ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 34

ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

(ຄຳເພງ 26)

  1. 1. ໂອ້​ເຢໂຫວາ ຂໍ​ຈົ່ງ​ກວດ​ສອບ​ເບິ່ງ​ຂ້ອຍ

    ກວດ​ເບິ່ງ​ຄວາມ​ໄວ້​ວາງໃຈ ໝັ້ນ​ຄົງ​ສັດ​ຊື່​ພຽງ​ໃດ

    ກວດ​ເບິ່ງ​ໃຫ້​ຮູ້ ວ່າ​ຂ້ອຍ​ເປັນ​ຄົນ​ແບບ​ໃດ

    ຊ່ວຍ​ຂ້ອຍ​ປັບ​ປ່ຽນ​ຈິດ​ໃຈ ເພື່ອ​ໃຫ້​ຂ້ອຍ​ໄດ້​ຮັບ​ພອນ

    (ທ່ອນ​ຊ້ຳ)

    ສ່ວນ​ຕົວ​ຂ້ອຍ​ເອງ ຕັ້ງ​ໃຈ​ແນ່ວ​ແນ່​ໝັ້ນ​ຄົງ

    ຈະ​ສັດ​ຊື່​ຕໍ່​ພະອົງ ໄປ​ຈົນ​ຊົ່ວ​ນິລັນດອນ

  2. 2. ຂ້ອຍ​ບໍ່​ຢູ່​ຮ່ວມ ກັບ​ຄົນ​ທີ່​ເວົ້າ​ມຸ​ສາ

    ຈະ​ບໍ່​ຄົບຫາ​ກັບ​ຄົນ ດູ​ໝິ່ນ​ຄຳ​ຂອງ​ພະເຈົ້າ

    ໂອ້​ເຢໂຫວາ ຂໍ​ຊ່ວຍ​ຊີວິດ​ຂ້ອຍ​ໄວ້

    ບໍ່​ໃຫ້​ຂ້ອຍ​ຖືກ​ທຳລາຍ ພ້ອມ​ຄົນ​ທີ່​ກິນ​ສິນບົນ

    (ທ່ອນ​ຊ້ຳ)

    ສ່ວນ​ຕົວ​ຂ້ອຍ​ເອງ ຕັ້ງ​ໃຈ​ແນ່ວ​ແນ່​ໝັ້ນ​ຄົງ

    ຈະ​ສັດ​ຊື່​ຕໍ່​ພະອົງ ໄປ​ຈົນ​ຊົ່ວ​ນິລັນດອນ

  3. 3. ຂ້ອຍ​ຮັກ​ວິຫານ ທີ່​ເປັນ​ບ່ອນ​ຢູ່​ພະເຈົ້າ

    ຮັກ​ການ​ນະມັດສະການ ຂ້ອຍ​ເຮັດ​ຕາມ​ເປັນ​ຊີວິດ

    ຂ້ອຍ​ຈະ​ຍ່າງ​ອ້ອມ ຮອບ​ແທ່ນ​ບູຊາ​ເລື້ອຍ​ໄປ

    ເພື່ອ​ມາ​ຂອບໃຈ​ພະອົງ ໃຫ້​ດັງ​ກ້ອງ​ທົ່ວ​ແຜ່ນດິນ

    (ທ່ອນ​ຊ້ຳ)

    ສ່ວນ​ຕົວ​ຂ້ອຍ​ເອງ ຕັ້ງ​ໃຈ​ແນ່ວ​ແນ່​ໝັ້ນ​ຄົງ

    ຈະ​ສັດ​ຊື່​ຕໍ່​ພະອົງ ໄປ​ຈົນ​ຊົ່ວ​ນິລັນດອນ

(ເບິ່ງ​ຕື່ມ ເພງ. 25:2)