ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 4

ພະ​ເຢຊູ​ຄລິດ​ແມ່ນ​ໃຜ?

ພະ​ເຢຊູ​ຄລິດ​ແມ່ນ​ໃຜ?

1, 2. (ກ) ຖ້າ​ເຈົ້າ​ຮູ້ຈັກ​ແຕ່​ຊື່​ຂອງ​ຄົນ​ທີ່​ມີ​ຊື່ສຽງ​ໝາຍ​ຄວາມ​ວ່າ​ເຈົ້າ​ຮູ້ຈັກ​ຄົນ​ນັ້ນ​ແທ້ໆບໍ? ຂໍ​ໃຫ້​ອະທິບາຍ. (ຂ) ຫຼາຍ​ຄົນ​ຄິດ​ວ່າ​ພະ​ເຢຊູ​ແມ່ນ​ໃຜ?

ໃນ​ໂລກ​ນີ້​ມີ​ຄົນ​ທີ່​ມີ​ຊື່ສຽງ​ຢູ່​ຫຼາຍ​ຄົນ. ເຈົ້າ​ອາດ​ຮູ້ຈັກ​ຊື່​ຂອງ​ບາງ​ຄົນ ແຕ່​ການ​ຮູ້ຈັກ​ຊື່​ຂອງ​ລາວ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຮູ້ຈັກ​ລາວ​ດີ ຫຼື​ຮູ້ຈັກ​ນິດໄສ​ໃຈ​ຄໍ​ຂອງ​ລາວ​ແທ້ໆວ່າ​ເປັນ​ຄົນ​ແນວ​ໃດ.

2 ເຈົ້າ​ອາດ​ເຄີຍ​ໄດ້​ຍິນ​ເລື່ອງ​ພະ​ເຢຊູ ເຖິງ​ວ່າ​ເພິ່ນ​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ປະມານ 2.000 ປີ​ມາ​ແລ້ວ. ແຕ່​ຄົນ​ສ່ວນ​ຫຼາຍ​ບໍ່​ຮູ້​ວ່າ​ພະ​ເຢຊູ​ເປັນ​ຄົນ​ແບບ​ໃດ. ມີ​ບາງ​ຄົນ​ບອກ​ວ່າ​ເພິ່ນ​ເປັນ​ຄົນ​ດີ​ຄົນ​ໜຶ່ງ ບາງ​ຄົນ​ບອກ​ວ່າ​ເພິ່ນ​ເປັນ​ຜູ້​ພະຍາກອນ ສ່ວນ​ບາງ​ຄົນ​ກໍ​ບອກ​ວ່າ​ເພິ່ນ​ເປັນ​ພະເຈົ້າ. ແລ້ວ​ເຈົ້າ​ເດ ເຈົ້າ​ຄິດ​ວ່າ​ພະ​ເຢຊູ​ແມ່ນ​ໃຜ?—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 12

3. ເປັນ​ຫຍັງ​ການ​ຮູ້ຈັກ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຢຊູ​ຄລິດ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ?

3 ການ​ຮູ້ຈັກ​ຄວາມ​ຈິງ​ວ່າ​ພະ​ເຢຊູ​ແມ່ນ​ໃຜ​ນັ້ນ​ເປັນ​ເລື່ອງ​ສຳຄັນ. ຍ້ອນ​ຫຍັງ? ຍ້ອນ​ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: “ຜູ້​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຕ້ອງ​ຮູ້ຈັກ​ພະອົງ​ທີ່​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ ແລະ​ຮູ້ຈັກ​ຜູ້​ທີ່​ພະອົງ​ໃຊ້​ມາ ຜູ້​ນັ້ນ​ແມ່ນ​ເຢຊູ​ຄລິດ.” (ໂຢຮັນ 17:3) ຖ້າ​ເຈົ້າ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ເຈົ້າ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ. (ໂຢຮັນ 14:6) ນອກ​ຈາກ​ນັ້ນ ການ​ຮູ້​ກ່ຽວ​ກັບ​ຊີວິດ​ຂອງ​ພະ​ເຢຊູ​ຍັງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ໃນ​ຕອນ​ນີ້​ນຳ​ອີກ ເພາະ​ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ໃຊ້​ຊີວິດ​ແລະ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ. (ໂຢຮັນ 13:34, 35) ໃນ​ບົດ​ທີ 1 ເຮົາ​ໄດ້​ຮຽນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແລ້ວ. ຕອນ​ນີ້​ເຮົາ​ຈະ​ມາ​ຮຽນ​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ເລື່ອງ​ພະ​ເຢຊູ.

“ພວກ​ເຮົາ​ພົບ​ເມຊີອາ​ແລ້ວ”

4. ຄຳ​ວ່າ “ເມຊີອາ” ແລະ “ພະຄລິດ” ໝາຍ​ເຖິງ​ຫຍັງ?

