ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 9

ໂລກ​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ​ບໍ?

ໂລກ​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ​ບໍ?

1. ເຮົາ​ຈະ​ຮູ້​ອະນາຄົດ​ໄດ້​ຈາກ​ໃສ?

ເມື່ອ​ເຈົ້າ​ເບິ່ງ​ຂ່າວ ເຈົ້າ​ເຄີຍ​ຄິດ​ບໍ​ວ່າ ‘ເປັນ​ຫຍັງ​ໂລກ​ຈຶ່ງ​ເປັນ​ແບບ​ນີ້?’ ໃນ​ທຸກ​ມື້​ນີ້​ມີ​ແຕ່​ການ​ຂ້າ​ຟັນ​ກັນ​ແລະ​ຄວາມ​ໂຫດ​ຮ້າຍ​ຮຸນແຮງ ຫຼາຍ​ຄົນ​ຄິດ​ວ່າ​ໃກ້​ຈະ​ຮອດ​ມື້​ທີ່​ໂລກ​ເຖິງ​ຈຸດ​ຈົບ​ແລ້ວ. ແຕ່​ຈະ​ເປັນ​ແບບ​ນັ້ນ​ແທ້ໆບໍ? ເຮົາ​ຈະ​ມີ​ທາງ​ຮູ້​ບໍ​ວ່າ​ຕໍ່​ໄປ​ອະນາຄົດ​ຂອງ​ເຮົາ​ແລະ​ໂລກ​ຈະ​ເປັນ​ແນວ​ໃດ? ເຖິງ​ແມ່ນ​ມະນຸດ​ບໍ່​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຮູ້​ແລະ​ພະອົງ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ອະນາຄົດ​ຂອງ​ເຮົາ​ແລະ​ຂອງ​ໂລກ​ຈະ​ເປັນ​ແນວ​ໃດ.—ເອຊາອີ 46:10; ຢາໂກໂບ 4:14

2, 3. ລູກສິດ​ຂອງ​ພະ​ເຢຊູ​ຢາກ​ຮູ້​ເລື່ອງ​ຫຍັງ ແລະ​ພະ​ເຢຊູ​ຕອບ​ພວກ​ເຂົາ​ແນວ​ໃດ?

2 ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ເລື່ອງ​ຈຸດ​ຈົບ​ຂອງ​ໂລກ ຈຸດ​ຈົບ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ຈຸດ​ຈົບ​ຂອງ​ໜ່ວຍ​ໂລກ​ທີ່​ເຮົາ​ຢູ່ ແຕ່​ໝາຍ​ເຖິງ​ຈຸດ​ຈົບ​ຂອງ​ຄົນ​ຊົ່ວ​ແລະ​ສິ່ງ​ທີ່​ບໍ່​ດີ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ສອນ​ພວກ​ລູກສິດ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ​ທົ່ວ​ໂລກ. (ລູກາ 4:43) ພວກ​ລູກສິດ​ຈຶ່ງ​ຢາກ​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເລີ່ມ​ຕົ້ນ​ຕອນ​ໃດ ພວກ​ເຂົາ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ຕອນ​ໃດ ແລະ​ຈະ​ມີ​ຫຍັງ​ເປັນ​ສັນຍານ​ບອກ​ໃຫ້​ຮູ້​ວ່າ​ທ່ານ​ປະທັບ​ຢູ່​ແລະ​ບອກ​ໃຫ້​ຮູ້​ວ່າ​ພວກ​ເຮົາ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້?” (ມັດທາຍ 24:3) ພະ​ເຢຊູ​ບໍ່​ໄດ້​ບອກ​ພວກ​ເຂົາ​ວ່າ​ໂລກ​ຈະ​ເຖິງ​ຈຸດ​ຈົບ​ມື້​ໃດ ແຕ່​ເພິ່ນ​ບອກ​ວ່າ​ຈະ​ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ຕອນ​ໃກ້​ຈະ​ຮອດ​ມື້​ນັ້ນ ແລະ​ສິ່ງ​ທີ່​ພະ​ເຢຊູ​ບອກ​ໄວ້​ກໍ​ກຳລັງ​ເກີດ​ຂຶ້ນ​ໃນ​ຕອນ​ນີ້.

