ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 51

ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ!

ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ!

(ມັດທາຍ 16:24)

  1. 1. ພະ​ເຢໂຫວາ​ຊັກ​ນຳ​ເຮົາ​ໃຫ້​ມາ​ຫາ​ພະ​ຄລິດ

    ເຮົາ​ຈຶ່ງ​ເປັນ​ລູກສິດ​​ທ່ານ​ຈາກ​ນີ້​ໄປ

    ແສງ​ແຫ່ງ​ຄວາມ​ຈິງ​ສ່ອງ​ລົງ​ມາ

    ຈາກ​ບັນລັງ​ພະ​ເຢໂຫວາ

    ເຮົາ​ຈຶ່ງ​ມີ​ຄວາມ​ເຊື່ອ​ຂຶ້ນ​ມາ

    ສັນຍາ​ບໍ່​ເຮັດ​ຕາມ​ໃຈ​ເຮົາ

    (ທ່ອນ​ຊ້ຳ)

    ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ ຄື​ສິ່ງ​ທີ່​ເຮົາ​ເລືອກ

    ພະອົງ​ແລະ​ພະ​ຄລິດ​ໃຫ້​ເຮົາ​ມີ​ຄວາມ​ສຸກ

  2. 2. ຕໍ່​ໜ້າ​ພະ​ເຢໂຫວາ​ເຮົາ​ອະທິດຖານ​ດ້ວຍ​ໃຈ

    ຈະ​ຮັບໃຊ້​ແລະ​ເຊື່ອ​ຟັງ​ແຕ່​ພະອົງ

    ຄວາມ​ສຸກ​ທີ່​ບໍ່​ມີ​ຫຍັງ​ທຽບ

    ເຮົາ​ດີ​ໃຈ​ທີ່​ໄດ້​ແບ່ງ​ປັນ

    ແລະ​ໄດ້​ໃຊ້​ຊື່​ເຢໂຫວາ

    ບອກ​ເລື່ອງ​ລາຊະອານາຈັກ

    (ທ່ອນ​ຊ້ຳ)

    ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ ຄື​ສິ່ງ​ທີ່​ເຮົາ​ເລືອກ

    ພະອົງ​ແລະ​ພະ​ຄລິດ​ໃຫ້​ເຮົາ​ມີ​ຄວາມ​ສຸກ

(ເບິ່ງ​ຕື່ມ ເພງ. 43:3; 107:22; ໂຢ. 6:44)