4 ດົນ​ນານ​ມາ​ແລ້ວ​ກ່ອນ​ທີ່​ພະ​ເຢຊູ​ຈະ​ເກີດ ພະ​ເຢໂຫວາ​ສັນຍາ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ຈະ​ສົ່ງ​ເມຊີອາ​ຫຼື​ພະຄລິດ​ມາ. ເມຊີອາ​ແລະ​ພະຄລິດ​ເປັນ​ຄຳ​ບອກ​ຕຳແໜ່ງ. ຄຳ​ວ່າ “ເມຊີອາ” ມາ​ຈາກ​ຄຳ​ພາສາ​ເຮັບເຣີ. ສ່ວນ​ຄຳ​ວ່າ “ພະຄລິດ” ມາ​ຈາກ​ຄຳ​ພາສາ​ກຣີກ ເຊິ່ງ​ທັງ​ສອງ​ຄຳ​ນີ້​ໝາຍ​ເຖິງ ຜູ້​ທີ່​ພະເຈົ້າ​ແຕ່ງ​ຕັ້ງ​ໃຫ້​ມີ​ຕຳແໜ່ງ​ພິເສດ. ເມຊີອາ​ຄົນ​ນີ້​ຈະ​ເຮັດ​ໃຫ້​ທຸກ​ເລື່ອງ​ທີ່​ພະເຈົ້າ​ສັນຍາ​ໄວ້​ເກີດ​ຂຶ້ນ​ແທ້. ດັ່ງ​ນັ້ນ ຕັ້ງ​ແຕ່​ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ເກີດ ຜູ້​ຄົນ​ລໍ​ຖ້າ​ການ​ມາ​ຂອງ​ເມຊີອາ ແລະ​ສົງໄສ​ວ່າ​ໃຜ​ທີ່​ຈະ​ເປັນ​ເມຊີອາ?

5. ລູກສິດ​ຂອງ​ພະ​ເຢຊູ​ເຊື່ອ​ບໍ​ວ່າ​ເພິ່ນ​ເປັນ​ເມຊີອາ?

5 ລູກສິດ​ຂອງ​ພະ​ເຢຊູ​ໝັ້ນ​ໃຈ​ວ່າ​ເພິ່ນ​ເປັນ​ເມຊີອາ​ຕາມ​ທີ່​ພະເຈົ້າ​ສັນຍາ​ໄວ້. (ໂຢຮັນ 1:41) ຕົວຢ່າງ​ເຊັ່ນ: ຊີໂມນ​ເປໂຕ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ທ່ານ​ເປັນ​ພະຄລິດ.” (ມັດທາຍ 16:16) ແລ້ວ​ເຮົາ​ເດ ມີ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢຊູ​ເປັນ​ເມຊີອາ?

6. ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ຄົນ​ທີ່​ຈິງ​ໃຈ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ເມຊີອາ?

6 ດົນ​ນານ​ມາ​ແລ້ວ​ກ່ອນ​ພະ​ເຢຊູ​ເກີດ ພະ​ເຢໂຫວາ​ໃຊ້​ຜູ້​ພະຍາກອນ​ຂອງ​ພະອົງ​ຂຽນ​ລາຍ​ລະອຽດ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ເມຊີອາ. ເປັນ​ຫຍັງ​ຕ້ອງ​ເຮັດ​ແບບ​ນັ້ນ? ສົມມຸດ​ວ່າ​ໝູ່​ຂໍ​ໃຫ້​ເຈົ້າ​ໄປ​ຮັບ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ເຈົ້າ​ບໍ່​ຮູ້ຈັກ​ແລະ​ບໍ່​ເຄີຍ​ເຫັນ​ໜ້າ​ຈັກ​ເທື່ອ​ຢູ່​ຄິວ​ລົດ​ເມ​ເຊິ່ງ​ມີ​ຄົນ​ຫຼາຍ. ເຈົ້າ​ຄິດ​ວ່າ​ຈະ​ຊອກ​ຫາ​ຄົນ​ນັ້ນ​ເຫັນ​ບໍ? ຄື​ຊິ​ບໍ່​ເຫັນ. ແຕ່​ຖ້າ​ໝູ່​ອະທິບາຍ​ລັກສະນະ​ຂອງ​ຄົນ​ນັ້ນ​ຢ່າງ​ລະອຽດ ເຈົ້າ​ກໍ​ຈະ​ຊອກ​ຫາ​ລາວ​ໄດ້​ງ່າຍ​ຂຶ້ນ​ແມ່ນ​ບໍ? ເລື່ອງ​ເມຊີອາ​ກໍ​ຄື​ກັນ. ພະ​ເຢໂຫວາ​ບອກ​ລາຍ​ລະອຽດ​ວ່າ​ເມຊີອາ​ຈະ​ເຮັດ​ຫຍັງ​ແດ່​ແລະ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເພິ່ນ. ເມື່ອ​ເຫັນ​ວ່າ​ຄຳ​ພະຍາກອນ​ທຸກ​ເລື່ອງ​ກົງ​ກັບ​ພະ​ເຢຊູ ຄົນ​ທີ່​ຈິງ​ໃຈ​ຊອກ​ຫາ​ເມຊີອາ​ກໍ​ຈະ​ຮູ້​ເລີຍ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ.

7. ຄຳ​ພະຍາກອນ 2 ເລື່ອງ​ຫຍັງ​ທີ່​ພິສູດ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ?

