ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 10

ຄວາມ​ຈິງ​ກ່ຽວ​ກັບ​ທູດ​ສະຫວັນ​ແລະ​ປີສາດ

ຄວາມ​ຈິງ​ກ່ຽວ​ກັບ​ທູດ​ສະຫວັນ​ແລະ​ປີສາດ

1. ເປັນ​ຫຍັງ​ເຮົາ​ຕ້ອງ​ຮູ້​ເລື່ອງ​ທູດ​ສະຫວັນ?

ເຮົາ​ໄດ້​ຮູ້ຈັກ​ພະ​ເຢໂຫວາ​ພະເຈົ້າ​ແລ້ວ ແລະ​ຕອນ​ນີ້​ພະອົງ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ຄອບຄົວ​ຂອງ​ພະອົງ​ເຊິ່ງ​ກໍ​ຄື​ທູດ​ສະຫວັນ. ຄຳພີ​ໄບເບິນ​ເອີ້ນ​ພວກ​ທູດ​ສະຫວັນ​ວ່າ ‘ລູກ​ຂອງ​ພະເຈົ້າ.’ (ໂຢບ 38:7) ທູດ​ສະຫວັນ​ເຮັດ​ວຽກ​ຫຍັງ? ພວກ​ເຂົາ​ຊ່ວຍ​ຜູ້​ຄົນ​ໃນ​ສະໄໝ​ອະດີດ​ແນວ​ໃດ? ແລະ​ຕອນ​ນີ້​ພວກ​ເຂົາ​ຊ່ວຍ​ເຮົາ​ໄດ້​ບໍ?—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 8

2. ທູດ​ສະຫວັນ​ມາ​ຈາກ​ໃສ? ພະເຈົ້າ​ສ້າງ​ທູດ​ສະຫວັນ​ຫຼາຍ​ສ່ຳ​ໃດ?

2 ທູດ​ສະຫວັນ​ມາ​ຈາກ​ໃສ? ໂກໂລຊາຍ 1:16 ບອກ​ວ່າ ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ພະ​ເຢຊູ ພະອົງ​ກໍ “ສ້າງ​ສິ່ງ​ອື່ນໆທັງ​ໝົດ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້.” ສິ່ງ​ທີ່​ພະເຈົ້າ​ສ້າງ​ໃນ​ສະຫວັນ​ລວມ​ມີ​ທູດ​ສະຫວັນ​ນຳ. ແລ້ວ​ພະເຈົ້າ​ສ້າງ​ທູດ​ສະຫວັນ​ຈັກ​ອົງ? ຄຳພີ​ໄບເບິນ​ບອກ​ວ່າ​ມີ​ຫຼາຍ​ຮ້ອຍ​ລ້ານ​ອົງ.—ຄຳເພງ 103:20; ພະນິມິດ 5:11

3. ໂຢບ 38:4-7 ບອກ​ຫຍັງ​ກ່ຽວ​ກັບ​ທູດ​ສະຫວັນ?

3 ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ອີກ​ວ່າ​ພະ​ເຢໂຫວາ​ສ້າງ​ທູດ​ສະຫວັນ​ໃຫ້​ຢູ່​ໃນ​ສະຫວັນ​ກ່ອນ​ທີ່​ພະອົງ​ຈະ​ສ້າງ​ໂລກ​ກັບ​ມະນຸດ. ທູດ​ສະຫວັນ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ເຫັນ​ພະເຈົ້າ​ສ້າງ​ໂລກ? ປຶ້ມ​ໂຢບ​ບອກ​ເຮົາ​ວ່າ​ພວກ​ເຂົາ​ດີ​ໃຈ​ຫຼາຍ. ຕອນ​ນັ້ນ​ພວກ​ທູດ​ສະຫວັນ​ເປັນ​ຄອບຄົວ​ທີ່​ສະໜິດ​ກັນ​ແລະ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ.—ໂຢບ 38:4-7

ທູດ​ສະຫວັນ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ

4. ທູດ​ສະຫວັນ​ສົນ​ໃຈ​ມະນຸດ​ແນວ​ໃດ?

