ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 14

ຄອບ​ຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

ຄອບ​ຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

1, 2. ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄອບຄົວ​ເປັນ​ແນວ​ໃດ?

ພະ​ເຢໂຫວາ​ພະເຈົ້າ​ຈັດ​ໃຫ້​ມີ​ການ​ແຕ່ງ​ດອງ​ເທື່ອ​ທຳອິດ. ຄຳພີ​ໄບເບິນ​ບອກ​ວ່າ​ພະອົງ​ສ້າງ​ຜູ້​ຍິງ​ຄົນ​ທຳອິດ​ແລ້ວ​ກໍ “ຍົກ​ໃຫ້​ຜູ້​ຊາຍ.” ຕອນ​ນັ້ນ​ອາດາມ​ມີ​ຄວາມ​ສຸກ​ຫຼາຍ ລາວ​ເວົ້າ​ວ່າ: “ກະດູກ [ຂອງ​ລາວ] ມາ​ແຕ່​ກະດູກ​ຂອງ​ເຮົາ​ແລະ​ເນື້ອ​ໜັງ [ຂອງ​ລາວ] ມາ​ແຕ່​ເນື້ອ​ໜັງ​ຂອງ​ເຮົາ.” (ຕົ້ນເດີມ 2:22, 23) ເລື່ອງ​ນີ້​ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ມີ​ຄອບຄົວ​ທີ່​ມີ​ຄວາມ​ສຸກ.

2 ໜ້າ​ເສົ້າ​ທີ່​ຫຼາຍ​ຄອບຄົວ​ພັດ​ບໍ່​ມີ​ຄວາມ​ສຸກ. ແຕ່​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ຫຼາຍ​ຢ່າງ​ທີ່​ຊ່ວຍ​ທຸກ​ຄົນ​ໃນ​ຄອບຄົວ​ໃຫ້​ຮູ້​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. (ລູກາ 11:28) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ສອນ​ເຮົາ​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ຖ້າ​ທຸກ​ຄົນ​ໃນ​ຄອບຄົວ​ຮຽນ​ແບບ​ພວກ​ເພິ່ນ ພວກ​ເຂົາ​ກໍ​ຈະ​ຢູ່​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ.—ເອເຟໂຊ 5:1, 2

ພະເຈົ້າ​ຢາກ​ໃຫ້​ຜົວ​ເຮັດ​ຫຍັງ?

3, 4. (ກ) ຜົວ​ຄວນ​ປະຕິບັດ​ຕໍ່​ເມຍ​ແນວ​ໃດ? (ຂ) ເປັນ​ຫຍັງ​ການ​ໃຫ້​ອະໄພ​ກັນ​ຈຶ່ງ​ສຳຄັນ?

3 ຄຳພີ​ໄບເບິນ​ບອກ​ວ່າ​ຜົວ​ທີ່​ດີ​ຄວນ​ໃຫ້​ກຽດ​ແລະ​ປະຕິບັດ​ຕໍ່​ເມຍ​ດ້ວຍ​ຄວາມ​ຮັກ. (ອ່ານ​ເອເຟໂຊ 5:25-29) ຄົນ​ທີ່​ເປັນ​ຜົວ​ຈະ​ຮັກ​ແລະ​ເອົາໃຈໃສ່​ເບິ່ງ​ແຍງ​ເມຍ​ຢູ່​ສະເໝີ. ລາວ​ຈະ​ປົກ​ປ້ອງ​ເມຍ ແລະ​ບໍ່​ທຳ​ຮ້າຍ​ເມຍ​ທັງ​ທາງ​ຄຳເວົ້າ​ແລະ​ການ​ກະທຳ.

