ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 16

ເລືອກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ

ເລືອກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ

1, 2. ເຈົ້າ​ຕ້ອງ​ຖາມ​ຕົວ​ເອງ​ແນວ​ໃດ? ແລະ​ເປັນ​ຫຍັງ​ຈຶ່ງ​ຖາມ​ແບບ​ນັ້ນ?

ເມື່ອ​ຮຽນ​ຄຳພີ​ໄບເບິນ ເຈົ້າ​ໄດ້​ຮູ້​ວ່າ​ມີ​ຫຼາຍ​ຄົນ​ທີ່​ອ້າງ​ວ່າ​ນະມັດສະການ​ພະເຈົ້າ ແຕ່​ແທ້ໆແລ້ວ​ພັດ​ສອນ​ແລະ​ເຮັດ​ສິ່ງ​ທີ່​ພະເຈົ້າ​ກຽດ​ຊັງ. (2 ໂກຣິນໂທ 6:17) ນີ້​ເປັນ​ເຫດຜົນ​ທີ່​ພະ​ເຢໂຫວາ​ສັ່ງ​ເຮົາ​ໃຫ້​ອອກ​ຈາກ​ສາສະໜາ​ປອມ​ຫຼື​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ “ບາບີໂລນ​ໃຫຍ່.” (ພະນິມິດ 18:2, 4) ເຈົ້າ​ເດ​ຈະ​ເຮັດ​ແນວ​ໃດ? ເຮົາ​ແຕ່​ລະ​ຄົນ​ຕ້ອງ​ໄດ້​ເລືອກ ແລະ​ຕ້ອງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຢາກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ​ຫຼື​ໃນ​ແບບ​ທີ່​ຂ້ອຍ​ມັກ?’

2 ຖ້າ​ເຈົ້າ​ເຊົາ​ຫຍຸ້ງ​ກ່ຽວ​ຫຼື​ລາ​ອອກ​ຈາກ​ສາສະໜາ​ປອມ ເຈົ້າ​ກໍ​ເຮັດ​ດີ​ແລ້ວ. ແຕ່​ເລິກໆໃນ​ໃຈ​ຂອງ​ເຈົ້າ​ອາດ​ຍັງ​ມັກ​ກິດຈະກຳ​ຫຼື​ປະເພນີ​ບາງ​ຢ່າງ​ທີ່​ມີ​ຕົ້ນ​ຕໍ​ມາ​ຈາກ​ສາສະໜາ​ປອມ​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມີ​ກິດຈະກຳ​ຫຼື​ປະເພນີ​ຫຍັງ​ແດ່​ທີ່​ຜູ້​ຄົນ​ມັກ​ເຮັດ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຈົ້າ​ຈະ​ເບິ່ງ​ເລື່ອງ​ນີ້​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ.

ການ​ຂາບ​ໄຫວ້​ຮູບ​ບູຊາ​ແລະ​ບັນພະບຸລຸດ

3. (ກ) ເປັນ​ຫຍັງ​ບາງ​ຄົນ​ຮູ້ສຶກ​ວ່າ​ຍາກ​ຖ້າ​ຈະ​ເຊົາ​ໃຊ້​ຮູບ​ບູຊາ​ໃນ​ການ​ນະມັດສະການ? (ຂ) ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ການ​ໃຊ້​ຮູບ​ບູຊາ​ໃນ​ການ​ນະມັດສະການ​ພະເຈົ້າ?

3 ບາງ​ຄົນ​ມີ​ຮູບ​ບູຊາ​ຫຼື​ຮ້ານ​ພະ​ໃນ​ເຮືອນ​ເພື່ອ​ສວດ​ມົນ​ແລະ​ບູຊາ​ມາ​ຫຼາຍ​ປີ. ແລ້ວ​ເຈົ້າ​ເດ ເຈົ້າ​ຍັງ​ມີ​ຮູບ​ບູຊາ​ຫຼື​ຮ້ານ​ພະ​ຢູ່​ໃນ​ເຮືອນ​ບໍ? ເຈົ້າ​ອາດ​ຮູ້ສຶກ​ຜິດ​ຫຼື​ບໍ່​ສະບາຍ​ໃຈ​ຖ້າ​ຈະ​ເຊົາ​ໃຊ້​ສິ່ງ​ເຫຼົ່າ​ນີ້. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ບອກ​ເຮົາ​ວ່າ​ຈະ​ນະມັດສະການ​ພະອົງ​ແນວ​ໃດ ແລະ​ຄຳພີ​ໄບເບິນ​ກໍ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຫ້າມ​ໃຊ້​ຮູບ​ບູຊາ​ໃນ​ການ​ນະມັດສະການ​ພະອົງ.—ອ່ານ​ອົບພະຍົບ 20:4, 5; ຄຳເພງ 115:4-8; ເອຊາອີ 42:8; 1 ໂຢຮັນ 5:21

4. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຂາບ​ໄຫວ້​ບູຊາ​ບັນພະບຸລຸດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຫ້າມ​ປະຊາຊົນ​ຂອງ​ພະອົງ​ບໍ່​ໃຫ້​ຕິດ​ຕໍ່​ເວົ້າ​ລົມ​ກັບ​ຄົນ​ຕາຍ?

