ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທີ 8

ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ທຳ​ຮ້າຍ​ທາງ​ເພດ?

ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ທຳ​ຮ້າຍ​ທາງ​ເພດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ໃນ​ແຕ່​ລະ​ປີ​ມີ​ຫຼາຍ​ລ້ານ​ຄົນ​ຖືກ​ຂົ່ມຂືນ​ແລະ​ຖືກ​ທຳ​ຮ້າຍ​ທາງ​ເພດ​ແລະ​ເຫຍື່ອ​ສ່ວນ​ຫຼາຍ​ເປັນ​ໜຸ່ມ​ສາວ.

ເຈົ້າ ຄິດ​ແນວ​ໃດ?

ກ່ອນ​ທີ່​ແອນເນັດ​ຈະ​ຮູ້​ຕົວ ຄົນ​ຮ້າຍ​ກໍ​ຊຸກ​ລາວ​ລົງ​ພື້ນ. ແອນເນັດ​ເລົ່າ​ວ່າ: “ຂ້ອຍ​ສູ້​ສຸດ​ຂີດ ແລະ​ພະຍາຍາມ​ຮ້ອງ ແຕ່​ກໍ​ບໍ່​ມີ​ສຽງ​ອອກ​ມາ. ຂ້ອຍ​ທັງ​ຍູ້ ທັງ​ເຕະ​ທັງ​ຕີ ແລະ​ທັງ​ຂູດ​ລາວ ແລ້ວ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ຖືກ​ແທງ. ຈາກ​ນັ້ນ​ໂຕ​ຂ້ອຍ​ກໍ​ລ່ອຍ​ລົງ.”

ຖ້າ​ເຈົ້າ​ຕົກ​ຢູ່​ໃນ​ສະຖານະການ​ແບບ​ນັ້ນ ເຈົ້າ​ຈະ​ໂຕ້​ຕອບ​ແນວ​ໃດ?

ຢຸດ​ແລະ​ຄິດ!

ເຖິງ​ວ່າ​ເຈົ້າ​ໄດ້​ລະວັງ​ຕົວ​ແລ້ວ​ເມື່ອ​ອອກ​ໄປ​ທາງ​ນອກ​ໃນ​ຕອນ​ກາງຄືນ ແຕ່​ສິ່ງ​ບໍ່​ດີ​ກໍ​ອາດ​ເກີດ​ຂຶ້ນ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ: ‘ຄົນ​ແລ່ນ​ໄວ​ບໍ່​ໄດ້​ຊະນະ​ການ​ແຂ່ງ​ຂັນ​ສະເໝີ​ໄປ . . . ແລະ​ຄົນ​ມີ​ຄວາມ​ຮູ້​ອາດ​ບໍ່​ປະສົບ​ຜົນ​ສຳເລັດ​ກໍ​ໄດ້ ເພາະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ຄິດ​ອາດ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ​ທຸກ​ຄົນ​ໃນ​ເວລາ​ທີ່​ຄາດ​ບໍ່​ເຖິງ.”—ຜູ້​ເທສະໜາ​ປ່າວ​ປະກາດ 9:11

ໜຸ່ມ​ສາວ​ບາງ​ຄົນ ເຊັ່ນ: ແອນເນັດ ຖືກ​ຄົນ​ທີ່​ບໍ່​ຮູ້ຈັກ​ທຳ​ຮ້າຍ​ຮ່າງກາຍ. ແຕ່​ບາງ​ຄົນ​ກໍ​ຖືກ​ເພື່ອນ​ບ້ານ​ຫຼື​ແມ່ນ​ແຕ່​ຖືກ​ຄົນ​ໃນ​ຄອບຄົວ​ທຳ​ຮ້າຍ. ນາຕາລີ​ເຊິ່ງ​ອາຍຸ 10 ປີ​ໄດ້​ຖືກ​ຊາຍ​ໜຸ່ມ​ທີ່​ຢູ່​ຂ້າງ​ບ້ານ​ທຳ​ຮ້າຍ​ທາງ​ເພດ. ລາວ​ເລົ່າ​ວ່າ: “ຕອນ​ທຳອິດ​ຂ້ອຍ​ຢ້ານ​ແລະ​ອາຍ​ຫຼາຍ​ຈົນ​ບໍ່​ກ້າ​ບອກ​ໃຜ.”

ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ

ແອນເນັດ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ຜິດ​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ. ລາວ​ເວົ້າ​ວ່າ: “ເລື່ອງ​ນັ້ນ​ຍັງ​ວົນ​ວຽນ​ຢູ່​ໃນ​ສະໝອງ​ຂ້ອຍ. ຂ້ອຍ​ຄິດ​ວ່າ​ໜ້າ​ຈະ​ອອກ​ແຮງ​ສູ້​ຫຼາຍ​ກວ່າ​ນັ້ນ. ແຕ່​ທີ່​ຈິງ​ແລ້ວ ເມື່ອ​ຖືກ​ແທງ​ຂ້ອຍ​ກໍ​ເໜັງ​ບໍ່​ໄດ້​ເລີຍ​ເພາະ​ຢ້ານ. ຂ້ອຍ​ຄິດ​ວ່າ​ຄວນ​ຈະ​ເຮັດ​ຫຼາຍ​ກວ່າ​ນັ້ນ ເຖິງ​ວ່າ​ເຮັດ​ຫຍັງ​ບໍ່​ໄດ້​ກໍ​ຕາມ.”

ນາຕາລີ​ກໍ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ຜິດ​ຄື​ກັນ. ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ຄວນ​ເຊື່ອ​ຄົນ​ງ່າຍ. ພໍ່​ແມ່​ໄດ້​ສັ່ງ​ໄວ້​ວ່າ ຖ້າ​ຈະ​ອອກ​ໄປ​ຫຼິ້ນ​ຢູ່​ນອກ​ກໍ​ໃຫ້​ໄປ​ກັບ​ນ້ອງ​ສາວ ແຕ່​ຂ້ອຍ​ກໍ​ບໍ່​ຟັງ. ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ໄດ້​ເປີດ​ໂອກາດ​ໃຫ້​ຄົນ​ຂ້າງ​ບ້ານ​ມາ​ທຳ​ຮ້າຍ​ຕົວ​ເອງ. ສິ່ງ​ທີ່​ເກີດ​ຂຶ້ນ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ເສຍໃຈ​ຫຼາຍ ແລະ​ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ຕົ້ນ​ເຫດ​ໃນ​ເລື່ອງ​ນີ້ ເຊິ່ງ​ມັນ​ສຽບ​ແທງ​ຂ້ອຍ​ຫຼາຍ​ທີ່​ສຸດ.”

ຖ້າ​ເຈົ້າ​ຮູ້ສຶກ​ຄ້າຍ​ຄື​ກັບ​ແອນເນັດ​ແລະ​ນາຕາລີ ຂໍ​ໃຫ້​ຈື່​ໄວ້​ວ່າ​ຄົນ​ທີ່​ຖືກ​ຂົ່ມຂືນ​ບໍ່​ໄດ້​ຍິນ​ຍອມ. ບາງ​ຄົນ​ອາດ​ເຮັດ​ໃຫ້​ເລື່ອງ​ນີ້​ເບິ່ງ​ຄື​ວ່າ​ບໍ່​ຮ້າຍແຮງ​ໂດຍ​ໂທດ​ຄົນ​ທີ່​ຖືກ​ຂົ່ມຂືນ​ວ່າ​ເປັນ​ຕົ້ນ​ເຫດ ຫຼື​ແກ້​ຕົວ​ໃຫ້​ຜູ້​ຊາຍ​ວ່າ​ເປັນ​ເລື່ອງ​ທຳມະດາ​ຂອງ​ຜູ້​ຊາຍ. ແຕ່​ທີ່​ຈິງ​ແລ້ວ ບໍ່​ຄວນ​ມີ​ໃຜ​ຖືກ​ຂົ່ມຂືນ. ຖ້າ​ເຈົ້າ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ກະທຳ​ທີ່​ໂຫດ​ຮ້າຍ​ແບບ​ນີ້ ນັ້ນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ!

ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ອ່ານ​ຄຳ​ເວົ້າ​ທີ່​ວ່າ “ນັ້ນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ” ແຕ່​ຈະ​ເຊື່ອ​ແບບ​ນັ້ນ​ກໍ​ຄົງ​ຍາກ​ຫຼາຍ. ບາງ​ຄົນ​ບໍ່​ຍອມ​ບອກ​ໃຜ​ໃນ​ເລື່ອງ​ທີ່​ເກີດ​ຂຶ້ນ​ແລະ​ປ່ອຍ​ໃຫ້​ຄວາມ​ຮູ້ສຶກ​ຜິດ​ແລະ​ຄວາມ​ຮູ້ສຶກ​ອື່ນໆທີ່​ບໍ່​ດີ​ຄອບງຳ​ຕົວ​ເອງ. ແຕ່​ຖ້າ​ເຈົ້າ​ມິດ​ງຽບ​ຢູ່ ນັ້ນ​ຈະ​ຊ່ວຍ​ເຈົ້າ​ຫຼື​ຄົນ​ທີ່​ທຳ​ຮ້າຍ​ເຈົ້າ? ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ເວົ້າ​ອອກ​ມາ.

ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ

ຄຳພີ​ໄບເບິນ​ບອກ​ວ່າ: ເມື່ອ​ໂຢບ​ຜູ້​ຊອບທຳ​ເຈິ​ກັບ​ຄວາມ​ທຸກ​ໜັກ ລາວ​ເວົ້າ​ວ່າ: ‘ຂ້ອຍ​ຈະ​ລະບາຍ​ຄວາມ​ທຸກ​ອອກ​ມາ!’ (ໂຢບ 10:1, ລ.ມ.) ອາດ​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ເຮັດ​ແບບ​ໂຢບ ເພາະ​ການ​ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ໄວ້​ໃຈ​ໄດ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບ​ມື​ໄດ້​ແລະ​ຮູ້ສຶກ​ດີ​ຂຶ້ນ.

ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ອາດ​ໜັກ​ເກີນ​ກວ່າ​ທີ່​ເຈົ້າ​ຈະ​ຮັບ​ໄດ້. ເຈົ້າ​ໜ້າ​ຈະ​ຂໍ​ໃຫ້​ຄົນ​ອື່ນ​ຊ່ວຍ​ໂດຍ​ເລົ່າ​ໃຫ້​ລາວ​ຟັງ

ແອນເນັດ​ເຫັນ​ວ່າ​ເປັນ​ແບບ​ນັ້ນ​ແທ້. ລາວ​ບອກ​ວ່າ: “ຂ້ອຍ​ເລົ່າ​ໃຫ້​ໝູ່​ສະໜິດ​ຄົນ​ໜຶ່ງ​ຟັງ ແລະ​ລາວ​ບອກ​ຂ້ອຍ​ໃຫ້​ໄປ​ເລົ່າ​ໃຫ້​ຜູ້​ເຖົ້າ​ແກ່​ສອງ​ຄົນ​ໃນ​ປະຊາຄົມ​ຟັງ. ຂ້ອຍ​ດີ​ໃຈ​ທີ່​ໄດ້​ເຮັດ​ເຊັ່ນ​ນັ້ນ. ຜູ້​ເຖົ້າ​ແກ່​ລົມ​ກັບ​ຂ້ອຍ​ຫຼາຍ​ເທື່ອ ແລະ​ເວົ້າ​ໃນ​ສິ່ງ​ທີ່​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ ນັ້ນ​ຄື: ເຫດການ​ທີ່​ເກີດ​ຂຶ້ນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ຂ້ອຍ. ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ.”

ນາຕາລີ​ເລົ່າ​ໃຫ້​ພໍ່​ແມ່​ຟັງ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ. ລາວ​ບອກ​ວ່າ: “ພໍ່​ແມ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ແລະ​ບອກ​ຂ້ອຍ​ໃຫ້​ເວົ້າ​ອອກ​ມາ ການ​ເຮັດ​ແບບ​ນັ້ນ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ເກັບ​ຄວາມ​ໂສກ​ເສົ້າ​ແລະ​ຄວາມ​ຄຽດ​ໄວ້​ໃນ​ໃຈ.”

