ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 19

ອາຫານ​ຄ່ຳ​ຂອງ​ຜູ້​ເປັນ​ນາຍ

ອາຫານ​ຄ່ຳ​ຂອງ​ຜູ້​ເປັນ​ນາຍ

(ມັດທາຍ 26:26-30)

  1. 1. ໂອ້​ພໍ່​ໃນ​ສະຫວັນ ພະ​ເຢໂຫວາ

    ຄ່ຳ​ຄືນ ຂອງ​ມື້​ນີ້ ພິເສດ​ແທ້

    ເປັນ​ຄ່ຳ​ຄືນ ທີ່ພະອົງ ໄດ້​ເຄີຍ​ສຳແດງ​ພະລັງ

    ຄວາມ​ຮັກ ຄວາມ​ຊອບທຳ ແລະ​ປັນຍາ

    ລູກ​ແກະ ປັດສະຄາ ເຄີຍ​ຊ່ວຍ​ປົກ​ປ້ອງ

    ໃຫ້​ຄົນ ຂອງ​ພະເຈົ້າ ມີ​ເສລີ

    ແລະ​ຕໍ່​ມາ ພະ​ຄລິດ​ໄດ້ ສິ້ນ​ຊີວິດ ແທນ​ພວກ​ເຮົາ

    ເປັນ​ໄປ​ຕາມ ທີ່​ພະເຈົ້າ ພະຍາກອນ

  2. 2. ເຂົ້າຈີ່​ກັບ​ເຫຼົ້າ​ແວງ ເຕືອນ​ໃຈ​ເຮົາ​ວ່າ

    ພະເຈົ້າ ເຮັດ​ເພື່ອ​ເຮົາ ຫຼາຍ​ເທົ່າ​ໃດ

    ດ້ວຍ​ຄວາມ​ດີ ທີ່​ພະອົງ ສະແດງ​ຜ່ານ ທາງ​ລູກ​ຊາຍ

    ເຖິງ​ທ່ານ ຢູ່​ຫຼື​ຕາຍ ຍັງ​ເຊື່ອ​ຟັງ

    ຂອບໃຈ ທີ່​ໃຫ້​ມີ ວັນ​ອະນຸສອນ

    ເພື່ອ​ຊ່ວຍ ໃຫ້​ເຮົາ​ໄດ້ ຄິດ​ໄຄ່​ຄວນ

    ວ່າ​ພະ​ຄລິດ ໄດ້​ເຊື່ອ​ຟັງ ແລະ​ຍອມ​ຕາຍ ເພື່ອ​ພວກ​ເຮົາ

    ເພື່ອ​ທີ່​ເຮົາ ຈະ​ຫຼຸດ​ພົ້ນ ຈາກ​ຄວາມ​ຕາຍ

  3. 3. ເຮົາ​ມາ​ຢູ່​ຮ່ວມ​ກັນ ຕໍ່​ໜ້າ​ພະເຈົ້າ

    ເຮົາ​ເຮັດ ຕາມ​ຄຳ​ເຊີນ ຂອງ​ພະອົງ

    ເພື່ອ​ສັນ​ເສີນ ທີ່​ພະອົງ ໄດ້​ສົ່ງ​ພະ​ຄລິດ​ລົງ​ມາ

    ເພື່ອ​ໃຫ້ ກຽດ​ພະອົງ ແລະ​ລູກ​ຊາຍ

    ອາຫານ ຂອງ​ພະ​ຄລິດ ສັນ​ເສີນ​ພະເຈົ້າ

    ຊ່ວຍ​ເຮົາ ມີ​ແຮງໃຈ ມີພະລັງ

    ແຕ່​ລະ​ວັນ ເຮົາ​ຈະ​ເຮັດ ຕາມ​ແບບ​ຢ່າງ ຂອງ​ພະຄລິດ

    ເພື່ອ​ເຮົາ​ຈະ ໄດ້​ຊີວິດ ນິລັນດອນ

(ເບິ່ງ​ຕື່ມ ລືກາ 22:14-20; 1 ໂກ. 11:23-26)