ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 22

ລາຊະອານາຈັກ​ຈະ​ເຮັດ​ໃຫ້​ໂລກ​ເປັນ​ຕາມ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້

ລາຊະອານາຈັກ​ຈະ​ເຮັດ​ໃຫ້​ໂລກ​ເປັນ​ຕາມ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້

ຈຸດ​ສຳຄັນ​ຂອງ​ບົດ​ນີ້

ລາຊະອານາຈັກ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຂໍ້​ຂອງ​ພະເຈົ້າ​ທີ່​ກ່ຽວ​ຂ້ອງ​ກັບ​ມະນຸດ​ແລະ​ແຜ່ນດິນ​ໂລກ​ເປັນ​ຈິງ

1, 2. (ກ) ເປັນ​ຫຍັງ​ບາງ​ຄັ້ງ​ເຈົ້າ​ເກືອບ​ນຶກ​ພາບ​ບໍ່​ອອກ​ວ່າ​ອຸທິຍານ​ເປັນ​ເລື່ອງ​ຈິງ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ?

 ພີ່​ນ້ອງ​ຊາຍ​ທີ່​ສັດ​ຊື່​ຄົນ​ໜຶ່ງ​ມາ​ເຖິງ​ຫໍ​ປະຊຸມ ລາວ​ຮູ້ສຶກ​ອິດ​ເມື່ອຍ​ເພາະ​ເຄັ່ງ​ຕຶງ​ກັບ​ວຽກ​ມາ​ໝົດ​ມື້. ເຈົ້ານາຍ​ທີ່​ເອົາ​ໃຈ​ຍາກ​ໃຊ້​ວຽກ​ລາວ​ຄື​ທາດ ການ​ເອົາໃຈໃສ່​ເບິ່ງ​ແຍງ​ຄອບຄົວ​ເປັນ​ບັນຫາ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ​ຢູ່​ຕະຫຼອດ ແລະ​ຍັງ​ມີ​ເລື່ອງ​ຄວາມ​ເຈັບ​ປ່ວຍ​ຂອງ​ເມຍ​ອີກ. ເມື່ອ​ສຽງ​ດົນຕີ​ດັງ​ຂຶ້ນ​ຕອນ​ເລີ່ມ​ການ​ປະຊຸມ ລາວ​ກໍ​ຖອນ​ຫາຍ​ໃຈ​ແບບ​ໂລ່ງ​ໃຈ ຮູ້ສຶກ​ດີ​ໃຈ​ທີ່​ມື້​ນີ້​ໄດ້​ມາ​ຮ່ວມ​ປະຊຸມ​ກັບ​ພີ່​ນ້ອງ. ນີ້​ເປັນ​ເພງ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ຊີວິດ​ໃນ​ອຸທິຍານ ເນື້ອ​ເພງ​ເຮັດ​ໃຫ້​ລາວ​ນຶກ​ພາບ​ຄວາມ​ຫວັງ​ໃນ​ອະນາຄົດ ແລະ​ຍັງ​ເຫັນ​ຕົວ​ເອງ​ຢູ່​ໃນ​ພາບ​ນັ້ນ​ນຳ​ອີກ. ລາວ​ມັກ​ເພງ​ນີ້​ຕັ້ງ​ແຕ່​ທຳອິດ​ທີ່​ໄດ້​ຍິນ ເມື່ອ​ຮ້ອງ​ເພງ​ນີ້​ກັບ​ລູກໆແລະ​ເມຍ ຫົວໃຈ​ທີ່​ຫົດ​ຫູ່​ກໍ​ມີ​ກຳລັງ​ທີ່​ຈະ​ສູ້​ຕໍ່​ໄປ.

2 ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນີ້​ບໍ? ຫຼາຍ​ຄົນ​ຕອບ​ວ່າ​ເຄີຍ. ແຕ່​ຊີວິດ​ໃນ​ໂລກ​ທຸກ​ມື້​ນີ້​ອາດ​ເຮັດ​ໃຫ້​ເຮົາ​ເກືອບ​ນຶກ​ພາບ​ບໍ່​ອອກ​ວ່າ​ອຸທິຍານ​ທີ່​ພະເຈົ້າ​ສັນຍາ​ໄວ້​ເປັນ​ເລື່ອງ​ຈິງ ເພາະ​ສະໄໝ​ນີ້​ເປັນ “ຊ່ວງ​ເວລາ​ວິກິດ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ” ແລະ​ສະພາບ​ໂລກ​ທີ່​ເຮົາ​ຢູ່​ໃນ​ຕອນ​ນີ້​ກໍ​ຕ່າງ​ກັນ​ແທ້ໆກັບ​ອຸທິຍານ. (2 ຕີໂມ. 3:1, ລ.ມ.) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ອອກ​ວ່າ​ຄວາມ​ຫວັງ​ນີ້​ເປັນ​ເລື່ອງ​ຈິງ? ແລ້ວ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ອີກ​ບໍ່​ດົນ​ລາຊະອານາຈັກ​ຈະ​ມາ​ປົກຄອງ​ມະນຸດ​ທົ່ວ​ໂລກ? ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ຂອງ​ພະ​ເຢໂຫວາ​ບາງ​ຂໍ້​ທີ່​ເກີດ​ຂຶ້ນ​ແທ້​ໃນ​ສະໄໝ​ບູຮານ​ເຊິ່ງ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ເຫັນ​ກັບ​ຕາມາ​ແລ້ວ. ຈາກ​ນັ້ນ ເຮົາ​ຈະ​ມາ​ທົບ​ທວນ​ວ່າ​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ແລະ​ຂໍ້​ອື່ນໆທີ່​ຄ້າຍໆກັນ​ໄດ້​ເກີດ​ຂຶ້ນ​ຈິງ​ແນວ​ໃດ​ໃນ​ປັດຈຸບັນ ເຊິ່ງ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ ແລ້ວ​ເຮົາ​ຈະ​ເບິ່ງ​ວ່າ​ເລື່ອງ​ນີ້​ມີ​ຄວາມ​ສຳຄັນ​ຕໍ່​ອະນາຄົດ​ຂອງ​ເຮົາ​ແນວ​ໃດ.

ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆ ເປັນ​ຈິງ​ໃນ​ສະໄໝ​ບູຮານ​ແນວ​ໃດ?

3. ຄຳ​ສັນຍາ​ທີ່​ຊັດເຈນ​ຫຍັງ​ຢູ່​ໃນ​ໃຈ​ຂອງ​ຊະເລີຍ​ຊາວ​ຢິວ​ໃນ​ເມືອງ​ບາບີໂລນ​ສະເໝີ?

3 ລອງ​ນຶກ​ພາບ​ເບິ່ງ​ຊະເລີຍ​ຊາວ​ຢິວ​ທີ່​ເມືອງ​ບາບີໂລນ​ໃນ​ສະໄໝ​ສະຕະວັດ​ທີ 6 ກ່ອນ ຄ.ສ. ແລະ​ຄິດ​ເບິ່ງ​ວ່າ​ສະພາບ​ຊີວິດ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ. ຫຼາຍ​ຄົນ​ເຕີບໂຕ​ຂຶ້ນ​ໃນ​ໄລຍະ​ທີ່​ທັງ​ຕົວ​ເອງ​ແລະ​ພໍ່​ແມ່​ຕົກ​ເປັນ​ຊະເລີຍ ຊີວິດ​ຈຶ່ງ​ຍາກ​ລຳບາກ​ຫຼາຍ. ເຂົາ​ເຈົ້າ​ຖືກ​ຊາວ​ບາບີໂລນ​ເຍາະ​ເຍີ້ຍ​ເພາະ​ວ່າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ. (ເພງ. 137:1-3) ຕະຫຼອດ​ຫຼາຍ​ສິບ​ປີ ຊາວ​ຢິວ​ທີ່​ສັດ​ຊື່​ຍັງ​ຄົງ​ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ເລື່ອງ​ໜຶ່ງ​ຢູ່​ສະເໝີ ເຊິ່ງ​ກໍ​ຄື​ຄຳ​ສັນຍາ​ທີ່​ວ່າ​ພະ​ເຢໂຫວາ​ຈະ​ລວບລວມ​ປະຊາຊົນ​ຂອງ​ພະອົງ​ກັບ​ໄປ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ. ພະ​ເຢໂຫວາ​ບອກ​ວ່າ​ທີ່​ນັ້ນ​ຈະ​ເປັນ​ຕາ​ຢູ່​ແລະ​ເຖິງ​ກັບ​ປຽບ​ທຽບ​ແຜ່ນດິນ​ຢູດາ​ທີ່​ຈະ​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່​ວ່າ​ເປັນ​ຄື​ກັບ​ສວນ​ເອເດນ! (ອ່ານ​ເອຊາອີ 51:3) ຄຳ​ສັນຍາ​ຫຼາຍ​ຂໍ້​ທີ່​ຄ້າຍໆກັນ​ນີ້​ເປັນ​ຄຳ​ຮັບຮອງ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ເຊື່ອ​ໝົດ​ໃຈ​ວ່າ​ຈະ​ຕ້ອງ​ເປັນ​ຈິງ ແຕ່​ໂດຍ​ວິທີ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ບາງ​ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນີ້​ໂດຍ​ກົງ.