4 ບາງ​ຄົນ​ອາດ​ທຸ່ມເທ​ກຳລັງ ເວລາ ແລະ​ເງິນ​ຄຳ​ເພື່ອ​ເຮັດ​ຫຼາຍ​ຢ່າງ​ໃຫ້​ບັນພະບຸລຸດ​ທີ່​ຕາຍ​ໄປ​ແລ້ວ​ພໍ​ໃຈ​ຫຼື​ເຖິງ​ຂັ້ນ​ບູຊາ​ພວກ​ເຂົາ. ແຕ່​ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ຄົນ​ຕາຍ​ຊ່ວຍ​ເຫຼືອ​ຫຼື​ທຳ​ຮ້າຍ​ເຮົາ​ບໍ່​ໄດ້ ເພາະ​ວ່າ​ເມື່ອ​ພວກ​ເຂົາ​ຕາຍ​ກໍ​ບໍ່​ມີ​ວິນຍານ​ຫຼື​ສິ່ງ​ໃດ​ເຫຼືອ​ຢູ່. ທີ່​ຈິງ ການ​ພະຍາຍາມ​ຕິດ​ຕໍ່​ເວົ້າ​ລົມ​ກັບ​ຄົນ​ຕາຍ​ຜ່ານ​ທາງ​ໝໍ​ຜີ​ເປັນ​ອັນຕະລາຍ​ຫຼາຍ ເຮົາ​ອາດ​ຄິດ​ວ່າ​ເຮົາ​ກຳລັງ​ເວົ້າ​ລົມ​ກັບ​ຄົນ​ຕາຍ ແຕ່​ແທ້ໆແລ້ວ​ເຮົາ​ກຳລັງ​ຕິດ​ຕໍ່​ກັບ​ພວກ​ປີສາດ. ພະ​ເຢໂຫວາ​ຈຶ່ງ​ຫ້າມ​ຊາວ​ອິດສະຣາເອນ​ບໍ່​ໃຫ້​ຕິດ​ຕໍ່​ເວົ້າ​ລົມ​ກັບ​ຄົນ​ຕາຍ ຫຼື​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ພວກ​ປີສາດ​ບໍ່​ວ່າ​ຈະ​ໂດຍ​ທາງ​ໃດ​ກໍ​ຕາມ.—ພະບັນຍັດ 18:10-12; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 26 ແລະ 31

5. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຊົາ​ຂາບ​ໄຫວ້​ຮູບ​ບູຊາ​ແລະ​ບັນພະບຸລຸດ?

5 ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຊົາ​ຂາບ​ໄຫວ້​ຮູບ​ບູຊາ​ແລະ​ບັນພະບຸລຸດ? ເຈົ້າ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ດີໆວ່າ​ພະ​ເຢໂຫວາ​ເບິ່ງ​ເລື່ອງ​ເຫຼົ່າ​ນີ້​ແນວ​ໃດ. ຄຳພີ​ໄບເບິນ​ບອກ​ວ່າ ພະອົງ “ໜ່າຍ​ແໜງ” ແລະ​ຂີ້ດຽດ​ສິ່ງ​ເຫຼົ່າ​ນີ້. (ພະບັນຍັດ 27:15) ດັ່ງ​ນັ້ນ ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທຸກໆມື້​ເພື່ອ​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ເລື່ອງ​ຕ່າງໆໃນ​ແບບ​ທີ່​ພະອົງ​ເບິ່ງ ແລະ​ຊ່ວຍ​ເຈົ້າ​ໃຫ້​ນະມັດສະການ​ພະອົງ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ. (ເອຊາອີ 55:9) ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ກຳລັງ​ທີ່​ຈະ​ກຳຈັດ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ.

ເຮົາ​ຄວນ​ສະຫຼອງ​ຄລິດສະມາດ​ຫຼື​ເທດສະການ​ຕ່າງໆບໍ?

