ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 5

ຖ້າ​ຂ້ອຍ​ຖືກ​ຂົ່ມເຫງ​ຈະ​ເຮັດ​ແນວ​ໃດ?

ຖ້າ​ຂ້ອຍ​ຖືກ​ຂົ່ມເຫງ​ຈະ​ເຮັດ​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ເພາະ​ວິທີ​ທີ່​ເຈົ້າ​ຕອບ​ໂຕ້​ສາມາດ​ເຮັດ​ໃຫ້​ເລື່ອງ​ດີ​ຂຶ້ນ​ຫຼື​ຮ້າຍ​ກວ່າ​ເກົ່າ​ໄດ້.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ໂທມັດ​ບໍ່​ຢາກ​ໄປ​ໂຮງ​ຮຽນ​ທັງ​ໃນ​ມື້​ນີ້ ມື້​ອື່ນ ແລະ​ມື້​ຕໍ່ໆໄປ. ຍ້ອນ​ວ່າ​ສາມ​ເດືອນ​ກ່ອນ ໝູ່​ໃນ​ໂຮງ​ຮຽນ​ໄດ້​ແຜ່​ຂ່າວ​ລື​ທີ່​ມຸ່ງ​ຮ້າຍ​ຕໍ່​ລາວ ແລ້ວ​ກໍ​ຕັ້ງ​ສາຍາ​ໃຫ້​ລາວ. ບາງ​ຄັ້ງ​ກໍ​ມີ​ຄົນ​ຟາດ​ປຶ້ມ​ຢູ່​ມື​ຂອງ​ລາວ​ຕົກ​ແລ້ວ​ກໍ​ເຮັດ​ຄື​ກັບ​ວ່າ​ບໍ່​ໄດ້​ຕັ້ງ​ໃຈ ຫຼື​ບາງ​ຄັ້ງ​ຄົນ​ໜຶ່ງ​ໃນ​ກຸ່ມ​ທີ່​ຢູ່​ທາງ​ຫຼັງ​ໄດ້​ຊຸກ​ໂທມັດ ເມື່ອ​ລາວ​ຫຼຽວ​ໄປ​ເບິ່ງ​ກໍ​ບໍ່​ຮູ້​ວ່າ​ໃຜ​ເຮັດ. ມື້​ວານ​ນີ້​ແຮ່ງ​ຖືກ​ຂົ່ມເຫງ​ເປັນ​ຕາ​ຢ້ານ​ກວ່າ​ເກົ່າ​ເມື່ອ​ໂທມັດ​ຖືກ​ຂູ່​ທາງ​ໂທລະສັບ . . .

ຖ້າ​ເຈົ້າ​ເປັນ​ໂທມັດ ເຈົ້າ​ຈະ​ຕອບ​ໂຕ້​ແນວ​ໃດ?

ຢຸດ​ແລະ​ຄິດ!

ບໍ່​ແມ່ນ​ວ່າ​ເຈົ້າ​ບໍ່​ມີ​ແຮງ​ສູ້​ຄືນ! ທີ່​ຈິງ ເຈົ້າ​ສາມາດ​ເອົາ​ຊະນະ​ຄົນ​ທີ່​ຂົ່ມເຫງ​ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ກຳລັງ. ໂດຍ​ວິທີ​ໃດ?

  • ເຮັດ​ເສີຍໆ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ໂງ່​ລະເບີດ​ອາລົມ​ອອກ​ມາ​ເຕັມທີ ແຕ່​ຄົນ​ສະຫຼາດ​ລະງັບ​ອາລົມ​ໄວ້​ສະເໝີ.” (ສຸພາສິດ 29:11, ລ.ມ.) ຖ້າ​ເຈົ້າ​ເຮັດ​ເສີຍໆ ຄົນ​ທີ່​ຂົ່ມເຫງ​ອາດ​ຈະ​ເຊົາ​ໄປ​ເອງ​ເພາະ​ເຫັນ​ວ່າ​ເຮັດ​ຫຍັງ​ເຈົ້າ​ບໍ່​ໄດ້.

  • ຢ່າ​ຕອບ​ໂຕ້. ຄຳພີ​ໄບເບິນ​ບອກ​ວ່າ: “ຢ່າ​ທຳ​ຊົ່ວ​ຕອບ​ແທນ​ຊົ່ວ​ແກ່​ຜູ້​ໜຶ່ງ​ຜູ້​ໃດ.” (ໂລມ 12:17) ການ​ແກ້ແຄ້ນ​ຈະ​ເຮັດ​ໃຫ້​ສະຖານະການ​ຮ້າຍແຮງ​ຂຶ້ນ.

