ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 19

ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ

ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ

1, 2. ໃນ​ທຸກ​ມື້​ນີ້ ເຮົາ​ຈະ​ຊອກ​ຫາ​ທີ່​ເພິ່ງ​ໄດ້​ຈາກ​ໃສ?

ລອງ​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຍ່າງ​ຢູ່​ທາງ​ນອກ. ທັນໃດ​ນັ້ນ​ຟ້າ​ກໍ​ມືດ​ຄຶ້ມ ແລ້ວ​ກໍ​ມີ​ຟ້າ​ແມບ​ຟ້າ​ຮ້ອງ ຈາກ​ນັ້ນ​ພາຍຸ​ຝົນ​ຫ່າ​ໃຫຍ່​ກໍ​ເທ​ລົງ​ມາ. ເຈົ້າ​ຟ້າວ​ແລ່ນ​ຊອກ​ຫາ​ບ່ອນ​ລີ້​ຝົນ ແລ້ວ​ກໍ​ເຫັນ​ບ່ອນ​ໜຶ່ງ​ທີ່​ຈະ​ລີ້​ຝົນ​ໄດ້. ເຈົ້າ​ຄື​ຊິ​ດີ​ໃຈ​ຫຼາຍ​ທີ່​ໄດ້​ລີ້​ພາຍຸ​ຝົນ​ໃນ​ບ່ອນ​ທີ່​ປອດໄພ​ແບບ​ນີ້!

2 ຄ້າຍ​ຄື​ກັນ ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ສະພາບການ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ. ເຈົ້າ​ອາດ​ສົງໄສ​ວ່າ: ‘ຂ້ອຍ​ຈະ​ຊອກ​ຫາ​ທີ່​ເພິ່ງ​ໄດ້​ຈາກ​ໃສ?’ ຜູ້​ຂຽນ​ຄຳເພງ​ຂຽນ​ວ່າ: “ຂ້ອຍ​ຈະ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ ‘ພະອົງ​ເປັນ​ທີ່​ຫຼົບ​ໄພ​ແລະ​ເປັນ​ປ້ອມ​ປາ​ການ​ຂອງ​ຂ້ອຍ ເປັນ​ພະເຈົ້າ​ຂອງ​ຂ້ອຍ​ທີ່​ຂ້ອຍ​ວາງໃຈ.’” (ຄຳເພງ 91:2, ລ.ມ.) ເຖິງ​ວ່າ​ເຮົາ​ຕ້ອງ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ໃນ​ຕອນ​ນີ້ ແຕ່​ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ໃຫ້​ເຮົາ​ໄດ້ ແລະ​ພະອົງ​ຍັງ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ​ນຳ​ອີກ.

3. ເຮົາ​ຈະ​ໃຫ້​ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ເຮົາ​ໄດ້​ແນວ​ໃດ?

3 ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ໃຫ້​ເຮົາ​ແນວ​ໃດ? ພະອົງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆໄດ້ ແລະ​ພະອົງ​ມີ​ລິດເດດ​ຫຼາຍ​ກວ່າ​ຄົນ​ໃດໆຫຼື​ສິ່ງ​ໃດໆກໍ​ຕາມ​ທີ່​ອາດ​ພະຍາຍາມ​ທຳ​ຮ້າຍ​ເຮົາ. ເຖິງ​ວ່າ​ຕອນ​ນີ້​ຈະ​ມີ​ເລື່ອງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ເຮົາ ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ໃນ​ອະນາຄົດ​ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ນັ້ນ. ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລະ​ໃຫ້​ພະອົງ​ເປັນ​ທີ່​ເພິ່ງ​ຂອງ​ເຮົາ​ໃນ​ໄລຍະ​ທີ່​ເຈິ​ຄວາມ​ຫຍຸ້ງຍາກ​ລຳບາກ ເຮົາ​ຕ້ອງ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ. ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ວ່າ​ຕ້ອງ “ເຮັດ​ໃຫ້​ພະເຈົ້າ​ຮັກ​ພວກ​ເຈົ້າ​ຢູ່​ສະເໝີ.” (ຢູດາ 21) ແຕ່​ເຮົາ​ຈະ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະອົງ​ໄດ້​ແນວ​ໃດ?

ເຫັນ​ຄຸນຄ່າ​ຄວາມ​ຮັກ​ຂອງ​ພະເຈົ້າ

4, 5. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ແນວ​ໃດ​ແດ່?