6. (ກ) ເປັນ​ຫຍັງ​ຈຶ່ງ​ມີ​ການ​ເລືອກ​ວັນ​ທີ 25 ທັນວາ​ໃຫ້​ເປັນ​ມື້​ສະຫຼອງ​ວັນ​ເກີດ​ຂອງ​ພະ​ເຢຊູ? (ຂ) ເປັນ​ຫຍັງ​ຄລິດສະຕຽນ​ແທ້​ບໍ່​ສະຫຼອງ​ຄລິດສະມາດ?

6 ຄລິດສະມາດ​ເປັນ​ເທດສະການ​ໜຶ່ງ​ທີ່​ຜູ້​ຄົນ​ນິຍົມ​ສະຫຼອງ​ຢູ່​ທົ່ວ​ໂລກ ຄົນ​ສ່ວນ​ຫຼາຍ​ຄິດ​ວ່າ​ຄລິດສະມາດ​ເປັນ​ການ​ສະຫຼອງ​ວັນ​ເກີດ​ຂອງ​ພະ​ເຢຊູ. ແຕ່​ແທ້ໆແລ້ວ​ຄລິດສະມາດ​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ. ສາລານຸກົມ​ຫົວ​ໜຶ່ງ​ອະທິບາຍ​ວ່າ ວັນ​ທີ 25 ທັນວາ​ເປັນ​ມື້​ທີ່​ຄົນ​ໂຣມ​ເຊິ່ງ​ບໍ່​ໄດ້​ເປັນ​ຄລິດສະຕຽນ​ສະຫຼອງ​ວັນ​ເກີດ​ຂອງ​ເທບ​ພະເຈົ້າ​ແຫ່ງ​ດວງ​ຕາເວັນ ແຕ່​ພວກ​ຜູ້​ນຳ​ຂອງ​ຄລິດຕະຈັກ​ຢາກ​ໃຫ້​ຄົນ​ໂຣມ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຫຼາຍ​ຂຶ້ນ ພວກ​ເຂົາ​ຈຶ່ງ​ຕັດສິນ​ໃຈ​ເອົາ​ວັນ​ທີ 25 ທັນວາ​ເປັນ​ມື້​ສະຫຼອງ​ວັນ​ເກີດ​ຂອງ​ພະ​ເຢຊູ​ທັງໆທີ່​ເພິ່ນ​ບໍ່​ໄດ້​ເກີດ​ໃນ​ມື້​ນັ້ນ. (ລູກາ 2:8-12) ລູກສິດ​ຂອງ​ພະ​ເຢຊູ​ບໍ່​ເຄີຍ​ສະຫຼອງ​ຄລິດສະມາດ​ເລີຍ. ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ຊື່​ຕົ້ນ​ກຳເນີດ​ອັນ​ສັກສິດ​ຂອງ​ສິ່ງ​ທີ່​ເລິກ​ເຊິ່ງ (Sacred Origins of Profound Things) ບອກ​ວ່າ​ຕັ້ງ​ແຕ່​ພະ​ເຢຊູ​ເກີດ​ຈົນ​ຜ່ານ​ໄປ 200 ປີ​ກໍ “ບໍ່​ມີ​ໃຜ​ຮູ້​ວ່າ​ພະ​ເຢຊູ​ເກີດ​ມື້​ໃດ​ແທ້ໆ ແລະ​ຄົນ​ສ່ວນ​ຫຼາຍ​ກໍ​ບໍ່​ໄດ້​ສົນ​ໃຈ​ເລື່ອງ​ນີ້.” ທີ່​ຈິງ​ແລ້ວ​ເລີ່ມ​ມີ​ການ​ສະຫຼອງ​ຄລິດສະມາດ​ຫຼັງ​ຈາກ​ພະ​ເຢຊູ​ຕາຍ​ໄປ​ແລ້ວ​ຫຼາຍ​ກວ່າ 300 ປີ. ເປັນ​ຫຍັງ​ຄລິດສະຕຽນ​ແທ້​ບໍ່​ສະຫຼອງ​ຄລິດສະມາດ? ຍ້ອນ​ພວກ​ເຂົາ​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ.

7. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເທດສະການ​ໃດ​ທີ່​ເຮົາ​ບໍ່​ຄວນ​ເຂົ້າ​ໄປ​ກ່ຽວ​ຂ້ອງ?