4. ພະ​ເຢໂຫວາ​ຮັບຮອງ​ກັບ​ຊະເລີຍ​ຊາວ​ຢິວ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ປອດໄພ​ໃນ​ແຜ່ນດິນ​ຢູດາ?

4 ຄວາມ​ປອດໄພ. ຊະເລີຍ​ຊາວ​ຢິວ​ບໍ່​ໄດ້​ກັບ​ໄປ​ຢູ່​ແຜ່ນດິນ​ທີ່​ສວຍ​ງາມ​ຕາມ​ຕົວ​ອັກສອນ ເພາະ​ວ່າ​ມັນ​ຮ້າງ​ເປົ່າ​ມາ​ເປັນ​ເວລາ 70 ປີ​ແລ້ວ ແລະ​ຄົນ​ທີ່​ເຄີຍ​ເຫັນ​ແຜ່ນດິນ​ນັ້ນ​ກໍ​ເຫຼືອ​ຢູ່​ບໍ່​ເທົ່າ​ໃດ​ຄົນ. ໃນ​ສະໄໝ​ຄຳພີ​ໄບເບິນ ດິນແດນ​ຕ່າງໆແຖວ​ນັ້ນ​ມັກ​ຈະ​ມີ​ສັດ​ຮ້າຍ​ທີ່​ລ່າ​ເຫຍື່ອ​ຫຼາຍ​ຊະນິດ​ມາ​ອາໄສ​ຢູ່ ເຊັ່ນ: ສິງ ໝາ​ປ່າ ແລະ​ເສືອ​ດາວ. ຄົນ​ທີ່​ຮັກ​ຄອບຄົວ​ອາດ​ຈະ​ຄິດ​ໃນ​ໃຈ​ວ່າ: ‘ຂ້ອຍ​ຈະ​ປົກ​ປ້ອງ​ບໍ່​ໃຫ້​ສັດ​ເຫຼົ່າ​ນີ້​ມາ​ທຳ​ຮ້າຍ​ລູກ​ເມຍ​ຂອງ​ຂ້ອຍ​ໄດ້​ແນວ​ໃດ? ຊ້ຳ​ບໍ່​ໜຳ​ຂ້ອຍ​ຍັງ​ມີ​ແກະ​ແລະ​ງົວ​ນຳ​ອີກ ຂ້ອຍ​ຈະ​ປົກ​ປ້ອງ​ເບິ່ງ​ແຍງ​ພວກ​ມັນ​ໄດ້​ແນວ​ໃດ?’ ຄວາມ​ວິຕົກ​ກັງວົນ​ແບບ​ນີ້​ບໍ່​ແມ່ນ​ເລື່ອງ​ແປກ. ຕອນ​ນີ້​ລອງ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ບັນທຶກ​ໄວ້​ໃນ​ເອຊາອີ 11:6-9 ແລະ​ເບິ່ງ​ວ່າ​ຄຳ​ສັນຍາ​ນີ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ກຳລັງ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ. (ອ່ານ) ພະ​ເຢໂຫວາ​ຮັບຮອງ​ກັບ​ຊາວ​ຢິວ​ດ້ວຍ​ຄຳ​ເວົ້າ​ທີ່​ໜ້າ​ປະທັບ​ໃຈ​ວ່າ​ທັງ​ເຂົາ​ເຈົ້າ​ແລະ​ສັດ​ລ້ຽງ​ຈະ​ປອດໄພ ສິງ​ຈະ​ກິນ​ເຟືອງ​ໃນ​ຄວາມ​ໝາຍ​ທີ່​ວ່າ ພວກ​ມັນ​ຈະ​ບໍ່​ມາ​ກັດ​ກິນ​ຝູງ​ສັດ​ຂອງ​ຊາວ​ຢິວ. ຄົນ​ທີ່​ສັດ​ຊື່​ບໍ່​ຕ້ອງ​ຢ້ານ​ສັດ​ຮ້າຍ​ເຫຼົ່າ​ນັ້ນ ເພາະ​ພະ​ເຢໂຫວາ​ສັນຍາ​ວ່າ​ປະຊາຊົນ​ຂອງ​ພະອົງ​ຈະ​ປອດໄພ​ໃນ​ແຜ່ນດິນ​ຢູດາ​ທີ່​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່ ແມ່ນ​ແຕ່​ໃນ​ຖິ່ນ​ທຸລະກັນດານ​ຫຼື​ໃນ​ປ່າ.—ເອເຊກ. 34:25

5. ຄຳ​ພະຍາກອນ​ຫຍັງ​ທີ່​ຊ່ວຍ​ໃຫ້​ຊາວ​ຢິວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ຢ່າງ​ອຸດົມ​ສົມບູນ​ເມື່ອ​ກັບ​ໄປ​ທີ່​ແຜ່ນດິນ​ຂອງ​ເຂົາ​ເຈົ້າ?

5 ຄວາມ​ອຸດົມ​ສົມບູນ. ເລື່ອງ​ທີ່​ອາດ​ເຮັດ​ໃຫ້​ກັງວົນ​ກໍ​ຍັງ​ມີ​ອີກ ເຊັ່ນ: ‘ຂ້ອຍ​ຈະ​ຫາ​ລ້ຽງ​ຄອບຄົວ​ໄດ້​ບໍ​ໃນ​ແຜ່ນດິນ​ທີ່​ຕ້ອງ​ກັບ​ໄປ​ຟື້ນຟູ​ໃໝ່? ເຮົາ​ຈະ​ອາໄສ​ຢູ່​ບ່ອນ​ໃດ? ຈະ​ມີ​ວຽກ​ຫຍັງ​ໃຫ້​ເຮັດ? ຫຼື​ຈະ​ຍອມ​ເປັນ​ຊະເລີຍ​ໃຫ້​ພວກ​ບາບີໂລນ​ເຍາະ​ເຍີ້ຍ​ຕໍ່​ໄປ​ດີ​ກວ່າ?’ ໂດຍ​ທາງ​ຄຳ​ພະຍາກອນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ພະ​ເຢໂຫວາ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ​ແບບ​ທີ່​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ. ພະອົງ​ສັນຍາ​ວ່າ​ຄົນ​ທີ່​ເຊື່ອ​ຟັງ​ຈະ​ເຫັນ​ຝົນ ແລະ​ແຜ່ນດິນ​ຈະ​ມີ​ອາຫານ​ທີ່ “ອຸດົມ​ສົມບູນ​ແລະ​ມີ​ປະໂຫຍດ, ລ.ມ.” (ເອຊາ. 30:23) ສ່ວນ​ບ່ອນ​ຢູ່​ອາໄສ​ກັບ​ວຽກ​ອາຊີບ​ທີ່​ໜ້າ​ພໍ​ໃຈ ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ: “ເຂົາ​ຈະ​ປຸກ​ເຮືອນ​ແລະ​ຢູ່​ໃນ​ເຮືອນ​ນັ້ນ ແລະ​ເຂົາ​ຈະ​ປູກ​ສວນ​ອະງຸ່ນ​ແລະ​ກິນ​ໝາກ​ແຕ່​ສວນ​ນັ້ນ. ເຂົາ​ຈະ​ກໍ່​ສ້າງ​ບໍ່​ໃຊ່​ໃຫ້​ຜູ້​ອື່ນ​ຢູ່ ເຂົາ​ຈະ​ປູກ​ບໍ່​ໃຊ່​ໃຫ້​ຜູ້​ອື່ນ​ກິນ.” (ເອຊາ. 65:21, 22) ແມ່ນ​ແລ້ວ ສິ່ງ​ຕ່າງໆໃນ​ຊີວິດ​ຄົງ​ຕ້ອງ​ດີ​ກວ່າ​ການ​ເປັນ​ຊະເລີຍ​ຢູ່​ໃນ​ບາບີໂລນ​ເຊິ່ງ​ເປັນ​ດິນແດນ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພະເຈົ້າ ແຕ່​ເລື່ອງ​ທີ່​ເປັນ​ຫ່ວງ​ທີ່​ສຸດ​ກໍ​ຄື: ບັນຫາ​ເກົ່າ​ທີ່​ເຮັດ​ໃຫ້​ຊາວ​ຢິວ​ຕົກ​ເປັນ​ຊະເລີຍ​ໃນ​ສະໄໝ​ນັ້ນ​ຈະ​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ອີກ​ບໍ?

6. (ກ) ເປັນ​ຫຍັງ​ປະຊາຊົນ​ຂອງ​ພະເຈົ້າ​ຈຶ່ງ​ມີ​ສະພາບ​ຄື​ກັບ​ຄົນ​ປ່ວຍ? (ຂ) ພະ​ເຢໂຫວາ​ໃຫ້​ຄຳ​ຮັບຮອງ​ເລື່ອງ​ຫຍັງ​ກັບ​ຄົນ​ທີ່​ກັບ​ໄປ​ແຜ່ນດິນ​ຢູດາ?

