ບົດທີ 18
ຂ້ອຍຄວນອຸທິດຕົວໃຫ້ພະເຈົ້າແລະຮັບບັບເຕມາບໍ?
1. ຫຼັງຈາກທີ່ໄດ້ຮຽນມາຮອດຕອນນີ້ ເຈົ້າອາດຕັດສິນໃຈທີ່ຈະເຮັດຫຍັງ?
ເຈົ້າໄດ້ຮຽນຄວາມຈິງຫຼາຍຢ່າງຈາກປຶ້ມຫົວນີ້ແລ້ວ ເຊັ່ນ: ຄຳສັນຍາຂອງພະເຈົ້າເລື່ອງຊີວິດຕະຫຼອດໄປ ຕາຍແລ້ວເປັນແນວໃດ ແລະຄວາມຫວັງເລື່ອງການຄືນມາຈາກຕາຍ. (ຜູ້ເທສະໜາປ່າວປະກາດ 9:5; ລູກາ 23:43; ໂຢຮັນ 5:28, 29; ພະນິມິດ 21:3, 4) ເຈົ້າອາດເລີ່ມໄປປະຊຸມກັບພະຍານພະເຢໂຫວາແລ້ວ ແລະເຊື່ອວ່າພວກເຂົານະມັດສະການພະເຈົ້າໃນແບບທີ່ຖືກຕ້ອງ. (ໂຢຮັນ 13:35) ເຈົ້າອາດເລີ່ມສະໜິດກັບພະເຢໂຫວາແລະຕັດສິນໃຈ ແລ້ວວ່າຢາກຮັບໃຊ້ພະອົງ. ຕອນນີ້ເຈົ້າອາດຄິດວ່າ ‘ຂ້ອຍຄວນເຮັດແນວໃດຖ້າຢາກຮັບໃຊ້ພະເຈົ້າ?’
2. ເປັນຫຍັງຜູ້ຊາຍຊາວເອທິໂອເປຍຈຶ່ງຢາກຮັບບັບເຕມາ?
2 ຜູ້ຊາຍຊາວເອທິໂອເປຍຄົນໜຶ່ງທີ່ຢູ່ໃນສະໄໝພະເຢຊູກໍຄິດແບບນັ້ນຄືກັນ. ບໍ່ດົນຫຼັງຈາກພະເຢຊູຖືກປຸກໃຫ້ຄືນມາຈາກຕາຍເພື່ອໄປສະຫວັນ ຟີລິບລູກສິດຂອງພະເຢຊູປະກາດກັບຜູ້ຊາຍຄົນນີ້ແລະຊ່ວຍລາວໃຫ້ເຫັນຫຼັກຖານວ່າພະເຢຊູແມ່ນເມຊີອາ. ລາວຮູ້ສຶກປະທັບໃຈຫຼາຍຈົນເວົ້າວ່າ: “ເບິ່ງແມ້! ຢູ່ນີ້ມີນ້ຳ ມີຫຍັງທີ່ເຮັດໃຫ້ຂ້ອຍຮັບບັບເຕມາບໍ່ໄດ້?”—ກິດຈະການ 8:26-36
3. (ກ) ພະເຢຊູສັ່ງໃຫ້ລູກສິດເຮັດຫຍັງ? (ຂ) ການຮັບບັບເຕມາຕ້ອງເຮັດແນວໃດ?
3 ຄຳພີໄບເບິນສອນຢ່າງຈະແຈ້ງວ່າຖ້າເຈົ້າຢາກຮັບໃຊ້ພະເຢໂຫວາ ເຈົ້າຕ້ອງຮັບບັບເຕມາ. ພະເຢຊູບອກລູກສິດຂອງເພິ່ນວ່າ: “ໃຫ້ພວກເຈົ້າໄປຫາຄົນທຸກຊາດແລະສອນພວກເຂົາໃຫ້ເຂົ້າມາເປັນລູກສິດ ໃຫ້ພວກເຂົາຮັບບັບເຕມາ.” (ມັດທາຍ 28:19) ພະເຢຊູເຮັດໃຫ້ເຫັນເປັນຕົວຢ່າງໃນເລື່ອງນີ້ໂດຍທີ່ເພິ່ນເອງກໍຮັບບັບເຕມາຄືກັນ. ເພິ່ນຈຸ່ມຕົວຫຼິບລົງໃນນ້ຳ ບໍ່ພຽງແຕ່ເອົານ້ຳມາລູບຫຼືຫົດໃສ່ຫົວເທົ່ານັ້ນ. (ມັດທາຍ 3:16) ທຸກມື້ນີ້ກໍຄືກັນ ເມື່ອຄລິດສະຕຽນຮັບບັບເຕມາ ລາວຕ້ອງຈຸ່ມຕົວຫຼິບລົງໃນນ້ຳ.
