ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 5

ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ຈາກ​ພະເຈົ້າ

ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ຈາກ​ພະເຈົ້າ

1, 2. (ກ) ເຈົ້າ​ຄິດ​ວ່າ​ຂອງ​ຂວັນ​ແບບ​ໃດ​ມີ​ຄ່າ​ຫຼາຍ​ທີ່​ສຸດ? (ຂ) ເປັນ​ຫຍັງ​ຄ່າໄຖ່​ຈຶ່ງ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ທີ່​ພະເຈົ້າ​ໃຫ້​ເຮົາ?

ເຈົ້າ​ຄິດ​ວ່າ​ຂອງ​ຂວັນ​ແບບ​ໃດ​ມີ​ຄ່າ​ຫຼາຍ​ທີ່​ສຸດ? ທີ່​ຈິງ​ແລ້ວ​ຂອງ​ຂວັນ​ທີ່​ມີ​ຄ່າ​ບໍ່​ຈຳເປັນ​ຕ້ອງ​ແພງ. ຖ້າ​ຂອງ​ຂວັນ​ນັ້ນ​ຖືກ​ໃຈ​ເຈົ້າ​ຫຼື​ເປັນ​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ໃຊ້​ແລະ​ກຳລັງ​ຢາກ​ໄດ້ ເຈົ້າ​ກໍ​ຈະ​ດີ​ໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ໄດ້​ຮັບ​ຂອງ​ຂວັນ​ນັ້ນ.

2 ພະ​ເຢໂຫວາ​ໃຫ້​ຂອງ​ຂວັນ​ກັບ​ມະນຸດ​ຫຼາຍ​ຢ່າງ ແລະ​ມີ​ຢ່າງ​ໜຶ່ງ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ແລະ​ຈຳເປັນ​ກວ່າ​ສິ່ງ​ໃດ​ທັງ​ໝົດ. ໃນ​ບົດ​ນີ້ ເຮົາ​ຈະ​ຮຽນ​ວ່າ​ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ຄລິດ​ລູກ​ຂອງ​ພະອົງ​ມາ​ເພື່ອ​ທີ່​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ອ່ານ​ມັດທາຍ 20:28) ການ​ທີ່​ພະ​ເຢໂຫວາ​ສົ່ງ​ພະ​ເຢຊູ​ມາ​ໃນ​ໂລກ​ເພື່ອ​ເປັນ​ຄ່າໄຖ່​ສະແດງ​ວ່າ​ພະອົງ​ຮັກ​ເຮົາ​ທຸກ​ຄົນ​ແທ້ໆ.

ເປັນ​ຫຍັງ​ຕ້ອງ​ມີ​ຄ່າໄຖ່?

3. ເປັນ​ຫຍັງ​ຄົນ​ເຮົາ​ຈຶ່ງ​ຕາຍ?

3 ຄ່າໄຖ່​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ມະນຸດ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ເອເຟໂຊ 1:7) ຫຼາຍ​ພັນ​ປີ​ມາ​ແລ້ວ ໃນ​ສວນ​ເອເດນ ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ​ໄດ້​ເຮັດ​ບາບ ພວກ​ເຂົາ​ຈຶ່ງ​ຕ້ອງ​ຕາຍ ແລະ​ເນື່ອງ​ຈາກ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ ເຮົາ​ກໍ​ຕ້ອງ​ຕາຍ​ຄື​ກັນ​ຍ້ອນ​ໄດ້​ຮັບ​ບາບ​ມາ​ຈາກ​ພວກ​ເຂົາ. ນີ້​ເປັນ​ເຫດຜົນ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ຄ່າໄຖ່.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 9

4. ອາດາມ​ແມ່ນ​ໃຜ ແລະ​ລາວ​ມີ​ຊີວິດ​ແບບ​ໃດ?