7 ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ສອງ​ເລື່ອງ​ນຳ​ກັນ. ເລື່ອງ​ທຳອິດ ຜູ້​ພະຍາກອນ​ມີເກ​ບອກ​ໄວ້​ລ່ວງ​ໜ້າ 700 ປີ​ກ່ອນ​ທີ່​ພະ​ເຢຊູ​ຈະ​ເກີດ ລາວ​ບອກ​ວ່າ​ເມຊີອາ​ຈະ​ມາ​ເກີດ​ໃນ​ເມືອງ​ນ້ອຍໆຊື່​ເບັດເລເຮັມ. (ມີເກ 5:2) ແລ້ວ​ພະ​ເຢຊູ​ກໍ​ເກີດ​ຢູ່​ເມືອງ​ນັ້ນ​ແທ້ໆ. (ມັດທາຍ 2:1, 3-9) ເລື່ອງ​ທີ 2 ຜູ້​ພະຍາກອນ​ດານີເອນ​ບອກ​ວ່າ​ເມຊີອາ​ຈະ​ຖືກ​ລະບຸ​ຕົວຢ່າງ​ຈະ​ແຈ້ງ​ໃນ​ປີ ຄ.ສ 29 ແລະ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ. (ດານຽນ 9:25) ນີ້​ເປັນ​ພຽງ​ສອງ​ເລື່ອງ​ໃນ​ຄຳ​ພະຍາກອນ​ຫຼາຍໆເລື່ອງ​ທີ່​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ​ຕາມ​ຄຳ​ສັນຍາ.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 13

ພະ​ເຢຊູ​ເປັນ​ເມຊີອາ​ຫຼື​ພະຄລິດ​ຕອນ​ທີ່​ເພິ່ນ​ຮັບ​ບັບເຕມາ

8, 9. ມີ​ຫຍັງ​ເກີດ​ຂຶ້ນ​ຕອນ​ພະ​ເຢຊູ​ຮັບ​ບັບເຕມາ​ເຊິ່ງ​ພິສູດ​ວ່າ​ເພິ່ນ​ເປັນ​ເມຊີອາ?

8 ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ເຮັດ​ໃຫ້​ເຫັນ​ແຈ້ງ​ດ້ວຍ​ພະອົງ​ເອງ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. ພະອົງ​ສັນຍາ​ກັບ​ໂຢຮັນ​ຜູ້​ໃຫ້​ບັບເຕມາ *ວ່າ​ພະອົງ​ຈະ​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ລາວ​ຮູ້​ວ່າ​ໃຜ​ເປັນ​ເມຊີອາ. ໂຢຮັນ​ໄດ້​ເຫັນ​ການ​ອັດສະຈັນ​ນີ້​ຕອນ​ທີ່​ພະ​ເຢຊູ​ໄປ​ຫາ​ລາວ​ເພື່ອ​ຮັບ​ບັບເຕມາ​ຢູ່​ແມ່ນ້ຳ​ຈໍ​ແດນ​ໃນ​ປີ ຄ.ສ 29. ຄຳພີ​ໄບເບິນ​ເລົ່າ​ເຫດການ​ຕອນ​ນັ້ນ​ວ່າ: “ເມື່ອ​ຮັບ​ບັບເຕມາ​ແລ້ວ ພະ​ເຢຊູ​ກໍ​ຂຶ້ນ​ຈາກ​ນ້ຳ​ທັນທີ ແລະ​ຕອນ​ນັ້ນ​ທ້ອງຟ້າ​ກໍ​ເປີດ​ອອກ ແລະ​ໂຢຮັນ​ເຫັນ​ພະລັງ​ຂອງ​ພະເຈົ້າ​ຮູບ​ຮ່າງ​ຄື​ກັບ​ນົກ​ເຂົາ​ໄດ້​ລົງ​ມາ​ຢູ່​ເທິງ​ພະ​ເຢຊູ. ແລ້ວ​ກໍ​ມີ​ສຽງ​ເວົ້າ​ຈາກ​ຟ້າ​ວ່າ: ‘ນີ້​ແມ່ນ​ລູກ​ຮັກ​ຂອງ​ເຮົາ ເຮົາ​ພໍ​ໃຈ​ໃນ​ຕົວ​ລາວ​ຫຼາຍ.’” (ມັດທາຍ 3:16, 17) ເມື່ອ​ໂຢຮັນ​ເຫັນ​ການ​ອັດສະຈັນ​ນີ້​ແລະ​ໄດ້​ຍິນ​ສຽງ​ພະເຈົ້າ ລາວ​ຮູ້​ທັນທີ​ເລີຍ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. (ໂຢຮັນ 1:32-34) ໃນ​ມື້​ນັ້ນ​ແຫຼະ​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ເມຊີອາ​ໂດຍ​ເທ​ພະລັງ​ຂອງ​ພະອົງ​ລົງ​ເທິງ​ເພິ່ນ ເຊິ່ງ​ເປັນ​ການ​ສະແດງ​ໃຫ້​ຮູ້​ວ່າ​ພະເຈົ້າ​ເລືອກ​ພະ​ເຢຊູ​ໃຫ້​ເປັນ​ຜູ້​ນຳ​ແລະ​ເປັນ​ກະສັດ.—ເອຊາອີ 55:4

9 ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ຄຳເວົ້າ​ຂອງ​ພະ​ເຢໂຫວາ ລວມ​ທັງ​ການ​ອັດສະຈັນ​ທີ່​ພະອົງ​ເຮັດ​ຕອນ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ເປັນ​ຫຼັກ​ຖານ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. ແຕ່​ພະ​ເຢຊູ​ມາ​ຈາກ​ໃສ ແລະ​ເປັນ​ຄົນ​ແບບ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ເລື່ອງ​ນີ້​ແນວ​ໃດ.

