ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ້າຍ: ພີ່​ນ້ອງ​ຄົນ​ໜຶ່ງ​ຖືກ​ຈັບ​ໃນ​ຂະນະ​ທີ່​ກຳລັງ​ປະກາດ​ໃນ​ເມືອງ​ໄອ​ໂຮ​ເຟນ ປະເທດ​ໂຮ​ນ​ລັງ​ໃນ​ປີ 1945 ຂວາ: ປະເທດ​ຂອງ​ເຈົ້າ​ມີ​ກົດ​ໝາຍ​ຄຸ້ມຄອງ​ສິດທິ​ໃນ​ການ​ປະກາດ​ບໍ?

ຕອນ 4

ລາຊະອານາຈັກ​ໄດ້​ໄຊ​ຊະນະ—ຂ່າວ​ດີ​ໄດ້​ຮັບ​ການ​ຄຸ້ມຄອງ​ຕາມ​ກົດ​ໝາຍ

ລາຊະອານາຈັກ​ໄດ້​ໄຊ​ຊະນະ—ຂ່າວ​ດີ​ໄດ້​ຮັບ​ການ​ຄຸ້ມຄອງ​ຕາມ​ກົດ​ໝາຍ

ຕອນ​ທີ່​ກຳລັງ​ປະກາດ​ຕາມ​ບ້ານ​ເຮືອນ ເຈົ້າ​ໄດ້​ຍິນ​ສຽງ​ຫວໍ​ຂອງ​ລົດ​ຕຳ​ຫຼວດ​ດັງ​ຢູ່​ໄກໆ. ສຽງ​ນັ້ນ​ດັງ​ຂຶ້ນ​ເລື້ອຍໆ ໃນ​ຂະນະ​ທີ່​ເຈົ້າ​ເລີ່ມ​ເວົ້າ​ກັບ​ເຈົ້າ​ຂອງ​ເຮືອນ ລົດ​ຕຳ​ຫຼວດ​ກໍ​ມຸ່ງ​ໜ້າ​ມາ​ແລ້ວ​ຈອດ​ໃກ້ໆເຈົ້າ. ພີ່​ນ້ອງ​ທີ່​ໄປ​ກັບ​ເຈົ້າ​ຟ້າວ​ຫຼຽວ​ໄປ​ເບິ່ງ​ທັນທີ ຕຳ​ຫຼວດ​ອອກ​ມາ​ຈາກ​ລົດ​ແລ້ວ​ຖາມ​ວ່າ: “ພວກ​ເຈົ້າ​ສອງ​ຄົນ​ແມ່ນ​ບໍ​ທີ່​ຍ່າງ​ເຄາະ​ປະຕູ​ເຮືອນ​ນັ້ນ​ເຮືອນ​ນີ້​ເພື່ອ​ເຜີຍ​ແຜ່​ສາສະໜາ? ມີ​ຄົນ​ໂທ​ແຈ້ງ​ພວກ​ເຮົາ!” ເຈົ້າ​ຕອບ​ລາວ​ຢ່າງ​ສຸພາບ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ. ຈາກ​ນັ້ນ​ເກີດ​ຫຍັງ​ຂຶ້ນ?

ເຈົ້າ​ຈະ​ຖືກ​ຂໍ້​ຫາ​ຫຼື​ບໍ່​ນັ້ນ​ກໍ​ຂຶ້ນ​ກັບ​ວ່າ​ປະເທດ​ຂອງ​ເຈົ້າ​ເຄີຍ​ປະຕິບັດ​ກັບ​ພະຍານ​ພະ​ເຢໂຫວາ​ແນວ​ໃດ​ໃນ​ອະດີດ? ປະຊາຊົນ​ມີ​ເສລີ​ພາບ​ໃນ​ການ​ນັບຖື​ສາສະໜາ​ບໍ? ຖ້າ​ມີ ກໍ​ຄົງ​ຍ້ອນ​ພີ່​ນ້ອງ​ຊາຍ​ຍິງ​ຄລິດສະຕຽນ​ໄດ້​ພະຍາຍາມ​ຢ່າງ​ໜັກ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ​ເພື່ອ “ປົກ​ປ້ອງ​ຂ່າວ​ດີ​ແລະ​ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມ​ຮັບ​ຕາມ​ກົດ​ໝາຍ.” (ຟີລິບ 1:7, ລ.ມ.) ແລະ​ບໍ່​ວ່າ​ເຈົ້າ​ຈະ​ຢູ່​ປະເທດ​ໃດ ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ​ໄດ້​ເມື່ອ​ອ່ານ​ເລື່ອງ​ກ່ຽວ​ກັບ​ໄຊ​ຊະນະ​ທາງ​ກົດ​ໝາຍ​ຂອງ​ພະຍານ​ພະ​ເຢໂຫວາ. ໃນ​ຕອນ 4 ນີ້ ເຮົາ​ຈະ​ພິຈາລະນາ​ລາຍງານ​ບາງ​ເລື່ອງ​ທີ່​ໜ້າ​ປະທັບ​ໃຈ ໄຊ​ຊະນະ​ຂອງ​ເຮົາ​ເປັນ​ຫຼັກ​ຖານ​ທີ່​ໜ້າ​ຕື່ນ​ເຕັ້ນ​ເຊິ່ງ​ພິສູດ​ວ່າ​ລາຊະອານາຈັກ​ມີ​ຢູ່​ແທ້ ເພາະ​ຕາມ​ລຳພັງ​ຕົວ​ເຮົາ​ເອງ​ຄົງ​ບໍ່​ມີ​ທາງ​ເຮັດ​ໄດ້​ຂະໜາດ​ນີ້!

ໃນຕອນນີ້

ບົດ​ທີ 13

ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ

ຜູ້​ພິພາກສາ​ບາງ​ຄົນ​ໃນ​ສະໄໝ​ປັດຈຸບັນ​ເປັນ​ຄື​ກັບ​ຄາມາລຽນ​ອາຈານ​ສອນ​ກົດ​ໝາຍ​ໃນ​ສະໄໝ​ກ່ອນ

ບົດ​ທີ 14

ສະໜັບສະໜູນ​ລັດຖະບານ​ຂອງພະເຈົ້າພຽງ​ໜຶ່ງ​ດຽວ​ດ້ວຍ​ຄວາມ​ພັກດີ

“ແມ່ນ້ຳ” ແຫ່ງ​ການ​ກົດ​ຂີ່​ຂົ່ມເຫງ​ພະຍານ​ພະ​ເຢໂຫວາ​ໄດ້​ຖືກ​ກືນ​ກິນ​ໃຫ້​ໝົດ​ໄປ​ໂດຍ​ແຫຼ່ງ​ທີ່​ບໍ່​ໄດ້​ຄາດ​ຄິດ​ຍ້ອນ​ເຂົາ​ເຈົ້າ​ຮັກສາ​ຄວາມ​ເປັນ​ກາງ​ໃນ​ເລື່ອງ​ການ​ເມືອງ

ບົດ​ທີ 15

ຕໍ່​ສູ້​ເພື່ອ​ເສລີ​ພາບ​ໃນ​ການ​ນະມັດສະການ​ພະເຈົ້າ

ປະຊາຊົນ​ຂອງ​ພະເຈົ້າ​ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ທຳ​ທາງ​ກົດ​ໝາຍ—ກົດ​ໝາຍ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