເມືອງ​ເຢຣຶຊາເລມ​ແລະ​ໃນ​ແຂວງ​ຢູເດ​ຈຶ່ງ​ມີ​ໂອກາດ​ໜີ​ລອດ​ໄດ້. ແລ້ວ​ຈະ​ເກີດ​ເຫດການ​ຫຍັງ​ໃນ​ລະດັບ​ໂລກ​ລະຫວ່າງ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ກຳລັງ​ໃກ້​ເຂົ້າ​ມາ? ພະ​ເຢໂຫວາ​ຈະ​ໃຊ້​ກະສັດ​ເຍຊູ​ຫຍໍ້​ເວລາ​ໃຫ້ “ສັ້ນ​ເຂົ້າ” ເພື່ອ​ເຮັດ​ໃຫ້​ສະຫະປະຊາຊາດ​ໂຈມຕີ​ສາສະໜາ​ຕ່າງໆໄດ້​ພຽງ​ເວລາ​ສັ້ນໆ ສາສະໜາ​ແທ້​ຈະ​ບໍ່​ຖືກ​ທຳລາຍ​ໄປ​ພ້ອມ​ກັບ​ສາສະໜາ​ປອມ. ໃນ​ຂະນະ​ທີ່​ສາສະໜາ​ປອມ​ທັງ​ໝົດ​ຖືກ​ກວາດ​ລ້າງ ຈະ​ມີ​ພຽງ​ສາສະໜາ​ແທ້​ເທົ່າ​ນັ້ນ​ທີ່​ລອດ. (ເພງ. 96:5) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຫຼັງ​ຈາກ​ເຫດການ​ນີ້​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ອີກ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.

ເຫດການ​ຕ່າງໆທີ່​ເກີດ​ຂຶ້ນ​ຕາມ​ລຳດັບ​ຈົນ​ເຖິງ​ສົງຄາມ​ອະລະມະເຄໂດນ

8, 9. ພະ​ເຍຊູ​ອາດ​ຈະ​ເວົ້າ​ເຖິງ​ປາກົດ​ການ​ຫຍັງ ແລະ​ຜູ້​ຄົນ​ຈະ​ເປັນ​ແນວ​ໃດ​ເມື່ອ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ?

8 ຄຳ​ພະຍາກອນ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ບົ່ງ​ຊີ້​ວ່າ ຈະ​ມີ​ເຫດການ​ສຳຄັນ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ກ່ອນ​ຈະ​ເຖິງ​ສົງຄາມ​ອະລະມະເຄໂດນ. ເຫດການ 2 ຢ່າງ​ທຳອິດ​ທີ່​ເຮົາ​ຈະ​ເບິ່ງ​ນຳ​ກັນ​ມີ​ບອກ​ໄວ້​ໃນ​ພະທຳ​ກິດຕິຄຸນ​ຂອງ​ມັດທາຍ ມາລະໂກ ແລະ​ລືກາ.—ອ່ານ​ມັດທາຍ 24:29-31; ມໂກ. 13:23-27; ລືກາ 21:25-28

9 ປາກົດ​ການ​ໃນ​ທ້ອງຟ້າ. ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ: “ດວງ​ຕາເວັນ​ຈະ​ມືດ​ໄປ​ແລະ​ດວງ​ເດືອນ​ຈະ​ບໍ່​ສ່ອງ​ແຈ້ງ ແລະ​ດວງ​ດາວ​ທັງ​ຫຼາຍ​ຈະ​ຕົກ​ລົງ​ຈາກ​ທ້ອງຟ້າ.” ຜູ້​ຄົນ​ກໍ​ຈະ​ເຊົາ​ຫວັງ​ເພິ່ງ​ຜູ້​ນຳ​ສາສະໜາ​ທີ່​ເຂົາ​ເຈົ້າ​ເຄີຍ​ຖື​ວ່າ​ເປັນ​ແສງ​ສະຫວ່າງ​ນຳ​ທາງ​ຊີວິດ. ພະ​ເຍຊູ​ກຳລັງ​ເວົ້າ​ເຖິງ​ປາກົດ​ການ​ເໜືອ​ທຳມະຊາດ​ເທິງ​ທ້ອງຟ້າ​ນຳ​ບໍ? ກໍ​ອາດ​ເປັນ​ໄປ​ໄດ້. (ເອຊາ. 13:9-11; ໂຢເອນ 2:1, 30, 31) ຜູ້​ຄົນ​ຈະ​ເປັນ​ແນວ​ໃດ​ເມື່ອ​ເຫັນ​ສິ່ງ​ເຫຼົ່າ​ນັ້ນ? ເຂົາ​ເຈົ້າ​ຈະ​ມີ “ຄວາມ​ທຸກ​ເດືອດຮ້ອນ” ເພາະ “ບໍ່​ຮູ້​ທາງ​ອອກ.” (ລືກາ 21:25, ລ.ມ.; ຊໂຟ. 1:17) ສັດຕູ​ຂອງ​ລາຊະອານາຈັກ​ພະເຈົ້າ ‘ຕັ້ງ​ແຕ່​ກະສັດ​ຈົນ​ເຖິງ​ທາດ’ ຈະ “ຢ້ານ​ຈົນ​ສະ​ຫຼົບ​ໄປ​ເພາະ​ເຫັນ​ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ​ເທິງ​ໂລກ, ລ.ມ.” ແລະ​ເຂົາ​ເຈົ້າ​ຈະ​ແລ່ນ​ຊອກ​ຫາ​ບ່ອນ​ລີ້ ແຕ່​ກໍ​ບໍ່​ມີ​ບ່ອນ​ໃດ​ທີ່​ຈະ​ປົກ​ປ້ອງ​ຄຸ້ມຄອງ​ເຂົາ​ເຈົ້າ​ໃຫ້​ລອດ​ພົ້ນ​ຈາກ​ກະສັດ​ເຍຊູ​ທີ່​ຈະ​ມາ​ຄິດ​ບັນຊີ​ກັບ​ເຂົາ​ເຈົ້າ​ໄດ້.—ລືກາ 21:26; 23:30; ຄຳປ. 6:15-17