ການ​ອະທິດຖານ​ກໍ​ຊ່ວຍ​ປອບ​ໂຍນ​ນາຕາລີ​ເຊັ່ນ​ກັນ. ລາວ​ບອກ​ວ່າ: “ການ​ລົມ​ກັບ​ພະເຈົ້າ​ຊ່ວຍ​ຂ້ອຍ​ໄດ້ ໂດຍ​ສະເພາະ​ຕອນ​ທີ່​ຮູ້ສຶກ​ວ່າ​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ​ບໍ່​ໄດ້. ເມື່ອ​ອະທິດຖານ ຂ້ອຍ​ສາມາດ​ລະບາຍ​ອອກ​ມາ​ຢ່າງ​ເຕັມທີ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ຮູ້ສຶກ​ສະຫງົບ​ໃຈ.”

ເຈົ້າ​ເອງ​ກໍ​ຈະ​ໄດ້​ຮັບ​ການ “ປິ່ນປົວ​ໃຫ້​ດີ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:3, ທ.ປ.) ໃຫ້​ເບິ່ງ​ແຍງ​ສຸຂະພາບ​ທາງ​ກາຍ​ແລະ​ທາງ​ໃຈ ແລະ​ພັກຜ່ອນ​ໃຫ້​ພຽງ​ພໍ. ສິ່ງ​ສຳຄັນ​ທີ່​ສຸດ​ຄື ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ການ​ປອບ​ໂຍນ.—2 ໂກລິນໂທ 1:3, 4

ຖ້າ​ເຈົ້າ​ໃຫຍ່​ພໍ​ທີ່​ຈະ​ມີ​ແຟນ

ຖ້າ​ເຈົ້າ​ເປັນ​ຜູ້​ຍິງ​ແລະ​ຖືກ​ແຟນ​ລວນ​ລາມ ເຈົ້າ​ຄວນ​ເວົ້າ​ຢ່າງ​ໜັກແໜ້ນ​ວ່າ: “ຢ່າ​ເຮັດ!” ຫຼື “ເອົາ​ມື​ອອກ​ແມະ!” ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ເສຍ​ແຟນ​ຈົນ​ບໍ່​ກ້າ​ເວົ້າ. ຖ້າ​ລາວ​ຂໍ​ເລີກ​ຍ້ອນ​ເຈົ້າ​ເວົ້າ​ແບບ​ນີ້ ລາວ​ກໍ​ບໍ່​ມີ​ຄ່າ​ພໍ​ທີ່​ເຈົ້າ​ຈະ​ຄົບ​ນຳ. ເຈົ້າ​ເໝາະ​ສົມ​ກັບ​ຜູ້​ຊາຍ​ດີໆທີ່​ຍອມ​ຮັບ​ຫຼັກ​ການ​ຂອງ​ເຈົ້າ​ແລະ​ບໍ່​ລ່ວງ​ເກີນ​ເຈົ້າ.

ຄຳຖາມ​ທົດ​ສອບ​ເລື່ອງ​ການ​ລວນ​ລາມ

“ຕອນ​ຮຽນ​ຢູ່​ມັດທະຍົມ​ຕອນ​ຕົ້ນ ພວກ​ຜູ້​ຊາຍ​ມັກ​ດຶງ​ສາຍ​ເສື້ອ​ຊ້ອນ​ຂ້ອຍ​ແລະ​ເວົ້າ​ແບບ​ເສຍຫາຍ​ວ່າ: ຖ້າ​ນອນ​ນຳ​ເຂົາ​ເຈົ້າ ຂ້ອຍ​ຈະ​ມີ​ຄວາມ​ສຸກ​ຈົນ​ບໍ່​ມີ​ວັນ​ລືມ​ເລີຍ.”—ຄໍເຣຕ້າ

ເຈົ້າ​ຄິດ​ວ່າ​ຜູ້​ຊາຍ​ພວກ​ນີ້​ເຮັດ​ຫຍັງ?