4 ພວກ​ທູດ​ສະຫວັນ​ສົນ​ໃຈ​ມະນຸດ​ມາ​ຕະຫຼອດ ແລະ​ພວກ​ເຂົາ​ກໍ​ສົນ​ໃຈ​ໃນ​ສິ່ງ​ທີ່​ພະເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ເພື່ອ​ມະນຸດ​ແລະ​ໂລກ​ນຳ​ອີກ. (ສຸພາສິດ 8:30, 31; 1 ເປໂຕ 1:11, 12) ຕອນ​ທີ່​ອາດາມ​ກັບ​ເອວາ​ກະບົດ ພວກ​ທູດ​ສະຫວັນ​ເສຍໃຈ​ຫຼາຍ ແລະ​ຕອນ​ນີ້​ພວກ​ເຂົາ​ກໍ​ແຮ່ງ​ເສຍໃຈ​ທີ່​ເຫັນ​ວ່າ​ຄົນ​ສ່ວນ​ຫຼາຍ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ແຕ່​ຖ້າ​ມີ​ບາງ​ຄົນ​ກັບ​ໃຈ​ແລະ​ກັບ​ມາ​ຫາ​ພະ​ເຢໂຫວາ ພວກ​ທູດ​ສະຫວັນ​ກໍ​ດີ​ໃຈ​ຫຼາຍ. (ລູກາ 15:10) ເຮົາ​ເຫັນ​ວ່າ​ທູດ​ສະຫວັນ​ສົນ​ໃຈ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ຫຼາຍ​ແທ້ໆ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ໃຊ້​ທູດ​ສະຫວັນ​ໃຫ້​ຊ່ວຍ​ແລະ​ປົກ​ປ້ອງ​ຄຸ້ມຄອງ​ຄົນ​ທີ່​ເຮັດ​ວຽກ​ຮັບໃຊ້​ພະອົງ​ໃນ​ໂລກ. (ເຮັບເຣີ 1:7, 14) ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

‘ພະເຈົ້າ​ຂອງ​ຜູ້​ຂ້າ​ໄດ້​ໃຊ້​ທູດ [ສະຫວັນ] ອັດ​ປາກ​ສິງ.’—ດານຽນ 6:22

5. ໃນ​ອະດີດ ທູດ​ສະຫວັນ​ໄດ້​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ແນວ​ໃດ?

5 ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ 2 ອົງ​ມາ​ຊ່ວຍ​ໂລດ​ກັບ​ຄອບຄົວ​ໃຫ້​ລອດ​ຕອນ​ທີ່​ພະອົງ​ທຳລາຍ​ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ. (ຕົ້ນເດີມ 19:15, 16) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ຜູ້​ພະຍາກອນ​ດານີເອນ​ຖືກ​ຈັບ​ໂຍນ​ລົງ​ໃນ​ຂຸມ​ໃຫຍ່​ທີ່​ມີ​ສິງ ແຕ່​ລາວ​ກໍ​ບໍ່​ເປັນ​ຫຍັງ ຍ້ອນ ‘ພະເຈົ້າ​ໄດ້​ໃຊ້​ທູດ [ສະຫວັນ] ອັດ​ປາກ​ສິງ.’ (ດານຽນ 6:22) ສະໄໝ​ຕໍ່​ມາ ຕອນ​ທີ່​ອັກຄະສາວົກ​ເປໂຕ​ຖືກ​ຄຸກ ພະ​ເຢໂຫວາ​ກໍ​ສົ່ງ​ທູດ​ສະຫວັນ​ມາ​ປ່ອຍ​ລາວ​ອອກ​ຈາກ​ຄຸກ. (ກິດຈະການ 12:6-11) ນອກ​ຈາກ​ນັ້ນ ທູດ​ສະຫວັນ​ຍັງ​ໄດ້​ຊ່ວຍ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຢູ່​ໃນ​ໂລກ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ ມີ “ທູດ​ສະຫວັນ​ໄດ້​ເຝົ້າ​ເບິ່ງ​ແຍງ​ເພິ່ນ.” (ມາຣະໂກ 1:13) ກ່ອນ​ທີ່​ພະ​ເຢຊູ​ຈະ​ຖືກ​ປະຫານ​ມີ​ທູດ​ສະຫວັນ​ອົງ​ໜຶ່ງ​ມາ “ໃຫ້​ກຳລັງ​ໃຈ​ເພິ່ນ.”—ລູກາ 22:43

6. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ທູດ​ສະຫວັນ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້? (ຂ) ໃນ​ບົດ​ນີ້​ເຮົາ​ຈະ​ໄດ້​ຄຳຕອບ​ຂອງ​ຄຳຖາມ​ຫຍັງ​ແດ່?

6 ໃນ​ທຸກ​ມື້​ນີ້ ທູດ​ສະຫວັນ​ບໍ່​ໄດ້​ມາ​ປາກົດ​ຕົວ​ໃຫ້​ມະນຸດ​ເຫັນ​ອີກ​ແລ້ວ. ແຕ່​ພະເຈົ້າ​ກໍ​ຍັງ​ໃຊ້​ທູດ​ສະຫວັນ​ໃຫ້​ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ພະອົງ. ຄຳພີ​ໄບເບິນ​ບອກ​ວ່າ: “ທູດ​ຂອງ​ພະ​ເຢໂຫວາ​ກໍ​ຕັ້ງ​ຢູ່​ອ້ອມ​ຮອບ​ຄົນ​ທັງ​ຫຼາຍ​ທີ່​ຢ້ານຢຳ​ພະອົງ​ແລະ​ຊ່ອຍ​ເຂົາ​ໃຫ້​ພົ້ນ.” (ຄຳເພງ 34:7) ເປັນ​ຫຍັງ​ທູດ​ສະຫວັນ​ຕ້ອງ​ຊ່ວຍ​ເຮົາ? ຍ້ອນ​ເຮົາ​ມີ​ສັດຕູ​ທີ່​ມີ​ອຳນາດ​ຫຼາຍ​ແລະ​ພວກ​ມັນ​ກໍ​ຈອບ​ຈະ​ທຳ​ຮ້າຍ​ເຮົາ. ພວກ​ມັນ​ແມ່ນ​ໃຜ? ມາ​ຈາກ​ໃສ? ແລະ​ພະຍາຍາມ​ຈະ​ເຮັດ​ຫຍັງ​ເຮົາ? ເພື່ອ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໄດ້ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ທີ່​ອາດາມ​ກັບ​ເອວາ​ຖືກ​ສ້າງ​ໄດ້​ບໍ່​ດົນ.