10. ພະ​ເຍຊູ​ຈະ​ປະກາດ​ຄຳ​ພິພາກສາ​ເລື່ອງ​ຫຍັງ ແລະ​ຄົນ​ທີ່​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ກັບ​ຄົນ​ທີ່​ຕໍ່​ຕ້ານ​ຈະ​ມີ​ທ່າທີ​ຕ່າງ​ກັນ​ແນວ​ໃດ?

10 ການ​ປະກາດ​ຄຳ​ພິພາກສາ. ໃນ​ຕອນ​ນັ້ນ​ສັດຕູ​ທັງ​ໝົດ​ຂອງ​ລາຊະອານາຈັກ​ຈະ​ຕ້ອງ​ຈຳ​ໃຈ​ທົນ​ເບິ່ງ​ເຫດການ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ຫຼາຍ. ພະ​ເຍຊູ​ບອກ​ວ່າ: “ເຂົາ​ຈະ​ເຫັນ​ບຸດ​ມະນຸດ​ພວມ​ມາ​ເທິງ​ເມກ​ດ້ວຍ​ລິດເດດ​ອັນ​ໃຫຍ່​ແລະ​ດ້ວຍ​ລັດ​ສະໝີ.” (ມໂກ. 13:26) ປາກົດ​ການ​ທີ່​ວ່າ​ນີ້​ເປັນ​ສັນຍານ​ບອກ​ວ່າ​ພະ​ເຍຊູ​ຈະ​ມາ​ເພື່ອ​ພິພາກສາ​ເຂົາ​ເຈົ້າ. ໃນ​ອີກ​ສ່ວນ​ໜຶ່ງ​ຂອງ​ຄຳ​ພະຍາກອນ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ທີ່​ເປັນ​ເລື່ອງ​ດຽວ​ກັນ​ນີ້ ພະ​ເຍຊູ​ໃຫ້​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ປະກາດ​ຄຳ​ພິພາກສາ​ຂອງ​ເພິ່ນ​ເຊິ່ງ​ເຮົາ​ສາມາດ​ອ່ານ​ໄດ້​ຈາກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ແກະ​ກັບ​ແບ້. (ອ່ານ​ມັດທາຍ 25:31-33, 46) ຄົນ​ທີ່​ສະໜັບສະໜູນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢ່າງ​ສັດ​ຊື່​ຈະ​ໄດ້​ຮັບ​ການ​ຕັດສິນ​ວ່າ​ເປັນ “ແກະ” ແລະ​ເຂົາ​ເຈົ້າ​ຈະ “ເງີຍ​ຫົວ​ຂຶ້ນ” ເພາະ​ຮູ້​ວ່າ “ຄວາມ​ພົ້ນ” ຂອງ​ເຂົາ​ເຈົ້າ​ກໍ​ມາ​ໃກ້​ແລ້ວ. (ລືກາ 21:28) ສ່ວນ​ຄົນ​ທີ່​ຕໍ່​ຕ້ານ​ລາຊະອານາຈັກ​ເຊິ່ງ​ຈະ​ຖືກ​ຕັດສິນ​ວ່າ​ເປັນ “ແບ້” ກໍ​ຈະ “ຮ້ອງ​ຄາງ” ເພາະ​ເຂົາ​ເຈົ້າ​ຮູ້​ວ່າ​ກຳລັງ​ຈະ​ຖືກ ‘ໂທດ​ທໍລະມານ​ຕະຫຼອດ​ໄປ​ເປັນ​ນິດ’ ເຊິ່ງ​ໝາຍ​ເຖິງ​ຖືກ​ທຳລາຍ​ຕະຫຼອດ​ໄປ.—ມັດ. 24:30; ຄຳປ. 1:7

