ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 38

ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

(1 ເປໂຕ 5:10)

  1. 1. ເຫດຜົນ​ທີ່​ເຢໂຫວາ ໃຫ້​ເຈົ້າ​ເຂົ້າ​ມາ​ຄວາມ​ຈິງ

    ທີ່​ຊ່ວຍ​ເຈົ້າ​ຈາກ​ໂລກ​ມືດ ສູ່​ຄວາມ​ສະຫວ່າງ

    ກໍ​ເພາະ​ພະອົງ ໄດ້​ເຫັນ ສິ່ງ​ທີ່​ຢູ່​ໃນ​ໃຈ​ເຈົ້າ

    ເຈົ້າ​ຢາກ​ເຮັດ​ດີ​ແລະ​ຢາກ​ຮູ້ຈັກ​ພະອົງ

    ເມື່ອ​ເຈົ້າ​ໄດ້​ອຸທິດ​ຕົວ​ຕອນ​ອະທິດຖານ

    ພະອົງ​ກໍ​ໄດ້​ຊ່ວຍ​ເຫຼືອ​ໃຫ້​ເຈົ້າ​ເຂັ້ມແຂງ

    (ທ່ອນ​ຊ້ຳ)

    ພະ​ເຢໂຫວາ​ໄດ້​ຊື້​ເຈົ້າ ເຈົ້າ​ຈຶ່ງ​ເປັນ​ຂອງ​ພະອົງ

    ພະອົງ​ຈະ​ຄອຍ​ຊ່ວຍ​ເຫຼືອ ເພື່ອ​ເຈົ້າ​ຈະ​ຕັ້ງ​ໝັ້ນ​ຄົງ

    ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ ແລະ​ປົກ​ປ້ອງ​ເຈົ້າ​ດັ່ງ​ຜ່ານ​ມາ

    ຈະ​ຊ່ວຍ​ໃຫ້​ເຈົ້າ​ເຂັ້ມແຂງ ແລະ​ໝັ້ນ​ຄົງ​ໄປ​ຕະຫຼອດ

  2. 2. ພະເຈົ້າ​ໄດ້​ໃຫ້​ລູກ​ຊາຍ ທີ່​ຮັກ​ທີ່​ສຸດ​ເພື່ອ​ເຈົ້າ

    ພະອົງ​ຕ້ອງການ ຊ່ວຍ​ເຈົ້າ​ໄປ​ເຖິງ​ຈຸດ​ໝາຍ

    ຖ້າ​ພະອົງ​ໃຫ້ ລູກ​ຊາຍ ທີ່​ຮັກ​ທີ່​ສຸດ​ເພື່ອ​ເຈົ້າ

    ພະອົງ​ກໍ​ຍິ່ງ​ຕ້ອງ​ໃຫ້​ກຳລັງ​ແກ່​ເຈົ້າ

    ຈະ​ບໍ່​ເຄີຍ​ລືມ​ຄວາມ​ຮັກ​ຄວາມ​ເຊື່ອ​ຂອງ​ເຈົ້າ

    ພະອົງ​ຈະ​ເຝົ້າ​ຮັກສາ​ຄົນ​ຂອງ​ພະອົງ