3 ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ມີ​ເຫດການ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ໄລຍະ​ທີ່​ໂລກ​ໃກ້​ຈະ​ເຖິງ​ຈຸດ​ຈົບ. ກ່ອນ​ອື່ນ ເຮົາ​ຕ້ອງ​ຮູ້​ເລື່ອງ​ສົງຄາມ​ທີ່​ເກີດ​ຂຶ້ນ​ໃນ​ສະຫວັນ​ເພື່ອ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ໂລກ​ຂອງ​ເຮົາ​ຈຶ່ງ​ມີ​ແຕ່​ເລື່ອງ​ທີ່​ບໍ່​ດີ​ຫຼາຍ​ແທ້ໆ.

ສົງຄາມ​ໃນ​ສະຫວັນ

4, 5. (ກ) ເກີດ​ຫຍັງ​ຂຶ້ນ​ໃນ​ສະຫວັນ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຂຶ້ນ​ເປັນ​ກະສັດ? (ຂ) ພະນິມິດ 12:12 ບອກ​ວ່າ​ໂລກ​ຈະ​ເປັນ​ແນວ​ໃດ​ຫຼັງ​ຈາກ​ທີ່​ຊາຕານ​ຖືກ​ຖິ້ມ​ລົງ​ມາ?

4 ໃນ​ບົດ​ທີ 8 ເຮົາ​ຮູ້​ແລ້ວ​ວ່າ​ປີ 1914 ເປັນ​ປີ​ທີ່​ພະ​ເຢຊູ​ເປັນ​ກະສັດ​ໃນ​ສະຫວັນ. (ດານຽນ 7:13, 14) ແລ້ວ​ມີ​ຫຍັງ​ເກີດ​ຂຶ້ນ? ປຶ້ມ​ພະນິມິດ​ບອກ​ວ່າ: “ເກີດ​ສົງຄາມ​ໃນ​ສະຫວັນ ມີ​ຄາ​ເອນ [ໝາຍ​ເຖິງ​ພະ​ເຢຊູ] ກັບ​ພວກ​ທູດ​ສະຫວັນ​ຂອງ​ເພິ່ນ​ໄດ້​ສູ້​ຮົບ​ກັບ​ພະຍານາກ [ຊາຕານ] ແລະ​ພະຍານາກ​ກັບ​ພວກ​ທູດ​ສະຫວັນ​ຝ່າຍ​ມັນ​ໄດ້​ຕອບ​ໂຕ້​ຄືນ.” * ຊາຕານ​ກັບ​ປີສາດ​ພັກ​ພວກ​ຂອງ​ມັນ​ແພ້​ສົງຄາມ​ແລະ​ຖືກ​ຖິ້ມ​ອອກ​ຈາກ​ສະຫວັນ​ລົງ​ມາ​ໃນ​ໂລກ. ລອງ​ຄິດ​ເບິ່ງ​ວ່າ​ພວກ​ທູດ​ສະຫວັນ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ! ແຕ່​ຜູ້​ຄົນ​ທີ່​ຢູ່​ໃນ​ໂລກ​ເດ? ຄຳພີ​ໄບເບິນ​ບອກ​ວ່າ​ມະນຸດ​ຈະ​ເຈິ​ຄວາມ​ທຸກ​ຍາກ​ລຳບາກ​ຫຼາຍ​ຢ່າງ. ຍ້ອນ​ຫຍັງ? ຍ້ອນ​ຊາຕານ​ໃຈ​ຮ້າຍ​ຫຼາຍ “ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ເຫຼືອ​ແຕ່​ໜ້ອຍ​ດຽວ.”—ພະນິມິດ 12:7, 9, 12

5 ຊາຕານ​ພະຍາຍາມ​ເຮັດ​ໃຫ້​ໂລກ​ເກີດ​ຄວາມ​ວຸ່ນວາຍ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ຍ້ອນ​ມັນ​ໃຈ​ຮ້າຍ​ຫຼາຍ​ທີ່​ຮູ້​ວ່າ​ເວລາ​ຂອງ​ມັນ​ເຫຼືອ​ແຕ່​ໜ້ອຍ​ດຽວ​ກ່ອນ​ທີ່​ພະເຈົ້າ​ຈະ​ຈັດການ​ກັບ​ມັນ. ໄລຍະ​ເວລາ​ທີ່​ເຫຼືອ​ໜ້ອຍ​ນີ້ ຄຳພີ​ໄບເບິນ​ເອີ້ນ​ວ່າ​ສະໄໝ​ສຸດ​ທ້າຍ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມີ​ເຫດການ​ຫຍັງ​ແດ່​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດ​ທ້າຍ​ຕາມ​ທີ່​ພະ​ເຢຊູ​ບອກ​ໄວ້.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 24

ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດ​ທ້າຍ

6, 7. ຄຳ​ພະຍາກອນ​ຂອງ​ພະ​ເຢຊູ​ກ່ຽວ​ກັບ​ສົງຄາມ​ແລະ​ການ​ຂາດແຄນ​ອາຫານ​ເກີດ​ຂຶ້ນ​ແທ້​ແນວ​ໃດ​ໃນ​ທຸກ​ມື້​ນີ້?