11. ເມື່ອ​ພິຈາລະນາ​ເຫດການ​ຕ່າງໆທີ່​ກຳລັງ​ຈະ​ມາ​ເຖິງ ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ສະເໝີ?

11 ຫຼັງ​ຈາກ​ພະ​ເຍຊູ​ພິພາກສາ “ຄົນ​ທຸກ​ຊາດ, ລ.ມ.” ແລ້ວ ຈະ​ມີ​ເຫດການ​ສຳຄັນ​ອີກ​ຫຼາຍ​ຢ່າງ​ຕາມ​ມາ​ກ່ອນ​ຈະ​ເຖິງ​ສົງຄາມ​ອະລະມະເຄໂດນ. (ມັດ. 25:32) ເຮົາ​ຈະ​ມາ​ເບິ່ງ 2 ເຫດການ​ຄື: ການ​ໂຈມຕີ​ຂອງ​ໂຄກ ແລະ​ການ​ລວບລວມ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ເທິງ​ໂລກ. ໃນ​ຂະນະ​ທີ່​ພິຈາລະນາ 2 ເຫດການ​ນີ້ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເວລາ​ທີ່​ຊັດເຈນ​ວ່າ​ເຫດການ​ເຫຼົ່າ​ນີ້​ຈະ​ເລີ່ມ​ຫຼື​ຈົບ​ລົງ​ເມື່ອ​ໃດ. ທີ່​ຈິງ ເບິ່ງ​ຄື​ວ່າ 2 ເຫດການ​ນີ້​ຈະ​ມີ​ໄລຍະ​ເວລາ​ທີ່​ຄາບ​ກ່ຽວ​ກັນ.

12. ຊາຕານ​ຈະ​ໂຈມຕີ​ລາຊະອານາຈັກ​ແບບ​ທຸ່ມ​ສຸດ​ກຳລັງ​ແນວ​ໃດ?

12 ການ​ໂຈມຕີ​ແບບ​ສຸດ​ກຳລັງ. ໂຄກ​ແຫ່ງ​ມາໂຄກ​ຈະ​ໂຈມຕີ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ແຜ່ນດິນ​ໂລກ​ລວມ​ທັງ​ແກະ​ອື່ນ​ທີ່​ເປັນ​ໝູ່​ຂອງ​ເຂົາ​ເຈົ້າ. (ອ່ານ​ເອເຊກຽນ 38:2, 11) ການ​ໂຈມຕີ​ລາຊະອານາຈັກ​ໃນ​ຄັ້ງ​ນີ້​ຈະ​ເປັນ​ການ​ສູ້​ຮົບ​ຄັ້ງ​ສຸດ​ທ້າຍ​ໃນ​ສົງຄາມ​ລະຫວ່າງ​ຊາຕານ​ກັບ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່ ນັບ​ຕັ້ງ​ແຕ່​ທີ່​ມັນ​ຖືກ​ໄລ່​ລົງ​ມາ​ຈາກ​ສະຫວັນ. (ຄຳປ. 12:7-9, 17) ໂດຍ​ສະເພາະ​ຕັ້ງ​ແຕ່​ຕອນ​ທີ່​ຜູ້​ຖືກ​ເຈີມ​ເລີ່ມ​ຖືກ​ລວບລວມ​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ​ທີ່​ໄດ້​ຮັບ​ການ​ຟື້ນຟູ​ແລ້ວ ຊາຕານ​ກໍ​ຍັງ​ພະຍາຍາມ​ທຳລາຍ​ຄວາມ​ເຊື່ອ​ແລະ​ຄວາມ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະເຈົ້າ ແຕ່​ມັນ​ກໍ​ເຮັດ​ບໍ່​ສຳເລັດ. (ມັດ. 13:30) ຫຼັງ​ຈາກ​ສາສະໜາ​ປອມ​ທັງ​ໝົດ​ຖືກ​ກວາດ​ລ້າງ​ໄປ​ແລ້ວ ເບິ່ງ​ຄື​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ກຳລັງ​ຢູ່​ໃນ​ບ່ອນ​ທີ່ “ບໍ່​ມີ​ກຳແພງ ບໍ່​ມີ​ຮາວ ບໍ່​ມີ​ປະຕູ” ຊາຕານ​ເຫັນ​ວ່າ​ນີ້​ເປັນ​ໂອກາດ​ເໝາະ​ທີ່​ສຸດ​ທີ່​ຈະ​ກະຕຸ້ນ​ພວກ​ຜູ້​ມີ​ອຳນາດ​ທີ່​ຊົ່ວຊ້າ​ເຊິ່ງ​ຢູ່​ຝ່າຍ​ດຽວ​ກັບ​ມັນ​ໃຫ້​ທຸ່ມ​ສຸດ​ກຳລັງ​ໃນ​ການ​ໂຈມຕີ​ຄົນ​ທີ່​ສະໜັບສະໜູນ​ລາຊະອານາຈັກ.