4. ເມື່ອເຈົ້າຮັບບັບເຕມາ ເຈົ້າເຮັດໃຫ້ຄົນອື່ນຮູ້ຫຍັງ?
4 ການຮັບບັບເຕມາເປັນການເຮັດໃຫ້ຄົນອື່ນຮູ້ວ່າເຈົ້າຢາກເປັນໝູ່ກັບພະເຈົ້າແລະຢາກຮັບໃຊ້ພະອົງແທ້ໆ. (ຄຳເພງ 40:7, 8) ແຕ່ເຈົ້າອາດສົງໄສວ່າ ‘ຂ້ອຍຕ້ອງເຮັດແນວໃດຖ້າຢາກຮັບບັບເຕມາ?’
ເຮົາຕ້ອງມີຄວາມຮູ້ແລະຄວາມເຊື່ອ
5. (ກ) ເພື່ອເຈົ້າຈະຮັບບັບເຕມາໄດ້ ເຈົ້າຕ້ອງເຮັດຫຍັງກ່ອນ? (ຂ) ເປັນຫຍັງການເຂົ້າຮ່ວມການປະຊຸມເປັນປະຈຳຈຶ່ງສຳຄັນ?
5 ເພື່ອຈະຮັບບັບເຕມາໄດ້ ເຈົ້າຕ້ອງຮູ້ຈັກພະເຢໂຫວາແລະພະເຢຊູກ່ອນ ແລະເຈົ້າກໍໄດ້ເຮັດຂັ້ນຕອນນີ້ແລ້ວເມື່ອເຈົ້າເລີ່ມຮຽນຄຳພີໄບເບິນ. ໂຢຮັນ 17:3) ແຕ່ເທົ່ານີ້ຍັງບໍ່ພໍ. ຄຳພີໄບເບິນບອກວ່າເຈົ້າຕ້ອງ “ມີຄວາມຮູ້ທີ່ຖືກຕ້ອງ” ກ່ຽວກັບຄວາມຕ້ອງການຂອງພະເຢໂຫວາ. (ໂກໂລຊາຍ 1:9) ການປະຊຸມຂອງພະຍານພະເຢໂຫວາຈະຊ່ວຍເຈົ້າໃຫ້ຮູ້ຈັກແລະໃກ້ຊິດພະເຢໂຫວາຫຼາຍຂຶ້ນ ແລະນີ້ເປັນເຫດຜົນສຳຄັນຢ່າງໜຶ່ງທີ່ເຈົ້າຕ້ອງປະຊຸມກັບພະຍານພະເຢໂຫວາເປັນປະຈຳ.—ເຮັບເຣີ 10:24, 25
(ອ່ານ6. ເຈົ້າຕ້ອງຮູ້ເລື່ອງໃນຄຳພີໄບເບິນຫຼາຍໜ້ອຍສ່ຳໃດຈຶ່ງຈະຮັບບັບເຕມາໄດ້?
6 ພະເຢໂຫວາບໍ່ໄດ້ຄາດໝາຍວ່າເຈົ້າຕ້ອງຮູ້ທຸກຢ່າງໃນຄຳພີໄບເບິນກ່ອນຈຶ່ງຈະຮັບບັບເຕມາໄດ້. ຄືກັບທີ່ພະອົງບໍ່ໄດ້ຄາດໝາຍວ່າຜູ້ຊາຍຊາວເອທິໂອເປຍຄົນນັ້ນຈະຕ້ອງຮູ້ທຸກຢ່າງກ່ອນທີ່ຈະຮັບບັບເຕມາ. (ກິດຈະການ 8:30, 31) ທີ່ຈິງ ເຮົາບໍ່ມີທາງຮຽນຮູ້ກ່ຽວກັບພະເຢໂຫວາໄດ້ທັງໝົດ. (ຜູ້ເທສະໜາປ່າວປະກາດ 3:11) ແຕ່ກ່ອນທີ່ເຈົ້າຈະຮັບບັບເຕມາໄດ້ ເຈົ້າຕ້ອງຮູ້ແລະຍອມຮັບຄຳສອນພື້ນຖານໃນຄຳພີໄບເບິນ.—ເຮັບເຣີ 5:12
7. ກ່ອນທີ່ຈະຮັບບັບເຕມາເຈົ້າຕ້ອງມີຫຍັງອີກ? ແລະການຮຽນຄຳພີໄບເບິນຊ່ວຍເຈົ້າແນວໃດ?