4 ເພື່ອ​ຈະ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ຄິດ​ຢູ່​ສະເໝີ​ວ່າ​ພະອົງ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ. ລອງ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ​ແມ້. ພະອົງ​ໃຫ້​ເຮົາ​ຢູ່​ໃນ​ໂລກ​ທີ່​ສວຍ​ງາມ​ເຊິ່ງ​ເຕັມ​ໄປ​ດ້ວຍ​ພືດ​ພັນ​ແລະ​ສັດ​ຫຼາກ​ຫຼາຍ​ຊະນິດ ໃຫ້​ເຮົາ​ມີ​ອາຫານ​ທີ່​ແຊບໆກິນ​ແລະ​ມີ​ນ້ຳ​ທີ່​ສະອາດ​ດື່ມ. ພະ​ເຢໂຫວາ​ຍັງ​ໃຫ້​ເຮົາ​ມີ​ຄຳພີ​ໄບເບິນ​ເຊິ່ງ​ບອກ​ເຮົາ​ໃຫ້​ຮູ້​ຊື່​ຂອງ​ພະອົງ​ແລະ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ຂອງ​ພະອົງ. ສຳຄັນ​ທີ່​ສຸດ ພະອົງ​ຮັກ​ເຮົາ​ຫຼາຍ​ຈົນ​ເຖິງ​ຂັ້ນ​ສົ່ງ​ພະ​ເຢຊູ​ລູກ​ທີ່​ພະອົງ​ຮັກ​ທີ່​ສຸດ​ມາ​ໃນ​ໂລກ​ເພື່ອ​ສະລະ​ຊີວິດ​ໃຫ້​ເຮົາ. (ໂຢຮັນ 3:16) ຍ້ອນ​ການ​ເສຍ​ສະລະ​ນີ້​ແຫຼະ​ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ໃນ​ອະນາຄົດ.

5 ພະ​ເຢໂຫວາ​ຕັ້ງ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ລັດຖະບານ​ນີ້​ປົກຄອງ​ໂດຍ​ເມຊີອາ​ຫຼື​ພະ​ເຢຊູ​ຄລິດ. ອີກ​ບໍ່​ດົນ​ລັດຖະບານ​ນີ້​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ຕ່າງໆໝົດ​ໄປ​ແລະ​ຈະ​ເຮັດ​ໃຫ້​ໂລກ​ກາຍ​ເປັນ​ສວນ​ທີ່​ສວຍ​ງາມ. ທຸກ​ຄົນ​ຈະ​ຢູ່​ຢ່າງ​ປອດໄພ​ແລະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. (ຄຳເພງ 37:29) ອີກ​ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ກໍ​ຄື ພະອົງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ໃຊ້​ຊີວິດ​ໃນ​ແບບ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ໃນ​ຕອນ​ນີ້. ພະອົງ​ຍັງ​ເຊີນ​ເຮົາ​ໃຫ້​ອະທິດຖານ​ເຖິງ​ພະອົງ​ນຳ​ອີກ ແລະ​ພະອົງ​ກໍ​ພ້ອມ​ຈະ​ຟັງ​ເຮົາ​ສະເໝີ. ເຮົາ​ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ທຸກ​ຄົນ​ແທ້ໆ.

6. ເຈົ້າ​ຈະ​ສະແດງ​ແນວ​ໃດ​ວ່າ​ເຫັນ​ຄຸນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

6 ເຈົ້າ​ຈະ​ເຮັດ​ແນວ​ໃດ​ທີ່​ສະແດງ​ວ່າ​ເຫັນ​ຄຸນຄ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ? ເຈົ້າ​ຕ້ອງ​ສະແດງ​ໃຫ້​ພະອົງ​ເຫັນ​ວ່າ​ເຈົ້າ​ຂອບໃຈ​ສຳລັບ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຈົ້າ. ແຕ່​ໜ້າ​ເສຍດາຍ ຜູ້​ຄົນ​ຈຳນວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ບໍ່​ສຳນຶກ​ບຸນ​ຄຸນ​ພະ​ເຢໂຫວາ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ຫຼາຍ​ຄົນ​ກໍ​ບໍ່​ສຳນຶກ​ບຸນ​ຄຸນ​ເພິ່ນ​ຄື​ກັນ ເຊັ່ນ: ຕອນ​ທີ່​ພະ​ເຢຊູ​ປິ່ນປົວ​ຄົນ​ທີ່​ເປັນ​ຂີ້ທູດ 10 ຄົນ​ໃຫ້​ເຊົາ ມີ​ແຕ່​ຄົນ​ດຽວ​ທີ່​ກັບ​ມາ​ຂອບໃຈ​ເພິ່ນ. (ລູກາ 17:12-17) ເຮົາ​ຢາກ​ເປັນ​ຄື​ຄົນ​ທີ່​ກັບ​ມາ​ຂອບໃຈ​ພະ​ເຢຊູ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ຂອບໃຈ​ພະ​ເຢໂຫວາ​ສະເໝີ​ສຳລັບ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຮົາ.