13. ພະ​ເຢໂຫວາ​ຈະ​ເຂົ້າ​ແຊກ​ແຊງ​ເພື່ອ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ແນວ​ໃດ?

13 ເອເຊກຽນ​ພະຍາກອນ​ເຖິງ​ສິ່ງ​ທີ່​ໂຄກ​ຈະ​ເຮັດ​ດັ່ງ​ນີ້​ວ່າ: ‘ເຈົ້າ​ຈະ​ມາ​ແຕ່​ບ່ອນ​ຢູ່​ຂອງ​ເຈົ້າ​ແຕ່​ທີ່​ສຸດ​ທິດ​ອຸດອນ [ທິດ​ເໜືອ] ທັງ​ເຈົ້າ​ກັບ​ຊາວ​ປະເທດ​ທັງ​ຫຼາຍ​ຂີ່​ມ້າ​ທຸກ​ຄົນ​ເປັນ​ພວກ​ຊຸມນຸມ​ໃຫຍ່​ເປັນ​ກອງທັບ​ໃຫຍ່ ແລະ​ເຈົ້າ​ຈະ​ຂຶ້ນ​ໄປ​ຕໍ່​ສູ້​ພວກ​ຂອງ​ເຮົາ​ພວກ​ຍິດສະລາເອນ​ຄື​ເມກ​ທີ່​ປົກ​ຫຸ້ມ​ປະເທດ​ໄວ້.’ (ເອເຊກ. 38:15, 16) ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ການ​ຮຸກ​ຮານ​ທີ່​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ຫຍັງ​ມາ​ຢຸດ​ຢັ້ງ​ໄດ້? ພະ​ເຢໂຫວາ​ປະກາດ​ວ່າ: “ຄວາມ​ຄຽດ​ຮ້ອນ​ຈະ​ພຸ່ງ​ຂຶ້ນ​ແກ່​ໜ້າ​ເຮົາ” ແລະ​ພະອົງ​ຈະ “ຮ້ອງ​ດາບ​ມາ​ຕໍ່​ສູ້.” (ເອເຊກ. 38:18, 21; ອ່ານ​ຊາກາລີ 2:8) ພະ​ເຢໂຫວາ​ຈະ​ຍື່ນ​ມື​ເຂົ້າ​ມາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ຢູ່​ເທິງ​ໂລກ. ການ​ແຊກ​ແຊງ​ນີ້​ກໍ​ຄື ສົງຄາມ​ອະລະມະເຄໂດນ.

14, 15. ຫຼັງ​ຈາກ​ທີ່​ຊາຕານ​ເລີ່ມ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຢ່າງ​ເຕັມທີ​ໃນ​ໄລຍະ​ໜຶ່ງ​ແລ້ວ​ຈະ​ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ອີກ?

14 ກ່ອນ​ຈະ​ເວົ້າ​ເຖິງ​ເລື່ອງ​ທີ່​ວ່າ ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ​ໃນ​ໄລຍະ​ສົງຄາມ​ອະລະມະເຄໂດນ ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ເຊິ່ງ​ຈະ​ເກີດ​ຂຶ້ນ​ຕອນ​ທີ່​ຊາຕານ​ເລີ່ມ​ໂຈມຕີ​ແບບ​ທຸ່ມ​ສຸດ​ກຳລັງ​ກັບ​ຕອນ​ທີ່​ພະເຈົ້າ​ເຂົ້າ​ມາ​ແຊກ​ແຊງ​ດ້ວຍ​ສົງຄາມ​ອະລະມະເຄໂດນ. ດັ່ງ​ທີ່​ບອກ​ໄປ​ແລ້ວ​ໃນ​ຂໍ້​ທີ 11 ເຫດການ​ທີ​ສອງ​ນີ້​ກໍ​ຄື ການ​ລວບລວມ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ເທິງ​ໂລກ.