4 ຕອນ​ທີ່​ພະ​ເຢໂຫວາ​ສ້າງ​ອາດາມ​ມະນຸດ​ຄົນ​ທຳອິດ ພະອົງ​ໃຫ້​ສິ່ງ​ໜຶ່ງ​ທີ່​ມີ​ຄ່າ​ຫຼາຍ​ກັບ​ລາວ ນັ້ນ​ກໍ​ຄື​ຊີວິດ​ທີ່​ສົມບູນ​ແບບ​ທັງ​ຮ່າງກາຍ​ແລະ​ຈິດ​ໃຈ. ລາວ​ບໍ່​ຕ້ອງ​ເຈັບ​ປ່ວຍ ບໍ່​ຕ້ອງ​ເຖົ້າ​ລົງ ແລະ​ບໍ່​ຕ້ອງ​ຕາຍ. ເນື່ອງ​ຈາກ​ພະ​ເຢໂຫວາ​ສ້າງ​ອາດາມ​ຂຶ້ນ​ມາ ພະອົງ​ຈຶ່ງ​ເປັນ​ຄື​ກັບ​ພໍ່​ຂອງ​ລາວ. (ລູກາ 3:38) ພະ​ເຢໂຫວາ​ເວົ້າ​ລົມ​ກັບ​ອາດາມ​ເປັນ​ປະຈຳ ໃຫ້​ລາວ​ເຮັດ​ວຽກ​ທີ່​ມີ​ຄວາມ​ສຸກ ແລະ​ພະອົງ​ບອກ​ອາດາມ​ຢ່າງ​ຈະ​ແຈ້ງ​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ.—ຕົ້ນເດີມ 1:28-30; 2:16, 17

5. ຄຳພີ​ໄບເບິນ​ບອກ​ວ່າ​ອາດາມ​ຖືກ​ສ້າງ ‘ຕາມ​ແບບ​ຂອງ​ພະເຈົ້າ’ ໝາຍ​ຄວາມ​ວ່າ​ແນວ​ໃດ?

5 ອາດາມ​ຖືກ​ສ້າງ ‘ຕາມ​ແບບ​ຂອງ​ພະເຈົ້າ.’ (ຕົ້ນເດີມ 1:27) ພະ​ເຢໂຫວາ​ໃຫ້​ລາວ​ມີ​ຄຸນ​ລັກສະນະ​ຄື​ກັບ​ພະອົງ ເຊັ່ນ: ຄວາມ​ຮັກ ສະຕິປັນຍາ ຄວາມ​ຍຸຕິທຳ ແລະ​ລິດເດດ. ພະເຈົ້າ​ບໍ່​ໄດ້​ສ້າງ​ອາດາມ​ໃຫ້​ເປັນ​ຫຸ່ນ​ຍົນ ພະອົງ​ໃຫ້​ລາວ​ຄິດ​ແລະ​ເລືອກ​ເອງ​ວ່າ​ຈະ​ເຮັດ​ສິ່ງ​ທີ່​ດີ​ຫຼື​ສິ່ງ​ທີ່​ບໍ່​ດີ. ຖ້າ​ອາດາມ​ເລືອກ​ເຊື່ອ​ຟັງ​ພະເຈົ້າ ລາວ​ກໍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສວນ​ອຸທິຍານ.

6. ເມື່ອ​ອາດາມ​ບໍ່​ເຊື່ອ​ຟັງ​ພະເຈົ້າ ລາວ​ຕ້ອງ​ສູນ​ເສຍ​ຫຍັງ​ແດ່? ແລະ​ເຮົາ​ຕ້ອງ​ຮັບ​ຜົນ​ແນວ​ໃດ?

6 ແຕ່​ອາດາມ​ເລືອກ​ບໍ່​ເຊື່ອ​ຟັງ​ພະເຈົ້າ ລາວ​ຕ້ອງ​ຮັບ​ຜົນ​ເສຍຫາຍ​ຮ້າຍແຮງ​ຈາກ​ການ​ຕັດສິນ​ໃຈ​ຄັ້ງ​ນັ້ນ. ລາວ​ຖືກ​ຕັດສິນ​ລົງໂທດ​ເຖິງ​ຕາຍ ຕ້ອງ​ສູນ​ເສຍ​ສາຍ​ສຳພັນ​ພິເສດ​ທີ່​ເຄີຍ​ມີ​ກັບ​ພະ​ເຢໂຫວາ ສູນ​ເສຍ​ບ້ານ​ທີ່​ເປັນ​ອຸທິຍານ. (ຕົ້ນເດີມ 3:17-19) ຍ້ອນ​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ ພວກ​ເຂົາ​ຈຶ່ງ​ໝົດ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ອາດາມ​ເຮັດ​ໃຫ້ “ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ . . . ແລະ​ຄວາມ​ຕາຍ​ກໍ​ເກີດ​ຂຶ້ນ​ຍ້ອນ​ບາບ​ນັ້ນ ແລ້ວ​ຄວາມ​ຕາຍ​ຈຶ່ງ​ລາມ​ໄປ​ເຖິງ​ທຸກ​ຄົນ​ເພາະ​ທຸກ​ຄົນ​ໄດ້​ເຮັດ​ບາບ.” (ໂຣມ 5:12) ເມື່ອ​ອາດາມ​ເຮັດ​ບາບ ລາວ “ຂາຍ” ຕົວ​ເອງ​ລວມ​ທັງ​ພວກ​ເຮົາ​ນຳ​ໃຫ້​ເປັນ​ທາດ​ຂອງ​ບາບ​ແລະ​ຄວາມ​ຕາຍ. (ໂຣມ 7:14) ແລ້ວ​ພວກ​ເຮົາ​ເດ ຍັງ​ຈະ​ມີ​ຄວາມ​ຫວັງ​ຫຍັງ​ອີກ​ບໍ? ມີ​ແນ່ນອນ ພະ​ເຢໂຫວາ​ຈັດ​ກຽມ​ຄ່າໄຖ່​ໃຫ້​ພວກ​ເຮົາ.