ພະ​ເຢຊູ​ມາ​ຈາກ​ໃສ?

10. ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢຊູ​ເຄີຍ​ຢູ່​ໃສ​ກ່ອນ​ຈະ​ມາ​ເກີດ​ຢູ່​ໂລກ?

10 ຄຳພີ​ໄບເບິນ​ສອນ​ວ່າ ພະ​ເຢຊູ​ເປັນ​ທູດ​ສະຫວັນ​ຢູ່​ໃນ​ສະຫວັນ​ແຕ່​ດົນ​ແລ້ວ​ກ່ອນ​ຈະ​ມາ​ເກີດ​ຢູ່​ໂລກ. ມີເກ​ບອກ​ວ່າ​ເມຊີອາ​ມີ​ຊີວິດ​ຢູ່ “ມາ​ນານ​ແສນ​ນານ.” (ມີເກ 5:2, ລ.ມ.) ແລະ​ພະ​ເຢຊູ​ເອງ​ກໍ​ເວົ້າ​ຫຼາຍ​ຄັ້ງວ່າ​ເພິ່ນເຄີຍ​ຢູ່​ໃນ​ສະຫວັນ​ກ່ອນ​ມາ​ເກີດ​ເປັນ​ມະນຸດ. (ອ່ານ​ໂຢຮັນ 3:13; 6:38, 62; 17:4, 5) ດັ່ງ​ນັ້ນ ພະ​ເຢຊູ​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ​ຕັ້ງ​ແຕ່​ກ່ອນ​ຈະ​ມາ​ຢູ່​ໂລກ​ດ້ວຍ​ຊ້ຳ.

11. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຮັກ​ພະ​ເຢຊູ​ຫຼາຍ?

11 ພະ​ເຢໂຫວາ​ຮັກ​ພະ​ເຢຊູ​ຫຼາຍ. ຍ້ອນ​ຫຍັງ? ຍ້ອນ​ພະອົງ​ສ້າງ​ພະ​ເຢຊູ​ກ່ອນ​ທຸກ​ສິ່ງ​ທຸກ​ຢ່າງ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຖືກ​ເອີ້ນ​ວ່າ “ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.” * (ໂກໂລຊາຍ 1:15) ອີກ​ເຫດຜົນ​ໜຶ່ງ​ທີ່​ພະ​ເຢໂຫວາ​ຮັກ​ພະ​ເຢຊູ​ຫຼາຍ​ກໍ​ຍ້ອນ​ພະ​ເຢຊູ​ເປັນ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ສ້າງ​ດ້ວຍ​ຕົວ​ເອງ. ດັ່ງ​ນັ້ນ ຄຳພີ​ໄບເບິນ​ຈຶ່ງ​ເອີ້ນ​ພະ​ເຢຊູ​ວ່າ: “ລູກ​ຄົນ​ດຽວ​ຂອງ​ພະເຈົ້າ.” (ໂຢຮັນ 3:16) ພະ​ເຢຊູ​ຍັງ​ເປັນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພະ​ເຢໂຫວາ​ໃຊ້​ໃຫ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ. (ໂກໂລຊາຍ 1:16) ນອກ​ຈາກ​ນັ້ນ ພະ​ເຢຊູ​ເປັນ​ຜູ້​ດຽວ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ: “ໂຄສົກ” ຫຼື​ຜູ້​ເວົ້າ​ແທນ​ພະເຈົ້າ ເພາະ​ພະ​ເຢໂຫວາ​ໃຫ້​ເພິ່ນ​ຖ່າຍ​ທອດ​ຂ່າວ​ສານ​ແລະ​ຄຳ​ສັ່ງ​ຕ່າງໆຂອງ​ພະອົງ​ໄປ​ເຖິງ​ທູດ​ສະຫວັນ​ແລະ​ມະນຸດ.—ໂຢຮັນ 1:14

12. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢຊູ​ກັບ​ພະເຈົ້າ​ບໍ່​ໄດ້​ເປັນ​ອົງ​ດຽວ​ກັນ?

12 ບາງ​ຄົນ​ເຊື່ອ​ວ່າ​ພະ​ເຢຊູ​ກັບ​ພະເຈົ້າ​ເປັນ​ອົງ​ດຽວ​ກັນ. ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແບບ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢຊູ​ຖືກ​ສ້າງ​ຂຶ້ນ​ມາ ເຊິ່ງ​ໝາຍ​ຄວາມ​ວ່າ​ພະ​ເຢຊູ​ມີ​ຈຸດ​ເລີ່ມ​ຕົ້ນ. ສ່ວນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ. ພະອົງ​ມີ​ຊີວິດ​ຢູ່​ຕະຫຼອດ​ມາ​ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ. (ຄຳເພງ 90:2) ໃນ​ຖານະ​ລູກ ພະ​ເຢຊູ​ບໍ່​ເຄີຍ​ຄິດ​ຢາກ​ເປັນ​ພະເຈົ້າ. ຄຳພີ​ໄບເບິນ​ສອນ​ຢ່າງ​ຈະ​ແຈ້ງ​ວ່າ​ພະເຈົ້າ​ຜູ້​ເປັນ​ພໍ່​ຍິ່ງໃຫຍ່​ກວ່າ​ລູກ. (ອ່ານ​ໂຢຮັນ 14:28; 1 ໂກຣິນໂທ 11:3) ພະ​ເຢໂຫວາ​ອົງ​ດຽວ​ເປັນ “ພະເຈົ້າ​ອົງ​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” (ຕົ້ນເດີມ 17:1) ດັ່ງ​ນັ້ນ ພະອົງ​ເປັນ​ອົງ​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 14

13. ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບອກ​ວ່າ​ພະ​ເຢຊູ “ຖອດ​ແບບ​ພະເຈົ້າ​ທີ່​ພວກ​ເຮົາ​ເບິ່ງ​ບໍ່​ເຫັນ”?

