ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 47

ອະທິດຖານ​ຕໍ່​ພະ​ເຢໂຫວາ​ທຸກ​ວັນ

ອະທິດຖານ​ຕໍ່​ພະ​ເຢໂຫວາ​ທຸກ​ວັນ

(1 ເທຊະໂລນີກ 5:17)

  1. 1. ເຢໂຫວາ​ເປັນ​ຜູ້​ຟັງ​ຄຳ​ອະທິດຖານ

    ເປັນ​ສິດທິ​ພິເສດ​ໄດ້​ໃຊ້​ຊື່​ພະອົງ

    ຢາກ​ເປັນ​ເພື່ອນ​ກັບ​ພະເຈົ້າ​ເຮົາ​ຕ້ອງ​ເປີດ​ໃຈ

    ໄວ້​ວາງໃຈ​ໃນ​ພະອົງ​ໄດ້​ໃນ​ທຸກ​ສິ່ງ

    ອະທິດຖານ​ເຖິງ​ເຢໂຫວາ

  2. 2. ອະທິດຖານ​ຂອບໃຈ​ທີ່​ເຮົາ​ມີ​ຊີວິດ

    ຂໍ​ໃຫ້​ອະໄພ​ດັ່ງ​ທີ່​ເຮົາ​ອະໄພ​ກັນ

    ບອກ​ຄວາມ​ຜິດ​ກັບ​ພະເຈົ້າ​ທີ່​ເຮົາ​ວາງໃຈ

    ພະອົງ​ຜູ້​ສ້າງ​ເຮົາ​ຮູ້​ວ່າ​ເຮົາ​ເປັນ​ດິນ

    ອະທິດຖານ​ເຖິງ​ເຢໂຫວາ

  3. 3. ອະທິດຖານ​ເຖິງ​ພະເຈົ້າ​ເມື່ອ​ມີ​ບັນຫາ

    ພະອົງ​ເປັນ​ພໍ່​ທີ່​ຢູ່​ໃກ້​ເຮົາ​ສະເໝີ

    ຂໍ​ໃຫ້​ພະອົງ​ປົກ​ປ້ອງ​ແລະ​ຊ່ວຍ​ເຫຼືອ​ເຮົາ

    ບໍ່​ຕ້ອງ​ຢ້ານ​ເພາະ​ມີ​ພະອົງ​ເປັນ​ທີ່​ເພິ່ງ

    ອະທິດຖານ​ເຖິງ​ເຢໂຫວາ