6 ຄວາມ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ. ເປັນ​ເວລາ​ດົນ​ນານ​ກ່ອນ​ທີ່​ຈະ​ຖືກ​ເນລະເທດ ຊາວ​ຢິວ​ມີ​ສະພາບ​ຄື​ກັບ​ຄົນ​ປ່ວຍ​ເພາະ​ວ່າ​ເຂົາ​ເຈົ້າ​ເກືອບ​ຈະ​ບໍ່​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ເລີຍ. ພະ​ເຢໂຫວາ​ຈຶ່ງ​ເວົ້າ​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາອີ​ວ່າ: ເຂົາ​ເຈົ້າ​ກໍ “ຟົກ​ຊ້ຳ​ໄປ​ທັງ​ຫົວ​ແລ້ວ ຫົວໃຈ​ກໍ​ອ່ອນ​ແຮງ​ຈົນ​ເກືອບ​ຈະ​ຢຸດ​ເຕັ້ນ” (ເອຊາ 1:5, ລ.ມ.) ໃນ​ສາຍ​ຕາ​ຂອງ​ພະເຈົ້າ ເຂົາ​ເຈົ້າ​ເປັນ​ຄື​ກັບ​ຄົນ​ພິການ​ຊ້ຳ​ຍັງ​ຕາ​ບອດ​ແລະ​ຫູ​ໜວກ ເພາະ​ວ່າ​ເຂົາ​ເຈົ້າ​ເຮັດ​ຫູ​ຕຶງ​ບໍ່​ຍອມ​ຟັງ​ຄຳ​ແນະນຳ ແລະ​ເຮັດ​ທຳ​ທ່າ​ບໍ່​ເຫັນ​ສິ່ງ​ທີ່​ພະເຈົ້າ​ພະຍາຍາມ​ເຮັດ​ເພື່ອ​ເຂົາ​ເຈົ້າ. (ເອຊາ. 6:10; ຢເຣ. 5:21; ເອເຊກ. 12:2) ຖ້າ​ບັນຫາ​ເກົ່າໆຍັງ​ມີ​ຢູ່ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ໝັ້ນ​ຄົງ​ໄດ້​ແນວ​ໃດ? ພະ​ເຢໂຫວາ​ກໍ​ຈະ​ບໍ່​ຍອມ​ຮັບ​ເຂົາ​ເຈົ້າ​ອີກ​ແມ່ນ​ບໍ? ແຕ່​ພະ​ເຢໂຫວາ​ໃຫ້​ຄຳ​ສັນຍາ​ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະອົງ​ໝັ້ນ​ໃຈ​ວ່າ: “ໃນ​ວັນ​ນັ້ນ ພວກ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ຄວາມ​ທັງ​ຫຼາຍ​ໃນ​ໜັງສື​ແລະ​ຕາ​ຂອງ​ຄົນ​ຕາ​ບອດ​ຈະ​ພົ້ນ​ຈາກ​ມືດ​ແລະ​ຈະ​ເຫັນ​ຮຸ່ງ.” (ເອຊາ. 29:18) ພະ​ເຢໂຫວາ​ຈະ​ຮັກສາ​ຄົນ​ທີ່​ສຳນຶກ​ຜິດ​ແລະ​ກັບ​ໃຈ​ແທ້ໆໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ​ອີກ ແລະ​ຖ້າ​ເຂົາ​ເຈົ້າ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ ພະອົງ​ຈະ​ຊີ້​ນຳ​ຊີວິດ​ຂອງ​ເຂົາ​ເຈົ້າ​ຕະຫຼອດ​ໄປ.

7. (ກ) ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ຊະເລີຍ​ຊາວ​ຢິວ​ແນວ​ໃດ? (ຂ) ເປັນ​ຫຍັງ​ການ​ທົບ​ທວນ​ເລື່ອງ​ເຫຼົ່າ​ນີ້​ຈຶ່ງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ?

7 ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ບໍ? ບັນທຶກ​ທາງ​ປະຫວັດສາດ​ໃຫ້​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ຊາວ​ຢິວ​ທີ່​ກັບ​ໄປ​ບ້ານ​ເກີດ​ໃຫ້​ຢູ່​ຢ່າງ​ປອດໄພ ມີ​ສິ່ງ​ຈຳເປັນ​ຢ່າງ​ອຸດົມ​ສົມບູນ ແລະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ຊາດ​ທີ່​ຢູ່​ໃກ້​ຄຽງ​ເຊິ່ງ​ມີ​ທັງ​ຈຳນວນ​ແລະ​ກຳລັງ​ທີ່​ເໜືອ​ກວ່າ​ເຂົາ​ເຈົ້າ​ຫຼາຍ​ເທົ່າ. ສັດ​ຮ້າຍ​ກໍ​ບໍ່​ມາ​ທຳ​ຮ້າຍ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ. ທີ່​ຈິງ​ແລ້ວ ຊາວ​ຢິວ​ໄດ້​ເຫັນ​ຄຳ​ພະຍາກອນ​ກ່ຽວ​ກັບ​ອຸທິຍານ​ທີ່​ເອຊາອີ ເຢເຣມີ ແລະ​ເອເຊກຽນ​ເຄີຍ​ບັນທຶກ​ໄວ້​ເກີດ​ຂຶ້ນ​ຈິງ ເຖິງ​ແມ່ນ​ວ່າ​ເລື່ອງ​ນັ້ນ​ຈະ​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ນ້ອຍໆ ແຕ່​ປະຊາຊົນ​ຂອງ​ພະເຈົ້າ​ກໍ​ຕື່ນ​ເຕັ້ນ​ດີ​ໃຈ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທີ່​ດີ​ທີ່​ສຸດ​ໃນ​ຍາມ​ທີ່​ເຂົາ​ເຈົ້າ​ຕ້ອງການ​ພໍ​ດີ. ເມື່ອ​ເຮົາ​ທົບ​ທວນ​ເບິ່ງ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ປະຊາຊົນ​ຂອງ​ພະອົງ​ໃນ​ຕອນ​ນັ້ນ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ເຂັ້ມແຂງ​ຫຼາຍ​ຂຶ້ນ. ຖ້າ​ຄຳ​ພະຍາກອນ​ທີ່​ເກີດ​ຂຶ້ນ​ຈິງ​ໃນ​ຂອບ​ເຂດ​ນ້ອຍໆຍັງ​ຕື່ນ​ເຕັ້ນ​ຂະໜາດ​ນີ້ ແລ້ວ​ໃນ​ຂອບ​ເຂດ​ທີ່​ໃຫຍ່​ກວ່າ​ຈະ​ໜ້າ​ຕື່ນ​ເຕັ້ນ​ຂະໜາດ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ເຮັດ​ຫຍັງ​ແດ່​ເພື່ອ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້.

ພະ​ເຢໂຫວາ​ເລີ່ມ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ເປັນ​ຈິງ​ໃນ​ສະໄໝ​ຂອງ​ເຮົາ​ແນວ​ໃດ?

8. ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້​ຢູ່​ໃນ “ປະເທດ” ແບບ​ໃດ?

8 ເຮົາ​ອາດ​ຖື​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ນີ້​ເປັນ​ຊາດ​ໜຶ່ງ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຄອບຄອງ​ດິນແດນ​ຫຼື​ມາ​ຢູ່​ລວມ​ກັນ​ທັງ​ໝົດ​ໃນ​ປະເທດ​ດຽວ. ຄລິດສະຕຽນ​ຜູ້​ຖືກ​ເຈີມ​ປະກອບ​ກັນ​ເປັນ​ຊາດ​ໜຶ່ງ​ທີ່​ພະເຈົ້າ​ເລືອກ​ເຊິ່ງ​ກໍ​ຄື: “ຍິດສະລາເອນ​ຂອງ​ພະເຈົ້າ.” (ຄລາ. 6:16) ໝູ່​ຂອງ​ເຂົາ​ເຈົ້າ​ທີ່​ເອີ້ນ​ວ່າ: “ແກະ​ອື່ນ” ກໍ​ມາ​ຢູ່​ກັບ​ເຂົາ​ເຈົ້າ​ໃນ​ອົງການ​ຂອງ​ພະເຈົ້າ​ເຊິ່ງ​ປຽບ​ເໝືອນ “ປະເທດ” ແລະ​ພ້ອມ​ໃຈ​ກັນ​ເຮັດ​ສິ່ງ​ຕ່າງໆເພື່ອ​ນະມັດສະການ​ພະ​ເຢໂຫວາ ໂດຍ​ຖື​ວ່າ​ການ​ນະມັດສະການ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ໂຢ. 10:16; ເອຊາ. 66:8) ແລ້ວ “ປະເທດ” ແບບ​ໃດ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ຢູ່? ກໍ​ຄື​ສັງຄົມ​ພີ່​ນ້ອງ​ທີ່​ມີ​ແຕ່​ຄວາມ​ສຸກ ແລະ​ໃນ​ສັງຄົມ​ນີ້​ເອງ​ທີ່​ພະເຈົ້າ​ສັນຍາ​ວ່າ​ຄວາມ​ສະຫງົບ​ສຸກ​ແບບ​ສວນ​ເອເດນ​ຈະ​ມີ​ໃຫ້​ເຫັນ​ແທ້ໆ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ທີ່​ໜ້າ​ງຶດງໍ້​ກ່ຽວ​ກັບ​ເລື່ອງ​ນີ້​ນຳ​ກັນ.