4 ແຕ່​ຖ້າ​ເມຍ​ເຮັດ​ຜິດ​ພາດ ຜົວ​ຄວນ​ເຮັດ​ແນວ​ໃດ? ພະເຈົ້າ​ບອກ​ຜົວ​ວ່າ: “ໃຫ້​ຮັກ​ເມຍ​ສະເໝີ​ແລະ​ຢ່າ​ຮຸນແຮງ​ໃສ່​ເມຍ.” (ໂກໂລຊາຍ 3:19) ຜູ້​ເປັນ​ຜົວ​ຄວນ​ຈື່​ໄວ້​ວ່າ​ເຈົ້າ​ເອງ​ກໍ​ເຮັດ​ຜິດ​ພາດ​ຄື​ກັນ ແລະ​ຖ້າ​ເຈົ້າ​ຢາກ​ໃຫ້​ພະເຈົ້າ​ໃຫ້​ອະໄພ ເຈົ້າ​ກໍ​ຕ້ອງ​ໃຫ້​ອະໄພ​ເມຍ. (ມັດທາຍ 6:12, 14, 15) ຖ້າ​ທັງ​ຜົວ​ແລະ​ເມຍ​ເຕັມ​ໃຈ​ໃຫ້​ອະໄພ​ກັນ ຊີວິດ​ຄູ່​ຂອງ​ພວກ​ເຂົາ​ກໍ​ຈະ​ມີ​ຄວາມ​ສຸກ.

5. ເປັນ​ຫຍັງ​ຜົວ​ຄວນ​ໃຫ້​ກຽດ​ເມຍ?

5 ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ໃຫ້​ກຽດ​ເມຍ. ຜົວ​ຄວນ​ສົນ​ໃຈ​ຄວາມ​ຕ້ອງການ​ທາງ​ດ້ານ​ຮ່າງກາຍ​ແລະ​ດ້ານ​ອາລົມ​ຂອງ​ເມຍ. ເລື່ອງ​ນີ້​ສຳຄັນ​ຫຼາຍ ເພາະ​ຖ້າ​ຜົວ​ບໍ່​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ຈະ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ລາວ. (1 ເປໂຕ 3:7) ພະ​ເຢໂຫວາ​ບໍ່​ເຄີຍ​ຖື​ວ່າ​ຜູ້​ຍິງ​ມີ​ຄ່າ​ໜ້ອຍ​ກວ່າ​ຜູ້​ຊາຍ ເພາະ​ຄົນ​ທີ່​ມີ​ຄ່າ​ໃນ​ສາຍ​ຕາ​ພະ​ເຢໂຫວາ​ແມ່ນ​ຄົນ​ທີ່​ຮັກ​ພະອົງ.

6. ຜົວ​ແລະ​ເມຍ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພວກ​ເຂົາ​ເປັນ “ກາຍ​ອັນ​ດຽວ​ກັນ”?

6 ພະ​ເຢຊູ​ອະທິບາຍ​ວ່າ​ຜົວ​ແລະ​ເມຍ “ບໍ່​ເປັນ​ສອງ​ອີກ​ຕໍ່​ໄປ ແຕ່​ເປັນ​ກາຍ​ອັນ​ດຽວ​ກັນ.” (ມັດທາຍ 19:6) ຜົວ​ເມຍ​ຕ້ອງ​ສັດ​ຊື່​ຕໍ່​ກັນ​ແລະ​ບໍ່​ນອກ​ໃຈ​ກັນ. (ສຸພາສິດ 5:15-21; ເຮັບເຣີ 13:4) ທັງ​ສອງ​ຄວນ​ຄິດ​ເຖິງ​ຄວາມ​ຕ້ອງການ​ທາງ​ເພດ​ຂອງ​ກັນ​ແລະ​ກັນ​ແບບ​ບໍ່​ເຫັນ​ແກ່​ຕົວ. (1 ໂກຣິນໂທ 7:3-5) ນອກ​ຈາກ​ນັ້ນ ຜົວ​ຄວນ​ຈື່​ໄວ້​ວ່າ “ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ຊັງ​ຮ່າງກາຍ​ຕົວ​ເອງ ແຕ່​ຈະ​ບຳລຸງ​ລ້ຽງ​ແລະ​ທະນຸຖະໜອມ.” ດັ່ງ​ນັ້ນ ຜົວ​ຄວນ​ຮັກ​ແລະ​ທະນຸຖະໜອມ​ເມຍ. ສິ່ງ​ທີ່​ເມຍ​ຕ້ອງການ​ທີ່​ສຸດ​ແມ່ນ​ຢາກ​ໃຫ້​ຜົວ​ຮັກ​ແລະ​ອ່ອນ​ໂຍນ​ຕໍ່​ລາວ​ສະເໝີ.—ເອເຟໂຊ 5:29