7 ຄຳພີໄບເບິນບອກວ່າ: “ຖ້າບໍ່ມີຄວາມເຊື່ອກໍບໍ່ມີທາງເຮັດໃຫ້ພະເຈົ້າພໍໃຈໄດ້.” (ເຮັບເຣີ 11:6) ດັ່ງນັ້ນ ກ່ອນທີ່ຈະຮັບບັບເຕມາເຈົ້າຕ້ອງມີຄວາມເຊື່ອໃນພະເຈົ້ານຳອີກ. ຄຳພີໄບເບິນບອກເຮົາວ່າບາງຄົນໃນເມືອງໂກຣິນໂທສະໄໝກ່ອນໄດ້ຟັງລູກສິດຂອງພະເຢຊູສອນ “ແລ້ວກໍເຊື່ອແລະຮັບບັບເຕມາ.” (ກິດຈະການ 18:8) ຄ້າຍຄືກັນ ການຮຽນຄຳພີໄບເບິນຊ່ວຍເຈົ້າໃຫ້ມີຄວາມເຊື່ອໃນຄຳສັນຍາຕ່າງໆຂອງພະເຈົ້າແລະເຊື່ອວ່າຄ່າໄຖ່ຂອງພະເຢຊູຊ່ວຍເຮົາໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍໄດ້.—ໂຢຊວຍ 23:14; ກິດຈະການ 4:12; 2 ຕີໂມທຽວ 3:16, 17
ບອກຄວາມຈິງໃນຄຳພີໄບເບິນໃຫ້ຄົນອື່ນຮູ້
8. ເປັນຫຍັງເຈົ້າຢາກບອກຄົນອື່ນກ່ຽວກັບສິ່ງທີ່ໄດ້ຮຽນ?
8 ເມື່ອເຈົ້າຮຽນຄຳພີໄບເບິນຫຼາຍຂຶ້ນແລະເຫັນວ່າຄວາມຮູ້ໃນຄຳພີໄບເບິນຊ່ວຍໃຫ້ຊີວິດເຈົ້າດີຂຶ້ນ ຄວາມເຊື່ອຂອງເຈົ້າກໍຈະເພີ່ມຂຶ້ນ. ເຈົ້າຄືຊິເຢເຣມີ 20:9; 2 ໂກຣິນໂທ 4:13) ແຕ່ເຈົ້າຈະບອກໃຜໄດ້ແດ່?
ຢາກບອກຄົນອື່ນກ່ຽວກັບສິ່ງທີ່ເຈົ້າໄດ້ຮຽນ. (9, 10. (ກ) ເຈົ້າຈະບອກໃຜໄດ້ແດ່ກ່ຽວກັບສິ່ງທີ່ເຈົ້າໄດ້ຮຽນ? (ຂ) ເຈົ້າຕ້ອງເຮັດແນວໃດຖ້າຢາກໄປປະກາດກັບພີ່ນ້ອງໃນປະຊາຄົມ?
9 ເຈົ້າອາດຢາກບອກຄົນໃນຄອບຄົວ ຍາດພີ່ນ້ອງ ໝູ່ຄູ່ ເພື່ອນບ້ານ ຫຼືໝູ່ຢູ່ບ່ອນເຮັດວຽກກ່ຽວກັບສິ່ງທີ່ໄດ້ຮຽນ. ດີແລ້ວທີ່ເຈົ້າຢາກເຮັດແບບນັ້ນ ແຕ່ເຈົ້າຕ້ອງເວົ້າກັບພວກເຂົາດີໆແລະເຮັດໃຫ້ພວກເຂົາຮູ້ວ່າການທີ່ເຈົ້າບອກກໍຍ້ອນວ່າຮັກພວກເຂົາ. ເມື່ອເຈົ້າຮູ້ສຶກວ່າພ້ອມແລ້ວທີ່ຈະໄປປະກາດກັບພີ່ນ້ອງໃນປະຊາຄົມ ກໍໃຫ້ບອກຄົນທີ່ສອນຄຳພີໄບເບິນໃຫ້ເຈົ້າວ່າເຈົ້າຢາກໄປປະກາດ. ຖ້າລາວເຫັນວ່າເຈົ້າພ້ອມແລ້ວແລະໄດ້ປ່ຽນແປງຊີວິດໃຫ້ກົງກັບມາດຕະຖານໃນຄຳພີໄບເບິນ ຈາກນັ້ນເຈົ້າກັບລາວຈະໄປລົມກັບຜູ້ດູແລ 2 ຄົນ.