ສັດຕູ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ

7. ຊາຕານ​ຢາກ​ໃຫ້​ມະນຸດ​ເຮັດ​ຫຍັງ?

7 ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 3 ແລ້ວ​ວ່າ​ມີ​ທູດ​ສະຫວັນ​ອົງ​ໜຶ່ງ​ກະບົດ​ຕໍ່​ພະເຈົ້າ​ແລະ​ຢາກ​ປົກຄອງ​ມະນຸດ. ຄຳພີ​ໄບເບິນ​ເອີ້ນ​ມັນ​ວ່າ​ມານ​ຊາຕານ. (ພະນິມິດ 12:9) ຊາຕານ​ຢາກ​ໃຫ້​ມະນຸດ​ກະບົດ​ຕໍ່​ພະເຈົ້າ​ຄື​ກັນ. ມັນ​ລໍ້​ລວງ​ເອວາ​ໄດ້​ສຳເລັດ ແລະ​ຕັ້ງ​ແຕ່​ນັ້ນ​ມາ​ມັນ​ກໍ​ລໍ້​ລວງ​ຜູ້​ຄົນ​ສ່ວນ​ຫຼາຍ​ໃນ​ໂລກ. ແຕ່​ກໍ​ມີ​ບາງ​ຄົນ​ທີ່​ມັນ​ລໍ້​ລວງ​ບໍ່​ສຳເລັດ ເຊັ່ນ: ອາເບັນ ເອນົກ ແລະ​ໂນອາ ຍ້ອນ​ພວກ​ເຂົາ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ.—ເຮັບເຣີ 11:4, 5, 7

8. (ກ) ທູດ​ສະຫວັນ​ບາງ​ອົງ​ກາຍ​ເປັນ​ປີສາດ​ໄດ້​ແນວ​ໃດ? (ຂ) ພວກ​ປີສາດ​ລອດ​ຈາກ​ນ້ຳ​ຖ້ວມ​ໄດ້​ແນວ​ໃດ?

8 ໃນ​ສະໄໝ​ຂອງ​ໂນອາ ທູດ​ສະຫວັນ​ບາງ​ອົງ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ ແລະ​ຖິ້ມ​ບ່ອນ​ຢູ່​ໃນ​ສະຫວັນ​ແລ້ວ​ແປງ​ກາຍ​ເປັນ​ມະນຸດ​ມາ​ຢູ່​ໃນ​ໂລກ. ເປັນ​ຫຍັງ​ພວກ​ມັນ​ເຮັດ​ແບບ​ນັ້ນ? ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ ພວກ​ມັນ​ຢາກ​ໄດ້​ມະນຸດ​ເປັນ​ເມຍ. (ອ່ານ​ຕົ້ນເດີມ 6:2) ແຕ່​ການ​ທີ່​ທູດ​ສະຫວັນ​ເຮັດ​ແບບ​ນີ້​ເປັນ​ເລື່ອງ​ທີ່​ຜິດ. (ຢູດາ 6) ຄົນ​ສ່ວນ​ຫຼາຍ​ໃນ​ສະໄໝ​ນັ້ນ​ກໍ​ເປັນ​ຄື​ກັບ​ທູດ​ສະຫວັນ​ຊົ່ວ​ເຫຼົ່າ​ນີ້ ພວກ​ເຂົາ​ເຮັດ​ສິ່ງ​ທີ່​ຜິດ ເປັນ​ຄົນ​ຂີ້​ຕົວະ​ຫຼອກ​ລວງ ແລະ​ມັກ​ຄວາມ​ຮຸນແຮງ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ຕັດສິນ​ໃຈ​ທຳລາຍ​ຄົນ​ຊົ່ວ​ເຫຼົ່າ​ນັ້ນ​ໂດຍ​ເຮັດ​ໃຫ້​ນ້ຳ​ຖ້ວມ​ໂລກ. ແຕ່​ພະອົງ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ໃຫ້​ປອດໄພ. (ຕົ້ນເດີມ 7:17, 23) ສ່ວນ​ພວກ​ທູດ​ສະຫວັນ​ຊົ່ວ​ກໍ​ໜີ​ເອົາ​ໂຕ​ລອດ​ກັບ​ໄປ​ສະຫວັນ. ຄຳພີ​ໄບເບິນ​ເອີ້ນ​ທູດ​ສະຫວັນ​ຊົ່ວ​ເຫຼົ່າ​ນີ້​ວ່າ​ພວກ​ປີສາດ. ພວກ​ມັນ​ກະບົດ​ແລະ​ເລືອກ​ຢູ່​ຝ່າຍ​ຊາຕານ ຊາຕານ​ຈຶ່ງ​ກາຍ​ເປັນ​ຫົວ​ໜ້າ​ຂອງ​ພວກ​ມັນ.—ມັດທາຍ 9:34