7. ເຮົາ​ຄວນ​ຮັກ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ?

7 ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ນຳ​ອີກ. ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ​ພວກ​ເຂົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ສຸດ​ຊີວິດ ແລະ​ສຸດ​ຄວາມ​ຄິດ. (ອ່ານ​ມັດທາຍ 22:37) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

8, 9. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮັກ​ພະອົງ?

8 ພຽງ​ແຕ່​ບອກ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ກໍ​ພໍ​ແລ້ວ​ບໍ? ຍັງ​ບໍ່​ພໍ. ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ສຸດ​ຊີວິດ ແລະ​ສຸດ​ຄວາມ​ຄິດ​ຂອງ​ເຮົາ ເຮົາ​ກໍ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ສິ່ງ​ທີ່​ເຮົາ​ເຮັດ. (ມັດທາຍ 7:16-20) ຄຳພີ​ໄບເບິນ​ສອນ​ຢ່າງ​ຊັດເຈນ​ວ່າ ຖ້າ​ເຮົາ​ຮັກ​ພະເຈົ້າ ເຮົາ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ ແລະ​ເຮົາ​ທຸກ​ຄົນ​ກໍ​ເຮັດ​ໄດ້​ເພາະ “ຄຳ​ສັ່ງ​ຂອງ​ພະອົງ​ບໍ່​ຍາກ​ເກີນ​ໄປ.”—ອ່ານ 1 ໂຢຮັນ 5:3

9 ເມື່ອ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ແລະ​ອີ່ມ​ໃຈ​ພໍ​ໃຈ. (ເອຊາອີ 48:17, 18) ຕອນ​ນີ້ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.

ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ

10. ເປັນ​ຫຍັງ​ເຈົ້າ​ຄວນ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຕໍ່ໆໄປ?

10 ເຈົ້າ​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ເມື່ອ​ຮຽນ​ຄຳພີ​ໄບເບິນ​ເຈົ້າ​ກໍ​ເລີ່ມ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຄ່ອຍໆສະໜິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. ລອງ​ນຶກ​ພາບ​ກ່ຽວ​ກັບ​ກອງ​ໄຟ ຖ້າ​ເຈົ້າ​ຢາກ​ໃຫ້​ໄຟ​ລຸກ​ຢູ່​ຕະຫຼອດ​ເວລາ ເຈົ້າ​ກໍ​ຕ້ອງ​ເອົາ​ຟືນ​ໃສ່​ເປັນ​ໄລຍະໆ. ຖ້າ​ບໍ່​ເອົາ​ຟືນ​ໃສ່ ໄຟ​ກໍ​ຈະ​ຄ່ອຍໆມອດ. ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ກໍ​ເປັນ​ຄື​ກັບ​ກອງ​ໄຟ ເຈົ້າ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຕໍ່ໆໄປ. ເມື່ອ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ ເຈົ້າ​ກໍ​ແຮ່ງ​ຈະ​ສະໜິດ​ກັບ​ພະອົງ​ຫຼາຍ​ຂຶ້ນ​ເລື້ອຍໆ.—ສຸພາສິດ 2:1-5

ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ເປັນ​ຄື​ກັບ​ກອງ​ໄຟ​ທີ່​ເຈົ້າ​ຕ້ອງ​ເອົາ​ຟືນ​ໃສ່​ເປັນ​ໄລຍະໆ ເພື່ອ​ໃຫ້​ໄຟ​ລຸກ​ຢູ່​ຕະຫຼອດ​ເວລາ

11. ຖ້າ​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ​ເລື້ອຍໆ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?