ພະເຈົ້າ​ຢາກ​ໃຫ້​ເມຍ​ເຮັດ​ຫຍັງ?

7. ເປັນ​ຫຍັງ​ທຸກ​ຄອບຄົວ​ຕ້ອງ​ມີ​ຜູ້​ນຳ?

7 ທຸກ​ຄອບຄົວ​ຕ້ອງ​ມີ​ຜູ້​ນຳ ຜູ້​ນຳ​ຄອບຄົວ​ຈະ​ເປັນ​ຄົນ​ທີ່​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ໃຫ້​ຢູ່​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ. ໃນ 1 ໂກຣິນໂທ 11:3 ບອກ​ວ່າ: “ພະຄລິດ​ເປັນ​ຜູ້​ນຳ​ຂອງ​ຜູ້​ຊາຍ​ທຸກ​ຄົນ ຜູ້​ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ ແລະ​ພະເຈົ້າ​ເປັນ​ຜູ້​ນຳ​ຂອງ​ພະຄລິດ.”

8. ເມຍ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ຜົວ​ໄດ້​ແນວ​ໃດ?

8 ຜົວ​ບໍ່​ແມ່ນ​ຄົນ​ທີ່​ສົມບູນ​ພ້ອມ​ແລະ​ເຮັດ​ຜິດ​ພາດ​ໄດ້. ແຕ່​ຖ້າ​ເມຍ​ເຕັມ​ໃຈ​ຮ່ວມ​ມື​ແລະ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ຜົວ ຄອບຄົວ​ກໍ​ຈະ​ມີ​ຄວາມ​ສຸກ. (1 ເປໂຕ 3:1-6) ຄຳພີ​ໄບເບິນ​ບອກ​ວ່າ: “ເມຍ​ກໍ​ຄວນ​ນັບຖື​ຜົວ​ຈາກ​ໃຈ.” (ເອເຟໂຊ 5:33) ແຕ່​ຖ້າ​ຜົວ​ບໍ່​ໄດ້​ນັບຖື​ສາສະໜາ​ດຽວ​ກັບ​ເມຍ​ເດ ເມຍ​ຈະ​ເຮັດ​ແນວ​ໃດ? ລາວ​ກໍ​ຍັງ​ຕ້ອງ​ນັບຖື​ຜົວ​ຈາກ​ໃຈ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ພວກ​ເຈົ້າ​ທີ່​ເປັນ​ເມຍ​ຍອມ​ເຊື່ອ​ຟັງ​ຜົວ ເພື່ອ​ວ່າ​ຖ້າ​ຜົວ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງ​ພະເຈົ້າ ຄວາມ​ປະພຶດ​ຂອງ​ເຈົ້າ​ກໍ​ອາດ​ຊະນະ​ໃຈ​ລາວ​ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ຄຳເວົ້າ ເພາະ​ລາວ​ໄດ້​ເຫັນ​ການ​ປະພຶດ​ທີ່​ດີ​ແລະ​ຄວາມ​ນັບຖື​ຈາກ​ໃຈ​ຂອງ​ເຈົ້າ.” (1 ເປໂຕ 3:1, 2) ຕົວຢ່າງ​ທີ່​ດີ​ຂອງ​ເມຍ​ອາດ​ເຮັດ​ໃຫ້​ຜົວ​ເຂົ້າ​ໃຈ​ແລະ​ຍອມ​ຮັບ​ຄວາມ​ເຊື່ອ​ທາງ​ສາສະໜາ​ຂອງ​ເມຍ.