15 ການ​ລວບລວມ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ເທິງ​ໂລກ. ທັງ​ມັດທາຍ​ແລະ​ມາລະໂກ​ໄດ້​ບັນທຶກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ການ​ລວບລວມ ‘ຄົນ​ທັງ​ຫຼາຍ​ທີ່​ເລືອກ​ໄວ້’ ຫຼື​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ວ່າ ນີ້​ເປັນ​ໜຶ່ງ​ໃນ​ຫຼາຍໆເຫດການ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ສົງຄາມ​ອະລະມະເຄໂດນ (ເບິ່ງ​ຂໍ້ 7) ພະ​ເຍຊູ​ພະຍາກອນ​ເຖິງ​ຕົວ​ເອງ​ທີ່​ຈະ​ມາ​ເປັນ​ກະສັດ​ໃນ​ອະນາຄົດ​ວ່າ: “ເມື່ອ​ນັ້ນ​ພະອົງ​ຈະ​ໃຊ້​ຝູງ​ທູດ​ສະຫວັນ​ໄປ ແລະ​ຈະ​ໂຮມ​ເອົາ​ຄົນ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ເລືອກ​ໄວ້​ແລ້ວ​ໃຫ້​ມາ​ຈາກ​ລົມ​ທິດ​ທັງ​ສີ່​ນັ້ນ​ຕັ້ງ​ແຕ່​ທີ່​ສຸດ​ແຜ່ນດິນ​ໂລກ​ເຖິງ​ທີ່​ສຸດ​ຟ້າ​ອາກາດ.” (ມໂກ. 13:27; ມັດ. 24:31) ການ​ລວບລວມ​ທີ່​ພະ​ເຍຊູ​ເວົ້າ​ເຖິງ​ນີ້​ໝາຍ​ເຖິງ​ຫຍັງ? ເພິ່ນ​ບໍ່​ໄດ້​ເວົ້າ​ເຖິງ​ການ​ປະທັບ​ຕາ​ຂັ້ນ​ສຸດ​ທ້າຍ​ຂອງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ເທິງ​ໂລກ ເຊິ່ງ​ຈະ​ຕ້ອງ​ເກີດ​ຂຶ້ນ​ບໍ່​ດົນ​ກ່ອນ​ທີ່​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຂຶ້ນ. (ຄຳປ. 7:1-3) ແຕ່​ພະ​ເຍຊູ​ເວົ້າ​ເຖິງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. ດັ່ງ​ນັ້ນ ເບິ່ງ​ຄື​ວ່າ​ຫຼັງ​ຈາກ​ຊາຕານ​ເລີ່ມ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຢ່າງ​ເຕັມທີ​ໄດ້​ໄລຍະ​ໜຶ່ງ ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ເທິງ​ໂລກ​ກໍ​ຈະ​ຖືກ​ລວມ​ລວມ​ໄປ​ສະຫວັນ.

16. ຜູ້​ຖືກ​ເຈີມ​ທີ່​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ມີ​ສ່ວນ​ໃນ​ສົງຄາມ​ອະລະມະເຄໂດນ​ແນວ​ໃດ?

