ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 18

ຂອບໃຈ​ສຳລັບ​ຄ່າໄຖ່

ຂອບໃຈ​ສຳລັບ​ຄ່າໄຖ່

(ລືກາ 22:20)

  1. 1. ມື້​ນີ້​ເຮົາ​ຢູ່​ຕໍ່​ໜ້າ ບັນລັງ​ພະ​ເຢໂຫວາ

    ຍ້ອນ​ຄວາມ​ຮັກ​ພະອົງ​ຍິ່ງໃຫຍ່ ບໍ່​ມີ​ໃຜ​ຈະ​ເທົ່າ​ທຽມ

    ສົ່ງ​ລູກ​ຊາຍ​ສຸດ​ທີ່​ຮັກ ເພື່ອ​ຊ່ວຍ​ເຮົາ​ໄດ້​ຊີວິດ

    ທີ່​ເສຍ​ສະລະ​ຄັ້ງ​ນີ້ ຈຶ່ງ​ເປັນ​ສິ່ງ​ຍິ່ງໃຫຍ່​ທີ່​ສຸດ

    (ທ່ອນ​ຊ້ຳ)

    ພະ​ຄລິດ​ປະທານ​ຊີວິດ​ເພື່ອ​ເຮົາ

    ດ້ວຍ​ເລືອດ​ພະອົງ​ເຮົາ​ໄດ້​ເສລີ

    ສຸດ​ໃຈ​ທີ່​ມີ

    ເຮົາ​ຈະ​ຂອບຄຸນ​ພະອົງ​ຕະຫຼອດ​ນິລັນ

  2. 2. ພະ​ຄລິດ​ສະລະ​ຊີວິດ ເພື່ອ​ເຮົາ​ດ້ວຍ​ຄວາມ​ເຕັມ​ໃຈ

    ໃຫ້​ຊີວິດ​ສົມບູນ​ມາ​ໄຖ່ ກໍ​ເພາະ​ຮັກ​ເຮົາ​ທຸກ​ຄົນ

    ເຮົາ​ເຄີຍ​ໝົດ​ຫວັງ​ຈົນ​ທ່ານ ໄດ້​ມາ​ຊ່ວຍ​ເຮົາ​ທັງ​ຫຼາຍ

    ເຮົາ​ຈຶ່ງ​ໝັ້ນ​ໃຈ​ແລະ​ຫວັງ ຈະ​ມີ​ຊີວິດ​ນິລັນດອນ

    (ທ່ອນ​ຊ້ຳ)

    ພະ​ຄລິດ​ປະທານ​ຊີວິດ​ເພື່ອ​ເຮົາ

    ດ້ວຍ​ເລືອດ​ພະອົງ​ເຮົາ​ໄດ້​ເສລີ

    ສຸດ​ໃຈ​ທີ່​ມີ

    ເຮົາ​ຈະ​ຂອບຄຸນ​ພະອົງ​ຕະຫຼອດ​ນິລັນ

(ເບິ່ງ​ຕື່ມ ເຫບ. 9:13, 14; 1 ເປ. 1:18, 19)