13 ພະ​ເຢໂຫວາ​ແລະ​ພະ​ເຢຊູ​ລູກ​ຂອງ​ພະອົງ​ເຮັດ​ວຽກ​ນຳ​ກັນ​ມາ​ດົນ​ຫຼາຍ​ພັນ​ລ້ານ​ປີ​ກ່ອນ​ທີ່​ຈະ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ. ພວກ​ເພິ່ນ​ຕ້ອງ​ຮັກ​ກັນ​ຫຼາຍ​ແທ້ໆ! (ໂຢຮັນ 3:35; 14:31) ພະ​ເຢຊູ​ຮຽນ​ແບບ​ນິດໄສ​ໃຈ​ຄໍ​ພໍ່​ຂອງ​ເພິ່ນ​ທຸກ​ຢ່າງ​ຈົນ​ຄຳພີ​ໄບເບິນ​ບອກ​ວ່າ “ເພິ່ນ​ຖອດ​ແບບ​ພະເຈົ້າ​ທີ່​ພວກ​ເຮົາ​ເບິ່ງ​ບໍ່​ເຫັນ.”—ໂກໂລຊາຍ 1:15

14. ພະ​ເຢຊູ​ມາ​ເກີດ​ເປັນ​ມະນຸດ​ໄດ້​ແນວ​ໃດ?

14 ພະ​ເຢຊູ​ລູກ​ທີ່​ພະ​ເຢໂຫວາ​ຮັກ​ຫຼາຍ​ທີ່​ສຸດ​ເຕັມ​ໃຈ​ສະລະ​ຊີວິດ​ທີ່​ຢູ່​ໃນ​ສະຫວັນ​ແລ້ວ​ມາ​ເກີດ​ເປັນ​ມະນຸດ​ຢູ່​ໂລກ. ເລື່ອງ​ນີ້​ເປັນ​ໄປ​ໄດ້​ແນວ​ໃດ? ພະ​ເຢໂຫວາ​ເຮັດ​ການ​ອັດສະຈັນ​ໂດຍ​ຍ້າຍ​ຊີວິດ​ພະ​ເຢຊູ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ໃນ​ທ້ອງ​ຂອງ​ມາຣີ​ທີ່​ເປັນ​ສາວ​ບໍລິສຸດ. ດັ່ງ​ນັ້ນ ໂດຍ​ວິທີ​ນີ້​ພະ​ເຢຊູ​ຈຶ່ງ​ບໍ່​ຕ້ອງ​ມີ​ພໍ່​ທີ່​ເປັນ​ມະນຸດ. ມາຣີ​ໃຫ້​ກຳເນີດ​ລູກ​ຊາຍ​ທີ່​ສົມບູນ​ແບບ ແລະ​ລາວ​ຕັ້ງ​ຊື່​ລູກ​ວ່າ​ເຢຊູ.—ລູກາ 1:30-35

ພະ​ເຢຊູ​ເປັນ​ຄົນ​ແບບ​ໃດ?

15. ເຈົ້າ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

15 ປຶ້ມ​ຂ່າວ​ດີ 4 ຫົວ​ໃນ​ຄຳພີ​ໄບເບິນ ເຊັ່ນ: ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ​ບອກ​ກ່ຽວ​ກັບ​ຊີວິດ​ແລະ​ນິດໄສ​ໃຈ​ຄໍ​ຂອງ​ພະ​ເຢຊູ. ຖ້າ​ເຮົາ​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ໃນ​ປຶ້ມ 4 ຫົວ​ນີ້​ກໍ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ຈັກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຫຼາຍ​ຂຶ້ນ ເພາະ​ພະ​ເຢຊູ​ຄື​ກັບ​ພໍ່​ຂອງ​ເພິ່ນ​ຫຼາຍ. ພະ​ເຢຊູ​ເຄີຍ​ບອກ​ໄວ້​ວ່າ: “ຜູ້​ທີ່​ໄດ້​ເຫັນ​ຂ້ອຍ​ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່.”—ໂຢຮັນ 14:9

16. ພະ​ເຢຊູ​ສອນ​ເລື່ອງ​ຫຍັງ​ແລະ​ເລື່ອງ​ທີ່​ເພິ່ນ​ສອນ​ມາ​ຈາກ​ໃສ?