6 ສົງຄາມ. ພະ​ເຢຊູ​ບອກ​ວ່າ: “ຈະ​ມີ​ການ​ສູ້​ຮົບ​ກັນ​ລະຫວ່າງ​ປະເທດ​ຕໍ່ປະເທດ​ແລະ​ອານາຈັກ​ຕໍ່​ອານາຈັກ.” (ມັດທາຍ 24:7) ໃນ​ສະໄໝ​ຂອງ​ເຮົາ​ມີ​ຄົນ​ຕາຍ​ຍ້ອນ​ສົງຄາມ​ຫຼາຍ​ກວ່າ​ສະໄໝ​ໃດໆໃນ​ປະຫວັດສາດ. ລາຍງານ​ໜຶ່ງ​ຈາກ​ສະຖາບັນ​ວິເຄາະ​ເຫດການ​ຕ່າງໆຂອງ​ໂລກ (Worldwatch Institute) ບອກ​ວ່າ ຕັ້ງ​ແຕ່​ປີ 1914 ເປັນ​ຕົ້ນ​ມາ ມີ​ຄົນ​ຕາຍ​ຍ້ອນ​ສົງຄາມ​ຫຼາຍ​ກວ່າ 100 ລ້ານ​ຄົນ. ເມື່ອ​ສົມ​ທຽບ​ແລ້ວ​ຈຳນວນ​ຄົນ​ທີ່​ຕາຍ​ໃນ​ສົງຄາມ​ລະຫວ່າງ​ປີ 1900 ເຖິງ​ປີ 2000 (ໄລຍະ​ເວລາ 100 ປີ) ມີ​ຫຼາຍ​ກວ່າ 3 ເທົ່າ​ຂອງ​ຈຳນວນ​ຄົນ​ທີ່​ຕາຍ​ໃນ​ສົງຄາມ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ກ່ອນ​ໜ້າ​ນັ້ນ (ໄລຍະ​ເວລາ 1.900 ປີ). ລອງ​ນຶກ​ພາບ​ເບິ່ງ​ວ່າ​ຫຼາຍ​ລ້ານ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສົງຄາມ​ຈະ​ຮູ້ສຶກ​ຢ້ານ​ແລະ​ເປັນ​ທຸກ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ!

7 ຄວາມ​ອຶດ​ຫິວ. ພະ​ເຢຊູ​ບອກ​ວ່າ: “ຈະ​ເກີດ​ການ​ຂາດແຄນ​ອາຫານ.” (ມັດທາຍ 24:7) ເຖິງ​ວ່າ​ທຸກ​ມື້​ນີ້​ຈະ​ມີ​ການ​ຜະລິດ​ອາຫານ​ໄດ້​ຫຼາຍ​ກວ່າ​ແຕ່​ກ່ອນ ແຕ່​ຫຼາຍ​ຄົນ​ກໍ​ຍັງ​ມີ​ອາຫານ​ບໍ່​ພຽງ​ພໍ. ຍ້ອນ​ຫຍັງ? ຍ້ອນ​ພວກ​ເຂົາ​ມີ​ເງິນ​ບໍ່​ພໍ​ທີ່​ຈະ​ຊື້​ອາຫານ​ຫຼື​ຊື້​ດິນ​ເພື່ອ​ປູກ​ຝັງ. ຫຼາຍ​ກວ່າ 100 ລ້ານ​ຄົນ​ມີ​ລາຍ​ໄດ້​ບໍ່​ຮອດ 10.000 ກີບ​ຕໍ່​ມື້. ອົງການ​ອະນາໄມ​ໂລກ​ບອກ​ວ່າ ແຕ່​ລະ​ປີ​ມີ​ເດັກ​ນ້ອຍ​ຫຼາຍ​ລ້ານ​ຄົນ​ຕາຍ​ເຊິ່ງ​ສາເຫດ​ຫຼັກ​ແມ່ນ​ຍ້ອນ​ຂາດ​ອາຫານ.