9, 10. (ກ) ຄຳ​ພະຍາກອນ​ໃນ​ເອຊາອີ 11:6-9 ເກີດ​ຂຶ້ນ​ຈິງ​ໃນ​ເວລາ​ນີ້​ແນວ​ໃດ? (ຂ) ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຢູ່​ຮ່ວມ​ກັນ​ຢ່າງ​ສະຫງົບ​ສຸກ?

9 ຄວາມ​ປອດໄພ. ຄຳ​ພະຍາກອນ​ທີ່​ບັນທຶກ​ໄວ້​ໃນ​ເອຊາອີ 11:6-9 ເຮັດ​ໃຫ້​ເຮົາ​ເຫັນ​ພາບ​ທີ່​ງົດງາມ​ຄື: ມະນຸດ​ແລະ​ສັດ​ລ້ຽງ​ຈະ​ຢູ່​ກັບ​ສັດ​ປ່າ​ທີ່​ດຸ​ຮ້າຍ​ຢ່າງ​ມີ​ຄວາມ​ສຸກ​ແລະ​ປອດໄພ. ສັງຄົມ​ພີ່​ນ້ອງ​ໃນ​ທຸກ​ມື້​ນີ້​ກໍ​ເປັນ​ແບບ​ນັ້ນ. ໃນ​ຂໍ້ 9 ຂອງ​ພະ​ຄຳພີ​ບົດ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ສັດ​ຮ້າຍ​ຈຶ່ງ​ບໍ່​ທຳ​ຮ້າຍ​ຫຼື​ກໍ່​ຄວາມ​ເສຍຫາຍ​ອີກ​ຕໍ່​ໄປ ຂໍ້​ນັ້ນ​ອ່ານ​ວ່າ: ‘ເຫດ​ວ່າ​ແຜ່ນດິນ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຄື​ນ້ຳ​ທັງ​ຫຼາຍ​ຖ້ວມ​ພື້ນ​ນ້ຳ​ທະເລ.’ ແລ້ວ​ສັດ​ຈະ​ປ່ຽນ​ພຶດຕິກຳ​ບໍ​ເມື່ອ​ໄດ້​ຮັບ ‘ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ’? ບໍ່! ແຕ່​ເປັນ​ມະນຸດ​ຕ່າງ​ຫາກ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ​ຫຼັງ​ຈາກ​ທີ່​ໄດ້​ມາ​ຮູ້ຈັກ​ພະເຈົ້າ​ອົງ​ສູງ​ສຸດ ແລະ​ຮຽນ​ຮູ້​ວິທີ​ທີ່​ຈະ​ເຮັດ​ຕາມ​ແນວ​ທາງ​ທີ່​ສຸຂຸມ​ຂອງ​ພະອົງ. ດ້ວຍ​ເຫດ​ນີ້ ຄວາມ​ອົບອຸ່ນ​ຈຶ່ງ​ເກີດ​ຂຶ້ນ​ແທ້​ຕາມ​ຄຳ​ພະຍາກອນ​ຂໍ້​ນັ້ນ ເຊິ່ງ​ເຮົາ​ເຫັນ​ໄດ້​ຈາກ​ສັງຄົມ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້. ໂດຍ​ທາງ​ລາຊະອານາຈັກ​ຜູ້​ຕິດ​ພະ​ຄລິດ​ຈະ​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ຕ້ອງ​ເຊົາ​ນິດໄສ​ທີ່​ດຸ​ຮ້າຍ​ຄື​ກັບ​ສັດ ແລະ​ໃຊ້​ຊີວິດ​ຮ່ວມ​ກັບ​ພີ່​ນ້ອງ​ຢ່າງ​ສະຫງົບ​ສຸກ.

10 ຕົວຢ່າງ: ໃນ​ປຶ້ມ​ນີ້​ເຮົາ​ໄດ້​ເວົ້າ​ເຖິງ​ເຫດຜົນ​ຕາມ​ຫຼັກ​ພະ​ຄຳພີ​ທີ່​ຄລິດສະຕຽນ​ຮັກສາ​ຄວາມ​ເປັນ​ກາງ ແລະ​ການ​ຂົ່ມເຫງ​ທີ່​ເກີດ​ຂຶ້ນ​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ເພາະ​ການ​ຮັກສາ​ຈຸດ​ຢືນ​ກ່ຽວ​ກັບ​ເລື່ອງ​ນີ້. ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ຮຸນແຮງ​ນີ້ ເປັນ​ຕາ​ງຶດງໍ້​ແທ້ໆທີ່​ປະຊາຊົນ​ຈຳນວນ​ຫຼາຍ​ຂອງ “ຊາດ” ໜຶ່ງ​ເຖິງ​ກັບ​ຍອມ​ຖືກ​ຂູ່ ຖືກ​ຂ້າ ຍ້ອນ​ບໍ່​ຍອມ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄວາມ​ຮຸນແຮງ​ທຸກ​ຮູບ​ແບບ ນີ້​ເປັນ​ຫຼັກ​ຖານ​ຢືນຢັນ​ວ່າ​ປະຊາຊົນ​ຂອງ​ກະສັດ​ເມຊີ​ມີ​ຄວາມ​ສະຫງົບ​ສຸກ​ຄື​ກັບ​ທີ່​ເອຊາອີ​ໄດ້​ເວົ້າ​ໄວ້! ພະ​ເຍຊູ​ປະກາດ​ວ່າ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ກັນ​ຈະ​ເປັນ​ຂໍ້​ພິສູດ​ໃຫ້​ຜູ້​ຄົນ​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ລູກ​ສິດ​ຂອງ​ເພິ່ນ. (ໂຢ. 13:34, 35) ຕອນ​ນີ້​ພະ​ຄລິດ​ກໍ​ກຳລັງ​ໃຊ້ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ, ລ.ມ.” ເພື່ອ​ສອນ​ພີ່​ນ້ອງ​ຄລິດສະຕຽນ​ທຸກ​ຄົນ​ໃນ​ປະຊາຄົມ​ໃຫ້​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ຮັກ ຄວາມ​ອ່ອນ​ໂຍນ ແລະ​ສັນຕິສຸກ.—ມັດ. 24:45-47

11, 12. ໂລກ​ນີ້​ຂາດແຄນ​ຫຍັງ? ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຫຍັງ​ຢ່າງ​ອຸດົມ​ສົມບູນ?

11 ຄວາມ​ອຸດົມ​ສົມບູນ. ຍ້ອນ​ໂລກ​ນີ້​ຂາດ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ. ຄຳພີ​ໄບເບິນ​ຈຶ່ງ​ໄດ້​ເຕືອນ​ວ່າ: “‘ດັ່ງ​ນີ້​ເວລາ​ໃກ້​ເຂົ້າ​ມາ​ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ມີ​ຄວາມ​ອຶດ​ຫິວ​ໃນ​ປະເທດ ບໍ່​ໃຊ່​ຄວາມ​ອຶດ​ເຂົ້າ​ຫຼື​ອຶດ​ນ້ຳ ແຕ່​ວ່າ​ເປັນ​ການ​ຢາກ​ຟັງ​ພະ​ຄຳ​ທັງ​ຫຼາຍ​ຂອງ​ພະ​ເຢໂຫວາ.’” (ອາໂມດ 8:11) ປະຊາຊົນ​ຂອງ​ພະເຈົ້າ​ອຶດ​ຫິວ​ຄື​ກັນ​ບໍ? ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ເຖິງ​ຄວາມ​ແຕກຕ່າງ​ລະຫວ່າງ​ປະຊາຊົນ​ຂອງ​ພະອົງ​ກັບ​ພວກ​ສັດຕູ​ວ່າ: “ພວກ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ກິນ​ເຂົ້າ​ແລະ​ພວກ​ທ່ານ​ຈະ​ຫິວ​ກິນ. ພວກ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ກິນ​ນ້ຳ​ແລະ​ພວກ​ທ່ານ​ຈະ​ຫິວ​ນ້ຳ ນີ້​ແນະ​ພວກ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ຊົມຊື່ນ​ຍິນດີ​ແລະ​ພວກ​ທ່ານ​ຈະ​ລັກອາຍ.” (ເອຊາ. 65:13) ເຈົ້າ​ເຫັນ​ວ່າ​ຄຳ​ພະຍາກອນ​ນີ້​ສຳເລັດ​ເປັນ​ຈິງ​ບໍ?