  1. ຢອກ​ຫຼິ້ນ?

  2. ຈີບ?

  3. ລວນ​ລາມ?

“ຕອນ​ນັ່ງ​ໃນ​ລົດ​ເມ ຜູ້​ຊາຍ​ຄົນ​ໜຶ່ງ​ເລີ່ມ​ເວົ້າ​ຫຍາບ​ຄາຍ​ແລະ​ຈັບ​ບາຍ​ຂ້ອຍ. ຂ້ອຍ​ປັດ​ມື​ລາວ​ອອກ​ແລະ​ບອກ​ໃຫ້​ລາວ​ຫຍັບ​ໄປ​ໄກໆ. ລາວ​ເບິ່ງ​ໜ້າ​ຂ້ອຍ​ຄື​ກັບ​ວ່າ​ຂ້ອຍ​ເປັນ​ຜີ​ບ້າ.”—ແຄນດີສ

ເຈົ້າ​ຄິດ​ວ່າ​ຜູ້​ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ຫຍັງ​ຕໍ່​ແຄນດີສ?

  1. ຢອກ​ຫຼິ້ນ?

  2. ຈີບ?

  3. ລວນ​ລາມ?

“ປີ​ກາຍ​ນີ້ ຜູ້​ຊາຍ​ຄົນ​ໜຶ່ງ​ບອກ​ຂ້ອຍ​ທຸກໆມື້​ວ່າ​ລາວ​ມັກ​ຂ້ອຍ​ແລະ​ຢາກ​ເປັນ​ແຟນ​ກັບ​ຂ້ອຍ ເຖິງ​ວ່າ​ຂ້ອຍ​ປະຕິເສດ​ລາວ​ຕະຫຼອດ. ບາງ​ຄັ້ງ​ລາວ​ລູບ​ແຂນ​ຂ້ອຍ ຂ້ອຍ​ຈະ​ບອກ​ລາວ​ວ່າ​ຢ່າ​ເຮັດ ແຕ່​ລາວ​ກໍ​ຍັງ​ເຮັດ. ມີ​ເທື່ອ​ໜຶ່ງ​ທີ່​ຂ້ອຍ​ກຳລັງ​ມັດ​ສາຍ​ເກີບ ລາວ​ກໍ​ຍ່າງ​ມາ​ຕີ​ກົ້ນ​ຂ້ອຍ.”—ເບທານີ

ເຈົ້າ​ຄິດ​ວ່າ​ຜູ້​ຊາຍ​ຄົນ​ນີ້​ເຮັດ​ຫຍັງ​ຕໍ່​ເບທານີ?

  1. ຢອກ​ຫຼິ້ນ?

  2. ຈີບ?

  3. ລວນ​ລາມ?

ໃນ​ສາມ​ຄຳຖາມ​ນີ້​ຂໍ້ ຄ ເປັນ​ຄຳຕອບ​ທີ່​ຖືກຕ້ອງ.

ການ​ລວນ​ລາມ​ແຕກຕ່າງ​ແນວ​ໃດ​ຈາກ​ການ​ຈີບ​ແລະ​ການ​ຢອກ​ຫຼິ້ນ?

ການ​ລວນ​ລາມ​ເປັນ​ການ​ກະທຳ​ຂອງ​ຝ່າຍ​ດຽວ. ເຖິງ​ວ່າ​ເຈົ້າ​ໄດ້​ບອກ​ຄົນ​ນັ້ນ​ໃຫ້​ເຊົາ​ເຮັດ ແຕ່​ລາວ​ກໍ​ບໍ່​ເຊົາ.

ການ​ລວນ​ລາມ​ເປັນ​ເລື່ອງ​ທີ່​ຮ້າຍແຮງ​ເຊິ່ງ​ອາດ​ນຳ​ໄປ​ສູ່​ການ​ທຳ​ຮ້າຍ​ທາງ​ເພດ.