ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 6

ຂ້ອຍ​ຈະ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?

ຂ້ອຍ​ຈະ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ເມື່ອ​ມີ​ຈຸດ​ຢືນ​ເປັນ​ຂອງ​ຕົວ​ເອງ ເຈົ້າ​ກໍ​ຈະ​ຄວບຄຸມ​ຊີວິດ​ຂອງ​ເຈົ້າ​ໄດ້ ແທນ​ທີ່​ຈະ​ໃຫ້​ຄົນ​ອື່ນ​ມາ​ຄວບຄຸມ.

ເຈົ້າ ຈະ​ເຮັດ​ແນວ​ໃດ?

ໃຫ້​ນຶກ​ພາບ​ເຫດການ​ນີ້: ເມື່ອ​ໝູ່​ສອງ​ຄົນ​ຍ່າງ​ມາ​ຫາ ໄບຣອັນ​ກໍ​ຮູ້ສຶກ​ຈຸກ​ທ້ອງ ຍ້ອນ​ວ່າ​ອາທິດ​ນີ້​ເຂົາ​ເຈົ້າ​ພະຍາຍາມ​ຊວນ​ລາວ​ໃຫ້​ສູບ​ຢາ​ສອງ​ເທື່ອ​ແລ້ວ ແລະ​ເທື່ອ​ນີ້​ກໍ​ເປັນ​ເທື່ອ​ທີ​ສາມ.

ຊາຍ​ໜຸ່ມ​ຄົນ​ທຳອິດ​ເວົ້າ​ວ່າ:

“ຢູ່​ຄົນ​ດຽວ​ອີກ​ແລ້ວ​ບໍ? ຂ້ອຍ​ຈະ​ແນະນຳ​ໝູ່​ໃຫ້.”

ລາວ​ເນັ້ນ​ຄຳ​ວ່າ “ໝູ່” ພ້ອມ​ທັງ​ຍິກ​ຕາ ແລ້ວ​ກໍ​ຈົກ​ເອົາ​ບາງ​ສິ່ງ​ໃນ​ຖົງ​ໂສ້ງ​ແລະ​ຍື່ນ​ໃຫ້​ໄບຣອັນ.

ເມື່ອ​ເຫັນ​ກອກ​ຢາ​ສູບ​ຢູ່​ໃນ​ມື​ລາວ ໄບຣອັນ​ກໍ​ແຮ່ງ​ຈຸກ​ທ້ອງ​ຫຼາຍ​ກວ່າ​ເກົ່າ.

ໄບຣອັນ​ເວົ້າ​ວ່າ: “ບໍ່​ເອົາ ຂ້ອຍ​ບອກ​ເຈົ້າ​ແລ້ວ​ວ່າ​ຂ້ອຍ​ບໍ່ . . . ”

ຊາຍ​ໜຸ່ມ​ຄົນ​ທີ​ສອງ​ເວົ້າ​ຂຶ້ນ​ວ່າ: “ຢ່າ​ຂີ້​ຢ້ານ​ຫຼາຍ!”

ໄບຣອັນ​ລວບລວມ​ຄວາມ​ກ້າ​ແລ້ວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ໄດ້​ຂີ້​ຢ້ານ!”

ຊາຍ​ໜຸ່ມ​ຄົນ​ທີ​ສອງ​ກອດ​ບ່າ​ໄບຣອັນ ແລ້ວ​ເວົ້າ​ຄ່ອຍໆວ່າ: “ສູບ​ໂລດ​ນະ.”

ຊາຍ​ໜຸ່ມ​ຄົນ​ທຳອິດ​ເອົາ​ກອກ​ຢາ​ສູບ​ຫຍັບ​ເຂົ້າ​ມາ​ໃກ້​ໜ້າ​ໄບຣອັນ​ແລະ​ຊິ່ມ​ວ່າ: “ພວກ​ເຮົາ​ບໍ່​ບອກ​ໃຜ​ດອກ. ຈະ​ບໍ່​ມີ​ໃຜ​ຮູ້​ດອກ.”

ຖ້າ​ເຈົ້າ​ເປັນ​ໄບຣອັນ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ຢຸດ​ແລະ​ຄິດ!

ໝູ່​ຂອງ​ໄບຣອັນ​ໄດ້​ຄິດ​ຄັກ​ແລ້ວ​ບໍ​ໃນ​ສິ່ງ​ທີ່​ກຳລັງ​ເຮັດ ແລະ​ເຂົາ​ເຈົ້າ​ຢາກ​ເຮັດ​ເອງ​ບໍ? ອາດ​ຈະ​ບໍ່​ແມ່ນ. ສ່ວນ​ຫຼາຍ​ແລ້ວ ໄວໜຸ່ມ​ມັກ​ເຮັດ​ຕາມ​ຄົນ​ອື່ນ. ເຂົາ​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ຍອມ​ຮັບ ດັ່ງ​ນັ້ນ​ຈຶ່ງ​ຍອມ​ຖືກ​ຈູງ​ດັງ​ທັງໆທີ່​ຮູ້​ວ່າ​ສິ່ງ​ນັ້ນ​ບໍ່​ຖືກຕ້ອງ.