12 ການ​ຈັດ​ກຽມ​ຕ່າງໆຂອງ​ພະເຈົ້າ​ເປັນ​ຄື​ກັບ​ສາຍ​ນ້ຳ​ທີ່​ທັງ​ເລິກ​ແລະ​ກວ້າງ​ໃຫຍ່​ເຊິ່ງ​ໄຫຼ​ມາ​ເຖິງ​ເຮົາ​ຢ່າງ​ບໍ່​ຂາດ​ສາຍ. ສິ່ງ​ພິມ​ກ່ຽວ​ກັບ​ຄຳພີ​ໄບເບິນ ເຊັ່ນ: ສື່​ບັນທຶກ​ສຽງ​ແລະ​ວິດີໂອ ການ​ປະຊຸມ​ຕ່າງໆແລະ​ການ​ປະຊຸມ​ໃຫຍ່ ລວມ​ທັງ​ຄວາມ​ຮູ້​ຫຼາຍ​ຢ່າງ​ໃນ​ເວັບໄຊ ທັງ​ໝົດ​ນີ້​ເປັນ​ຄື​ກັບ​ສາຍ​ນ້ຳ​ທີ່​ໄຫຼ​ມາ​ຄ້ຳ​ຈຸ​ນ​ຊີວິດ​ເຮົາ ໃນ​ຂະນະ​ທີ່​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ​ຫິວ​ກະຫາຍ​ເພາະ​ບໍ່​ໄດ້​ຮັບ​ຄວາມ​ຮູ້​ຂອງ​ພະເຈົ້າ. (ເອເຊກ. 47:1-12; ໂຢເອນ 3:18) ເຈົ້າ​ຕື່ນ​ເຕັ້ນ​ບໍ​ທີ່​ໄດ້​ຮັບ​ສິ່ງ​ເຫຼົ່າ​ນີ້​ໃນ​ແຕ່​ລະ​ມື້​ຢ່າງ​ອຸດົມ​ສົມບູນ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້? ຂໍ​ໃຫ້​ເຈົ້າ​ຢ່າ​ລືມ​ກິນ​ອາຫານ​ຈາກ​ໂຕະ​ຂອງ​ພະ​ເຢໂຫວາ​ທຸກ​ມື້!

ປະຊາຄົມ​ລ້ຽງ​ດູ​ເຮົາ​ຢ່າງ​ດີ​ເພື່ອ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ​ແລະ​ເຂັ້ມແຂງ

13. ເຈົ້າ​ເຫັນ​ຄຳ​ສັນຍາ​ຂອງ​ພະ​ເຢ ໂຫວາ​ເປັນ​ຈິງ​ແນວ​ໃດ​ໃນ​ເລື່ອງ​ທີ່​ວ່າ ຄົນ​ຕາ​ບອດ​ຈະ​ເບິ່ງ​ເຫັນ​ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ?

13 ຄວາມ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ມີ​ສະພາບ​ຄື​ກັບ​ຄົນ​ຕາ​ບອດ​ແລະ​ຫູ​ໜວກ. (2 ໂກ. 4:4) ແຕ່​ພະ​ຄລິດ​ກໍ​ກຳລັງ​ປິ່ນປົວ​ຄົນ​ທີ່​ມີ​ສະພາບ​ແບບ​ນີ້​ທົ່ວ​ໂລກ ເຊັ່ນ: ເຈົ້າ​ເຄີຍ​ເຫັນ​ຄົນ​ທີ່​ຕາ​ບອດ​ກັບ​ມາ​ເຫັນ​ຮຸ່ງ ແລະ​ຄົນ​ຫູ​ໜວກ​ກັບ​ມາ​ໄດ້​ຍິນ​ອີກ​ບໍ? ເຈົ້າ​ເຄີຍ​ເຫັນ​ຄົນ​ທີ່​ໄດ້​ຮັບ​ຄວາມ​ຮູ້​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ບໍ? ຄົນ​ເຫຼົ່າ​ນັ້ນ​ໄດ້​ຫັນ​ຫຼັງ​ໃຫ້​ຄຳ​ສອນ​ທາງ​ສາສະໜາ​ທີ່​ເຕັມ​ໄປ​ດ້ວຍ​ຄຳ​ຕົວະ​ເຊິ່ງ​ເຄີຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕາ​ບອດ​ແລະ​ບໍ່​ໄດ້​ຍິນ​ຄວາມ​ຈິງ. ຖ້າ​ເຈົ້າ​ເຄີຍ​ເຫັນ ເຈົ້າ​ກໍ​ຮູ້​ວ່າ​ເລື່ອງ​ນີ້​ເປັນ​ຈິງ​ຕາມ​ຄຳ​ສັນຍາ​ທີ່​ວ່າ: “ໃນ​ວັນ​ນັ້ນ ພວກ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ຄວາມ​ທັງ​ຫຼາຍ​ໃນ​ໜັງສື​ແລະ​ຕາ​ຂອງ​ຄົນ​ຕາ​ບອດ​ຈະ​ພົ້ນ​ຈາກ​ມືດ​ແລະ​ຈະ​ເຫັນ​ຮຸ່ງ.” (ເອຊາ. 29:18) ໃນ​ທຸກໆປີ ມີ​ຫຼາຍ​ແສນ​ຄົນ​ທົ່ວ​ໂລກ​ພົບ​ຄວາມ​ຈິງ​ເຊິ່ງ​ຊ່ວຍ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ມືດ​ມົນ​ເຊັ່ນ​ນັ້ນ. ທຸກ​ຄົນ​ທີ່​ອອກ​ຈາກ​ບາບີໂລນ​ໃຫຍ່​ແລະ​ເຂົ້າ​ມາ​ນະມັດສະການ​ພະເຈົ້າ​ຮ່ວມ​ກັບ​ເຮົາ​ໃນ​ສັງຄົມ​ພີ່​ນ້ອງ​ທີ່​ປຽບ​ຄື​ກັບ​ອຸທິຍານ ເປັນ​ຫຼັກ​ຖານ​ທີ່​ມີ​ຊີວິດ​ເຊິ່ງ​ຢືນຢັນ​ໄດ້​ວ່າ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ຄວາມ​ຈິງ!

14. ການ​ຄິດ​ທົບ​ທວນ​ຫຼັກ​ຖານ​ເລື່ອງ​ຫຍັງ​ທີ່​ຈະ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ?

14 ແຕ່​ລະ​ບົດ​ຂອງ​ປຶ້ມ​ນີ້​ໃຫ້​ຫຼັກ​ຖານ​ທີ່​ໜັກແໜ້ນ​ວ່າ​ພະ​ຄລິດ​ໄດ້​ນຳ​ຜູ້​ຕິດ​ຕາມ​ເພິ່ນ​ໃຫ້​ມາ​ຢູ່​ໃນ​ສັງຄົມ​ຄລິດສະຕຽນ​ແທ້​ທີ່​ເປັນ​ຄື​ອຸທິຍານ​ໃນ​ໄລຍະ​ອະວະສານ​ນີ້. ຂໍ​ໃຫ້​ເຮົາ​ຄິດ​ທົບ​ທວນ​ສະເໝີ​ວ່າ​ເຮົາ​ໄດ້​ຮັບ​ການ​ອວຍ​ພອນ​ແນວ​ໃດ​ແດ່​ໃນ​ຂະນະ​ທີ່​ຢູ່​ໃນ​ອຸທິຍານ​ນີ້. ຍິ່ງ​ເຮົາ​ຄິດ​ຕຶກຕອງ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ຍິ່ງ​ເຊື່ອ​ໝັ້ນ​ຫຼາຍ​ຂຶ້ນ​ວ່າ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຈະ​ຕ້ອງ​ເປັນ​ຈິງ.

“ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່”

15. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ແຜ່ນດິນ​ໂລກ​ຈະ​ກາຍ​ເປັນ​ອຸທິຍານ?