7 ນອກ​ຈາກ​ຄລິດສະມາດ​ແລ້ວ​ຍັງ​ມີ​ອີກ​ຫຼາຍ​ເທດສະການ​ທີ່​ຄລິດສະຕຽນ​ບໍ່​ຄວນ​ສະຫຼອງ. ແຕ່​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເທດສະການ​ໃດ​ທີ່​ເຮົາ​ບໍ່​ຄວນ​ເຂົ້າ​ໄປ​ກ່ຽວ​ຂ້ອງ? ຄລິດສະຕຽນ​ຈະ​ບໍ່​ເຂົ້າ​ຮ່ວມ​ກັບ​ເທດສະການ​ທີ່​ມີ​ຕົ້ນ​ຕໍ​ມາ​ຈາກ​ສາສະໜາ​ປອມ ເທດສະການ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຖື​ໂຊກ​ລາງ​ຫຼື​ໂຫລາສາດ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເບິ່ງ​ວ່າ​ເທດສະການ​ຕ່າງໆມີ​ຕົ້ນ​ຕໍ​ມາ​ຈາກ​ໃສ ເຊັ່ນ: ເທດສະການ​ສົງ​ການ ສະຫຼອງ​ປີ​ໃໝ່ ຮາລາວີນ ລອຍ​ກະທົງ. ຖ້າ​ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ບໍ່​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ການ​ສະຫຼອງ​ເທດສະການ​ທີ່​ມີ​ຕົ້ນ​ຕໍ​ມາ​ຈາກ​ສາສະໜາ​ປອມ.

ເຮົາ​ຄວນ​ສະຫຼອງ​ວັນ​ເກີດ​ບໍ?

8, 9. ເປັນ​ຫຍັງ​ຄລິດສະຕຽນ​ລຸ້ນ​ທຳອິດ​ບໍ່​ສະຫຼອງ​ວັນ​ເກີດ?

8 ການ​ສະຫຼອງ​ອີກ​ແບບ​ໜຶ່ງ​ທີ່​ຜູ້​ຄົນ​ມັກ​ກໍ​ຄື​ການ​ສະຫຼອງ​ວັນ​ເກີດ. ຄລິດສະຕຽນ​ຄວນ​ສະຫຼອງ​ວັນ​ເກີດ​ບໍ? ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ການ​ສະຫຼອງ​ວັນ​ເກີດ​ຄື​ກັນ ແຕ່​ເປັນ​ວັນ​ເກີດ​ຂອງ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. (ຕົ້ນເດີມ 40:20; ມາຣະໂກ 6:21) ໃນ​ສະໄໝ​ກ່ອນ ມີ​ການ​ສະຫຼອງ​ວັນ​ເກີດ​ເພື່ອ​ຍົກຍ້ອງ​ໃຫ້​ກຽດ​ພະ​ປອມ. ຄລິດສະຕຽນ​ລຸ້ນ​ທຳອິດ​ບໍ່​ສະຫຼອງ​ວັນ​ເກີດ​ກໍ​ຍ້ອນ​ວ່າ “ການ​ສະຫຼອງ​ວັນ​ເກີດ​ເປັນ​ທຳນຽມ​ຂອງ​ຄົນ​ທີ່​ບໍ່​ແມ່ນ​ຄລິດສະຕຽນ.”—ສາລານຸກົມ ເດິ ເວີນ ບຸກ ເອັນຊາຍໂຄພິເດຍ

9 ໃນ​ສະໄໝ​ບູຮານ ຄົນ​ກຣີກ​ແລະ​ຄົນ​ໂຣມ​ທີ່​ບໍ່​ແມ່ນ​ຄລິດສະຕຽນ​ເຊື່ອ​ວ່າ​ມະນຸດ​ແຕ່​ລະ​ຄົນ​ທີ່​ເກີດ​ມາ​ຈະ​ມີ​ວິນຍານ​ເຝົ້າ​ປົກ​ປ້ອງ​ເບິ່ງ​ແຍງ. ວັນ​ເກີດ​ຂອງ​ແຕ່​ລະ​ຄົນ​ກ່ຽວ​ຂ້ອງ​ກັບ​ວັນ​ເກີດ​ຂອງ​ເທບ​ພະເຈົ້າ ພວກ​ເຂົາ​ເຊື່ອ​ວ່າ​ຖ້າ​ສະຫຼອງ​ວັນ​ເກີດ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ​ຕະຫຼອດ​ຊີວິດ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ພວກ​ເຂົາ​ເຊື່ອ​ວ່າ​ທຸກ​ຄົນ​ທີ່​ເກີດ​ມາ​ຈະ​ມີ​ພະ​ປະຈຳ​ວັນ​ເກີດ.

10. ເປັນ​ຫຍັງ​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້​ບໍ່​ສະຫຼອງ​ວັນ​ເກີດ?

10 ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຍອມ​ຮັບ​ການ​ສະຫຼອງ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ​ບໍ? (ເອຊາອີ 65:11, 12) ພະອົງ​ບໍ່​ຍອມ​ຮັບ​ແນ່ນອນ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ຄວນ​ສະຫຼອງ​ວັນ​ເກີດ ບຸນ​ແລະ​ວັນ​ພັກ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ.