9. (ກ) ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ປີສາດ​ຕອນ​ທີ່​ພວກ​ມັນ​ກັບ​ໄປ​ສະຫວັນ? (ຂ) ຕໍ່​ຈາກ​ນີ້​ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ?

9 ຍ້ອນ​ພວກ​ປີສາດ​ກະບົດ​ຕໍ່​ພະ​ເຢໂຫວາ ເມື່ອ​ພວກ​ມັນ​ກັບ​ໄປ​ສະຫວັນ ພະອົງ​ຈຶ່ງ​ບໍ່​ຍອມ​ໃຫ້​ພວກ​ມັນ​ຢູ່​ໃນ​ຄອບຄົວ​ຂອງ​ພະອົງ​ອີກ. (2 ເປໂຕ 2:4) ເຖິງ​ວ່າ​ພວກ​ປີສາດ​ແປງ​ກາຍ​ເປັນ​ມະນຸດ​ບໍ່​ໄດ້​ອີກ​ແລ້ວ ແຕ່​ພວກ​ມັນ​ກໍ​ຍັງ “ລໍ້​ລວງ​ທົ່ວ​ໂລກ​ໃຫ້​ຫຼົງ​ຜິດ.” (ພະນິມິດ 12:9; 1 ໂຢຮັນ 5:19) ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ພວກ​ປີສາດ​ໃຊ້​ເພື່ອ​ລໍ້​ລວງ​ຜູ້​ຄົນ​ຈຳນວນ​ຫຼາຍ.—ອ່ານ 2 ໂກຣິນໂທ 2:11

ວິທີ​ທີ່​ພວກ​ປີສາດ​ໃຊ້​ເພື່ອ​ລໍ້​ລວງ​ຜູ້​ຄົນ

10. ພວກ​ປີສາດ​ໃຊ້​ວິທີ​ໃດ​ເພື່ອ​ລໍ້​ລວງ​ຜູ້​ຄົນ?

10 ພວກ​ປີສາດ​ໃຊ້​ຫຼາຍ​ວິທີ​ເພື່ອ​ລໍ້​ລວງ​ຜູ້​ຄົນ. ວິທີ​ໜຶ່ງ​ກໍ​ຄື​ເລື່ອງ​ກ່ຽວ​ກັບ​ໄສຍະສາດ​ຫຼື​ເວດ​ມົນ​ຄາຖາ ຜູ້​ຄົນ​ຕິດ​ກັບດັກ​ປີສາດ​ໂດຍ​ກົງ​ຫຼື​ຜ່ານ​ທາງ​ຄົນ​ອື່ນ ເຊັ່ນ: ໝໍ​ຜີ​ຫຼື​ຄົນ​ຊົງ. ແຕ່​ຄຳພີ​ໄບເບິນ​ສັ່ງ​ເຮົາ​ບໍ່​ໃຫ້​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ. (ຄາລາເຕຍ 5:19-21) ຍ້ອນ​ຫຍັງ? ຍ້ອນ​ພວກ​ປີສາດ​ໃຊ້​ວິທີ​ເຫຼົ່າ​ນີ້​ເພື່ອ​ລໍ້​ລວງ​ຜູ້​ຄົນ​ໃຫ້​ຕິດ​ກັບດັກ​ແລະ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມັນ ຄື​ກັບ​ທີ່​ນາຍ​ພານ​ໃຊ້​ກັບດັກ​ເພື່ອ​ຈັບ​ສັດ.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 26.

11. ການ​ທຳ​ນາຍ​ອະນາຄົດ​ມີ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ?