7, 8. ຄ່າໄຖ່​ກ່ຽວ​ຂ້ອງ​ກັບ​ຫຍັງ?

7 ຄ່າໄຖ່​ແມ່ນ​ຫຍັງ? ຄ່າໄຖ່​ກ່ຽວ​ຂ້ອງ​ກັບ​ສອງ​ຢ່າງ​ຄື: (1) ສິ່ງ​ທີ່​ຈ່າຍ​ເພື່ອ​ໄຖ່​ຄົນ​ຫຼື​ສິ່ງ​ຂອງ​ກັບ​ຄືນ​ມາ. (2) ສິ່ງ​ນັ້ນ​ຕ້ອງ​ເທົ່າ​ທຽມ​ຫຼື​ມີ​ຄ່າ​ເທົ່າ​ກັບ​ສິ່ງ​ທີ່​ຕ້ອງການ​ໄຖ່.

8 ອາດາມ​ເຮັດ​ບາບ​ແລະ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ຕາຍ ບໍ່​ມີ​ໃຜ​ເລີຍ​ໃນ​ໂລກ​ນີ້​ທີ່​ສາມາດ​ຊົດ​ໄຊ້​ຄ່າ​ເສຍຫາຍ​ຈຳນວນ​ມະຫາສານ​ທີ່​ລາວ​ເຮັດ​ໄວ້. ແຕ່​ພະ​ເຢໂຫວາ​ຈັດ​ກຽມ​ວິທີ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ຄ່າໄຖ່​ຊ່ວຍ​ເຮົາ​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ໂດຍ​ວິທີ​ໃດ.

ວິທີ​ທີ່​ພະ​ເຢໂຫວາ​ຈັດ​ກຽມ​ຄ່າໄຖ່​ໃຫ້​ເຮົາ

9. ເພື່ອ​ຈະ​ໄຖ່​ຊີວິດ​ສົມບູນ​ແບບ​ຕ້ອງ​ມີ​ຄ່າໄຖ່​ແບບ​ໃດ?

9 ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຮົາ​ສາມາດ​ຈ່າຍ​ເພື່ອ​ໄຖ່​ຊີວິດ​ສົມບູນ​ແບບ​ທີ່​ອາດາມ​ເຮັດ​ໃຫ້​ສູນ​ເສຍ​ໄປ. ຍ້ອນ​ຫຍັງ? ຍ້ອນ​ສິ່ງ​ທີ່​ຈະ​ໄຖ່​ໄດ້​ຕ້ອງ​ເປັນ​ຊີວິດ​ທີ່​ສົມບູນ​ແບບ​ຂອງ​ອີກ​ຄົນ​ໜຶ່ງ ແຕ່​ເຮົາ​ທຸກ​ຄົນ​ເປັນ​ຄົນ​ບໍ່​ສົມບູນ​ແບບ. (ຄຳເພງ 49:7, 8) ຄ່າໄຖ່​ຕ້ອງ​ມີ​ຄ່າ​ເທົ່າ​ກັບ​ສິ່ງ​ທີ່​ອາດາມ​ເຮັດ​ໃຫ້​ສູນ​ເສຍ​ໄປ​ຈຶ່ງ​ຈະ​ເອີ້ນ​ໄດ້​ວ່າ​ເປັນ​ຄ່າໄຖ່​ທີ່​ມີ​ຄ່າ​ເທົ່າ​ທຽມ​ກັນ.—1 ຕີໂມທຽວ 2:6

10. ພະ​ເຢໂຫວາ​ຈັດ​ກຽມ​ຄ່າໄຖ່​ແນວ​ໃດ?

