ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 26

ເຈົ້າ​ໄດ້​ເຮັດ​ດີ​ກັບ​ເຮົາ​ເຊັ່ນ​ກັນ

ເຈົ້າ​ໄດ້​ເຮັດ​ດີ​ກັບ​ເຮົາ​ເຊັ່ນ​ກັນ

(ມັດທາຍ 25:34-40)

  1. 1. ແກະ​ຝູງ​ອື່ນ​ຂອງ​ເຍຊູ ຮ່ວມ​ຮັບໃຊ້​ຢູ່​ຄຽງ​ຂ້າງ

    ເຂົາ​ຕິດ​ຕາມ​ຜູ້​ຖືກ​ເຈີມ ເຈົ້າ​ສາວ​ຂອງ​ພະ​ຄລິດ

    ສິ່ງ​ທັງ​ໝົດ​ທີ່​ເຂົາ​ເຮັດ​ຄື​ຊ່ວຍ​ເຫຼືອ​ແລະ​ປອບ​ໃຈ

    ນີ້​ຄື​ທີ່​ພະ​ຄລິດ​ໄດ້​ບອກ​ວ່າ​ຈະ​ຕອບ​ແທນ

    (ທ່ອນ​ຊ້ຳ)

    “ເມື່ອ​ເຈົ້າ​ປອບ​ໂຍນ​ພວກ​ເຂົາ ເຈົ້າ​ກໍ​ປອບ​ໂຍນ​ເຮົາ

    ຖ້າ​ເຈົ້າ​ເຮັດ​ດີ​ຕໍ່​ເຂົາ ຄື​ເຈົ້າ​ເຮັດ​ຕໍ່​ເຮົາ

    ເຈົ້າ​ທຸ່ມ​ເທ​ເພື່ອ​ພວກ​ເຂົາ ກໍ​ເໝືອນ​ເຮັດ​ເພື່ອ​ເຮົາ

    ເຈົ້າ​ເຮັດ​ດີ​ກັບ​ເຂົາ ກໍ​ຄື​ເຮັດ​ຕໍ່​ເຮົາ

    ເມື່ອ​ເຈົ້າ​ເຮັດ​ດີ​ກັບ​ເຂົາ ກໍ​ຄື​ເຮັດ​ໃຫ້​ເຮົາ”

  2. 2. “ເມື່ອ​ຫິວ​ນ້ຳ​ເຈົ້າ​ໃຫ້​ດື່ມ ເຮົາ​ຫິວ​ເຂົ້າ​ເຈົ້າ​ໃຫ້​ກິນ

    ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ເຈົ້າ​ກໍ​ມາ​ຮອດ​ກ່ອນ”

    ພວກ​ເຂົາ​ຈຶ່ງ​ຖາມ​ວ່າ “ພວກ​ເຮົາ​ເຮັດ​ສິ່ງ​ນັ້ນ​ຕອນ​ໃດ?”

    ເມື່ອ​ເຂົາ​ມີ​ຄຳຖາມ​ກະສັດ​ຈຶ່ງ​ໄດ້​ຕອບ​ວ່າ

    (ທ່ອນ​ຊ້ຳ)

    “ເມື່ອ​ເຈົ້າ​ປອບ​ໂຍນ​ພວກ​ເຂົາ ເຈົ້າ​ກໍ​ປອບ​ໂຍນ​ເຮົາ

    ຖ້າ​ເຈົ້າ​ເຮັດ​ດີ​ຕໍ່​ເຂົາ ຄື​ເຈົ້າ​ເຮັດ​ຕໍ່​ເຮົາ

    ເຈົ້າ​ທຸ່ມ​ເທ​ເພື່ອ​ພວກ​ເຂົາ ກໍ​ເໝືອນ​ເຮັດ​ເພື່ອ​ເຮົາ

    ເຈົ້າ​ເຮັດ​ດີ​ກັບ​ເຂົາ ກໍ​ຄື​ເຮັດ​ຕໍ່​ເຮົາ

    ເມື່ອ​ເຈົ້າ​ເຮັດ​ດີ​ກັບ​ເຂົາ ກໍ​ຄື​ເຮັດ​ໃຫ້​ເຮົາ”

  3. 3. “ເຈົ້າ​ໄດ້​ພັກດີ​ຕໍ່​ເຮົາ ແລະ​ເຮັດ​ວຽກ​ທີ່​ສຳຄັນ

    ຄື​ຮັບໃຊ້​ກັບ​ພີ່​ນ້ອງ ຜູ້​ທີ່​ເຮົາ​ໄດ້​ເຈີມ”

    ແລະ​ກະສັດ​ຈະ​ເວົ້າ​ກັບ​ແກະ​ທີ່​ເບື້ອງ​ຂວາ​ມື​ວ່າ

    “ເຊີນ​ມາ​ຮັບ​ເອົາ​ໂລກ​ໃໝ່​ແລະ​ຊີວິດ​ສົມບູນ”