ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ້າຍ: ການ​ປະຊຸມ​ກາງ​ແຈ້ງ​ໃນ​ລອນດອນ ປະເທດ​ອັງກິດ​ໃນ​ປີ 1945 ຂວາ: ການ​ປະຊຸມ​ພິເສດ​ມື້​ດຽວ​ໃນ​ມາລາ​ວີ ທະວີບ​ອາ​ຝຼິກ​ກາ​ໃນ​ປີ 2012

ຕອນ 5

ລາຊະອານາຈັກ​ຂອງ​ພະເຈົ້າ​ໃຫ້​ການ​ສຶກສາ—ການ​ຝຶກ​ສອນ​ຜູ້​ຮັບໃຊ້​ກະສັດ​ເຍຊູ

ລາຊະອານາຈັກ​ຂອງ​ພະເຈົ້າ​ໃຫ້​ການ​ສຶກສາ—ການ​ຝຶກ​ສອນ​ຜູ້​ຮັບໃຊ້​ກະສັດ​ເຍຊູ

ເຈົ້າ​ສົ່ງ​ຍິ້ມ​ໃຫ້​ກຳລັງ​ໃຈ​ຜູ້​ບັນລະຍາຍ​ຢູ່​ເທິງ​ເວທີ. ພີ່​ນ້ອງ​ໜຸ່ມ​ຄົນ​ນີ້​ຢູ່​ປະຊາຄົມ​ດຽວ​ກັບ​ເຈົ້າ ນີ້​ເປັນ​ເທື່ອ​ທຳອິດ​ທີ່​ລາວ​ບັນລະຍາຍ​ໃນ​ການ​ປະຊຸມ​ໃຫຍ່. ໃນ​ຂະນະ​ທີ່​ເຈົ້າ​ຟັງ​ລາວ​ບັນລະຍາຍ ເຈົ້າ​ກໍ​ອົດ​ຄິດ​ບໍ່​ໄດ້​ວ່າ​ພະເຈົ້າ​ຝຶກ​ສອນ​ປະຊາຊົນ​ຂອງ​ພະອົງ​ໄດ້​ສຸດ​ຍອດ​ແທ້ໆ. ເຈົ້າ​ຍັງ​ຈື່​ຕອນ​ທີ່​ລາວ​ເລີ່ມ​ຝຶກ​ບັນລະຍາຍ​ຢູ່​ເທິງ​ເວທີ​ໃນ​ຕອນ​ທຳອິດ​ໄດ້ ແຕ່​ຕອນ​ນີ້​ຕ່າງ​ກັນ​ຫຼາຍ​ແທ້ໆກັບ​ຕອນ​ນັ້ນ! ລາວ​ກ້າວ​ໜ້າ​ຫຼາຍ​ຫຼັງ​ຈາກ​ເຂົ້າ​ໂຮງ​ຮຽນ​ໄພໂອເນຍ. ເມື່ອ​ບໍ່​ດົນ​ມາ​ນີ້ ລາວ​ກັບ​ເມຍ​ຫາ​ກໍ່​ຈົບ​ຈາກ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ. ໃນ​ຂະນະ​ທີ່​ເຈົ້າ​ຕົບ​ມື​ໃຫ້​ກັບ​ຄຳ​ບັນລະຍາຍ​ທີ່​ສຸດ​ຍອດ​ຂອງ​ລາວ ເຈົ້າ​ກໍ​ຫຼຽວ​ໄປ​ເບິ່ງ​ອ້ອມ​ຮອບ​ແລ້ວ​ກໍ​ຄິດ​ເຖິງ​ການ​ສອນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຮັບ.

ຄຳພີ​ໄບເບິນ​ບອກ​ໄວ້​ດົນ​ແລ້ວ​ວ່າ​ຈະ​ມີ​ສະໄໝ​ໜຶ່ງ​ທີ່​ປະຊາຊົນ​ທຸກ​ຄົນ​ຂອງ​ພະ​ເຢໂຫວາ​ຈະ “ໄດ້​ຮັບ​ການ​ສອນ” ຈາກ​ພະອົງ. (ເອຊາ. 54:13, ລ.ມ.) ແລະ​ຕອນ​ນີ້​ເຮົາ​ກໍ​ກຳລັງ​ຢູ່​ໃນ​ສະໄໝ​ນັ້ນ. ເຮົາ​ໄດ້​ຮັບ​ການ​ສຶກສາ​ຈາກ​ພະເຈົ້າ​ທັງ​ທາງ​ສັບພະ​ໜັງສື​ຂອງ​ເຮົາ ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໃຫຍ່ ແລະ​ໂຮງ​ຮຽນ​ຕ່າງໆເພື່ອ​ຝຶກ​ສອນ​ເຮົາ​ໃຫ້​ສາມາດ​ເຮັດ​ວຽກ​ມອບ​ໝາຍ​ແຕ່​ລະ​ຢ່າງ​ໃນ​ອົງການ​ຂອງ​ພະ​ເຢໂຫວາ. ໃນ​ຕອນ 5 ນີ້​ເຮົາ​ຈະ​ພິຈາລະນາ​ກ່ຽວ​ກັບ​ການ​ສຶກສາ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ຂໍ້​ພິສູດ​ທີ່​ໜັກແໜ້ນ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ກຳລັງ​ປົກຄອງ​ຢູ່.

ໃນຕອນນີ້

ບົດ​ທີ 16

ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ການ​ປະຊຸມ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

ບົດ​ທີ 17

ຜູ້​ຮັບໃຊ້​ໄດ້​ຮັບ​ການ​ຝຶກ​ສອນ​ຈາກ​ລາຊະອານາຈັກ

ໂຮງ​ຮຽນ​ເພື່ອ​ການ​ຮັບໃຊ້​ຕາມ​ລະບອບ​ຂອງ​ພະເຈົ້າ​ໄດ້​ກຽມ​ຜູ້​ຮັບໃຊ້​ສຳລັບ​ວຽກ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?