10 ພະ​ເຢໂຫວາ​ຈັດ​ກຽມ​ຄ່າໄຖ່​ແນວ​ໃດ? ພະ​ເຢໂຫວາ​ກຽມ​ໂດຍ​ສົ່ງ​ລູກ​ຊາຍ​ທີ່​ພະອົງ​ຮັກ​ຫຼາຍ​ທີ່​ສຸດ​ໃຫ້​ມາ​ໃນ​ໂລກ. ລູກ​ຄົນ​ນີ້​ແມ່ນ​ພະ​ເຢຊູ ພະເຈົ້າ​ສ້າງ​ເພິ່ນ​ກ່ອນ​ສ້າງ​ສິ່ງ​ອື່ນໆທັງ​ໝົດ. (1 ໂຢຮັນ 4:9, 10) ພະ​ເຢຊູ​ເຕັມ​ໃຈ​ຈາກ​ພໍ່​ຂອງ​ເພິ່ນ​ແລະ​ສະລະ​ຊີວິດ​ໃນ​ສະຫວັນ. (ຟີລິບປອຍ 2:7) ພະ​ເຢໂຫວາ​ຍ້າຍ​ຊີວິດ​ຂອງ​ພະ​ເຢຊູ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ໃນ​ໂລກ ແລະ​ພະ​ເຢຊູ​ກໍ​ມາ​ເກີດ​ເປັນ​ມະນຸດ​ທີ່​ສົມບູນ​ແບບ ນັ້ນ​ຄື​ບໍ່​ມີ​ບາບ​ເລີຍ.—ລູກາ 1:35

ພະ​ເຢໂຫວາ​ໃຫ້​ລູກ​ທີ່​ພະອົງ​ຮັກ​ຫຼາຍ​ທີ່​ສຸດ​ມາ​ເປັນ​ຄ່າໄຖ່​ສຳລັບ​ເຮົາ

11. ຄົນ​ຜູ້​ດຽວ​ຈະ​ເປັນ​ຄ່າໄຖ່​ສຳລັບ​ເຮົາ​ທຸກ​ຄົນ​ໄດ້​ແນວ​ໃດ?

11 ເມື່ອ​ຄົນ​ຜູ້​ດຽວ​ເຊິ່ງ​ກໍ​ແມ່ນ​ອາດາມ​ທີ່​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ລາວ​ເຮັດ​ໃຫ້​ເຮົາ​ທຸກ​ຄົນ​ໝົດ​ໂອກາດ​ທີ່​ຈະ​ມີ​ຊີວິດ​ສົມບູນ​ແບບ. ດັ່ງ​ນັ້ນ ຄົນ​ຜູ້​ດຽວ​ກໍ​ສາມາດ​ຊ່ວຍ​ເຮົາ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາດາມ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ຕາຍ​ໄດ້​ຄື​ກັນ. (ອ່ານ​ໂຣມ 5:19) ຄົນ​ຜູ້​ດຽວ​ເຊິ່ງ​ກໍ​ແມ່ນ​ພະ​ເຢຊູ​ທີ່​ບໍ່​ເຄີຍ​ເຮັດ​ບາບ ເພິ່ນ​ໄດ້​ສະລະ​ຊີວິດ​ທີ່​ສົມບູນ​ແບບ​ຂອງ​ເພິ່ນ​ເພື່ອ​ເປັນ​ຄ່າໄຖ່. (1 ໂກຣິນໂທ 15:45) ຊີວິດ​ທີ່​ສົມບູນ​ແບບ​ຂອງ​ພະ​ເຢຊູ​ຜູ້​ດຽວ​ຈຶ່ງ​ສາມາດ​ໃຊ້​ເປັນ​ຄ່າໄຖ່​ເພື່ອ​ໄຖ່​ລູກ​ຫຼານ​ຂອງ​ອາດາມ​ທຸກ​ຄົນ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ຕາຍ​ໄດ້.—1 ໂກຣິນໂທ 15:21, 22

12. ເປັນ​ຫຍັງ​ພະ​ເຢຊູ​ຕ້ອງ​ຍອມ​ທົນ​ທຸກ​ທໍລະມານ​ຫຼາຍ​ຂະໜາດ​ນີ້?