11 ກັບດັກ​ຢ່າງ​ໜຶ່ງ​ທີ່​ມັນ​ໃຊ້​ແມ່ນ​ການ​ທຳ​ນາຍ​ອະນາຄົດ ເຊິ່ງ​ເປັນ​ການ​ໃຊ້​ພະລັງ​ເລິກ​ລັບ​ເໜືອ​ທຳມະຊາດ​ເພື່ອ​ຈະ​ຮູ້​ອະນາຄົດ​ຫຼື​ສິ່ງ​ທີ່​ຢາກ​ຮູ້. ບາງ​ຄົນ​ຊອກ​ເລີກ​ຊອກ​ຍາມ ເບິ່ງ​ໄພ້ ເບິ່ງ​ລາຍ​ມື ທຳ​ນາຍ​ຄວາມ​ຝັນ ດູ​ດວງ ຫຼື​ເບິ່ງ​ໂຫລາສາດ. ຫຼາຍ​ຄົນ​ຄິດ​ວ່າ​ການ​ເຮັດ​ແບບ​ນີ້​ບໍ່​ມີ​ພິດ​ບໍ່​ມີ​ໄພ​ຫຍັງ ແຕ່​ແທ້ໆແລ້ວ​ເປັນ​ອັນຕະລາຍ​ຫຼາຍ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ໝໍ​ດູ​ກັບ​ປີສາດ​ເຮັດ​ວຽກ​ນຳ​ກັນ. ໃນ​ກິດຈະການ 16:16-18 ບອກ​ວ່າ​ມີ ‘ປີສາດ​ທີ່​ເຮັດ​ໃຫ້​ທຳ​ນາຍ​ອະນາຄົດ​ໄດ້’ ເຊິ່ງ​ຊ່ວຍ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ໃຫ້ “ທຳ​ນາຍ​ໂຊກ​ຊະຕາ.” ແຕ່​ຫຼັງ​ຈາກ​ທີ່​ອັກຄະສາວົກ​ໂປໂລ​ໄລ່​ປີສາດ​ອອກ​ໄປ​ຈາກ​ເດັກ​ນ້ອຍ​ຄົນ​ນີ້ ລາວ​ກໍ​ບໍ່​ສາມາດ​ທຳ​ນາຍ​ອະນາຄົດ​ໄດ້​ອີກ​ເລີຍ.

12. (ກ) ເປັນ​ຫຍັງ​ການ​ຕິດ​ຕໍ່​ກັບ​ຄົນ​ຕາຍ​ຈຶ່ງ​ເປັນ​ອັນຕະລາຍ? (ຂ) ເປັນ​ຫຍັງ​ຄົນ​ທີ່​ນະມັດສະການ​ພະເຈົ້າ​ຕ້ອງ​ລະວັງ​ພິທີ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ຄົນ​ຕາຍ?

12 ພວກ​ປີສາດ​ຍັງ​ໃຊ້​ກັບດັກ​ອີກ​ຢ່າງ​ໜຶ່ງ​ເພື່ອ​ເຮັດ​ໃຫ້​ຄົນ​ຕິດ​ກັບດັກ. ພວກ​ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຍັງ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ ພວກ​ເຂົາ​ສາມາດ​ເວົ້າ​ລົມ​ກັບ​ເຮົາ ຊ່ວຍ​ເຫຼືອ​ຫຼື​ທຳ​ຮ້າຍ​ເຮົາ​ກໍ​ໄດ້. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ເມື່ອ​ໝູ່​ຫຼື​ຍາດ​ພີ່ນ້ອງ​ຕາຍ ພວກ​ເຂົາ​ກໍ​ຈະ​ໄປ​ຫາ​ຄົນ​ຊົງ​ທີ່​ອ້າງ​ວ່າ​ສາມາດ​ຕິດ​ຕໍ່​ກັບ​ຄົນ​ຕາຍ​ໄດ້ ແລະ​ຄົນ​ຊົງ​ກໍ​ອາດ​ບອກ​ບາງ​ຢ່າງ​ກ່ຽວ​ກັບ​ຄົນ​ຕາຍ​ໄດ້​ຖືກຕ້ອງ ຫຼື​ເຖິງ​ຂັ້ນ​ຮຽນ​ແບບ​ສຽງ​ຂອງ​ຄົນ​ຕາຍ​ໄດ້​ນຳ​ອີກ. (1 ຊາເມືອນ 28:3-19) ການ​ຕິດ​ຕໍ່​ກັບ​ຄົນ​ຕາຍ​ເປັນ​ອັນຕະລາຍ​ຫຼາຍ. ເຮົາ​ອາດ​ຄິດ​ວ່າ​ເຮົາ​ກຳລັງ​ເວົ້າ​ລົມ​ກັບ​ຄົນ​ຕາຍ ແຕ່​ແທ້ໆແລ້ວ​ເຮົາ​ກຳລັງ​ຕິດ​ຕໍ່​ກັບ​ພວກ​ປີສາດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ລະວັງ​ກ່ຽວ​ກັບ​ພິທີ​ຕ່າງໆໃນ​ງານ​ສົບ ນີ້​ລວມ​ເຖິງ​ພິທີ​ໄວ້​ທຸກ​ໃຫ້​ຄົນ​ຕາຍ ອຸທິດ​ສ່ວນ​ກຸສົນ​ໃຫ້​ຄົນ​ຕາຍ ເຮັດ​ບຸນ​ໃຫ້​ຄົນ​ຕາຍ ຫຼື​ການ​ຈັດ​ງານ​ຄົບ​ຮອບ​ວັນ​ຕາຍ. ການ​ເຮັດ​ພິທີ​ຕ່າງໆເຫຼົ່າ​ນີ້​ເປັນ​ການ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ພວກ​ປີສາດ. ເມື່ອ​ຄລິດສະຕຽນ​ບໍ່​ຮ່ວມ​ເຮັດ​ພິທີ​ກຳ​ເຫຼົ່າ​ນີ້​ກໍ​ອາດ​ຖືກ​ຍາດ​ພີ່ນ້ອງ​ລວມ​ທັງ​ຄົນ​ທີ່​ຢູ່​ແຖວ​ບ້ານ​ເວົ້າ​ໃຫ້ ວິພາກ​ວິຈານ ຫຼື​ເຊົາ​ໄປ​ມາ​ຫາ​ສູ່. ແຕ່​ຄລິດສະຕຽນ​ຮູ້​ວ່າ​ຄົນ​ຕາຍ​ແລ້ວ​ບໍ່​ມີ​ຫຍັງ​ເຫຼືອ​ຢູ່​ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຕິດ​ຕໍ່​ກັບ​ພວກ​ເຂົາ ແລະ​ພວກ​ເຂົາ​ກໍ​ບໍ່​ສາມາດ​ຊ່ວຍ​ເຫຼືອ​ຫຼື​ທຳ​ຮ້າຍ​ເຮົາ​ໄດ້. (ຄຳເພງ 115:17) ເຮົາ​ຕ້ອງ​ລະວັງ ຢ່າ​ຕິດ​ຕໍ່​ກັບ​ຄົນ​ຕາຍ​ຫຼື​ພວກ​ປີສາດ ແລະ​ຢ່າ​ຫຍຸ້ງ​ກ່ຽວ​ກັບ​ພິທີ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ.—ອ່ານ​ພະບັນຍັດ 18:10, 11; ເອຊາອີ 8:19