10 ຜູ້ດູແລຈະລົມຫຍັງກັບເຈົ້າ? ພວກເຂົາຈະລົມກັບເຈົ້າເພື່ອເບິ່ງວ່າເຈົ້າເຂົ້າໃຈແລະເຊື່ອຄຳສອນພື້ນຖານໃນຄຳພີໄບເບິນຫຼືບໍ່ ເຈົ້າເອົາສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນໄປໃຊ້ໃນຊີວິດຫຼືບໍ່ ແລະເຈົ້າຢາກເປັນພະຍານພະເຢໂຫວາແທ້ໆບໍ. ຂໍໃຫ້ຈື່ໄວ້ວ່າຜູ້ດູແລມີໜ້າທີ່ເບິ່ງແຍງທຸກຄົນໃນປະຊາຄົມເຊິ່ງລວມເຖິງເຈົ້ານຳ. ດັ່ງນັ້ນ ເຈົ້າບໍ່ຕ້ອງຢ້ານທີ່ຈະລົມກັບພວກເຂົາ. (ກິດຈະການ 20:28; 1 ເປໂຕ 5:2, 3) ຫຼັງຈາກທີ່ໄດ້ລົມກັບຜູ້ດູແລແລ້ວ ພວກເຂົາຈະບອກເຈົ້າວ່າເຈົ້າພ້ອມແທ້ໆບໍທີ່ຈະໄປປະກາດກັບພີ່ນ້ອງໃນປະຊາຄົມ.
11. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ເຈົ້າຕ້ອງປ່ຽນແປງຕົວເອງກ່ອນຈະໄປປະກາດກັບພີ່ນ້ອງໃນປະຊາຄົມ?
11 ຜູ້ດູແລອາດບອກວ່າຍັງມີບາງຢ່າງທີ່ເຈົ້າຕ້ອງປ່ຽນແປງກ່ອນທີ່ຈະໄປປະກາດກັບພີ່ນ້ອງໃນປະຊາຄົມໄດ້. ເປັນຫຍັງຈຶ່ງສຳຄັນທີ່ເຈົ້າຕ້ອງປ່ຽນແປງ? ຍ້ອນວ່າເມື່ອເຮົາໄປເວົ້າກັບຄົນອື່ນເລື່ອງພະເຢໂຫວາ ເຮົາເປັນຕົວແທນຂອງພະອົງແລະເຮົາຕ້ອງໃຊ້ຊີວິດໃນແບບທີ່ເຮັດໃຫ້ພະອົງໄດ້ຮັບການຍ້ອງຍໍສັນລະເສີນ.—1 ໂກຣິນໂທ 6:9, 10; ຄາລາເຕຍ 5:19-21
ກັບໃຈແລະປ່ຽນແປງຊີວິດໃໝ່
12. ເປັນຫຍັງເຮົາທຸກຄົນຕ້ອງກັບໃຈ?
12 ຍັງມີສິ່ງອື່ນອີກທີ່ເຈົ້າຕ້ອງເຮັດກ່ອນທີ່ຈະຮັບບັບເຕມາໄດ້. ອັກຄະສາວົກໂປໂລບອກວ່າ: “ໃຫ້ກັບໃຈແລະປ່ຽນແປງຊີວິດໃໝ່ ເພື່ອບາບຂອງພວກເຈົ້າຈະຖືກລົບລ້າງ.” (ກິດຈະການ 3:19) ການກັບໃຈໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຈົ້າຮູ້ສຶກເສຍໃຈແທ້ໆກັບຄວາມຜິດທຸກຢ່າງທີ່ເຄີຍເຮັດ. ຕົວຢ່າງເຊັ່ນ: ຖ້າເຈົ້າເຄີຍໃຊ້ຊີວິດແບບຜິດສິນລະທຳທາງເພດ ເຈົ້າຕ້ອງກັບໃຈ ແລະເຖິງເຈົ້າຈະຄິດວ່າຕະຫຼອດຊີວິດທີ່ຜ່ານມາເຈົ້າບໍ່ເຄີຍເຮັດຫຍັງຜິດ ເຈົ້າກໍຍັງຕ້ອງກັບໃຈ ເພາະເຮົາທຸກຄົນມີບາບມາຕັ້ງແຕ່ເກີດແລະຕ້ອງຂໍພະເຈົ້າໃຫ້ອະໄພເຮົາ.—ໂຣມ 3:23; 5:12
13. ການ “ປ່ຽນແປງຊີວິດໃໝ່” ໝາຍຄວາມວ່າແນວໃດ?
