ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 40

ເຮົາ​ເປັນ​ຄົນ​ຂອງ​ໃຜ?

ເຮົາ​ເປັນ​ຄົນ​ຂອງ​ໃຜ?

(ໂລມ 14:8)

  1. 1. ເຈົ້າ​ເປັນ​ຄົນ​ຂອງ​ຜູ້​ໃດ ເຈົ້າ​ນັບຖື​ພະເຈົ້າ​ອົງ​ໃດ

    ຜູ້​ທີ່​ເຈົ້າ​ຮັບໃຊ້​ດ້ວຍ​ຄວາມ​ເຕັມ​ໃຈ ກໍ​ເປັນ​ນາຍ​ໃຫຍ່​ທີ່​ເຈົ້າ​ເຊື່ອ​ຟັງ

    ຈະ​ມີ​ສອງ​ນາຍ​ບໍ່​ໄດ້ ເພາະ​ຄວາມ​ພັກດີ​ບໍ່​ອາດ​ແບ່ງ

    ດັ່ງ​ນັ້ນ​ເຈົ້າ​ຕ້ອງ​ເລືອກ​​ຈະ​ຮັບໃຊ້​ຜູ້​ໃດ ຢາກ​ນະມັດສະການ​ຜູ້​ໃດ

  2. 2. ເຈົ້າ​ເປັນ​ຄົນ​ຂອງ​ຜູ້​ໃດ ຈະ​ນັບຖື​ພະເຈົ້າ​ອົງ​ໃດ

    ນັບຖື​ພະເຈົ້າ​ປອມ​ຫຼື​ພະເຈົ້າ​ແທ້ ນັ້ນ​ຂຶ້ນ​ກັບ​ເຈົ້າ​ທີ່​ຕ້ອງ​ເລືອກ​ເອງ

    ການ​ປົກຄອງ​ຂອງ​ໂລກ​ນີ້ ຈະ​ພັກດີ​ຢູ່​ຕໍ່​ໄປ​ບໍ?

    ຫຼື​ຈະ​ເຊື່ອ​ຟັງ​ພະເຈົ້າ​ແທ້​ແຕ່​ຕອນ​ນີ້ ໂດຍ​ເຮັດ​ຕາມ​ຄຳ​ຂອງ​ພະອົງ

  3. 3. ຂ້ອຍ​ເປັນ​ຄົນ​ຂອງ​ຜູ້​ໃດ ຂ້ອຍ​ເຊື່ອ​ຟັງ​ພະ​ເຢໂຫວາ

    ຂ້ອຍ​ຕ້ອງການ​ຮັບໃຊ້​ພໍ່​ໃນ​ສະຫວັນ ຈະ​ເຮັດ​ຕາມ​ທີ່​ຂ້ອຍ​ໄດ້​ສັນຍາ

    ພະອົງ​ໄດ້​ຊື້​ຂ້ອຍ​ໄວ້ ຊີວິດ​ຂ້ອຍ​ຢູ່​ເພື່ອ​ພະອົງ

    ຈະ​ໃຊ້​ຊີວິດ​ທີ່​ເຫຼືອ​ຢູ່​ເພື່ອ​ຮັບໃຊ້ ຍົກຍ້ອງ​ຊື່​ພະອົງ​ທຸກ​ວັນ