ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 33

ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

(ຄຳເພງ 55)

  1. 1. ເຢໂຫວາ​ຂໍ​ຟັງ​ຂ້ອຍ​ອ້ອນ​ວອນ

    ຂໍ​ໃຫ້​ຂ້ອຍ​ໄດ້​ພົບ​ພະອົງ

    ຊ່ວຍ​ເບິ່ງ​ເຫັນ​ຄວາມ​ເຈັບ​ປວດ​ເລິກ​ໃນ​ໃຈ

    ຊ່ວຍ​ໃຫ້​ຂ້ອຍ​ເຊົາ​ກັງວົນ

    (ທ່ອນ​ຊ້ຳ)

    ມອບ​ພາລະ​ກັບ​ພະ​ເຢໂຫວາ

    ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ຊີວິດ​ເຮົາ

    ຈະ​ປົກ​ປ້ອງ​ເບິ່ງ​ແຍງ​ເຮົາ​ສະເໝີ​ໄປ

    ພະເຈົ້າ​ພັກດີ​ສັດ​ຊື່

  2. 2. ຖ້າ​ຂ້ອຍ​ມີ​ປີກ​ບິນ​ໄດ້​ດັ່ງ​ນົກ

    ຂ້ອຍ​ຈະ​ບິນ​ໄປ​ບ່ອນ​ປອດໄພ

    ຈະ​ຫຼົບ​ຫຼີກ​ໃຫ້​ພົ້ນ​ຈາກ​ຄົນ​ປອງ​ຮ້າຍ

    ປົກ​ປ້ອງ​ຈາກ​ສຽງ​ຂົ່ມ​ຂູ່

    (ທ່ອນ​ຊ້ຳ)

    ມອບ​ພາລະ​ກັບ​ພະ​ເຢໂຫວາ

    ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ຊີວິດ​ເຮົາ

    ຈະ​ປົກ​ປ້ອງ​ເບິ່ງ​ແຍງ​ເຮົາ​ສະເໝີ​ໄປ

    ພະເຈົ້າ​ພັກດີ​ສັດ​ຊື່

  3. 3. ໄດ້​ກຳລັງ​ໃຈ​ຈາກ​ເຢໂຫວາ

    ເຮັດ​ໃຫ້​ເຮົາ​ໄດ້​ອົບອຸ່ນ​ໃຈ

    ພະອົງ​ແບກ​ພາລະ​ຂອງ​ເຮົາ​ເລື້ອຍ​ໄປ

    ດ້ວຍ​ຮັກ​ແລະ​ຄວາມ​ເມດຕາ

    (ທ່ອນ​ຊ້ຳ)

    ມອບ​ພາລະ​ກັບ​ພະ​ເຢໂຫວາ

    ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ຊີວິດ​ເຮົາ

    ຈະ​ປົກ​ປ້ອງ​ເບິ່ງ​ແຍງ​ເຮົາ​ສະເໝີ​ໄປ

    ພະເຈົ້າ​ພັກດີ​ສັດ​ຊື່

(ເບິ່ງ​ຕື່ມ ເພງ. 22:5; 31:1-24)