ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ້າຍ: ພີ່​ນ້ອງ​ຍິງ​ທີ່​ເປັນ​ເຄາະ​ພໍ​ເທີ​ປະກາດ​ໃນ​ເກົາ​ຫຼີ​ປີ 1931 ຂວາ: ການ​ປະກາດ​ໂດຍ​ໃຊ້​ພາສາ​ມື​ໃນ​ປັດຈຸບັນ

ຕອນ 2

ການ​ປະກາດ​ເລື່ອງ​ລາຊະອານາຈັກ—ການ​ເຜີຍ​ແຜ່​ຂ່າວ​ດີ​ໄປ​ທົ່ວ​ໂລກ

ການ​ປະກາດ​ເລື່ອງ​ລາຊະອານາຈັກ—ການ​ເຜີຍ​ແຜ່​ຂ່າວ​ດີ​ໄປ​ທົ່ວ​ໂລກ

ເຈົ້າ​ຕື່ນ​ແຕ່​ເຊົ້າ​ໃນ​ມື້​ພັກ​ວຽກ​ເພື່ອ​ກຽມ​ຕົວ​ໄປ​ປະກາດ ແຕ່​ເຈົ້າ​ກໍ​ລັງເລ​ເພາະ​ຮູ້ສຶກ​ເມື່ອຍ. ຖ້າ​ເຊົ້າ​ມື້​ນີ້​ໄດ້​ພັກ​ແດ່​ຄື​ຊິ​ດີ​ຫຼາຍ! ແຕ່​ເຈົ້າ​ອະທິດຖານ​ແລ້ວ​ກໍ​ອອກ​ໄປ​ປະກາດ. ເຈົ້າ​ປະກາດ​ຄູ່​ກັບ​ພີ່​ນ້ອງ​ຍິງ​ສູງ​ອາຍຸ​ທີ່​ຮັບໃຊ້​ດ້ວຍ​ຄວາມ​ສັດ​ຊື່​ມາ​ດົນ ເຈົ້າ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ລາວ​ເປັນ​ຄົນ​ໃຈ​ດີ​ແລະ​ດຸ​ໝັ່ນ​ໃນ​ການ​ປະກາດ. ເມື່ອ​ເຈົ້າ​ບອກ​ຄວາມ​ຈິງ​ກັບ​ຜູ້​ຄົນ​ຕາມ​ບ້ານ​ເຮືອນ​ໄປ​ເລື້ອຍໆ ເຈົ້າ​ກໍ​ນຶກ​ເຖິງ​ພີ່​ນ້ອງ​ທົ່ວ​ໂລກ​ທີ່​ກຳລັງ​ບອກ​ຂ່າວ​ສານ​ເລື່ອງ​ດຽວ​ກັນ ໃຊ້​ປຶ້ມ​ແບບ​ດຽວ​ກັນ ແລະ​ໄດ້​ຮັບ​ການ​ສອນ​ແບບ​ດຽວ​ກັນ. ເມື່ອ​ກັບ​ມາ​ຮອດ​ເຮືອນ ເຈົ້າ​ກໍ​ຮູ້ສຶກ​ສົດ​ຊື່ນ ເຊົາ​ເມື່ອຍ ຖ້າ​ມື້​ນີ້​ບໍ່​ໄດ້​ໄປ​ປະກາດ​ຄົງ​ເສຍດາຍ​ແທ້ໆ!

ປັດຈຸບັນ​ນີ້ ວຽກ​ປະກາດ​ທີ່​ຄລິດສະຕຽນ​ເຮັດ​ເປັນ​ວຽກ​ຫຼັກ​ຂອງ​ລາຊະອານາຈັກ. ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ ວຽກ​ນີ້​ຈະ​ມີ​ຂອບ​ເຂດ​ທີ່​ກວ້າງ​ຂວາງ​ຫຼາຍ. (ມັດ. 24:14) ຄຳ​ພະຍາກອນ​ນີ້​ເກີດ​ຂຶ້ນ​ຈິງ​ແນວ​ໃດ? ໃນ​ຕອນ 2 ເຮົາ​ຈະ​ໄດ້​ຮຽນ​ເລື່ອງ​ຜູ້​ປະກາດ ວິທີ​ປະກາດ ແລະ​ເຄື່ອງ​ມື​ທີ່​ສຳຄັນ​ຕ່າງໆທີ່​ຄລິດສະຕຽນ​ໃຊ້​ໃນ​ວຽກ​ປະກາດ ເຊິ່ງ​ໄດ້​ຊ່ວຍ​ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ໃຫ້​ເຫັນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້.

ໃນຕອນນີ້

ບົດ​ທີ 6

ຜູ້​ປະກາດ​ຂ່າວ​ດີ—ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ເຮັດ​ວຽກ

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຈະ​ມີ​ຄົນ​ທີ່​ເຕັມ​ໃຈ​ສະໜັບສະໜູນ​ເພິ່ນ​ໃນ​ສະໄໝ​ສຸດ​ທ້າຍ? ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໄດ້​ແນວ​ໃດ​ວ່າ​ເຈົ້າ​ສະແຫວງ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ​ສະເໝິ?

ບົດ​ທີ 7

ວິທີ​ປະກາດ—ໃຊ້​ວິທີ​ປະກາດ​ເພື່ອ​ໃຫ້​ຂ່າວ​ສານ​ໄປ​ເຖິງ​ຜູ້​ຄົນ

ຮຽນ​ກ່ຽວ​ກັບ​ເຕັກນິກ​ໃໝ່ໆທີ່​ປະຊາຊົນ​ຂອງ​ພະເຈົ້າ​ເຄີຍ​ໃຊ້​ເພື່ອ​ຊອກ​ຫາ​ຜູ້​ຄົນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ກ່ອນ​ອະວະສານ​ຈະ​ມາ

ບົດ​ທີ 8

ເຄື່ອງ​ມື​ທີ່​ໃຊ້​ໃນ​ວຽກ​ປະກາດ—ການ​ພິມ​ສັບພະ​ໜັງສື​ທີ່​ໃຊ້​ໃນ​ເຂດ​ປະກາດ​ທົ່ວ​ໂລກ

ວຽກ​ແປ​ຂອງ​ເຮົາ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຍຊູ​ຢູ່​ເບື້ອງ​ຫຼັງ? ມີ​ຄວາມ​ຈິງ​ຫຍັງ​ແດ່​ກ່ຽວ​ກັບ​ສັບພະ​ໜັງສື​ຂອງ​ເຮົາ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ມີ​ຢູ່​ແທ້?

ບົດ​ທີ 9

ຜົນ​ຂອງ​ການ​ປະກາດ—‘ທົ່ງ​ນາ​ເຂົ້າ . . . ເຫຼືອ​ງ​ພໍ​ທີ່​ຈະ​ກ່ຽວ​ໄດ້​ແລ້ວ’

ພະ​ເຍຊູ​ສອນ​ບົດຮຽນ​ສຳຄັນ 2 ເລື່ອງ​ໃຫ້​ພວກ​ລູກ​ສິດ ເຊິ່ງ​ກ່ຽວ​ຂ້ອງ​ກັບ​ວຽກ​ກ່ຽວ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ບົດຮຽນ​ນັ້ນ​ມີ​ຜົນ​ຕໍ່​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້?