11 ເມື່ອ​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ​ເລື້ອຍໆ ເຈົ້າ​ກໍ​ຈະ​ຮູ້​ອີກ​ຫຼາຍ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ປະທັບ​ໃຈ​ຫຼາຍ. ຕອນ​ທີ່​ພະ​ເຢຊູ​ອະທິບາຍ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ໃຫ້​ລູກສິດ​ສອງ​ຄົນ​ຟັງ ຂໍ​ໃຫ້​ສັງເກດ​ວ່າ​ພວກ​ເຂົາ​ຮູ້ສຶກ​ແນວ​ໃດ? ພວກ​ເຂົາ​ເວົ້າ​ວ່າ: “ສົມ​ພໍ​ດອກ ພວກ​ເຮົາ​ຈຶ່ງ​ຮູ້ສຶກ​ປະທັບ​ໃຈ​ແທ້ໆຕອນ​ທີ່​ເພິ່ນ​ເວົ້າ​ກັບ​ພວກ​ເຮົາ​ໃນ​ຂະນະ​ທີ່​ເດີນ​ທາງ ແລະ​ຕອນ​ທີ່​ເພິ່ນ​ອະທິບາຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ຂໍ້​ພະ​ຄຳພີ​ຢ່າງ​ລະອຽດ.”—ລູກາ 24:32

12, 13. (ກ) ອາດ​ເກີດ​ຫຍັງ​ຂຶ້ນ​ກັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ບໍ່​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ຫຼຸດ​ໜ້ອຍ​ລົງ?

12 ຕອນ​ທີ່​ເຈົ້າ​ເລີ່ມ​ເຂົ້າ​ໃຈ​ຄຳພີ​ໄບເບິນ ເຈົ້າ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ຄື​ກັບ​ລູກສິດ​ສອງ​ຄົນ​ນັ້ນ. ຄວາມ​ຮູ້ສຶກ​ແບບ​ນັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ເຈົ້າ​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຮັກ​ພະອົງ. ແຕ່​ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ອາດ​ຫຼຸດ​ໜ້ອຍ​ລົງ​ໄດ້. ແນ່ນອນ ເຈົ້າ​ຄື​ຊິ​ບໍ່​ຢາກ​ໃຫ້​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ.—ມັດທາຍ 24:12

13 ເມື່ອ​ເຈົ້າ​ໄດ້​ມາ​ເປັນ​ໝູ່​ກັບ​ພະເຈົ້າ​ແລ້ວ ເຈົ້າ​ຕ້ອງ​ພະຍາຍາມ​ບໍ່​ໃຫ້​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະອົງ​ຫຼຸດ​ໜ້ອຍ​ລົງ. ເຈົ້າ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຕໍ່​ໄປ​ເລື້ອຍໆ ແລະ​ຕ້ອງ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ ແລະ​ຄິດ​ນຳ​ວ່າ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ໃຊ້​ໃນ​ຊີວິດ​ແນວ​ໃດ. (ໂຢຮັນ 17:3) ເມື່ອ​ເຈົ້າ​ອ່ານ​ຫຼື​ສຶກສາ​ຄຳພີ​ໄບເບິນ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ເລື່ອງ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ? ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຂ້ອຍ​ຄວນ​ຮັກ​ພະອົງ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ?’—1 ຕີໂມທຽວ 4:15

14. ການ​ອະທິດຖານ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

14 ຖ້າ​ເຈົ້າ​ມີ​ໝູ່​ທີ່​ຮັກ​ແລະ​ລົມ​ກັນ​ທຸກໆມື້ ເຈົ້າ​ກໍ​ຈະ​ສະໜິດ​ກັນ​ຫຼາຍ​ຂຶ້ນ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ອະທິດຖານ​ເວົ້າ​ລົມ​ກັບ​ພະ​ເຢໂຫວາ​ທຸກໆມື້ ເຈົ້າ​ກໍ​ຈະ​ຮັກ​ແລະ​ສະໜິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. (ອ່ານ 1 ເທຊະໂລນິກ 5:17) ການ​ອະທິດຖານ​ເປັນ​ຂອງ​ຂວັນ​ທີ່​ດີ​ເລີດ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ສະຫວັນ. ດັ່ງ​ນັ້ນ ເຮົາ​ຄວນ​ເວົ້າ​ລົມ​ກັບ​ພະອົງ​ເລື້ອຍໆ. (ຄຳເພງ 62:8) ເຮົາ​ບໍ່​ຄວນ​ອະທິດຖານ​ແບບ​ທ່ອງ​ເອົາ ແຕ່​ເຮົາ​ຄວນ​ບອກ​ພະອົງ​ວ່າ​ເຮົາ​ຄິດ​ແນວ​ໃດ​ແລະ​ຮູ້ສຶກ​ຈັ່ງ​ໃດ. ຖ້າ​ເຮົາ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ​ເລື້ອຍໆແລະ​ອະທິດຖານ​ຈາກ​ໃຈ​ຈິງ ເຮົາ​ກໍ​ຈະ​ຮັກ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ບອກ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ

15, 16. ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ວຽກ​ປະກາດ?

15 ຖ້າ​ເຮົາ​ຢາກ​ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ ເຮົາ​ກໍ​ຕ້ອງ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຮຽນ​ໃນ​ຄຳພີ​ໄບເບິນ. ເປັນ​ສິດທິ​ພິເສດ​ແທ້ໆທີ່​ເຮົາ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ໂດຍ​ເວົ້າ​ກັບ​ຄົນ​ອື່ນ​ເລື່ອງ​ພະອົງ. (ລູກາ 1:74) ພະ​ເຢຊູ​ມອບ​ໜ້າ​ທີ່​ນີ້​ໃຫ້​ຄລິດສະຕຽນ​ແທ້​ທຸກ​ຄົນ ເຮົາ​ທຸກ​ຄົນ​ຈຶ່ງ​ຄວນ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ເຈົ້າ​ໄປ​ປະກາດ​ແລ້ວ​ບໍ?—ມັດທາຍ 24:14; 28:19, 20

16 ອັກຄະສາວົກ​ໂປໂລ​ຖື​ວ່າ​ວຽກ​ປະກາດ​ເປັນ​ວຽກ​ທີ່ “ພິເສດ” ແລະ “ມີ​ຄ່າ.” (2 ໂກຣິນໂທ 4:7) ການ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ພະອົງ​ເປັນ​ວຽກ​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ຈະ​ເຮັດ​ໄດ້. ນີ້​ເປັນ​ວິທີ​ທີ່​ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ ແລະ​ພະອົງ​ກໍ​ເຫັນ​ຄ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ພະອົງ. (ເຮັບເຣີ 6:10) ການ​ປະກາດ​ຍັງ​ເປັນ​ປະໂຫຍດ​ທັງ​ຕໍ່​ຕົວ​ເຈົ້າ​ເອງ​ແລະ​ຄົນ​ທີ່​ຟັງ​ເຈົ້າ ເພາະ​ຈະ​ຊ່ວຍ​ເຈົ້າ​ແລະ​ຄົນ​ອື່ນໆໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (ອ່ານ 1 ໂກຣິນໂທ 15:58) ມີ​ວຽກ​ຫຍັງ​ອີກ​ບໍ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ວຽກ​ນີ້?

17. ເປັນ​ຫຍັງ​ການ​ປະກາດ​ຈຶ່ງ​ເປັນ​ວຽກ​ທີ່​ຮີບ​ດ່ວນ?

17 ວຽກ​ປະກາດ​ເປັນ​ວຽກ​ທີ່​ຮີບ​ດ່ວນ​ຫຼາຍ ເຮົາ​ຄວນ “ປະກາດ​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ຈິງ​ຈັງ.” (2 ຕີໂມທຽວ 4:2) ຜູ້​ຄົນ​ຈຳເປັນ​ຕ້ອງ​ໄດ້​ຍິນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ຄຳພີ​ໄບເບິນ​ບອກ​ວ່າ: “ວັນ​ໃຫຍ່​ຂອງ​ເຮົາ​ເຢໂຫວາ​ໃກ້​ເຂົ້າ​ມາ​ແລ້ວ! ມັນ​ໃກ້​ຫຼາຍ​ແລະ​ໃກ້​ຈະ​ເຖິງ​ຢູ່​ແລ້ວ!” ອະວະສານ​ຂອງ​ໂລກ “ຈະ​ເກີດ​ຂຶ້ນ​ແນ່ນອນ ຈະ​ບໍ່​ຊ້າ​ເກີນ​ໄປ.” (ໂຊໂຟນີ 1:14, ລ.ມ.; ຫາບາກຸກ 2:3, ລ.ມ.) ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ຂອງ​ຊາຕານ ແລະ​ກ່ອນ​ທີ່​ເຫດການ​ນີ້​ຈະ​ເກີດ​ຂຶ້ນ ເຮົາ​ຕ້ອງ​ໄປ​ເຕືອນ​ຜູ້​ຄົນ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ເລືອກ​ຮັບໃຊ້​ພະ​ເຢໂຫວາ.