13. ຫຼາຍ​ຄົນ​ທີ່​ເຄີຍ​ຢ້ານ​ພວກ​ປີສາດ ແຕ່​ຕອນ​ນີ້​ເປັນ​ແນວ​ໃດ?

13 ພວກ​ປີສາດ​ບໍ່​ພຽງ​ແຕ່​ໃຊ້​ເລ່​ຫຼ່ຽມ​ເພື່ອ​ລໍ້​ລວງ​ຜູ້​ຄົນ ແຕ່​ພວກ​ມັນ​ຍັງ​ເຮັດ​ໃຫ້​ຄົນ​ຢ້ານ​ນຳ​ອີກ. ຕອນ​ນີ້ ຊາຕານ​ກັບ​ປີສາດ​ພັກ​ພວກ​ຂອງ​ມັນ​ຮູ້​ວ່າ “ເວລາ​ຂອງ​ມັນ​ເຫຼືອ​ແຕ່​ໜ້ອຍ​ດຽວ” ກ່ອນ​ທີ່​ພະເຈົ້າ​ຈະ​ຈັດການ​ພວກ​ມັນ ດັ່ງ​ນັ້ນ ພວກ​ມັນ​ຈຶ່ງ​ໂຫດ​ຫ້ຽມ​ຫຼາຍ​ກວ່າ​ແຕ່​ກ່ອນ. (ພະນິມິດ 12:12, 17) ເຖິງ​ວ່າ​ມີ​ຫຼາຍ​ຄົນ​ເຄີຍ​ຢ້ານ​ປີສາດ ແຕ່​ຕອນ​ນີ້​ພວກ​ເຂົາ​ບໍ່​ຢ້ານ​ພວກ​ມັນ​ອີກ​ແລ້ວ​ແລະ​ຫຼຸດ​ພົ້ນ​ຈາກ​ພວກ​ມັນ​ໄດ້. ພວກ​ເຂົາ​ເຮັດ​ໄດ້​ແນວ​ໃດ?

ຕໍ່​ສູ້​ກັບ​ປີສາດ​ແລະ​ຫຼຸດ​ພົ້ນ​ຈາກ​ພວກ​ມັນ

14. ເຮົາ​ຈະ​ຫຼຸດ​ພົ້ນ​ຈາກ​ພວກ​ປີສາດ​ຄື​ກັບ​ຄລິດສະຕຽນ​ໃນ​ເມືອງ​ເອເຟໂຊ​ໄດ້​ແນວ​ໃດ?