ຖ້າ​ປະເຊີນ​ກັບ​ສະຖານະການ​ແບບ​ດຽວ​ກັນ ເຈົ້າ​ຄວນ​ເລືອກ​ແນວ​ໃດ​ເພື່ອ​ຈະ​ບໍ່​ເຮັດ​ຕາມ​ແລະ​ຕ້ານ​ທານ​ຄວາມ​ກົດ​ດັນ​ຈາກ​ໝູ່?

  1. ຄາດ​ການ​ລ່ວງ​ໜ້າ

    ຄຳພີ​ໄບເບິນ​ບອກ​ວ່າ: ‘ຄົນ​ສະຫຼາດ​ເຫັນ​ການ​ຮ້າຍ​ແລະ​ໄປ​ລີ້​ຕົວ ແຕ່​ວ່າ​ຄົນ​ຂາດ​ປະສົບ ການ​ກາຍ​ໄປ​ໂລດ​ແລະ​ຖືກ​ການ​ລຳບາກ.’—ສຸພາສິດ 22:3

    ສ່ວນ​ຫຼາຍ​ເຈົ້າ​ມັກ​ຈະ​ເບິ່ງ​ອອກ​ວ່າ​ຈະ​ເກີດ​ບັນຫາ​ຫຍັງ​ຂຶ້ນ. ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ເຫັນ​ນັກ​ຮຽນ​ກຸ່ມ​ໜຶ່ງ​ກຳລັງ​ສູບ​ຢາ​ຢູ່​ທາງ​ໜ້າ​ເຈົ້າ ເຈົ້າ​ກໍ​ເດົາ​ໄດ້​ວ່າ​ເຂົາ​ເຈົ້າ​ຈະ​ຊວນ​ເຈົ້າ​ໃຫ້​ສູບ​ນຳ​ເມື່ອ​ຍ່າງ​ກາຍ​ໄປ. ເຈົ້າ​ສາມາດ​ກຽມ​ພ້ອມ​ເພື່ອ​ຮັບ​ມື​ໄດ້.

  2. ຄິດ

    ຄຳພີ​ໄບເບິນ​ບອກ​ວ່າ: “ຈົ່ງ​ມີ​ໃຈ​ຮູ້​ຜິດ​ແລະ​ຊອບ.”—1 ເປໂຕ 3:16

    ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ຍອມ​ເຮັດ​ຕາມ​ໝູ່ ຂ້ອຍ​ຈະ​ຮູ້ສຶກ​ແນວ​ໃດ?’ ແມ່ນ​ຢູ່ ໝູ່​ອາດ​ມັກ​ເຈົ້າ​ໃນ​ໄລຍະ​ໜຶ່ງ ແຕ່​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ນັ້ນ? ເຈົ້າ​ຈະ​ຍອມ​ສູນ​ເສຍ​ຄວາມ​ເປັນ​ຕົວ​ຂອງ​ຕົວ​ເອງ​ພຽງ​ເພື່ອ​ໃຫ້​ໝູ່​ຍອມ​ຮັບ​ບໍ?—ອົບພະຍົບ 23:2

  3. ຕັດສິນ​ໃຈ

    ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ສະຫຼາດ​ຈະ​ລະວັງ​ຕົວ.”—ສຸພາສິດ 14:16, ລ.ມ.

    ໃນ​ທີ່​ສຸດ ເຮົາ​ທຸກ​ຄົນ​ຕ້ອງ​ເລືອກ​ແລະ​ໃຊ້​ຊີວິດ​ກັບ​ຜົນ​ຂອງ​ການ​ເລືອກ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ​ໂຢເຊບ ໂຢບ ແລະ​ພະ​ເຍຊູ​ເລືອກ​ຖືກ ແຕ່​ກາອີນ ເອຊາອຶ ແລະ​ຢູດາ​ອີດສະກາລີໂອດ​ເລືອກ​ຜິດ. ເຈົ້າ​ເດ​ຈະ​ເລືອກ​ແບບ​ໃດ?

ຄຳພີ​ໄບເບິນ​ບອກ​ວ່າ: ໃຫ້​ເປັນ​ຄົນ “ສັດ​ຊື່.” (ຄຳເພງ 37:3) ຖ້າ​ເຈົ້າ​ຄິດ​ເຖິງ​ຜົນ​ໄດ້​ຜົນ​ເສຍ​ແລ້ວ​ຕັດສິນ​ໃຈ ການ​ບອກ​ເຖິງ​ຈຸດ​ຢືນ​ຂອງ​ເຈົ້າ​ກໍ​ຈະ​ງ່າຍ​ຫຼາຍ​ຈົນ​ເຈົ້າ​ແປກ​ໃຈ​ແລະ​ເກີດ​ຜົນ​ດີ​ນຳ​ອີກ.

