ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 45

ສິ່ງ​ທີ່​ຄິດ​ຕຶກຕອງ​ໃນ​ໃຈ

ສິ່ງ​ທີ່​ຄິດ​ຕຶກຕອງ​ໃນ​ໃຈ

(ຄຳເພງ 19:14)

  1. 1. ຂ້ອຍ​ຄິດ​ຕຶກຕອງ​ຢູ່​ພາຍ​ໃນ​ໃຈ

    ຄິດ​ເຖິງ​ເລື່ອງ​ນີ້​ຕະຫຼອດ​ທັງ​ວັນ

    ຢາກ​ເປັນ​ຄົນ​ທີ່​ພະເຈົ້າ​ຍອມ​ຮັບ

    ໃຫ້​ຂ້ອຍ​ໝັ້ນ​ຄົງ​ໃນ​ທາງ​ພະອົງ

    ເມື່ອ​ຂ້ອຍ​ເກີດ​ຄວາມ​ກັງວົນ​ໃນ​ໃຈ

    ກາງຄືນ​ຈຶ່ງ​ຂົ່ມ​ຕາ​ຫຼັບ​ບໍ່​ລົງ

    ຂ້ອຍ​ຄິດ​ໄຄ່​ຄວນ​ເລື່ອງ​ຂອງ​ພະອົງ

    ຂ້ອຍ​ຈະ​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ດີ

  2. 2. ສິ່ງ​ໃດ​ທີ່​ຈິງ​ແລະ​ບໍລິສຸດ

    ສິ່ງ​ໃດ​ທີ່​ເປັນ​ສິ່ງ​ທີ່​ຊອບທຳ

    ສິ່ງ​ໃດ​ໜ້າ​ຊົມ​ເຊີຍ​ແລະ​ສຳຄັນ

    ໃຫ້​ຂ້ອຍ​ໄຄ່​ຄວນ​ເພື່ອ​ສະຫງົບ​ໃຈ

    ຄວາມ​ຄິດ​ຂອງ​ພະເຈົ້າ​ມີ​ຄ່າ​ຫຼາຍ

    ເລີດ​ລ້ຳ​ເກີນ​ກວ່າ​ຈະ​ພັນລະນາ

    ຈຶ່ງ​ຂໍ​ຕຶກຕອງ​ຄຳ​ຂອງ​ພະອົງ

    ໃຫ້​ຂ້ອຍ​ຄິດ​ເຖິງ​ແຕ່​ເລື່ອງ​ພະເຈົ້າ

(ເບິ່ງ​ຕື່ມ ເພງ. 49:3; 63:6; 139:17, 23; ຟີລິບ 4:7, 8; 1 ຕີໂມ. 4:15)