12 ຄຳພີ​ໄບເບິນ​ບອກ​ວ່າ​ກ່ອນ​ພະ​ເຢຊູ​ຈະ​ຕາຍ​ເພິ່ນ​ທຸກ​ທໍລະມານ​ຫຼາຍ ເພິ່ນ​ຖືກ​ຂ້ຽນ​ຢ່າງ​ໂຫດ​ຫ້ຽມ ຖືກ​ຕອກ​ເທິງ​ເສົາ ແລະ​ຕ້ອງ​ທົນ​ກັບ​ຄວາມ​ເຈັບ​ປວດ​ຢ່າງ​ທໍລະມານ​ຈົນ​ຕາຍ. (ໂຢຮັນ 19:1, 16-18, 30) ເປັນ​ຫຍັງ​ພະ​ເຢຊູ​ຕ້ອງ​ຍອມ​ທົນ​ທຸກ​ທໍລະມານ​ຫຼາຍ​ຂະໜາດ​ນີ້? ຍ້ອນ​ຊາຕານ​ບອກ​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ຈະ​ຍັງ​ພັກດີ​ຕໍ່​ພະເຈົ້າ​ໄດ້​ຖ້າ​ລາວ​ຖືກ​ທົດ​ສອບ​ຢ່າງ​ໜັກ. ແຕ່​ພະ​ເຢຊູ​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ​ມະນຸດ​ທີ່​ສົມບູນ​ແບບ​ສາມາດ​ພັກດີ​ຕໍ່​ພະເຈົ້າ​ໄດ້​ເຖິງ​ວ່າ​ຈະ​ເຈິ​ການ​ທົດ​ສອບ​ທີ່​ໜັກ​ໜ່ວງ​ທີ່​ສຸດ. ລອງ​ຄິດ​ເບິ່ງ​ແມ້ ພະ​ເຢໂຫວາ​ຕ້ອງ​ພູມ​ໃຈ​ໃນ​ຕົວ​ພະ​ເຢຊູ​ຫຼາຍ​ແທ້ໆ!—ສຸພາສິດ 27:11; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 15

13. ມີ​ການ​ຈ່າຍ​ຄ່າໄຖ່​ແນວ​ໃດ?

13 ມີ​ການ​ຈ່າຍ​ຄ່າໄຖ່​ແນວ​ໃດ? ໂດຍ​ການ​ທີ່​ພະ​ເຢຊູ​ມອບ​ຊີວິດ​ທີ່​ມີ​ຄ່າ​ໃຫ້​ກັບ​ພໍ່​ຂອງ​ເພິ່ນ. ໃນ​ວັນ​ທີ 14 ເດືອນ​ນີຊານ ປີ ຄ.ສ 33 ຕາມ​ປະຕິທິນ​ຂອງ​ຄົນ​ຢິວ ພະ​ເຢໂຫວາ​ຍອມ​ໃຫ້​ພວກ​ສັດຕູ​ຂ້າ​ພະ​ເຢຊູ. (ເຮັບເຣີ 10:10) ແລ້ວ​ສາມ​ມື້​ຕໍ່​ມາ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ພະ​ເຢຊູ​ກັບ​ມາ​ມີ​ຊີວິດ​ອີກ ບໍ່​ແມ່ນ​ເປັນ​ຮ່າງກາຍ​ມະນຸດ ແຕ່​ເປັນ​ຮ່າງກາຍ​ສຳລັບ​ສະຫວັນ. ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ກັບ​ໄປ​ຫາ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໃນ​ສະຫວັນ ແລ້ວ​ເອົາ​ຄຸນຄ່າ​ຊີວິດ​ມະນຸດ​ສົມບູນ​ແບບ​ທີ່​ເພິ່ນ​ສະລະ​ເປັນ​ຄ່າໄຖ່​ມອບ​ໃຫ້​ພະ​ເຢໂຫວາ. ເວົ້າ​ງ່າຍໆກໍ​ຄື ພະ​ເຢຊູ​ເອົາ​ສິດ​ຂອງ​ເພິ່ນ​ທີ່​ຈະ​ເປັນ​ມະນຸດ​ສົມບູນ​ແບບ​ໃນ​ໂລກ​ມອບ​ໃຫ້​ພະເຈົ້າ ເພື່ອ​ພະເຈົ້າ​ຈະ​ເອົາ​ສິດ​ນີ້​ໄປ​ໃຫ້​ລູກ​ຫຼານ​ຂອງ​ອາດາມ. (ເຮັບເຣີ 9:24) ພະ​ເຢໂຫວາ​ຈັດ​ກຽມ​ຄ່າໄຖ່​ໃຫ້​ເຮົາ​ເພື່ອ​ເຮົາ​ທຸກ​ຄົນ​ຈະ​ມີ​ໂອກາດ​ເປັນ​ມະນຸດ​ສົມບູນ​ແບບ ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ.—ອ່ານ​ໂຣມ 3:23, 24