ຕົ້ນ​ຕໍ​ຂອງ​ການ​ສະຫຼອງ​ເປັນ​ເລື່ອງ​ສຳຄັນ​ແທ້ໆບໍ?

11. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ສະຫຼອງ​ເທດສະການ​ຕ່າງໆ? ແຕ່​ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ຄວນ​ຄິດ​ເຖິງ?

11 ບາງ​ຄົນ​ຮູ້​ວ່າ​ທີ່​ມາ​ຂອງ​ຄລິດສະມາດ ບຸນ​ແລະ​ວັນ​ພັກ​ຕ່າງໆມາ​ຈາກ​ສາສະໜາ​ປອມ ແຕ່​ພວກ​ເຂົາ​ກໍ​ຍັງ​ສະຫຼອງ​ເທດສະການ​ເຫຼົ່າ​ນັ້ນ​ຢູ່. ພວກ​ເຂົາ​ຖື​ວ່າ​ບຸນ​ຫຼື​ວັນ​ພັກ​ເຫຼົ່າ​ນັ້ນ​ເປັນ​ໂອກາດ​ດີ​ທີ່​ຄອບຄົວ​ຈະ​ໄດ້​ຢູ່​ນຳ​ກັນ. ເຈົ້າ​ຄິດ​ແບບ​ນັ້ນ​ຄື​ກັນ​ບໍ? ແທ້ໆແລ້ວ​ການ​ພົບ​ປະ​ສັງ​ສັນ​ກັບ​ຄົນ​ໃນ​ຄອບຄົວ​ບໍ່​ຜິດ ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ຄອບຄົວ​ຂຶ້ນ​ມາ ພະອົງ​ຢາກ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຄົນ​ໃນ​ຄອບຄົວ. (ເອເຟໂຊ 3:14, 15) ແຕ່​ເຮົາ​ຕ້ອງ​ຄິດ​ເຖິງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ກ່ອນ​ສິ່ງ​ອື່ນ ບໍ່​ແມ່ນ​ຢາກ​ເອົາ​ໃຈ​ຍາດ​ພີ່ນ້ອງ ແລ້ວ​ໄປ​ຮ່ວມ​ກັບ​ພວກ​ເຂົາ​ເພື່ອ​ສະຫຼອງ​ບຸນ​ແລະ​ວັນ​ພັກ​ຕ່າງໆທີ່​ມີ​ຕົ້ນ​ຕໍ​ມາ​ຈາກ​ສາສະໜາ​ປອມ. ນີ້​ເປັນ​ເຫດຜົນ​ທີ່​ອັກຄະສາວົກ​ໂປໂລ​ບອກ​ເຮົາ​ໃຫ້ “ກວດ​ເບິ່ງ​ໃຫ້​ແນ່​ໃຈ​ຢູ່​ສະເໝີ​ວ່າ​ສິ່ງ​ໃດ​ທີ່​ຜູ້​ເປັນ​ນາຍ​ພໍ​ໃຈ.”—ເອເຟໂຊ 5:10

12. ພະ​ເຢໂຫວາ​ບໍ່​ເຫັນ​ດີ​ກັບ​ການ​ສະຫຼອງ​ບຸນ​ແລະ​ວັນ​ພັກ​ແບບ​ໃດ?

12 ຫຼາຍ​ຄົນ​ຄິດ​ວ່າ​ເທດສະການ ບຸນ​ແລະ​ວັນ​ພັກ​ຕ່າງໆຈະ​ມີ​ຕົ້ນ​ຕໍ​ມາ​ຈາກ​ໃສ​ກໍ​ບໍ່​ສຳຄັນ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄິດ​ແບບ​ນັ້ນ ພະອົງ​ບໍ່​ເຫັນ​ດີ​ກັບ​ການ​ສະຫຼອງ​ບຸນ​ແລະ​ວັນ​ພັກ​ຕ່າງໆທີ່​ເປັນ​ການ​ຍົກຍ້ອງ​ມະນຸດ ເຊີດຊູ​ປະເທດ​ຊາດ ຫຼື​ມີ​ຕົ້ນ​ຕໍ​ມາ​ຈາກ​ສາສະໜາ​ປອມ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ ພວກ​ເຂົາ​ຮຽນ​ແບບ​ການ​ສະຫຼອງ​ຢ່າງ​ໜຶ່ງ​ຂອງ​ຊາວ​ເອຢິບ​ເຊິ່ງ​ເປັນ​ການ​ສະຫຼອງ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ປອມ ພວກ​ເຂົາ​ເອີ້ນ​ການ​ສະຫຼອງ​ນັ້ນ​ວ່າ “ເທສະການ​ລ້ຽງ​ກັນ​ແກ່​ພະ​ເຢໂຫວາ.” ແຕ່​ພະ​ເຢໂຫວາ​ບໍ່​ຍອມ​ຮັບ​ການ​ສະຫຼອງ​ນີ້​ແລະ​ລົງໂທດ​ພວກ​ເຂົາ. (ອົບພະຍົບ 32:2-10) ຜູ້​ພະຍາກອນ​ເອຊາຢາ​ບອກ​ເຮົາ​ວ່າ “ຢ່າຊູ່​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ.”—ອ່ານ​ເອຊາອີ 52:11

