ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນ​ຫຍັງ​ໂລກ​ຂອງ​ເຮົາ​ຈຶ່ງ​ເປັນ​ແບບ​ນີ້?

ເປັນ​ຫຍັງ​ໂລກ​ຂອງ​ເຮົາ​ຈຶ່ງ​ເປັນ​ແບບ​ນີ້?

ເມື່ອ​ອ່ານ​ໜັງສື​ພິມ ເບິ່ງ​ໂທລະທັດ ຫຼື​ຟັງ​ວິທະຍຸ ເຈົ້າ​ອາດ​ໄດ້​ເຫັນ​ແລະ​ໄດ້​ຍິນ​ຂ່າວ​ຫຼາຍ​ເລື່ອງ​ກ່ຽວ​ກັບ​ອາດຊະຍາກຳ ສົງຄາມ ແລະ​ການ​ກໍ່​ການ​ຮ້າຍ ຫຼື​ເຈົ້າ​ອາດ​ເຈັບ​ປ່ວຍ​ດ້ວຍ​ພະຍາດ​ຮ້າຍແຮງ ຫຼື​ກຳລັງ​ໂສກ​ເສົ້າ​ຍ້ອນ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ.

ເຈົ້າ​ອາດ​ສົງໄສ​ວ່າ:

  • ເປັນ​ຫຍັງ​ເລື່ອງ​ຮ້າຍໆແບບ​ນີ້​ຈຶ່ງ​ເກີດ​ຂຶ້ນ?

  • ມີ​ຫຍັງ​ທີ່​ຈະ​ຊ່ວຍ​ຂ້ອຍ​ໃຫ້​ແກ້ໄຂ​ບັນຫາ​ໄດ້?

  • ຈະ​ມີ​ມື້​ທີ່​ໂລກ​ສະຫງົບ​ສຸກ​ບໍ?

ຄຳພີ​ໄບເບິນ​ມີ​ຄຳຕອບ

ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ຈະ​ເຮັດ​ສິ່ງ​ອັດສະຈັນ​ເພື່ອ​ມະນຸດ

  • ຈະ​ບໍ່​ມີ​ຜູ້​ໃດ​ເຖົ້າ​ລົງ ເຈັບ​ປ່ວຍ ແລະ​ຕາຍ​ອີກ​ເລີຍ.—ພະນິມິດ 21:4

  • “ຄົນ​ງ່ອຍ​ຈະ​ກະໂດດ​ໂລດ​ເຕັ້ນ​ໄດ້​ເໝືອນ​ກວາງ.”—ເອຊາອີ 35:6, ລ.ມ.

  • “ຄົນ​ຕາ​ບອດ​ຈະ​ມອງ​ເຫັນ.”—ເອຊາອີ 35:5, ລ.ມ.

  • ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ.—ໂຢຮັນ 5:28, 29

  • ຈະ​ບໍ່​ມີ​ຜູ້​ໃດ​ເຈັບ​ປ່ວຍ​ອີກ​ເລີຍ.—ເອຊາອີ 33:24

  • ຈະ​ມີ​ອາຫານ​ຢ່າງ​ອຸດົມ​ສົມບູນ​ສຳລັບ​ທຸກ​ຄົນ​ໃນ​ໂລກ.—ຄຳເພງ 72:16

ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຮັບ​ປະໂຫຍດ

ເຈົ້າ​ອາດ​ຄິດ​ວ່າ​ເລື່ອງ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເປັນ​ພຽງ​ຄວາມ​ເພີ້​ຝັນ​ເຊິ່ງ​ບໍ່​ມີ​ທາງ​ຈະ​ເປັນ​ໄປ​ໄດ້. ແຕ່​ພະເຈົ້າ​ສັນຍາ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ເຮັດ​ໃຫ້​ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ແທ້​ໃນ​ໂລກ ແລະ​ຄຳພີ​ໄບເບິນ​ກໍ​ອະທິບາຍ​ວ່າ​ພະອົງ​ຈະ​ເຮັດ​ແນວ​ໃດ.

ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ບອກ​ໃຫ້​ຮູ້​ອີກ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ສຸກ​ແທ້​ຕັ້ງ​ແຕ່​ຕອນ​ນີ້. ລອງ​ຄິດ​ເບິ່ງ​ວ່າ​ຕອນ​ນີ້​ເຈົ້າ​ມີ​ເລື່ອງ​ຫຍັງ​ແດ່​ທີ່​ກັງວົນ. ເຈົ້າ​ອາດ​ອຸກ​ໃຈ​ເລື່ອງ​ເງິນ ຄອບຄົວ ສຸຂະພາບ​ທີ່​ບໍ່​ດີ ຫຼື​ເລື່ອງ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ. ຄຳພີ​ໄບເບິນ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆເຫຼົ່າ​ນີ້​ໄດ້ ແລະ​ຍັງ​ມີ​ຄຳຕອບ​ທີ່​ເຮັດ​ໃຫ້​ເຈົ້າ​ສະບາຍ​ໃຈ​ສຳລັບ​ຄຳຖາມ​ຕໍ່​ໄປ​ນີ້:

ການ​ທີ່​ເຈົ້າ​ອ່ານ​ປຶ້ມ​ຫົວ​ນີ້​ສະແດງ​ວ່າ​ເຈົ້າ​ກໍ​ຢາກ​ຮູ້​ວ່າ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຫຍັງ. ປຶ້ມ​ຫົວ​ນີ້​ຊ່ວຍ​ເຈົ້າ​ໄດ້. ຂໍ​ໃຫ້​ສັງເກດ​ວ່າ​ຈະ​ມີ​ຄຳຖາມ​ຂອງ​ແຕ່​ລະ​ຂໍ້​ຢູ່​ທາງ​ລຸ່ມ​ຂອງ​ແຕ່​ລະ​ໜ້າ. ຖ້າ​ເຈົ້າ​ຄິດ​ກ່ຽວ​ກັບ​ຄຳຖາມ​ເຫຼົ່ານີ້ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ຫຼາຍ​ລ້ານ​ຄົນ​ມັກ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ເຮົາ​ຫວັງ​ວ່າ​ເຈົ້າ​ຈະ​ມັກ​ຄື​ກັນ. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆຖ້າ​ໄດ້​ຮຽນ​ຄຳພີ​ໄບເບິນ!