ປະໂຫຍດ​ທີ່​ເຈົ້າ​ຈະ​ໄດ້​ຈາກ​ຄ່າໄຖ່

14, 15. ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ພະເຈົ້າ​ຈະ​ໃຫ້​ອະໄພ​ບາບ​ຂອງ​ເຮົາ?

14 ທີ່​ຈິງ ຕັ້ງ​ແຕ່​ຕອນ​ນີ້​ແລ້ວ​ທີ່​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ທີ່​ພະເຈົ້າ​ໃຫ້​ເຮົາ. ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ຄ່າໄຖ່​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ.

15 ຄ່າໄຖ່​ເຮັດ​ໃຫ້​ພະເຈົ້າ​ໃຫ້​ອະໄພ​ບາບ​ຂອງ​ເຮົາ. (ໂກໂລຊາຍ 1:13, 14) ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ​ທີ່​ຄົນ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕະຫຼອດ​ເວລາ ເຮົາ​ເຮັດ​ຜິດ​ພາດ​ເລື້ອຍໆບໍ່​ວ່າ​ຈະ​ເປັນ​ທາງ​ຄຳເວົ້າ​ຫຼື​ການ​ກະທຳ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ພະເຈົ້າ​ຈະ​ໃຫ້​ອະໄພ​ເຮົາ? ເຮົາ​ຕ້ອງ​ຮູ້ສຶກ​ເສຍໃຈ​ແທ້ໆກັບ​ຄວາມ​ຜິດ​ທີ່​ໄດ້​ເຮັດ ແລະ​ເຮົາ​ຕ້ອງ​ຖ່ອມ​ຕົວ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ. ຖ້າ​ເຮັດ​ແບບ​ນີ້​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ບາບ​ຂອງ​ເຮົາ​ໄດ້​ຮັບ​ການ​ໃຫ້​ອະໄພ​ແລ້ວ.—1 ໂຢຮັນ 1:8, 9

16. ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຮູ້ສຶກ​ສະບາຍ​ໃຈ​ໄດ້​ວ່າ​ພະເຈົ້າ​ຍອມ​ຮັບ​ເຮົາ?

16 ຄ່າໄຖ່​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ​ວ່າ​ພະເຈົ້າ​ຍອມ​ຮັບ​ເຮົາ. ຖ້າ​ເຮົາ​ຮູ້ສຶກ​ຜິດ​ຫຼາຍ​ກັບ​ສິ່ງ​ທີ່​ເຄີຍ​ເຮັດ ເຮົາ​ອາດ​ເຖິງ​ຂັ້ນ​ທໍ້​ໃຈ​ແລະ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ແຕ່​ເຮົາ​ຕ້ອງ​ບໍ່​ຍອມ​ແພ້​ແລະ​ບໍ່​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ຜິດ ຖ້າ​ເຮົາ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ​ເຮົາ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຟັງ​ແລະ​ພ້ອມ​ຈະ​ໃຫ້​ອະໄພ​ເຮົາ. (ເຮັບເຣີ 9:13, 14) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ລົມ​ກັບ​ພະອົງ ເຮົາ​ສາມາດ​ບອກ​ພະອົງ​ໄດ້​ວ່າ​ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ບັນຫາ​ແລະ​ຈຸດ​ອ່ອນ​ຫຍັງ​ແດ່. (ເຮັບເຣີ 4:14-16) ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຮູ້ສຶກ​ສະບາຍ​ໃຈ​ໄດ້​ວ່າ​ພະເຈົ້າ​ຍອມ​ຮັບ​ເຮົາ.