18. ເປັນ​ຫຍັງ​ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ຄລິດສະຕຽນ​ແທ້​ຄົນ​ອື່ນໆ?

18 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ນະມັດສະການ​ພະອົງ​ຮ່ວມ​ກັບ​ຄລິດສະຕຽນ​ແທ້​ຄົນ​ອື່ນໆ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ພວກ​ເຮົາ​ສົນ​ໃຈ​ກັນ ເພື່ອ​ພວກ​ເຮົາ​ຈະ​ກະຕຸ້ນ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ​ຄວາມ​ດີ ຢ່າ​ຂາດ​ການ​ປະຊຸມ​ຄື​ກັບ​ທີ່​ຫຼາຍ​ຄົນ​ເຮັດ​ເປັນ​ນິດໄສ ແຕ່​ໃຫ້​ກຳລັງ​ໃຈ​ກັນ ແລະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໃຫ້​ຫຼາຍ​ຂຶ້ນ​ເມື່ອ​ເຫັນ​ວ່າ​ວັນ​ນັ້ນ​ໃກ້​ຈະ​ມາ​ຮອດ​ແລ້ວ.” (ເຮັບເຣີ 10:24, 25) ເຮົາ​ຄວນ​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ລາຍການ. ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ໃຫ້​ກຳລັງ​ໃຈ​ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ກັນ​ແລະ​ກັນ.

19. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ?

19 ເມື່ອ​ໄປ​ປະຊຸມ ເຈົ້າ​ຈະ​ເຈິ​ໝູ່​ດີໆທີ່​ຊ່ວຍ​ເຈົ້າ​ໃຫ້​ນະມັດສະການ​ພະ​ເຢໂຫວາ. ເຈົ້າ​ຈະ​ເຈິ​ພີ່ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ມີ​ພູມ​ຫຼັງ​ແລະ​ນິດໄສ​ໃຈ​ຄໍ​ທີ່​ແຕກຕ່າງ​ກັນ​ເຊິ່ງ​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ນະມັດສະການ​ພະ​ເຢໂຫວາ​ຄື​ກັນ​ກັບ​ເຈົ້າ. ພວກ​ເຂົາ​ບໍ່​ແມ່ນ​ຄົນ​ສົມບູນ​ແບບ ແລະ​ບາງ​ຄັ້ນ​ກໍ​ເຮັດ​ຜິດ​ພາດ​ຄື​ກັບ​ເຈົ້າ. ດັ່ງ​ນັ້ນ ຖ້າ​ພວກ​ເຂົາ​ເຮັດ​ຜິດ​ພາດ​ເຈົ້າ​ກໍ​ຄວນ​ຍົກ​ໂທດ​ໃຫ້​ພວກ​ເຂົາ. (ອ່ານ​ໂກໂລຊາຍ 3:13) ພະຍາຍາມ​ເບິ່ງ​ຈຸດ​ດີ​ຂອງ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຢູ່​ສະເໝີ ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ພວກ​ເຂົາ​ແລະ​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ຊີວິດ​ແທ້

20, 21. “ຊີວິດ​ແທ້” ແມ່ນ​ຊີວິດ​ແບບ​ໃດ?

20 ພະ​ເຢໂຫວາ​ຢາກ​ໃຫ້​ໝູ່​ທຸກ​ຄົນ​ຂອງ​ພະອົງ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ. ຄຳພີ​ໄບເບິນ​ສອນ​ວ່າ ຊີວິດ​ຂອງ​ເຮົາ​ໃນ​ອະນາຄົດ​ຈະ​ແຕກຕ່າງ​ຫຼາຍ​ແທ້ໆກັບ​ຊີວິດ​ໃນ​ຕອນ​ນີ້.

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໄດ້ “ຊີວິດ​ແທ້.” ເຈົ້າ​ເດ​ຢາກ​ໄດ້​ບໍ?

