ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ເຖິງ​ເພື່ອນ​ຜູ້​ປະກາດ​ເລື່ອງ​ລາຊະອານາຈັກ​ທີ່​ຮັກ

ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ເປັນ​ສະມາຊິກ​ຄອບຄົວ​ເບເທນ​ທີ່​ບຸກ​ລິນ ໃນ​ຕອນ​ເຊົ້າ​ວັນ​ສຸກ​ທີ 2 ຕຸລາ ປີ ຄ.ສ. 1914. ເຈົ້າ​ນັ່ງ​ຢູ່​ໂຕະ​ອາຫານ​ເຊິ່ງ​ເປັນ​ບ່ອນ​ປະຈຳ​ຂອງ​ເຈົ້າ ກຳລັງ​ລໍ​ຖ້າ​ວ່າ​ເມື່ອ​ໃດ​ພີ່​ນ້ອງ​ຊີ. ທີ. ຣັດ​ເຊ​ວ​ຈະ​ມາ. ທັນໃດ​ນັ້ນ​ປະຕູ​ຫ້ອງ​ອາຫານ​ກໍ​ເປີດ​ອອກ ເຈົ້າ​ເຫັນ​ພີ່​ນ້ອງ​ຣັດ​ເຊ​ວ​ຍ່າງ​ເຂົ້າ​ມາ ລາວ​ຢຸດ​ບຶດ​ໜຶ່ງ​ຄື​ກັບ​ແຕ່​ລະ​ເທື່ອ ແລ້ວ​ກ່າວ​ຄຳ​ທັກທາຍ​ສະມາຊິກ​ຄອບຄົວ​ເບເທນ​ດ້ວຍ​ນ້ຳ​ສຽງ​ທີ່​ອ່ອນ​ໂຍນ​ວ່າ: “ສະບາຍ​ດີ​ທຸກ​ຄົນ.” ແຕ່​ແທນ​ທີ່​ຈະ​ນັ່ງ​ຢູ່​ຫົວ​ໂຕະ​ທັນທີ​ຄື​ກັບ​ທີ່​ເຄີຍ​ເຮັດ​ໃນ​ແຕ່​ລະ​ມື້ ລາວ​ພັດ​ຕົບ​ມື​ແລະ​ປະກາດ​ດ້ວຍ​ນ້ຳ​ສຽງ​ທີ່​ຕື່ນ​ເຕັ້ນ​ວ່າ: “ເວລາ​ກຳນົດ​ຂອງ​ຄົນ​ຕ່າງ​ຊາດ​ສິ້ນ​ສຸດ​ລົງ​ແລ້ວ ໝົດ​ຍຸກ​ກະສັດ​ຂອງ​ເຂົາ​ເຈົ້າ​ແລ້ວ!” ເຈົ້າ​ຕື່ນ​ເຕັ້ນ​ດີ​ໃຈ​ຈົນ​ບອກ​ບໍ່​ຖືກ ເຈົ້າ​ຄອຍ​ຖ້າ​ເວລາ​ນີ້​ມາ​ດົນ​ແລ້ວ! ເຈົ້າ​ກັບ​ທຸກ​ຄົນ​ໃນ​ຄອບຄົວ​ເບເທນ​ຕອບ​ຮັບ​ຂ່າວ​ດີ​ນີ້​ດ້ວຍ​ສຽງ​ຕົບ​ມື​ທີ່​ດັງ​ກຶກ​ກ້ອງ​ເປັນ​ເວລາ​ດົນ.

ຜ່ານ​ໄປ​ຫຼາຍ​ສິບ​ປີ​ແລ້ວ​ຫຼັງ​ຈາກ​ທີ່​ພີ່​ນ້ອງ​ຣັດ​ເຊ​ວ​ປະກາດ​ຂ່າວ​ທີ່​ໜ້າ​ຕື່ນ​ເຕັ້ນ​ນັ້ນ ຕັ້ງ​ແຕ່​ຕອນ​ນັ້ນ​ລາຊະອານາຈັກ​ໄດ້​ເຮັດ​ຫຍັງ​ສຳເລັດ​ໄປ​ແດ່​ແລ້ວ? ມີ​ຫຼາຍ​ແທ້ໆ! ໂດຍ​ທາງ​ລາຊະອານາຈັກ ພະ​ເຢໂຫວາ​ໄດ້​ຊຳຮະ​ປະຊາຊົນ​ຂອງ​ພະອົງ​ໃຫ້​ສະອາດ​ແລະ​ຝຶກ​ສອນ​ເຂົາ​ເຈົ້າ​ຕະຫຼອດ​ມາ. ຈາກ​ຈຳນວນ​ບໍ່​ເທົ່າ​ໃດ​ພັນ​ຄົນ​ໃນ​ປີ 1914 ເປັນ​ເກືອບ 8 ລ້ານ​ຄົນ​ໃນ​ທຸກ​ມື້​ນີ້. ຕົວ​ເຈົ້າ​ເອງ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຝຶກ​ສອນ​ນັ້ນ​ໃນ​ທາງ​ໃດ​ແດ່?