8, 9. ຄຳ​ພະຍາກອນ​ຂອງ​ພະ​ເຢຊູ​ກ່ຽວ​ກັບ​ແຜ່ນດິນ​ໄຫວ​ແລະ​ໂລກ​ລະ​ບາດ​ເກີດ​ຂຶ້ນ​ແທ້​ແນວ​ໃດ?

8 ແຜ່ນດິນ​ໄຫວ. ພະ​ເຢຊູ​ພະຍາກອນ​ວ່າ: “ຈະ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່​ໃນ​ບ່ອນ​ຕ່າງໆ.” (ລູກາ 21:11) ທຸກ​ມື້​ນີ້​ມີ​ການ​ຄາດ​ການ​ວ່າ​ຈະ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ເກີດ​ຂຶ້ນ​ຫຼາຍ​ຄັ້ງ​ໃນ​ທຸກໆປີ. ຕັ້ງ​ແຕ່​ປີ 1900 ມີ​ຫຼາຍ​ກວ່າ 2 ລ້ານ​ຄົນ​ຕາຍ​ເນື່ອງ​ຈາກ​ແຜ່ນດິນ​ໄຫວ ແລະ​ເຖິງ​ວ່າ​ຕອນ​ນີ້​ຈະ​ມີ​ເຕັກໂນໂລຊີ​ທີ່​ກ້າວ​ໜ້າ​ຫຼາຍ​ຂຶ້ນ​ແລະ​ສາມາດ​ບອກ​ໃຫ້​ຮູ້​ລ່ວງ​ໜ້າ​ໄວ​ກວ່າ​ແຕ່​ກ່ອນ​ວ່າ​ຈະ​ເກີດ​ແຜ່ນດິນ​ໄຫວ​ຕອນ​ໃດ ແຕ່​ກໍ​ຍັງ​ມີ​ຄົນ​ຈຳນວນ​ຫຼາຍ​ຕາຍ​ຍ້ອນ​ແຜ່ນດິນ​ໄຫວ.

9 ໂລກ​ລະ​ບາດ. ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ “ໂລກ​ລະ​ບາດ” ເຊິ່ງ​ເປັນ​ພະຍາດ​ຮ້າຍແຮງ​ທີ່​ແພ່​ລະ​ບາດ​ຢ່າງ​ໄວ​ວາ​ແລະ​ເຮັດ​ໃຫ້​ຄົນ​ຈຳນວນ​ຫຼາຍ​ເສຍ​ຊີວິດ. (ລູກາ 21:11) ເຖິງ​ວ່າ​ທ່ານ​ໝໍ​ຮູ້​ວິທີ​ປິ່ນປົວ​ພະຍາດ​ຫຼາຍ​ຊະນິດ ແຕ່​ກໍ​ຍັງ​ມີ​ອີກ​ຫຼາຍ​ພະຍາດ​ທີ່​ປິ່ນປົວ​ໃຫ້​ເຊົາ​ບໍ່​ໄດ້. ທີ່​ຈິງ ລາຍງານ​ໜຶ່ງ​ບອກ​ວ່າ​ໃນ​ແຕ່​ລະ​ປີ ມີ​ຫຼາຍ​ລ້ານ​ຄົນ​ຕາຍ​ຍ້ອນ​ເຈັບ​ປ່ວຍ ເຊັ່ນ: ເປັນ​ວັນ​ນະ​ໂລກ ໄຂ້​ມາລາ​ເລຍ ອະຫິວາ ແລະ​ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ໃນ​ໄລຍະ 40 ປີ​ມາ​ນີ້​ທ່ານ​ໝໍ​ພົບ​ວ່າ​ມີ​ພະຍາດ​ໃໝ່ໆເກີດ​ຂຶ້ນ​ອີກ​ຫຼາຍ​ກວ່າ 30 ພະຍາດ ແລະ​ບາງ​ພະຍາດ​ກໍ​ຍັງ​ບໍ່​ມີ​ວິທີ​ປິ່ນປົວ.