ເວົ້າ​ດີໆຕອນ​ອະທິບາຍ​ເຫດຜົນ

13. ເມື່ອ​ຕັດສິນ​ໃຈ​ເຊົາ​ສະຫຼອງ​ວັນ​ເກີດ​ແລະ​ເທດສະການ​ຕ່າງໆເຈົ້າ​ອາດ​ກັງວົນ​ເລື່ອງ​ຫຍັງ​ແດ່?

13 ເມື່ອ​ເຈົ້າ​ຕັດສິນ​ໃຈ​ວ່າ​ຈະ​ເຊົາ​ສະຫຼອງ​ວັນ​ເກີດ​ແລະ​ເທດສະການ​ຕ່າງໆ ເຈົ້າ​ອາດ​ກັງວົນ​ວ່າ ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ໝູ່​ຖາມ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ໄປ​ງານ​ວັນ​ເກີດ? ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ໝູ່​ໃຫ້​ຂອງ​ຂວັນ​ວັນ​ເກີດ? ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄູ່​ຂອງ​ຂ້ອຍ​ຢາກ​ໃຫ້​ໄປ​ສະຫຼອງ​ເທດສະການ​ຕ່າງໆນຳ​ກັນ? ຂ້ອຍ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ລູກ​ເສຍໃຈ​ທີ່​ບໍ່​ຈັດ​ງານ​ວັນ​ເກີດ​ໃຫ້​ພວກ​ເຂົາ?

14, 15. ຖ້າ​ມີ​ຄົນ​ເວົ້າ​ອວຍ​ພອນ​ຫຼື​ໃຫ້​ຂອງ​ຂວັນ​ເຈົ້າ​ໃນ​ໄລຍະ​ເທດສະການ ເຈົ້າ​ຈະ​ເຮັດ​ແນວ​ໃດ?

14 ເປັນ​ເລື່ອງ​ສຳຄັນ​ທີ່​ເຈົ້າ​ຕ້ອງ​ໃຊ້​ໄຫວ​ພິບ​ວ່າ​ຄວນ​ຕອບ​ແນວ​ໃດ​ໃນ​ແຕ່​ລະ​ສະຖານະການ. ຕົວຢ່າງ​ເຊັ່ນ: ຖ້າ​ມີ​ຄົນ​ເວົ້າ​ກັບ​ເຈົ້າ​ວ່າ “ສະບາຍ​ດີ​ປີ​ໃໝ່” ຫຼື “ສຸກ​ສັນ​ວັນ​ເກີດ.” ເຈົ້າ​ຂອບໃຈ​ລາວ​ໄດ້ ບໍ່​ຕ້ອງ​ເຮັດ​ເສີຍໆແບບ​ບໍ່​ຮູ້​ບໍ່​ເຫັນ​ຫຼື​ຍ່າງ​ໜີ. ແຕ່​ຖ້າ​ມີ​ຄົນ​ຢາກ​ຮູ້​ຫຼາຍ​ຂຶ້ນ​ວ່າ​ເປັນ​ຫຍັງ​ເຈົ້າ​ບໍ່​ສະຫຼອງ​ເທດສະການ​ເຫຼົ່າ​ນັ້ນ ເຈົ້າ​ກໍ​ອະທິບາຍ​ໃຫ້​ລາວ​ຟັງ​ໄດ້. ແຕ່​ບໍ່​ວ່າ​ຈະ​ເວົ້າ​ແນວ​ໃດ ຂໍ​ໃຫ້​ເຈົ້າ​ເວົ້າ​ກັບ​ລາວ​ດີໆ ໃຊ້​ໄຫວ​ພິບ ແລະ​ສະແດງ​ຄວາມ​ນັບຖື. ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳເວົ້າ​ທີ່​ກະລຸນາ​ສະເໝີ​ຄື​ກັບ​ອາຫານ​ທີ່​ປຸງ​ດ້ວຍ​ເກືອ ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ແຕ່​ລະ​ຄົນ​ແນວ​ໃດ.” (ໂກໂລຊາຍ 4:6) ບາງ​ເທື່ອ​ເຈົ້າ​ອາດ​ບອກ​ລາວ​ວ່າ​ເຈົ້າ​ກໍ​ມັກ​ສັງ​ສັນ​ແລະ​ມັກ​ໃຫ້​ຂອງ​ຂວັນ​ຄື​ກັນ ແຕ່​ບໍ່​ໄດ້​ໃຫ້​ໃນ​ໄລຍະ​ເທດສະການ​ເທົ່າ​ນັ້ນ.