14 ຄຳພີ​ໄບເບິນ​ບອກ​ວິທີ​ທີ່​ເຮົາ​ຈະ​ຕໍ່​ສູ້​ກັບ​ປີສາດ​ແລະ​ຫຼຸດ​ພົ້ນ​ຈາກ​ພວກ​ມັນ. ຕົວຢ່າງ​ເຊັ່ນ: ມີ​ບາງ​ຄົນ​ໃນ​ເມືອງ​ເອເຟໂຊ​ທີ່​ເຄີຍ​ຕິດ​ຕໍ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ​ກ່ອນ​ມາ​ຮຽນ​ຄວາມ​ຈິງ. ພວກ​ເຂົາ​ຫຼຸດ​ພົ້ນ​ຈາກ​ພວກ​ປີສາດ​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ຫຼາຍ​ຄົນ​ທີ່​ເຄີຍ​ໃຊ້​ເວດ​ມົນ​ຄາຖາ​ກໍ​ເອົາ​ມ້ວນ​ໜັງສື​ຂອງ​ພວກ​ເຂົາ​ມາ​ກອງ​ລວມ​ກັນ​ແລ້ວ​ເຜົາ​ຕໍ່​ໜ້າ​ທຸກ​ຄົນ.” (ກິດຈະການ 19:19) ເນື່ອງ​ຈາກ​ພວກ​ເຂົາ​ຢາກ​ເປັນ​ຄລິດສະຕຽນ ພວກ​ເຂົາ​ຈຶ່ງ​ທຳລາຍ​ມ້ວນ​ໜັງສື​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ເວດ​ມົນ​ຄາຖາ. ທຸກ​ມື້​ນີ້​ກໍ​ຄື​ກັນ ຄົນ​ທີ່​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຕ້ອງ​ທຳລາຍ​ເຄື່ອງ​ຂອງ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ ເວດ​ມົນ​ຄາຖາ ຫຼື​ເລື່ອງ​ເລິກ​ລັບ​ເໜືອ​ທຳມະຊາດ ລວມ​ທັງ​ເຄື່ອງ​ຂອງ​ບາງ​ຢ່າງ​ທີ່​ອາດ​ເບິ່ງ​ຄື​ວ່າ​ເປັນ​ພຽງ​ແຕ່​ສິ່ງ​ທີ່​ໃຫ້​ຄວາມ​ມ່ວນ​ຊື່ນ​ທີ່​ບໍ່​ມີ​ພິດ​ບໍ່​ມີ​ໄພ​ຫຍັງ ເຊັ່ນ: ຮູບ​ພາບ ເພງ ໜັງ ເກມ ປຶ້ມ ແມ່ນ​ແຕ່​ເຄື່ອງ​ລາງ​ຂອງ​ຂັງ​ທີ່​ອາດ​ຄິດ​ວ່າ​ຈະ​ປົກ​ປ້ອງ​ຄຸ້ມຄອງ​ຈາກ​ສິ່ງ​ທີ່​ບໍ່​ດີ​ກໍ​ຕ້ອງ​ທຳລາຍ​ຄື​ກັນ.—1 ໂກຣິນໂທ 10:21

15. ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຕໍ່​ສູ້​ກັບ​ຊາຕານ​ແລະ​ພວກ​ປີສາດ?

15 ທັງໆທີ່​ຄົນ​ໃນ​ເມືອງ​ເອເຟໂຊ​ທຳລາຍ​ມ້ວນ​ໜັງສື​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ​ໄດ້​ຫຼາຍ​ປີ​ແລ້ວ ແຕ່​ອັກຄະສາວົກ​ໂປໂລ​ກໍ​ຍັງ​ຂຽນ​ຈົດ​ໝາຍ​ບອກ​ພວກ​ເຂົາ​ວ່າ ພວກ​ເຂົາ​ຍັງ​ຕ້ອງ “ຕໍ່​ສູ້​ກັບ​ກອງທັບ​ປີສາດ​ຊົ່ວ” ຕໍ່​ໄປ. (ເອເຟໂຊ 6:12) ເຖິງ​ວ່າ​ພວກ​ເຂົາ​ຈູດ​ມ້ວນ​ໜັງສື​ເຫຼົ່າ​ນັ້ນ​ຖິ້ມ​ແລ້ວ ແຕ່​ພວກ​ປີສາດ​ກໍ​ຍັງ​ຫາ​ທາງ​ທຳ​ຮ້າຍ​ພວກ​ເຂົາ​ຢູ່. ດັ່ງ​ນັ້ນ ພວກ​ເຂົາ​ຕ້ອງ​ເຮັດ​ຫຍັງ? ໂປໂລ​ບອກ​ວ່າ: “ໃຫ້​ເອົາ​ຄວາມ​ເຊື່ອ​ເປັນ​ໂລ້​ໃຫຍ່​ເພື່ອ​ຈະ​ມອດ [ຫຼື​ຢຸດ] ລູກທະນູ​ໄຟ​ທຸກ​ດອກ​ຂອງ​ຕົວ​ຊົ່ວ​ຮ້າຍ​ໄດ້.” (ເອເຟໂຊ 6:16) ຄື​ກັບ​ໂລ້​ທີ່​ທະຫານ​ໃຊ້​ເພື່ອ​ປ້ອງກັນ​ຕົວ​ໃນ​ສະໄໝ​ກ່ອນ ຄວາມ​ເຊື່ອ​ກໍ​ສາມາດ​ປ້ອງກັນ​ເຮົາ​ໄວ້​ຈາກ​ພວກ​ປີສາດ​ໄດ້. ຖ້າ​ເຮົາ​ເຊື່ອ​ແລະ​ໝັ້ນ​ໃຈ​ແທ້ໆວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ໄດ້ ເຮົາ​ກໍ​ຈະ​ຕໍ່​ສູ້​ກັບ​ຊາຕານ​ແລະ​ພວກ​ປີສາດ​ໄດ້.—ມັດທາຍ 17:20

16. ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ?