ຄົນ​ໃນ​ສະໄໝ​ສຸດ​ທ້າຍ​ເປັນ​ແນວ​ໃດ

10. ສິ່ງ​ທີ່​ບອກ​ໄວ້​ໃນ 2 ຕີໂມທຽວ 3:1-5 ເປັນ​ຈິງ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

10 ໃນ​ຄຳພີ​ໄບເບິນ​ຢູ່ 2 ຕີໂມທຽວ 3:1-5 ໄດ້​ບອກ​ໄວ້​ວ່າ: “ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເປັນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ.” ໃນ​ພະ​ຄຳພີ​ຂໍ້​ນີ້ ອັກຄະສາວົກ​ໂປໂລ​ບອກ​ຊັດເຈນ​ກ່ຽວ​ກັບ​ນິດໄສ​ໃຈ​ຄໍ​ຂອງ​ຄົນ​ໃນ​ສະໄໝ​ສຸດ​ທ້າຍ​ວ່າ:

  • ເຫັນ​ແກ່​ຕົວ

  • ເຫັນ​ແກ່​ເງິນ

  • ບໍ່​ເຊື່ອ​ຟັງ​ພໍ່​ແມ່

  • ບໍ່​ພັກດີ

  • ບໍ່​ຮັກ​ຍາດ​ພີ່ນ້ອງ

  • ບໍ່​ຄວບຄຸມ​ຕົວ​ເອງ

  • ຮຸນແຮງ​ແລະ​ໂຫດ​ຮ້າຍ

  • ຮັກ​ຄວາມ​ສະໜຸກ​ສະໜານ​ແທນ​ທີ່​ຈະ​ຮັກ​ພະເຈົ້າ

  • ເຄັ່ງ​ສາສະໜາ​ແຕ່​ພາຍ​ນອກ

11. ຄົນ​ຊົ່ວ​ຈະ​ເປັນ​ແນວ​ໃດ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ 92:7?

11 ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ມີ​ນິດໄສ​ແບບ​ນີ້​ບໍ? ຄົນ​ຢູ່​ທົ່ວ​ໂລກ​ມີ​ນິດໄສ​ແບບ​ນີ້. ແຕ່​ອີກ​ບໍ່​ດົນ​ພະເຈົ້າ​ຈະ​ລົງ​ມື​ຈັດການ. ພະອົງ​ສັນຍາ​ວ່າ: “ຄົນ​ຮ້າຍ​ທັງ​ຫຼາຍ​ງອກ​ຂຶ້ນ​ຄື​ຫຍ້າ​ແລະ​ເມື່ອ​ຄົນ​ທັງ​ປວງ​ທີ່​ເຮັດ​ການ​ອະທຳ​ຊື່ນ​ບານ​ຈຳເລີນ​ຂຶ້ນ​ແມ່ນ​ເພື່ອ​ເຂົາ​ຈະ​ຈິບຫາຍ​ໄປ​ເປັນ​ນິດ.”—ຄຳເພງ 92:7

ສິ່ງ​ດີໆທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດ​ທ້າຍ

12, 13. ໃນ​ສະໄໝ​ສຸດ​ທ້າຍ​ພະ​ເຢໂຫວາ​ສອນ​ຫຍັງ​ເຮົາ​ແດ່?

12 ເຖິງ​ແມ່ນ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຈະ​ມີ​ແຕ່​ຄວາມ​ເຈັບ​ປວດ​ແລະ​ຄວາມ​ທຸກ​ຫຼາຍ​ຢ່າງ ແຕ່​ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ສິ່ງ​ດີໆທີ່​ຈະ​ເກີດ​ຂຶ້ນ. ສິ່ງ​ດີໆເຫຼົ່າ​ນີ້​ມີ​ຫຍັງ​ແດ່?

“ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ.”—ມັດທາຍ 24:14

13 ເຂົ້າ​ໃຈ​ເລື່ອງ​ໃນ​ຄຳພີ​ໄບເບິນ. ຜູ້​ພະຍາກອນ​ດານີເອນ​ຂຽນ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ວ່າ: “ຄວາມ​ຮູ້ [ແທ້] ຈະ​ມາກ​ທະວີ​ຂຶ້ນ.” (ດານຽນ 12:4) ນີ້​ໝາຍ​ຄວາມ​ວ່າ​ພະເຈົ້າ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃນ​ສະໄໝ​ສຸດ​ທ້າຍ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ​ຊັດເຈນ​ຫຼາຍ​ກວ່າ​ສະໄໝ​ທີ່​ຜ່ານ​ມາ. ພະ​ເຢໂຫວາ​ເຮັດ​ແບບ​ນີ້​ຕັ້ງ​ແຕ່​ປີ 1914 ເປັນ​ຕົ້ນ​ມາ. ຕົວຢ່າງ​ເຊັ່ນ: ພະອົງ​ສອນ​ເຮົາ​ໃຫ້​ຮູ້​ວ່າ​ຊື່​ຂອງ​ພະອົງ​ສຳຄັນ ສອນ​ວ່າ​ພະອົງ​ຢາກ​ໃຫ້​ໂລກ​ເປັນ​ແນວ​ໃດ ສອນ​ເລື່ອງ​ຄ່າໄຖ່ ເລື່ອງ​ຕາຍ​ແລ້ວ​ເປັນ​ແນວ​ໃດ ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ເຮົາ​ຍັງ​ໄດ້​ຮຽນ​ວ່າ​ມີ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ເຮົາ​ໄດ້. ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຮຽນ​ຮູ້​ອີກ​ວ່າ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ສຸກ ແລະ​ຈະ​ໃຊ້​ຊີວິດ​ແບບ​ໃດ​ພະເຈົ້າ​ຈຶ່ງ​ຈະ​ພໍ​ໃຈ. ຫຼັງ​ຈາກ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ຮຽນ​ຮູ້​ເລື່ອງ​ເຫຼົ່າ​ນີ້​ແລ້ວ ພວກ​ເຂົາ​ເຮັດ​ຫຍັງ? ຄຳ​ພະຍາກອນ​ໃນ​ຂໍ້​ອື່ນ​ຈະ​ຕອບ​ຄຳຖາມ​ນີ້.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 21 ແລະ 25

14. ໃນ​ສະໄໝ​ສຸດ​ທ້າຍ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກວ້າງ​ຂວາງ​ຂະໜາດ​ໃດ ແລະ​ໃຜ​ກຳລັງ​ເຮັດ​ວຽກ​ນີ້?

14 ການ​ປະກາດ​ທົ່ວ​ໂລກ. ພະ​ເຢຊູ​ເວົ້າ​ເຖິງ​ສະໄໝ​ສຸດ​ທ້າຍ​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ.” (ມັດທາຍ 24:3, 14) ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ 240 ດິນແດນ​ແລະ​ຫຼາຍ​ກວ່າ 900 ພາສາ. ພະຍານ​ພະ​ເຢໂຫວາ​ຈາກ ‘ທຸກ​ປະເທດ ທຸກ​ຊົນຊາດ’ ໃນ​ທົ່ວ​ໂລກ​ກຳລັງ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ ແລະ​ການ​ປົກຄອງ​ນີ້​ຈະ​ເຮັດ​ຫຍັງ​ເພື່ອ​ມະນຸດ. (ພະນິມິດ 7:9) ພະຍານ​ພະ​ເຢໂຫວາ​ສອນ​ຄຳພີ​ໄບເບິນ​ໃຫ້​ລ້າໆ. ເຖິງ​ວ່າ​ຈະ​ມີ​ຫຼາຍ​ຄົນ​ກຽດ​ຊັງ​ແລະ​ຂົ່ມເຫງ​ພວກ​ເຂົາ​ຄື​ກັບ​ທີ່​ພະ​ເຢຊູ​ບອກ​ໄວ້​ລ່ວງ​ໜ້າ ແຕ່​ກໍ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ພວກ​ເຂົາ​ເຊົາ​ເຮັດ​ວຽກ​ປະກາດ.—ລູກາ 21:17

ເຈົ້າ​ຈະ​ເຮັດ​ຫຍັງ?

15. (ກ) ເຈົ້າ​ເຊື່ອ​ບໍ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ແບບ​ນັ້ນ? (ຂ) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ຟັງ?