13 ພຽງແຕ່ຮູ້ສຶກເສຍໃຈກັບຄວາມຜິດທີ່ໄດ້ເຮັດກໍພໍແລ້ວບໍ? ຍັງບໍ່ພໍ. ເປໂຕບອກວ່າເຈົ້າຕ້ອງ “ປ່ຽນແປງຊີວິດໃໝ່” ນຳອີກ. ນີ້ໝາຍຄວາມວ່າເຈົ້າຕ້ອງເຊົາໃຊ້ຊີວິດແບບຜິດໆ ແລະຕັ້ງແຕ່ນີ້ເປັນຕົ້ນໄປເຈົ້າຈະຕັ້ງໃຈເຮັດສິ່ງທີ່ຖືກຕ້ອງ. ເພື່ອໃຫ້ເຂົ້າໃຈແຈ້ງຂຶ້ນ ລອງນຶກພາບວ່າເຈົ້າກຳລັງຂັບລົດໄປບ່ອນໜຶ່ງທີ່ບໍ່ເຄີຍໄປຈັກເທື່ອ ເມື່ອຂັບລົດໄປໄດ້ໄລຍະໜຶ່ງເຈົ້າກໍຮູ້ສຶກວ່າໄປຜິດທາງ. ເຈົ້າຈະເຮັດແນວໃດ? ເຈົ້າຈະຂັບລົດຊ້າລົງ ແລ້ວກໍຈອດ ຈາກນັ້ນກໍລ້ຽວກັບ ແລ້ວຂັບລົດໄປຕາມເສັ້ນທາງໃໝ່ທີ່ຖືກຕ້ອງ. ຄ້າຍຄືກັນ ເມື່ອເຈົ້າຮຽນຄຳພີໄບເບິນ ເຈົ້າອາດຮູ້ວ່າຍັງມີນິດໄສບາງຢ່າງທີ່ຕ້ອງປ່ຽນແປງຫຼືຍັງເຮັດຜິດບາງຢ່າງຢູ່. ດັ່ງນັ້ນ ໃຫ້ພະຍາຍາມ “ປ່ຽນແປງຊີວິດໃໝ່” ໂດຍການກັບຕົວກັບໃຈແລະຕັ້ງໃຈເຮັດແຕ່ສິ່ງທີ່ຖືກຕ້ອງ.
ການອຸທິດຕົວ
14. ເຈົ້າອຸທິດຕົວໃຫ້ພະເຢໂຫວາໂດຍເຮັດແນວໃດ?
14 ຂັ້ນຕອນສຳຄັນອີກຂັ້ນຕອນໜຶ່ງທີ່ເຈົ້າຕ້ອງເຮັດກ່ອນຈະຮັບບັບເຕມາແມ່ນການອຸທິດຕົວໃຫ້ພະເຢໂຫວາ. ເຈົ້າອຸທິດຕົວໃຫ້ພະເຢໂຫວາໂດຍລູກາ 4:8
ການອະທິດຖານບອກພະອົງວ່າ ເຈົ້າສັນຍາວ່າຈະນະມັດສະການພະອົງເທົ່ານັ້ນແລະຈະໃຫ້ຄວາມຕ້ອງການຂອງພະອົງສຳຄັນທີ່ສຸດໃນຊີວິດເຈົ້າ.—15, 16. ອັນໃດຈະກະຕຸ້ນເຮົາໃຫ້ອຸທິດຕົວໃຫ້ພະເຢໂຫວາ?
15 ການສັນຍາວ່າຈະຮັບໃຊ້ພະເຢໂຫວາອົງດຽວເທົ່ານັ້ນກໍຄືກັບການສັນຍາວ່າ ຕັ້ງແຕ່ນີ້ຕໍ່ໄປເຈົ້າຈະໃຊ້ຊີວິດທີ່ເຫຼືອກັບຄົນທີ່ເຈົ້າຮັກ. ລອງນຶກພາບຜູ້ຊາຍກັບຜູ້ຍິງທີ່ກຳລັງຄົບຫາເບິ່ງໃຈກັນ. ເມື່ອລາວຮູ້ຈັກຜູ້ຍິງຄົນນັ້ນຫຼາຍເທົ່າໃດ ລາວກໍແຮ່ງຮັກຜູ້ຍິງຄົນນັ້ນຫຼາຍຂຶ້ນແລະຢາກແຕ່ງດອງກັບຜູ້ຍິງຄົນນັ້ນ ເຖິງລາວຈະຮູ້ວ່ານີ້ເປັນການຕັດສິນໃຈຄັ້ງໃຫຍ່ໃນຊີວິດ ແລະລາວຕ້ອງຮັບຜິດຊອບຕໍ່ການຕັດສິນໃຈຄັ້ງນີ້ ແຕ່ລາວກໍເຕັມໃຈຍ້ອນລາວຮັກຜູ້ຍິງຄົນນັ້ນ.
