ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 9

ພະ​ເຢໂຫວາ​ເປັນ​ກະສັດ​ຂອງ​ພວກ​ເຮົາ!

ພະ​ເຢໂຫວາ​ເປັນ​ກະສັດ​ຂອງ​ພວກ​ເຮົາ!

(ຄຳເພງ 97:1)

  1. 1. ຍິນດີ ທີ່​ໄດ້​ສັນ​ເສີນ​ເຢໂຫວາ

    ທົ່ວ​ແຜ່ນ​ຟ້າ ປະກາດ​ຄວາມ ຍຸຕິທຳ​ພະອົງ

    ຈົ່ງ​ຮ້ອງ​ເພງ ດ້ວຍ​ສຸດ​ໃຈ ຖວາຍ​ໃຫ້ ແກ່​ພະເຈົ້າ

    ຈົ່ງ​ບອກ​ຜົນ ງານ​ທັງ​ໝົດ ຂອງ​ພະອົງ

    (ທ່ອນ​ຊ້ຳ)

    ໃຫ້​ສະຫວັນ ຈົ່ງ​ມີ​ສຸກ ໃຫ້​ໂລກ​ນີ້ ສຸກ​ສຳລານ

    ທີ່​ເຢໂຫວາ​ໄດ້​ຂຶ້ນ​ເປັນ​ກະສັດ!

    ໃຫ້​ສະຫວັນ ຈົ່ງ​ມີ​ສຸກ ໃຫ້​ໂລກ​ນີ້ ສຸກ​ສຳລານ

    ທີ່​ເຢໂຫວາ​ເປັນ​ກະສັດ​ປົກຄອງ!

  2. 2. ສັນ​ເສີນ ເຢໂຫວາ​ໃຫ້​ໂລກ​ໄດ້​ຮູ້

    ວ່າ​ພະອົງ ເປັນ​ຜູ້​ນຳ ຄວາມ​ລອດ​ມາ​ໃຫ້​ເຮົາ

    ພະອົງ​ເປັນ ກະສັດ​ທີ່ ສົມຄວນ​ກັບ ຄຳ​ສັນ​ເສີນ

    ເຮົາ​ນ້ອມ​ຂາບ​ທີ່​ໜ້າ​ບັນລັງ​ພະອົງ

    (ທ່ອນ​ຊ້ຳ)

    ໃຫ້​ສະຫວັນ ຈົ່ງ​ມີ​ສຸກ ໃຫ້​ໂລກ​ນີ້ ສຸກ​ສຳລານ

    ທີ່​ເຢໂຫວາ​ໄດ້​ຂຶ້ນ​ເປັນ​ກະສັດ!

    ໃຫ້​ສະຫວັນ ຈົ່ງ​ມີ​ສຸກ ໃຫ້​ໂລກ​ນີ້ ສຸກ​ສຳລານ

    ທີ່​ເຢໂຫວາ​ເປັນ​ກະສັດ​ປົກຄອງ!

  3. 3. ຕອນ​ນີ້ ພະເຈົ້າ​ຕັ້ງ​ການ​ປົກຄອງ​ແລ້ວ

    ໄດ້​ແຕ່ງ​ຕັ້ງ ໃຫ້​ລູກ​ຊາຍ ຂຶ້ນ​ນັ່ງ​ເທິງ​ບັນລັງ

    ພະເຈົ້າ​ປອມ ຂອງ​ໂລກ​ນີ້ ຕ້ອງ​ລົ້ມ​ລົງ ຕ້ອງ​ອັບອາຍ

    ຄຳ​ຍົກຍ້ອງ​ຕ້ອງ​ໃຫ້​ພະເຈົ້າ​ເທົ່າ​ນັ້ນ

    (ທ່ອນ​ຊ້ຳ)

    ໃຫ້​ສະຫວັນ ຈົ່ງ​ມີ​ສຸກ ໃຫ້​ໂລກ​ນີ້ ສຸກ​ສຳລານ

    ທີ່​ເຢໂຫວາ​ໄດ້​ຂຶ້ນ​ເປັນ​ກະສັດ!

    ໃຫ້​ສະຫວັນ ຈົ່ງ​ມີ​ສຸກ ໃຫ້​ໂລກ​ນີ້ ສຸກ​ສຳລານ

    ທີ່​ເຢໂຫວາ​ເປັນ​ກະສັດ​ປົກຄອງ!

(ເບິ່ງ​ຕື່ມ 1 ຂ່າວ. 16:9; ເພງ. 68:20; 97:6, 7)