17. ການ​ທີ່​ພະ​ເຢຊູ​ຕາຍ​ເພື່ອ​ເຮົາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ຫຍັງ?

17 ຄ່າໄຖ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. “ຄ່າ​ຈ້າງ​ທີ່​ບາບ​ຈ່າຍ​ແມ່ນ​ຄວາມ​ຕາຍ ແຕ່​ຂອງ​ຂວັນ​ທີ່​ພະເຈົ້າ​ໃຫ້​ແມ່ນ​ຊີວິດ​ຕະຫຼອດ​ໄປ​ຜ່ານ​ທາງ​ພະຄລິດ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.” (ໂຣມ 6:23) ຍ້ອນ​ພະ​ເຢຊູ​ຕາຍ​ເພື່ອ​ເຮົາ ເຮົາ​ຈຶ່ງ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້​ພ້ອມ​ທັງ​ມີ​ສຸຂະພາບ​ທີ່​ແຂງແຮງ​ສົມບູນ. (ພະນິມິດ 21:3, 4) ແຕ່​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ສິ່ງ​ເຫຼົ່າ​ນີ້?

ເຈົ້າ​ຈະ​ສະແດງ​ຄວາມ​ຂອບໃຈ​ສຳລັບ​ຄ່າໄຖ່​ບໍ?

18. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

18 ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ຖ້າ​ມີ​ຄົນ​ເອົາ​ຂອງ​ຂວັນ​ທີ່​ເຈົ້າ​ມັກ​ມາ​ໃຫ້​ເຈົ້າ. ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ເຊິ່ງ​ບໍ່​ມີ​ຫຍັງ​ຈະ​ທຽບ​ໄດ້​ເລີຍ ແລະ​ເຮົາ​ຄວນ​ຂອບໃຈ​ພະ​ເຢໂຫວາ​ຢ່າງ​ສຸດ​ຊຶ້ງ​ທີ່​ເອົາ​ຂອງ​ຂວັນ​ນີ້​ໃຫ້​ເຮົາ. ໂຢຮັນ 3:16 ບອກ​ວ່າ “ພະເຈົ້າ​ຮັກ​ຄົນ​ໃນ​ໂລກ​ຫຼາຍ ຈົນ​ເຖິງ​ຂັ້ນ​ຍອມ​ສະລະ​ລູກ​ຄົນ​ດຽວ​ຂອງ​ພະອົງ.” ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆຈົນ​ຍອມ​ສະລະ​ພະ​ເຢຊູ​ລູກ​ທີ່​ພະອົງ​ຮັກ​ຫຼາຍ​ທີ່​ສຸດ​ເພື່ອ​ເຮົາ. (ໂຢຮັນ 15:13) ຄ່າໄຖ່​ນີ້​ທີ່​ເປັນ​ຄື​ກັບ​ຂອງ​ຂວັນ​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮັກ​ເຈົ້າ​ຫຼາຍ​ແທ້ໆ.—ຄາລາເຕຍ 2:20

ເມື່ອ​ເຮົາ​ໄດ້​ຮຽນ​ເລື່ອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເປັນ​ໝູ່​ກັບ​ພະອົງ ແລ້ວ​ເຮົາ​ກໍ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆ

19, 20. (ກ) ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ຂ) ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ເຊື່ອ​ໃນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ?

19 ເຈົ້າ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ໃດ ແລະ​ເຈົ້າ​ຄື​ຊິ​ຢາກ​ຮັກ​ພະອົງ​ຄື​ກັນ. ແຕ່​ເພື່ອ​ທີ່​ເຮົາ​ຈະ​ຮັກ​ຜູ້​ໃດ​ຜູ້​ໜຶ່ງ​ແລະ​ເປັນ​ໝູ່​ກັບ​ລາວ ເຮົາ​ກໍ​ຕ້ອງ​ຮູ້ຈັກ​ລາວ​ກ່ອນ. ໂຢຮັນ 17:3 ບອກ​ວ່າ ເຮົາ​ສາມາດ​ຮູ້ຈັກ​ພະ​ເຢໂຫວາ​ໄດ້. ຖ້າ​ເຈົ້າ​ຮູ້ຈັກ​ພະອົງ​ແລ້ວ ເຈົ້າ​ກໍ​ຈະ​ຮັກ​ພະອົງ​ສຸດ​ຫົວໃຈ​ແລະ​ຢາກ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ພະອົງ​ພໍ​ໃຈ ແລ້ວ​ເຈົ້າ​ກໍ​ຈະ​ເປັນ​ໝູ່​ກັບ​ພະອົງ. ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຮູ້ຈັກ​ພະ​ເຢໂຫວາ​ຕໍ່ໆໄປ​ໂດຍ​ການ​ຮຽນ​ຄຳພີ​ໄບເບິນ.—1 ໂຢຮັນ 5:3