15 ເຈົ້າ​ເຊື່ອ​ບໍ​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ? ຄຳ​ພະຍາກອນ​ຫຼາຍ​ຂໍ້​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ກຳລັງ​ເກີດ​ຂຶ້ນ​ແທ້ ແລະ​ອີກ​ບໍ່ດົນ​ພະ​ເຢໂຫວາ​ຈະ​ສັ່ງ​ໃຫ້​ເຊົາ​ເຮັດ​ວຽກ​ປະກາດ​ຂ່າວ​ດີ ແລ້ວ “ຈຸດ​ຈົບ” ກໍ​ຈະ​ມາ​ເຖິງ. (ມັດທາຍ 24:14) ຈຸດ​ຈົບ​ທີ່​ເວົ້າ​ເຖິງ​ນີ້​ຈະ​ເກີດ​ຂຶ້ນ​ຕອນ​ໃດ? ຕອນ​ທີ່​ພະເຈົ້າ​ທຳລາຍ​ຄົນ​ຊົ່ວ​ໃນ​ສົງຄາມ​ອາມາເຄໂດນ. ພະ​ເຢໂຫວາ​ຈະ​ໃຊ້​ພະ​ເຢຊູ​ພ້ອມ​ກັບ​ພວກ​ທູດ​ສະຫວັນ​ທີ່​ມີ​ລິດເດດ​ໃຫ້​ທຳລາຍ​ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ຟັງ​ພະອົງ​ແລະ​ລູກ​ຊາຍ​ຂອງ​ພະອົງ. (2 ເທຊະໂລນິກ 1:6-9) ຫຼັງ​ຈາກ​ນັ້ນ ຊາຕານ​ກັບ​ພວກ​ປີສາດ​ຈະ​ລໍ້​ລວງ​ຜູ້​ຄົນ​ບໍ່​ໄດ້​ອີກ. ສ່ວນ​ຄົນ​ທີ່​ເຕັມ​ໃຈ​ເຊື່ອ​ຟັງ​ພະເຈົ້າ​ແລະ​ການ​ປົກຄອງ​ຂອງ​ພະອົງ​ກໍ​ຈະ​ໄດ້​ເຫັນ​ທຸກ​ສິ່ງ​ເກີດ​ຂຶ້ນ​ແທ້​ຕາມ​ທີ່​ພະເຈົ້າ​ສັນຍາ​ໄວ້.—ພະນິມິດ 20:1-3; 21:3-5

16. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເມື່ອ​ເຫັນ​ວ່າ​ຈຸດ​ຈົບ​ໃກ້​ເຂົ້າ​ມາ​ແລ້ວ?

16 ອີກ​ບໍ່​ດົນ ໂລກ​ທີ່​ຊາຕານ​ປົກຄອງ​ຈະ​ເຖິງ​ຈຸດ​ຈົບ. ດັ່ງ​ນັ້ນ​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຕ້ອງ​ເຮັດ​ຫຍັງ?’ ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ແລະ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ໃຫ້​ຫຼາຍ​ທີ່​ສຸດ. ເຈົ້າ​ຕ້ອງ​ຮຽນ​ຄຳພີ​ໄບເບິນ​ຢ່າງ​ເອົາ​ຈິງ​ເອົາ​ຈັງ. (ໂຢຮັນ 17:3) ພະຍານ​ພະ​ເຢໂຫວາ​ປະຊຸມ​ກັນ​ທຸກໆອາທິດ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ. ຂໍ​ໃຫ້​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້​ເປັນ​ປະຈຳ. (ອ່ານ​ເຮັບເຣີ 10:24, 25) ຫຼັງ​ຈາກ​ທີ່​ເຈົ້າ​ໄດ້​ຮຽນ​ຄຳພີ​ໄບເບິນ​ແລ້ວ​ເຫັນ​ວ່າ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ຕ້ອງ​ປ່ຽນ​ແປງ ຢ່າ​ຢ້ານ​ທີ່​ຈະ​ປ່ຽນ. ຖ້າ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ປ່ຽນ​ແປງ​ສິ່ງ​ເຫຼົ່າ​ນີ້ ແນ່ນອນ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແລະ​ເຈົ້າ​ຈະ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ.—ຢາໂກໂບ 4:8

17. ເປັນ​ຫຍັງ​ຄົນ​ສ່ວນ​ຫຼາຍ​ຈະ​ຕົກໃຈ​ເມື່ອ​ຈຸດ​ຈົບ​ຂອງ​ໂລກ​ມາ​ເຖິງ?