16 ການ​ລວບລວມ​ຜູ້​ຖືກ​ເຈີມ​ທີ່​ເຫຼືອ​ຢູ່​ເທິງ​ໂລກ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ສົງຄາມ​ອະລະມະເຄໂດນ​ເຊິ່ງ​ຈະ​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ? ໄລຍະ​ຂອງ​ການ​ລວບລວມ​ນີ້​ບົ່ງ​ຊີ້​ວ່າ ຜູ້​ຖືກ​ເຈີມ​ທັງ​ໝົດ​ຈະ​ຂຶ້ນ​ໄປ​ສະຫວັນ​ກ່ອນ​ສົງຄາມ​ອະລະມະເຄໂດນ​ຂອງ​ພະເຈົ້າ​ຈະ​ເລີ່ມ​ຂຶ້ນ. ຜູ້​ຮ່ວມ​ປົກຄອງ​ກັບ​ພະ​ຄລິດ​ໃນ​ສະຫວັນ​ທັງ 144.000 ຄົນ​ຈະ​ໄດ້​ຮັບ​ອຳນາດ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ການ​ທຸບ​ສັດຕູ​ທັງ​ໝົດ​ຂອງ​ລາຊະອານາຈັກ​ໃຫ້​ແຫຼກ​ມຸ່ນ​ດ້ວຍ “ຄ້ອນ​ເຫຼັກ.” (ຄຳປ. 2:26, 27) ຜູ້​ຖືກ​ເຈີມ​ທີ່​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ລວມ​ທັງ​ທູດ​ສະຫວັນ​ທີ່​ມີ​ອຳນາດ​ກໍ​ຈະ​ຕິດ​ຕາມ​ພະ​ຄລິດ​ກະສັດ​ຍອດ​ນັກ​ຮົບ ອອກ​ໄປ​ປະເຊີນ​ໜ້າ​ກັບ ‘ກອງທັບ​ໃຫຍ່’ ຂອງ​ພວກ​ສັດຕູ​ທີ່​ເກືອບ​ຈະ​ປ້ຳ​ກິນ​ເຫຍື່ອ ເຊິ່ງ​ກໍ​ຄື​ປະຊາຊົນ​ຂອງ​ພະ​ເຢໂຫວາ. (ເອເຊກ. 38:15) ແລ້ວ​ສົງຄາມ​ອະລະມະເຄໂດນ​ກໍ​ຈະ​ເກີດ​ຂຶ້ນ​ຕອນ​ທີ່​ທັງ​ສອງ​ຝ່າຍ​ປະທະ​ກັນ​ຢ່າງ​ດຸ​ເດືອດ!—ຄຳປ. 16:16

ສາກ​ສຸດ​ທ້າຍ​ຂອງ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່

ສົງຄາມ​ອະລະມະເຄໂດນ​ເລີ່ມ​ຂຶ້ນ!

17. ໃນ​ສົງຄາມ​ອະລະມະເຄໂດນ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຖືກ​ຕັດສິນ​ວ່າ​ເປັນ “ແບ້”?

17 ການ​ພິພາກສາ​ລົງໂທດ. ສົງຄາມ​ອະລະມະເຄໂດນ​ຈະ​ເປັນ​ສາກ​ສຸດ​ທ້າຍ​ຂອງ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່. ເມື່ອ​ເຖິງ​ຕອນ​ນີ້ ພະ​ເຍຊູ​ມີ​ວຽກ​ອີກ​ຢ່າງ​ໜຶ່ງ​ທີ່​ຈະ​ຕ້ອງ​ເຮັດ​ຄື: ເປັນ​ຜູ້​ພິພາກສາ “ຄົນ​ທຸກ​ຊາດ, ລ.ມ.” ແລະ​ເພິ່ນ​ຈະ​ເປັນ​ຜູ້​ລົງໂທດ​ຊາດ​ຕ່າງໆນຳ​ອີກ ເຊິ່ງ​ໝາຍ​ເຖິງ​ຄົນ​ທີ່​ຖືກ​ຕັດສິນ​ວ່າ​ເປັນ “ແບ້.” (ມັດ. 25:32, 33) ກະສັດ​ຂອງ​ເຮົາ​ຈະ ‘ຟັນ​ແທງ​ປະເທດ​ຕ່າງໆ’ ດ້ວຍ “ດາບ​ຄົມ 2 ຂ້າງ.” ທຸກ​ຄົນ​ທີ່​ເປັນ​ຄື​ແບ້​ເຊິ່ງ​ມີ​ຕັ້ງ​ແຕ່ “ກະສັດ” ຈົນ​ເຖິງ “ທາດ” ຈະ “ຖືກ​ທຳລາຍ​ຕະຫຼອດ​ໄປ, ລ.ມ.”ຄຳປ. 19:15, 18; ມັດ. 25:46

18. (ກ) ສະຖານະການ​ຂອງ​ຄົນ​ທີ່​ພະ​ເຍຊູ​ຕັດສິນ​ວ່າ​ເປັນ “ແກະ” ຈະ​ປ່ຽນ​ຈາກ​ໜ້າ​ມື​ເປັນ​ຫຼັງ​ມື​ແນວ​ໃດ? (ຂ) ພະ​ເຍຊູ​ຈະ​ໄດ້​ໄຊ​ຊະນະ​ຂັ້ນ​ເດັດ​ຂາດ​ແນວ​ໃດ?