9. (ກ) ເມຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ເຫັນ​ດີ​ນຳ​ຜົວ? (ຂ) ໃນ​ຕີໂຕ 2:4, 5 ແນະນຳ​ຄົນ​ທີ່​ເປັນ​ເມຍ​ແນວ​ໃດ?

9 ເມຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ເຫັນ​ດີ​ນຳ​ຜົວ? ລາວ​ຄວນ​ບອກ​ຜົວ​ດ້ວຍ​ຄວາມ​ນັບຖື​ວ່າ​ລາວ​ຄິດ​ແນວ​ໃດ​ໃນ​ເລື່ອງ​ນັ້ນ. ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຊາຣາ​ທີ່​ເວົ້າ​ບາງ​ຢ່າງ​ກັບ​ອັບຣາຮາມ​ຜົວ​ຂອງ​ລາວ ເຖິງ​ວ່າ​ອັບຣາຮາມ​ບໍ່​ເຫັນ​ດີ​ນຳ ແຕ່​ພະ​ເຢໂຫວາ​ກໍ​ບອກ​ລາວ​ວ່າ: “ໃຫ້​ເຮັດ​ຕາມ​ທີ່​ຊາຣາ​ບອກ.” (ຕົ້ນເດີມ 21:9-12, ລ.ມ.) ແຕ່​ຖ້າ​ຜົວ​ຕັດສິນ​ໃຈ​ໄປ​ແລ້ວ​ເດ? ຖ້າ​ເລື່ອງ​ນັ້ນ​ບໍ່​ໄດ້​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ເມຍ​ກໍ​ຄວນ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ຜົວ. (ກິດຈະການ 5:29; ເອເຟໂຊ 5:24) ນອກ​ຈາກ​ນັ້ນ ເມຍ​ທີ່​ດີ​ຈະ​ເບິ່ງ​ແຍງ​ເຮືອນ​ຊານ​ແລະ​ເອົາໃຈໃສ່​ຄອບຄົວ. (ອ່ານ​ຕີໂຕ 2:4, 5) ເມື່ອ​ຜົວ​ກັບ​ລູກ​ເຫັນ​ວ່າ​ລາວ​ພະຍາຍາມ​ເຮັດ​ຫຼາຍ​ຢ່າງ​ເພື່ອ​ພວກ​ເຂົາ ພວກ​ເຂົາ​ກໍ​ຈະ​ຮັກ​ແລະ​ນັບຖື​ລາວ​ຫຼາຍ​ຂຶ້ນ.—ສຸພາສິດ 31:10, 28

ຊາຣາ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ສຳລັບ​ຄົນ​ທີ່​ເປັນ​ເມຍ?

10. ຄຳພີ​ໄບເບິນ​ບອກ​ແນວ​ໃດ​ເລື່ອງ​ການ​ແຍກ​ກັນ​ຢູ່​ແລະ​ການ​ຢ່າ​ຮ້າງ?

10 ບາງ​ຄູ່​ຕັດສິນ​ໃຈ​ໄວ​ໂພດ​ທີ່​ຈະ​ຢ່າ​ຮ້າງ​ຫຼື​ແຍກ​ກັນ​ຢູ່. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ “ເມຍ​ບໍ່​ຄວນ​ໄປ​ຈາກ​ຜົວ” ແລະ “ຜົວ​ກໍ​ບໍ່​ຄວນ​ຖິ້ມ​ເມຍ” ດັ່ງ​ນັ້ນ ຜົວ​ກັບ​ເມຍ​ບໍ່​ຄວນ​ແຍກ​ກັນ​ຢູ່. (1 ໂກຣິນໂທ 7:10, 11) ເຖິງ​ວ່າ​ມີ​ສະຖານະການ​ບາງ​ຢ່າງ​ທີ່​ຜົວ​ແລະ​ເມຍ​ອາດ​ແຍກ​ກັນ​ຢູ່​ໄດ້ ແຕ່​ນີ້​ເປັນ​ເລື່ອງ​ທີ່​ຕ້ອງ​ຄິດ​ໃຫ້​ຮອບຄອບ​ກ່ອນ​ຕັດສິນ​ໃຈ. ແລ້ວ​ເລື່ອງ​ການ​ຢ່າ​ຮ້າງ​ເດ ຄຳພີ​ໄບເບິນ​ບອກ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ​ສາເຫດ​ດຽວ​ທີ່​ຈະ​ຢ່າ​ຮ້າງ​ໄດ້​ກໍ​ຄື ເມື່ອ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ມີ​ຊູ້​ເທົ່າ​ນັ້ນ.—ມັດທາຍ 19:9