16 ເມື່ອເຈົ້າໄດ້ຮູ້ຈັກພະເຢໂຫວາ ເຈົ້າກໍຈະຮັກພະອົງແລະຢາກຮັບໃຊ້ພະອົງໃຫ້ດີທີ່ສຸດ. ຄວາມຮູ້ສຶກນີ້ຈະກະຕຸ້ນເຈົ້າໃຫ້ອຸທິດຕົວໂດຍການອະທິດຖານສັນຍາກັບພະເຢໂຫວາວ່າເຈົ້າຈະຮັບໃຊ້ພະອົງ. ຄຳພີໄບເບິນບອກວ່າຄົນທີ່ຢາກຕິດຕາມພະເຢຊູຕ້ອງ “ເຊົາໃຊ້ຊີວິດເພື່ອຕົວເອງ.” (ມາຣະໂກ 8:34) ນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຈົ້າຈະໃຫ້ການເຊື່ອຟັງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ ແລະໃຫ້ຄວາມຕ້ອງການຂອງພະເຢໂຫວາສຳຄັນຫຼາຍກວ່າເປົ້າໝາຍໃນຊີວິດຂອງເຈົ້າຫຼືຄວາມຕ້ອງການຂອງເຈົ້າເອງ.—ອ່ານ 1 ເປໂຕ 4:2
ຢ່າຢ້ານວ່າຈະເຮັດບໍ່ໄດ້
17. ເປັນຫຍັງບາງຄົນບໍ່ກ້າອຸທິດຕົວໃຫ້ພະເຢໂຫວາ?
17 ບາງຄົນບໍ່ກ້າອຸທິດຕົວໃຫ້ພະເຢໂຫວາຍ້ອນຢ້ານວ່າຈະຮັບໃຊ້ພະອົງຕາມທີ່ສັນຍາໄວ້ບໍ່ໄດ້. ພວກເຂົາບໍ່ຢາກເຮັດໃຫ້ພະເຢໂຫວາຜິດຫວັງ ຫຼືພວກເຂົາອາດຄິດວ່າຖ້າບໍ່ອຸທິດຕົວໃຫ້ພະເຢໂຫວາ ພວກເຂົາກໍບໍ່ຕ້ອງຮັບຜິດຊອບຫຍັງຕໍ່ພະອົງ.
18. ເປັນຫຍັງເຈົ້າບໍ່ຕ້ອງຢ້ານວ່າຈະເຮັດໃຫ້ພະເຢໂຫວາຜິດຫວັງ?
ຜູ້ເທສະໜາປ່າວປະກາດ 5:4; ໂກໂລຊາຍ 1:10) ນອກຈາກນັ້ນ ເຈົ້າຈະບໍ່ຄິດວ່າການເຮັດຕາມຄວາມຕ້ອງການຂອງພະເຢໂຫວາຍາກເກີນໄປ. ອັກຄະສາວົກໂຢຮັນຂຽນວ່າ: “ການຮັກພະເຈົ້າໝາຍເຖິງການເຊື່ອຟັງຄຳສັ່ງຂອງພະອົງ ແລະຄຳສັ່ງຂອງພະອົງບໍ່ຍາກເກີນໄປ.”—1 ໂຢຮັນ 5:3
18 ຖ້າເຈົ້າຮັກພະເຢໂຫວາ ເຈົ້າຈະເຮັດສຸດຄວາມສາມາດເພື່ອຮັກສາຄຳສັນຍາທີ່ໃຫ້ໄວ້ກັບພະອົງ ແລະຖ້າເຈົ້າເຮັດແບບນັ້ນ ເຈົ້າກໍບໍ່ຕ້ອງຢ້ານວ່າຈະເຮັດໃຫ້ພະອົງຜິດຫວັງ. (19. ເປັນຫຍັງເຈົ້າບໍ່ຕ້ອງຢ້ານທີ່ຈະອຸທິດຕົວໃຫ້ພະເຢໂຫວາ?