15 ພະ​ເຢໂຫວາ​ຕັ້ງ​ໃຈ​ມາ​ດົນ​ແລ້ວ​ວ່າ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ກາຍ​ເປັນ​ອຸທິຍານ ພະອົງ​ໃຫ້​ອາດາມ​ແລະ​ເອວາ​ຢູ່​ໃນ​ສວນ​ທີ່​ສວຍ​ງາມ ພະອົງ​ຍັງ​ບອກ​ເຂົາ​ເຈົ້າ​ໃຫ້​ມີ​ລູກ​ມີ​ຫຼານ​ຈົນ​ເຕັມ​ແຜ່ນດິນ​ໂລກ ແລະ​ໃຫ້​ຊ່ວຍ​ກັນ​ເບິ່ງ​ແຍງ​ສັດ​ຕ່າງໆ. (ຕົ້ນ. 1:28) ແຕ່​ອາດາມ​ແລະ​ເອວາ​ພັດ​ໄປ​ຮ່ວມ​ມື​ກັບ​ຊາຕານ​ໃນ​ການ​ກະບົດ ແລະ​ຍັງ​ຖ່າຍ​ທອດ​ຄວາມ​ບໍ່​ສົມບູນ ບາບ ແລະ​ຄວາມ​ຕາຍ​ໃຫ້​ກັບ​ລູກ​ຫຼານ​ທຸກ​ຄົນ. ແນວ​ໃດ​ກໍ​ຕາມ​ພະເຈົ້າ​ບໍ່​ເຄີຍ​ລົ້ມ​ເລີກ​ຄວາມ​ຕັ້ງ​ໃຈ ເພາະ​ທຸກ​ຄຳ​ທີ່​ພະອົງ​ເວົ້າ​ຈະ​ຕ້ອງ​ເປັນ​ຈິງ​ສະເໝີ. (ອ່ານ​ເອຊາອີ 55:10, 11) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ຈະ​ມີ​ຫຼາຍ​ຈົນ​ເຕັມ​ໂລກ​ທີ່​ເປັນ​ອຸທິຍານ ເຂົາ​ເຈົ້າ​ຈະ​ເອົາໃຈໃສ່​ເບິ່ງ​ແຍງ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ​ໄວ້. ເມື່ອ​ເຖິງ​ຕອນ​ນັ້ນ​ຄຳ​ພະຍາກອນ​ກ່ຽວ​ກັບ​ຊີວິດ​ໃນ​ອຸທິຍານ​ທີ່​ພະເຈົ້າ​ເຄີຍ​ບອກ​ກັບ​ຊະເລີຍ​ຊາວ​ຢິວ​ຕັ້ງ​ແຕ່​ຕອນ​ທຳອິດ​ກໍ​ຈະ​ເກີດ​ຂຶ້ນ​ຈິງ​ທຸກ​ປະການ! ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

16. ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ປອດໄພ​ໃນ​ອຸທິຍານ​ແນວ​ໃດ?

16 ຄວາມ​ປອດໄພ. ໃນ​ທີ່​ສຸດ ຄຳ​ເວົ້າ​ໃນ​ເອຊາອີ 11:6-9 ຊ່ວຍ​ໃຫ້​ເຫັນ​ພາບ​ທີ່​ງົດງາມ​ເຊິ່ງ​ຈະ​ເກີດ​ຂຶ້ນ​ຈິງ​ທຸກ​ຢ່າງ​ແມ່ນ​ແຕ່​ໃນ​ຄວາມ​ໝາຍ​ຕາມ​ຕົວ​ອັກສອນ. ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ຈະ​ໄປ​ໃສ​ມາ​ໃສ​ດ້ວຍ​ຄວາມ​ປອດໄພ​ແລະ​ສະບາຍ​ໃຈ ຈະ​ບໍ່​ມີ​ມະນຸດ​ຫຼື​ແມ່ນ​ແຕ່​ສັດ​ມາ​ທຳ​ຮ້າຍ​ເຂົາ​ເຈົ້າ. ລອງ​ນຶກ​ພາບ​ໃນ​ມື້​ທີ່​ເຈົ້າ​ຈະ​ໄດ້​ເຫັນ​ໂລກ​ເປັນ​ຄື​ບ້ານ​ຂອງ​ເຈົ້າ ເຈົ້າ​ຈະ​ລອຍ​ນ້ຳ​ໃນ​ແມ່ນ້ຳ ໃນ​ທະເລ​ສາບ ຫຼື​ທະເລ​ກໍ​ໄດ້ ເຈົ້າ​ຈະ​ຍ່າງ​ຂ້າມ​ພູ​ຫຼາຍ​ໜ່ວຍ ທຽວ​ໄປ​ໃນ​ທົ່ງ​ຫຍ້າ​ໃນ​ປ່າ​ທີ່​ມີ​ອາກາດ​ປອດ​ໂປ່ງ​ເຊິ່ງ​ບໍ່​ເປັນ​ອັນຕະລາຍ​ຫຍັງ​ເລີຍ. ເມື່ອ​ຮອດ​ຕອນ​ກາງຄືນ​ເຈົ້າ​ກໍ​ນອນ​ຫຼັບ​ໂດຍ​ບໍ່​ຕ້ອງ​ກັງວົນ​ກັບ​ສິ່ງ​ໃດ ຂໍ້​ຄວາມ​ໃນ​ເອເຊກຽນ 34:25 ຈະ​ເປັນ​ຈິງ​ເຖິງ​ຂະໜາດ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຈະ ‘ຢູ່​ໃນ​ປ່າ​ດ້ວຍ​ຄວາມ​ປອດໄພ ແລະ​ຈະ​ນອນ​ຫຼັບ​ໃນ​ດົງ​ທັງ​ຫຼາຍ.’

17. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ເມື່ອ​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ປົກຄອງ​ທົ່ວ​ໂລກ ພະອົງ​ຈະ​ເບິ່ງ​ແຍງ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ຢ່າງ​ອຸດົມ​ສົມບູນ?

17 ຄວາມ​ອຸດົມ​ສົມບູນ. ລອງ​ນຶກ​ພາບ​ສະໄໝ​ທີ່​ຈະ​ບໍ່​ມີ​ຄວາມ​ທຸກ​ຍາກ ຄວາມ​ອຶດຢາກ ການ​ຂາດແຄນ​ອາຫານ​ອີກ​ຕໍ່​ໄປ ຫຼື​ບໍ່​ຕ້ອງ​ມີ​ສະຫວັດດີການ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ. ການ​ລ້ຽງ​ດູ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢ່າງ​ອຸດົມ​ສົມບູນ​ໂດຍ​ທາງ​ອົງການ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້​ເປັນ​ຫຼັກ​ຄ້ຳ​ປະກັນ​ວ່າ ກະສັດ​ເມຊີ​ຈະ​ເບິ່ງ​ແຍງ​ປະຊາຊົນ​ໃນ​ທຸກໆດ້ານ. ຕອນ​ທີ່​ພະ​ເຍຊູ​ຢູ່​ໃນ​ໂລກ ເພິ່ນ​ໄດ້​ສະແດງ​ໃຫ້​ເຫັນ​ໃນ​ຂອບ​ເຂດ​ນ້ອຍໆວ່າ​ເພິ່ນ​ເຮັດ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແທ້​ໄດ້​ໂດຍ​ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ທີ່​ກຳລັງ​ຫິວ​ດ້ວຍ​ເຂົ້າຈີ່​ບໍ່​ເທົ່າ​ໃດ​ກ້ອນ​ແລະ​ປາ​ບໍ່​ເທົ່າ​ໃດ​ໂຕ. (ມັດ. 14:17, 18; 15:34-36; ມໂກ. 8:19, 20) ເມື່ອ​ລາຊະອານາຈັກ​ຂອງ​ພະເຈົ້າ​ມາ​ປົກຄອງ​ທົ່ວ​ໂລກ ຄຳ​ພະຍາກອນ​ນີ້​ຈະ​ເກີດ​ຂຶ້ນ​ຈິງ​ທີ່​ວ່າ: “ພະອົງ​ຈະ​ໃຫ້​ຝົນ​ແກ່​ເມັດ​ພືດ​ທີ່​ເຈົ້າ​ຫວ່ານ​ລົງ​ໃນ​ດິນ ແລະ​ອາຫານ​ເຊິ່ງ​ເປັນ​ຜົນ​ຜະລິດ​ຈະ​ອຸດົມ​ສົມບູນ​ແລະ​ມີ​ປະໂຫຍດ ໃນ​ວັນ​ນັ້ນ ສັດ​ຂອງ​ເຈົ້າ​ຈະ​ຫາ​ກິນ​ຢູ່​ໃນ​ທົ່ງ​ກວ້າງ.”—ເອຊາ. 30:23, ລ.ມ.

18, 19. (ກ) ຄຳ​ພະຍາກອນ​ທີ່​ບັນທຶກ​ໄວ້​ໃນ​ເອຊາອີ 65:20-22 ມີ​ຄວາມ​ໝາຍ​ຕໍ່​ເຈົ້າ​ແນວ​ໃດ? (ຂ) ອາຍຸ​ຂອງ​ເຈົ້າ​ຈະ​ເປັນ​ຄື​ກັບ ‘ອາຍຸ​ຂອງ​ກົກ​ໄມ້’ ໃນ​ຄວາມ​ໝາຍ​ໃດ?