16 ຫຼາຍ​ຄົນ​ເອີ້ນ​ພະ​ເຢຊູ​ວ່າ “ອາຈານ.” (ໂຢຮັນ 1:38; 13:13) ເພິ່ນ​ສອນ​ເລື່ອງ​ຫຍັງ? ເລື່ອງ​ສຳຄັນ​ທີ່​ສຸດ​ເລື່ອງ​ໜຶ່ງ​ທີ່​ເພິ່ນ​ສອນ​ແມ່ນ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.” ການ​ປົກຄອງ​ນີ້​ແມ່ນ​ຫຍັງ? ແມ່ນ​ລັດຖະບານ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ຈະ​ປົກຄອງ​ທົ່ວ​ໂລກ​ແລະ​ຈະ​ເຮັດ​ໃຫ້​ຄົນ​ທີ່​ເຊື່ອ​ຟັງ​ພະເຈົ້າ​ໄດ້​ຮັບ​ພອນ. (ມັດທາຍ 4:23) ທຸກ​ສິ່ງ​ທີ່​ພະ​ເຢຊູ​ສອນ​ມາ​ຈາກ​ພະ​ເຢໂຫວາ. ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ບໍ່​ໄດ້​ສອນ​ຄຳ​ສອນ​ຂອງ​ຂ້ອຍ​ເອງ ແຕ່​ເປັນ​ຄຳ​ສອນ​ຂອງ​ພະອົງ​ທີ່​ໃຊ້​ຂ້ອຍ​ມາ.” (ໂຢຮັນ 7:16) ພະ​ເຢຊູ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຄົນ​ໄດ້​ຍິນ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ຈະ​ມາ​ປົກຄອງ​ໂລກ​ນີ້.

17. ພະ​ເຢຊູ​ສອນ​ຢູ່​ໃສ​ແດ່? ເປັນ​ຫຍັງ​ເພິ່ນ​ຈຶ່ງ​ທຸ່ມເທ​ໃຫ້​ກັບ​ວຽກ​ສອນ​ຜູ້​ຄົນ?

17 ພະ​ເຢຊູ​ໄປ​ສອນ​ຢູ່​ທຸກ​ບ່ອນ​ທີ່​ມີ​ຄົນ ບໍ່​ວ່າ​ຈະ​ເປັນ​ຊົນນະບົດ ໃນ​ເມືອງ ໃນ​ບ້ານ​ຕ່າງໆ ໃນ​ຕະຫຼາດ ວິຫານ ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ ແລະ​ຕາມ​ເຮືອນ. ພະ​ເຢຊູ​ບໍ່​ໄດ້​ລໍ​ຖ້າ​ໃຫ້​ຜູ້​ຄົນ​ມາ​ຫາ​ເພິ່ນ ແຕ່​ເພິ່ນ​ເປັນ​ຝ່າຍ​ໄປ​ຫາ​ພວກ​ເຂົາ. (ມາຣະໂກ 6:56; ລູກາ 19:5, 6) ພະ​ເຢຊູ​ທຸ່ມເທ​ກຳລັງ​ແລະ​ເວລາ​ເພື່ອ​ສອນ​ຜູ້​ຄົນ​ຢ່າງ​ຂະຫຍັນ​ຂັນແຂງ. ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເຮັດ​ແບບ​ນັ້ນ? ກໍ​ຍ້ອນ​ເພິ່ນ​ຮູ້​ວ່າ​ພະເຈົ້າ​ຢາກ​ໃຫ້​ເພິ່ນ​ເຮັດ ແລະ​ເພິ່ນ​ເຊື່ອ​ຟັງ​ພໍ່​ຂອງ​ເພິ່ນ​ສະເໝີ. (ໂຢຮັນ 8:28, 29) ອີກ​ເຫດຜົນ​ໜຶ່ງ​ທີ່​ພະ​ເຢຊູ​ປະກາດ​ແລະ​ສອນ​ກໍ​ຍ້ອນ​ເພິ່ນ​ອີ່ຕົນ​ຜູ້​ຄົນ. (ອ່ານ​ມັດທາຍ 9:35, 36) ເພິ່ນ​ເຫັນ​ວ່າ​ພວກ​ຫົວ​ໜ້າ​ສາສະໜາ​ບໍ່​ໄດ້​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແລະ​ການ​ປົກຄອງ​ຂອງ​ພະອົງ ເພິ່ນ​ຈຶ່ງ​ຢາກ​ຊ່ວຍ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ຍິນ​ຂ່າວ​ດີ.

18. ເຈົ້າ​ມັກ​ນິດໄສ​ອັນ​ໃດ​ຂອງ​ພະ​ເຢຊູ​ຫຼາຍ​ທີ່​ສຸດ?

18 ພະ​ເຢຊູ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ. ເພິ່ນ​ໃຈ​ດີ​ແລະ​ເປັນ​ກັນ​ເອງ. ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ມັກ​ມາ​ຫາ​ເພິ່ນ. (ມາຣະໂກ 10:13-16) ພະ​ເຢຊູ​ບໍ່​ລຳອຽງ. ເພິ່ນ​ກຽດ​ຊັງ​ການ​ສໍ້​ໂກງ​ແລະ​ຄວາມ​ບໍ່​ຍຸຕິທຳ. (ມັດທາຍ 21:12, 13) ໃນ​ສະໄໝ​ຂອງ​ພະ​ເຢຊູ ຜູ້​ຍິງ​ເກືອບ​ຈະ​ບໍ່​ມີ​ສິດ​ມີ​ສຽງ​ຫຍັງ ແລະ​ຄົນ​ທົ່ວໄປ​ມັກ​ບໍ່​ໃຫ້​ກຽດ​ຜູ້​ຍິງ. ແຕ່​ພະ​ເຢຊູ​ນັບຖື​ແລະ​ໃຫ້​ກຽດ​ຜູ້​ຍິງ​ສະເໝີ. (ໂຢຮັນ 4:9, 27) ພະ​ເຢຊູ​ເປັນ​ຄົນ​ຖ່ອມ​ຕົວ​ແທ້ໆ. ຕົວຢ່າງ​ເຊັ່ນ: ໃນ​ຄືນ​ໜຶ່ງ​ເພິ່ນ​ໄດ້​ລ້າງ​ຕີນ​ໃຫ້​ພວກ​ອັກຄະສາວົກ​ທັງໆທີ່​ເປັນ​ວຽກ​ຂອງ​ຄົນ​ໃຊ້.—ໂຢຮັນ 13:2-5, 12-17

