ຂ້າມໄປທີ່ເນື້ອໃນ

ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ທ່ານ​ອາດ​ຈະ​ຕອບ​ວ່າ . . .

  • ແມ່ນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ທ່ານ

  • ແມ່ນ​ເລື່ອງ​ທີ່​ເລົ່າ​ກັນ

  • ແມ່ນ​ລັດຖະບານ​ຢູ່​ໃນ​ສະຫວັນ

ຄຳພີ​ໄບເບິນ​ກ່າວ​ວ່າ

“ພະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ຈະ​ຕັ້ງ​ພະ​ລາຊະອານາຈັກ​ອັນ​ໜຶ່ງ​ໄວ້​ທີ່​ຈະ​ບໍ່​ຈິບຫາຍ​ສັກ​ເທື່ອ.”—ດານຽນ 2:44

“ລູກ​ຊາຍ​ອົງ​ໜຶ່ງ​ກໍ​ປະທານ​ໃຫ້​ແກ່​ພວກ​ເຮົາ ແລະ​ການ​ສະເຫວີຍ​ລາດ​ຈະ​ຕັ້ງ​ຢູ່​ບ່າ​ຂອງ​ພະອົງ.”—ເອຊາອີ 9:6

ເຮົາ​ຈະ​ໄດ້​ຫຍັງ?

  • ການ​ປົກຄອງ​ທີ່​ທ່ຽງ​ທຳ​ຈະ​ໃຫ້​ຄຳ​ແນະນຳ​ເພື່ອ ປັບ​ປຸງ​ຊີວິດ​ຂອງ​ທ່ານ​ໃຫ້​ດີ​ຂຶ້ນ.—ເອຊາອີ 48:17, 18

  • ໃນ​ໂລກ​ໃໝ່​ທີ່​ກຳລັງ​ຈະ​ມາ​ເຖິງ​ນີ້​ຄົນ​ເຮົາ​ຈະ​ບໍ່​ມີ​ຄວາມ​ເຈັບ​ປ່ວຍ​ແລະ​ບໍ່​ມີ​ຄວາມ​ທຸກ.—ຄຳປາກົດ 21:3, 4

ເຮົາ​ຈະ​ເຊື່ອ​ໄດ້​ແທ້ໆບໍ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ໄວ້?

ເຊື່ອ​ໄດ້​ແທ້ ຢ່າງ​ໜ້ອຍ​ມີ​ເຫດຜົນ​ສອງ​ຢ່າງ:

  • ພະ​ເຍຊູ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ລ່ວງ​ໜ້າ​ໃນ​ສິ່ງ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ສຳເລັດ. ພະ​ເຍຊູ​ສອນ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ຂໍ​ໃຫ້​ລະບົບ​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ປົກຄອງ​ແລະ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ເທິງ​ໂລກ​ນີ້. (ມັດທາຍ 6:9, 10) ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ຄຳ​ອະທິດຖານ​ນັ້ນ​ຈະ​ເປັນ​ຈິງ​ໄດ້​ແນວ​ໃດ.

    ຕອນ​ຢູ່​ເທິງ​ໂລກ​ນີ້ ພະ​ເຍຊູ​ໄດ້​ລ້ຽງ​ຄົນ​ທີ່​ຫິວ​ໂຫຍ ປິ່ນປົວ​ຄົນ​ເຈັບ​ປ່ວຍ ແລະ​ປຸກ​ຄົນ​ຕາຍ​ໃຫ້​ຄືນ! (ມັດທາຍ 15:29-38; ໂຢຮັນ 11:38-44) ໃນ​ຖານະ​ທີ່​ຈະ​ເປັນ​ຜູ້​ປົກຄອງ​ໃນ​ລັດຖະບານ​ຂອງ​ພະເຈົ້າ​ໃນ​ອະນາຄົດ ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ເພື່ອ​ປະໂຫຍດ​ຂອງ​ປະຊາຊົນ​ຂອງ​ພະອົງ.—ຄຳປາກົດ 11:15

  • ສະພາບການ​ຂອງ​ໂລກ​ເນັ້ນ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ໃນ​ໄວໆນີ້. ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ​ໂລກ​ຂອງ​ເຮົາ​ຈະ​ມີ​ສົງຄາມ ຄວາມ​ອຶດຢາກ ແລະ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ກ່ອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ສະຫງົບ​ສຸກ.—ມັດທາຍ 24:3, 7

    ເຮົາ​ເຫັນ​ແລ້ວ​ວ່າ​ໃນ​ທຸກ​ມື້​ນີ້​ໂລກ​ຂອງ​ເຮົາ​ເປັນ​ແບບ​ນັ້ນ​ແທ້ໆ. ດັ່ງ​ນັ້ນ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ບັນຫາ​ຕ່າງໆໝົດ​ໄປ.

ສິ່ງ​ທີ່​ຄວນ​ຄິດ​ເຖິງ

ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ເຮົາ​ຈະ​ມີ​ຊີວິດ​ແບບ​ໃດ?

ຄຳພີ​ໄບເບິນ​ມີ​ຄຳຕອບ​ໃນ​ພະທຳ ຄຳເພງ 37:29 ແລະ ເອຊາອີ 65:21-23