ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 44

ຄຳ​ອະທິດຖານ​ຂອງ​ຄົນ​ທຸກ​ໃຈ

ຄຳ​ອະທິດຖານ​ຂອງ​ຄົນ​ທຸກ​ໃຈ

(ຄຳເພງ 4:1)

  1. 1. ພະ​ເຢໂຫວາ​ຂໍ​ພະອົງ​ຟັງ​ທີ່​ຂ້ອຍ​ໄດ້​ອະທິດຖານ

    ຂ້ອຍ​ມີ​ບັນຫາ​ສຸດ​ແສນ​ເຈັບ​ປວດ​ເປັນ​ທຸກ​ແລະ​ກັງວົນ​ໃຈ

    ທໍ້​ແທ້​ສິ້ນ​ຫວັງ​ອ່ອນ​ລ້າ​ດຽວ​ດາຍ​ໝົດ​ແຮງ​ທັງ​ກາຍ​ແລະ​ໃຈ

    ໂອ້​ພະ​ເຢໂຫວາ​ຜູ້​ປອບ​ໂຍນ​ຂ້ອຍ​ຂໍ​ໃຫ້​ເມດຕາ​ຂ້ອຍ

    (ທ່ອນ​ຊ້ຳ)

    ຊ່ວຍ​ຂ້ອຍ​ລຸກ​ຂຶ້ນ ໃຫ້​ຂ້ອຍ​ອົດ​ທົນ

    ຕອນ​ຂ້ອຍ​ກັງວົນ ຊ່ວຍ​ໃຫ້​ໝັ້ນ​ໃຈ

    ໃນ​ຕອນ​ສິ້ນ​ຫວັງ ວາງໃຈ​ພະອົງ

    ໂອ້​ເຢໂຫວາ ໃຫ້​ມີ​ກຳລັງ

  2. 2. ຄຳ​ເວົ້າ​ພະອົງ​ໄດ້​ຊ່ວຍ​ຊູ​ໃຈ​ຕອນ​ຂ້ອຍ​ມີ​ຄວາມ​ກັງວົນ

    ຫຼາຍ​ຄັ້ງ​ໄດ້​ພົບ​ຄຳ​ທີ່​ຊາບ​ຊຶ້ງ​ໃຈ​ຈົນ​ຂ້ອຍ​ເວົ້າ​ບໍ່​ອອກ

    ຂໍ​ໃຫ້​ຂ້ອຍ​ມີ​ຄວາມ​ເຊື່ອ​ແລະ​ວາງໃຈ​ໃນ​ຄຳ​ຂອງ​ພະອົງ

    ຊ່ວຍ​ຂ້ອຍ​ໃຫ້​ໝັ້ນ​ໃຈ​ວ່າ​ພະອົງ​ຮັກ​ແລະ​ເຂົ້າ​ໃຈ​ຂ້ອຍ​ດີ

    (ທ່ອນ​ຊ້ຳ)

    ຊ່ວຍ​ຂ້ອຍ​ລຸກ​ຂຶ້ນ ໃຫ້​ຂ້ອຍ​ອົດ​ທົນ

    ຕອນ​ຂ້ອຍ​ກັງວົນ ຊ່ວຍ​ໃຫ້​ໝັ້ນ​ໃຈ

    ໃນ​ຕອນ​ສິ້ນ​ຫວັງ ວາງໃຈ​ພະອົງ

    ໂອ້​ເຢໂຫວາ ໃຫ້​ມີ​ກຳລັງ