ພະເຈົ້າ​ຢາກ​ໃຫ້​ພໍ່​ແມ່​ເຮັດ​ຫຍັງ?

ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ທຸກ​ຄົນ​ໃນ​ຄອບຄົວ

11. ລູກ​ຕ້ອງການ​ຫຍັງ​ຈາກ​ພໍ່​ແມ່​ຫຼາຍ​ທີ່​ສຸດ?

11 ພໍ່​ແມ່​ຕ້ອງ​ໃຫ້​ເວລາ​ກັບ​ລູກ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ລູກ​ຕ້ອງການ​ເຈົ້າ ແລະ​ສິ່ງ​ທີ່​ສຳຄັນ​ສຳລັບ​ລູກ​ກໍ​ແມ່ນ​ເຈົ້າ​ຕ້ອງ​ສອນ​ພວກ​ເຂົາ​ໃຫ້​ຮູ້​ເລື່ອງ​ພະ​ເຢໂຫວາ.—ພະບັນຍັດ 6:4-9

12. ພໍ່​ແມ່​ຕ້ອງ​ເຮັດ​ຫຍັງ​ເພື່ອ​ປົກ​ປ້ອງ​ລູກ?

12 ໂລກ​ຂອງ​ຊາຕານ​ແຮ່ງ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ຫຼາຍ​ຂຶ້ນ​ເລື້ອຍໆ ອາດ​ມີ​ບາງ​ຄົນ​ທີ່​ຢາກ​ທຳ​ຮ້າຍ​ລູກ​ຂອງ​ເຈົ້າ ຫຼື​ຈອບ​ຈະ​ທຳ​ຮ້າຍ​ທາງ​ເພດ​ດ້ວຍ​ຊ້ຳ. ພໍ່​ແມ່​ບາງ​ຄົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ລົມ​ເລື່ອງ​ແບບ​ນີ້​ກັບ​ລູກ. ແຕ່​ພໍ່​ແມ່​ຕ້ອງ​ເຕືອນ​ແລະ​ສອນ​ລູກ​ໃຫ້​ຮູ້​ວິທີ​ປ້ອງກັນ​ຕົວ​ເອງ​ຈາກ​ຄົນ​ພວກ​ນັ້ນ. ເຈົ້າ​ທີ່​ເປັນ​ພໍ່​ແມ່​ຕ້ອງ​ປົກ​ປ້ອງ​ລູກ​ຂອງ​ເຈົ້າ. *1 ເປໂຕ 5:8

13. ພໍ່​ແມ່​ຄວນ​ສອນ​ລູກ​ແນວ​ໃດ?