17 ອັກຄະສາວົກ​ໂປໂລ​ບອກ​ວ່າ​ການ​ທຳລາຍ​ຄົນ​ຊົ່ວ​ຈະ​ເກີດ​ຂຶ້ນ​ຕອນ​ທີ່​ຜູ້​ຄົນ​ບໍ່​ທັນ​ຕັ້ງ​ຕົວ “ຄື​ກັບ​ຂີ້​ລັກ​ທີ່​ມາ​ຕອນ​ກາງຄືນ.” (1 ເທຊະໂລນິກ 5:2) ພະ​ເຢຊູ​ພະຍາກອນ​ວ່າ​ຜູ້​ຄົນ​ຈຳນວນ​ຫຼາຍ​ເລືອກ​ທີ່​ຈະ​ບໍ່​ສົນ​ໃຈ​ຫຼັກ​ຖານ​ທີ່​ວ່າ​ພວກ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຫຼື​ໄລຍະ​ການ​ປະທັບ​ຂອງ​ລູກ​ມະນຸດ. ເພິ່ນ​ບອກ​ວ່າ: “ສະໄໝ​ຂອງ​ໂນອາ​ເປັນ​ແນວ​ໃດ ການ​ປະທັບ​ຂອງ ‘ລູກ​ມະນຸດ’ ກໍ​ຈະ​ເປັນ​ແນວ​ນັ້ນ. ຍ້ອນ​ໃນ​ໄລຍະ​ກ່ອນ​ນ້ຳ​ຖ້ວມ ຜູ້​ຄົນ​ກິນ​ດື່ມ ແຕ່ງ​ດອງ​ເປັນ​ຜົວ​ເມຍ​ກັນ ຈົນ​ຮອດ​ມື້​ທີ່​ໂນອາ​ເຂົ້າ​ໄປ​ໃນ​ເຮືອ ພວກ​ນັ້ນ​ບໍ່​ສົນ​ໃຈ​ຫຍັງ​ຈົນ​ນ້ຳ​ມາ​ຖ້ວມ​ແລະ​ກວາດ​ພວກ​ເຂົາ​ໄປ​ຈົນ​ໝົດ ການ​ປະທັບ​ຂອງ ‘ລູກ​ມະນຸດ’ ກໍ​ຈະ​ເປັນ​ແບບ​ນັ້ນ​ແຫຼະ.”—ມັດທາຍ 24:37-39

18. ພະ​ເຢຊູ​ເຕືອນ​ເຮົາ​ເລື່ອງ​ຫຍັງ?

18 ພະ​ເຢຊູ​ເຕືອນ​ເຮົາ​ວ່າ “ຢ່າ​ໝົກມຸ້ນ​ກັບ​ການ​ກິນ​ການ​ດື່ມ​ຫຼາຍ​ໂພດ ຫຼື​ອຸກ​ໃຈ​ກັບ​ຊີວິດ.” ຍ້ອນ​ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ບໍ່​ຈົດຈໍ່​ແລະ​ບໍ່​ສົນ​ໃຈ​ຫຼັກ​ຖານ​ທີ່​ວ່າ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ. ເພິ່ນ​ບອກ​ວ່າ​ຈຸດ​ຈົບ “ຈະ​ມາ​ຢ່າງ​ກະທັນຫັນ​ໂດຍ​ທີ່​ພວກ​ເຈົ້າ​ບໍ່​ທັນ​ຮູ້​ຕົວ​ຄື​ກັບ​ແຮ້ວ​ຈັບ​ສັດ” ແລະ​ຍັງ​ບອກ​ວ່າ “ທຸກ​ຄົນ​ທົ່ວ​ໂລກ​ຈະ​ຕ້ອງ​ເຈິ​ກັບ​ວັນ​ນັ້ນ.” ແລ້ວ​ພະ​ເຢຊູ​ບອກ​ຕື່ມ​ອີກ​ວ່າ: “ໃຫ້​ເຈົ້າ​ຕື່ນ​ຕົວ​ຢູ່​ສະເໝີ​ແລະ​ອະທິດຖານ​ອ້ອນ​ວອນ​ຢູ່​ເລື້ອຍໆ ເພື່ອ​ເຈົ້າ​ຈະ​ລອດ​ຈາກ​ເຫດການ​ທັງ​ໝົດ​ທີ່​ຈະ​ເກີດ​ຂຶ້ນ​ແລະ​ຢືນ​ຢູ່​ຕໍ່​ໜ້າ ‘ລູກ​ມະນຸດ’ ໄດ້.” (ລູກາ 21:34-36) ເປັນ​ຫຍັງ​ເຮົາ​ຕ້ອງ​ຟັງ​ຄຳ​ເຕືອນ​ຂອງ​ພະ​ເຢຊູ? ຍ້ອນ​ວ່າ​ອີກ​ບໍ່​ດົນ​ໂລກ​ຊົ່ວ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ. ສະເພາະ​ຄົນ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຍອມ​ຮັບ​ເທົ່າ​ນັ້ນ​ຈຶ່ງ​ຈະ​ລອດ​ຈາກ​ຈຸດ​ຈົບ​ນີ້​ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ.—ໂຢຮັນ 3:16; 2 ເປໂຕ 3:13

^ ຂໍ້ 4 ມີ​ຄາ​ເອນ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ພະ​ເຢຊູ​ຄລິດ. ເບິ່ງ​ຂໍ້​ມູນ​ໄດ້​ໃນ​ຄຳ​ອະທິບາຍ​ເພີ່ມ​ເຕີມ 23.