19 ເຈົ້າບໍ່ຕ້ອງຖ້າໃຫ້ຕົວເອງດີພ້ອມທຸກຢ່າງກ່ອນ ແລ້ວຈຶ່ງອຸທິດຕົວໃຫ້ພະເຢໂຫວາ. ພະອົງບໍ່ເຄີຍຄາດໝາຍໃຫ້ເຮົາເຮັດໃນສິ່ງທີ່ເຮົາເຮັດບໍ່ໄດ້. (ຄຳເພງ 103:14) ພະອົງສັນຍາວ່າຈະຊ່ວຍເຈົ້າໃຫ້ເຮັດສິ່ງທີ່ຖືກຕ້ອງ. (ເອຊາອີ 41:10) ຂໍໃຫ້ເຈົ້າວາງໃຈໃນພະເຢໂຫວາສຸດຫົວໃຈ ແລະ “ພະອົງຈະເຮັດໃຫ້ຊີວິດລາບລື່ນ.”—ສຸພາສິດ 3:5, 6, ລ.ມ.
ການປະກາດຢ່າງເປີດເຜີຍວ່າເຈົ້າໄດ້ອຸທິດຕົວແລ້ວ
20. ຫຼັງຈາກອຸທິດຕົວໃຫ້ພະເຢໂຫວາແລ້ວ ຂັ້ນຕອນຕໍ່ໄປແມ່ນຫຍັງ?
20 ເຈົ້າຄິດວ່າເຈົ້າພ້ອມຈະອຸທິດຕົວໃຫ້ພະເຢໂຫວາແລ້ວບໍ? ຫຼັງຈາກທີ່ອຸທິດຕົວໃຫ້ພະເຢໂຫວາແລ້ວ ເຈົ້າກໍພ້ອມສຳລັບຂັ້ນຕອນຕໍ່ໄປ ນັ້ນແມ່ນການຮັບບັບເຕມາ.
21, 22. ເຈົ້າຈະ “ປະກາດຄວາມເຊື່ອດ້ວຍປາກຢ່າງເປີດເຜີຍ” ຕອນໃດ?
21 ຖ້າເຈົ້າຢາກຮັບບັບເຕມາ ເຈົ້າຈະເຮັດແນວໃດ? ເຈົ້າຕ້ອງໄປບອກຜູ້ປະສານງານຄະນະຜູ້ດູແລໃນປະຊາຄົມຂອງເຈົ້າວ່າ ເຈົ້າໄດ້ອຸທິດຕົວໃຫ້ພະເຢໂຫວາແລ້ວແລະຢາກຮັບບັບເຕມາ. ຈາກນັ້ນ ລາວຈະໃຫ້ຜູ້ດູແລບາງຄົນທົບທວນຄຳສອນພື້ນຖານໃນຄຳພີໄບເບິນກັບເຈົ້າ. ຖ້າພວກເຂົາເຫັນວ່າເຈົ້າພ້ອມແລ້ວ ພວກເຂົາຈະບອກວ່າເຈົ້າຈະຮັບບັບເຕມາໄດ້ການປະຊຸມໃຫຍ່ຄັ້ງຕໍ່ໄປ. ຢູ່ການປະຊຸມໃຫຍ່ຈະມີຄຳບັນລະຍາຍທີ່ອະທິບາຍຄວາມໝາຍຂອງການຮັບບັບເຕມາ ແລະຜູ້ບັນລະຍາຍຈະຖາມຄຳຖາມ 2 ຂໍ້ກັບຄົນທີ່ຈະຮັບບັບເຕມາ. ຕອນທີ່ເຈົ້າຕອບຄຳຖາມ ເຈົ້າກໍກຳລັງ “ປະກາດຄວາມເຊື່ອດ້ວຍປາກຢ່າງເປີດເຜີຍ.”—ໂຣມ 10:10
ໃນ22 ຫຼັງຈາກນັ້ນເຈົ້າກໍຈະຮັບບັບເຕມາ. ເຈົ້າຈະຖືກຈຸ່ມຕົວຫຼິບລົງໃນນ້ຳ. ການຮັບບັບເຕມາຈະເຮັດໃຫ້ທຸກຄົນເຫັນວ່າເຈົ້າໄດ້ອຸທິດຕົວໃຫ້ພະເຢໂຫວາແລ້ວ ແລະຕອນນີ້ເຈົ້າກໍໄດ້ເຂົ້າມາເປັນພະຍານພະເຢໂຫວາຄົນໜຶ່ງ.