ພະ​ເຢຊູ​ໄປ​ປະກາດ​ຢູ່​ທຸກ​ບ່ອນ​ທີ່​ມີ​ຄົນ

19. ຕົວຢ່າງ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ​ແລະ​ຢາກ​ຊ່ວຍ​ແທ້ໆ?

19 ພະ​ເຢຊູ​ເຂົ້າ​ໃຈ​ວ່າ​ຜູ້​ຄົນ​ຮູ້ສຶກ​ແນວ​ໃດ​ແລະ​ຢາກ​ຊ່ວຍ​ພວກ​ເຂົາ. ເລື່ອງ​ນີ້​ເຫັນ​ໄດ້​ແຈ້ງ​ຕອນ​ທີ່​ເພິ່ນ​ໃຊ້​ພະລັງ​ຂອງ​ພະເຈົ້າ​ເຮັດ​ການ​ອັດສະຈັນ​ເພື່ອ​ປິ່ນປົວ​ຄົນ​ເຈັບ​ປ່ວຍ. (ມັດທາຍ 14:14) ຕົວຢ່າງ​ເຊັ່ນ: ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຂີ້ທູດ​ໄດ້​ມາ​ຫາ​ພະ​ເຢຊູ​ແລ້ວ​ບອກ​ວ່າ: “ພຽງ​ແຕ່​ທ່ານ​ຢາກ​ຊ່ວຍ ທ່ານ​ກໍ​ຈະ​ປິ່ນປົວ​ຂ້ອຍ​ໄດ້.” ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ແລະ​ຢາກ​ຊ່ວຍ​ລາວ ເພາະ​ເພິ່ນ​ເຂົ້າ​ໃຈ​ຄວາມ​ເຈັບ​ປວດ​ແລະ​ຄວາມ​ທຸກ​ຂອງ​ລາວ. ດັ່ງ​ນັ້ນ ພະ​ເຢຊູ​ຈຶ່ງ​ເດ່​ມື​ໄປ​ຈັບ​ຕົວ​ລາວ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢາກ​ຊ່ວຍ! ໃຫ້​ເຈົ້າ​ເຊົາ​ພະຍາດ​ເດີ້.” ແລ້ວ​ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເຊົາ​ເປັນ​ຂີ້ທູດ! (ມາຣະໂກ 1:40-42) ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ຈະ​ຮູ້ສຶກ​ແນວ​ໃດ?

ສັດ​ຊື່​ຕໍ່​ພໍ່​ຂອງ​ເພິ່ນ​ສະເໝີ

20, 21. ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ແນວ​ໃດ​ໃນ​ການ​ເຊື່ອ​ຟັງ​ພະເຈົ້າ?

20 ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ການ​ເຊື່ອ​ຟັງ​ພະເຈົ້າ. ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຫຼື​ບໍ່​ວ່າ​ພວກ​ສັດຕູ​ຈະ​ເຮັດ​ຫຍັງ​ໃຫ້​ເພິ່ນ ພະ​ເຢຊູ​ກໍ​ຍັງ​ສັດ​ຊື່​ຕໍ່​ພໍ່​ຂອງ​ເພິ່ນ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຊາຕານ​ພະຍາຍາມ​ລໍ້​ໃຈ​ເພິ່ນ​ໃຫ້​ເຮັດ​ຜິດ ພະ​ເຢຊູ​ບໍ່​ຍອມ​ເຮັດ​ຜິດ​ຕໍ່​ພະເຈົ້າ. (ມັດທາຍ 4:1-11) ທັງໆທີ່​ບາງ​ຄົນ​ໃນ​ຄອບຄົວ​ຂອງ​ພະ​ເຢຊູ​ບໍ່​ເຊື່ອ​ວ່າ​ເພິ່ນ​ເປັນ​ເມຊີອາ ແລະ​ເວົ້າ​ໃຫ້​ເພິ່ນ​ວ່າ “ເສຍ​ຈິດ​ແລ້ວ” ແຕ່​ພະ​ເຢຊູ​ກໍ​ຍັງ​ເຮັດ​ວຽກ​ຂອງ​ພະເຈົ້າ​ຕໍ່​ໄປ. (ມາຣະໂກ 3:21) ເມື່ອ​ພວກ​ສັດຕູ​ເຮັດ​ຕໍ່​ເພິ່ນ​ຢ່າງ​ໂຫດ​ຮ້າຍ ເພິ່ນ​ກໍ​ບໍ່​ເຄີຍ​ແກ້ແຄ້ນ​ແລະ​ຍັງ​ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ.—1 ເປໂຕ 2:21-23