  • ຢ່າ​ເຂົ້າ​ໄປ​ສູ່​ບັນຫາ. ຄຳພີ​ໄບເບິນ​ບອກ​ວ່າ: ‘ຄົນ​ສະຫຼາດ​ເຫັນ​ການ​ຮ້າຍ​ແລະ​ໄປ​ລີ້​ຕົວ.’ (ສຸພາສິດ 22:3) ຖ້າ​ເຮັດ​ໄດ້ ໃຫ້​ຫຼີກ​ລ່ຽງ​ຄົນ​ແລະ​ສະຖານະການ​ທີ່​ເຈົ້າ​ຮູ້​ວ່າ​ອາດ​ຈະ​ຖືກ​ແກ້ງ.

  • ຕອບ​ໃຫ້​ດີ​ເກີນ​ຄາດ. ຄຳພີ​ໄບເບິນ​ບອກ​ວ່າ: “ຄຳຕອບ​ອ່ອນ​ຫວານ​ກໍ​ໃຫ້​ຄວາມ​ຄຽດ​ຮ້ອນຮົນ​ຖອຍ​ຫາຍ​ໄປ.” (ສຸພາສິດ 15:1) ເຈົ້າ​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຕະຫຼົກ​ກໍ​ໄດ້. ຕົວຢ່າງ​ເຊັ່ນ: ຖ້າ​ຄົນ​ມັກ​ເວົ້າ​ກວນ​ວ່າ​ເຈົ້າ​ຕຸ້ຍ​ຫຼາຍ ເຈົ້າ​ກໍ​ພຽງ​ແຕ່​ຍິ້ມ​ແລະ​ເວົ້າ​ວ່າ: “ຂ້ອຍ​ກໍ​ຄິດ​ວ່າ​ຈະ​ລົດ​ນໍ້າ​ໜັກ​ຈັກ 2-3 ກິໂລ​ຢູ່​ໄດ໋!”

  • ຍ່າງ​ໜີ. ໂນຣາ ອາຍຸ 19 ປີ ເວົ້າ​ວ່າ: “ການ​ມິດ​ຢູ່​ແລ້ວ​ກໍ​ຍ່າງ​ໜີ​ສະແດງ​ວ່າ​ເຈົ້າ​ເປັນ​ຜູ້​ໃຫຍ່ ເຈົ້າ​ຄວບຄຸມ​ຕົວ​ເອງ​ໄດ້​ແລະ​ເຂັ້ມແຂງ​ກວ່າ​ຄົນ​ທີ່​ແກ້ງ​ເຈົ້າ.”—2 ຕີໂມເຕ 2:24

  • ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຕົວ​ເອງ. ຄົນ​ທີ່​ມັກ​ຂົ່ມເຫງ​ຈະ​ເບິ່ງ​ອອກ​ວ່າ​ຄົນ​ໃດ​ເບິ່ງ​ຕົວ​ເອງ​ໃນ​ແງ່​ລົບ​ແລະ​ຄົນ​ໃດ​ທີ່​ບໍ່​ມັກ​ສູ້​ຄືນ. ແຕ່​ຄົນ​ທີ່​ມັກ​ຂົ່ມເຫງ​ຈະ​ຖອຍ​ໜີ​ຖ້າ​ເຫັນ​ວ່າ​ບໍ່​ສາມາດ​ຄວບຄຸມ​ເຈົ້າ​ໄດ້.

  • ບອກ​ຄົນ​ອື່ນ. ອະດີດ​ອາຈານ​ສອນ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຂ້ອຍ​ບອກ​ນັກ​ຮຽນ​ທຸກ​ຄົນ​ທີ່​ຖືກ​ກວນ​ວ່າ ໃຫ້​ບອກ​ອາຈານ​ໂລດ. ເປັນ​ສິ່ງ​ຖືກຕ້ອງ​ທີ່​ຈະ​ເຮັດ​ແບບ​ນັ້ນ ເພາະ​ຈະ​ຊ່ວຍ​ຕົວ​ເອງ​ແລະ​ຄົນ​ອື່ນ​ບໍ່​ໃຫ້​ຖືກ​ກວນ.”

ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ກຳລັງ ເຊິ່ງ​ຄົນ​ທີ່​ມັກ​ແກ້ງ​ບໍ່​ມີ​ກຳລັງ​ແບບ​ນີ້