ໃນ​ທຸກ​ມື້​ນີ້​ເຮົາ​ມັກ​ໄດ້​ຍິນ​ພີ່​ນ້ອງ​ເວົ້າ​ວ່າ: “ລົດ​ກະສັດ​ຂອງ​ພະ​ເຢໂຫວາ​ຢູ່​ທາງ​ພາກ​ສະຫວັນ​ກຳລັງ​ເຄື່ອນ​ທີ່!” ການ​ເວົ້າ​ແບບ​ນັ້ນ​ກໍ​ບໍ່​ຜິດ. ທີ່​ຈິງ​ການ​ອ່ານ​ປຶ້ມ​ເຫຼັ້ມ​ນີ້​ຢ່າງ​ລະອຽດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ພາບ​ລົດ​ກະສັດ​ທີ່​ຢູ່​ເທິງ​ສະຫວັນ​ເຊິ່ງ​ໝາຍ​ເຖິງ​ສ່ວນ​ທີ່​ເບິ່ງ​ບໍ່​ເຫັນ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ວ່າ​ໄດ້​ເຄື່ອນ​ທີ່​ດ້ວຍ​ຄວາມ​ໄວ​ສູງ​ສຸດ​ມາ​ຕັ້ງ​ແຕ່​ປີ 1914 ແລ້ວ. ຜູ້​ປະກາດ​ລາຊະອານາຈັກ​ຄິດ​ຄົ້ນ​ວິທີ​ໃໝ່ໆຫຼາຍ​ວິທີ​ເພື່ອ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ ເຊັ່ນ: ໃຊ້​ໜັງສື​ພິມ ເດີນ​ຂະບວນ​ປະກາດ ບັນລະຍາຍ​ໂດຍ​ໃຊ້​ພາບ​ປະກອບ ໃຊ້​ບັດ​ໃຫ້​ຄຳ​ພະຍານ ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ ວິທະຍຸ ແລະ​ອິນເຕີເນັດ.

ເນື່ອງ​ຈາກ​ພະ​ເຢໂຫວາ​ອວຍ​ພອນ​ວຽກ​ຂອງ​ເຮົາ ຕອນ​ນີ້​ເຮົາ​ຈຶ່ງ​ພິມ​ປຶ້ມ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ກວ່າ 670 ພາສາ​ແລະ​ແຈກ​ຢາຍ​ໃຫ້​ກັບ​ຜູ້​ຄົນ​ໂດຍ​ບໍ່​ຄິດ​ໄລ່​ເງິນ. ອາສາ​ສະໝັກ​ຫຼາຍ​ຄົນ​ສະລະ​ເວລາ​ແລະ​ກຳລັງ​ເພື່ອ​ຊ່ວຍ​ວຽກ​ກໍ່​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ ຫໍ​ປະຊຸມ​ໃຫຍ່​ແລະ​ສຳນັກງານ​ສາຂາ ທັງ​ໃນ​ປະເທດ​ທີ່​ຮັ່ງມີ​ແລະ​ປະເທດ​ທີ່​ມີ​ຊັບພະຍາກອນ​ຈຳກັດ. ເມື່ອ​ມີ​ໄພ​ພິບັດ​ເກີດ​ຂຶ້ນ ພີ່​ນ້ອງ​ກໍ​ຟ້າວ​ໄປ​ຊ່ວຍ​ເຫຼືອ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະທົບ ນີ້​ເປັນ​ຂໍ້​ພິສູດ​ວ່າ​ເຂົາ​ເຈົ້າ​ຮັກ​ກັນ​ແລະ “ຊ່ວຍ​ກັນ​ໃນ​ເວລາ​ລຳບາກ.”—ສຸພາ. 17:17, ລ.ມ.

ບາງ​ຄັ້ງ​ພວກ​ນັກ​ເທດ​ນັກ​ບວດ​ແລະ​ຜູ້​ຕໍ່​ຕ້ານ​ຄົນ​ອື່ນໆ “ອອກ​ກົດ​ໝາຍ​ເພື່ອ​ສ້າງ​ຄວາມ​ເດືອນ​ຮ້ອນ, ລ.ມ.” ຂັດ​ຂວາງ​ວຽກ​ຂອງ​ເຮົາ ແຕ່​ເຖິງ​ຈະ​ເກີດ​ເລື່ອງ​ແບບ​ນີ້​ຫຼາຍ​ຄັ້ງ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຍັງ​ເຂັ້ມແຂງ ເພາະ​ເຮົາ​ເຫັນ​ວ່າ​ຄວາມ​ພະຍາຍາມ​ແບບ​ຜິດໆຂອງ​ເຂົາ​ເຈົ້າ​ໄດ້ “ເຮັດ​ໃຫ້​ຂ່າວ​ດີ​ຍິ່ງ​ແຜ່​ອອກ​ໄປ, ລ.ມ.”ເພງ. 94:20; ຟີລິບ 1:12

ພວກ​ເຮົາ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ໝູ່​ກັບ​ເຈົ້າ ເຮົາ​ທຸກ​ຄົນ​ເປັນ “ຄົນ​ຮັບໃຊ້” ທີ່​ເຮັດ​ວຽກ​ຮ່ວມ​ກັນ ຂໍ​ໃຫ້​ເຈົ້າ​ຮູ້​ວ່າ​ເຮົາ​ຮັກ​ເຈົ້າ​ຫຼາຍ ເຮົາ​ອະທິດຖານ​ຂໍ​ໃຫ້​ປຶ້ມ​ເຫຼັ້ມ​ນີ້​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຄຸນຄ່າ​ການ​ສອນ​ຈາກ​ພະເຈົ້າ​ຫຼາຍ​ຂຶ້ນ​ໃນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.—ມັດ. 24:45, ລ.ມ.

ດ້ວຍ​ຄວາມ​ຮັກ

ພີ່​ນ້ອງ​ຂອງ​ເຈົ້າ

ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