18 ແລ້ວ​ສະຖານະການ​ຂອງ​ຄົນ​ທີ່​ພະ​ເຍຊູ​ຕັດສິນ​ວ່າ​ເປັນ “ແກະ” ກໍ​ຈະ​ປ່ຽນ​ຈາກ​ໜ້າ​ມື​ເປັນ​ຫຼັງ​ມື! ແທນ​ທີ່​ຈະ​ຖືກ​ພວກ “ແບ້” ຫຼື​ກອງທັບ​ໃຫຍ່​ຂອງ​ຊາຕານ​ທຳລາຍ ແກະ​ຫຼື “ຊົນ​ຝູງ​ໃຫຍ່” ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ຫຍັງ​ປົກ​ປ້ອງ​ກໍ​ຈະ​ໜີ​ລອດ​ຈາກ​ພວກ​ສັດຕູ ແລະ “ຜ່ານ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” ໄດ້. (ຄຳປ. 7:9, 14, ລ.ມ.) ຫຼັງ​ຈາກ​ກະສັດ​ເຍຊູ​ກຳຈັດ​ສັດຕູ​ຂອງ​ລາຊະອານາຈັກ​ພະເຈົ້າ​ແລ້ວ ເພິ່ນ​ຈະ​ຈັບ​ຊາຕານ​ແລະ​ພວກ​ຜີ​ປີສາດ​ຖິ້ມ​ລົງ​ໃນ​ຂຸມ​ເລິກ ເຊິ່ງ​ພວກ​ມັນ​ຈະ​ມີ​ສະພາບ​ຄື​ກັບ​ຕາຍ​ແລ້ວ ເພາະ​ພວກ​ມັນ​ບໍ່​ສາມາດ​ອອກ​ມາ​ສ້າງ​ຄວາມ​ເດືອດຮ້ອນ​ວຸ່ນວາຍ​ເປັນ​ເວລາ 1.000 ປີ.—ອ່ານ​ຄຳປາກົດ 6:2; 20:1-3

ເຮົາ​ຈະ​ກຽມ​ຕົວ​ໃຫ້​ພ້ອມ​ໄດ້​ແນວ​ໃດ?

19, 20. ເຮົາ​ຈະ​ນຳ​ບົດຮຽນ​ຈາກ​ເອຊາອີ 26:20 ແລະ 30:21 ມາ​ໃຊ້​ໄດ້​ແນວ​ໃດ?

19 ເຮົາ​ຈະ​ກຽມ​ຕົວ​ໃຫ້​ພ້ອມ​ໄດ້​ແນວ​ໃດ​ສຳລັບ​ເຫດການ​ສະເທືອນ​ໂລກ​ເຊິ່ງ​ກຳລັງ​ໃກ້​ເຂົ້າ​ມາ? ຫໍສັງເກດການ ເຄີຍ​ເວົ້າ​ໄວ້​ເມື່ອ​ຫຼາຍ​ປີ​ກ່ອນ​ວ່າ: “ຄວາມ​ລອດ​ຈະ​ຂຶ້ນ​ຢູ່​ກັບ​ການ​ເຊື່ອ​ຟັງ” ຍ້ອນ​ຫຍັງ? ລອງ​ສັງເກດ​ເບິ່ງ​ຄຳ​ເຕືອນ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເວົ້າ​ກັບ​ຊະເລີຍ​ຊາວ​ຢິວ​ເຊິ່ງ​ອາໄສ​ໃນ​ເມືອງ​ບາບີໂລນ​ບູຮານ. ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ເມືອງ​ບາບີໂລນ​ຈະ​ພ່າຍ​ແພ້ ແລ້ວ​ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ຮັບ​ມື​ກັບ​ເຫດການ​ຄັ້ງ​ນັ້ນ? ພະ​ເຢໂຫວາ​ບອກ​ປະຊາຊົນ​ຂອງ​ພະອົງ​ວ່າ: “ພວກ​ຂອງ​ເຮົາ​ເອີຍ ຈົ່ງ​ມາ​ຈົ່ງ​ເຂົ້າ​ໄປ​ໃນ​ສ້ວມ [ຫ້ອງ] ທັງ​ຫຼາຍ​ຂອງ​ເຈົ້າ​ແລະ​ຈົ່ງ​ງັບ​ປະຕູ. ຈົ່ງ​ລີ້​ຕົວ​ສັກ​ໜ້ອຍ​ຈົນ​ເຖິງ​ຄວາມ​ຄຽດ​ຈະ​ໄດ້​ຫາຍ​ໄປ​ແລ້ວ.” (ເອຊາ. 26:20) ຂໍ​ສັງເກດ​ຄຳ​ກຳມະ​ທີ່​ວ່າ “ເຂົ້າ​ໄປ” “ງັບ” ແລະ “ລີ້” ມີ​ລັກສະນະ​ເປັນ​ຄຳ​ສັ່ງ​ທີ່​ກະຕຸ້ນ​ໃຫ້​ລົງ​ມື​ເຮັດ. ຊາວ​ຢິວ​ທີ່​ເຊື່ອ​ຟັງ​ຄຳ​ສັ່ງ​ກໍ​ຈະ​ຢູ່​ແຕ່​ໃນ​ເຮືອນ ບໍ່​ເຂົ້າ​ໄປ​ໃກ້​ພວກ​ທະຫານ​ທີ່​ກຳລັງ​ບຸກ​ເຂົ້າ​ມາ​ໃນ​ເມືອງ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈະ​ລອດ​ຊີວິດ​ຫຼື​ບໍ່​ກໍ​ຂຶ້ນ​ຢູ່​ກັບ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ. b