15 ຖ້າ​ມີ​ຄົນ​ໃຫ້​ຂອງ​ຂວັນ​ເຈົ້າ​ໃນ​ວັນ​ເກີດ​ຫຼື​ໃນ​ໄລຍະ​ເທດສະການ​ເດ ເຈົ້າ​ຈະ​ເຮັດ​ແນວ​ໃດ? ບໍ່​ມີ​ກົດ​ຕາຍ​ຕົວ​ໃນ​ເລື່ອງ​ເຫຼົ່າ​ນີ້ ແຕ່​ຄຳພີ​ໄບເບິນ​ສອນ​ວ່າ​ຢ່າ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ຜິດ​ຕໍ່​ພະເຈົ້າ​ຫຼື “ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ” ຂອງ​ເຈົ້າ​ເອງ. (1 ຕີໂມທຽວ 1:18, 19) ບາງ​ທີ​ຄົນ​ທີ່​ໃຫ້​ຂອງ​ຂວັນ​ອາດ​ບໍ່​ຮູ້​ວ່າ​ເຈົ້າ​ບໍ່​ສະຫຼອງ​ເທດສະການ​ນັ້ນ ຫຼື​ບາງ​ຄົນ​ຮູ້​ວ່າ​ເຈົ້າ​ບໍ່​ສະຫຼອງ​ເທດສະການ​ແຕ່​ກໍ​ຍັງ​ຢາກ​ໃຫ້​ຂອງ​ຂວັນ​ເຈົ້າ. ບໍ່​ວ່າ​ຈະ​ເປັນ​ກໍລະນີ​ໃດ​ກໍ​ຕາມ​ເຈົ້າ​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ເອົາ​ຫຼື​ບໍ່​ເອົາ ແລະ​ບໍ່​ວ່າ​ເຈົ້າ​ຈະ​ຕັດສິນ​ໃຈ​ແນວ​ໃດ ເຈົ້າ​ຕ້ອງ​ໝັ້ນ​ໃຈ​ແທ້ໆວ່າ​ການ​ຕັດສິນ​ໃຈ​ນັ້ນ​ຈະ​ບໍ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ. ເຮົາ​ບໍ່​ຢາກ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ກະທົບ​ໃສ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ.

ຖ້າ​ຄອບຄົວ​ຢາກ​ສະຫຼອງ​ເດ?

ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ມີ​ຄວາມ​ສຸກ

16. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄອບຄົວ​ຂອງ​ເຈົ້າ​ຢາກ​ສະຫຼອງ​ເທດສະການ?

16 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄອບຄົວ​ຂອງ​ເຈົ້າ​ຢາກ​ສະຫຼອງ​ເທດສະການ? ຢ່າ​ຖຽງ​ຫຼື​ຫ້າມ​ພວກ​ເຂົາ. ຍ້ອນ​ພວກ​ເຂົາ​ມີ​ສິດ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ເຮັດ​ຫຍັງ? ເຈົ້າ​ຕ້ອງ​ເຂົ້າ​ໃຈ​ແລະ​ນັບຖື​ການ​ຕັດສິນ​ໃຈ​ຂອງ​ພວກ​ເຂົາ​ຄື​ກັບ​ທີ່​ເຈົ້າ​ຢາກ​ໃຫ້​ພວກ​ເຂົາ​ນັບຖື​ການ​ຕັດສິນ​ໃຈ​ຂອງ​ເຈົ້າ. (ອ່ານ​ມັດທາຍ 7:12) ແຕ່​ຖ້າ​ຄອບຄົວ​ຢາກ​ໃຫ້​ເຈົ້າ​ໃຊ້​ເວລາ​ນຳ​ກັນ​ໃນ​ໄລຍະ​ເທດສະການ​ເດ ເຈົ້າ​ຈະ​ເຮັດ​ແນວ​ໃດ? ກ່ອນ​ຈະ​ຕັດສິນ​ໃຈ ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ. ໃຫ້​ຊອກ​ຫາ​ຂໍ້​ມູນ​ໃນ​ປຶ້ມ​ຕ່າງໆຂອງ​ອົງການ​ແລະ​ປຶ້ມ​ອື່ນໆທີ່​ເວົ້າ​ເຖິງ​ຕົ້ນ​ຕໍ​ຂອງ​ການ​ສະຫຼອງ​ນັ້ນ ແລະ​ລອງ​ຄິດ​ເບິ່ງ​ວ່າ​ໃນ​ສະຖານະການ​ນັ້ນ​ຈະ​ມີ​ການ​ເຮັດ​ຫຍັງ​ແດ່. ສິ່ງ​ທີ່​ສຳຄັນ ຢ່າ​ລືມ​ວ່າ​ເຈົ້າ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ສະເໝີ​ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ.

17. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ລູກ​ເສຍໃຈ​ຫຼື​ອິດສາ​ທີ່​ເຫັນ​ຄອບຄົວ​ອື່ນ​ສະຫຼອງ​ເທດສະການ​ບາງ​ຢ່າງ?

17 ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ລູກ​ເສຍໃຈ​ຫຼື​ອິດສາ​ທີ່​ເຫັນ​ຄອບຄົວ​ອື່ນ​ສະຫຼອງ​ເທດສະການ​ບາງ​ຢ່າງ? ເຈົ້າ​ອາດ​ເຮັດ​ບາງ​ສິ່ງ​ທີ່​ພິເສດ​ໃຫ້​ລູກ​ຫຼື​ໃຫ້​ຂອງ​ຂວັນ​ໃນ​ໂອກາດ​ອື່ນ​ກໍ​ໄດ້. ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ເຈົ້າ​ຈະ​ໃຫ້​ລູກ​ໄດ້​ກໍ​ແມ່ນ​ເວລາ​ແລະ​ຄວາມ​ຮັກ​ຂອງ​ເຈົ້າ.

ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ

18. ເປັນ​ຫຍັງ​ເຮົາ​ຄວນ​ໄປ​ປະຊຸມ?

18 ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ສາສະໜາ​ປອມ ບໍ່​ຫຍຸ້ງ​ກ່ຽວ​ກັບ​ຮີດຄອງ​ປະເພນີ​ແລະ​ການ​ສະຫຼອງ​ຕ່າງໆທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ. ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ. ແຕ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ແມ່ນ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ເປັນ​ປະຈຳ. (ອ່ານ​ເຮັບເຣີ 10:24, 25) ການ​ປະຊຸມ​ເປັນ​ສ່ວນ​ທີ່​ສຳຄັນ​ຫຼາຍ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. (ຄຳເພງ 22:22; 122:1) ຢູ່​ການ​ປະຊຸມ ເຮົາ​ໄດ້​ເຈິ​ກັບ​ພີ່ນ້ອງ​ແລະ​ເວົ້າ​ລົມ​ໃຫ້​ກຳລັງ​ໃຈ​ກັນ.—ໂຣມ 1:12

19. ເປັນ​ຫຍັງ​ການ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ?

19 ອີກ​ວິທີ​ໜຶ່ງ​ທີ່​ເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ​ກໍ​ຄື ການ​ເວົ້າ​ກັບ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ. ຫຼາຍ​ຄົນ​ຮູ້ສຶກ​ທຸກ​ໃຈ​ທີ່​ເຫັນ​ເລື່ອງ​ຊົ່ວ​ຮ້າຍ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ໃນ​ໂລກ. ບາງ​ທີ​ເຈົ້າ​ອາດ​ຮູ້ຈັກ​ຄົນ​ທີ່​ກຳລັງ​ຮູ້ສຶກ​ແບບ​ນີ້​ຢູ່ ລອງ​ບອກ​ພວກ​ເຂົາ​ເລື່ອງ​ຄວາມ​ຫວັງ​ທີ່​ດີ​ໃນ​ອະນາຄົດ​ເບິ່ງ​ແມ້. ເມື່ອ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ແລະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ເຈົ້າ​ກໍ​ຈະ​ຮູ້ສຶກ​ວ່າ​ບໍ່​ຢາກ​ຫຍຸ້ງ​ກ່ຽວ​ກັບ​ສາສະໜາ​ປອມ​ແລະ​ທຳນຽມ​ຕ່າງໆອີກ​ຕໍ່​ໄປ. ຖ້າ​ເຈົ້າ​ເລືອກ​ນະມັດສະການ​ພະ​ເຢໂຫວາ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ ແລະ​ພະອົງ​ຈະ​ອວຍ​ພອນ​ເຈົ້າ​ທີ່​ພະຍາຍາມ​ເຮັດ​ແບບ​ນັ້ນ.—ມາລາກີ 3:10