16 ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ແລະ​ຝຶກ​ທີ່​ຈະ​ວາງໃຈ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ. ຖ້າ​ເຮົາ​ເຊື່ອ​ໝັ້ນ​ໃນ​ພະອົງ​ແທ້ໆ ຊາຕານ​ກັບ​ພວກ​ປີສາດ​ກໍ​ທຳ​ຮ້າຍ​ເຮົາ​ບໍ່​ໄດ້.—1 ໂຢຮັນ 5:5

17. ມີ​ຫຍັງ​ອີກ​ທີ່​ຈະ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ຈາກ​ພວກ​ປີສາດ?

17 ຄລິດສະຕຽນ​ໃນ​ເມືອງ​ເອເຟໂຊ​ຕ້ອງ​ເຮັດ​ຫຍັງ​ອີກ? ເນື່ອງ​ຈາກ​ພວກ​ເຂົາ​ຢູ່​ໃນ​ເມືອງ​ທີ່​ມີ​ແຕ່​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ ໂປໂລ​ຈຶ່ງ​ບອກ​ພວກ​ເຂົາ​ວ່າ: “ໃຫ້​ອະທິດຖານ​ຕໍ່ໆໄປ​ໃນ​ທຸກ​ໂອກາດ.” (ເອເຟໂຊ 6:18) ພວກ​ເຂົາ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ​ພວກ​ເຂົາ​ຕະຫຼອດ​ເວລາ. ແລ້ວ​ເຮົາ​ເດ? ເຮົາ​ກໍ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ ເຮົາ​ເອງ​ກໍ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ​ໂດຍ​ການ​ອະທິດຖານ​ອອກ​ຊື່​ພະອົງ. (ອ່ານ​ສຸພາສິດ 18:10) ຖ້າ​ເຮົາ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ຊາຕານ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ.—ຄຳເພງ 145:19; ມັດທາຍ 6:13

18, 19. (ກ) ເຮົາ​ຈະ​ຊະນະ​ຊາຕານ​ກັບ​ພວກ​ປີສາດ​ໄດ້​ແນວ​ໃດ? (ຂ) ໃນ​ບົດ​ຕໍ່​ໄປ​ຈະ​ຕອບ​ຄຳຖາມ​ຫຍັງ?

18 ຖ້າ​ເຮົາ​ທຳລາຍ​ເຄື່ອງ​ຂອງ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ​ແລະ​ວາງໃຈ​ໃຫ້​ພະ​ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ​ເຮົາ ເຮົາ​ກໍ​ຈະ​ຕໍ່​ສູ້​ກັບ​ຊາຕານ​ແລະ​ພວກ​ປີສາດ​ໄດ້. ເຮົາ​ບໍ່​ຕ້ອງ​ຢ້ານ​ພວກ​ມັນ​ອີກ​ຕໍ່​ໄປ. (ອ່ານ​ຢາໂກໂບ 4:7, 8) ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ກວ່າ​ພວກ​ປີສາດ. ພະອົງ​ເຄີຍ​ລົງໂທດ​ພວກ​ມັນ​ມາ​ແລ້ວ​ໃນ​ສະໄໝ​ຂອງ​ໂນອາ ແລະ​ອີກ​ບໍ່​ດົນ​ພະອົງ​ກໍ​ຈະ​ທຳລາຍ​ພວກ​ມັນ​ຈົນ​ບໍ່​ເຫຼືອ​ຊາກ. (ຢູດາ 6) ຢ່າ​ລືມ​ວ່າ ເຮົາ​ບໍ່​ໄດ້​ຕໍ່​ສູ້​ກັບ​ພວກ​ມັນ​ຕາມ​ລຳພັງ. ພະ​ເຢໂຫວາ​ໃຊ້​ທູດ​ສະຫວັນ​ໃຫ້​ປົກ​ປ້ອງ​ຄຸ້ມຄອງ​ເຮົາ. (2 ກະສັດ 6:15-17) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຊະນະ​ຊາຕານ​ກັບ​ພວກ​ປີສາດ​ໄດ້​ແນ່ນອນ.—1 ເປໂຕ 5:6, 7; 2 ເປໂຕ 2:9

19 ໃນ​ເມື່ອ​ຊາຕານ​ກັບ​ພວກ​ປີສາດ​ເປັນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ມະນຸດ​ຕ້ອງ​ທຸກ​ລຳບາກ​ຫຼາຍ ແລ້ວ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ບໍ່​ທຳລາຍ​ພວກ​ມັນ? ໃນ​ບົດ​ຕໍ່​ໄປ​ຈະ​ຕອບ​ຄຳຖາມ​ນີ້.