20 ສະແດງ​ຄວາມ​ເຊື່ອ​ໃນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ. ຄຳພີ​ໄບເບິນ​ບອກ​ວ່າ “ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຂອງ​ພະເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.” (ໂຢຮັນ 3:36) ການ​ສະແດງ​ຄວາມ​ເຊື່ອ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເພື່ອ​ສະແດງ​ວ່າ​ເຮົາ​ເຊື່ອ​ໃນ​ພະ​ເຢຊູ ເຮົາ​ຕ້ອງ​ເຮັດ​ບາງ​ຢ່າງ​ທີ່​ພິສູດ​ວ່າ​ເຮົາ​ເຊື່ອ​ແທ້ໆບໍ່​ແມ່ນ​ພຽງ​ແຕ່​ເວົ້າ​ວ່າ​ເຊື່ອ. ຢາໂກໂບ 2:26 ບອກ​ວ່າ: “ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ກະທຳ​ກໍ​ຕາຍ​ແລ້ວ.” ດັ່ງ​ນັ້ນ ວິທີ​ທີ່​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ເຊື່ອ​ໃນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ​ກໍ​ຄື ເຮົາ​ຕ້ອງ​ເຮັດ​ຕາມ​ທີ່​ພະ​ເຢຊູ​ສອນ.—ໂຢຮັນ 13:15

21, 22. (ກ) ເປັນ​ຫຍັງ​ເຮົາ​ຄວນ​ເຂົ້າ​ຮ່ວມ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະຄລິດ? (ຂ) ເຮົາ​ຈະ​ໄດ້​ຮູ້​ເລື່ອງ​ຫຍັງ​ໃນ​ບົດ​ທີ 6 ແລະ 7?

21 ເຂົ້າ​ຮ່ວມ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະຄລິດ. ໃນ​ຄືນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ສັ່ງ​ໄວ້​ວ່າ​ເຮົາ​ຄວນ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ເພິ່ນ. ເຮົາ​ເຮັດ​ແບບ​ນັ້ນ​ໂດຍ​ຈັດການ​ປະຊຸມ​ທຸກ​ປີ ການ​ປະຊຸມ​ນີ້​ເອີ້ນ​ວ່າ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ ຫຼື “ອາຫານ​ແລງ​ຂອງ​ພະຄລິດ.” (1 ໂກຣິນໂທ 11:20; ມັດທາຍ 26:26-28) ພະ​ເຢຊູ​ຢາກ​ໃຫ້​ເຮົາ​ຈື່​ໄວ້​ວ່າ​ເພິ່ນ​ສະລະ​ຊີວິດ​ທີ່​ສົມບູນ​ແບບ​ຂອງ​ເພິ່ນ​ເພື່ອ​ໄຖ່​ເຮົາ. ເພິ່ນ​ບອກ​ວ່າ: “ໃຫ້​ເຮັດ​ແບບ​ນີ້​ຕໍ່ໆໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.” (ອ່ານ​ລູກາ 22:19) ຖ້າ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ ກໍ​ສະແດງ​ວ່າ​ເຈົ້າ​ບໍ່​ລືມ​ຄ່າໄຖ່​ແລະ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມີ​ຕໍ່​ເຈົ້າ.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 16

22 ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ທີ່​ເຮົາ​ໄດ້​ຮັບ. (2 ໂກຣິນໂທ 9:14, 15) ຂອງ​ຂວັນ​ທີ່​ມີ​ຄ່າ​ນີ້​ຍັງ​ເປັນ​ປະໂຫຍດ​ຕໍ່​ຫຼາຍ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ. ໃນ​ບົດ​ທີ 6 ແລະ 7 ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຄ່າໄຖ່​ເປັນ​ປະໂຫຍດ​ແນວ​ໃດ​ຕໍ່​ຄົນ​ທີ່​ຕາຍ​ໄປ​ແລ້ວ.