21 ໃນ​ອະນາຄົດ ເຮົາ​ຈະ​ມີ​ຊີວິດ​ຢູ່​ບໍ່​ພຽງ​ແຕ່ 70 ຫຼື 80 ປີ ແຕ່​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. “ຊີວິດ​ຕະຫຼອດ​ໄປ” ແມ່ນ “ຊີວິດ​ແທ້” ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ເຊິ່ງ​ເປັນ​ຊີວິດ​ທີ່​ສົມບູນ​ແບບ ບໍ່​ເຈັບ​ປ່ວຍ ມີ​ຄວາມ​ສຸກ ແລະ​ມີ​ຄວາມ​ສະຫງົບ​ສຸກ​ຢູ່​ໃນ​ສວນ​ທີ່​ສວຍ​ງາມ. ເພື່ອ​ເຮົາ​ຈະ​ມີ​ຊີວິດ​ແທ້​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້ ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ຈະ “ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ.”—1 ຕີໂມທຽວ 6:12, 19

22. (ກ) ເຮົາ​ຈະ “ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ” ໄດ້​ແນວ​ໃດ? (ຂ) ເຮົາ​ຈະ​ໄດ້​ຮັບ​ຊີວິດ​ແທ້​ດ້ວຍ​ຄວາມ​ສາມາດ​ຂອງ​ເຮົາ​ເອງ​ບໍ?

22 ເຮົາ​ຈະ “ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ເລື່ອງ​ຊີວິດ​ຕະຫຼອດ​ໄປ” ໄດ້​ແນວ​ໃດ? ເຮົາ​ຕ້ອງ “ເຮັດ​ຄວາມ​ດີ​ຫຼາຍໆ.” (1 ຕີໂມທຽວ 6:18) ນີ້​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ຊີວິດ. ແຕ່​ຢ່າ​ລືມ​ວ່າ ຊີວິດ​ແທ້​ທີ່​ເຮົາ​ຈະ​ໄດ້​ຮັບ​ບໍ່​ໄດ້​ມາ​ຈາກ​ຄວາມ​ສາມາດ​ຂອງ​ເຮົາ​ເອງ. ບໍ່​ວ່າ​ຈະ​ເຮັດ​ດີ​ສ່ຳ​ໃດ ເຮົາ​ກໍ​ບໍ່​ສົມຄວນ​ກັບ​ຊີວິດ​ແທ້. ຊີວິດ​ແທ້​ເປັນ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ ເພາະ​ພະອົງ​ມີ “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.” (ໂຣມ 5:15) ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ຢາກ​ໃຫ້​ຊີວິດ​ແທ້​ກັບ​ທຸກ​ຄົນ​ທີ່​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່.

23. ເປັນ​ຫຍັງ​ເຈົ້າ​ຕ້ອງ​ເລືອກ​ທາງ​ທີ່​ຖືກຕ້ອງ​ຕັ້ງ​ແຕ່​ຕອນ​ນີ້?

23 ຂໍ​ໃຫ້​ເຈົ້າ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ​ບໍ?’ ຖ້າ​ເຈົ້າ​ເຫັນ​ວ່າ​ມີ​ບາງ​ຢ່າງ​ທີ່​ຕ້ອງ​ປ່ຽນ​ແປງ ເຈົ້າ​ຄວນ​ເຮັດ​ທັນທີ. ເລື່ອງ​ນີ້​ສຳຄັນ​ຫຼາຍ​ເພາະ​ຖ້າ​ເຈົ້າ​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ເຊື່ອ​ຟັງ​ພະອົງ ພະອົງ​ກໍ​ຈະ​ເປັນ​ທີ່​ເພິ່ງ​ຂອງ​ເຈົ້າ. ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ແລະ​ປົກ​ປ້ອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ຊົ່ວ​ຂອງ​ຊາຕານ. ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ໄດ້​ຢູ່​ໃນ​ສວນ​ທີ່​ສວຍ​ງາມ​ຕະຫຼອດ​ໄປ​ຢ່າງ​ແນ່ນອນ​ຕາມ​ທີ່​ພະອົງ​ສັນຍາ​ໄວ້. ເຈົ້າ​ຈະ​ມີ​ຊີວິດ​ແທ້​ໄດ້​ຖ້າ​ເຈົ້າ​ເລືອກ​ທາງ​ທີ່​ຖືກຕ້ອງ​ຕັ້ງ​ແຕ່​ຕອນ​ນີ້!