20 ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ເລື່ອງ​ນີ້? ຄື​ກັບ​ຜູ້​ຮັບໃຊ້​ພະເຈົ້າ​ໃນ​ສະໄໝ​ບູຮານ ເຮົາ​ຈະ​ລອດ​ຜ່ານ​ເຫດການ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້​ໄດ້​ຫຼື​ບໍ່ ກໍ​ຂຶ້ນ​ຢູ່​ກັບ​ວ່າ​ເຮົາ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ. (ເອຊາ. 30:21) ເຮົາ​ຈະ​ໄດ້​ຮັບ​ຄຳ​ສັ່ງ​ຂອງ​ພະເຈົ້າ​ຜ່ານ​ທາງ​ປະຊາຄົມ. ດັ່ງ​ນັ້ນ ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຕ່າງໆ ເຮົາ​ຢາກ​ຝຶກ​ຝົນ​ຕົວ​ເອງ​ໃຫ້​ມີ​ຫົວໃຈ​ທີ່​ເຊື່ອ​ຟັງ. (1 ໂຢ. 5:3) ຖ້າ​ເຮົາ​ເຊື່ອ​ຟັງ​ຕັ້ງ​ແຕ່​ຕອນ​ນີ້ ເຮົາ​ກໍ​ຈະ​ເຕັມ​ໃຈ​ເຊື່ອ​ຟັງ​ໃນ​ວັນ​ຂ້າງ​ໜ້າ​ນຳ ແລ້ວ​ເຮົາ​ກໍ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ​ຈາກ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ ແລະ​ພະ​ເຍຊູ​ກະສັດ​ຂອງ​ເຮົາ. (ຊໂຟ. 2:3) ຕອນ​ທີ່​ເຮົາ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ພະເຈົ້າ ເຮົາ​ກໍ​ເຫັນ​ກັບ​ຕາ​ຕົວ​ເອງ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ກຳຈັດ​ສັດຕູ​ຈົນ​ບໍ່​ເຫຼືອ​ຊາກ ແລະ​ເຫດການ​ນັ້ນ​ກໍ​ຈະ​ຖືກ​ຈົດ​ຈຳ​ຢູ່​ໃນ​ໃຈ​ເຮົາ​ຕະຫຼອດ​ໄປ!

a ເບິ່ງ​ຄື​ມີ​ເຫດຜົນ​ທີ່​ວ່າ ຄວາມ​ພິນາດ​ທີ່​ຈະ​ເກີດ​ຂຶ້ນ​ກັບ “ບາບີໂລນ​ໃຫຍ່” ໂດຍ​ຫຼັກໆແລ້ວ​ໝາຍ​ເຖິງ​ຄວາມ​ພິນາດ​ຂອງ​ອົງການ​ສາສະໜາ ບໍ່​ແມ່ນ​ການ​ຂ້າ​ຜູ້​ຄົນ​ໃນ​ສາສະໜາ​ເຫຼົ່າ​ນັ້ນ. ດັ່ງ​ນັ້ນ ຄົນ​ຈຳນວນ​ຫຼາຍ​ທີ່​ເຄີຍ​ນັບຖື​ສາສະໜາ​ຂອງ​ບາບີໂລນ​ໃຫຍ່​ຈະ​ມີ​ໂອກາດ​ລອດ​ຈາກ​ການ​ຖືກ​ທຳລາຍ​ໃນ​ຄັ້ງ​ນີ້ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ຫັນ​ຫຼັງ​ໃຫ້​ກັບ​ສາສະໜາ​ຄື​ກັບ​ທີ່​ບອກ​ໄວ້​ໃນ​ຊາກາລີ 13:4-6.

b ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ ເບິ່ງ​ປຶ້ມ​ຄຳ​ພະຍາກອນ​ຂອງ​ເອຊາອີຄວາມ​ສະຫວ່າງ​ສຳລັບ​ມວນ​ມະນຸດ​ຊາດ ເຫຼັ້ມ 1 ໜ້າ 282-283 (ພາສາ​ອັງກິດ)