21 ແມ່ນ​ແຕ່​ຕອນ​ທີ່​ພະ​ເຢຊູ​ທົນ​ທຸກ​ແລະ​ເຈັບ​ປວດ​ທໍລະມານ​ຈົນ​ຕາຍ ເພິ່ນ​ກໍ​ຍັງ​ເຊື່ອ​ຟັງ​ແລະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. (ອ່ານ​ຟີລິບປອຍ 2:8) ຄິດ​ເບິ່ງ​ແມ້ ເພິ່ນ​ຕ້ອງ​ອົດ​ທົນ​ຫຼາຍ​ສ່ຳ​ໃດ​ໃນ​ມື້​ສຸດ​ທ້າຍ​ຂອງ​ຊີວິດ. ເພິ່ນ​ຖືກ​ຈັບ ຖືກ​ພະຍານ​ຕົວະ​ໃສ່​ຮ້າຍ​ວ່າ​ໝິ່ນ​ປະໝາດ​ພະເຈົ້າ ຖືກ​ຕັດສິນ​ຜິດໆ ຖືກ​ຝູງ​ຄົນ​ເຍາະ​ເຍີ້ຍ ຖືກ​ພວກ​ທະຫານ​ທໍລະມານ ແລະ​ຖືກ​ຕອກ​ເທິງ​ເສົາ. ກ່ອນ​ຕາຍ​ເພິ່ນ​ໄດ້​ເວົ້າ​ວ່າ: “ສຳເລັດ​ແລ້ວ!” (ໂຢຮັນ 19:30) ຫຼັງ​ຈາກ​ພະ​ເຢຊູ​ຕາຍ​ໄດ້​ສາມ​ມື້ ພະ​ເຢໂຫວາ​ກໍ​ປຸກ​ເພິ່ນ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ແຕ່​ເປັນ​ຮ່າງກາຍ​ສຳລັບ​ສະຫວັນ. (1 ເປໂຕ 3:18) ແລ້ວ​ຫຼັງ​ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ອາທິດ ພະ​ເຢຊູ​ກໍ​ກັບ​ໄປ​ສະຫວັນ “ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ” ແລະ​ລໍ​ຖ້າ​ຈົນ​ກວ່າ​ພະເຈົ້າ​ຈະ​ໃຫ້​ເພິ່ນ​ເປັນ​ກະສັດ.—ເຮັບເຣີ 10:12, 13

22. ການ​ທີ່​ພະ​ເຢຊູ​ສັດ​ຊື່​ຕໍ່​ພໍ່​ຂອງ​ເພິ່ນ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໄດ້​ຮັບ​ຫຍັງ?

22 ຍ້ອນ​ພະ​ເຢຊູ​ສັດ​ຊື່​ຕໍ່​ພະເຈົ້າ​ຜູ້​ເປັນ​ພໍ່​ສະເໝີ ເຮົາ​ຈຶ່ງ​ມີ​ໂອກາດ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ​ຕາມ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ຄວາມ​ຕາຍ​ຂອງ​ພະ​ເຢຊູ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້.

^ ຂໍ້ 8 ໃນ​ສະໄໝ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່ ມີ​ຜູ້​ພະຍາກອນ​ຄົນ​ໜຶ່ງ​ຊື່​ໂຢຮັນ. ຜູ້​ຄົນ​ມາ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບເຕມາ. ການ​ຮັບ​ບັບເຕມາ​ແມ່ນ​ການ​ຈຸ່ມ​ຕົວ​ຫຼິບ​ລົງ​ໃນ​ນ້ຳ​ເຊິ່ງ​ເປັນ​ການ​ສະແດງ​ວ່າ​ພວກ​ເຂົາ​ກັບ​ໃຈ​ຈາກ​ບາບ​ທີ່​ໄດ້​ເຮັດ. ແຕ່​ການ​ຮັບ​ບັບເຕມາ​ຂອງ​ພະ​ເຢຊູ​ບໍ່​ຄື​ກັບ​ຂອງ​ຄົນ​ອື່ນ. ພະ​ເຢຊູ​ບໍ່​ໄດ້​ຮັບ​ບັບເຕມາ​ເພື່ອ​ສະແດງ​ການ​ກັບ​ໃຈ​ຈາກ​ບາບ. ແຕ່​ເພິ່ນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ວ່າ​ເພິ່ນ​ສະເໜີ​ຕົວ​ເຮັດ​ທຸກ​ສິ່ງ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ.

^ ຂໍ້ 11 ພະ​ເຢໂຫວາ​ຖືກ​ເອີ້ນ​ວ່າ “ພໍ່” ຍ້ອນ​ພະອົງ​ເປັນ​ຜູ້​ສ້າງ. (ເອຊາອີ 64:8) ພະ​ເຢຊູ​ຖືກ​ເອີ້ນ​ວ່າ​ລູກ​ຂອງ​ພະເຈົ້າ​ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ເພິ່ນ. ທູດ​ສະຫວັນ​ລວມ​ທັງ​ອາດາມ​ກໍ​ຖືກ​ເອີ້ນ​ວ່າ​ລູກ​ຂອງ​ພະເຈົ້າ​ຄື​ກັນ.—ໂຢບ 1:6; ລູກາ 3:38