18 ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ອາດ​ນຶກ​ພາບ​ບໍ່​ອອກ​ວ່າ​ລາວ​ຈະ​ມີ​ເຮືອນ​ທີ່​ໜ້າ​ຢູ່ ຫຼື​ມີ​ວຽກ​ທີ່​ໜ້າ​ພໍ​ໃຈ​ໄດ້​ແນວ​ໃດ. ໃນ​ລະບົບ​ໂລກ​ທີ່​ເສື່ອມຊາມ​ນີ້​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ເຮັດ​ວຽກ​ໜັກ​ໝົດ​ມື້​ແຕ່​ກໍ​ເກືອບ​ບໍ່​ມີ​ຫຍັງ​ເຫຼືອ​ໃຫ້​ຕົວ​ເອງ​ແລະ​ຄອບຄົວ​ເລີຍ ໃນ​ຂະນະ​ທີ່​ຄົນ​ລວຍ​ແລະ​ຄົນ​ໂລບ​ກໍ​ສວຍ​ຜົນ​ປະໂຫຍດ​ໄປ​ໝົດ. ລອງ​ນຶກ​ພາບ​ວ່າ​ຊີວິດ​ຈະ​ເປັນ​ແນວ​ໃດ​ເມື່ອ​ຄຳ​ພະຍາກອນ​ນີ້​ເກີດ​ຂຶ້ນ​ແທ້​ໃນ​ທົ່ວ​ໂລກ​ທີ່​ວ່າ: ‘ເຂົາ​ຈະ​ປຸກ​ເຮືອນ​ແລະ​ຢູ່​ໃນ​ເຮືອນ​ນັ້ນ ແລະ​ເຂົາ​ຈະ​ປູກ​ສວນ​ອະງຸ່ນ​ແລະ​ກິນ​ໝາກ​ແຕ່​ສວນ​ນັ້ນ. ເຂົາ​ຈະ​ກໍ່​ສ້າງ​ບໍ່​ໃຊ່​ໃຫ້​ຜູ້​ອື່ນ​ຢູ່ ເຂົາ​ຈະ​ປູກ​ບໍ່​ໃຊ່​ໃຫ້​ຜູ້​ອື່ນ​ກິນ. ເຫດ​ວ່າ​ວັນ​ຄືນ​ທັງ​ຫຼາຍ [“ອາຍຸ”, ລ.ມ.] ຂອງ​ພວກ​ຂອງ​ເຮົາ​ຈະ​ມີ​ຫຼາຍ​ທໍ່​ວັນ​ຄືນ​ທັງ​ຫຼາຍ [“ອາຍຸ”, ລ.ມ.] ຂອງ​ກົກ​ໄມ້ ແລະ​ຄົນ​ທັງ​ຫຼາຍ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ຈະ​ຮັບ​ປະໂຫຍດ​ເອງ​ແຕ່​ກິດຈະການ​ແຫ່ງ​ມື​ຂອງ​ເຂົາ.’—ເອຊາ. 65:20-22

19 ສຳນວນ​ທີ່​ວ່າ​ອາຍຸ​ຂອງ​ເຮົາ​ຈະ​ຄື​ກັບ ‘ອາຍຸ​ຂອງ​ກົກ​ໄມ້’ ໝາຍ​ຄວາມ​ວ່າ​ແນວ​ໃດ? ເມື່ອ​ເຈົ້າ​ຢືນ​ຢູ່​ເຫງົ້າ​ຕົ້ນ​ໄມ້​ໃຫຍ່ ເຈົ້າ​ຄຳນວນ​ອາຍຸ​ຂອງ​ມັນ​ໃນ​ໃຈ ແລ້ວ​ເຈົ້າ​ກໍ​ຮູ້ສຶກ​ງຶດ​ຫຼາຍ​ແທ້ໆເພາະ​ອາຍຸ​ຂອງ​ມັນ​ອາດ​ດົນ​ກວ່າ​ອາຍຸ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ. ເຈົ້າ​ອາດ​ຄິດ​ວ່າ ຖ້າ​ເຈົ້າ​ຍັງ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ​ຄື​ກັບ​ຕອນ​ນີ້ ຕົ້ນ​ໄມ້​ຕົ້ນ​ນີ້​ກໍ​ອາດ​ຈະ​ມີ​ອາຍຸ​ຍືນ​ຍາວ​ກວ່າ​ເຈົ້າ ເພາະ​ມັນ​ຍັງ​ຈະ​ແຕກ​ກິ່ງ​ກ້ານ​ແລະ​ມີ​ຊີວິດ​ຢູ່​ຕໍ່​ໄປ​ເລື້ອຍໆແມ່ນ​ແຕ່​ຫຼັງ​ຈາກ​ທີ່​ເຈົ້າ​ຕາຍ​ໄປ​ແລ້ວ. ດັ່ງ​ນັ້ນ ເມື່ອ​ພະ​ເຢໂຫວາ​ບອກ​ວ່າ​ອາຍຸ​ຂອງ​ເຮົາ​ຈະ​ຄື​ກັບ​ອາຍຸ​ຂອງ​ຕົ້ນ​ໄມ້​ຈຶ່ງ​ເປັນ​ຄຳ​ຮັບຮອງ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ຊີວິດ​ຂອງ​ເຮົາ​ຈະ​ຍືນ​ຍາວ​ແລະ​ສະຫງົບ​ສຸກ​ໃນ​ອຸທິຍານ! (ເພງ. 37:11, 29) ໃນ​ວັນ​ນັ້ນ​ແມ່ນ​ແຕ່​ຕົ້ນ​ໄມ້​ທີ່​ອາຍຸ​ຍືນ​ກໍ​ຈະ​ເປັນ​ຄື​ກັບ​ຕົ້ນ​ຫຍ້າ​ທີ່​ຫ່ຽວ​ແຫ້ງ​ແລະ​ຕາຍ​ໄປ ໃນ​ຂະນະ​ທີ່​ເຮົາ​ຈະ​ມີ​ຊີວິດ​ຍືນ​ຍາວ​ຕະຫຼອດ​ໄປ!

20. ປະຊາຊົນ​ທີ່​ສັດ​ຊື່​ຂອງ​ລາຊະອານາຈັກ​ຈະ​ມີ​ສຸຂະພາບ​ສົມບູນ​ແຂງແຮງ​ໄດ້​ແນວ​ໃດ?

20 ສຸຂະພາບ​ສົມບູນ​ແຂງແຮງ. ໃນ​ທຸກ​ມື້​ນີ້​ບໍ່​ມີ​ໃຜ​ໜີ​ພົ້ນ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ຕາຍ​ໄດ້. ທີ່​ຈິງ ເຮົາ​ທຸກ​ຄົນ​ຕິດ​ພະຍາດ​ຮ້າຍແຮງ​ທີ່​ເອີ້ນ​ວ່າ​ບາບ ແລະ​ສິ່ງ​ດຽວ​ທີ່​ຈະ​ປິ່ນປົວ​ໄດ້​ກໍ​ຄື: ຄ່າໄຖ່​ຂອງ​ພະ​ຄລິດ. (ໂລມ 3:23; 6:23) ໃນ​ໄລຍະ 1.000 ປີ​ທີ່​ພະ​ເຍຊູ​ປົກຄອງ ເພິ່ນ​ກັບ​ຜູ້​ທີ່​ຮ່ວມ​ປົກຄອງ​ຈະ​ຊ່ວຍ​ປະຊາຊົນ​ໃຫ້​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ຄ່າໄຖ່​ນັ້ນ ມະນຸດ​ທີ່​ສັດ​ຊື່​ທຸກ​ຄົນ​ຈະ​ຫຼຸດ​ພົ້ນ​ຈາກ​ບາບ​ທີ່​ຕິດ​ຕົວ​ມາ ແລະ​ຄຳ​ພະຍາກອນ​ຂອງ​ເອຊາອີ​ກໍ​ຈະ​ເປັນ​ຈິງ​ໃນ​ຄວາມ​ໝາຍ​ຄົບ​ຖ້ວນ​ທີ່​ວ່າ: “ຊາວ​ຊົນ​ຈະ​ບໍ່​ກ່າວ​ວ່າ ‘ຂ້ອຍ​ບໍ່​ສຳບາຍ’ ຄວາມ​ອະທຳ​ຂອງ​ຊາວ​ຊົນ​ທັງ​ຫຼາຍ​ເຊິ່ງ​ຢູ່​ຫັ້ນ​ຈະ​ເປັນ​ທີ່​ໂຜດ​ຍົກ​ເສຍ.” (ເອຊາ. 33:24) ລອງ​ນຶກ​ພາບ​ສະໄໝ​ທີ່​ຈະ​ບໍ່​ມີ​ໃຜ​ຕາ​ບອດ ຫູ​ໜວກ​ຫຼື​ພິການ​ເບິ່ງ​ແມ. (ອ່ານ​ເອຊາອີ 35:5, 6) ບໍ່​ມີ​ພະຍາດ​ຊະນິດ​ໃດ​ທີ່​ພະ​ເຍຊູ​ປິ່ນປົວ​ບໍ່​ໄດ້ ບໍ່​ວ່າ​ຈະ​ປ່ວຍ​ທາງ​ໃຈ ທາງ​ກາຍ ຫຼື​ທາງ​ອາລົມ​ກໍ​ຈະ​ຖືກ​ປິ່ນປົວ. ປະຊາຊົນ​ທີ່​ສັດ​ຊື່​ຂອງ​ລາຊະອານາຈັກ​ຈະ​ມີ​ສຸຂະພາບ​ສົມບູນ​ແຂງແຮງ!