ຄວາມໝາຍຂອງການຮັບບັບເຕມາ
23. ການຮັບບັບເຕມາ “ໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງພະອົງ ແລະໃນນາມພະລັງບໍລິສຸດ” ໝາຍຄວາມວ່າແນວໃດ?
23 ພະເຢຊູບອກວ່າລູກສິດຂອງເພິ່ນຕ້ອງຮັບບັບເຕມາ “ໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງພະອົງ ແລະໃນນາມພະລັງບໍລິສຸດ.” (ອ່ານມັດທາຍ 28:19) ນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຈົ້າຍອມຮັບອຳນາດຂອງພະເຢໂຫວາ ຍອມຮັບວ່າພະເຢຊູເປັນຜູ້ທີ່ພະເຈົ້າໃຊ້ມາເພື່ອເຮັດໃຫ້ຄວາມຕ້ອງການຂອງພະເຈົ້າສຳເລັດ ແລະຍອມຮັບວ່າພະລັງບໍລິສຸດເປັນພະລັງທີ່ພະເຈົ້າໃຊ້ເພື່ອເຮັດໃຫ້ທຸກສິ່ງເປັນຕາມທີ່ພະອົງຕ້ອງການ.—ຄຳເພງ 83:18; ມັດທາຍ 28:18; ຄາລາເຕຍ 5:22, 23; 2 ເປໂຕ 1:21
24, 25. (ກ) ສິ່ງທີ່ເຮັດຕອນຮັບບັບເຕມາມີຄວາມໝາຍແນວໃດ? (ຂ) ໃນບົດສຸດທ້າຍເຮົາຈະເວົ້າເລື່ອງຫຍັງ?
24 ສິ່ງທີ່ເຮັດຕອນຮັບບັບເຕມາຍັງມີຄວາມໝາຍສຳຄັນບາງຢ່າງນຳອີກ. ການທີ່ເຈົ້າຈຸ່ມຕົວຫຼິບລົງໃນນ້ຳໝາຍຄວາມວ່າເຈົ້າໄດ້ຕາຍຫຼືປະຖິ້ມຮູບແບບຊີວິດເກົ່າແລ້ວ. ເມື່ອເຈົ້າຂຶ້ນມາຈາກນ້ຳໝາຍຄວາມວ່າເຈົ້າໄດ້ເລີ່ມຕົ້ນຊີວິດໃໝ່ເພື່ອເຮັດຕາມຄວາມຕ້ອງການຂອງພະເຈົ້າ. ການເຮັດແບບນີ້ສະແດງວ່າຕັ້ງແຕ່ນີ້ເປັນຕົ້ນໄປເຈົ້າຈະຮັບໃຊ້ພະເຢໂຫວາ. ຂໍໃຫ້ຈື່ໄວ້ສະເໝີວ່າເຈົ້າບໍ່ໄດ້ອຸທິດຕົວໃຫ້ກັບມະນຸດ ອົງກອນຫຼືວຽກງານໃດໆ ແຕ່ເຈົ້າອຸທິດຊີວິດໃຫ້ກັບພະເຢໂຫວາ.
25 ການອຸທິດຕົວຈະຊ່ວຍເຈົ້າໃຫ້ໃກ້ຊິດແລະສະໜິດກັບພະເຈົ້າຫຼາຍຂຶ້ນເລື້ອຍໆ. (ຄຳເພງ 25:14) ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເມື່ອຮັບບັບເຕມາແລ້ວເຈົ້າຈະລອດໂດຍອັດຕະໂນມັດ. ອັກຄະສາວົກໂປໂລຂຽນວ່າ: “ຂໍໃຫ້ເຮັດທຸກຢ່າງດ້ວຍຄວາມນັບຖືແລະຄວາມຢຳເກງເພື່ອຈະໄດ້ຮັບຄວາມລອດ.” (ຟີລິບປອຍ 2:12) ການຮັບບັບເຕມາເປັນພຽງຂັ້ນຕອນເລີ່ມຕົ້ນເພື່ອຈະໄດ້ຮັບຄວາມລອດ. ແຕ່ເຈົ້າຈະເຮັດໃຫ້ຕົວເອງໃກ້ຊິດແລະສະໜິດກັບພະເຢໂຫວາສະເໝີໄດ້ແນວໃດ? ບົດສຸດທ້າຍຈະໃຫ້ຄຳຕອບໃນເລື່ອງນີ້.