ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 24

ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

(ເອຊາອີ 2:2-4)

  1. 1. ໃຫ້​ເຮົາ ເບິ່ງ​ໄປ​ບ່ອນ​ນັ້ນ

    ເທິງ​ພູເຂົາ​ທີ່​ສູງ ສະຫງ່າ

    ນັ້ນ​ຄື ພູເຂົາ​ຂອງ​ເຢໂຫວາ​ຕອນ​ນີ້​ໄດ້​ຕັ້ງ​ແລ້ວ

    ຜູ້​ຄົນ ຕ່າງ​ກໍ​ຫຼັ່ງ​ໄຫຼ

    ຈາກ​ແດນ​ໄກ​ທຸກ​ຫົນ ທຸກ​ແຫ່ງ

    ພ້ອມ​ທັງ ໄດ້​ເຊີນ​ຄົນ​ອື່ນ​ມານ້ອມ​ຍອມ​ເຊື່ອ​ຟັງ​ພະເຈົ້າ

    ແລະ​ຕອນ​ນີ້ ເປັນ​ເວລາ

    ຄົນ​ກຸ່ມ​ນ້ອຍ ກາຍ​ມາ​ເປັນ ປະເທດ​ໃຫຍ່

    ແລະ​ເຕີບ​ໃຫຍ່ ເພີ່ມ​ທະວີ

    ເຮົາ​ໄດ້​ເຫັນ ການ​ອວຍ​ພອນ ຈາກ​ພະເຈົ້າ

    ຫຼາຍ​ຄົນ ມາ​ຫາ​ພະເຈົ້າ

    ໄດ້​ຍອມ​ໃຫ້​ພະອົງ ປົກຄອງ

    ພ້ອມ​ຍັງ ຈົງ​ຮັກ​ພັກດີ​ຢູ່​ຂ້າງ​ພະອົງ​ໄປ​ຕະຫຼອດ

  2. 2. ເຍຊູ ໄດ້​ສັ່ງ​ເອົາ​ໄວ້

    ໃຫ້​ເຮົາ​ໄປ​ສອນ​ຄຳ ພະເຈົ້າ

    ບອກ​ເລື່ອງ ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ຜູ້​ຄົນ​ໄດ້​ຍິນ

    ເຍຊູ ຂຶ້ນ​ປົກຄອງ​ແລ້ວ

    ທຸກ​ຄົນ​ຕ້ອງ​ມາ​ຢູ່ ຝ່າຍ​ທ່ານ

    ຖ່ອມ​ໃຈ ໂດຍ​ຟັງ​ຄຳ​ສອນ​ແລະ​ເອົາ​ຄຳ​ພະເຈົ້າ​ນຳ​ທາງ

    ຊ່າງ​ສຸກ​ໃຈ ທີ່​ໄດ້​ເຫັນ

    ວ່າ​ທີ່​ຊົນ ຝູງ​ໃຫຍ່​ໄດ້ ເພີ່ມ​ທະວີ

    ທີ່​ພວກ​ເຮົາ ໄດ້​ມີ​ສ່ວນ

    ແລະ​ເຮົາ​ໄດ້ ບອກ​ຂ່າວ​ດີ ກັບ​ທຸກ​ຄົນ

    ປະກາດ ປ່າວ​ໃຫ້​ດັງ​ດັງ

    ບອກ​ໄປ​ໃຫ້​ທຸກ​ຄົນ ໄດ້​ຍິນ

    ມາ​ທີ່ ພູ​ຂອງ​ເຢໂຫວາ​ແລະ​ໃຫ້​ຢູ່​ນີ້​ຕະຫຼອດ