21. ມີ​ຄຳ​ສັນຍາ​ຫຍັງ​ກ່ຽວ​ກັບ​ຄວາມ​ຕາຍ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮູ້ສຶກ​ວ່າ​ນີ້​ເປັນ​ຄຳ​ສັນຍາ​ທີ່​ເຮັດ​ໃຫ້​ມີ​ກຳລັງ​ໃຈ?

21 ແລ້ວ​ຄວາມ​ຕາຍ​ເດ​ຈະ​ເປັນ​ແນວ​ໃດ? ຄວາມ​ຕາຍ​ເກີດ​ຈາກ​ຄວາມ​ເຈັບ​ປ່ວຍ​ແລະ​ເປັນ​ຜົນ​ຂອງ​ບາບ ມະນຸດ​ທີ່​ບໍ່​ສົມບູນ​ທຸກ​ຄົນ​ຕ້ອງ​ພ່າຍ​ແພ້ “ສັດຕູ​ໂຕ​ສຸດ​ທ້າຍ” ນີ້​ບໍ່​ຊ້າ​ກໍ​ໄວ. (1 ໂກ. 15:26, ທ.ປ.) ແຕ່​ຄວາມ​ຕາຍ​ເປັນ​ສັດຕູ​ທີ່​ເປັນ​ຕາ​ຢ້ານ​ສຳລັບ​ພະ​ເຢໂຫວາ​ບໍ? ຂໍ​ໃຫ້​ເບິ່ງ​ຄຳ​ພະຍາກອນ​ຂອງ​ເອຊາອີ​ທີ່​ບອກ​ວ່າ: “ພະອົງ​ຈະ​ທຳລາຍ​ຄວາມ​ຕາຍ​ໃຫ້​ສາບ​ສູນ​ໄປ​ຕະຫຼອດ​ການ ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເຊັດ​ນ້ຳ​ຕາ​ໃຫ້​ທຸກ​ຄົນ.” (ເອຊາ. 25:8, ລ.ມ.) ເຈົ້າ​ນຶກ​ພາບ​ຕອນ​ນັ້ນ​ອອກ​ບໍ? ໃນ​ຕອນ​ນັ້ນ​ຈະ​ບໍ່​ມີ​ຂຸມ​ຝັງ​ສົບ ບໍ່​ມີ​ປ່າຊ້າ ບໍ່​ມີ​ນ້ຳ​ຕາ​ຂອງ​ຄວາມ​ໂສກ​ເສົ້າ​ອີກ​ຕໍ່​ໄປ! ແຕ່​ຈະ​ມີ​ນ້ຳ​ຕາ​ຂອງ​ຄວາມ​ຍິນດີ​ເມື່ອ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ມີ​ຊີວິດ​ອີກ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. (ອ່ານ​ເອຊາອີ 26:19) ໃນ​ທີ່​ສຸດ ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ຄວາມ​ຕາຍ​ຕະຫຼອດ​ປະຫວັດສາດ​ຂອງ​ມະນຸດ​ກໍ​ຈະ​ໝົດ​ໄປ.

22. ຫຼັງ​ຈາກ​ລາຊະອານາຈັກ​ເມຊີ​ເຮັດ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ເປັນ​ໄປ​ຕາມ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້ ຈະ​ມີ​ຫຍັງ​ເກີດ​ຂຶ້ນ?

22 ໃນ​ຕອນ​ທ້າຍ​ຂອງ​ໄລຍະ 1.000 ປີ ລາຊະອານາຈັກ​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ໃນ​ໂລກ​ເປັນ​ໄປ​ຕາມ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້ ແລ້ວ​ພະ​ຄລິດ​ກໍ​ຈະ​ຄືນ​ອຳນາດ​ການ​ປົກຄອງ​ໃຫ້​ພໍ່​ຂອງ​ເພິ່ນ. (1 ໂກ. 15:25-28) ໃນ​ທີ່​ສຸດ ທຸກ​ຄົນ​ຈະ​ເປັນ​ມະນຸດ​ທີ່​ສົມບູນ​ແບບ ເຂົາ​ເຈົ້າ​ພ້ອມ​ສຳລັບ​ການ​ທົດ​ສອບ​ຂັ້ນ​ສຸດ​ທ້າຍ​ເມື່ອ​ຊາຕານ​ຖືກ​ປ່ອຍ​ຈາກ​ເຫວ​ເລິກ​ທີ່​ຖືກ​ຂັງ​ໄວ້​ມາ​ດົນ​ແລ້ວ. ຫຼັງ​ຈາກ​ນັ້ນ ພະ​ຄລິດ​ຈະ​ຢຽບ​ຫົວ​ຂອງ​ງູ​ຮ້າຍ​ແລະ​ພັກ​ພວກ​ຂອງ​ມັນ​ທັງ​ໝົດ​ໃຫ້​ມຸ່ນ. (ຕົ້ນ. 3:15; ຄຳປ. 20:3, 7-10) ແຕ່​ທຸກ​ຄົນ​ທີ່​ຮັກ​ແລະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຈະ​ມີ​ອະນາຄົດ​ທີ່​ສົດ​ໃສ ເຊິ່ງ​ບໍ່​ມີ​ຄຳ​ເວົ້າ​ໃດໆຈະ​ມາ​ແທນ​ຄວາມ​ຮູ້ສຶກ​ນັ້ນ​ໄດ້​ດີ​ໄປ​ກວ່າ​ຂໍ້​ຄວາມ​ທີ່​ຖືກ​ດົນ​ໃຈ​ໃຫ້​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ ເຊິ່ງ​ສັນຍາ​ວ່າ​ຄົນ​ທີ່​ສັດ​ຊື່​ຈະ​ມີ “ເສລີ​ພາບ​ທີ່​ງົດງາມ​ແບບ​ທີ່​ລູກ​ຂອງ​ພະເຈົ້າ​ມີ.”—ໂລມ 8:21, ລ.ມ.

ລາຊະອານາຈັກ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທຸກ​ຂໍ້​ທີ່​ກ່ຽວ​ຂ້ອງ​ກັບ​ມະນຸດ​ແລະ​ແຜ່ນດິນ​ໂລກ​ເປັນ​ຈິງ

23, 24. (ກ) ເປັນ​ຫຍັງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ຕ້ອງ​ເປັນ​ຈິງ​ແນ່ນອນ? (ຂ) ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

23 ຄຳ​ສັນຍາ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ຫວັງ ຄວາມ​ປາຖະໜາ ຫຼື​ຄວາມ​ຝັນ ຄຳ​ສັນຍາ​ທຸກ​ຂໍ້​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ເປັນ​ຈິງ​ຢ່າງ​ແນ່ນອນ! ຍ້ອນ​ຫຍັງ? ຂໍ​ໃຫ້​ນຶກ​ເຖິງ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ເຮົາ​ໄດ້​ເວົ້າ​ມາ​ແລ້ວ​ໃນ​ບົດ​ຕົ້ນໆ. ພະ​ເຍຊູ​ສອນ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ: “ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່ ນ້ຳໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.” (ມັດ. 6:9, 10) ລາຊະອານາຈັກ​ຂອງ​ພະເຈົ້າ​ບໍ່​ແມ່ນ​ສິ່ງ​ທີ່​ມະນຸດ​ຄົນ​ໃດ​ຄົນ​ໜຶ່ງ​ຄິດ​ຂຶ້ນ​ເອງ. ລາຊະອານາຈັກ​ນີ້​ມີ​ແທ້​ແລະ​ກຳລັງ​ປົກຄອງ​ໃນ​ສະຫວັນ! ຕະຫຼອດ 100 ປີ​ທີ່​ຜ່ານ​ມາລາ​ຊະ​ອານາຈັກ​ໄດ້​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ຈິງ​ໃນ​ຫຼາຍ​ວິທີ​ເຊິ່ງ​ເຮົາ​ເບິ່ງ​ເຫັນ​ໄດ້​ໃນ​ປະຊາຄົມ​ຄລິດສະຕຽນ. ດັ່ງ​ນັ້ນ ເມື່ອ​ເຖິງ​ຕອນ​ທີ່​ລາຊະອານາຈັກ​ປົກຄອງ​ທົ່ວ​ໂລກ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ຄຳ​ສັນຍາ​ທຸກ​ຂໍ້​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ຈິງ!

24 ເຮົາ​ຮູ້​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ປົກຄອງ​ໂລກ. ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ຈະ​ເປັນ​ຈິງ. ຍ້ອນ​ຫຍັງ? ຍ້ອນ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ລາຊະອານາຈັກ​ປົກຄອງ​ຂ້ອຍ​ຢູ່​ບໍ?’ ຂໍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ​ເທົ່າ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ເປັນ​ປະຊາຊົນ​ທີ່​ສັດ​ຊື່​ຕັ້ງ​ແຕ່​ໃນ​ຕອນ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ສິ່ງ​ດີໆຈາກ​ລາຊະອານາຈັກ​ທີ່​ສົມບູນ​ແບບ​ແລະ​ປົກຄອງ​ດ້ວຍ​ຄວາມ​ຍຸຕິທຳ​ຕະຫຼອດ​ໄປ!