ຢ່າ​ຄິດ​ຫຼາຍ ເຈົ້າ​ບໍ່​ຕ້ອງ​ເຖິງ​ຂັ້ນ​ເທດ​ເລື່ອງ​ພະ​ຄຳພີ​ໃຫ້​ໝູ່​ຟັງ. ການ​ປະຕິເສດ​ຢ່າງ​ໜັກແໜ້ນ​ກໍ​ພຽງ​ພໍ​ແລ້ວ ຫຼື​ຖ້າ​ຢາກ​ໃຫ້​ໝູ່​ເຂົ້າ​ໃຈ​ຊັດເຈນ​ເຖິງ​ການ​ຕັດສິນ​ໃຈ​ຂອງ​ເຈົ້າ ເຈົ້າ​ອາດ​ເວົ້າ​ວ່າ:

  • “ບໍ່ ຂ້ອຍ​ບໍ່​ສູບ!”

  • “ຂ້ອຍ​ບໍ່​ເຮັດ​ເລື່ອງ​ແບບ​ນີ້!”

  • “ເຈົ້າ​ໜ້າ​ຈະ​ຮູ້ຈັກ​ຂ້ອຍ​ດີ!”

ຈຸດ​ສຳຄັນ​ກໍ​ຄື ເຈົ້າ​ຕ້ອງ​ຕອບ​ທັນທີ​ແລະ​ໜັກແໜ້ນ. ຖ້າ​ເຮັດ​ແບບ​ນັ້ນ ໝູ່​ອາດ​ຈະ​ບໍ່​ຊວນ​ເຈົ້າ​ສູບ​ອີກ!

ຮັບ​ມື​ກັບ​ການ​ຖືກ​ເຍາະ​ເຍີ້ຍ

ຖ້າ​ເຈົ້າ​ຍອມ​ເຮັດ​ຕາມ​ຄວາມ​ກົດ​ດັນ​ຈາກ​ໝູ່ ເຈົ້າ​ຈະ​ເປັນ​ຄື​ຫຸ່ນ​ຍົນ​ທີ່​ໃຫ້​ເຂົາ​ເຈົ້າ​ຄວບຄຸມ

ຖ້າ​ໝູ່​ເຍາະ​ເຍີ້ຍ​ເຈົ້າ​ເດ? ຫຼື​ຖ້າ​ໝູ່​ເວົ້າ​ວ່າ “ຂີ້​ຢ້ານ​ເອີຍ!” ໃຫ້​ຈື່​ໄວ້​ວ່າ​ນີ້​ຄື​ວິທີ​ທີ່​ໝູ່​ພະຍາຍາມ​ກົດ​ດັນ​ເຈົ້າ. ເຈົ້າ​ຈະ​ຕອບ​ແນວ​ໃດ? ຢ່າງ​ໜ້ອຍ​ເຈົ້າ​ມີ 2 ທາງ​ເລືອກ.

  • ເຈົ້າ​ອາດ​ຍອມ​ຮັບ​ເລີຍ​ວ່າ​ເປັນ​ຄົນ​ແບບ​ນັ້ນ. (“ແມ່ນ ຂ້ອຍ​ຂີ້​ຢ້ານ!” ຈາກ​ນັ້ນ​ກໍ​ບອກ​ເຫດຜົນ​ສັ້ນໆ.)

  • ເຈົ້າ​ອາດ​ກົດ​ດັນ​ຄືນ. ບອກ​ເຫດຜົນ​ທີ່​ເຈົ້າ​ບໍ່​ເຮັດ​ຕາມ​ແລ້ວ​ຖາມ​ຄືນ​ເພື່ອ​ໃຫ້​ໝູ່​ຄິດ. (“ເບິ່ງ​ເຈົ້າ​ຄື​ຄົນ​ສະຫຼາດ ແຕ່​ເປັນ​ຫຍັງ​ຈຶ່ງ​ສູບ​ຢາ!”)

ຖ້າ​ໝູ່​ຍັງ​ກົດ​ດັນ​ເຈົ້າ ໃຫ້​ຍ່າງ​ໜີ! ໃຫ້​ຈື່​ໄວ້​ວ່າ ແຮ່ງ​ຢູ່​ດົນ ຄວາມ​ກົດ​ດັນ​ກໍ​ແຮ່ງ​ເພີ່ມ​ຂຶ້ນ. ຖ້າ​ເຈົ້າ​ຍ່າງ​ໜີ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ບໍ່​ຍອມ​ໃຫ້​ຄົນ​ອື່ນ​ມາ​ປ່ຽນ​ຕົວ​ເຈົ້າ.

ໃນ​ຊີວິດ​ຈິງ ເຈົ້າ​ບໍ່​ສາມາດ​ຫຼົບ​ຫຼີກ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້. ແຕ່​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ກໍ​ຄື ຕັດສິນ​ໃຈ ບອກ​ຈຸດ​ຢືນ ແລ້ວ​ຄວບຄຸມ​ສະຖານະການ​ໃຫ້​ໄດ້ ເພາະ​ໃນ​ທີ່​ສຸດ ເຈົ້າ​ຕ້ອງ​ເປັນ​ຄົນ​ເລືອກ​ເອງ!—ໂຢຊວຍ 24:15