13 ພໍ່​ແມ່​ມີ​ໜ້າ​ທີ່​ສອນ​ລູກ​ໃຫ້​ເປັນ​ຄົນ​ດີ. ແລ້ວ​ເຈົ້າ​ຈະ​ສອນ​ລູກ​ແນວ​ໃດ? ເຈົ້າ​ຕ້ອງ​ອົບຮົມ​ສັ່ງ​ສອນ​ພວກ​ເຂົາ ແຕ່​ບໍ່​ຄວນ​ດ່າ​ຫຼື​ເຮັດ​ຮຸນແຮງ​ຕໍ່​ລູກ. (ເຢເຣມີ 30:11) ບໍ່​ຄວນ​ເຮັດ​ຕອນ​ທີ່​ເຈົ້າ​ກຳລັງ​ໃຈ​ຮ້າຍ. ເຈົ້າ​ຄື​ຊິ​ບໍ່​ຢາກ​ເວົ້າ​ຫຍັງ​ທີ່​ເຮັດ​ໃຫ້​ລູກ​ເຈັບ​ປວດ​ໂດຍ​ການ​ໃຊ້​ຄຳ​ທີ່ “ແທງ​ຄື​ດາບ.” (ສຸພາສິດ 12:18) ເຈົ້າ​ຄວນ​ສອນ​ລູກ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ລາວ​ຕ້ອງ​ເຊື່ອ​ຟັງ.—ເອເຟໂຊ 6:4; ເຮັບເຣີ 12:9-11; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 30

ພະເຈົ້າ​ຢາກ​ໃຫ້​ລູກ​ເຮັດ​ຫຍັງ?

14, 15. ເປັນ​ຫຍັງ​ລູກ​ຄວນ​ເຊື່ອ​ຟັງ​ພໍ່​ແມ່?

14 ພະ​ເຢຊູ​ເຊື່ອ​ຟັງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ສະເໝີ​ແມ່ນ​ແຕ່​ໃນ​ເລື່ອງ​ທີ່​ຍາກ. (ລູກາ 22:42; ໂຢຮັນ 8:28, 29) ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ລູກ​ເຊື່ອ​ຟັງ​ພໍ່​ແມ່​ຄື​ກັນ.—ເອເຟໂຊ 6:1-3

15 ເຖິງ​ວ່າ​ບາງ​ຄັ້ງ​ເຈົ້າ​ທີ່​ເປັນ​ລູກ​ຮູ້ສຶກ​ວ່າ​ການ​ເຊື່ອ​ຟັງ​ພໍ່​ແມ່​ເປັນ​ເລື່ອງ​ທີ່​ຍາກ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ຖ້າ​ເຈົ້າ​ເຊື່ອ​ຟັງ ເຈົ້າ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ແລະ​ພໍ່​ແມ່​ມີ​ຄວາມ​ສຸກ. *ສຸພາສິດ 1:8; 6:20; 23:22-25

ສິ່ງ​ໃດ​ຈະ​ຊ່ວຍ​ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ໃຫ້​ສັດ​ຊື່​ຕໍ່​ພະເຈົ້າ​ເມື່ອ​ຖືກ​ຊວນ​ໃຫ້​ເຮັດ​ຜິດ?

16. (ກ) ຊາຕານ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ຜິດ? (ຂ) ເປັນ​ຫຍັງ​ຕ້ອງ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະ​ເຢໂຫວາ?

16 ຊາຕານ​ອາດ​ໃຊ້​ໝູ່​ຫຼື​ຜູ້​ໃດ​ກໍ​ໄດ້​ຊວນ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ ເພາະ​ມັນ​ຮູ້​ວ່າ​ຖ້າ​ຖືກ​ກົດ​ດັນ​ຫຼາຍໆເຈົ້າ​ກໍ​ຈະ​ຍອມ​ແພ້​ໄດ້​ງ່າຍ. ຕົວຢ່າງ​ເຊັ່ນ: ດີນາ​ລູກ​ສາວ​ຂອງ​ຢາໂຄບ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ບໍ່​ໄດ້​ຮັກ​ພະ​ເຢໂຫວາ​ເຊິ່ງ​ເຮັດ​ໃຫ້​ລາວ​ແລະ​ຄອບຄົວ​ຕ້ອງ​ເຈິ​ບັນຫາ​ຫຼາຍ​ຢ່າງ. (ຕົ້ນເດີມ 34:1, 2) ຖ້າ​ເຈົ້າ​ມີ​ໝູ່​ທີ່​ບໍ່​ຮັກ​ພະ​ເຢໂຫວາ ພວກ​ເຂົາ​ກໍ​ອາດ​ຊວນ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ພະອົງ​ກຽດ​ຊັງ ເຊິ່ງ​ເຮັດ​ໃຫ້​ທັງ​ເຈົ້າ ຄອບຄົວ ແລະ​ພະເຈົ້າ​ຕ້ອງ​ເຈັບ​ປວດ. (ສຸພາສິດ 17:21, 25) ດັ່ງ​ນັ້ນ ການ​ເລືອກ​ໝູ່​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ເຈົ້າ​ຄວນ​ເລືອກ​ໝູ່​ທີ່​ຮັກ​ພະ​ເຢໂຫວາ​ຄື​ກັບ​ເຈົ້າ.—1 ໂກຣິນໂທ 15:33

ຄອບຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

17. ແຕ່​ລະ​ຄົນ​ໃນ​ຄອບຄົວ​ຕ້ອງ​ເຮັດ​ຫຍັງ?

17 ເມື່ອ​ທຸກ​ຄົນ​ໃນ​ຄອບຄົວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະເຈົ້າ ຄອບຄົວ​ກໍ​ມີ​ຄວາມ​ສຸກ. ບໍ່​ຕ້ອງ​ເຈິ​ກັບ​ບັນຫາ​ແລະ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ດັ່ງ​ນັ້ນ ຖ້າ​ເຈົ້າ​ເປັນ​ຜົວ ເຈົ້າ​ຕ້ອງ​ຮັກ​ເມຍ​ແລະ​ເບິ່ງ​ແຍງ​ເອົາໃຈໃສ່​ລາວ​ສະເໝີ. ຖ້າ​ເຈົ້າ​ເປັນ​ເມຍ ໃຫ້​ນັບຖື​ແລະ​ເຊື່ອ​ຟັງ​ຜົວ. ໃຫ້​ເຈົ້າ​ຮຽນ​ແບບ​ເມຍ​ທີ່​ດີ​ໃນ​ສຸພາສິດ 31:10-31. ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ໃຫ້​ສອນ​ລູກ​ໃຫ້​ຮັກ​ພະເຈົ້າ. (ສຸພາສິດ 22:6) ຖ້າ​ເຈົ້າ​ເປັນ​ພໍ່ ເຈົ້າ​ຕ້ອງ “ນຳ​ໜ້າ​ຄອບຄົວ​ຂອງ​ຕົວ​ເອງ​ຢ່າງ​ດີ.” (1 ຕີໂມທຽວ 3:4, 5; 5:8) ສ່ວນ​ລູກ​ກໍ​ຕ້ອງ​ເຊື່ອ​ຟັງ​ພໍ່​ແມ່. (ໂກໂລຊາຍ 3:20) ຂໍ​ໃຫ້​ຈື່​ໄວ້​ວ່າ​ທຸກ​ຄົນ​ເຮັດ​ຜິດ​ພາດ​ໄດ້ ດັ່ງ​ນັ້ນ ເມື່ອ​ເຮັດ​ຜິດ​ເຮົາ​ຕ້ອງ​ຖ່ອມ​ຕົວ​ແລະ​ຂໍ​ໂທດ. ເຈົ້າ​ຄື​ຊິ​ເຫັນ​ດີ​ນຳ​ວ່າ​ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ທຸກ​ຄົນ​ໃນ​ຄອບຄົວ.

^ ຂໍ້ 15 ລູກ​ອາດ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພໍ່​ແມ່​ກໍ​ໄດ້ ຖ້າ​ເລື່ອງ​ທີ່​ພໍ່​ແມ່​ບອກ​ໃຫ້​ເຮັດ​ຂັດ​ກັບ​ກົດໝາຍ​ຂອງ​ພະເຈົ້າ.—ກິດຈະການ 5:29